83168 ​ າຍ​ ບົ ດ ລ ສ ະພາ​ ງ ານ​ ບ ໍ ລ ິ ຫ ານ ໂຄງການ​ ​ ເທີນ​2: ນ້ຳ​ ຄືບ​ ຄວາມ​ ຂ ອງ​ ໜ້າ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ADB Nam Theun 2: Making a Difference ​ Nam Theun 2 is a key development project for Lao PDR. By 2035, the project is expected to generate around USD $2 billion in government revenues for poverty reduction and environmental protection through the sale of electricity to Thailand and into the Lao grid. NT2 is jointly implemented by the Nam Theun 2 Power Company and the Government of Lao PDR, and supported by financing from 27 parties including the World Bank and Asian Development Bank. Following extensive preparation and consultations, project construction began in 2005, and Nam Theun 2 started commercial operations in March 2010. Key project features include: • A hydropower facility with the capacity to pro- vide approximately 1000 MW of power for ex- port to Thailand and an additional 75 MW for domestic consumption; ​ • The implementation of ambitious environmen- tal and social programs to mitigate impacts and to benefit project affected people, as well as to protect and manage the 4000 km2 Nakai Nam Theun National Protected Area, which is the project’s watershed; • Revenue Management Arrangements to en- sure that NT2 revenues are applied effectively, with transparency and accountability, to reduce poverty and improve environmental manage- ment, and • Monitoring and evaluation arrangements designed to meet sound engineering practices, fiduciary responsibilities, as well as ensure the compliance with the project’s social and environmental objectives. Direct Benefits of the Nam Theun 2 Project Photo by Bart Verweij/World Bank, 2013 • Major improvements in living conditions for around 6,300 resettled people; • A large development program for villages in the downstream areas of the project; • Contribution of US$1 million per year for the protection of the Nakai Nam Theun National Protected Area during the 30 year construction and operations period; • Project revenues from the sale of electricity are being used to improve living conditions, health care, education, and to provide access to roads and electricity in poor and remote areas, and • Nam Theun 2 also provides a practical demonstration of environmentally and socially sustainable hydropower at a time when the hydropower sector is growing rapidly. Nam Theun 2 will generate US$2 billion for the Lao Government to invest in education, health infrastructure and environmental protection programs, contributing to poverty reduction in Lao PDR. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ບ ໍ ລ ິ ຫ ານ ໂຄງການ​ ​ ເທີນ​2: ນ້ຳ​ ຄືບ​ ຄວາມ​ ຂ ອງ​ ໜ້າ​ ໂ ຄງການ​ ໃນ​ໄລຍະ​ ​ ປີ 2012 ADB ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2011 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ABBREVIATIONS AND ACRONYMS ADB Asian Development Bank CA Concession Agreement CEMMP Company’s Environmental Management and Monitoring Plan COD Commercial Operations Date DAFO District Agriculture and Forestry Office DSP Downstream Program EdL Electricité du Laos EGAT Electricity Generating Authority of Thailand EMO Environmental Management Office (NTPC) EMU Environmental Management Unit (GOL) GDP Gross Domestic Product GHG Greenhouse Gas GOL Government of Lao PDR GLIP Government Letter of Implementation Policy IFIs International Financial Institutions participating in NT2 KDP-AF Khammoune Development Project, Additional Financing MTR Mid Term Review MOF Ministry of Finance MPI Ministry of Planning and Investment MW Megawatt NGO Non Governmental Organization NSEDP National Socio-Economic Development Plan NT2 Nam Theun 2 Multipurpose Hydroelectric Project NTFP Non-timber Forest Products NTPC Nam Theun 2 Power Company Limited POE Environmental and Social Panel of Experts PDR (Lao) People’s Democratic Republic PPA Power Purchase Agreement PLUP Participatory Land Use Planning PRSO Poverty Reduction Support Operation RFA Reservoir Fisheries Association RMA Revenue Management Arrangements RMC Reservoir Management Committee SEMFOP Social and Environment Framework and Operational Plan VFA Village Forestry Association VFG Village Fisheries Group WMPA Watershed Management and Protection Authority ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2011 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ສາລະບານ ເຂດ​ ຂອບ​ ບົດລ ຂອງ​ ງານ .......................................................................................................... ​ າຍ​ 8 ຄືບໜ ຄວາມ​ ໃນ​ ​ ້າ​ ​ ັ້ງປ ການຈັດຕ ​ ຄງການ .................................................................. 11 ​ ະຕິບັດໂ ດຳ​ ການ​ ​ ານ ​ ເນີນງ ບຳລຸງຮ ແລະ ການ​ ​ ັກສາ .................................................................... 11 ງານ​ ວຽກ​ ສິ່ງແ ດ້ານ​ ລ້ອມ ​ ​ ວດ​ ແລະ ສັງຄົມ ....................................................................... 13 ພຽງ​ ພູ​ ກາຍ ........................................................................................................................... 15 ນາ​ ລຸ່ມເຮືອນຈັກ ..................................................................................................................... 23 ເຂດ​ ແລະ ສິ່ງແ ເຂດແຫຼ່ງນ້ຳ ​ ລ້ອມ ....................................................................................... 27 ​ ວດ​ ວຽກງານການຄຸ້ມຄອງລາຍຮັບຈາກໂຄງການນ້ຳເທີນ 2 .......................................... 29 ຈັດການ​​ ການ​ ແລະ ກວດກາ ......................................................................................... 33 ຕິດຕາມ ​ ແຜນການ​ ​ ຕໍ່ໜ້າ ............................................................................................................................. 