ແຜນງານການໃຫ້ຄຳປຶກສາ ດ້ານການ ເຕີບໂຕສີຂຽວ ສຳລັບ ສປປ ລາວ ລາວ ເອກະສານນະໂຍບາຍ ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ໜ້າປົກ: ຕາດກວາງຊີ, ຫລວງພະບາງ. ຮູບພາບໂດຍ: Adri Berger ຄູ່ຮ່ວມອຳນວຍຄວາມສະດວກ ດ້ານກາກບອນປ່າໄມ້ ​ ັດມ ທິວທ ສູງ ຂອງເຂດ​ ​ ຸມ​ ທິ​ ອຸ​ ຍານ​ ແຫ່ງຊ ​ າດ ຫີນຫ ຫນໍ່​ ​ ນາມ​ ​ າບ​ . ຮູບພ ໂດຍ: Ryan De Boodt/GIZ. 1 ພາກສະເໜີ ການອະນຸລັກ ແລະ ການທ່ອງທ່ຽວ ປະກອບສ່ວນໃຫ້ແກ່ການເຕີບໂຕ ເສດຖະກິດສີຂຽວຢູ່ຫຼາຍປະເທດ. ຍ້ອນປະ ສົງໃນການອະນຸລັກສິ່ງແວດລ້ອມ, ອາດບໍ່ມີການພັດທະນາທາງດ້ານເສດຖະກິດຢູ່ເຂດປ່າສະຫງວນຢູ່ສະເໝີ, ແຕ່ ຫຼາຍປະເທດ ໄດ້ຮັບຜົນປະໂຫຍດດ້ານເສດຖະກິດ ຢ່າງເປັນຮູບປະທຳ ຈາກທ່າແຮງອັນໂດດເດັ່ນດ້ານທ່ອງທ່ຽວ ແລະ ການທ່ຽວຊົມ ປ່າສະຫງວນ. ໃນຄວາມເປັນຈິງ, ການທ່ອງທ່ຽວແມ່ນຈໍາເປັນຕໍ່ການຄຸ້ມຄອງ ປ່າສະຫງວນ. ອີງໃສ່ຄໍາແນະນໍາຈາກຜູ້ຊ່ຽວຊານ ດ້ານການຄຸ້ມຄອງເຂດປ່າສະຫງວນ, ນະໂຍບາຍ ແລະ ຄວາມອາດສາມາດທາງ ດ້ານວິຊາການທີ່ຖືກຕ້ອງ ແລະ ສອດຄ່ອງສາມາດ ຈັດຕັ້ງປະຕິບັດ ແລະ ບັນລຸຕາມຈຸດປະສົງ ຂອງການປົກປັກຮັກ ສາລະບົບນິເວດປ່າໄມ້ ແລະ ພັດທະນາການທ່ອງທ່ຽວ ໄດ້ພ້ອມກັນ. ຜູ້ວາງນະໂຍບາຍ ຂອງ ສປປ ລາວ ໄດ້ຮັບຮູ້ ທ່າແຮງຂອງປ່າສະຫງວນຕໍ່ ເສດຖະກິດ ແລະ ອີງໃສ່ຊັບສິນທາງທຳມະຊາດທີ່ມີເອກະລັກສະເພາະ ຂອງ ສປປ ລາວ ວາງແຜນການພັດທະນາ ດັ່ງທີ່ມີຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025 ແລະ ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ ຮອດປີ 2030. ປ່າສະຫງວນສາມາດສ້າງຜົນປະໂຫຍດ ຫຼາກຫຼາຍທາງດ້ານ ເສດຖະກິດໂດຍທາງກົງ ແລະ ທາງອ້ອມ. ປ່າສະຫງວນທົ່ວ ໂລກໄດ້ເພີ່ມລາຍຮັບໃຫ້ພາກລັດ, ສົ່ງເສີມການພັດທະນາພື້ນ ຖານໂຄງລ່າງ ເຂດຊົນນະບົດ, ກະຕຸ້ນການທ່ອງທ່ຽວ, ສົ່ງເສີມ ຄວາມຫຼາກຫຼາຍ ແລະ ຄວາມທົນທານດ້ານເສດຖະກິດ, ຊຸກ ຍູ້ທ້ອງຖິ່ນດ້ານການຜະລິດເປັນສິນຄ້າ ແລະ ການບໍລິການ, ສ້າງລາຍຮັບຈາກພາສີ - ອາກອນຂອງທ້ອງຖິ່ນ, ຫລຸດຜ່ອນ ່ ຄວາມສ່ຽງຕໍໄພພິ ບັດທາງທໍາມະຊາດ, ສະໜອງນ້ຳ ແລະ ປັບ ປຸງຄຸນນະພາບນ້ຳ ແລະ ໃຫ້ບໍລິການ ດ້ານລະບົບນິເວດ ແລະ ອື່ນໆ ທີ່ມີຄວາມສຳຄັນຕໍ່ການດໍາລົງຊີວິດ. ສ່ວນຫຼາຍປ່າສະ ຫງວນຕັ້ງຢູ່ເຂດຫ່າງໄກສອກຫຼີກ ກວມເອົາຊຸມຊົນທີ່ມີຄວາມ ປາ​ ຂ່າ (ໂລ​ ມາ​ ນ້ຳຈ ​ ືດ) ທີ່​​ ຢູ່ໃນແມ່ນ້ຳຂອງ. ທຸກຍາກໃນລະດັບສູງ ແລະ ມີຜົນຜະລິດກະສິກຳຕ່ຳ. ບ່ອນທີ່ມີ ົ ນີ້ສາມາດ ຂັບເຄື່ອນການ ຂໍ້ຈໍາກັດດ້ານທາງເລືອກ, ຊຸມຊົນເຫຼ່າ ເຕີບໂຕ ດ້ານເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ, ຫລຸດຜ່ອນຄວາມສ່ຽງຕໍ່ການເຕີບໂຕແບບຍືນຍົງ ແລະ ກ້າວ ຶ . ໄປສູ່ການປັບປຸງຄຸນນະພາບຂອງຊີວິດໃຫ້ດີຂ້ນ 2 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ັ ຢູ່ໃນ ຫຼື ໃກ້ກັບ ເຂດປ່າສະຫງວນ • ການທ່ອງທ່ຽວແມ່ນມີສ່ວນເຮັດໃຫ້ອັດຕາສ່ວນຄວາມທຸກຍາກຂອງບ້ານທີ່ຕ້ງ ຫລຸດລົງຢູ່ປະເທດໂກສະຕາຣີກາ (-10%) ແລະ ຢູ່ປະເທດໄທ (-30%).1 ນອກຈາກນີ້, ລະບົບຄຸ້ມຄອງເຂດປ່າສະ ຫງວນ ຢູ່ສອງປະເທດດັ່ງທີ່ກ່າວມາ ໄດ້ຫລຸດຜ່ອນການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມທີ່ເປັນ ໍ ັນໄມ້ນາໆຊະນິດ. ຢູ່ປະເທດຈີນ, ການທ່ອງທ່ຽວທຳມະຊາດຢູ່ໃນເຂດປ່າສະຫງວນເຮັດໃຫ້ປະຊາຊົນ ໄພຂົ່ມຂູ່ຕ່ພ ຈໍານວນ 4.654 ບ້ານ ຫຼຸດພົ້ນອອກຈາກຄວາມທຸກຍາກ ພາຍໃນໄລຍະ 20 ປີ.2 • ໃນປີ 2015, ນັກຄົ້ນຄວ້າໄດ້ຄາດຄະເນວ່າ ມີນັກທ່ອງທ່ຽວທັງໝົດຈໍານວນ 8 ຕື້ຄົນທ່ຽວຊົມ ເຂດປ່າສະ ້ ດລາສະຫະລັດ ໃນຄະນະທີ່ ຫງວນໃນທົ່ວໂລກ ແລະ ສ້າງການໃຊ້ຈ່າຍໃນການທ່ອງທ່ຽວຈຳນວນ 600 ຕືໂ ້ ດລາສະຫະລັດເທົ່ານັ້ນ.3 ຄວາມຕ້ອງ ລາຍຈ່າຍສໍາລັບປົກປັກຮັກສາ ເຂດປ່າສະຫງວນດັ່ງກ່າວ ມີພຽງແຕ່ 10 ຕືໂ ການດ້ານການທ່ອງທ່ຽວທໍາມະຊາດໃນທົ່ວໂລກ ແມ່ນມີທ່າອ່ຽງສູງຂຶ້ນ. ຢູ່ປະເທດຈີນ ນັບແຕ່ລະປີ, ເລີ່ມຈາກ ປີ 2000 ຫາ 2009 (ເຖິງ ມີການລະບາດຂອງພະຍາດ SARS), ນັກທ່ອງທ່ຽວ ມາທ່ຽວຊົມປ່າສະຫງວນ ຢູ່ ປະເທດຈີນ ເພີ່ມຂຶ້ນ 20% ແລະ ລາຍຮັບ ເພີ່ມຂຶ້ນ 43%. ຢູ່ປະເທດຈີນໃນປີ 2009, ນັກທ່ອງທ່ຽວ (ສ່ວນ ຫຼາຍແມ່ນນັກທ່ອງທ່ຽວພາຍໃນ) ມາທ່ຽວເຂດປ່າສະຫງວນຈໍານວນ 333 ລ້ານຄົນ, ສ້າງລາຍຮັບຈາກການ ້ ດລາສະຫະລັດ ແລະ ສ້າງວຽກເຮັດງານທຳໄດ້ 