90488 ບົດລາຍງານສະພາບໍລິຫານ ໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການ ໃນໄລຍະປີ 2013 ADB ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 4 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ABBREVIATIONS AND ACRONYMS ADB Asian Development Bank CA Concession Agreement COD Commercial Operations Date DAFO District Agriculture and Forestry Office DSP Downstream Program EdL Electricité du Laos EGAT Electricity Generating Authority of Thailand EMO Environmental Management Office (NTPC) EMU Environmental Management Unit (GOL) GDP Gross Domestic Product GHG Greenhouse Gas GOL Government of Lao PDR IFIs International Financial Institutions participating in NT2 MOF Ministry of Finance MPI Ministry of Planning and Investment MW Megawatt NGO Non Governmental Organization NSEDP National Socio-Economic Development Plan NT2 Nam Theun 2 Multipurpose Hydroelectric Project NTFP Non-timber Forest Products NTPC Nam Theun 2 Power Company Limited POE Panel of Experts PDR (Lao) People’s Democratic Republic PPA Power Purchase Agreement PLUP Participatory Land Use Planning POE Environmental and Social Panel of Experts PRSO Poverty Reduction Support Operation RFA Reservoir Fisheries Association RMA Revenue Management Arrangements RMC Reservoir Management Committee SEMFOP Social and Environment Framework and Operational Plan VFA Village Forestry Association VFG Village Fisheries Group WMPA Watershed Management and Protection Authority ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 5 ສາລະບານ: ຂອບເຂດຂອງບົດລາຍງານ ..................................................................................................................... 8 ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ................................................................................... 10 ການດຳເນີນງານ ແລະ ການບໍາລຸງຮັກສາ ...................................................................................... 10 ວຽກງານດ້ານ ສິ່ງແວດລ້ອມ ແລະ ສັງຄົມ ..................................................................................... 14 ພູພຽງນາກາຍ ................................................................................................................................ 14 ເຂດລຸ່ມ ເຮືອນຈັກ ............................................................................................................................ 26 ເຂດແຫຼ່ງ ນ້ຳ ແລະ ສິ່ງແວດລ້ອມ ................................................................................................... 32 ວຽກງານການຄຸ້ມຄອງລາຍຮັບຈາກໂຄງການນ້ຳເທີນ ................................................................... 34 ການຈັດການຕິດຕາມ ແລະ ກວດກາ ....................................................................................................... 36 ແຜນການໃນຕໍ່ໜ້າ ................................................................................................................................... 38 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 6 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 7 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 8 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ຂອບເຂດຂອງ ບົດລາຍງານ 1. ບົ ດ ລາຍງານຄວາມຄື ບ ໜ້ າ ນີ້ ແມ່ ນ ກ່ ຽ ວກັ ບ ການປັ ບ ປຸ ງ ໃນການຈັ ດ ຕັ້ງປະຕິບັດຂອງເຂື່ອນໄຟຟ້ານໍ້າເທີນ 2 ໃນລະຫວ່າງປີ 2013. ບົດລາຍງານນີ້ແມ່ນອີງໃສ່ບັນຫາທີ່ພົບໃນວຽກ ງານທີ່ ພ ວມດຳເນີ ນ ການຂອງທີ ມ ງານປະຈໍ າ ພາກສະໜາມ ແລະ ຄະນະຊີ້ນໍາຮ່ວມຂອງສະຖາ ບັນການເງິນສາກົນ (IFIs) ທີ່ມາເຮັດວຽກ ເພື່ ອ ສະໜັ ບ ສະໜູ ນ ໂຄງການໃນເດື ອ ນພະຈິ ກ 2013 ພ້ອມທັງການໄປລົງພາກສະໜາມ ແລະ ການສົນທະນາສັ້ນໃນເວລາຕໍ່ມາ. ບົດລາຍງານ ນີ້ຍັງສືບຕໍ່ຈາກບົດລາຍງານຂອງປີ 2012 ເພື່ອ ລາຍງານສະພາບໍລິຫານຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີ (ADB). ຄວາມ ຄືບໜ້າໃນບົດລາຍງານນີ້ແມ່ນກ່ຽວກັບການຈັດ ຕັ້ງປະຕິບັດໂຄງການໃນປະຈຸບັນ ແລະ ສຸມໃສ່ ບັນດາໂອກາດ ແລະ ສິ່ງທ້າທາຍຕ່າງໆໃນຕໍ່ໜ້າ. ຮູ by Bartບາດ ບພາບໂດຍ: Photo Bank, 20132013 ເວິເວ/ທະນາຄານໂລກ, Verweij/World ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 9 2. ເສດຖະກິດຂອງ ສປປ ລາວ ຍັງສືບຕໍ່ຂະຫຍາຍຕົວຢ່າງໄວວາ (8.1 ເປີເຊັນໃນປີ 2013), ເຊິ່ງຂັບເຄື່ອນຈາກການລົງທຶນທັງພາຍໃນ ແລະ ຕ່າງປະເທດໃນບັນດາຂະແໜງຊັບພະຍາ ກອນທໍາມະຊາດ ພ້ອມທັງ ບັນດານະໂຍບາຍມະຫາພາກທີ່ເປັນສ່ວນຊ່ວຍຊຸກຍູ້ສະໜັບສະ ໜູນ. ເຖິງຢ່າງໃດກໍຕາມ, ສະພາບການທາງດ້ານເສດຖະກິດມະຫາພາກເລີ່ມຖົດຖອຍ ແລະ ເລີ່ມເກີດມີແຮງກົດດັນທາງດ້ານງົບປະມານໃນກາງປີ 2013 - ເຊິ່ງເຮັດໃຫ້ເກີດການນໍາໃຊ້ບັນ ດາມາດຕະການທີ່ເຂັ້ມງວດເພື່ອແກ້ໄຂບັນຫາທີ່ສຳຄັນທາງດ້ານງົບປະມານໃນຊ່ວງທ້າຍປີ. ຂະແໜງ ເຂື່ອນໄຟຟ້າ (ທັງບັນດາໂຄງການທີ່ສຳເລັດໃນການປະຕິບັດງານ ແລະ ບັນດາໂຄງການໃນໄລຍະຂອງ ການກໍ່ສ້າງ/ການພັດທະນາ) ຄຽງຄູ່ກັບຂະແໜງຂຸດຄົ້ນບໍ່ແຮ່, ຂະແໜງກໍ່ສ້າງ, ຂະແໜງປຸງແຕ່ງອາຫານ ແລະ ຂະແໜງບໍລິການຍັງຄົງເປັນສ່ວນປະກອບສໍາຄັນຕໍ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ. ການຂະຫຍາຍ ຕົ ວ ຂອງເສດຖະກິ ດ ດັ່ ງ ກ່ າ ວສ່ ວ ນໜຶ່ ງ ແມ່ ນ ໄດ້ ຮັ ບ ການຊ່ ວ ຍສະໜັ ບ ສະໜູ ນ ຈາກບັ ນ ດານະໂຍບາຍທາງດ້ າ ນ ເສດຖະກິດມະຫາພາກທີ່ເອື້ອອໍານວຍ. ການຂະຫຍາຍຕົວຂອງສິນເຊື່ອພາຍໃນຍັງຄົງສູງ (ປະມານ 31 ສ່ວນ ຮ້ອຍ ປີ-ຕໍ່-ປີ ໃນເດືອນ ກັນຍາ 2013). ງົບປະມານລາຍຈ່າຍຂອງພາກລັດໄດ້ຂະຫຍາຍຕົວເນື່ອງຈາກການ ເພີ່ມຂຶ້ນເງິນເດືອນພື້ນຖານຢ່າງຫຼວງຫຼາຍໃນປີງົບປະມານ 2012/13 ແລະ ປີງົບປະມານ 2013/14 ແລະ ປັບ ປຸງຜົນປະໂຫຍດສໍາລັບພະນັກງານລັດທັງໝົດໃນແຕ່ລະເດືອນໃນປີງົບປະມານ 2012/13 (ເຊິ່ງຄາດຄະເນວ່າ ພ້ອມທັງໃນປີງົບປະມານ 2013/14). ການເພີ່ມຂຶ້ນຂອງລາຍຈ່າຍເຫຼົ່ານີ້ແມ່ນເຮັດໃຫ້ເກີດບັນດາມາດຕະການທີ່ ເຂັ້ມງວດທາງດ້ານງົບປະມານໃນເວລາຕໍ່ມາ. ການຂະຫຍາຍຕົວທາງດ້ານເສດຖະກິດ ແມ່ນຄາດຄະເນວ່າຂ້ອນຂ້າງບໍ່ສູງຫຼາຍໃນລະດັບ 7.2 ເປີເຊັນ ໃນປີ 2014, ເຊິ່ງສະທ້ອນໃຫ້ເຫັນເຖິງການຫຼຸດຜ່ອນລົງໃນບາງຂະແໜງການຕາມທີ່ຄາດຄະເນໄວ້, ໂດຍສະເພາະຂະ ແໜງບໍ່ແຮ່ ແລະ ຂະແໜງກໍ່ສ້າງ, ພ້ອມທັງ ການຮັດແໜ້ນດ້ານງົບປະມານຂອງລັດຖະບານ. ຂະແໜງການບໍລິການ (ຂາຍຍົກ ແລະ ຂາຍຍ່ອຍ, ການທ່ອງທ່ຽວ ແລະ ການສື່ສານໂທລະຄົມ) ແລະ ຂະແໜງປຸງແຕ່ງອາຫານ, ພ້ອມທັງ ຂະແໜງເຄື່ອງດື່ມແມ່ນຄາດວ່າຈະເປັນຕົວຂັບເຄື່ອນທີ່ສໍາຄັນຂອງການຂະຫຍາຍຕົວໃນປີ 2014, ເຊິ່ງສະໜັບສະ ໜູນໂດຍການສືບຕໍ່ທາງດ້ານອຸປະສົງ (ຄວາມຕ້ອງການ) ພາຍໃນທີ່ເຂັ້ມແຂງ ກໍຄືຂະແໜງການກໍ່ສ້າງ ແລະ ອຸດສາ ຫະກໍາທີ່ຕິດພັນກັບການກໍ່ສ້າງ. ຂະແໜງຊັບພະຍາກອນທໍາມະຊາດ ແມ່ນຄາດວ່າຈະປະກອບສ່ວນໂດຍກົງໜ້ອຍ ກວ່າຕໍ່ກັບການຂະຫຍາຍຕົວຂອງເສດຖະກິດໃນ ປີ 2014 ເນື່ອງຈາກວ່າ ບໍ່ຄາດວ່າ ຈະມີການດຳເນີນງານທາງ ດ້ານເສດຖະກິດໃໝ່ໆຂອງບັນດາໂຄງການເຂື່ອນໄຟຟ້າ ຫຼື ຂະແໜງຂຸດຄົ້ນບໍ່ແຮ່ທີ່ສຳຄັນ. 3. ບົດລາຍງານຄວາມຄືບໜ້ານີ້ ແມ່ນສຸມໃສ່ບັນຫາທີ່ກ່ຽວຂ້ອງກັບໂຄງການນ້ຳເທີນ 2. ບົດລາຍງານຄວາມຄືບໜ້ານີ້ປະກອບດ້ວຍສາມສ່ວນ: ສ່ວນທໍາອິດແມ່ນການປະເມີນຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດໂຄງການ, ລວມທັງສະພາບທາງກາຍະພາບຂອງໂຄງການ ແລະ ວຽກທີ່ກ່ຽວຂ້ອງ. ສ່ວນທີສອງບົດລາຍ ງານນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມຄືບໜ້າກ່ຽວກັບຈຸດປະສົງທາງດ້ານສັງຄົມ ແລະ ສິ່ງ ແວດລ້ອມຂອງໂຄງການ. ໃນທ້າຍສຸດ, ບົດລາຍງານຄວາມຄືບໜ້ານີ້ຍັງເບິ່ງໄປຂ້າງໜ້າກ່ຽວກັບບັນຫາສິ່ງທ້າທາຍຕ່າງໆທີ່ສຳຄັນ, ພ້ອມທັງ ການຊີ້ນໍາໂຄງການ ແລະ ຄວາມຈຳເປັນໃນການຕິດຕາມກວດກາ, ການຊີ້ໃຫ້ເຫັນບັນຫາທີ່ຕ້ອງໄດ້ສືບຕໍ່ເອົາໃຈ ໃສ່ໃນໄລຍະທີ່ສືບຕໍ່ປະຕິບັດງານທາງດ້ານເສດຖະກິດຂອງໂຄງການ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 10 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ການດຳເນີນງານ ແລະ ການບໍາລຸງຮັກສາ 4. ປັດຈຸບັນໂຄງການນ້ຳເທີນ 2 ແມ່ນຢູ່ໃນປີທີສີ່ຂອງການດຳເນີນງານທາງດ້ານທຸລະ ກິດ. ຜົນການດໍາເນີນງານທາງດ້ານເຕັກນິກ ແລະ ດ້ານການເງິນຂອງໂຄງການເຂື່ອນໄຟຟ້າ ແມ່ນສືບຕໍ່ກ້າວໜ້າຕາມຄາດໝາຍ. ເປົ້າໝາຍການປະຕິບັດງານເພື່ອການສະໜອງໄຟຟ້າໃນແຕ່ລະປີ ເຊິ່ງສະໜອງໃຫ້ທັງອົງການການໄຟຟ້າຂອງ ປະເທດໄທ (EGAT) ບໍລິສັດ ໄຟຟ້າລາວ (EDL) ໄດ້ເພີ່ມຂຶ້ນເກີນຄາດໃນແຕ່ລະປີຂອງການດຳເນີນທຸລະກິດ ມາຮອດປັດຈຸບັນ. ໃນປີ 2013, ໄດ້ມີການຜະລິດໄຟຟ້າທັງໝົດ 5,897 GWh (ເມື່ອສົມທຽບກັບຕົວເລກເປົ້າໝາຍ ແມ່ນ 5,354 GWh) ໄດ້ຜະລິດໃຫ້ກັບ EGAT ແລະ 378 GWh (ເມື່ອສົມທຽບກັບຕົວເລກເປົ້າໝາຍ ແມ່ນ 300 GWh) ສຳລັບ EDL. ເຄື່ອງປັ່ນຜະລິດກະແສໄຟຟ້າທັງໝົດ 6 ເຄື່ອງ ແມ່ນມີການໃຊ້ງານທັງໝົດ. ລາຍຮັບຈາກ ການຂາຍກະແສໄຟຟ້າໂດຍໂຄງການນ້ຳເທີນ 2 ໃຫ້ກັບປະເທດໄທ ແລະ ການນໍາໃຊ້ພາຍໃນປະເທດແມ່ນປະຕິ ບັດໄດ້ຕາມແຜນການທີ່ວາງໄວ້. 