35 ໃນ​ ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ເຂດ​ ຂອບ​ ບົດລ ຂອງ​ ງານ ​ າຍ​ 1. ບົດລາຍງານຄວາມຄືບໜ້າສະບັບນີ້ ແມ່ນເວົ້າເຖິງການພັດທະນາ ໃນການການຈັດຕັ້ງປະຕິບັດໂຄງການນ້ຳເທີນ 2 ໃນໄລຍະປີ 2012. ບົດລາຍງານສະບັບນີ້ ແມ່ນອີງໃສ່ຂໍ້ມູນທີ່ເກັບກຳໄດ້ຈາກການດຳເນີນວຽກງານຂອງທີມງານພາກສະໜາມ ແລະ ການດຳເນີນວຽກງານໃນການກວດກາຮ່ວມຂອງສະຖາບັນການເງິນສາກົນ ທີ່ຊ່ວຍເຫຼືອການຈັດຕັ້ງປະຕິບັດວຽກ ງານຂອງໂຄງການໃນເດືອນ ຕຸລາ 2012 ກໍ່ຄື ການເຮັດວຽກຮ່ວມກັນໃນໄລຍະສັ້ນກວ່າ ແລະ ການຢ້ຽມຢາມ ພາກສະໜາມຕໍ່ໆມາ. ບົດລາຍງານສະບັບນີ້ ແມ່ນສືບຕໍ່ການລາຍງານຕໍ່ສະພາບໍລິຫານຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ກ່ຽວກັບຄວາມຄືບໜ້າຂອງວຽກງານຄັ້ງກ່ອນ ທີ່ໄດ້ກວມເອົາຄວາມຄືບໜ້າໃນປີ 2011. ບົດລາຍງານສະບັບນີ້ ແມ່ນຈະລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການໃນປັດຈຸບັນ ໂດຍທຽບ ກັບເປົ້າໝາຍດ້ານການພັດທະນາໂຄງການ,1 ແລະ ເອົາໃຈໃສ່ເລື່ອງໂອກາດ ແລະ ສິ່ງທ້າທາຍຕ່າງໆໃນຕໍ່ໜ້າ. 2. ເສດຖະກິດຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງວ່ອງໄວ (8.2 ສ່ ວ ນຮ້ ອ ຍໃນປີ 2012), ຍ້ ອ ນການຂັ ບ ເຄື ່ ອ ນຫຼ ັ ກ ຂອງ ຂະແໜງການກໍ່ສ້າງ, ອຸດສາຫະກຳປຸງແຕ່ງ, ແລະ ການບໍລິການ. 8 ໃນໄລຍະກາງ, ຄາດວ່າເສດຖະກິດຈະຂະຫຍາຍຕົວໃນລະດັບສະເລ່ຍ 7.6 ສ່ວນຮ້ອຍ. ແນວໂນ້ມດັ່ງກ່າວ ແມ່ນຂຶ້ນກັບຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການໄຟຟ້າ ແລະ ບໍ່ແຮ່ຂະໜາດໃຫຍ່ ທີ່ກຳລັງກໍ່ສ້າງ ແລະ ຢູ່ໃນແຜນ. ການນຳເຂົ້າສືບຕໍ່ເພີ່ມຂຶ້ນຍ້ອນການຂະຫຍາຍຕົວຢ່າງເຂັ້ມແຂງຂອງການລົງທຶນ ແລະ ການຊົມໃຊ້ ເຊິ່ງຄວາມສ່ຽງສໍາຄັນສຳລັບເສດຖະກິດແມ່ນຄວາມກົດດັນທີ່ເພີ່ມຂຶ້ນຕໍ່ຄັງສຳຮອງ. ເຫດການດັ່ງກ່າວ ຮຽກຮ້ອງ ໃຫ້ ມີການຫຼຸດຜ່ອນຄວາມຕ້ອງການມວນລວມພາຍໃນປະເທດ, ໂດຍການຄວບຄຸມລາຍຈ່າຍພາກລັດ ແລະ ຫຼຸດຜ່ອນ ການຂະຫຍາຍຕົວຂອງສິນເຊື່ອ. ຜົນກະທົບໂດຍກົງຈາກສະພາບເສດຖະກິດສາກົນທີ່ບໍ່ແນ່ນອນ ຕໍ່ ສປປ ລາວ ແມ່ນຍັງມີຢູ່ໃນລະດັບຈຳກັດ, ເສດຖະກິດກໍ່ຍັງມີຄວາມສ່ຽງຈາກຜົນກະທົບຂັ້ນສອງ ຈາກການພັດທະນາເສດຖະ ກິດຂອງຄູ່ຮ່ວມດ້ານການຄ້າທີ່ສຳຄັນໃນພາກພື້ນ. 1 ຈຸດປະສົງຂອງໂຄງການແມ່ນເພື່ອສ້າງລາຍຮັບຜ່ານການພັດທະນາທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ຕາມທ່າແຮງຂອງ ໂຄງການໄຟຟ້ານ້ຳເທີນ 2 ເພື່ອສະໜອງກອງທຶນໃຫ້ແກ່ແຜນງານຫລຸດຜ່ອນຄວາມທຸກຍາກ ແລະ ຄຸ້ມຄອງສິ່ງແວດລ້ອມ ໃນ ສປປ ລາວ. ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ການຈັດຕັ້ງປະຕິບັດງົບປະມານໃນສົກປີ 2011-2012 ໄດ້ຖືກປັບປຸງໃຫ້ດີຂຶ້ນໃນລະດັບໃດໜຶ່ງ ຍ້ອນການເກັບ ລາຍຮັບໄດ້ເກີນຄາດໝາຍໃນເບື້ອງຕົ້ນ. ລາຍຮັບຈາກການຊ່ວຍເຫຼືອລ້າກໍ່ເພີ່ມຂຶ້ນ ຍ້ອນມີການຊ່ວຍເຫຼືອໃນ ກອງປະຊຸມສຸດຍອດອາຊີ-ເອີຣົບ (ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2012), ລາຍຮັບຈາກຂະແໜງການບໍ່ແຮ່ ແລະ ໄຟຟ້າກໍ່ເພີ່ມຂຶ້ນ, ພ້ອມທັງລາຍຮັບຈາກຂະແໜງທີ່ບໍ່ແມ່ນຊັບພະຍາກອນເຊັ່ນ ລາຍຮັບຈາກອາກອນຕົວເລກ ທຸລະກິດ ແລະ ອາກອນລາຍຮັບ. ການຂາດດຸນງົບປະມານໃນສົກປີ 2012-2013 ຄາດວ່າຈະເພີ່ມຂຶ້ນເລັກນ້ອຍ ເນື່ອງຈາກນະໂຍບາຍການຂຶ້ນເງິນເດືອນ ແລະ ເງິນອຸດໜູນໃນເບື້ອງລາຍຈ່າຍ. ພາລະໜີ້ສິນໄດ້ຖືກຈັດຄືນໃໝ່ ຈາກ “ລະດັບສູງ” ມາເປັນ “ລະດັບປານກາງ” ໃນເດືອນສິງຫາ 2012 ເນື່ອງຈາກການປັບປຸງດ້ານນະໂຍບາຍ ຕ່າງໆຕາມຜົນການປະເມີນຄວາມຍືນຍົງດ້ານໜີ້ສິນ ທີ່ໄດ້ດຳເນີນຮ່ວມກັນລະຫວ່າງ ກອງທຶນການເງິນສາກົນ ແລະ ທະນາຄານໂລກ. ໃນຂະນະທີ່ໜີ້ສິນຕ່າງປະເທດສ່ວນໃຫຍ່ເປັນການກູ້ຢືມຫຼາຍຝ່າຍ, ການກູ້ຢືມສອງຝ່າຍ ຂອງໜີ້ສິນພາກລັດ ແລະ ການຄ້ຳປະກັນໂດຍພາກລັດກໍໄດ້ເພີ່ມຂຶ້ນ. 3. ບົດລາຍງານຄວາມຄືບໜ້າສະບັບນີ້ ແມ່ນສຸມໃສ່ບັນຫາທີ່ພົວພັນກັບ ໂຄງການນ້ຳເທີນ 2.2 ບົດລາຍງານສະບັບນີ້ກວມເອົາສາມພາກ ຄື: ພາກທີໜຶ່ງ ປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ, ລວມທັງສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ວຽກງານທີ່ກ່ຽວຂ້ອງ. ພາກທີສອງ ຂອງບົດລາຍງານສະບັບນີ້ ຍັງຊີ້ໃຫ້ເຫັນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕາມເປົ້າໝາຍດ້ານ ສິ່ງແວດລ້ອມ ແລະ ສັງຄົມ. ສຸດທ້າຍ, ບົດລາຍງານນີ້ ຈະສະເໜີວຽກງານທ້າທາຍໃນຕໍ່ໜ້າ, ລວມທັງຄວາມຈຳເປັນໃນການຕິດຕາມ ແລະ ກວດກາໂຄງການ, ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນໄລຍະທີ່ໂຄງການພວມດຳເນີນການຜະລິດເພື່ອການຄ້າ.   9 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2011 2 ເອກະສານຊ້ອນທ້າຍກ່ຽວກັບໂຄງການເທີນຫີນບູນ ທີ່ໄດ້ລວມເຂົ້າໃນບົດລາຍງານຕໍ່ສະພາຜູ້ອຳນວຍການປະຈຳປີ ສະບັບກ່ອນ ຈະບໍ່ໄດ້ ນຳສະເໜີຕໍ່ໄປ ເນື່ອງຈາກວ່າໂຄງການດັ່ງກ່າວໄດ້ສິ້ນສຸດລົງແລ້ວ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 10 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2012 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ການດຳເນີນງານ ແລະ ການບຳລຸງຮັກສາ 4. ໃນປັດຈຸບັນ ໂຄງການນ້ຳເທີນ 2 ໄດ້ດຳເນີນການຜະລິດເພື່ອການຄ້າ ເປັນ ປີທີ 3. ໄລຍະການກໍ່ສ້າງໂຄງການນ້ຳເທີນ 2 ໄດ້ສຳເລັດໃນເດືອນຕຸລາ 2010 ເຊິ່ງມີການອອກໃບອະນຸຍາດໃຫ້ສັນ ຍາແມ່ສຳລັບການກໍ່ສ້າງ. ບັນຫາທີ່ເກີດຈາກໄລຍະການກໍ່ສ້າງໄດ້ຖືກນຳມາພິຈາລະນາ ແລະ ໃບຮັບປະກັນຄວາມ ຜິດພາດໃນການກໍ່ສ້າງ (ການຄ້ຳປະກັນ) ຂອງສັນຍາແມ່ ສຳລັບການກໍ່ສ້າງໄດ້ສິ້ນສຸດລົງໃນວັນທີ 4 ເມສາ, 2012. ລາຍຮັບຂອງໂຄງການນ້ຳເທີນ 2 ຈາກການຂາຍໄຟຟ້າໃຫ້ແກ່ປະເທດໄທ ແລະ ຂາຍພາຍໃນປະເທດ ແມ່ນໄຫຼເຂົ້າມາຕາມແຜນ. ເປົ້າໝາຍການຜະລິດປະຈຳປີ ເພື່ອສະໜອງໄຟຟ້າໃຫ້ແກ່ອົງການໄຟຟ້າຝ່າຍ ຜະລິດແຫ່ງປະເທດໄທ ແລະ ບໍລິສັດໄຟຟ້າລາວ ແມ່ນໄດ້ບັນລຸໃນປີ 2010, 2011 ແລະ 2012. ໃນປີ 2012, ໂຄງການນ້ຳເທີນ 2 ໄດ້ສະໜອງໄຟຟ້າທັງໝົດ 5,414 GWh ໃຫ້ແກ່ອົງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ 307 GWh ໃຫ້ແກ່ບໍລິສັດໄຟຟ້າລາວ. 5. ຈັກປັ່ນໄຟທັງໝົດ ຫົກ ເຄື່ອງ ແມ່ນຖືກນຳໃຊ້ຜະລິດຢ່າງເຕັມສ່ວນ. ຈັກປັ່ນ Francis ສີ່ເຄື່ອງ (ສຳລັບສົ່ງໄຟຟ້າໃຫ້ແກ່ປະເທດໄທ) ແລະ ເຄື່ອງ Pelton ໜຶ່ງເຄື່ອງ (ສຳລັບຜະລິດ ໄຟຟ້າຂາຍພາຍໃນປະເທດ) ໄດ້ຖືກຮັບເອົາ (ໂດຍຜູ້ດຳເນີນກິດຈະການຈາກບໍລິສັດຫົວໜ້າຝ່າຍກໍ່ສ້າງ) ກ່ອນມື້ດຳ 11 ເນີນການຜະລິດເພື່ອການຄ້າ (ເດືອນເມສາ 2010) ແລະ ເຄື່ອງ Pelton ໜ່ວຍທີສອງ ກໍ່ໄດ້ຖືກຮັບເອົາໃນ ເດືອນກັນຍາ 2010. ໂດຍລວມແລ້ວ, ລະດັບນ້ຳໃນປີ 2012 ແມ່ນຕ່ຳກວ່າປີຜ່ານໆມາ ແຕ່ກໍ່ຖືວ່າຄົງທີ່. 6. ການສ້ອມແປງຖະໜົນຫົນທາງໄດ້ສຳເລັດ ແລະ ບໍລິສັດໄຟຟ້າ ນ້ຳເທີ ນ 2 ກຳລັ ງ ຕົ ກ ລົ ງ ກັ ບ ລັ ດ ຖະບານກ່ ຽ ວກັ ບ ການທົ ດ ແທນ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ. ໃນປີ 2009, ຖະໜົນຫົນທາງຂອງໂຄງການທີ່ໄດ້ຮບ ັ ຖະບານ. ການບໍາລຸງຮັກສາ ັ ການປັບປຸງ ແມ່ນໄດ້ມອບໃຫ້ແກ່ລດ ແລະ ການສ້ອມແປງ ແມ່ນເປັນຄວາມຮັບຜິດຊອບຂອງລັດຖະບານ. ແຕ່ວ່າ ພາຍຫຼັງເຫດການຝົນຕົກໜັກໃນປີ 2011, ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຕົກລົງໃຫ້ບໍລິສັດໄຟຟ້ານ້ຳເທີນ 2 ສ້ອມແປງຖະໜົນ ທີ່ສຳຄັນຢ່າງຮີບດ່ວນ ພາຍໃນໄລຍະເວລາສັ້ນທີ່ສຸດ ເພື່ອໃຫ້ຖະໜົນສາມາດໄປມາໄດ້ຢ່າງປອດໄພ. ນອກຈາກນີ້ ກໍ່ໄດ້ມີການຕົກລົງວ່າ ບໍລິສັດໄຟຟ້ານ້ຳເທີນ 2 ຈະເປັນບໍລິສັດຮັບເໝົາສ້ອມແປງຖະໜົນ ໂດຍເປັນຜູ້ຈັດຫາບໍລິສັດ ຫົວໜ້າຝ່າຍກໍ່ສ້າງ/ITD ເພື່ອສ້ອມແປງ, ແລະ ລັດຖະບານຈະທົດແທນຄືນຄ່າໃຊ້ຈ່າຍສຳລັບຜົນເສຍຫາຍ (ຍົກເວັ້ນ ຈຸດບົກຜ່ອງຕ່າງໆ). ການສ້ອມແປງດັ່ງກ່າວ ມາຮອດປັດຈຸບັນແມ່ນສຳເລັດແລ້ວ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຮຽກ ຮ້ອງການທົດແທນຄືນຄ່າໃຊ້ຈ່າຍໃນມູນຄ່າ US$16 ລ້ານ ຈາກລັດຖະບານ ສຳລັບການສ້ອມແປງຫົນທາງດັ່ງກ່າວ. ລັດຖະບານໄດ້ຕົກລົງເຫັນດີໃນດ້ານຫຼັກການກ່ຽວກັບການທົດແທນດັ່ງກ່າວ, ແຕ່ກໍ່ຍັງຍົກຂຶ້ນເປັນປະເດັນກ່ຽວ ກັບການຄຳນວນຄ່າໃຊ້ຈ່າຍຕ່າງໆ. ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ສືບຕໍ່ສົນທະນາເພື່ອຕົກລົງ ກ່ຽວກັບມູນຄ່າ ແລະ ເງື່ອນໄຂຂອງການທົດແທນດັ່ງກ່າວ. ຄວາມສ່ຽງຂອງການທົດແທນດັ່ງກ່າວແມ່ນເກີດຂຶ້ນຈາກ ຫຸ້ນສ່ວນຂອງບໍລິສັດໄຟຟ້ານ້ຳເທີນ 2 ເທົ່ານັ້ນ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 7. ການປ້ອງກັນ ແລະ ຍົກຍ້າຍ ຫຼັກເສົາໄຟຟ້າສາຍສົ່ງ ໄດ້ສຳເລັດລົງ ພາຍຫຼັງທີ່ໄດ້ຮັບຜົນເສຍຫາຍຈາກເຫດການປັ່ນປ່ວນຂອງອາກາດ ໃນປີ 2011. ຈຳເປັນຕ້ອງໄດ້ປ້ອງກັນ ແລະ ປັບເນີນໃຫ້ຮາບພຽງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກດິນເຈື່ອນອ້ອມແອ້ມຕີນເສົາ ຂອງ 5 ຫຼັກເສົາ. ມີ ໜຶ່ງ ຫຼັກເສົາ (ຫຼັກເສົາ 4, ໃກ້ເຂື່ອນຄວບຄຸມ) ຕ້ອງໄດ້ຖືກປ່ຽນແທນ ແລະ ຍົກຍ້າຍ. ວຽກງານທີ່ ກ່ຽວຂ້ອງກັບຫຼັກເສົາສົ່ງໄຟຟ້າແມ່ນໄດ້ສຳເລັດທັງໝົດ. ການປັບປຸງຕ່າງໆລວມມີ ການເພີ່ມທາງໄຫຼຂອງນ້ຳອ້ອມ ແອ້ມຫຼັກເສົາ, ແລະ ໃນບາງກໍລະນີກໍ່ໄດ້ເທພື້ນອ້ອມແອ້ມເຂດເສົາ ເພື່ອຫຼຸດຜ່ອນການແຊກຊຶມຂອງນ້ຳ ແລະ ສາ ມາດປັບປຸງລະດັບຄວາມໝັ້ນຄົງຂອງພື້ນດິນ. 8. ການພັດທະນາລະບຽບການສື່ສານແບບໃໝ່ ໂດຍຖອດຖອນບົດ ຮຽນຈາກປະສົບການທີ່ໄດ້ມາ ຈາກເຫດການປັ່ນປ່ວນຂອງອາກາດ ໃນປີ 2011. ລະບຽບການວ່າດ້ວຍການປົກປ້ອງຄວາມປອດໄພໃນເຂື່ອນ ແລະ ການສື່ສານ ໄດ້ຖືກສ້າງຂຶ້ນເພື່ອນຳໃຊ້ ໃນເວລາ ກະກຽມໂຄງການໃດໜຶ່ງ. ໃນກໍລະນີທີ່ບໍ່ມີນະໂຍບາຍແຫ່ງຊາດ ແລະ ລະບຽບການສຳລັບບັນຫາດັ່ງກ່າວ, ແລະ ອີງ ຕາມການຖອດຖອນບົດຮຽນຈາກປະສົບການໃນເຫດການນ້ຳຖ້ວມໃນປີ 2011, ບໍລິສັດໄຟຟ້ານ້ຳເທີນ 2 ແມ່ນ ໄດ້ເພີ່ມຄວາມເຂັ້ມແຂງຂອງມາດຕະການຮັກສາຄວາມປອດໄພຢູ່ເຂື່ອນ ໂດຍການພັດທະນາລະບົບສື່ສານເຕືອນ ໄພກ່ຽວກັບການປ່ອຍນ້ຳ ຫຼື Water Release Warning Communication System (WRCS) ໂດຍຮ່ວມ ມືກັບຫ້ອງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ (National Disaster Management Office - NDMO). 12 ບໍລິສັດໄຟຟ້ານ້ຳເທີນ 2 ແລະ ຫ້ອງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ໄດ້ຕິດຕາມລະດັບນ້ຳ ແລະ ຄາດ ການສະພາບອາກາດຢ່າງສະໝ່ຳສະເໝີ. ໃນກໍລະນີທີ່ຈຳເປັນຕ້ອງໄດ້ປ່ອຍນ້ຳ, ລະບົບ WRCS ຈະມີລະບຽບການ ທີ່ເຂົ້າໃຈງ່າຍ ແລະ ຊັດເຈນເຊັ່ນ: (ກ) ບໍລິສັດໄຟຟ້ານ້ຳເທີນ 2 ສື່ສານໂດຍກົງຫາເຈົ້າໜ້າທີ່ລັດຖະບານຂັ້ນເມືອງ ຂອງເມືອງຄຳເກີດ (ສຳລັບອ່າງເກັບນ້ຳນາກາຍ) ແລະ ເມືອງຍົມມະລາດ (ສຳລັບອ່າງເກັບນ້ຳຄວບຄຸມ); ແລະ (ຂ) ເຈົ້າໜ້າທີ່ຂັ້ນເມືອງທີ່ກ່ຽວຂ້ອງ ແຈ້ງເຕືອນໄພ ຫາຜູ້ປະສານງານຂັ້ນບ້ານທີ່ໄດ້ຖືກແຕ່ງຕັ້ງ, ເຊິ່ງຈະເປັນຜູ້ແຈ້ງອີກ ຕໍ່ໜຶ່ງໃຫ້ແກ່ຊາວບ້ານ. ນອກນັ້ນ ກໍ່ຍັງໄດ້ມີການສ້າງບັນທັດຖານ ແລະ ການຈັດປະເພດ ເຫດການ ການປ່ອຍນ້ຳ ເພື່ອໃຫ້ມີການປະຕິບັດຢ່າງຖືກຕ້ອງໃນກໍລະນີຕ່າງໆ. ເພື່ອເປັນການແຈ້ງໃຫ້ຊຸມຊົນຊາບກ່ຽວກັບລະບຽບການ ໃໝ່ດັ່ງກ່າວ ຈຶ່ງໄດ້ມີການອອກແບບ ແລະ ແຈກຢາຍຂໍ້ມູນ ທີ່ອະທິບາຍລະບຽບການປ່ອຍນ້ຳຢູ່ອ່າງເກັບນ້ຳນາ ກາຍ ແລະ ອ່າງເກັບນ້ຳຄວບຄຸມ ໃຫ້ແກ່ບ້ານທີ່ກ່ຽວຂ້ອງ. ເຈົ້າໜ້າທີ່ດ່ານໜ້າ ເຕືອນໄພນ້ຳຖ້ວມ (ປະຈຳຢູ່ອ່າງເກັບນ້ຳຄວບຄຸມ) ຫົວໜ້າ ເຕືອນໄພນ້ຳຖ້ວມ (ປະຈຳພາກສະໜາມ ໂດຍຕິດຕໍ່ໄດ້ທຸກຍາມ) 1 2 ຄວາມຮັບຜິດຊອບຂອງ NTPC NTPC ແຈ້ງ ຜູ້ປະສານງານ ຫ້ອງການບໍລິຫານໃຫຍ່ ຂັ້ນເມືອງໆ ຍົມມະລາດ 1? ປະທານໃຫຍ່ຂອງ NTPC ຄວາມຮັບຜິດຊອບຂອງ ລັດຖະບານ 2? ຜູ້ບໍລິຫານ ຂອງ NTPC ຕິດຕໍ່ໄດ້ທຸກຍາມ ຜູ້ປະສານງານ ເມືອງ ຍົມມະລາດ ແຈ້ງ ຜູ້ປະສານງານຂັ້ນບ້ານ ເຂດກ້ອງເຂື່ອນ ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ວຽກງານດ້ານສິ່ງແວດລ້ອມ ຂະບວນການດ້ານ ແລະ ສັງຄົມ ລະບົບການສື່ສານ ແລະ ເຕືອນໄພ 9. ສືບຕໍ່ແຜນງານຕ່າງໆ ທີ່ສະໜັບ 1. ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ສະໜູນການບັນລຸເປົ້າໝາຍ ໄດ້ຕິດຕາມລະດັບນ້ຳ ແລະ ການຄາດການສະພາບ ດ້ານສິ່ງແວດລ້ອມ ແລະ ອາກາດຢ່າງສະໝ່ຳສະເໝີ. ສັງຄົມ. 2. ບໍລິສັດໄຟຟ້ານ້ຳເທີນ 2 ຢູ່ເຂດອ່າງເກັບນ້ຳນາກາຍ ແມ່ນເຫັນວ່າຄວາມຄືບ ແຈ້ງຕໍ່ເຈົ້າໜ້າທີ່ລັດຖະບານ ໜ້າໃນການບັນລຸເປົ້າໜາຍດ້ານການຍົກຍ້າຍ ໂດຍ ຂັ້ນເມືອງໆຄຳເກີດ ໃນເວລາທີ່ປ່ອຍນ້ຳ ລວມແມ່ນປະຕິບັດໄດ້ຕາມຄາດໝາຍ ແລະ ໄດ້ມີ ໂດຍອີງຕາມລະດັບການເຕືອນໄພ. ການຕິດຕາມຢ່າງປົກກະຕິ. ໃນເຂດແຫຼ່ງນ້ຳ, ການ ປົກປັກຮັກສາຊີວະນາໆພັນ ແລະ ການພັດທະນາຊຸມ ຊົນທ້ອງຖິ່ນທີ່ດຳລົງຊີວິດຢູ່ເຂດແຫຼ່ງນ້ຳຍັງເປັນວຽກ 3. ເຈົ້າໜ້າທີ່ຂັ້ນເມືອງໆຄຳເກີດ ງານທີ່ທ້າທາຍ ແລະ ຈະສືບຕໍ່ສະໜັບສະໜູນຕະຫຼອດ ແຈ້ງຜູ້ປະສານງານຂັ້ນບ້ານທີ່ຖືກແຕ່ງຕັ້ງ ໄລຍະຂອງສັນຍາສຳປະທານ. ຢູ່ເຂດລຸ່ມເຮືອນຈັກ ກ່ຽວກັບລະດັບເຕືອນໄພ. ແມ່ນຈະສືບຕໍ່ປະເມີນຜົນກະທົບຕ່າງໆ, ແລະ ລັດຖະ ບານ ກໍ່ໄດ້ຮັບເອົາໜ້າທີ່ຮັບຜິດຊອບຢ່າງເຕັມສ່ວນ ໃນການຈັດຕັ້ງປະຕິບັດກິດຈະກຳສະໜັບສະໜູນທັງ 13 ໝົດທີ່ຍັງເຫຼືອ. 4. ຜູ້ປະສານງານຂັ້ນບ້ານທີ່ຖືກແຕ່ງຕັ້ງ ແຈ້ງອີກຕໍ່ໜຶ່ງ ໃຫ້ແກ່ບັນດາຄອບຄົວ ກ່ຽວກັບລະດັບເຕືອນໄພ. 5. ປະສານງານຂັ້ນບ້ານທີ່ຖືກແຕ່ງຕັ້ງ ແຈ້ງອີກຕໍ່ໜຶ່ງໃຫ້ແກ່ບັນດາຄອບຄົວ ກ່ຽວກັບລະດັບເຕືອນໄພ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 14 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ພູພຽງນາກາຍ 10. ຂໍ້ມູນຈາກການຕິດຕາມ ຊີ້ໃຫ້ເຫັນວ່າ ປະຊາຊົນແມ່ນມີຊີວິດການ ເປັນຢູ່ທີ່ດີຂຶ້ນ ພາຍຫຼັງການຍົກຍ້າຍ. ການວິເຄາະບົດສຳຫຼວດວັດແທກມາດຕະຖານການດຳລົງຊີວິດຮອບທີ່ 6 ທີ່ໄດ້ດຳເນີນໃນປີ 2011 ຊີ້ໃຫ້ເຫັນວ່າ ຜູ້ທີ່ຍົກຍ້າຍ 99 ສ່ວນຮ້ອຍ ແມ່ນໄດ້ບັນລຸເປົ້າໝາຍດ້ານລາຍຮັບທີ່ກຳນົດໃນສັນຍາສຳປະທານ. ເຫດຜົນທີ່ຜູ້ຍົກ ຍ້າຍຈຳນວນໜ້ອຍທີ່ບັນລຸຫຼຸດຄາດໝາຍນັ້ນ ແມ່ນຍ້ອນເຫດຜົນດ້ານໂຄງສ້າງ ລວມທັງ ອາຍຸສູງ, ຄວາມພິການ ແລະ/ຫຼື ຂາດຜູ້ທີ່ສາມາດເປັນແຮງງານໃນຄົວເຮືອນ. ຂໍ້ມູນຈາກການຕິດຕາມດັ່ງກ່າວ ຍັງຊີ້ໃຫ້ເຫັນວ່າ ຜູ້ທີ່ຍົກຍ້າຍ ຍັງມີລາຍຮັບຈາກຫຼາຍແຫຼ່ງ, ພວກເຂົາເຈົ້າສາມາດສ້າງຊັບສິນເທື່ອລະໜ້ອຍ, ແລະ ກໍບໍ່ຕິດໜີ້ໃນລະດັບທີ່ບໍ່ມີ ເຫດຜົນແຕ່ຢ່າງໃດ.3 ຮູບສະແດງ 1: ມູນຄ່າສະເລ່ຍຊັບສິນຂອງຄົວເຮືອນຕາມກຸ່ມຄວາມຮັ່ງມີ 35,000,000 Mean household asset value (kip) 30,000,000 July/Sept 2006 25,000,000 May/July 2007 20,000,000 Jan/Feb 2008 15,000,000 Sept/Oct 2008 May/June 2009 15 10,000,000 May/June 2011 5,000,000 le r e ch o ag b Po Ri ra er ne Av l Vu ແຫຼ່ງຂໍ້ມູນ: ບົດສຳຫຼວດວັດແທກມາດຕະຖານການດຳລົງຊີວິດ, ຮອບທີ 1 ແລະ 6. ຂໍ້ມູນດັ່ງກ່າວລວມມີ ຊັບສິນທີ່ ເປັນຍານພາຫະນະ ແລະ ສະແດງເປັນມູນຄ່າສະເລ່ຍ ບໍ່ແມ່ນ ມູນຄ່າກາງ. ຮອບທີ 1 = ກໍລະກົດ/ກັນຍາ 2006; ຮອບທີ 2 = ພຶດສະພາ/ກໍລະກົດ 2007; ຮອບທີ 3 = ມັງກອນ/ກຸມພາ 2008; ຮອບທີ 4 = ກັນຍາ/ຕຸລາ 2008; ຮອບທີ 5 = ພຶດສະພາ/ມິຖຸນາ 2009; ຮອບທີ 6 = ພຶດສະພາ/ມິຖຸນາ 2011. 3 ສັນຍາສຳປະທານໄດ້ກຳນົດເປົ້າໝາຍລາຍຮັບຂອງຄົວເຮືອນ ແລະ ບ້ານດັ່ງຕໍ່ໄປນີ້: a. ເປົ້າໝາຍລາຍຮັບຄົວເຮືອນ ໝາຍເຖິງ ເປົ້າໝາຍແຕ່ລະປີ ສຳລັບລາຍຮັບຂອງຄົວເຮືອນທີ່ຍົກຍ້າຍ ລວມທັງເປັນເງິນ ແລະ ເປັນວັດຖຸທີ່ ຕ້ອງບັນລຸໃນຕົ້ນປີຂອງ ປີທີ 5 ຂອງການຈັດຕັ້ງປະຕິບັດແຜນງານຍົກຍ້າຍ. ສຳລັບຄົວເຮືອນທີ່ຍົກຍ້າຍ ຢູ່ເຂດຍົກຍ້າຍນັ້ນ ຕ້ອງມີລາຍ ຮັບທີ່ສູງກວ່າ: ກ) ຂີດໝາຍມາດຕະຖານ ຄວາມທຸກຍາກເຂດຊົນນະບົດ, ຄູນ ຈຳນວນຄົນໃນຄົວເຮືອນ; ແລະ ຂ) 1,420,800 ກີບ ຕໍ່ຄົນ, ຄູນ ຈຳນວນຄົນໃນຄົວເຮືອນ; b. ເປົ້າໝາຍລາຍຮັບບ້ານ ໝາຍເຖິງ ເປົ້າໝາຍແຕ່ລະປີສຳລັບລາຍຮັບຂອງບ້ານທີ່ຍົກຍ້າຍ ລວມທັງເປັນເງິນ ແລະ ເປັນວັດຖຸ, ທີ່ຕ້ອງ ບັນລຸໃນທ້າຍປີຂອງ ໄລຍະທີ່ຈັດຕັ້ງປະຕິບັດແຜນງານຍົກຍ້າຍ. ສຳລັບບ້ານ ຢູ່ເຂດຍົກຍ້າຍນັ້ນ, ຕ້ອງມີລາຍຮັບທີ່ສູງກວ່າ: ກ) ລາຍຮັບສະ ເລ່ຍຕໍ່ຄົນຢູ່ເຂດຊົນນະບົດໃນປັດຈຸບັນ, ຄູນ ຈຳນວນຄົນໃນບ້ານ; ແລະ ຂ) 2,131,200 ກີບ ຕໍ່ຄົນ, ຄູນ ຈຳນວນຄົນໃນບ້ານ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 11. ສືບຕໍ່ສຸມໃສ່ການພັດທະນາຊີວິດການເປັນຢູ່ ທາງເລືອກໃນການດຳລົງຊີວິດຫາລ້ຽງຊີບແມ່ນມີຫຼາກຫຼາຍ (ເປັນຕົ້ນແມ່ນມາຈາກການກະສິກຳ, ການປະມົງ, ປ່າໄມ້, ລ້ຽງສັດ, ແລະ ກິດຈະກຳອື່ນໆນອກຈາກປູກຝັງ) ແມ່ນນຳໃຊ້ແຕກຕ່າງກັນໄປສຳລັບແຕ່ລະຄົວເຮືອນທີ່ ຍົກຍ້າຍ ໂດຍພະຍາຍາມນຳໃຊ້ເທົ່າທີ່ເຮັດໄດ້ ຈາກໂອກາດດ້ານເສດຖະກິດທີ່ຕົນມີ ໂດຍການເຂົ້າຫາຕະຫຼາດ ແລະ ຂົງເຂດອ້ອມແອ້ມຕະຫຼາດ, ໃນທ່າມກາງທີ່ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ການເຊື່ອມໂຍງພາກພື້ນໃນຈັງຫວະທີ່ວ່ອງໄວ. ແຜນງານການເງິນຈຸລະພາກ (microfinance) ໄດ້ລິເລີ່ມຢູ່ເຂດ ຍົກຍ້າຍນາກາຍ ໃນປີ 2011 ແລະ ປັດຈຸບັນແມ່ນໄດ້ມີການດຳເນີນການຢ່າງຄົບຖ້ວນ. ທຶນທີ່ມອບໃຫ້ມີລັກສະນະ ເປັນສິດ ເປັນເຈົ້າຂອງນຳໃຊ້ ການກະສິກຳ ແລະ ປ່າໄມ້ ທີ່ມີມູນຄ່າທຽບເທົ່າເງິນສົດ. ແຕ່ລະຄົວເຮືອນ ໄດ້ມອບສິດເປັນຫຸ້ນສ່ວນຂອງໜຶ່ງໃນ 16 ກອງທຶນຄະນະບ້ານ (Village Committee Fund – VCF) ຂອງ ຜູ້ທີ່ເປັນສະມາຊິກ. ຫຸ້ນສ່ວນ ຂອງກອງທຶນຄະນະບ້ານ ສາມາດມີສ່ວນຮ່ວມໃນແຜນງານການເງິນຈຸລະພາກ ທີ່ຕົນເຫັນສົມຄວນ ພາຍໃຕ້ເງື່ອນໄຂການຄັດເລືອກ (ບໍ່ມີໜີ້ສິນ ຫຼື ກິດຈະກຳທີ່ນຳໄປສູ່ລາຍຮັບ). ໃນຂະນະທີ່ ເປົ້າໝາຍຂອງວຽກງານການຍົກຍ້າຍແມ່ນໄດ້ສຸມໃສ່ການພັດທະນາຊີວິດການເປັນຢູ່, ວຽກງານການປັບປຸງການ ເຂົ້າເຖິງການບໍລິການຂັ້ນພື້ນຖານ (ສາທາລະນະສຸກ, ການສຶກສາ, ແລະ ນ້ຳສະອາດ) ຢູ່ເຂດພູພຽງນາກາຍກໍ່ໄດ້ ມີຄວາມຄືບໜ້າທີ່ເຫັນໄດ້ແຈ້ງ ເຊິ່ງຖືວ່າເປັນປະໂຫຍດຫຼາຍ ສຳລັບປະຊາຊົນທີ່ດຳລົງຊີວິດຢູ່ເຂດພູພຽງດັ່ງກ່າວ. 16 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ຮູບສະແດງ 2: ອັດຕາສ່ວນຮ້ອຍຂອງຄົວເຮືອນຍົກຍ້າຍ ທີ່ບັນລຸເປົ້າໝາຍດ້ານລາຍຮັບຕາມກຸ່ມຮັ່ງມີ 100 95 Households above poverty line 90 85 80 Vulnerable Poor 75 Average 70 Rich 65 60 55 50 July/Sept May/July Jan/Feb Sept/Oct May/June May/June 2006 2007 2008 2008 2009 20011 12. ການປະມົງຍັງສືບຕໍ່ປະກອບສ່ວນຢ່າງເຂັ້ມແຂງ ຕໍ່ການດຳລົງຊີວິດ​ ຂອງຜູ້ຖືກຍົກຍ້າຍຈັດສັນ ແລະ ສືບຕໍ່ເປັນແຫຼ່ງລາຍຮັບທີ່ສຳຄັນ 17 ຂອງປະຊາຊົນ. ພາຍຫຼັງໄລຍະທີ່ມີການຫາປາໄດ້ຫຼາຍໃນເບື້ອງຕົ້ນ, ການຫາປາຢູ່ອ່າງເກັບນ້ຳໄດ້ມີຄວາມໝັ້ນຄົງຢູ່ໃນລະດັບທີ່ ຕ່ຳລົງ, ແຕ່ກໍຖືວ່າຍັງເປັນລະດັບທີ່ສູງກວ່າ ເມື່ອທຽບໃສ່ປາທີ່ຫາໄດ້ໃນແມ່ນ້ຳກ່ອນການສ້າງໂຄງການ. ໃນເຂດ ດັ່ງກ່າວກໍ່ໄດ້ມີການຕິດຕາມລະດັບການຫາປາເປັນປົກກະຕິ, ແລະ ແນວພັນປາທີ່ຈັບໄດ້ກໍຍັງມີຫຼາກຫຼາຍຊະນິດ. ວຽກງານບູລິມະສິດໃນຕອນນີ້ ແມ່ນການປັບປຸງຄວາມເຂັ້ມແຂງໃນການບັງຄັບໃຊ້ລະບຽບການປະມົງ ຢູ່ເຂດອ່າງ ເກັບນ້ຳ, ເຊິ່ງເປັນວຽກງານທີ່ຮຽກຮ້ອງໃຫ້ມີການປະສານງານຮ່ວມກັນລະຫວ່າງຊຸມຊົນທ້ອງຖິ່ນ, ລັດຖະບານ ທ້ອງຖິ່ນ, ແລະ ສະມາຄົມປະມົງຢູ່ອ່າງເກັບນ້ຳ ແລະ ກໍ່ປະກົດວ່າ ການຄຸ້ມຄອງການປະມົງແບບມີສ່ວນຮ່ວມ ແມ່ນໄດ້ດຳເນີນໄປດ້ວຍດີ ໂດຍຜ່ານຂະບວນການເສີມສ້າງຄວາມອາດສາມາດຂອງກຸ່ມປະມົງຊາວບ້ານກໍ່ຄື ສ້າງຄວາມຮັບຮູ້ໃຫ້ແກ່ກຸ່ມດັ່ງກ່າວ ກ່ຽວກັບສິດທາງກົດໝາຍຕໍ່ການປະມົງຢູ່ເຂດອ່າງເກັບນ້ຳນາກາຍ. ກຸ່ມປະມົງ ຊາວບ້ານແມ່ນເລີ່ມມີບົດບາດຂຶ້ນກວ່າເກົ່າໃນການພັດທະນາ ທ່າຈອດເຮືອຫາປາ, ກິດຈະກຳລາດຕະເວນ ແລະ ການບັງຄັບໃຊ້ລະບຽບການ. ເຖິງຢ່າງໃດກໍ່ດີ ມັນກໍ່ຍັງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ພະຍາຍາມຮັກສາແຫຼ່ງ ພັນປາ, ອະນຸລັກທີ່ຢູ່ອາໃສຂອງປາ, ແລະ ຮັບປະກັນໃຫ້ມີຄວາມອາດສາມາດທາງດ້ານການຈັດຕັ້ງທີ່ພຽງພໍ ເພື່ອຕິດຕາມກວດກາ ແລະ ບັງຄັບໃຊ້ລະບຽບກົດໝາຍ. ນອກຈາກນັ້ນ ກໍ່ຄວນສືບຕໍ່ເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນຄຸ້ມຄອງການປະມົງແບບມີສ່ວນຮ່ວມ, ໂດຍສະເພາະ ກຸ່ມປະມົງຊາວບ້ານ, ສະມາຄົມປະມົງ ຢູ່ອ່າງເກັບນ້ຳ, ແລະ ກອງເລຂາຄຸ້ມຄອງອ່າງເກັບນ້ຳ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 13. ການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມ (Participatory Land Use Planning -PLUP) ແມ່ ນ ໄດ້ ສ ຳເລັ ດ ຢ່ າ ງເປັ ນ ທາງການ ແລະ ໄດ້ມີການອອກໃບກຳມະສິດທີ່ດິນໃຫ້ແກ່ຊຸມຊົນ ເປັນທີ່ຮຽບຮ້ອຍ. ຈຸດປະສົງຂອງຂະບວນການວາງແຜນນຳໃຊ້ທີ່ດິນແບບ ມີສ່ວນຮ່ວມນີ້ ແມ່ນເພື່ອຮັບປະກັນໃຫ້ຊາວບ້ານທີ່ໄດ້ ຖືກຍົກຍ້າຍຍ້ອນໂຄງການນ້ຳເທີນ 2 ໃຫ້ສາມາດເຂົ້າ ເຖິງທີ່ດິນ ແລະ ນຳໃຊ້ທີ່ດິນທີ່ຖືກມອບໝາຍໃຫ້ແກ່ຊຸມ ຊົນໄດ້ຢ່າງຖາວອນ, ແລະ ເພື່ອປົກປັກຮັກສາຊັບພະຍາ ກອນທຳມະຊາດໂດຍຊາວບ້ານເຫຼົ່ານັ້ນ ເຊິ່ງຈະປະກອບ ສ່ວນເຂົ້າໃນການພັດທະນາໃນໄລຍະຍາວ. ຂະບວນ ີ່ ນ ການວາງແຜນນຳໃຊ້ທດ ່ ນຮ່ວມ ຍັງໄດ້ຊວ ິ ແບບມີສວ ່ ຍ ກຳນົດຊາຍແດນຂອງໝູ່ບ້ານ, ການໝາຍເຂດທີ່ດິນ ແລະ ສິດນຳໃຊ້ທີ່ດິນໃຫ້ຈະແຈ້ງ, ເຊິ່ງທັງໝົດນັ້ນແມ່ນ ມີຄວາມສຳຄັນຕໍ່ການດຳລົງຊີວິດແບບຍືນຍົງຂອງຊຸມ ຊົນ ແລະ ການປົກປັກຮັກສາຊັບພະຍາກອນທຳມະຊາດ. ນອກຈາກກຳມະສິດທີ່ດິນສ່ວນບຸກຄົນສຳລັບການປຸກ ສ້າງ ແລະ ທີ່ດິນປູກຝັງກວ້າງ 0.66 ເຮັກຕາ ທີ່ໄດ້ຮັບ 18 ແລ້ວ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ກໍ່ຍັງໄດ້ອອກກຳມະສິດ ທີ່ດິນຊຸມຊົນເພື່ອການກະສິກຳ ແລະ ປູກຝັງ ແລະ ພື້ນ ຖານໂຄງລ່າງຂອງຊຸມຊົນໃຫ້ແກ່ແຕ່ລະບ້ານໃນເດືອນ ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2012 ມັງກອນ 2013. ນອກຈາກນັ້ນ, ກໍ່ຍັງໄດ້ມີການອອກ ກຳມະສິດທີ່ດິນລັດເພື່ອພັດທະນາໂຄງລ່າງພື້ນຖານຂອງລັດ ເຊັ່ນ ໂຮງຮຽນ, ຖະໜົນຫົນທາງ, ແລະ ສຸກສາລາ. ກຳມະສິດທີ່ດິນຊຸມຊົນນີ້ ແມ່ນໜຶ່ງໃນກໍລະນີທຳອິດ ທີ່ມີຢູ່ໃນ ສປປ ລາວ. 14. ວຽກງານໃນການປັບປຸງຄວາມຍືນຍົງຂອງສະມາຄົມປ່າໄມ້ຊາວ ບ້ານ (Village Forestry Association -VFA) ແມ່ນຍັງສືບຕໍ່ ປະຕິບັດ, ແລະ ການເສີມສ້າງຄວາມເຂັ້ມແຂງດ້ານຄວາມອາດ ສາມາດຂອງສະມາຄົມດັ່ງກ່າວ ຍັງເປັນວຽກງານບູລິມະສິດ ເພື່ອ ໃຫ້ສາມາດປະກອບສ່ວນເຂົ້າໃນລາຍຮັບຂອງຜູ້ຍົກຍ້າຍ. ສະມາຄົມປ່າໄມ້ຊາວບ້ານໄດ້ຈ່າຍເງິນປັນຜົນໃນມູນຄ່າ US$ 200,000 ໃຫ້ແກ່ຄົວເຮືອນທີ່ຖືກຍົກຍ້າຍໃນປີ 2011. ເງິນຈຳນວນດັ່ງກ່າວແມ່ນຈ່າຍໃຫ້ແຕ່ລະຄົວເຮືອນທີ່ຖືກຍົກຍ້າຍ. ການປິດກິດຈະການໂຮງເລື່ອຍທີ່ບໍ່ແມ່ນ ຂອງສະມາຊົມປ່າໄມ້ຊາວບ້ານຢູ່ເຂດພູພຽງນາກາຍ ກໍ່ໄດ້ມີຄວາມຄືບໜ້າ. ໂຮງເລື່ອຍທີ່ບໍ່ແມ່ນຂອງສະມາຄົມ ປ່າໄມ້ຊາວບ້ານທີ່ເຫຼືອຢູ່ສຸດທ້າຍໃນເຂດພູພຽງນາກາຍ ກໍ່ໄດ້ຖືກປິດລົງ. ແຕ່ເຖິງແນວໃດກໍ່ຕາມ, ສະມາຄົມປ່າໄມ້ ຊາວບ້ານກໍ່ຍັງພົບພໍ້ກັບຄວາມກົດດັນຈາກພາຍນອກ ເຊິ່ງລວມມີ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ການຖາງ ປ່າເຮັດໄຮ່ຢູ່ເຂດດິນແດນຂອງສະມາຄົມ, ພ້ອມທັງລະດັບອາກອນໄມ້ທີ່ສູງ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ມີການປັບປຸງ ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ຜົນງານຂອງສະມາຄົມດັ່ງກ່າວຢ່າງໃຫຍ່ຫຼວງ ໂດຍສະເພາະແລ້ວແມ່ນປັບປຸງການເຮັດວຽກຮ່ວມກັບຊຸມຊົນ, ການ ປະຕິບັດຕາມພັນທະດ້ານການເງິນ, ຄວາມເປັນເຈົ້າການ ແລະ ຄວາມໂປ່ງໃສ ຖ້າຢາກໃຫ້ບັນລຸເປົ້າໝາຍທີ່ໄດ້ ວາງໄວ້ ໃນການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ການສະໜອງເງິນປັນຜົນໄລຍະຍາວໃຫ້ແກ່ຜູ້ຖືກຍົກ ຍ້າຍ. ໃນໄລຍະປັດຈຸບັດນີ້, ຈຳເປັນຕ້ອງມີການປະເມີນຢ່າງລະອຽດ ກ່ຽວກັບຊັບພະຍາກອນປ່າໄມ້ທີ່ຍັງເຫຼືອໃນ ເຂດຂອງສະມາຄົມປ່າໄມ້ຊາວບ້ານ ແລະ ທາງເລືອກຕ່າງໆໃນຕໍ່ໜ້າ. 15. ແຜນການປະເມີນຜົນສຳເລັດໃນການບັນລຸເປົ້າໝາຍດ້ານລາຍ ຮັບຂອງຄົວເຮືອນ ແລະ ບ້ານທີ່ຖືກຍົກຍ້າຍໃນປີ 2013. ອີງຕາມຂໍ້ບັນຍັດໃນສັນຍາສຳປະທານຂອງໂຄງການນ້ຳເທີນ 2 ຄາດວ່າ ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ຈະປະເມີນຜົນສຳເລັດໃນການບັນລຸເປົ້າໝາຍດ້ານລາຍຮັບຂອງຄົວເຮືອນ ແລະ ບ້ານທີ່ຖືກຍົກຍ້າຍໃນປີ 2013, ໂດຍອີງຕາມຜົນການສຳຫຼວດຈາກການດຳເນີນຮອບວຽນຕໍ່ໄປຂອງບົດສຳຫຼວດວັດແທກ ມາດຕະຖານການດຳລົງ ຊີວິດ ພາຍໃນປີນີ້, ແລະ ໂດຍອີງຕາມການຕິດຕາມ ແລະ ປະເມີນຜົນຂໍ້ມູນອື່ນໆທີ່ເກັບກຳໂດຍບໍລິສັດໄຟຟ້ານ້ຳ ເທີນ 2 ແລະ ພາກສ່ວນອື່ນໆ ທີ່ຕິດຕາມໂຄງການນ້ຳເທີນ 2 ໃນໄລຍະການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ. 16. ເປົ້າໝາຍການຍົກຍ້າຍຈັດສັນຂອງໂຄງການນ້ຳເທີນ 2 ແມ່ນເພື່ອ ປັບປຸງການດຳລົງຊີວິດຂອງຊຸມຊົນແບບຍືນຍົງ. ການບັນລຸເປົ້າໝາຍດ້ານລາຍຮັບຂອງຄົວເຮືອນ ແລະ ບ້ານ ໃນໃລຍະຫ້າປີພາຍຫຼັງການຍົກຍ້າຍ ຈະເປັນຕົວຊີ້ ບອກເຖິງຄວາມຍືນຍົງຂອງການດຳລົງຊີວິດດັ່ງກ່າວ. ແຫຼ່ງລາຍຮັບຫຼັກໃນສະພາບແວດລ້ອມອັນໃໝ່ ແລະ ຄາດ 19 ໝາຍລະດັບຂອງລາຍຮັບດັ່ງກ່າວ ໃນໄລຍະຍາວ ແມ່ນເຫັນໄດ້ແຈ້ງຂຶ້ນ. ການບັນລຸລະດັບມາດຕະຖານການດຳລົງ ຊີວິດທີ່ຂ້ອນຂ້າງສູງ, ເຊິ່ງສູງກວ່າຂີດໝາຍຄວາມທຸກຍາກ, ເຮັດໃຫ້ເຂົ້າໃຈໄດ້ເຖິງບັນຫາເລື່ອງຄວາມຍືນຍົງຕ່າງໆ ໃນລະດັບໃດໜຶ່ງ. ເຖິງແນວໃດກໍ່ຕາມ, ລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ບັນດາສະຖາບັນການເງິນສາກົນ ກໍ່ເຂົ້າໃຈວ່າ ເປົ້າໝາຍດ້ານລາຍຮັບບ້ານ ບໍ່ແມ່ນປັດໃຈດຽວ ທີ່ຈະສາມາດອະທິບາຍໄດ້ວ່າຊີວິດການເປັນຢູ່ຂອງ ຊຸມຊົນແມ່ນໄດ້ປັບປຸງຢ່າງຍືນຍົງ. ດັ່ງນັ້ນ, ທຸກໆພາກສ່ວນຈຶ່ງໄດ້ເຮັດວຽກຮ່ວມກັນເພື່ອຕົກລົງກ່ຽວກັບຕົວຊີ້ວັດ ແລະ ວິທີການວັດແທກຄວາມຍືນຍົງ ສຳລັບໂຄງການນ້ຳເທີນ 2, ໂດຍສານຕໍ່ຈາກສັນຍາສຳປະທານ ແລະ ການ ປຶກສາຫາລື ກັບ ກຸ່ມຕິດຕາມທີ່ກ່ຽວຂ້ອງ. 17. ກົນໄກໜຶ່ງທີ່ແນໃສ່ສະໜັບສະໜູນຄວາມຍືນຍົງ ຄື ກອງທຶນແກ້ໄຂ ບັນຫາ ສິ່ງແວດລ້ອມ ແລະ ສັງຄົມ (Social and Environmental Remediation Fund - SERF) ແມ່ນກຳລັງຖືກນຳໃຊ້ປະຕິບັດ ແລະ ມີຄວາມສອດຄ່ອງກັບເງື່ອນໄຂພາຍໃຕ້ສັນຍາສຳປະທານ. ທຶນຈາກກອງທຶນແກ້ໄຂບັນຫາ ສິ່ງແວດລ້ອມ ແລະ ສັງຄົມ (ປະມານ US$ 300,000 ຕໍ່ປີ) ແມ່ນຖືກນຳໃຊ້ເຂົ້າໃນ ການບູລະນະຮັກສາພື້ນຖານໂຄງລ່າງຂອງຊຸມຊົນ ແລະ ເມືອງຢູ່ພູພຽງນາກາຍ. ພ້ອມກັນນັ້ນ ກໍ່ຍັງໄດ້ຕົກລົງຈັດສັນ ງົບປະມານສະເພາະ ເຂົ້າໃນການບູລະນະຮັກສາເສັ້ນທາງເຂົ້າໝູ່ບ້ານ ເພື່ອຮັບປະກັນວ່າ ທຶນຈະບໍ່ນຳໄປໃຊ້ເຂົ້າ ໃນການບູລະນະຮັກສາເສັ້ນທາງ ຫລາຍກວ່າທີ່ໄດ້ກຳນົດໄວ້. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 18. ເພື່ອໃຫ້ສອດຄ່ອງກັບ ສັນຍາສຳປະທານ, ສັນຍາວ່າດ້ວຍທຶນຊ່ວຍ ເຫລືອກັບສະຖາບັນການເງິນສາກົນ, ແລະ ເພື່ອຄວາມຍືນຍົງຂອງ ໂຄງການ, ຄວາມຮັບຜິດຊອບໃນການຄຸ້ມຄອງເຂດຍົກຍ້າຍຈັດສັນ ຢູ່ນາກາຍ ແມ່ນຕ້ອງຖືກມອບໂອນຈາກບໍລິສັດໄຟຟ້ານ້ຳເທີນ 2 ໄປຫາລັດຖະບານ. ເພື່ອກະກຽມຂັ້ນຕອນການມອບໂອນທີ່ມີປະສິດທິຜົນ, ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ຈຶ່ງໄດ້ມີການຮ່ວມ ເຮັດວຽກປະສານງານກັນຢ່າງແໜ້ນແຟ້ນ ໃນເຂດພູພຽງນາກາຍ ແຜນງານວ່າດ້ວຍການພັດທະນາຊຸມຊົນຢ່າງ ແບບຍືນຍົງ (Sustainable Community Development Program - SCDP) ທີ່ໄດ້ ພັດທະນາໃນໝໍ່ໆນີ້, ໄດ້ສ້າງທີມງານຮ່ວມລະຫວ່າງ ບໍລິສັດໄຟຟ້ານ້ຳເທີນ 2 ແລະ ລັດຖະບານ ໂດຍມີໜ້າທີ່ຮັບຜິດຊອບໃນການປະສານ ງານກິດຈະກຳຕ່າງໆ, ສ້າງສາຍສຳພັນກັບຊຸມຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ແລະ ດຳເນີນວຽກງານເສີມສ້າງ ຄວາມອາດສາມາດໃຫ້ແກ່ພະນັກງານລັດຖະບານຢູ່ເຂດພູພຽງນາກາຍ. ແຜນງານວ່າດ້ວຍການພັດທະນາຊຸມຊົນ ຍັງໄດ້ສ້າງຄະນະຊີ້ນຳແຜນງານ ໂດຍການເປັນປະທານຂອງເຈົ້າເມືອງນາກາຍ, ແລະ ຄະນະບໍລິຫານແຜນງານທີ່ ຈະເປັນຜູ້ຊີ້ນຳວຽກງານປະຈຳວັນ. 19. ບັນດາຄົວເຮືອນທີ່ມີຄວາມສ່ຽງຈຳນວນໜຶ່ງ ຈຳເປັນຕ້ອງໄດ້ໃຫ້ມີ ການຊ່ວຍເຫຼືອພິເສດເພີ່ມເຕີມ. ບັນຫາດັ່ງກ່າວຮຽກຮ້ອງໃຫ້ມີ ການເອົາໃຈໃສ່ຢ່າງໃກ້ຊິດ ໃນໄລຍະຫຼາຍປີຕໍ່ໜ້າ. 20 ໃນຂະນະທີ່ສັນຍາທາງກົດໝາຍຂອງໂຄງການ ແມ່ນສຸມໃສ່ເປົ້າໝາຍດ້ານລາຍຮັບ, ກໍ່ຍັງເຫັນວ່າ ມີຄົວເຮືອນ ສ່ວນໜ້ອຍ (ຕ່ຳກວ່າໜຶ່ງສ່ວນຮ້ອຍຂອງຄົວເຮືອນໃນປັດຈຸບັນ ລວມທັງຄົວເຮືອນທີ່ມີຄົນເຖົ້າແກ່ ທີ່ໄດ້ຮັບການຊ່ ວຍເຫຼືອຈາກຄອບຄົວຢ່າງຈຳກັດ ແລະ ມີຄົນພິການຢູ່ນຳ) ທີ່ຈະພົບພໍ້ກັບຄວາມຫຍຸ້ງຍາກ ໃນການຮັກສາສະຖາ ນະຢູ່ເທິງລະດັບຄວາມທຸກຍາກ ເນື່ອງມາຈາກເຫດຜົນທີ່ນອກເໜືອການຄວບຄຸມຂອງເຂົາເອງ ຫຼື ຂອງໂຄງການ. ໃນຂະນະທີ່ ອັ ດ ຕາສ່ ວ ນຂອງຄົ ວ ເຮື ອ ນທີ່ ມີ ຄ ວາມສ່ ຽ ງແມ່ ນ ຢູ່ ໃ ນລະດັ ບ ທີ່ ຂ້ ອ ນຂ້ າ ງຄົ ງ ທີ່ ໃ ນສອງປີ ຜ່ າ ນມາ, ທາງບໍລິສັດໄຟຟ້ານ້ຳເທີນ 2, ລັດຖະບານ, ແລະ ສະຖາບັນການເງິນສາກົນ, ໂດຍອີງຕາມຄຳແນະນຳຈາກຄະນະ ຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມ, ແມ່ນຍັງຈະໄດ້ສືບຕໍ່ ວັດແທກແນວໂນ້ມຄວາມສ່ຽງຂອງຄົວເຮືອນ ແລະ ລະບຸວິທີທາງແກ້ໄຂທີ່ຍືນຍົງໃນໄລຍະຍາວ ສຳລັບຄົວເຮືອນທີ່ມີຄວາມສ່ຽງ, ໂດຍສານຕໍ່ຈາກຕາໜ່າງຄວາມປອດ ໄພຂອງຄອບຄົວດັ້ງເດີມ ແລະ ຊຸມຊົນ. 20. ການຕິດຕາມຄຸນນະພາບນ້ຳ ຢູ່ອ່າງໂຕ່ງນ້ຳ ແລະ ເຂດລຸ່ມເຮືອນຈັກ ແມ່ນສືບຕໍ່ດຳເນີນໄປຢ່າງສະໝ່ຳສະເໝີ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ເກັບກຳຕົວຢ່າງນ້ຳຢູ່ຫຼາຍສະຖານທີ່ ຢ່າງເປັນປະຈຳ, ແລະ ຂໍ້ມູນຈຳນວນໜຶ່ງກ່ຽວກັບ ການຕິດຕາມຄຸນນະພາບນ້ຳດັ່ງກ່າວ ໄດ້ຖືກພິມເຜີຍແຜ່ຢູ່ໃນເວັບໄຊ້ຂອງ ບໍລິສັດໄຟຟ້ານ້ຳເທີນ 2. ຕົວຊີ້ວັດທັງ ໝົດກ່ຽວກັບຄຸນນະພາບນ້ຳຢູ່ເຂດອ່າງໂຕ່ງນ້ຳ ແມ່ນຖືກຕິດຕາມ ແລະ ເຫັນວ່າຍັງຢູ່ໃນຂອບເຂດມາດຕະຖານທີ່ ໄດ້ກຳນົດໄວ້. ລະດັບ ອົກຊີແຊນຢູ່ໃນນ້ຳ (dissolved oxygen - DO) ຢູ່ອ່າງໂຕ່ງນ້ຳສືບຕໍ່ມີຄວາມແຕກຕ່າງໃນ ແຕ່ລະເຂດ ແລະ ໃນແຕ່ລະລະດູການ. ການຂາດອົກຊີແຊນຢູ່ໃນນ້ຳ ແມ່ນສາມາດເກີດຂຶ້ນໃນໄລຍະທ້າຍໆຂອງ ລະດູແລ້ງ, ແຕ່ມັນກໍ່ບໍ່ໄດ້ສ້າງຜົນກະທົບໃດໆຕໍ່ປາ. ໂດຍທົ່ວໄປແລ້ວ, ອ່າງເກັບນ້ຳຍັງຢູ່ໃນສະພາບທີ່ເໝາະສົມສຳ ລັບປາ. ຢູ່ເຂດລຸ່ມເຮືອນຈັກ, ນ້ຳທີ່ປ່ອຍອອກຈາກເຮືອນຈັກຈະໄຫຼຜ່ານເຂື່ອນດັດສົມຜ່ານຄອງສົ່ງນ້ຳຢູ່ເຂດ ລຸ່ມເຮືອນຈັກ, ເຊິ່ງຈະຊ່ວຍຮັກສາລະດັບອົກຊີແຊນໃນນ້ຳ. ເຖິງແມ່ນວ່າ ການປ່ອຍນ້ຳຈຳນວນຫຼວງຫຼາຍພາຍຫຼັງ ທີ່ມີຝົນຕົກຢ່າງຮ້າຍແຮງ ເຊິ່ງລະດັບນ້ຳທີ່ເພີ່ມຂຶ້ນໃນອ່າງເກັບນ້ຳອາດເຮັດໃຫ້ລະດັບອົກຊີແຊນໃນໜ້ານ້ຳຕ່ຳ, ແຕ່ກໍ່ບໍ່ພົບເຫັນວ່າ ນ້ຳຢູ່ເຂດລຸ່ມເຮືອນຈັກ ຂາດອົກຊີແຊນ. ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 21. ຫ້ອງທົດລອງສິ່ງແວດລ້ອມທາງນ້ຳ ໄດ້ມີການວັດແທກການປ່ອຍ ອາຍພິດເຮືອນແກ້ວ ຈາກອ່າງເກັບນ້ຳ ນາກາຍ. ພາຍໃຕ້ແຜນງານການຮ່ວມມືດ້ານການຄົ້ນຄວ້າລະຫວ່າງ ບໍລິສັດໄຟຟ້ານ້ຳເທີນ 2, ບໍລິສັດໄຟຟ້າຝຣັ່ງ, ແລະ ມະຫາວິທະຍາໄລ ຕູລູສ (ຝຣັ່ງ), ແມ່ນໄດ້ມີການປະເມີນຢ່າງຕັ້ງໜ້າ ໂດຍແນ່ໃສ່ການລະບຸລະດັບສຸດທິຂອງການ ປ່ອຍອາຍພິດເຮືອນແກ້ວ ເຂົ້າໃນລະບົບຂອງໂຄງການໄຟຟ້ານ້ຳເທີນ 2 ແລະ ພັດທະນາຮູບແບບການປ່ອຍອາຍ ພິດດັ່ງກ່າວ ຕະຫຼອດໄລຍະການປະຕິບັດງານຂອງອ່າງເກັບນ້ຳ ນ້ຳເທີນ 2. ຂໍ້ມູນທີ່ເກັບໄດ້ມາຮອດປັດຈຸບັນຊີ້ ໃຫ້ເຫັນວ່າ ອັດຕາການປ່ອຍອາຍພິດເຮືອນແກ້ວ ແມ່ນຕ່ຳຫຼາຍເມື່ອທຽບກັບ ເຂື່ອນພະລັງງານຄວາມຮ້ອນ. ການ ຄາດຄະເນຜົນຈາກຂໍ້ມູນຂອງຮູບແບບການປ່ອຍອາຍພິດເຮືອນແກ້ວຂອງອ່າງເກັບນ້ຳ ນ້ຳເທີນ 2 ແມ່ນອີງຕາມ ຂໍ້ມູນທີ່ເກັບໄດ້ໃນໄລຍະສອງປີທຳອິດຂອງການກັກກັນນ້ຳ. ຮູບແບບດັ່ງກ່າວ ຊີ້ໃຫ້ເຫັນວ່າ ການປ່ອຍອາຍພິດ ເຮືອນແກ້ວ ຈະຮອດຈຸດສູງສຸດໃນໄລຍະ ສາມປີ ຫາ ຫ້າປີທຳອິດ ພາຍຫຼັງການກັກກັນນ້ຳ, ເຊິ່ງຫຼັງຈາກນັ້ນກໍ່ ຈະຄ່ອຍໆຫຼຸດລົງ. ສ່ວນໜຶ່ງຂອງແຜນງານຄົ້ນຄວ້າຄັ້ງນີ້ ຍັງໄດ້ດຳເນີນຢູ່ ອ່າງເກັບນ້ຳຂອງນ້ຳງື່ມ ແລະ ນ້ຳເລິກ ຢູ່ ສປປ ລາວ ເພື່ອ ນຳມາສົມທຽບ. ຂໍ້ມູນດັ່ງກ່າວຊີ້ໃຫ້ເຫັນວ່າ 40 ປີ ພາຍຫຼັງການກັກກັນນ້ຳ, ອ່າງເກັບນ້ຳນ້ຳງື່ມ ໄດ້ກາຍເປັນແຫຼ່ງດູດຊຶມກາກບອນ ຍ້ອນມັນດູດຊຶມຫຼາຍກວ່າ ມັນປ່ອຍອາຍພິດເຮືອນແກ້ວ. 21 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2012 ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 22 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 ເຂດລຸ່ມເຮືອນຈັກ 22. ເຂດລຸ່ມເຮືອນຈັກ ແລະ ກ້ອງເຂື່ອນຂອງໂຄງການນ້ຳເທີນ 2 ຍັງມີຄວາມສຳຄັນ ຍ້ອນວ່າການຜະລິດໄຟຟ້າ ຈະສືບຕໍ່ປ່ຽນແປງ ການໄຫຼຂອງນ້ຳເຂົ້າສູ່ເຊບັ້ງໄຟ ແລະ ລະບົບສາຍນ້ຳຂອງນ້ຳເທີນ. “ເຂດລຸ່ມເຮືອນຈັກ” ຂອງໂຄງການນ້ຳເທີນ 2 ໄດ້ຖືກອອກແບບໂດຍກວມເອົາ 2 ເຂດພື້ນທີ່ຄື: (ກ) ເຂດກ້ອງ ເຮືອນຈັກ, ລວມເອົາ 150 ໝູ່ບ້ານ ທີ່ຕັ້ງຢູ່ຕາມແຄມສາຍນ້ຳເຊບັ້ງໄຟ ແລະ ບ້ານທີ່ຫ່າງຈາກຕາຝັ່ງຂອງສາຍນ້ຳດັ່ງ ກ່າວ ເຊິ່ງໄດ້ຮັບຜົນກະທົບຈາກການເພີ່ມຂຶ້ນຂອງປະລິມານນ້ຳ; ແລະ (ຂ) ເຂດກ້ອງເຂື່ອນນາກາຍ, ລວມ 38 ໝູ່ ບ້ານລຽບຕາມສາຍນ້ຳເທີນ, ເຊິ່ງໄດ້ຮັບຜົນກະທົບຈາກການຫຼຸດລົງຂອງນ້ຳ. 23. ຜົນກະທົບຕໍ່ ເຂດລຸ່ມເຮືອນຈັກ ເຊບັ້ງໄຟ ຖືວ່າຕ່ຳກວ່າສົມຄວນ ເມື່ອທຽບກັບລະດັບທີ່ໄດ້ຄາດການໄວ້. ການເລີ່ມຜະລິດໄຟຟ້າເພື່ອການຄ້າໃນປີ 2010 ໄດ້ເຮັດໃຫ້ (ແລະ ຍັງສືບຕໍ່) ການໄຫຼຂອງນ້ຳ ສູ່ສາຍນ້ຳເຊບັ້ງໄຟ ເພີ່ມຂີ້ນ. ຜົນກະທົບດັ່ງກ່າວຈະສືບຕໍ່ປະກົດຂຶ້ນໃນໄລຍະກາງ, ແລະ ໄດ້ມີການຕິດຕາມຢ່າງປົກກະຕິ. ກົນໄກການ ຮ້ອງທຸກຂອງໂຄງການ ແມ່ນຍັງປະຕິບັດຢູ່ໃນເຂດລຸ່ມເຮືອນຈັກ, ແລະ ບຸກຄົນທີ່ໄດ້ຮັບຜົນກະທົບຈາກໂຄງການ ກໍ່ສາມາດຮ້ອງທຸກທີ່ຕົນມີ ຕໍ່ຄະນະຮັບຜິດຊອບການຮ້ອງທຸກທີ່ກ່ຽວຂ້ອງ. ບັນຫາກ່ຽວກັບເຂດເຊບັ້ງໄຟຕໍ່ໄປນີ້ ແມ່ນໄດ້ຖືກຮັບຮູ້ໂດຍລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ2 ແລະ ສະຖາບັນການເງິນ ແລ້ວ ໃນຂະນະທີ່ກະກຽມບົດ ລາຍງານສະບັບນີ້: 23 • ຄຸນນະພາບນ້ຳ. ຄຸນນະພາບນ້ຳທີ່ປ່ອຍລົງສູ່ເຊບັ້ງໄຟ ສືບຕໍ່ເປັນຕົວຊີ້ບອກອັນສຳຄັນ ກ່ຽວກັບຜົນກະທົບຂອງ ໂຄງການ. ມາຮອດປັດຈຸບັນ, ແຜນງານຕິດຕາມຄຸນນະພາບນ້ຳຊີ້ໃຫ້ເຫັນວ່າ, ໂດຍທົ່ວໄປແລ້ວ, ຄຸນນະພາບ ນ້ຳແມ່ນດີກວ່າທີ່ໄດ້ຄາດຄະເນໄວ້. ມີສອງປັດໄຈສຳຄັນ ທີ່ມີຜົນກະທົບຕໍ່ຄຸນນະພາບນ້ຳທີ່ປ່ອຍຕາມຄອງສົ່ງ ນ້ຳຢູ່ກ້ອງເຮືອນຈັກລົງສູ່ເຊບັ້ງໄຟຄື: (ກ) ຄຸນນະພາບນ້ຳໃນອ່າງເກັບນ້ຳ ຢູ່ຈຸດທີ່ມີການດູດນ້ຳລົງສູ່ເຮືອນຈັກ; ແລະ (ຂ) ປະສິດທິຜົນຂອງລະບົບເພີ່ມອາກາດເຂົ້າໃນຄອງສົ່ງນ້ຳຈາກລຸ່ມເຮືອນຈັກ. ຂໍ້ມູນກ່ຽວກັບຄຸນນະ ພາບນ້ຳ ຊີ້ໃຫ້ເຫັນວ່າ ຢູ່ຈຸດທີ່ຮັບເອົານ້ຳເຂົ້າສູ່ເຮືອນຈັກໃນອ່າງເກັບນ້ຳນາກາຍນັ້ນ, ຄຸນນະພາບນ້ຳແມ່ນດີ ກວ່າທີ່ຄາດຄະເນໄວ້ ຍ້ອນວ່າ (ກ) ການໄຫຼຂອງນ້ຳຈືດໃນລະດັບສູງ ແລະ ການປ່ອຍນ້ຳໃນລະດັບສູງໃນປີ 2011 ແລະ ໃນລະດູຝົນ; ແລະ (ຂ) ລົມແຮງທີ່ເຮັດໃຫ້ມີຄື້ນນ້ຳໃຫຍ່ ເຊິ່ງເພີ່ມອົກຊີແຊນໃນນ້ຳໃນລະດູແລ້ງ. ນອກຈາກນັ້ນ, ລະບົບການເພີ່ມອົກຊີແຊນຂອງນ້ຳໃນເຂດກ້ອງເຂື່ອນໄດ້ປັບປຸງຄຸນນະພາບນ້ຳ ພາຍຫຼັງການ ຜະລິດໄຟຟ້າ. ຜົນຂອງການຕິດຕາມຄຸນນະພາບນ້ຳ ຊີ້ໃຫ້ເຫັນວ່າ ຄຸນນະພາບນ້ຳ ແມ່ນສອດຄ່ອງກັບມາດຕະ ຖານຄຸນນະພາບນ້ຳແຫ່ງຊາດ ພ້ອມທັງສອດຄ່ອງກັບເງື່ອນໄຂສະໜັບສະໜູນການດຳລົງຊີວິດຂອງ ສັດນ້ຳ. ແຕ່ວ່າ, ລັກສະນະຂອງນ້ຳຢູ່ເຊບັ້ງໄຟຈຳນວນໜຶ່ງ ແມ່ນໄດ້ຮັບຜົນກະທົບຈາກໂຄງການ, ລວມທັງບໍລິມາດ ແລະ ອັດຕາການໄຫຼຂອງນ້ຳ, ອຸນນະພູມ ແລະ ສີຂອງນ້ຳ. • ການຈັບປາ. ຜົນກະທົບຕໍ່ການຈັບປາ ແມ່ນແຕກຕ່າງກັນໄປຕາມສາຍນ້ຳແຕ່ລະຈຸດ. ຂໍ້ມູນຈາກບົດສຳຫຼວດ ຕິດຕາມການຈັບປາ ໄດ້ຊີ້ໃຫ້ເຫັນວ່າ ຈຳນວນປາທີ່ບໍລິໂພກໂດຍຄົວເຮືອນໄດ້ເພີ່ມຂຶ້ນ, ແຕ່ຄົວເຮືອນກໍ່ໄດ້ ລາຍງານວ່າ ລາຍຮັບຈາກການຂາຍປາໄດ້ຫຼຸດລົງ. ການຕິດຕາມດັ່ງກ່າວ ແນະນຳວ່າ ຈຳນວນປາທີ່ຈັບໄດ້ ຫຼຸດລົງ ຍ້ອນຄວາມຫຍຸ້ງຍາກໃນການຈັບປາຢູ່ໃນເຂດທີ່ມີນ້ຳໄຫຼແຮງ ບວກກັບການຫຼຸດຜ່ອນຄວາມພະຍາ ຍາມໃນການຫາປາຈາກຊຸມຊົມ. ຄົວເຮືອນທີ່ທຸກກວ່າ ໄດ້ລາຍຮັບທີ່ເພີ່ມຂຶ້ນໃນລະດັບໜຶ່ງຈາກການຂາຍປາ, ແຕ່ໃນທາງກົງກັນຂ້າມ ຄົວເຮືອນທີ່ຮັ່ງມີກວ່າໄດ້ລາຍງານວ່າ ລາຍຮັບຈາກການຂາຍປາໄດ້ຫຼຸດລົງ. ກໍລະນີ ່ ຄົວເຮືອນ ດັ່ງກ່າວ ອາດກ່ຽວຂ້ອງກັບອຸປະກອນໃຊ້ຫາປາ (ເຊັ່ນ ຕາໜ່າງຈັບປາ, ອຸປະກອນກັບດັກປາ) ຂອງກຸມ ທີ່ຫາປາຕາມສາຂານ້ຳ ແລະ ເຂດຍອດນ້ຳທີ່ນ້ອຍກວ່າ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 • ນ້ຳສ້າງ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຕິດຕັ້ງນ້ຳສ້າງຈຳນວນໜຶ່ງຢູ່ໝູ່ບ້ານເຂດລຸ່ມເຮືອນຈັກ ເພື່ອປັບປຸງ ການເຂົ້າເຖິງນ້ຳທີ່ກິນໄດ້. ເພື່ອແກ້ໄຂບັນຫາຄຸນນະພາບນ້ຳໃຕ້ດິນ ຈຶ່ງໄດ້ມີການຕິດຕັ້ງລະບົບກັ່ນຕອງນ້ຳ ດ້ວຍຊາຍຢູ່ບ່ອນທີ່ຈຳເປັນ ເພື່ອຫຼຸດຜ່ອນລະດັບຄວາມເຂັ້ມຂົ້ນຂອງທາດເຫຼັກທີ່ເກີດຕາມທຳມະຊາດ, ແລະ ໄດ້ມີການເຈາະນ້ຳສ້າງໃໝ່ເພື່ອແກ້ໄຂຄວາມເປັນກົດ ຫຼື ເປັນດ່າງຂອງນ້ຳ. ນ້ຳສ້າງທັງໝົດແມ່ນໄດ້ຮັບ ການກວດກາໂດຍບໍລິສັດໄຟຟ້ານ້ຳເທີນ 2 ກ່ອນທີ່ຈະມອບໃຫ້ແກ່ຄົວເຮືອນ. ບໍສິສັດໄຟຟ້ານ້ຳເທີນ 2 ມີ ພັນທະຕ້ອງສືບຕໍ່ກວດການ້ຳສ້າງຍ່ອຍ ເຊິ່ງເປັນສ່ວນໜຶ່ງຂອງລະບົບຕິດຕາມຄຸນນະພາບນ້ຳຢ່າງຕໍ່ເນື່ອງ. • ດິນເຈື່ອນ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຕິດຕາມເຫດການດິນເຈື່ອນຢູ່ຕາມແຄມຝັ່ງແມ່ນ້ຳເຊບັ້ງໄຟ ຕັ້ງແຕ່ ກ່ອນການລິເລີ່ມດຳເນີນງານໂຄງການ, ແລະ ຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ ມາຮອດປັດຈຸບັນຍັງບໍ່ໄດ້ຮັບຜົນກະທົບ ຮ້າຍແຮງແຕ່ປະການໃດ. ກ່ອນການເລີ່ມດຳເນີນງານຂອງໂຄງການ, ໂຄງການໄດ້ເກັບລາຍລະອຽດບັນຊີ ພື້ນຖານໂຄງລ່າງ ຫຼື ຊັບສິນທີ່ຢູ່ໃກ້ແຄມຝັ່ງແມ່ນ້ຳເຊບັ້ງໄຟ ເຊິ່ງອາດໄດ້ຮັບຜົນກະທົບຈາກດິນເຈື່ອນ, ແລະ ກໍ່ໄດ້ປຶກສາຫາລືກັບຊຸມຊົນ ແລະ ຄົວເຮືອນຕ່າງໆວ່າ ສົມເຫດສົມຜົນຫຼືບໍ່ ຖ້າຈະຍົກຍ້າຍ ຫຼື ຕິດຕາມ ຊັບສິນທີ່ຢູ່ພາຍໃນໄລຍະ ຫ້າ ກິໂລແມັດຈາກແຄມຝັ່ງແມ່ນ້ຳ. ບາງຄົວເຮືອນກໍ່ໄດ້ຮຽກຮ້ອງໃຫ້ມີການເຄື່ອນ ຍ້າຍຊັບສິນທາງດ້ານວັດທະນະທຳ ເຊິ່ງໂຄງການເອງກໍ່ໄດ້ເຮັດຕາມຄຳຮຽກຮ້ອງເປັນທີ່ຮຽບຮ້ອຍ. ເຖິງແນວ ໃດກໍ່ຕາມ, ຍັງມີສະຖານທີ່ດ້ານວັດທະນະທຳສຳຄັນສອງແຫ່ງ ທີ່ບໍ່ສາມາດເຄື່ອນຍ້າຍໄດ້ ແລະ ໂຄງການກໍ່ ສືບຕໍ່ຕິດຕາມຢ່າງໃກ້ຊິດ. ມາຮອດປັດຈຸບັນ ຖືວ່າບໍ່ຈຳເປັນຕ້ອງໄດ້ເຮັດອັນໃດຕໍ່ກັບ ສອງສະຖານທີ່ດັ່ງກ່າວ. 24 ຮູບພາບໂດຍ: ສະແຕນ ຟຣາເດລີີຊີ/ທະນາຄານໂລກ, 2012 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 24. ໂດຍສອດຄ່ອງກັບ ສັນຍາສຳປະທານ ແລະ ສັນຍາວ່າດ້ວຍທຶນ ຊ່ວຍເຫຼືອ ກັບສະຖາບັນການເງິນສາກົນ, ລັດຖະບານໄດ້ຮັບເອົາ ຄວາມຮັບຜິດຊອບທັງໝົດໃນການຄຸ້ມຄອງແຜນງານປັບປຸງຊີວິດ ການເປັນຢູ່ ເຂດລຸ່ມເຮືອນຈັກເຊບັ້ງໄຟ ນັບແຕ່ວັນທີ 1 ມັງກອນ 2013 ເປັນຕົ້ນມາ. ອີງຕາມແຜນທີ່ໄດ້ຕົກລົງຮ່ວມກັນນັ້ນ, ການຈັດຕັ້ງປະຕິບັດແຜນງານລຸ່ມເຮືອນຈັກ (Downstream Program -DSP) ໄດ້ເປັນຄວາມຮັບຜິດຊອບຮ່ວມ ຂອງລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ຈົນຮອດ ວັນທີ 31 ທັນວາ 2012. ສັນຍາວ່າດ້ວຍທຶນຊ່ວຍເຫຼຶອ ໄດ້ລະບຸໃຫ້ແຜນງານລຸ່ມເຮືອນຈັກ ສືບຕໍ່ປະຕິບັດເປັນໄລຍະຫ້າປີ ພາຍຫຼັງ ການເລີ່ມຜະລິດໄຟຟ້າເພື່ອການຄ້າ (ເມສາ 2010) ຫຼື ພາຍຫຼັງການຊຳລະທຶນທີ່ໄດ້ຈັດສັນໄວ້ ຕາມເພດານມູນຄ່າ US$ 16 ລ້ານ.4 ລັດຖະບານໄດ້ຮັບເອົາຄວາມຮັບຜິດຊອບ ເພື່ອສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຫຼັກໆ ພາຍໃຕ້ແຜນ ງານລຸ່ມເຮືອນຈັກ ຈົນຮອດເດືອນ ເມສາ 2015 ຕາມຂໍ້ບັນຍັດທີ່ໄດ້ກຳນົດໄວ້ໃນ ສັນຍາສຳປະທານກັບສະຖາບັນ ການເງິນສາກົນ. ຍຸດທະສາດກ່ຽວກັບຂະບວນການມອບໂອນແຜນງານ ໄດ້ຮັບການຕົກລົງໂດຍ ເຈົ້າໜ້າທີ່ທ້ອງ ຖິ່ນ, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ສະຖາບັນການເງິນສາກົນ ເພື່ອຮັບປະກັນການມອບໂອນທີ່ມີປະສິດທິຜົນ. ແຜນງານລຸ່ມເຮືອນຈັກ ໄດ້ມີວິວັດທະນາການເປັນບາດກ້າວ ຈາກແຜນງານທີ່ຄຸ້ມຄອງໂດຍບໍລິສັດໄຟຟ້ານ້ຳເທີນ 2 ທີ່ສຸມໃສ່ການຫຼຸດຜ່ອນຜົນກະທົບຂອງໂຄງການໃນໄລຍະສັ້ນ ກ້າວໄປເຖິງ ແຜນງານລວມຂອງລັດຖະບານກ່ຽວ ກັບການປັບປຸງຊີວິດການເປັນຢູ່ທີ່ແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ ສຳລັບ ປະຊາຊົນຢູ່ເຂດ ດັ່ງກ່າວ. ໃນປີ 2014, ບໍລິສັດໄຟຟ້ານ້ຳເທີນ 2 ຈະດຳເນີນການປະເມີນຜົນຄັ້ງສຸດທ້າຍ ກ່ຽວກັບສະຖານະພາບດ້ານ ເສດຖະກິດສັງຄົມຂອງຊຸມຊົມທີ່ໄດ້ຮັບຜົນກະທົບຢູ່ເຂດລຸ່ມເຮືອນຈັກ. ສະຖາບັນການເງິນສາກົນ ແລະ ຜູ້ໃຫ້ທຶນ ອື່ນໆ ໄດ້ສົມທົບໃຫ້ການຊ່ວຍເຫຼືອຕໍ່ຄວາມພະຍາຍາມໃນວຽກງານການພັດທະນາຂັ້ນທ້ອງຖິ່ນດັ່ງກ່າວ ຢູ່ເຂດລຸ່ມ ເຮືອນຈັກ, ລວມທັງການເສີມສ້າງຄວາມເຂັ້ມແຂງດ້ານຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ຂນ ັ້ ແຂວງ ແລະ ຂັ້ນເມືອງ. 25 25. ລັດຖະບານ ກຳລັງສະຫຼຸບໃນຈັດການ ເພື່ອຈັດສັນງົບປະມານ ທີ່ທັນການ ແລະ ຄາດເດົາໄດ້ ສຳລັບຈັດຕັ້ງປະຕິບັດ ແຜນງານ ລຸ່ມເຮືອນຈັກ. ຈົດໝາຍລັດຖະບານວ່າດ້ວຍນະໂຍບາຍການຈັດຕັ້ງປະຕິບັດ (Government Letter of Implementation Policy - GLIP) ພ້ອມທັງ ສັນຍາວ່າດ້ວຍທຶນຊ່ວຍເຫຼືອ ລະຫວ່າງລັດຖະບານ ແລະ ສະຖາບັນການເງິນສາກົນ ໄດ້ກຳນົດ ພັນທະຕ່າງໆ ເພື່ອຮັບປະກັນໃຫ້ມີແຫຼ່ງທຶນທີ່ພຽງພໍ ສຳລັບການຈັດຕັ້ງປະຕິບັດແຜນງານ. ການມີງົບປະ ມານທີ່ທັນການ ແລະ ຄາດເດົາໄດ້ ແມ່ນມີຄວາມສຳຄັນສຳລັບອົງການລັດຖະບານທ້ອງຖິ່ນ ໃນການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບ. ພາຍຫຼັງຄວາມຫຼ້າຊ້າໃນໄລຍະໜຶ່ງ, ລັດຖະບານໄດ້ຈັດສັນແຫຼ່ງທຶນ ເພື່ອຮັບໃຊ້ ຈຸດປະສົງດັ່ງກ່າວສຳລັບສົກປີ 2012/2013, ແລະ ແຜນສຳລັບປີໜ້າ ແມ່ນໄດ້ຍື່ນໂດຍສອດຄ່ອງກັບ ຮອບວຽນການ ຈັດງົບປະມານປະຈຳປີຂອງລັດຖະບານ. ສະຖາບັນການເງິນສາກົນມຸ່ງໝັ້ນໃຫ້ການສະໜັບສະໜູນ ຄວາມພະຍາ ຍາມຂອງລັດຖະບານ ໃນການຈັດການສ້າງລະບົບການຈັດຕັ້ງ ແລະ ຄວາມອາດສາມາດໃຫ້ມີຄວາມເຂັ້ມແຂງ ເພື່ອ ໃຫ້ລັດຖະບານສາມາດປະຕິບັດພັນທະຂອງຕົນໄດ້ຢ່າງຮອບດ້ານ. ສ່ວນໜຶ່ງຂອງທຶນເພີ່ມເຕີມ ສຳລັບໂຄງການ ພັດທະນາແຂວງຄຳມ່ວນ ຈະສະໜັບສະໜູນດ້ານຄວາມອາດສາມາດຂັ້ນແຂວງ (ຜ່ານຫ້ອງການກະສິກຳແຂວງ ແລະ ເມືອງ) ເພື່ອໃຫ້ສາມາດສືບຕໍ່ປະຕິບັດວຽກງານປັບປຸງຊີວິດການເປັນຢູ່ແບບຍືນຍົງ ຂອງແຜນງານລຸ່ມເຮືອນ ຈັກ ໃຫ້ເກີດຜົນສຳເລັດ. ໂຄງການພັດທະນາແຂວງຄຳມ່ວນທີ່ໄດ້ຮັບທຶນເພີ່ມເຕີມ ແມ່ນເລີ່ມມີຜົນບັງຄັບໃຊ້ນັບແຕ່ ເດືອນເມສາ 2012 ເປັນຕົ້ນມາ. 4 ສຸດທ້າຍ, ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຂະຫຍາຍທຶນ ເປັນມູນຄ່າ US$ 18.3 ລ້ານ ສຳລັບແຜນງານລຸ່ມເຮືອນຈັກກ້ອງເຂື່ອນຮອດ ວັນທີ 31 ທັນວາ, 2012. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 26 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ເຂດແຫຼ່ງນ້ຳ ແລະ ສິ່ງແວດລ້ອມ 26. ແຜນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ດ້ານ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ II (Second Social and Environmental Man- agement Framework and Operational Plan-SEMF OP II) ໄດ້ຖືກຮັບຮອງໂດຍສະພາບໍລິຫານຂອງອົງການຄຸ້ມຄອງ ແລະ ປົກ ປັກຮັກສາ ແຫຼ່ງນ້ຳເທີນ 2 (Watershed Management and Pro- tection Agency). ແຜນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດດ້ານສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2, ເຊິ່ງເປັນເອກະສານຊີ້ນຳ ການ ປະຕິບັດງານໄລຍະຫ້າປີຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2, ໄດ້ກຳນົດວິທີການແບບໃໝ່ ກ່ຽວກັບການຈັດບູລິມະສິດ ວຽກງານການບັງຄັບໃຊ້ລະບຽບກົດໝາຍຢູ່ຂົງເຂດທີ່ມີຄວາມລະອຽດອ່ອນດ້ານຊີວະ ນາໆພັນ, ແລະ ຍັງໄດ້ກຳນົດລະບົບການຈຳກັດ ການນຳໃຊ້ນ້ຳ ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ. ແຜນ ການສະບັບໃໝ່ນີ້ ຍັງໄດ້ກຳນົດການປ່ຽນແປງບົດບາດ ແລະ ຄວາມຮັບຜິດຊອບຂອງອົງການຄຸ້ມຄອງ ແລະ ປົກປັກ ຮັກສາແຫຼ່ງນ້ຳເທີນ 2, ເຊິ່ງໄດ້ປັບປຸງໃນດຳລັດນາຍົກລັດຖະມົນຕີ ເລກທີ 471 ໃນປີ 2011. 27. ການຮັບປະກັນຄວາມຍືນຍົງຂອງເຂດແຫຼ່ງນ້ຳ ແມ່ນວຽກງານ ທ້າທາຍໃນໄລຍະຍາວ. ການປົກປັກຮັກສາຊັບພະຍາຍາກອນທຳມະຊາດຢູ່ເຂດແຫຼ່ງນ້ຳ ຍັງຄົງເປັນວຽກງານທີ່ທ້າທາຍ. ຊີວະນາໆພັນ 27 ຂອງພືດ ແລະ ສັດຢູ່ເຂດແຫຼ່ງນ້ຳສືບຕໍ່ຫຼຸດລົງ ຍ້ອນຄວາມຕ້ອງການ ແລະ ລາຄາທີ່ສູງ ຂອງໄມ້ເນື້ອແຂງ ແລະ ຜະລິດຕະພັນສັດປ່າໃນພາກພື້ນ, ສະພາບແວດລ້ອມທີ່ທ້າທາຍ, ແລະ ເຄືອຂ່າຍລັກລອບພາກພື້ນ ທີ່ນັບມື້ນັບມີ ຄວາມກ້າວໜ້າ ແລະ ສະຫຼັບຊັບຊ້ອນ, ແລະ ຄວາມຈຳກັດໃນການບັງຄັບໃຊ້ລະບຽບກົດໝາຍ. ໃນປັດຈຸບັນ, ຄວາມ ກົດດັນແມ່ນມາຈາກຜູ້ທີ່ດຳລົງຊີວິດຢູ່ນອກເຂດແຫຼ່ງນ້ຳ. ການສືບຕໍ່ພັດທະນາໂຄງລ່າງພື້ນຖານໃນເຂດ ແລະ ອ້ອມ ແອ້ມເຂດແຫຼ່ງນ້ຳ ແມ່ນໄພຂົ່ມຂູ່ຫຼັກໆຕໍ່ການປົກປັກຮັກສາເຂດຊີວະນາໆພັນດັ່ງກ່າວ ຖ້າຫາກບໍ່ມີການຄຸ້ມຄອງ ຢ່າງເອົາໃຈໃສ່. ດັ່ງນັ້ນ ຈຶ່ງໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຢ່າງຕັ້ງໜ້າຂອງເຈົ້າໜ້າທີ່ແຫ່ງຊາດ, ເຈົ້າໜ້າທີ່ຂັ້ນ ແຂວງ ແລະ ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ເພື່ອຮັບປະກັນໃຫ້ມີການບັງຄັບໃຊ້ລະບຽບກົດ ໝາຍທີ່ມີຢູ່ ແລະ ການປົກປັກຮັກສາເຂດແຫຼ່ງນ້ຳຢ່າງມີປະສິດຕິຜົນ. 28. ແຜນງານສະເພາະເພື່ອຮັກສາສັດປ່າ ແລະ ສິ່ງແວດລ້ອມ ແມ່ນ ມີຄວາມຄືບໜ້າ ເປັນທີ່ໜ້າເພິ່ງພໍໃຈ. ຄວາມພະຍາຍາມໃນການກູ້ໄພສັດປ່າ ແລະ ແຜນງານຮັກສາເຕົ່າ ແມ່ນໄດ້ສິ້ນສຸດລົງແລ້ວ. ແຜນງານອື່ນໆ ເຊັ່ນ ແຜນງານລາດຕະເວນອ່າງເກັບນ້ຳ, ແຜນງານຮັກສາດິນທາມ ແລະ ການຕິດຕາມແນວພັນສັດປ່າ ແມ່ນສຳເລັດ ແລະ ໄດ້ມອບໃຫ້ແກ່ລັດຖະບານໂດຍບໍລິສັດໄຟຟ້ານ້ຳເທີນ 2, ເຊິ່ງຕໍ່ໄປກໍ່ແມ່ນຮຽກຮ້ອງໃຫ້ມີການສະໜັບສະໜູນ ຢ່າງຕໍ່ເນື່ອງຈາກລັດຖະບານ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ພັດທະນາດິນທາມເຂດອ່າງເກັບນ້ຳ ແລະ ປຸ່ງເກືອ ເຊິ່ງຈະຖືກນຳໃຊ້ໂດຍ ຊ້າງ ແລະ ສັດປ່າອື່ນໆ, ໂດຍປັດຈຸບັນແມ່ນອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ເປັນຜູ້ບູລະນະຮັກສາ. ຄະນະກຳມະການຄຸ້ມຄອງສັດປ່າ ໄດ້ປະຊຸມກັນຢ່າງເປັນປົກກະຕິ ເພື່ອປຶກສາຫາລືບັນຫາ ແລະ ສະເໜີແນະ ກ່ຽວກັບວິທີການແກ້ໄຂບັນຫາໃນການຈັດຕັ້ງປະຕິບັດຕ່າງໆ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 28 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 ການຈັດການຄຸ້ມຄອງລາຍຮັບຂອງໂຄງການນ້ຳເທີນ 2 29. ຜົນສຳເລັດໃນວຽກງານປະຕິຮູບຕ່າງໆ ໂດຍຜ່ານແຜນງານເສີມ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງການເງິນຂອງລັດຖະບານ ໄດ້ປັບປຸງຄວາມອາດສາມາດໃນການຄຸ້ມຄອງວຽກງານການເງິນ ແລະ ໄດ້ອຳນວຍຄວາມສະດວກໃຫ້ແກ່ ການຈັດການຄຸ້ມຄອງ ລາຍຮັບຈາກໂຄງການນ້ຳເທີນ 2 (NT2 Revenue Management Arrangements ຫຼື NT2-RMA). ການຈັດຕັ້ງປະຕິບັດການຈັດການຄຸ້ມຄອງລາຍຮັບ ໄດ້ຊ່ວຍ ສປປ ລາວ ພັດທະນາເຄື່ອງມືເພື່ອຮັບປະກັນ ການຄຸ້ມຄອງຊັບພະຍາກອນພາກລັດ ແບບມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບກວ່າເກົ່າ. ຍົກຕົວຢ່າງ ແມ່ນ ການພັດທະນາຈັດປະເພດງົບປະມານ ແລະ ລະບົບຕິດຕາມກວດກາ ທີ່ຊ່ວຍໃນການລາຍງານ ການໃຊ້ຈ່າຍ ຢູ່ໃນຮ່ວງງົບປະມານ. ອົງການກວດສອບແຫ່ງລັດ ກຳລັງເອົາໃຈໃສ່ ເສີມສ້າງຄວາມອາດສາມາດເພື່ອດຳເນີນວຽກ ງານດ້ານການກວດສອບ. ໃນເດືອນເມສາ 2011, ອົງການກວດສອບແຫ່ງລັດ ໄດ້ພິມເຜີຍແຜ່ໃນສື່ທ້ອງຖິ່ນ ບົດສະ ຫຼຸບຫຍໍ້ກ່ຽວກັບຜົນຂອງການກວດສອບການນຳໃຊ້ງົບປະມານຂອງສົກປີ 2008/09 – ເຊິ່ງເປັນຄັ້ງທໍາອິດໃນປະ ຫວັດສາດຂອງປະເທດລາວ. ລັດຖະບານຍັງໄດ້ຈັດຕັ້ງປະຕິບັດແຜນງານບັນຊີດ່ຽວຂອງຄັງເງິນແຫ່ງຊາດ ເຊິ່ງຄຸ້ມ ຄອງໂດຍຄັງເງິນແຫ່ງຊາດທີ່ໄດ້ຖືກສ້າງຕັ້ງຂຶ້ນໃນມໍ່ໆມານີ້. 30. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຈ່າຍຄ່ານຳໃຊ້ຊັບພະຍາກອນ (ຄ່າສຳ 29 ປະທານ) ແລະ ເງິນປັນຜົນ ໃຫ້ແກ່ລັດຖະບານ ນັບແຕ່ການເລີ່ມ ຜະລິດໄຟຟ້າເພື່ອການຄ້າ ເປັນຕົ້ນມາ. ສົກປີງົບປະມານຂອງລັດຖະບານລາວ ແມ່ນເລີ່ມຈາກວັນທີ 1 ຕຸລາ ເຖິງວັນທີ 30 ກັນຍາ, ແລະ ໃນໄລຍະປີທຳອິດ ຂອງການເລີ່ມດຳເນີນການຜະລິດເພື່ອການຄ້ານັ້ນ, ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຈ່າຍຄ່າສຳປະທານໃຫ້ແກ່ ລັດຖະບານ ເປັນຈຳນວນ US$ 5.4 ລ້ານ. ຈຳນວນດັ່ງກ່າວໄດ້ຄ່ອຍໆເພີ່ມຂຶ້ນ, ແລະ ໃນສົກປີ 2012, ບໍລິສັດ ໄຟຟ້ານ້ຳເທີນ 2 ໄດ້ຈ່າຍເງິນປະມານ US$ 27 ລ້ານ ເປັນຄ່າສຳປະທານ ແລະ ເງິນປັນຜົນ, ແລະ ຄາດວ່າ ຈະຈ່າຍປະມານ US$ 36 ລ້ານ ໃນສົກປີການເງິນນີ້. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ໂອນເງິນດັ່ງກ່າວໃຫ້ແກ່ທະນາ ຄານແຫ່ງ ສປປ ລາວ ເຊິ່ງຈະເປັນຜູ້ຝາກເຂົ້າໃນບັນຊີສະເພາະຂອງຄັງເງິນແຫ່ງຊາດ. ການກວດສອບເງິນໂອນ ເຂົ້າຄັງເງິນແຫ່ງຊາດ ດັ່ງກ່າວ ຈະຊ່ວຍໃນການປະຕິບັດຕາມພັນທະພາຍໃຕ້ແຜນງານຈັດການຄຸ້ມຄອງລາຍຮັບ ຂອງໂຄງການນ້ຳເທີນ 2. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 31. ລັດຖະບານ ໄດ້ຈັດສັນຄ່າໃຊ້ຈ່າຍ ສຳລັບຂະແໜງການທີ່ມີສິດ ໄດ້ຮັບທຶນ ເປັນຕົ້ນແມ່ນຂະແໜງການ ສາທາລະນະສຸກ, ສຶກສາ, ເສັ້ນທາງຊົນນະບົດ, ໄຟຟ້າຊົນນະບົດ ແລະ ສິ່ງແວດລ້ອມ. ການວາງແຜນງົບປະມານສຳລັບຂະແໜງສັງຄົມແມ່ນພວມໄດ້ຮັບ ການປັບປຸງໃຫ້ດີຂຶ້ນ. ເຖິງວ່າທີ່ຜ່ານມາສ່ວນໃຫຍ່ແມ່ນສຸມໃສ່ໂຄງການໃນຂະແໜງການສາທາລະນະສຸກ ແລະ ສຶກສາ ທີ່ມີສິດໄດ້ຮັບທຶນ ຈາກໂຄງການນ້ຳເທີນ 2, ແຕ່ນີ້ເປັນຄັ້ງທຳອິດໃນປີ 2012/13 ທີ່ງົບປະມານຂອງແຂວງ ແລະ ເມືອງສຳລັບຂະແໜງ ການສາທາລະນະສຸກ ແລະ ສຶກສາ ໄດ້ຖືກວາງແຜນມາຈາກຂັ້ນສູນກາງ ແລະ ຖືກຈັດສັນເຂົ້າໃນງົບປະມານ ຂອງແຂວງ ແລະ ເມືອງ. ການຕົກລົງຈັດສັນງົບປະມານໃນຂັ້ນແຂວງ ແລະ ຂັ້ນເມືອງແຕ່ໄລຍະຕົ້ນໆຂອງຂະບວນ ການວາງແຜນງົບປະມານນີ້ ແມ່ນມີຄວາມໝາຍວ່າ ຂະບວນການວາງແຜນງົບປະມານທັງໝົດຂອງລັດຖະບານເຂົ້າ ສູ່ຂະແໜງການຕ່າງໆ ແມ່ນສາມາດກວດກາ ໄດ້ ກ່ອນໜ້າທີ່ງົບປະມານຈະຖືກອະນຸມັດ. ລະຫວ່າງປີ 2010 ແລະ 2012, ການຈັດສັນລາຍຮັບຈາກໂຄງການນ້ຳເທີນ 2 ນັ້ນ ມີມູນຄ່າປະມານ US$ 28.7 ລ້ານ (ໃນນັ້ນ ໄດ້ຈ່າຍ US$ 28.25 ລ້ານ) ເຊິ່ງໄດ້ຈັດສັນເຂົ້າແຜນງານບູລິມະສິດ - ລວມທັງການຝຶກອົບຮົມຄູອາຈານ, ການ ສະໜອງປຶ້ມຮຽນໃຫ້ແກ່ໂຮງຮຽນ, ການບໍລິການດ້ານສຸຂະພາບທີ່ແນໃສ່ຜູ້ທຸກຍາກຢູ່ເຂດຊົນນະບົດ, ແລະ ການສະ ໜອງໄຟຟ້າໃຫ້ແກ່ບ້ານຢູ່ເຂດຊົນນະບົດ. ຈຳນວນດັ່ງກ່າວແມ່ນໄດ້ເພີ່ມຂຶ້ນສາມເທົ່າ, ຈາກ US$ 5.4 ລ້ານໃນສົກ ປີ 2010 ມາເປັນ US$ 15.0 ລ້ານໃນສົກປີ 2013. ໃນໄລຍະດຽວກັນນີ້, ການຈັດສັນເງິນເຂົ້າລາຍຈ່າຍປະຈຳ ແລະ ລາຍຈ່າຍສຳລັບການສຶກສາ, ໂຍທາທິການ ແລະ ຂົນສົ່ງ, ກະສິກຳ ແລະ ຂະແໜງການບູລິມະສິດອື່ນໆ ກໍ່ໄດ້ເພີ່ມ ຂຶ້ນເຊັ່ນດຽວກັນ. 30 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 32. ພາຍຫຼັງທີ່ໄດ້ລະບຸແຜນງານບູລິມະສິດແລ້ວ, ຈຸດສຸມແມ່ນສືບຕໍ່ ປັບປຸງລະບົບການລາຍງານ ແລະ ກົນໄກການປະສານງານ, ກໍ່ຄືປະຕິ ບັດຕາມພັນທະໃນການລາຍງານ ແລະ ດ້ານການເງິນ. ແຜນງານທີ່ຖືກຄັດເລືອກແມ່ນຈະໄດ້ຈັດຕັ້ງປະຕິບັດໃນມໍ່ໆນີ້. ອົງການທີ່ກ່ຽວຂ້ອງ ກຳລັງເກັບກຳຂໍ້ມູນກ່ຽວກັບ ຄວາມຄືບໜ້າຕົວຈິງຂອງໂຄງການຕ່າງໆ. ກະຊວງການເງິນ ໄດ້ສະໜອງລາຍງານການເຄື່ອນໄຫວການເງິນຂອງ ສົກປີ 2010/11 ໃນທ້າຍປີ 2012 ແລະ ວຽກງານໃນການສະຫຼຸບ ບົດລາຍງານກ່ຽວກັບຜົນໄດ້ຮັບດ້ານການເງິນ ຂອງໂຄງການນ້ຳເທີນ 2. ນອກນັ້ນ, ຍັງຈຳເປັນຕ້ອງໄດ້ເອົາໃຈໃສ່ ຮັບປະກັນຈັດສັນຊັບພະຍາກອນເຂົ້າໃນຂະ ແໜງການສັງຄົມໃຫ້ສູງຂຶ້ນ ຍ້ອນທີ່ຜ່ານມາ ຂະແໜງການດັ່ງກ່າວຍັງພົບພໍ້ກັບສະພາບການງົບປະມານປະຈຳທີ່ ຂຶ້ນໆລົງໆ ເມື່ອຄິດໄລ່ເປັນສ່ວນຮ້ອຍຂອງງົບປະມານປະຈຳລວມ. ໃນຂະນະດຽວກັນ, ກົນໄກການປະສານງານ ພາຍໃນລະຫວ່າງກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງ, ແລະ ອົງການກວດສອບແຫ່ງລັດ ຈຳເປັນຕ້ອງປັບປຸງໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນວ່າອົງການດັ່ງກ່າວ ແມ່ນຮັບຮູ້ຢ່າງທົ່ວເຖິງ ເຖິງເງື່ອນໄຂ ແລະ ຄຳໝັ້ນສັນຍາ ທີ່ໄດ້ຕົກລົງພາຍໃຕ້ແຜນງານຈັດການຄຸ້ມຄອງລາຍຮັບ ຂອງໂຄງການນ້ຳເທີນ 2. ການຍົກລະດັບການປະສານງານລະຫວ່າງອົງການດັ່ງກ່າວແມ່ນສຳຄັນສຳລັບຂະບວນ ການດ້ານງົບປະມານຂອງລັດຖະບານເອງ. 33. ໃນຂະນະທີ່ ລັດຖະບານລາວ ໄດ້ບັນລຸຄວາມຄືບໜ້າສຳຄັນ ໃນການຈັດ ສັນງົບປະມານຂອງໂຄງການນ້ຳເທີນ 2 ເຂົ້າໃນໂຄງການ ແລະ ແຜນງານ ໍ່ ງ ຢ່າງເໝາະສົມ, ແຕ່ກຍ ັ ມີບາງວຽກງານເພີ່ມເຕີມທີ່ຈະຕ້ອງດຳເນີນການ ເພື່ອເຮັດໃຫ້ການປະຕິບັດສອດຄ່ອງກັບພັນທະດ້ານການເງິນ ແລະ ການລາຍງານ. ພາຍໃຕ້ແຜນງານຈັດການຄຸ້ມຄອງລາຍຮັບຂອງໂຄງການນ້ຳເທີນ 2 ນັ້ນ, ບົດລາຍງານຄວາມຄືບໜ້າກ່ຽວກັບ 31 ໂຄງການທີ່ໄດ້ຮັບທຶນຈາກລາຍຮັບຂອງໂຄງການນ້ຳເທີນ 2 ແລະ ລາຍງານການເງິນທີ່ກ່ຽວຂ້ອງ ແມ່ນຕ້ອງໄດ້ ຍື່ນຕໍ່ສະຖາບັນການເງິນ ຫົກເດືອນພາຍຫຼັງສິ້ນສຸດສົກປີການເງິນຂອງລາວ. ການກວດສອບ ແມ່ນຕ້ອງດຳເນີນ ທຸກໆປີ. ເຖິງແມ່ນວ່າ ທະນາຄານໂລກ ໄດ້ຮັບບົດລາຍງານກ່ຽວກັບການຈັດສັນ ແລະ ລາຍຈ່າຍຕົວຈິງ ຈາກ ລາຍຮັບຂອງໂຄງການນ້ຳເທີນ 2 ຕາມຂະແໜງການ ແລະ ຕາມໂຄງການ, ແຕ່ສະຖາບັນການເງິນຍັງບໍ່ໄດ້ຮັບ ບົດລາຍງານທາງການ ກ່ຽວກັບການນຳໃຊ້ລາຍຮັບນັບແຕ່ມື້ເລີ່ມຜະລິດໄຟຟ້າເພື່ອການຄ້າ, ແລະ ອົງການກວດ ສອບແຫ່ງລັດ ກໍ່ຍັງບໍ່ໄດ້ກວດສອບການນຳໃຊ້ລາຍຮັບຂອງໂຄງການນ້ຳເທີນ 2 ເທື່ອຈົນມາຮອດປັດຈຸບັນ. ກໍລະນີ ດັ່ງກ່າວ ແມ່ນບໍ່ສອດຄ່ອງກັບສັນຍາສຳປະທານ. ສະຖາບັນການເງິນສາກົນ ຈະສືບຕໍ່ເຮັດວຽກໃກ້ຊິດກັບອົງການ ລັດຖະບານທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດຕາມເງື່ອນໄຂຂອງແຜນງານຈັດການຄຸ້ມຄອງລາຍຮັບຂອງ ໂຄງການນ້ຳເທີນ 2. 34. ໃນຕໍ່ໜ້າ ແມ່ນຈຳເປັນຈະຕ້ອງໄດ້ພິຈາລະນາ ມາດຕະການປັບປຸງການ ວາງແຜນງົບປະມານໂດຍລວມຂອງລັດຖະບານ ສຳລັບຂະແໜງການສັງ ຄົມ ເພື່ອໃຫ້ເປັນສ່ວນໜຶ່ງຂອງການວາງແຜນລວມຂອງລັດຖະບານ ແລະ ສ່ວນໜຶ່ງຂອງການວາງແຜນວຽກງານການປະຕິຮູບຕ່າງໆ. ມາດຕະການດັ່ງກ່າວລວມມີ: (ກ) ເຊື່ອມໂຍງງົບປະມານທຶນ ແລະ ງົບປະມານລາຍຈ່າຍປະຈຳເຂົ້າກັນ, ແລະ ສຸມໃສ່ ການວາງແຜນງົບປະມານໂດຍອີງຕາມງົບປະມານທີ່ມີ ໂດຍຫຼີກລ່ຽງການວາງແຜນງົບປະມານ ທີ່ອີງຕາມຄວາມຈຳ ເປັນ; (ຂ) ຄ່ອຍໆຈັດຕັ້ງປະຕິບັດຢ່າງເຕັມສ່ວນ ໃນການຈັດປະເພດ ຂະແໜງການສຳລັບຂົງເຂດສັງຄົມ; (ຄ) ເຊື່ອມໂຍງງົບປະມານລາຍຈ່າຍປະຈຳ ແລະ ງົບປະມານການລົງທຶນ, ລວມທັງງົບປະມານລາຍຈ່າຍສຳລັບພະນັກ ງານ; ແລະ (ງ) ພັດທະນາເຄື່ອງມືໃນການຕິດຕາມ ແລະ ປະເມີນ ເພື່ອຮັບປະກັນວ່າຈຸດປະສົງ ແລະ ຜົນໄດ້ຮັບ ຈະສາມາດປະເມີນໄດ້. ມາດຕະການເຫຼົ່ານີ້ ຈະຮັບປະກັນວ່າ ວຽກງານຈັດການຄຸ້ມຄອງລາຍຮັບຂອງໂຄງການ ນ້ຳເທີນ 2 ຈະຫັນປ່ຽນໄປເທື່ອລະກ້າວ, ຈາກການສຸມໃສ່ໂຄງການສະເພາະ ໄປສູ່ການພິຈາລະນາຜົນໄດ້ຮັບໃນລະ ດັບຂະແໜງການໂດຍລວມ ພາຍໃຕ້ທິດທາງຢ່າງເປັນລະບົບຂອງປະເທດ. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 32 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 ການຈັດການຕິດຕາມ ແລະ ກວດກາ 35. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ສືບຕໍ່ສະໜັບສະໜູນ ັ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບດ ການຈັດຕັ້ງປະຕິບດ ັ ໂຄງການ. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ໄດ້ຕິດຕາມການຈັດຕັ້ງປະຕິບັດໂຄງການຢ່າງໃກ້ຊິດ, ພ້ອມທັງ ໃຫ້ການຊ່ວຍເຫຼືອໃນການເສີມສ້າງຄວາມອາດສາມາດ ແລະ ແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນ. ໃນນັ້ນ ໄດ້ມີການລົງຕິດ ຕາມກວດກາຮ່ວມປະຈຳປີ ໂດຍສະຖາບັນການເງິນ ຄຽງຄູ່ກັບການຢ້ຽມຢາມພາກສະໜາມຂອງທີມງານວິຊາການ ເປັນປະຈຳ. ນອກຈາກ ການສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການແລ້ວ, ທີມງານຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຍັງໄດ້ສະໜັບສະໜູນວຽກງານເພີ່ມຈຳນວນໜຶ່ງ ເພື່ອເສີມສ້າງຄວາມອາດສາ ມາດໃຫ້ແກ່ອົງການຂອງລັດຖະບານ ໃນລະດັບຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງຂຶ້ນ. 36. ການລົງຢ້ຽມຢາມຈາກຄະນະຊ່ຽວຊານດ້ານ ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໄດ້ສືບຕໍ່ປະຕິບັດຢ່າງຕໍ່ເນື່ອງ. ຄະນະຊ່ຽວຊານດ້ານສິ່ງແວດລ້ອມ ແລະ ສັງຄົມ ໄດ້ລົງຢ້ຽມຢາມຄັ້ງທີ 19 ແລະ ຄັ້ງທີ 20 ໃນເດືອນມີນາ ແລະ ທັນວາ 2010 ຕາມລຳດັບ. ບົດລາຍງານຂອງຄະນະຊ່ຽວຊານໄດ້ຮັບຮູ້ວ່າ ໄດ້ມີຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດໂຄງການ ແລະ ໃນຂະນະດຽວກັນກໍ່ໄດ້ຍົກບາງປະເດັນ ໂດຍສະເພາະຄວາມຈຳເປັນໃນການເພີ່ມຄວາມ ເຂັ້ມແຂງຂອງການປົກປັກຮັກສາຊີວະນາໆພັນຢູ່ເຂດແຫຼ່ງນ້ຳຈາກການກົດດັນຈາກພາຍນອກ, ຮັບປະກັນໃຫ້ຊີວິດ 33 ການເປັນຢູ່ຂອງຜູ້ທີ່ຖືກຍົກຍ້າຍຢູ່ເຂດພູພຽງນາກາຍໃຫ້ມີຄວາມຍືນຍົງ, ພ້ອມທັງຄວາມຈຳເປັນໃນການວາງມາດ ຕະການເພີ່ມເຕີມ ເພື່ອຫຼຸດຜ່ອນຜົນກະທົບຕາມສາຍນ້ຳເຊບັ້ງໄຟ. ຄະນະຊ່ຽວຊານດ້ານສິ່ງແວດລ້ອມ ແລະ ສັງຄົມ ຍັງໄດ້ຊຸກຍູ້ໃຫ້ລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ 2, ແລະ ສະຖາບັນການເງິນສາກົນ ໃຫ້ເຮັດວຽກຮ່ວມກັນ ເພື່ອ ໃຫ້ບັນລຸໄດ້ ທ່າແຮງຂອງອ່າງໂຕ່ງນ້ຳເຊບັ້ງໄຟທີ່ກວ້າງໄກ (ເກີນກວ່າເປົ້າໝາຍຂອງ ໂຄງການນ້ຳເທີນ 2). ບົດລາຍ ງານຂອງຄະນະຊ່ຽວຊານດ້ານ ສິ່ງແວດລ້ອມ ແລະ ສັງຄົມທຸກສະບັບແມ່ນສາມາດອ່ານໄດ້ ໃນເວັບໄຊ້ຂອງ ລັດຖະບານ ແລະ ບໍລິສັດໄຟຟ້ານ້ຳເທີນ 2.5 37. ນອກຈາກລະບົບການຕິດຕາມກວດກາໂຄງການແບບເປັນທາງການແລ້ວ, ໂຄງການນ້ຳເທີນ 2 ຍັງສືບຕໍ່ ດຶງດູດຄວາມສົນໃຈຈາກອົງການສາກົນ ທີ່ບໍ່ສັງກັດລັດຖະບານ. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ສືບຕໍ່ຮັບຄຳຄິດເຫັນຈາກອົງການທີ່ບໍ່ສັງກັດລັດຖະບານ ທີ່ມີ ຄວາມສົນໃຈສະເພາະກ່ຽວກັບໂຄງການ. ທີມງານຕິດຕາມກວດກາໄດ້ຕິດຕາມຄຳຄິດຄຳເຫັນ ແລະ ປະເດັນຕ່າງໆ ທີ່ໄດ້ຍົກຂຶ້ນມາຕາມຄວາມເໝາະສົມ, ແລະ ຈະສະໜອງຄຳຕອບຜ່ານການພົບປະໃນກອງປະຊຸມ ເຊິ່ງຜູ້ເຂົ້າຮ່ວມ ສາມາດແລກປ່ຽນຄວາມຄິດເຫັນກ່ຽວກັບທຸກໆບັນຫາຂອງການຈັດຕັ້ງປະຕິບດ ັ ໂຄງການ, ແລະ /ຫຼື ຜ່ານການສື່ສານ ທີ່ເປັນລາຍລັກອັກສອນ. ການສື່ສານແລກປ່ຽນຄວາມຄິດເຫັນທີ່ເປັນທາງການຂອງທະນາຄານໂລກ ແລະ ທະນາ ຄານພັດທະນາອາຊີ ກັບອົງການທີ່ບໍ່ສັງກັດລັດຖະບານເຫຼົ່ານີ້ ແມ່ນໄດ້ເຜີຍແຜ່ໃຫ້ມວນຊົນຮັບຊາບໃນເວັບໄຊ້. 5 ເວັບໄຊ້ ຂອງ ລັດຖະບານ: www.poweringprogress.org ເວັບໄຊ້ ຂອງ ບໍລິສັດໄຟຟ້ານ້ຳເທີນ2: www.namtheun2.com. ​ າຍ​ ບົ ດ ລ ສ ະພາ​ ງ ານ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ຄືບ​ໜ້າ​ຂ ອງ​ ໂ ຄງການ​ ​ ໄລຍະ​ ໃນ​ ປີ 2012 34 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ​ າຍ​ ບົ ດ ລ ງ ານ​ສ ະພາ​ ນ້ຳ​ ບ ໍ ລ ິ ຫ ານໂຄງການ​ ເທີນ​2: ຄວາມ​ ໜ້າ​ ຄືບ​ ຂ ອງ​ ໂ ຄງການ​ ໄລຍະ​ ​ ໃນ​ ປີ 2012 ແຜນການໃນຕໍ່ໜ້າ 38. ໂດຍທົ່ວໄປແລ້ວ, ການຈັດຕັ້ງປະຕິບັດໂຄງການນ້ຳເທີນ 2 ແມ່ນສືບຕໍ່ ດຳເນີນໄປຢ່າງເປັນທີ່ໜ້າພຶງພໍໃຈ. ຜົນສຳເລັດບັ້ນໃຫຍ່ຈະສາມາດ ເຫັ ນ ໄດ້ ກໍ ່ ຕ ໍ ່ ເ ມື ່ ອ ແຜນງານດ້ າ ນສິ ່ ງ ແວດລ້ ອ ມ ແລະ ສັ ງ ຄົ ມ ທັ ງ ໝົ ດ ໄດ້ຖືກຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງແຜນງານດັ່ງກ່າວໄດ້ຖືກ ວັດແທກ. ລາຍຮັບຂອງໂຄງການ ແມ່ນໄດ້ນຳໃຊ້ເຂົ້າໃນແຜນງານຫຼຸດຜ່ອນຄວາມທຸກຍາກ ແລະ ສິ່ງແວດລ້ອມທີ່ເປັນ ບູລິມະສິດ ໃນ ສປປ ລາວ. ຄົວເຮືອນທີ່ຖືກຍົກຍ້າຍສ່ວນໃຫຍ່ໃນປັດຈຸບັນ ແມ່ນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ເມື່ອທຽບກັບໄລຍະກ່ອນໜ້າທີ່ມີໂຄງການ. ເຖິງແນວໃດກໍ່ຕາມ, ຈຳເປັນຕ້ອງຄຳນຶງວ່າ ຍັງມີວຽກງານສຳຄັນດ້ານ ສິ່ງແວດລ້ອມ ແລະ ສັງຄົມທີ່ຍັງຕ້ອງໄດ້ບັນລຸໃຫ້ໄດ້ຕາມຄວາມມຸ່ງໝັ້ນ, ລວມທັງການວັດແທກເປົ້າໝາຍດ້ານ ເສດຖະກິດສັງຄົມ ໃນປີ 2013/14 ແລະ ການຈັດຕັ້ງປະຕິບັດແຜນງານກ້ອງເຂື່ອນ ໃຫ້ສຳເລັດພາຍໃນປີ 2015. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ສືບຕໍ່ຕັ້ງໜ້າເຮັດວຽກຢ່າງໃກ້ຊິດກັບລັດຖະບານ, ບໍລິສັດ ໄຟຟ້ານ້ຳເທີນ 2, ແລະ ຊຸມຊົນທ້ອງຖິ່ນໃນຊຸມປີຕໍ່ໜ້າ ເພື່ອຮັບປະກັນໃຫ້ບັນລຸໄດ້ ພັນທະຕ່າງໆຂອງໂຄງການ ແລະ ເພື່ອຮັບປະກັນໃຫ້ບັນລຸໄດ້ຜົນປະໂຫຍດຂອງໂຄງການ ທັງໃນລະດັບປະເທດ ແລະ ລະດັບທ້ອງຖິ່ນ. 39. ຈຸດສຸມຂອງການສະໜັບສະໜູນໂດຍທະນາຄານໂລກ ແລະ ທະນາຄານ ພັດທະນາອາຊີ ໃນຕໍ່ໜາ ້ ໃນການຈັດຕັ້ງປະຕິບດ ັ ໂຄງການນີ້ແມ່ນຈະສືບຕໍ່ 35 ຸ ໃສ່ສງ ສມ ິ່ ທ້າທາຍທີ່ສຳຄັນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ໃນໄລຍະ ກາງກໍ່ຄວ ື ຽກງານການຈັດການຄຸມ ້ ຄອງລາຍຮັບຂອງໂຄງການນ້ຳເທີນ 2. ວຽກງານດັ່ງກ່າວລວມມີ: (ກ) ສືບຕໍ່ປະຕິບັດວຽກງານເພື່ອໃຫ້ບັນລຸເປົ້າໝາຍໃນການປັບປຸງຊີວິດການເປັນຢູ່ຂອງ ຊຸມຊົນທີ່ຖືກຍົກຍ້າຍໃຫ້ຍືນຍົງ, ແລະ ກະກຽມການມອບໂອນແຜນງານປັບປຸງຊີວິດການເປັນຢູ່ດັ່ງກ່າວໃຫ້ແກ່ ລັດຖະບານທ້ອງຖິ່ນ; (ຂ) ຕິດຕາມແຜນງານກ້ອງເຂື່ອນທີ່ຈັດຕັ້ງປະຕິບັດໂດຍລັດຖະບານ; (ຄ) ຕິດຕາມການຄຸ້ມ ຄອງເຂດແຫຼ່ງນ້ຳຂອງໂຄງການນ້ຳເທີນ 2 ໂດຍອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2, ລວມທັງ ການອະນຸລັກຊີວະນາໆພັນ ແລະ ການພັດທະນາດ້ານເສດຖະກິດ-ສັງຄົມທີ່ເໝາະສົມ ສຳລັບປະຊາຊົນທີ່ດຳລົງ ຊີວິດຢູ່ເຂດແຫຼ່ງນ້ຳ; ແລະ (ງ) ຈັດຕັ້ງປະຕິບັດວຽກງານການຈັດການຄຸ້ມຄອງການເງິນຂອງໂຄງການນ້ຳເທີນ 2. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈະສືບຕໍ່ ສະໜອງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຢ່າງທົ່ວເຖິງ, ແລະ ເຮັດວຽກໃກ້ຊິດກັບ ບໍລິສັດໄຟຟ້ານ້ຳເທີນ 2 ແລະ ລັດຖະບານ ເພື່ອໃຫ້ບັນລຸເປົ້າ ໝາຍຂອງໂຄງການ. ເນື່ອງຈາກວ່າ ສະຖານະພາບຂອງການຈັດຕັ້ງປະຕິບັດໂຄງການແມ່ນມີຄວາມກ້າວໜ້າ, ບົດລາຍງານສະບັບນີ້ຈະ ເປັນບົດລາຍງານທາງການສະບັບສຸດທ້າຍ ທີ່ຍື່ນຕໍ່ສະພາຜູ້ບໍລິຫານຂອງທະນາຄານໂລກ ແລະ ທະນາຄານ ພັດທະນາອາຊີ. ບົດລາຍງານ ຈະສືບຕໍ່ລາຍງານກ່ຽວກັບຄວາມຄືບໜ້າຂອງໂຄງການເປັນປະຈຳທຸກປີ, ແລະ ຈະ ພິມເຜີຍແຜ່ເປັນສິ່ງພິມ ແລະ ກໍ່ສາມາດອ່ານໄດ້ໃນເວັບໄຊ້ຂອງທະນາຄານໂລກ (www.worldbank.org). The World Bank Group The World Bank Lao PDR Country Office Patouxay Nehru Road P.O Box: 345 Vientiane, Lao PDR Tel: (856-21) 266 200 Fax: (856-21) 266 299 Websites: www.worldbank.org/lao www.worldbank.org/laont2 The World Bank 1818 H Street, NW Washington, D.C. 20433, USA Tel: (202) 4731000 Fax: (202) 4776391 Website: www.worldbank.org ADB Asian Development Bank Asian Development Bank Lao PDR Resident Mission Corner of Lanexang Ave. and Samsenthai Road. P.O Box: 9724 Vientiane, Lao PDR Tel: (856-21) 250 444 Fax: (856-21) 250 333 Website: www.adb.org/laopdr Asian Development Bank 6 ADB Avenue Mandaluyong City 1550 Metro Manila, Philippines Tel: (632) 632 4444 Fax: (632) 636 2444 Website: www.adb.org