1 ລ້ານຕຳແໜ່ງ.4 ທ່ອງທ່ຽວ ປະມານ 3 ຕືໂ • ຢູ່ປະເທດອິນເດຍ, ການທ່ອງທ່ຽວຢູ່ ເຂດປ່າສະຫງວນ ມີການຂະຫຍາຍຕົວ ສະເລ່ຍ 15% ຕໍ່ປີ ໃນໄລຍະແຕ່ປີ 2002 ຫາ 2008.5 ຕົວຢ່າງ, ອຸທິຍານແຫ່ງຊາດ ຄັອບເບັຕ ເປັນໜຶ່ງໃນບັນດາເຂດປ່າສະຫງວນທີ່ມີ ເສືອຈໍານວນ ຫຼາຍມີນົກຫຼາກຫຼາຍຊະນິດ ແລະ ມີທິວທັດທຳມະຊາດທີ່ສວຍງາມແບບໜ້າອັດສະຈັນ. ໃນປີ 2000, ເຂດປ່າສະ ້ ຂາດເງິນທຶນສໍາລັບວຽກບໍລິຫານ ແລະ ຄຸ້ມຄອງ ຂັ້ນພື້ນຖານ ຈຶ່ງໄດ້ ເກັບຄ່າທຳນຽມຈາກຜູ້ມາ ຫງວນແຫ່ງນີໄດ້ ທ່ຽວຊົມຈໍານວນ 2 ໂດລາສະຫະລັດຕໍ່ ຄືນ ແລະ ສ້າງລາຍຮັບ ໄດ້ຈຳນວນ 20.000 ໂດລາສະຫະລັດ ເຊິ່ງໄດ້ນໍາ ໃຊ້ລົງທຶນໃສ່ການທ່ອງທ່ຽວຢູ່ໃນສວນອຸທິຍານ. ໃນປີ 2005, ຄ່າທຳນຽມຈາກຜູ້ມາທ່ຽວຊົມ ໄດ້ເພີ່ມຂຶ້ນສອງ ເທົ່າ ເປັນການເພີ່ມລາຍຮັບ ຂຶ້ນເປັນ 75.000 ໂດລາສະຫະລັດ ແລະ ເພີ່ມການຈ້າງແຮງງານໄວໜຸ່ມທ້ອງຖິ່ນຕື່ມ 50 ຄົນ. ສິ່ງອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງ ໄດ້ຮັບການປັບປຸງ ເປັນການປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ເພີ່ມຂຶ້ນສາມເທົ່າ ໃນລະຫວ່າງ ປີ 2005-2009, ໃນນີ້ລາຍຮັບຂອງສວນອຸທິຍານເພີ່ມຂຶ້ນເປັນ ຈຳນວນ 1,5 ລ້ານໂດລາສະຫະລັດ.6 ຢູ່ອິນເດຍໂດຍລວມ, ລາຍຮັບຈາກການເກັບຄ່າຜ່ານປະຕູເຂົ້າເຂດສະຫງວນ Andam et al. 2010. Protected areas reduced poverty in Costa Rica and Thailand. PNAS 107(22): 9996-10001 1 2 Wang et al. 2012. National park development in China: conservation or commercialization. AMBIO 41: 247-261. 3 Balmford, et al. 2015. Walk on the wild side: estimating the global magnitude of visits to protected areas. PLOS Biology 13(2): e1002074. 4 Wang et al. 5 K. K. Karanth and R. DeFries. 2010. Wildlife tourists in India’s emerging economy: potential for a conservation constituency? Oryx 46(3): 382-390. 6 Leung, Y.-F., et al. 2018. Tourism and visitor management in protected areas: guidelines towards sustainability. Best Practice Pro- tected Area Guidelines Series No. 27, Gland, Switzerland. ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ລາວ 3 ເສືອໂຄ່ງ ຈຳນວນ 10 ແຫ່ງ ແມ່ນ 7.000 - 300.000 ໂດລາສະຫະລັດ. ໃນປັດຈຸບັນ, ເຂດປ່າສະຫງວນສ່ວນ ຫຼາຍ ຢູ່ ສປປ ລາວ ນໍາໃຊ້ງົບປະມານ ຈຳນວນປະມານ 5.000 ໂດລາສະຫະລັດ ຕໍ່ປີ. • ການທ່ອງທ່ຽວປະເທດໂມຊຳບິກ ແມ່ນສິ່ງກະຕຸກຊຸກຍູ້ອັນສໍາຄັນໃຫ້ແກ່, ການຄຸ້ມຄອງພູມີທັດ ແບບຍືນຍົງ ທີ່ ກຳລັງດຳເນີນຢູ່ໃນປັດຈຸບັນ ພາຍໃຕ້ການສະໜອງທຶນຈາກທະນາຄານໂລກ ຈຳນວນ 46 ລ້ານ ໂດລາສະຫະລັດ ເຮັດໃຫ້ຊຸມຊົນ ມີລາຍຮັບ ຈຳນວນ 3,2 ລ້ານໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳໄດ້ ຈຳນວນ 1.549 ັ ຢູ່ໃກ້ກັນ ກໍສາມາດ ຕຳແໜ່ງ. ພ້ອມດຽວກັນນີ້, ໂຮງແຮມຊຳເບຍ ແລະ ອຸທິຍານແຫ່ງຊາດ ຫຼວງວາໃຕ້ ທີ່ຕ້ງ ສ້າງລາຍຮັບໃຫ້ລະດັບຄົວເຮືອນເພີ່ມຂຶ້ນສອງເທົ່າ. ໂດຍສະເລ່ຍ, ຄອບຄົວທີ່ ຢູ່ຕິດກັບປະຕູທາງເຂົ້າເຂດອຸທິຍານ ແມ່ນມີລາຍຮັບ ຫຼາຍທີ່ສຸດຈາກການທ່ອງທ່ຽວ. ອາຊີບໃນຂະແຫນງການທ່ອງທ່ຽວ ແມ່ນກວມລວມ ແລະ ເປັນອາຊີບທີ່ຍືນຍົງ. ການທ່ອງທ່ຽວຢູ່ພາຍໃນ ແລະ ອ້ອມຂ້າງເຂດປ່າສະຫງວນ ບໍ່ພຽງແຕ່ສະໜອງ ວຽກເຮັດງານທຳແກ່ ໄວໜຸ່ມ ແລະ ຊົນເຜົ່າເທົ່ານັ້ນ, ແຕ່ຍັງເປັນ ໜຶ່ງໃນບັນດາຂະແໜງ ການຈຳນວນໜ້ອຍ ທີ່ຈ້າງແຮງງານເພດຍິງໃນອັດຕາສູງ (ລວມທັງຢູ່ປະເທດອິນໂດເນເຊຍ, ມາເລເຊຍ, ຟີລິບປີນ ແລະ ໄທ).7 ວຽກຄຸ້ມຄອງເຂດປ່າສະຫງວນ ແລະ ການທ່ອງທ່ຽວ ຈໍານວນຫຼາຍບໍ່ຮຽກຮ້ອງ ການສຶກສາລະດັບສູງ ເຊິ່ງເປັນໂອກາດດີທຈ ີ່ ະມີວຽກເຮັດງານທຳຂອງຊຸມຊົນທຸກຍາກ ໂດຍສະເພາະ ຖ້າມີນະໂຍບາຍ ແລະ ລະບຽບການທີ່ເໝາະສົມ. ນອກຈາກນີ້, ອາຊີບ ແລະ ລາຍໄດ້ຈາກການທ່ອງທ່ຽວ ມີຄວາມໝັ້ນຄົງ ກວ່າວຽກ ຂຸດຄົ້ນບໍ່ແຮ່ ຫຼື ຂຸດຄົ້ນໄມ້ ຍ້ອນວົງຈອນການຂະຫຍາຍໂຕ ແລະ ສິ້ນສຸດຂອງກິດຈະກໍາອຸດສາຫະກຳ. ອີກຢ່າງ, ວຽກໃນຂະແໜງ ການທ່ອງທ່ຽວ ແມ່ນມີຄວາມປອດໄພຫຼາຍ ຖ້າທຽບວຽກໃນຂະແໜງການຂຸດຄົ້ນ. ການເຕີບໂຕດ້ານທ່ອງທ່ຽວເຂດປ່າສະຫງວນ ແບບຍືນຍົງ ສາມາດເປັນເສົາຫລັກອັນສຳຄັນໃຫ້ແກ່ເສດຖະກິດຂອງ ີ ຄງສ້າງການຕະຫຼາດ ແລະ ຜະລິດຕະພັນການທ່ອງທ່ຽວ ເຂດປ່າສະຫງວນທີ່ເຂັ້ມແຂງ ຫຼາຍປະເທດ. ປະເທດທີ່ມໂ ແມ່ນໄດ້ຮັບຜົນ ທີ່ໜ້າປະທັບໃຈ. ຢູ່ປະເທດທານຊາເນຍ, ລາຍຮັບຈາກການທ່ອງທ່ຽວສູງມີປະມານ 10% ຂອງລວມ ້ ດລາສະຫະລັດ) ແລະ ສະໜອງວຽກເຮັດງານທຳທີ່ມີຄ່າແຮງງານ ຍອດຜະລິດຕະພັນພາຍໃນປີ 2015 (ເທົ່າກັບ 4 ຕືໂ ສູງໃຫ້ແກ່ປະຊາຊົນຫຼາຍກວ່າ 400.000 ຄົນ.8 ລາຍໄດ້ຈາກການທ່ອງທ່ຽວ ກວມເອົາອັດຕາສ່ວນໃຫຍ່ ຂອງແຫຼ່ງ ປີ 2016, ການ​ ເງິນຕາຕ່າງປະເທດ ແລະ ມີຜົນກະທົບຕໍ່ ເສດຖະກິດໂດຍລວມຂອງປະເທດ. ໃນ​ ທ່ຽວ​ ທ່ອງ​ ອຸ​ ເຂດ​ ທິ​ ແຫ່ງຊ ຍານ​ ສະ​ ​ າດ ຢູ່​ ຫະ​ ລັດ​ ອາ​ ລກ ເມ​ ິ​ າ ມີຈ ​ ຳ​ ນວນ​ ນັກ​ ທ່ຽວ 333 ລ້ານ​ ທ່ອງ​ ໃຫ້​ ຄົນ ເຮັດ​ ມລີ​ າຍ​ ໄດ້ ຈາກ​ ທາງ​ ຊ່ອງ​ ການ​ ທ່ຽວ ປະ​ ທ່ອງ​ ້ ດລາສະຫະລັດ ເຊິ່ງໄດ້ປະກອບສ່ວນ ຈໍານວນທັງໝົດ 35 ຕື້ ໂດລາສະຫະລັດ ເຂົ້າໃສ່ການ ມານ 18 ຕືໂ ພັດທະນາ ເສດຖະກິດຂອງປະເທດ.9 World Bank Group. 2018. Supporting sustainable livelihoods through wildlife tourism. The World Bank Group: Washington D.C. 7 World Bank Group. 2015. Tanzania’s tourism futures: harnessing natural assets. The World Bank Group: Washington, D.C. 8 C. Thomas and L. Koontz. 2017. 2016 national park visitor spending effects: economic contributions to local communities, states, and 9 the nation. U.S. Department of the Interior: Fort Collins, Colorado 4 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ຕົກ​ ນ້ຳ​ ໄຊ ຢູ່ ເຂດປ່າສ ຕາດ​ ​ ະ​ ຫງ​ ວນ​ ແຫ່ງຊ ​ຂົາຄ ​ າດ ພູເ ​ າບ​ ​ ວາຍ. ຮູບພ ໂດຍ: Arturo Bolondi ທົ່ວໂລກ, ຄວາມຕ້ອງການຂອງການທ່ອງທ່ຽວທຳມະຊາດທຸກປະເພດ ໂດຍສະເພາະການທ່ອງທ່ຽວແບບຜະຈົນໄພ ແລະ ການທ່ຽວຊົມສັດປ່າອາດຈະຂະຫຍາຍຕົວໄວ ໃນໄລຍະສອງທົດສະວັດຕໍ່ໜ້າ.10 ສິ່ງຂັບເຄື່ອນຄວາມຕ້ອງການ ທ່ຽວຊົມສັດປ່າປະກອບດ້ວຍ: ຄວາມສົນໃຈຕໍ່ສັດປ່າຂອງປະຊາຊົນ, ຄວາມຕ້ອງການຢາກປ່ຽນການສໍາພັດບັນຍາ ກາດ ຕົວເມືອງ ເປັນການພັກຜ່ອນຢູ່ທ່າມກາງ ສະພາບແວດລ້ອມທີ່ເຕັມໄປດ້ວຍທຳມະຊາດ. ຄວາມຕ້ອງການຂອງ ນັກທ່ອງທ່ຽວ ທີ່ເປັນໄວລຸ້ນ ແລະ ໄວກາງຄົນ ແມ່ນການສະແຫວງຫາປະສົບປະການໃໝ່ຕົວຈິງ. ສະຖານະ ຂອງ ປ່າສະຫງວນຢູ່ ສປປ ລາວ ໃນປັດຈຸບັນ ການຫລຸດຜ່ອນຄວາມທຸກຍາກແມ່ນມີຄວາມຄືບໜ້າໄປໃນທາງທີ່ດີ ແຕ່ພົນລະເມືອງລາວຈຳນວນຫຼາຍ ຍັງອີງໃສ່ ການນໍາໃຊ້ ຊັບພະຍາກອນທຳມະຊາດຢູ່ເຂດປ່າສະຫງວນ ເພື່ອອາຫານ ແລະ ລາຍໄດ້. ສິ່ງດັ່ງກ່າວ ແມ່ນພົ້ນເດັ່ນໃນ ບັນດາບ້ານຊົນເຜົ່າຢູ່ເຂດຊົນນະບົດ. ຕົວຢ່າງ: 67% ຂອງທາດໂປຼຕີນທີ່ປະຊາຊົນທີ່ຢູ່ໃນ ແລະ ຢູ່ໃກ້ກັບເຂດອຸທິ ຍານແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຮັບຈາກອາຫານທີ່ພວກເຂົາຫາມາຈາກທໍໍາມະຊາດ ແມ່ນມາຈາກສັດປ່າ, ເຄື່ອງ ປ່າຂອງດົງກວມເອົາປະມານ 30-70% ຂອງລາຍໄດ້ຂອງຄົວເຮືອນທີ່ຕິດພັນກັບປ່າໄມ້.11 ຍ້ອນການເອື່ອຍອີງສູງໃສ່ ຊັບພະຍາກອນທຳມະຊາດໃນເຂດປ່າສະຫງວນ ແລະ ຈໍານວນພົນລະເມືອງ ເພີ່ມຂຶ້ນຈຶ່ງເຮັດໃຫ້ຊັບພະຍາກອນດັ່ງກ່າວ ມີຈໍານວນຫຼຸດລົງ ແລະ ອາດຈະຫຼຸດລົງໄວກ່ວາໄລຍະຜ່່ານມາ. ຕໍ່ສະພາບລວມຂອງໂລກ, ສປປ ລາວ ໄດ້ພະຍາຍາມປົກປັກຮັກສາຖິ່ນທີ່ຢູ່ອາໄສທາງທໍາມະຊາດ ຂອງຊີວະນາໆພັນ ທີ່ມີຄວາມສຳຄັນໃນລະດັບສາກົນ. ລະບົບການຄຸ້ມຄອງ ເຂດປ່າສະຫງວນຂອງ ສປປ ລາວ ຕ້ອງໃຫ້ບູລິມະສິດການ 10 World Bank Group. 2018. Johnson, et. al. 2010. Finding the linkages between wildlife management and household food consumption in the uplands of Lao 11 People’s Democratic Republic: a case study from Nam Et – Phou Louey. USAID-Wildlife Conservation Society Study ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ລາວ 5 ອະນຸລັກເຂດພື້ນທີ່ມີຊີວະນາໆພັນທີ່ສຳຄັນທີ່ສຸດ ໂດຍສະເພາະແມ່ນເຂດທີ່ມີຄວາມສຳຄັນລະດັບສາກົນ ເຊິ່ງ ປະເທດ ລາວໄດ້ແບ່ງອອກເປັນສາມລະບົບນິເວດ ຄື: • ລະບົບນິເວດຂອງປ່າໄມ້ດົງດິບ ເຂດສາຍພູຫຼວງຕິດກັບຊາຍແດນປະເທດຫວຽດນາມ ຈາກແຂວງຊຽງຂວາງ ຫາແຂວງເຊກອງແມ່ນ ມີຄວາມສຳຄັນຕໍ່ຊີວະນາໆພັນ ລະດັບສູງທີ່ສຸດ. ເຂດປ່າໄມ້ດົງດິບທີ່ມີເນື້ອທີ່ກ້ວາງ ດັ່ງກ່າວ ປະກອບມີອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ, ຂຸນເຊໜອງມ້າ (ເຂດປ່າສະຫງວນລະດັບແຂວງ), ເຂດ ປ່າສະຫງວນແຫ່ງຊາດ ລະວິງລະເວິນ ແລະ ເຂດປ່າໄມ້ຈາກເມືອງກະລຶມເຖິງ ທິດໃຕ້ຂອງເຂດປ່າສະຫງວນ ແຫ່ງຊາດ ເຊຊັບ. ເຂດປ່າໄມ້ທກ ີ່ ່າວມານີ້, ເປັນທີ່ຢູ່ອາໄສຂອງສັດປ່າຊະນິດພັນຕ່າງໆເຊັ່ນ: ຊ້າງ, ກະທິງ, ແລະ ເຫງັນ ສັດຊະນິດພັນ ເອກະລັກສະເພາະ ເຂດນິເວດເຊັ່ນ: ເສົາລາ, ຟານດົງ ແລະ ກະຕ່າຍລາຍ. • ອຸທິຍານ ຫີນໜາມໜໍ່ ແລະ ເຂດສະຫງວນແຫ່ງຊາດ ພູຫີນປູນ ທີ່ແຂວງຄຳມ່ວນຢູ່ພາກກາງຂອງລາວ ສະແດງ ໃຫ້ເຫັນໂຄງສ້າງຫີນຈາກການກໍ່ຕົວຂອງຫີນຍ້ອຍເຊິ່ງເປັນທີ່ຢູ່ອາໄສຂອງສັດຊະນິດພັນຕ່າງໆຄື: ຄ່າງ ແລະ ຄະຍູ (ໜູຫີນ). • ລະບົບນິເວດປ່າດົງ ຢູ່ເຂດ ພູສູງ ທີ່ສຳຄັນທີ່ສຸດຂອງ ສປປ ລາວ ແມ່ນ ຕິດກັບຊາຍແດນຫວຽດນາມ ຢູ່ແຂວງ ຊຽງຂວາງ ແລະ ເຂດພື້ນທີ່ຢູ່ທິດໃຕ້ຂອງເຂດປ່າສະຫງວນແຫ່ງຊາດເຊຊັບ ຢູ່ແຂວງເຊກອງ. ໂດຍທົ່ວໄປ, ຊະນິດ ພັນໄມ້ຢູ່ປ່າໄມ້ເຂດພູສູງ ມີເອກະລັກສະເພາະ ສູງກ່ວາ ປ່າໄມ້ເຂດຕ່ຳ ແລະ ສປປ ລາວ ຍັງຕ້ອງດໍາເນີນ ການ ຄົ້ນຄວ້າຢູ່ເຂດດັ່ງກ່າວຕື່ມອີກ. ຈໍານວນໜື່ງຂອງ ນິເວດປ່າໄມ້ ທັງສາມລະບົບ ດັ່ງທີ່ກ່າວມາລວມມີເຂດອຸທິຍານແຫ່ງຊາດ 3 ແຫ່ງ ແລະ ເຂດປ່າ ສະຫງວນແຫ່ງຊາດ 20 ແຫ່ງ (ເຂດສະຫງວນ ຫຼື ປ່າສະຫງວນແຫ່ງຊາດ) ໃນຈໍານວນ 15% ຂອງເນື້ອທີ່ດິນທັງ ໝົດ (38.000 ກິໂລຕາແມັດ) ໃນນີ້, ຫຼາຍເຂດພື້ນທີ່ຍັງບໍ່ທັນຊັດເຈນ ແລະ ຈໍາເປັນຕ້ອງມີການປະເມີນ ເພື່ອສະເໜີ ເຂົ້າເປັນສະຖານທີ່ມໍລະດົກ ທາງທຳມະຊາດຂອງໂລກ. ໂດຍທົ່ວໄປ, ສປປ ລາວ ຍັງມີການຕັດໄມ້ທໍາລາຍປ່າແບບຂະຫຍາຍເປັນວົງກວ້າງ, ການວາງແຜນພື້ນຖານໂຄງລ່າງຍັງ ົ ນີ້, ໄດ້ທໍາລາຍປ່າສະຫງວນແຫ່ງຊາດ, ບໍ່ທັນເຮັດໄດ້ດີ, ຍັງມີການລັກລອບຕັດໄມ້ ແລະ ລ່າສັດແບບຜິດກົດໝາຍ ສິ່ງເຫຼ່າ ເພີ່ມຄວາມກົດດັນຕໍ່ປ່າໄມ້ ແລະ ເຮັດໃຫ້ຄຸນຄ່າທາງທຳມະຊາດຫຼຸດລົງ. ໃນປັດຈຸບັນ, ນະໂຍບາຍ, ການຈັດຕັ້ງ, ປປ ລາວ ຍັງບໍ່ທັນຕອບສະຫນອງຄວາມຕ້ອງ ເງິນທຶນ ແລະ ຄວາມສາມາດຂອງການຄຸ້ມຄອງປ່າສະຫງວນຂອງ ສ​ ່​ ຊ້ອນຕໍ່ການເຕີບໂຕທາງດ້ານເສດຖະກິດ, ການສ້າງອາຊີບ, ການສ້າງລາຍຮັບ ແລະ ການຂຸດຄົ້ນ ບັນດາທ່າແຮງບົມ ການປົກປັກຮັກສາຊີວະນາໆພັນ. ລັດຖະບານ ແຫ່ງ ສປປ ລາວ ໄດ້ ປັບປຸງການຄຸ້ມຄອງເຂດປ່າສະຫງວນ ແລະ ມີ ແຜນ ສ້າງຕັ້ງ “ອຸທິຍານແຫ່ງຊາດ” ແຫ່ງໃໝ່ເພື່ອສົ່ງເສີມການທ່ອງທ່ຽວທຳມະຊາດ. ເດືອນ ກຸມພາ ປີ 2019, ນາກາຍ-ນ້ຳເທີນ ແລະ ນ້ຳແອດ-ພູເລີຍ 6 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ຖືກປະກາດ. ເປັນອຸທິຍານແຫ່ງຊາດ ສອງແຫ່ງທໍາອິດ ຂອງ ສປປ ລາວ. ເດືອນມັງກອນ ປິ 2020, ໄດ້ມີການ ສ້າງຕັ້ງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ຄາດວ່າຈະມີການປະກາດການສ້າງຕັ້ງ ອຸທິຍານແຫ່ງຊາດຫຼາຍແຫ່ງຕື່ມ ຶ ກັບ ກົມປ່າໄມ້ ຂອງກະຊວງກະສິກຳ ແລະ ໃນອະນາຄົດ. ໃນປັດຈຸບັນ, ພະແນກຄຸ້ມຄອງເຂດປ່າສະຫງວນ ທີ່ຂ້ນ ຶ ກັບ ກະຊວງ ປ່າໄມ້ ເປັນຜູ້ຮັບຜິດຊອບວຽກງານຄຸ້ມຄອງເຂດປ່າສະຫງວນ. ອົງການທ່ອງທ່ຽວແຫ່ງຊາດ (ທີ່ຂ້ນ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ) ມີໜ້າທີ່ ຮັບຜິດຊອບ ສົ່ງເສີມການທ່ອງທ່ຽວຢູ່ເຂດສະຫງວນ. ຂໍ້ຈຳກັດຕົ້ນຕໍທມ ີ່ ີຜົນກະທົບຕໍ່ປະສິດທິຜົນຂອງລະບົບຄຸ້ມຄອງເຂດສະຫງວນແມ່ນ: • ຄວາມບໍ່ຈະແຈ້ງດ້ານນະໂຍບາຍ: ສປປ ລາວ ໄດ້ສ້າງຕັ້ງເຂດສະຫງວນແຫ່ງຊາດ ຈໍານວນ 18 ແຫ່ງ ໃນປີ 1993 ແລະ ມີການປັບປຸງດ້ານການຈັດຕັ້ງ ແຕ່ໃນປີ 2019 ມາດຖານສໍາລັບການຈັດຕັ້ງ ແລະ ການຄຸ້ມຄອງເຂດສະ ຫງວນບາງແຫ່ງຍັງບໍ່ທັນຈະແຈ້ງ. ສຳລັບເຂດສະຫງວນແຫ່ງຊາດສ່ວນຫຼາຍ ຍັງບໍ່ມີການເຊື່ອມໂຍງກັນດີເທົ່າ ທີ່ຄວນລວມທັງດ້ານການຈັດຕັ້ງ, ສັງຄົມ ແລະ ເສດຖະກິດ ຢູ່ໃນແຕ່ລະຂັ້ນ. ຕົວຢ່າງ: ຫລັງຈາກມີການແຕ່ງຕັ້ງ ໍ ີຕາປະທັບຫລັງຈາກການແຕ່ງຕັ້ງ ເຮັດໃຫ້ຜູ້ກ່ຽວບໍ່ສາມາດຕັດສິນ ຫົວໜ້າ ຄຸ້ມຄອງເຂດສະຫງວນແຫ່ງຊາດ ແຕ່ບ່ມ ບັນຫາສຳຄັນ. ໃນເມື່ອຫ້ອງການຄຸ້ມຄອງ ເຂດປ່າສະຫງວນແຫ່ງຊາດ ບໍ່ມີສິດອຳນາດເທົ່າທີ່ຄວນ ແລະ ບໍ່ມີຕາ ການປະສານງານ, ການວາງແຜນ, ການສະໜອງທຶນ, ການຕິດຕາມກວດກາ ແລະ ປະທັບ, ເຮັດໃຫ້ມີອຸປະສັກໃນ​ ການຈັດຕັ້ງປະຕິບັດ. • ການກະຈາຍອຳນາດຄຸ້ມຄອງ: ໃນປີ 2000, ແຂວງ ແລະ ເມືອງໄດ້ຮັບຄວາມຮັບຜິດຊອບ ຄຸ້ມຄອງເຂດສະ ຫງວນ ແຕ່ອົງການປົກຄອງທ້ອງຖິ່ນ ສ່ວນຫຼາຍບໍ່ສາມາດບັນຈຸພະນັກງານທີ່ຈຳເປັນ. ພາຍໃຕ້ອຳນາດປົກຄອງ ຂັ້ນແຂວງ, ໜ່ວຍງານກ່ຽວຂ້ອງມີຈໍານວນ ພະນັກງານຈໍາກັດ (ກ) ຕ້ອງການຍົກລະດັບທັກສະຫຼາຍດ້ານ ເພື່ອຮັບ ປະກັນປະສິດທິພາບການຄຸ້ມຄອງ ແລະ (ຂ) ຕ້ອງການຍົກລະດັບຄວາມສາມາດທາງດ້ານວິຊາການ ເພື່ອສາ ມາດອະທິບາຍ ລະບົບການຄຸ້ມຄອງພູມີທັດ ແລະ ລະບົບນິເວດທີ່ສັບສົນ ໃຫ້ການນໍາຂັ້ນແຂວງ. ນອກຈາກນັ້ນ, ການຊັບຊ້ອນພະນັກງານ ຫຼື ປ່ຽນແປງໜ້າທີ່ຄວາມຮັບຜິດຊອບວຽກ ຜູ້ທບ ໍ ີປະສົບປະການດ້ານວິຊາການ ອາດ ີ່ ່ມ ຖືກມອບໝາຍໃຫ້ ຄຸ້ມຄອງເຂດສະຫງວນແຫ່ງຊາດ ຢູ່ພາຍໃນແຂວງ. • ການສະໜອງທຶນຍັງບໍ່ພຽງພໍ ແລະ ສ່ວນຫຼາຍແມ່ນທຶນເກື້ອກູນ: ຍົກເວັ້ນໂຄງການຄຸ້ມຄອງ ເຂດສະຫງວນ ຈາກ ການສະໜັບສະໜູນຈາກຜູ້ໃຫ້ທຶນສາກົນຕາມແຕ່ລະໄລຍະ, ແຫຼ່ງທຶນສໍາລັບເຂດສະຫງວນຢູ່ ສປປ ລາວ ແມ່ນ ຕ່ຳທີ່ສຸດໃນໂລກ ຖ້າຄິດໄລ່ໂດຍອີງໃສ່ມູນຄ່າ ເງິນໂດລາສະຫະລັດຕໍ່ເຮັກຕາ. ເຂດສະຫງວນຫຼາຍແຫ່ງໄດ້ຮັບ ງົບປະມານ ລັດ ຈຳນວນລະຫວ່າງ 1.000 ໂດລາສະຫະລັດ ຫາ 5.000 ໂດລາສະຫະລັດຕໍ່ປີ. ບາງເຂດສະຫງວນ ່ ຮັບ ງົບປະມານ ແລະ ບໍ່ມີແຫຼ່ງທຶນອື່ນ (ເຊັ່ນ: ພາກເອກະຊົນ ຫຼື ອົງການຈັດຕັ້ງທີ່ບ່ແ ບໍໄດ້ ໍ ມ່ນອົງການຈັດຕັ້ງລັດ). ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ລາວ 7 ​ ັດແ ທິວທ ນ້ຳຂອງ ຢູເ ​ ມ່​ ່​ຂດ​ ປ່າ​ ສະ​ ຫງວນ ພູຜ ນັງ. ຮູບພ ​ າ​ ໂດຍ: Arturo Bolondi ​ າບ​ ຂໍ້ຈຳກັດອັນສຳຄັນທີ່ໄດ້ກ່າວມາ ເຮັດໃຫ້ເຂົ້າໃຈວ່າລະບົບຄຸ້ມຄອງ ເຂດສະຫງວນໃນປັດຈຸບັນ ແມ່ນຍັງຕ້ອງການປັບ ປຸງຄວາມສາມາດດ້ານນະໂຍບາຍ, ຄວາມສາມາດດ້ານວິຊາການ ແລະ ການນຳພາດ້ານການທ່ອງທ່ຽວເຂດສະຫງວນ. ຜູ້ທຖ ີ່ ືກມອບໝາຍໃຫ້ຮັບຜິດຊອບວຽກທ່ອງທ່ຽວ ບໍ່ມີສິດອຳນາດດ້ານການຄຸ້ມຄອງເຂດສະຫງວນແຫ່ງຊາດ. ໂດຍ ລວມ, ອົງການທ່ອງທ່ຽວແຫ່ງຊາດ ຍັງບໍ່ທັນເຮັດໄດ້ດີ ດ້ານການຕະຫຼາດ ເພື່ອສົ່ງເສີມການທ່ອງທ່ຽວຢູ່ໃນເຂດ ສະຫງວນ ຄຽງຄູ່ກັບການສົ່ງເສີມຄຸ້ມຄອງເຂດດັ່ງກ່າວ. ຍ້ອນແນວນັ້ນ, ການຄຸ້ມຄອງເຂດສະຫງວນ ຈຶ່ງພົບຂໍ້ຫຍຸ້ງ ຍາກດ້ານ ສິ່ງອຳນວຍຄວາມສະດວກ, ພື້ນຖານໂຄງລ່າງ, ສະຖານທີ່ພັກເຊົາ ແລະ ຂໍ້ມູນຂ່າວສານສຳລັບການທ່ອງທ່ຽວ. ກົມປ່າໄມ້ທຂ ຶ ກັບ ກະຊວງກະສິກຳ ແລະ ປ່າໄມ້ ມີພາລະບົດບາດໃນການຄຸ້ມຄອງ ລະບົບເຂດສະຫງວນແຫ່ງຊາດ. ີ່ ້ນ ການກະຈາຍອຳນາດ ຄຸ້ມຄອງອຸທິຍານແຫ່ງຊາດ ຮຽກຮ້ອງໃຫ້ມີກຳລັງຄົນຢູ່ພະແນກຄຸ້ມຄອງເຂດສະຫງວນ ມີທັກ ສະເພາະຢ່າງຄົບຊຸດ ໃນນີ້ລວມທັງທັກສະ ແລະ ປະສົບການ ຄຸ້ມຄອງການທ່ອງທ່ຽວທໍາມະຊາດ. ພະນັກງານການ ທ່ອງທ່ຽວຈາກຂະແໜງການອື່ນ ກໍ່ຕ້ອງມີທັກສະຢ່າງຄົບຊຸດ ເພື່ອຄຸ້ມຄອງການທ່ອງທ່ຽວ ໃນອຸທິຍານແຫ່ງຊາດ ໂດຍມີຄວາມຮັບຜິດຊອບຄື: • ສ້າງຕັ້ງ ແລະ ປະສານງານວຽກທ່ອງທ່ຽວເຂດສະຫງວນ ກັບພາກສ່ວນກ່ຽວຂ້ອງ ເພື່ອການມີສ່ວນຮ່ວມຂອງ ທຸລະກິດທ່ອງທ່ຽວພາກເອກະຊົນ, ຜູ້ສະໜອງການບໍລິການ ແລະ ໂຮງແຮມ, ຜູ້ຕາງໜ້າຈາກຂັ້ນບ້ານ ແລະ ພະນັກງານການທ່ອງທ່ຽວ ແລະ ຄວາມເຫັນດີເປັນເອກະພາບ ກ່ຽວກັບວິທີພັດທະນາ ແລະ ສົ່ງເສີມ ການຄຸ້ມຄອງເຂດສະຫງວນແຫ່ງຊາດ ແລະ ປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບການທ່ອງທ່ຽວ ກໍ່ຄືການອະນຸລັກ ຢູ່ເຂດສະຫງວນ. • ຮ່ວມປະສານງານກັບກົມປ່າໄມ້ ແລະ ອົງການອື່ນຈາກພາກລັດທີ່ກ່ຽວຂ້ອງ ເພື່ອສ້າງໂອກາດ ຈັດກິດຈະກຳກ່ຽວ ກັບການສ້າງຄວາມສາມາດໃຫ້ແກ່ພະນັກງານທ່ອງທ່ຽວ, ປະຊາຊົນຂັ້ນບ້ານ ແລະ ພາກເອກະຊົນ. • ດຳເນີນການສຳຫຼວດສະຖານທີ່ທ່ອງທ່ຽວຢູ່ໃນເຂດສະຫງວນ. ການສຳຫຼວດຢູ່ພາກສະໜາມ ໂດຍຮ່ວມມືກັບພາກ ເອກະຊົນ ແລະ ຊ່ຽວຊານດ້ານການທ່ອງທ່ຽວ ເພື່ອກຳນົດແຫຼ່ງທ່ອງທ່ຽວທີ່ມີຄວາມດຶງດູດໃຈ, ໂອກາດ ແລະ ກິດ ຈະກຳທີ່ເໝາະສົມສຳລັບການພັກຜ່ອນ ລວມທັງການພັດທະນາ “ຜະລິດຕະພັນການທ່ອງທ່ຽວ”. 8 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ໍ ະນະຊີ້ນຳການຄຸ້ມຄອງ ເຂດສະຫງວນແຫ່ງຊາດ ແລະ ກົມປ່າໄມ້ ເພື່ອການທ່ອງທ່ຽວ ໃນເຂດ • ນຳສະເໜີຕ່ຄ ຄຸ້ມຄອງນໍາໃຊ້. • ຊີ້ນຳການສ້າງແຜນຄຸ້ມຄອງການທ່ອງທ່ຽວ ໂດຍຮ່ວມມືກັບ ກຸ່ມຜູ້ມີສ່ວນຮ່ວມ ໃນການທ່ອງທ່ຽວເຂດ ສະຫງວນ ໂດຍມີການ ເຊື່ອມໂຍງກັບພາກເອກະຊົນ. • ເກັບຄ່າທຳນຽມ ເຂົ້າເຂດທ່ອງທ່ຽວ ເຂດສະຫງວນ ແລະ ຄ່າທຳນຽມອື່ນໆ. • ລາຍງານຈຳນວນນັກທ່ອງທ່ຽວ ແລະ ລາຍຮັບທັງໝົດ ຂອງອຸທິຍານໃນແຕ່ລະປີ ຕໍ່ຄະນະຊີ້ນຳເຂດປ່າສະຫງວນ ແຫ່ງຊາດ ແລະ ກົມປ່າໄມ້. • ປະເມີນຜົນການສຳປະທານດ້ານການທ່ອງທ່ຽວ ແລະ ຂໍ້ສະເໜີລົງທຶນຂອງພາກເອກະຊົນ ໂດຍມີການປຶກສາຫາ ລືຢ່າງໃກ້ຊິດກັບຄະນະຊີ້ນຳການຄຸ້ມຄອງເຂດສະຫງວນແຫ່ງຊາດ ແລະ ກົມປ່າໄມ້. • ທົບທວນ ແລະ ຕິດຕາມກວດກາພື້ນຖານໂຄງລ່າງດ້ານການທ່ອງທ່ຽວຢູ່ໃນເຂດສະຫງວນ ໂດຍປະຕິບັດຕາມ ມາດຖານທີ່ກ່ຽວຂ້ອງກັບການປົກປ້ອງສິ່ງແວດລ້ອມ. • ຈັດກອງປະຊຸມ ຮ່ວມກັບບັນດາບ້ານທີ່ກ່ຽວຂ້ອງກັບການທ່ອງທ່ຽວຢ່າງເປັນປົກກະຕິ ຕາມຄວາມຕ້ອງການຕົວ ຈິງ. • ຮັກສາ ແລະ ບັບປຸງຂໍ້ມູນຕາມປ້າຍ ຢູ່ພາຍໃນເຂດສະຫງວນ. • ຮັກສາເວັບໄຊຂອງເຂດ ສະຫງວນ ໂດຍປຶກສາຫາລືກັບກົມປ່າໄມ້. • ສະໜອງການປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ຜ່ານແຜນຄຸ້ມຄອງເຂດສະຫງວນແຫ່ງຊາດ ໄລຍະ 5 ປີ ໂດຍອີງໃສ່ຍຸດທະສາດ ແລະ ແຜນງານດ້ານການທ່ອງທ່ຽວ. ສ້າງແຜນວຽກປະຈຳໄຕມາດ ສຳລັບ ກິດຈະກໍາທ່ອງທ່ຽວ ໂດຍອີງໃສ່ແຜນຄຸ້ມຄອງເຂດສະຫງວນແຫ່ງຊາດ ໄລຍະ 5 ປີ ແລະ ແຜນຍຸດທະສາດ ການທ່ອງທ່ຽວ. ເນື່ອງຈາກຄວາມຈຳກັດດ້ານປະສົບປະການຈາກພາກລັດດ້ານການວາງແຜນ, ພັດທະນາ, ຄຸ້ມຄອງ ຫຼື ຕິດຕາມກວດກາ ການທ່ອງທ່ຽວເຂດສະຫງວນ ອາດມີຊ່ອງຫວ່າງ ດ້ານຄວາມສາມາດ ແລະ ນະໂຍບາຍ ເຊິ່ງຊ່ອງຫ່ວາງດັ່ງກ່າວຕ້ອງ ໄດ້ຮັບການແກ້ໄຂ ໂດຍປະຕິບັດຕາມແຜນຍຸດທະສາດດ້ານການມີສ່ວນຮ່ວມ ຂອງອົງການຈັດຕັ້ງພາກລັດທຸກ ຂັ້ນ (ສູນກາງ ແລະ ທ້ອງຖິ່ນ), ຜູ້ສະໜອງການທ່ອງທ່ຽວ ແລະ ການບໍລິການອື່ນໆ, ສະມາຄົມ, ອົງການຈັດຕັ້ງ ໍ ມ່ນພາກລັດ, ນັກວິທະຍາສາດ, ຊຸມຊົນທ້ອງຖິ່ນ ລວມທັງບັນດາຊົນເຜົ່າທີ່ອາໄສຢູ່ໃນເຂດສະຫງວນ ກ່ຽວຂ້ອງທີ່ບ່ແ ແລະ ຜູ້ທກ ່ ນອນຢູ່ ີ່ ່ຽວຂ້ອງກັບການ ຊົມໃຊ້ເຂດສະຫງວນ. ນອກນີ້ຍັງມີການບໍລິການຄຸ້ມຄອງຂີ້ເຫຍື້ອ ເຊິ່ງບໍໄດ້ ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ລາວ 9 ໃນບັນຊີລາຍການຫຼັກ ຂອງການຄຸ້ມຄອງເຂດສະຫງວນຂອງຫຼາຍປະເທດ. ຕົວຢ່າງ: ຕາມການຄາດຄະເນ, ນັກ ທ່ອງທ່ຽວຈຳນວນ 150.000 ຄົນມາທ່ຽວຊົມ ອຸທິຍານແຫ່ງຊາດເຂົາໃຫຍ່ໃນປະເທດໄທ ໃນໄລຍະທ້າຍອາ ທິດຂອງປີໃໝ່ 2016 ເຊິ່ງພວກເຂົາໄດ້ປະຖິ້ມສິ່ງເສດເຫຼືອໄວ້ຈຳນວນ 23 ໂຕນ ໃຫ້ໜ່ວຍງານຄຸ້ມຄອງເຂດ ສະຫງວນ ຮັບຜິດຊອບ. ຄວາມຕ້ອງການທີ່ສຳຄັນທີ່ສຸດຕໍ່ການສົ່ງເສີມການທ່ອງທ່ຽວເຂດ ສະຫງວນ ການທ່ອງທ່ຽວຕ້ອງມີການວາງແຜນຢ່າງຖືກຕ້ອງເໝາະສົມ, ພັດທະນາ ແລະ ດໍາເນີນການຕະຫຼາດໃຫ້ແກ່ຜູ້ ິ ພກເປົ້າໝາຍ, ຫລຸດຜ່ອນຜົນກະທົບຕໍ່ສງ ບໍລໂ ິ່ ແວດລ້ອມ ແລະ ສັງຄົມ. ຫຼັກການພື້ນຖານຂອງການພັດທະນາການ ຶ ກັບຄຸນລັກສະນະ ແລະ ຄຸນຄ່າມີຢູ່ໃນຕົວຂອງພື້ນທີ່. ສະນັ້ນ, ການ ທ່ອງທ່ຽວທຳມະຊາດ ແມ່ນປະສົບປະການທີ່ຂ້ນ ັ ກ່າວ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວທີ່ເໝາະສົມ ມີຄວາມຈຳເປັນຕໍ່ປະສິດທິພາບ ປົກປັກຮັກສາເຂດພື້ນທີ່ດ່ງ ຂອງວຽກງານຄຸ້ມຄອງ. ການວາງແຜນທີ່ມີປະສິດທິພາບ, ທັກສະການຄຸ້ມຄອງ, ການນຳໃຊ້ເຕັກໂນໂລຊີ ແລະ ການຮ່ວມມືຂອງຜູ້ມີສ່ວນຮ່ວມ ລ້ວນແຕ່ແມ່ນສິ່ງຈຳເປັນຕໍ່ການສ້າງ ຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາຈາກການທ່ອງທ່ຽວ ໃນນີ້ລວມທັງ ເປັນການປ້ອງກັນ ຫຼື ຫລຸດຜ່ອນຜົນກະທົບ ດ້ານລົບຕໍ່ສງ ິ່ ແວດ ລ້ອມ ແລະ ສັງຄົມທີ່ອາດຈະເກີດຂຶ້ນ. ເຕັກໂນໂລຊີທທ ີ່ ັນສະໄໝ ເຊັ່ນ: ເວັບໄຊສໍາລັບຈ່ອງການທ່ອງທ່ຽວ, ການ ຕະຫຼາດຜ່ານສື່ທາງສັງຄົມ ລວມທັງ ແອັບຢູ່ໃນໂທລະສັບມືຖື ຕ້ອງສ້າງໂອກາດໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜູ້ປະ ່ ດຍກົງກັບຜູ້ບໍລໂ ກອບການທີ່ກ່ຽວຂ້ອງໄດ້ເຊື່ອມຕໍໂ ິ ພກ. ເຖິງຢ່າງໃດກໍດີ, ຊຸມຊົນຍັງຕ້ອງການໃຫ້ຊ່ວຍດ້ານການເຂົ້າ ເຖິງ, ຄວາມເຂົ້າໃຈ ແລະ ຄວາມສາມາດນໍາໃຊ້ເຕັກໂນໂລຊີທທ ີ່ ັນສະໄໝ. ເຕັກນິກການຄຸ້ມຄອງທີ່ສາມາດປັບດັດ ແລະ ການຕິດຕາມກວດກາຢ່າງຕໍ່ເນື່ອງ ສາມາດຊ່ວຍໃຫ້ຊຸມຊົນທ້ອງຖິ່ນສາມາດເຂົ້າຮ່ວມ, ຄຸ້ມຄອງການຂະຫຍາຍໂຕ, ຮັບປະກັນການແບ່ງປັນຜົນປະໂຫຍດ ແລະ ເຂົ້າໃຈຂໍ້ຈຳກັດໄດ້ດີ. ປັດໄຈສໍາຄັນຕໍ່ຄວາມຍືນຍົງຂອງການທ່ຽວຊົມສັດປ່າ ແມ່ນເຮັດໃຫ້ ຊຸມຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກກິດຈະ ກຳດັ່ງກ່າວ. ສ່ວນຫຼາຍ, ຊຸມຊົນທີ່ຢູ່ຕິດກັບເຂດສະຫງວນ ນໍາໃຊ້ຊັບພະຍາກ່ອນຢູ່ໃນປ່າເຂົ້າໃນການດໍາດົງຊີວິດປະ ຈໍາວັນຂອງເຂົາເຈົ້າເຊັ່ນ: ເຄື່ອງປ່າຂອງດົງ, ຟືນດັງໄຟ, ຫຍ້າມຸງເຮືອນ, ຫຍ້າລ້ຽງສັດ ແລະ ປ່າໄມ້ເປັນຄຸນຄ່າທາງ ດ້ານຈິດໃຈທີ່ພວກເຂົາໄດ້ສືບສານດ້ານສິດຕາມປະເພນີ. ຄວາມບໍ່ສົນໃຈ, ການບໍ່ມີສ່ວນຮ່ວມ ຫຼື ການເປັນປໍລະປັກຕໍ່ກັນ ຂອງຊຸມຊົນ ສາມາດເຮັດໃຫ້ ການທ່ອງທ່ຽວປະສົບກັບຄວາມລົ້ມເຫຼວ. ກົງກັນຂ້າມ, ຖ້າຫາກຊຸມຊົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດອັນຊອບທໍາ, ທຸກຝ່າຍທີ່ກ່ຽວຂ້ອງສາມາດໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວຮ່ວມ ກັນ. ການປະຕິບັດຕາມມາດຕະການທີ່ລະບຸຢູ່ລຸ່ມນີ້ຈະສາມາດເຮັດໃຫ້ ສປປ ລາວ ບັນລຸຕາມເຈດຈໍານົງ ດ້ານການພັດທະ ນາເສດຖະກິດຊົນນະບົດຕາມທິດສີຂຽວ ແລະ ໄດ້ຮັບຜົນປະໂຫຍດຈາກການເຕີບໂຕດ້ານ ການທ່ອງທ່ຽວທຳມະຊາດ: 10 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ 1) ຄຸ້ມຄອງອຸທິຍານແຫ່ງຊາດແບບລວມສູນ ແລະ ຈະແຈ້ງດ້ານພາລະບົດບາດ • ກົມປ່າໄມ້ ສືບຕໍ່ສ້າງພະນັກງານຫຼັກແຫຼ່ງ ໃຫ້ມີຄວາມຮູ້ ດ້ານວິຊາການຫຼາຍດ້ານ, ການຄຸ້ມຄອງ ແລະ ການວາງ ແຜນ ລວມທັງການທ່ອງທ່ຽວທຳມະຊາດ, ການຮ່ວມມືກັບພາກເອກະຊົນ ກໍ່ຄືການປະສານງານ ແລະ ການສະ ໜອງທຶນ. • ຮັກສາພະນັກງານຫລັກແຫຼ່ງໄວ້ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນຢູ່ທຸກຂັ້ນ ກອງຄຸ້ມຄອງເຂດປ່າສະ ັ ສູນກາງ ແລະ ທ້ອງຖິ່ນ ເພື່ອການພັດທະນາ ທັກສະການຄຸ້ມຄອງອັນ ຫງວນ/ເຂດປ່າສະຫງວນແຫ່ງຊາດຢູ່ຂ້ນ ສໍາຄັນໃນແຕ່ລະດ້ານຂອງພວກເຂົາ ໄວ້ໃນໄລຍະຍາວ ແລະ ພວກເຂົາສາມາດ ໝູນວຽນການປະຈຳການຢູ່ກອງຄຸ້ມ ັ ສູນກາງ, ຄອງອຸທິຍານແຫ່ງຊາດແຫ່ງອື່ນເທົ່ານັ້ນ (ບໍ່ຍ້າຍໄປຢູ່ພະແນກອື່ນໃນກະຊວງ). ເຖິງວ່າຕ້ອງລາຍງານຕໍ່ຂ້ນ ພະນັກງານ ຕ້ອງໄດ້ເຮັດວຽກພາກສະໜາມ ຢູ່ເຂດປ່າສະຫງວນ/ເຂດສະຫງວນແຫ່ງຊາດ. • ສິດອຳນາດຄຸ້ມຄອງເຂດພື້ນທີ່ອຸທິຍານແຫ່ງຊາດຕ້ອງຈະແຈ້ງ ພ້ອມທັງມີຕາປະທັບທາງລັດຖະການ. ຢູ່ຫລາຍ ປະເທດ, ອົງການຄຸ້ມຄອງອຸທິຍານແຫ່ງຊາດຂັ້ນສູນກາງມີສິດອຳນາດຕໍ່ເຂດພື້ນທີ່ດິນ ແລະ ນ້ຳເກືອບທັງໝົດທີ່ ັ ກະຊວງ, ແຂວງ ແລະ ເມືອງ ຕ້ອງໄດ້ຮັບອະ ນອນຢູ່ໃນເຂດພື້ນທີ່ຄຸ້ມຄອງຂອງພວກເຂົາ. ພາກສ່ວນອື່ນຢູ່ຂ້ນ ນຸຍາດຈາກອົງການຄຸ້ມຄອງສວນອຸທິຍານແຫ່ງຊາດ ກ່ອນການດຳເນີນກິດຈະການໃດໜຶ່ງ ຢູ່ໃນເຂດດັ່ງກ່າວ. ປົກກະຕິ, ຂັ້ນຕອນດັ່ງກ່າວແມ່ນການຮ່ວມມືກັບອົງການຈັດຕັ້ງ ແລະ ຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ. ປ່າສະຫງວນ ແລະ ການທ່ອງທ່ຽວຢູ່ ສປປ ລາວ 11 ັ • ຢູ່ ສປປ ລາວ ແລະ ປະເທດອື່ນໃນພາກພື້ນ, ການມອບຄວາມຮັບຜິດຊອບຄຸ້ມຄອງອຸທິຍານແຫ່ງຊາດ ໃຫ້ຂ້ນ ແຂວງ ແລະ ເມືອງແມ່ນບໍ່ມີປະສິດທິພາບດີ. ຈີນກໍມີປະສົບການຄຸ້ມຄອງ “ອຸທິຍານແຫ່ງຊາດ” ໂດຍມອບ ່ ຮັບຜົນດີ ໂດຍສະເພາະ ດ້ານການປົກປັກຮັກສາ ໃຫ້ ລັດຖະບານຂັ້ນທ້ອງຖິ່ນ, ແຕ່ພົບວ່າລະບົບດັ່ງກ່າວບໍໄດ້ ຊັບສິນທຳມະຊາດ. ໃນປີ 2013, ຈີນ ແກ້ໄຂບັນຫາດ້ວຍການສ້າງຕັ້ງອົງການຄຸ້ມຄອງອຸທິຍານແຫ່ງຊາດໃໝ່ ຂຶ້ນ ໂດຍກຳນົດສິດອຳນາດ ຄຸ້ມຄອງແບບລວມສູນທີ່ຈະແຈ້ງ ພ້ອມທັງບັນຈຸພະນັກງານແບບຖາວອນ ແລະ ັ ຄົງ. ຊ່ອງທາງສະໜອງທຶນທີ່ໝ້ນ 2) ນະໂຍບາຍ, ຂໍ້ແນະນໍາ ແລະ ການສ້າງຄວາມສາມາດ ເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ • ສປປ ລາວ ໄດ້ ພັດທະນາຂໍ້ແນະນໍາຄຸ້ມຄອງ ແລະ ວາງແຜນ ອຸທິຍານແຫ່ງຊາດ ແລະ ເຂດສະຫງວນ ຄຽງຄູ່ ກັບການສ້າງຄູ່ມືທາງດ້ານວິຊາການ. ການສ້າງຄວາມສາມາດໃຫ້ແກ່ພະນັກງານຕ້ອງ ຮີບເລ່ງ, ຕໍ່ເນື່ອງ, ຕິດຕາມ ແລະ ລົງເລິກສະເພາະດ້ານ. ຕ້ອງຍົກລະດັບຄວາມສາມາດທີ່ມີໃນປັດຈຸບັນຂຶ້ນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ໂດຍ ສະເພາະທັກສະທາງດ້ານວິຊາການທີ່ຕິດພັນກັບການທ່ອງທ່ຽວ ລວມທັງການໃຫ້ບໍລິການແກ່ຊຸມຊົນ, ການ ປຸກລະດົມຂົນຂວາຍ ແລະ ຕິດຕາມກວດກາພາກເອກະຊົນ ແລະ ການມີສ່ວນຮ່ວມຂອງປະຊາຊົນບັນດາຊົນເຜົ່າ. ຄວນນໍາໃຊ້ການເຮັດສັນຍາ ອີງໃສ່ຜົນງານ. • ການພັດທະນາຄວາມອາດສາມາດ ຂອງອົງການຈັດຕັ້ງແມ່ນ ສະແດງອອກໃຫ້ເຫັນຈາກຜະລິດຕະພັນການທ່ອງ ທ່ຽວທີ່ສະໜອງໃຫ້ແກ່ມວນຊົນ - ການສ້າງລາຍຮັບໃຫ້ທ້ອງຖິ່ນ, ການສ້າງວຽກເຮັດງານທຳ ແລະ ການນໍາເອົາ ເງິນຕາຕ່າງປະເທດ ເຂົ້າປະເທດເພີ່ມຂຶ້ນ. 3) ແຜນການລົງທຶນບູລິມະສິດ ແລະ ແຜນສະໜອງທຶນໃຫ້ແກ່ອຸທິຍານແຫ່ງຊາດ • ຫຼັງຈາກ ຄັດເລືອກ ແລະ ກຳນົດບູລິມະສິດພັດທະນາການທ່ອງທ່ຽວຢູ່ໃນສວນອຸທິຍານແຫ່ງຊາດ ແລະ ເຂດສະ ຫງວນຕາມທ່າແຮງ, ຕ້ອງສ້າງແຜນລົງທຶນລະອຽດ. ການກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ແລະ ການດຳເນີນງານຢູ່ໃນເຂດອຸທິຍານແຫ່ງຊາດ ແລະ ພື້ນທີ່ຂ້າງຄຽງ ມີມູນຄ່າໃຊ້ຈ່າຍສູງ (ເຊັ່ນ: ສ້າງເສັ້ນທາງ, ການສະໜອງນ້ຳ, ການບຳບັດນ້ຳເປື້ອນ, ການຄຸ້ມຄອງຂີ້ເຫຍື້ອ, ສ້າງທາງຢ່າງ, ຫ້ອງການ, ສິ່ງດຶງດູດຄວາມສົນໃຈ, ຂໍ້ມູນຂ່າວສານ ແລະ ອື່ນໆ). ນອກຈາກນັ້ນ, ມັນຍັງຕ້ອງການໃຫ້ມີການວາງແຜນຢ່າງລະອຽດ ແລະ ຮອບຄອບ ເພື່ອຮັບປະກັນການອອກແບບທີ່ສາມາດຫລີກລ້ຽງຜົນກະທົບດ້ານລົບຕໍ່ສງ ິ່ ແວດລ້ອມຈາກການຂົນສົ່ງນັກທ່ອງ ທ່ຽວ ຈຳນວນຫຼາຍພັນ (ຫຼື ຫຼາຍຮ້ອຍພັນ) ຄົນຈາກຫຼາກຫຼາຍປະເທດ ລວມທັງ ນັກທ່ອງທ່ຽວ ຢູ່ພາຍໃນ ສປປ ລາວ ເຊິ່ງຮຽກຮ້ອງໃຫ້ມີຄວາມສາມາດທາງດ້ານເຕັກນິກວິຊາການສູງ ແລະ ຕິດຕາມການກວດກາ ຜູ້ຮັບເໝົາ ແລະ ຜູ້ປະກອບການພາກເອກະຊົນຢ່າງເຂັ້ມງວດ. 12 ເອກະສານນະໂຍບາຍສຳຫລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ • ອີງໃສ່ຂະໜາດຂອງຄວາມຕ້ອງການດ້ານພື້ນຖານໂຄງລ່າງຂອງອຸທິຍານແຫ່ງຊາດ ຈັດລຽງລຳດັບການລົງທຶນ ລວມທັງແຜນການໄລຍະຍາວໃຫ້ເໝາະສົມ. ຕ້ອງກຳນົດແຫຼ່ງທຶນຢ່າງຈະແຈ້ງ (ເຊັ່ນ: ລາຍຮັບຈາກການທ່ອງ ໍ ມ່ນພາກລັດ). ສຳລັບ ທ່ຽວ, ການຊ່ວຍເຫຼືອຈາກສາກົນ, ພາກເອກະຊົນ ແລະ ອາດມາຈາກ ອົງການຈັດຕັ້ງທີ່ບ່ແ ລະບົບອຸທິຍານແຫ່ງຊາດທີ່ໄດ້ຮັບການພັດທະນາແລ້ວ ເຊັ່ນ: ອຸທິຍານແຫ່ງຊາດຂອງປະເທດການາດາ ເປັນໜຶ່ງໃນ ລະບົບທີ່ໃຫຍ່ທສ ີ່ ຸດ ມີການຄຸ້ມຄອງ ທີ່ດີທສ ີ່ ຸດໃນໂລກ, ຊັບສິນດ້ານການທ່ອງທ່ຽວ ແລະ ພື້ນຖານໂຄງລ່າງ ້ ດລາສະຫະລັດ ຢູ່ພາຍໃຕ້ການຄຸ້ມຄອງຂອງອຸທິຍານແຫ່ງຊາດຈຳນວນ 45 ແຫ່ງ. ການຄຸ້ມຄອງ ມີມູນຄ່າ 20 ຕືໂ ຶ ເປັນລຳດັບ. ໂກສະຕາຣີກາ ແມ່ນປະເທດໜຶ່ງທີ່ມີ ອຸທິຍານຢູ່ບັນດາປະເທດກຳລັງພັດທະນາ ກໍມີທ່າອ່ຽງດີຂ້ນ ຜົນສຳເລັດສູງ ໃນວຽກງານທ່ອງທ່ຽວທຳມະຊາດ ມີການຈັດສັນງົບປະມານຄຸ້ມຄອງ ອຸທິຍານຢ່າງພຽງພໍ ໂດຍຖື ເອົາການທ່ອງທ່ຽວໃນສວນອຸທິຍານເປັນຍຸດທະສາດການພັດທະນາແຫ່ງຊາດທີ່ສຳຄັນອັນຕົ້ນຕໍ. ການຄຸ້ມຄອງ ສວນອຸທິຍານແຫ່ງຊາດ ຂອງປະເທດໄທ ກໍ່ສາມາດເປັນບົດຮຽນທີ່ດີ ແລະ ເໝາະສົມຫຼາຍ ເພື່ອນໍາໃຊ້ຢູ່ໃນ ສປປ ລາວ. 4) ການຄຸ້ມຄອງຜົນກະທົບຈາກ ການທ່ອງທ່ຽວຕໍ່ສງ ິ່ ແວດລ້ອມ • ເມື່ອຈໍານວນນັກທ່ອງທ່ຽວເພີ່ມຂຶ້ນ, ຈໍາເປັນຕ້ອງເພີ່ມ ການຄວບຄຸມມົນລະພິດໃຫ້ດີ. ປະສົບປະການຂອງ ໂລກສະແດງໃຫ້ເຫັນວ່າ ນັກທ່ອງທ່ຽວບໍ່ມີຄວາມຕ້ອງການທ່ຽວຊົມພື້ນທີ່ ທີ່ມີຄວາມຊຸດໂຊມ ຫຼື ມີມົນລະພິດ. ການຟື້ນຟູເຂດພື້ນທີ່ທ່ອງທ່ຽວທີ່ມີຄວາມຊຸດໂຊມ ໃຫ້ກັບຄືນສູ່ສະພາບສົມບູນ ເປັນສິ່ງຫຍຸ້ງຍາກ ແລະ ທ້າທາຍ ເຊິ່ງບໍ່ຄວນສ່ຽງ. 5) ກຳນົດເຂດພື້ນທີ່ໃໝ່ ແລະ ຍົກລະດັບເຂດພື້ນທີ່ ທີ່ມີຄຸນຄ່າດ້ານການອະນຸລັກໃນລະດັບສາກົນ ໃນປັດຈຸບັນ ແລະ ເຂດ ພື້ນທີ່ ທີ່ມີທ່າແຮງດ້ານການທ່ອງທ່ຽວທຳມະຊາດສູງ ເປັນເຂດປ້ອງກັນ. • ກຳນົດສາມເຂດພື້ນທີ່ປ່າດົງດິບລຽບຕາມສາຍພູຫຼວງໃຫ້ເປັນເຂດປ່າປ້ອງກັນທີ່ມີຄວາມສຳຄັນລະດັບຊາດ ແລະ ເຂດດັ່ງກ່າວແມ່ນ: ເຂດປ່າສະຫງວນຂັ້ນແຂວງ ຂຸນເຊໜອງມ້າ (ແຂວງຄຳມ່ວນ), ປ່າສະຫງວນລະດັບແຂວງ ນ້ຳຈາດ-ນ້ຳປານ (ແຂວງບໍລິຄຳໄຊ) ແລະ ເຂດປ່າໄມ້ຢູ່ທິດໃຕ້ຂອງເຂດປ່າສະຫງວນແຫ່ງຊາດ ເຊຊັບ ຢູ່ເມືອງ ກາລຶມ (ແຂວງເຊກອງ). ເຂດອື່ນທີ່ສາມາດກຳນົດເປັນເຂດປ່າປ້ອງກັນແຫ່ງຊາດແມ່ນເຂດທີ່ມີພູທສ ີ່ ູງຢູ່ ແຂວງ ຊຽງຂວາງຄື: ພູໄຊໄລເລັ່ງ (ສູງ 2.700 ແມັດ) ແລະ ພູສາມສຸມ (ສູງ 2.620 ແມັດ). ກ້ວຍ​ ດອກ​ ປ່າ​ ໄມ້ ຢູ່ ເຂດ​ ສະ​ ຫງວນ​ ແຫ່ງຊ ​ າດ ພູເ ​ ວາຍ. ຮູບ ​ຂົາຄ ​​ ໂດຍ: Bertrand Laville. ພາບ​ The World Bank Group Lao PDR Country Office, East Asia and Pacific Region Xieng Ngeun Village, Chao Fa Ngum Road, Chantabouly District, Vientiane, Lao PDR worldbank.org/lao ເອກະສານນີ້ຖຶກຕີພິມໂດຍໃຊ້ເຈ້ຍທີ່ຜ່ານການຮອງຮັບຈາກ FSC ແລະ ເປັນເຈ້ຍ recycle