5. ບໍລິສັດໄຟຟ້ານ້ຳເທີນ 2 ແລະ ລັດຖະບານລາວ ໄດ້ຕົກລົງຈ່າຍແທນຄືນສຳລັບຄ່າໃຊ້ຈ່າຍ ໃນການສ້ອມແປງເສັ້ນທາງທີ່ເປ່ເພກະທັນຫັນເນື່ອງຈາກເຫດການຝົນຕົກໜັກໃນປີ 2011, ແລະ ກໍພວມກໍານົດຮູບແບບຂອງການຈ່າຍເງິນດັ່ງກ່າວ. ເສັ້ນທາງຂອງໂຄງການ ແມ່ນໄດ້ມອບໃຫ້ກັບລັດຖະບານ ແຫ່ງ ສປປ ລາວ ແລ້ວໃນປີ 2009 ແລະ ລັດຖະບານລາວ ແມ່ນຮັບຜິດຊອບໃນການບໍາລຸງຮັກສາ ແລະ ການສ້ອມແປງເສັ້ນທາງເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ, ບໍລິສັດໄຟຟ້າ ນ້ຳເທີນ 2 ໄດ້ດຳເນີນງານ ແລະ ປະຕິບັດ ໃນນາມຄູ່ສັນຍາກັບ ລັດຖະບານລາວ ສຳລັບການສ້ອມແປງເສັ້ນທາງທີ່ ເປ່ເພກະທັນຫັນ ເຊິ່ງເກີດຈາກເຫດການຝົນຕົກໜັກແຮງໃນປີ 2011. ລັດຖະບານລາວ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຕົກລົງກັນໃນດ້ານຫຼັກການວ່າ ລັດຖະບານຈະຈ່າຍແທນຄືນໃຫ້ກັບ ບໍລິສັດໄຟຟ້ານ້ຳເທີນ 2 ຈໍານວນ US$12.3 ລ້ານໂດລາ ພ້ອມທັງ ອັດຕາດອກເບ້ຍ ທີ່ເກີດຂຶ້ນນັບແຕ່ເດືອນມັງກອນປີ 2013 ເປັນຕົ້ນໄປ. ຮູບແບບ ຂອງການຊໍາລະ ແລະ ເວລາຂອງການຊໍາລະຂັ້ນສຸດທ້າຍ ຍັງຄົງຕ້ອງໄດ້ຕົກລົງຮ່ວມກັນຕື່ມ. 6. ມີແຜນການກໍ່ສ້າງເພີ່ມຕື່ມທາງນ້ຳລົ້ນໄຫຼຂອງຕົວເຂື່ອນ-ເຮືອນຈັກຄວບຄຸມນໍ້າໂດຍອີງ ໃສ່ບົດສຶກສາກ່ຽວກັບເຂື່ອນໄຟຟ້າພະລັງນໍ້າຄັ້ງຫຼ້າສຸດທີ່ຍົກບັນຫາຄວາມຈຳເປັນຕ້ອງມີຂີດ ຄວາມສາມາດໃນການປ່ອຍນໍ້າເພີ່ມຕື່ມເພື່ອຈັດການກັບການໄຫຼຂອງນໍ້າຢ່າງປອດໄພໃນກໍ ລະນີເຫດການໄພທໍາມະຊາດຮຸນແຮງ. ເພື່ອຮັບປະກັນຄວາມປອດໄພຍິ່ງຂຶ້ນໃນການຈັດການກັບນໍ້າໃນກໍລະນີເຫດການນໍ້າຖ້ວມຮຸນແຮງ, ໄດ້ມີການເຮັດ ບົດສຶກສາໂດຍສອງຄະນະ: ຄະນະທີໜຶ່ງ ແມ່ນຈາກ ບໍລິສັດໄຟຟ້າຝຣັ່ງ (EdF) ແລະ ອີກຄະນະອິດສະຫຼະໜຶ່ງ ຄື: ບໍລິສັດທີ່ປຶກສາ Entura. ທັງສອງບົດສຶກສາຢືນຢັນວ່າ ຈຳເປັນຕ້ອງໄດ້ມີການສ້າງເສັ້ນທາງນໍ້າລົ້ນໄຫຼຂອງ ຕົ ວ ເຂື່ ອ ນ-ເຮື ອ ນຈັ ກ ຄວບຄຸ ມ ນໍ້ າ ເພີ່ ມ ຕື່ ມ ເພື່ ອ ຮັ ບ ປະກັ ນ ວ່ າ ບໍ ລິ ສັ ດ ແມ່ ນ ປະຕິ ບັ ດ ສອດຄ່ ອ ງກັ ບ ພັ ນ ທະຂອງ ຕົນພາຍໃຕ້ ສັນຍາສໍາປະທານ.1 ພາຍຫຼັງການພິຈາລະນາທາງເລືອກຕ່າງໆ, ເສັ້ນທາງນໍ້າລົ້ນໄຫຼແບບອິດສະຫຼະ 1 ຕົວເຂື່ອນ-ເຮືອນຈັກຄວບຄຸມນໍ້າ ຕ້ອງສາມາດປ່ອຍນໍ້າໄຫຼໄດ້ຢ່າງປອດໄພ ໂດຍສອດຄ່ອງກັບເຫດການນໍ້າຖ້ວມປະລິມານນໍ້າ ຝົນພາຍໃນປີ (ARI) 10.000. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 11 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 12 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ໄດ້ຖືກຄັດເລືອກ ເຊິ່ງເປັນວິທີແກ້ໄຂທີ່ປອດໄພ ແລະ ມີປະສິດທິຜົນທາງດ້ານຕົ້ນທຶນທີ່ສຸດ. ຄະນະກໍາມະການທົບ ທວນຄວາມປອດໄພຂອງເຂື່ອນໄຟຟ້າ (DSRP), ວິສະວະກອນຂອງລັດຖະບານລາວ (GoLE), ແລະ ທີ່ປຶກສາ ດ້ານເຕັກນິກຂອງຜູ້ໃຫ້ກູ້ເງິນ (LTA) ຕົກລົງເຫັນດີພ້ອມກັນຕໍ່ກັບແນວທາງນີ້. ເສັ້ນທາງນໍ້າລົ້ນໄຫຼເພີ່ມຕື່ມຈະສ້າງ ຂຶ້ນຄຽງຂ້າງກັບໂຄງສ້າງທີ່ມີຢູ່ໃນປັດຈຸບັນ. ບໍລິສັດໄຟຟ້ານ້ຳເທີນ 2 ຄາດວ່າຈະເລີ່ມການກໍ່ສ້າງໃນເດືອນພະຈິກ 2014 ແລະ ສໍາເລັດວຽກພາຍໃນຫົກເດືອນ. ມາດຕະການປ້ອງກັນຂອງສະຖາບັນການເງິນສາກົນຈະນໍາໃຊ້ໃນ ການກໍ່ສ້າງເສັ້ນທາງນໍ້າລົ້ນໄຫຼເພີ່ມຕື່ມນີ້. 7. ລະບົບການປ່ອຍນໍ້າ ສ້າງຂຶ້ນໂດຍ ບໍລິສັດໄຟຟ້ານ້ຳເທີນ 2 ແມ່ນໄດ້ປະຕິບັດງານຢ່າງສໍາ ເລັດຜົນໃນປີ 2013 ແລະ ປະກົດວ່າອຳນາດການປົກຄອງເມືອງ ແລະ ໝູ່ບ້ານທີ່ກ່ຽວຂ້ອງ ກໍເຂົ້າໃຈເປັນຢ່າງດີ. ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຂອງລະບົບໃນລະຫວ່າງສອງເຫດການນໍ້າຖ້ວມໃນເດືອນກັນຍາ ແລະ ເດືອນ ຕຸລາ ປີ 2013 ໄດ້ຢືນຢັນວ່າບັນດາອໍານາດການປົກຄອງເມືອງ ແລະ ໝູ່ບ້ານທີ່ກ່ຽວຂ້ອງແມ່ນເຂົ້າໃຈກ່ຽວ ກັບຂັ້ນຕອນພິທີການ. ພ້ອມນັ້ນ, ຈຳເປັນຕ້ອງໄດ້ມີການປັບປຸງເພີ່ມເຕີມ ໂດຍສະເພາະການແຈ້ງເຕືອນໄພລ່ວງ ໜ້າກ່ອນເປັນເວລາຍາວ ແລະ ການປັບປຸງຄວາມເຂົ້າໃຈຂອງຊາວບ້ານໃນການຕອບສະໜອງຕໍ່ກັບສັນຍານ ເຕືອນໄພນໍ້າຖ້ວມຢ່າງທັນການ (ຕ.ຢ. ການຂົນຍ້າຍຊັບສິນຜົນຜະລິດກະສິກໍາໄປຢູ່ບ່ອນທີ່ສູງກວ່າ) ໂດຍໄວໃນ ຂະນະທີ່ພວກເຂົາໄດ້ຮັບການເຕືອນໄພນັ້ນ. ບໍລິສັດໄຟຟ້ານ້ຳເທີນ 2 ຈະຕິດຕັ້ງໂທລະໂຄ່ງໃນໝູ່ບ້ານເຂດລຸ່ມເຮືອນຈັກຂອງເຂື່ອນນາກາຍ ຫຼື ຕົວເຂື່ອນ-ເຮືອນ ຈັກຄວບຄຸມນໍ້າ ເຊິ່ງເປັນບ່ອນທີ່ໄດ້ຮັບຄວາມສ່ຽງຢ່າງຫຼວງຫຼາຍຈາກການປ່ອຍນໍ້າແບບປົກກະຕິ. ໂທລະໂຄ່ງຈະ ມອບໃຫ້ກັບຫົກໝູ່ບ້ານໃນເມືອງຍົມມະລາດ (ເຂດລຸ່ມເຮືອນຈັກຂອງຕົວເຂື່ອນ-ເຮືອນຈັກຄວບຄຸມນໍ້າ) ແລະ 11 ໝູ່ບ້ານໃນເມືອງຄໍາເກີດ (ເຂດລຸ່ມເຮືອນຈັກຂອງເຂື່ອນນາກາຍ) ພ້ອມທັງການປັບປຸງເພີ່ມເຕີມໃນດ້ານການສື່ສານ ເຫດການສຸກເສີນ (ແລະ ອື່ນໆ) ກັບຊາວບ້ານ. 8. ບົດຖະແຫຼງການຮ່ວມທີ່ບໍ່ເປັນພັນທະ ແນໃສ່ເພື່ອຊອກຫາຄວາມເປັນໄປໄດ້ເພີ່ມເຕີມໃນ ການຂະຫຍາຍຂີດຄວາມສາມາດທາງດ້ານການສົ່ງກະແສໄຟຟ້າຂອງໂຄງການນ້ຳເທີນ 2 ກໍ ໄດ້ມີການເຊັນຮ່ວມກັນໃນລະຫວ່າງການຢ້ຽມຢາມຢ່າງເປັນທາງການຂອງປະທານປະເທດ ແຫ່ງ ສປປ ລາວ ທີ່ ປະເທດຝຣັ່ງ ໃນເດືອນຕຸລາ 2013, ໃນນາມຕາງໜ້າຂອງຜູ້ຖືຮຸ້ນໂຄງ ການທັງໝົດ. ອີງຕາມຂໍ້ມູນທີ່ໄດ້ຮັບຈາກບໍລິສັດໄຟຟ້ານ້ຳເທີນ 2, ແນວທາງທີ່ສະເໜີໃນປັດຈຸບັນກ່ຽວກັບການຂະຫຍາຍໂຄງ ການນ້ຳເທີນ 2 ແມ່ນເພື່ອນໍາໃຊ້ປະລິມານນໍ້າດຽວກັນ ແລະ ອ່າງເກັບນໍ້າດຽວກັນ, ແຕ່ເພື່ອສົ່ງພະລັງງານຈາກ ພະລັງງານຂັ້ນທີສອງເປັນພະລັງງານຂັ້ນທີໜຶ່ງ, ເຊິ່ງເຮັດໃຫ້ມີລາຄາສູງກວ່າ. ການເສີມຂະຫຍາຍນີ້ຈະລວມມີ ການຕິດຕັ້ງເຮືອນຈັກໃໝ່ທີ່ມີຂີດຄວາມສາມາດເພີ່ມຕື່ມປະມານ 500 MW, ເຊິ່ງຈະຕັ້ງຢູ່ໃກ້ກັບເຂື່ອນທີ່ມີຢູ່ ໃນປັດຈຸບັນ, ເພື່ອນໍາໃຊ້ ເນື້ອທີ່ບ່ອນເຄື່ອງປິດເປີດໄຟຟ້າ 500 kV, ຄອງສົ່ງນໍ້າລຸ່ມເຂື່ອນ-ເຮືອນຈັກ, ແລະ ບ້ານຂອງຜູ້ປະຕິບັດງານດຽວກັນ, ໃນຂະນະທີ່ ເຮັດໃຫ້ຜົນກະທົບທາງດ້ານ ສັງຄົມ ແລະ ສິ່ງແວດລ້ອມໜ້ອຍທີ່ສຸດ. ໃນຂັ້ນນີ້, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ລັດຖະບານລາວເນັ້ນໜັກວ່າຍັງບໍ່ທັນໄດ້ມີການຕັດສິນໃຈກ່ຽວກັບການ ເສີມຂະຫຍາຍໂຄງການເທື່ອ. ສະຖາບັນການເງິນສາກົນໄດ້ລະບຸວ່າມາດຕະການຂອງການປົກປ້ອງຜົນກະທົບ ທາງດ້ານສັງຄົມ ແລະ ສິ່ງແວດລ້ອມແມ່ນຈະຖືກນໍາໃຊ້ໃນການເສີມຂະຫຍາຍໂຄງການນ້ຳເທີນ 2 ໃນທີ່ສຸດ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 13 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 14 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ວຽກງານດ້ານສິ່ງແວດລ້ອມ ແລະ ສັງຄົມ 9. ບັນດາແຜນງານໃນການສະໜັບສະໜູນເພື່ອບັນລຸວັດຖຸປະສົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ກໍສືບຕໍ່ປະຕິບັດພ້ອມທັງສຸມໃສ່ຄວາມຍືນຍົງ ແລະ ການສ້າງຂີດຄວາມສາມາດ ໃນຕໍ່ໜ້າໃນເວລາສົ່ງມອບໃຫ້ກັບລັດຖະບານລາວ. ໃນພູພຽງນາກາຍ, ການຕິດຕາມກວດກາທາງດ້ານເສດຖະກິດ-ສັງຄົມກໍສືບຕໍ່ດຳເນີນງານເພື່ອຊີ້ໃຫ້ເຫັນວ່າຊາວ ບ້ານມີຊີວິດການເປັນຢູ່ທີ່ດີຂຶ້ນພາຍຫຼັງການຍົກຍ້າຍຈັດສັນ. ຈຸດສຸມໃນຄວາມພະຍາຍາມຊ່ວຍເຫຼືອການຍົກຍ້າຍ ຈັດສັນແມ່ນການຊ່ວຍໃຫ້ຜູ້ຖືກຍົກຍ້າຍສ້າງອາຊີບທີ່ຫຼາກຫຼາຍປະສົມປະສານແບບຍືນຍົງໃນຕໍ່ໜ້າ. ບັນດາຜູ້ມີ ສ່ວນກ່ຽວຂ້ອງໄດ້ຕົກລົງເຫັນດີ ກ່ຽວກັບຂັ້ນຕອນ ແລະ ກຳນົດເວລາທີ່ເປັນໄປໄດ້ກ່ຽວກັບການສິ້ນສຸດໄລຍະການ ຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ (RIP). ການປົກປັກຮັກສາຊີວະນານາພັນ ແລະ ການພັດທະນາທ້ອງຖິ່ນຂອງບັນດາຊຸມຊົນທີ່ຢູ່ອາໄສໃນເຂດແຫຼ່ງຍອດ ນໍ້າຍັງຄົງເປັນບັນຫາທີ່ໜ້າເປັນຫ່ວງ. ການປະຕິຮູບ ຫຼື ການປັບປຸງໂຄງສ້າງຄືນໃໝ່ ເພື່ອເພີ່ມປະສິດທິຜົນຂອງ ການຄຸ້ມຄອງບໍລິຫານຂອງ ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2 (WMPA) ແມ່ນຍັງຢູ່ໃນການ ພິຈາລະນາຢ່າງເອົາຈິງເອົາຈັງ. ບັນດາຜົນກະທົບໃນເຂດລຸ່ມເຮືອນຈັກຂອງແມ່ນໍ້າເຊບັ້ງໄຟຍັງສືບຕໍ່ປະເມີນຜົນ. ລັດຖະບານແມ່ນຮັບຜິດຊອບໃນການຈັດຕັ້ງປະຕິບັດບັນດາກິດຈະກໍາສະໜັບສະໜູນທີ່ຍັງຄົງເຫຼືອຢູ່ໃນເຂດນີ້. ພູພຽງນາກາຍ 10. ບັນດາຜູ້ມີສ່ວນກ່ຽວຂ້ອງໄດ້ຕົກລົງກ່ຽວກັບຂັ້ນຕອນໃນການສິ້ນສຸດໄລຍະເວລາການ ຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ (RIP). ພາຍຫຼັງການປຶກສາຫາລືໃນເດືອນ ພຶດສະພາ 2013, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ໄດ້ ໃຫ້ທິດທາງ ເຊິ່ງເປັນທີ່ຍອມຮັບຈາກບັນດາຜູ້ມີສ່ວນກ່ຽວຂ້ອງ, ກ່ຽວກັບຂັ້ນຕອນໃນການສິ້ນສຸດໄລຍະເວລາ ການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ. ພ້ອມນັ້ນ, ກໍໄດ້ມີການກຳນົດເວລາພາຍໃຕ້ຄະນະກໍາມະການການ ຍົກຍ້າຍຈັດສັນ (RC) ອາດຕັດສິນໃຈໃນຊ່ວງທ້າຍປີ 2015 ວ່າຈະສິ້ນສຸດ ຫຼື ສືບຕໍ່ຂະຫຍາຍເວລາການຈັດຕັ້ງ ປະຕິບັດການຍົກຍ້າຍຈັດສັນ, ຕໍ່ກັບຄຳແນະນໍາຂອງຄະນະຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມ (POE). ພາຍຫຼັງສັນຍານີ້, ບັນດາຜູ້ມີສ່ວນກ່ຽວຂ້ອງທັງໝົດແມ່ນເຮັດວຽກຮ່ວມກັນເພື່ອ: (ກ) ສືບຕໍ່ປັບປຸງຄວາມມີປະສິດ ທິຜົນຂອງບັນດາກິດຈະກໍາການຊ່ວຍເຫຼືອດ້ານອາຊີບເພື່ອຊີວິດການເປັນຢູ່; (ຂ) ຮັບປະກັນວ່າເງິນທຶນມີພຽງພໍ ແລະ ການຈັດການໃນການຄຸ້ມຄອງເບິ່ງແຍງຍັງຄົງມີຢູ່ໃນບັນດາສະຖາບັນທີ່ສໍາຄັນ; (ຄ) ຮັບປະກັນການເຂົ້າເຖິງ ຊັບພະຍາກອນທໍາມະຊາດທີ່ສໍາຄັນໃນໄລຍະຍາວຂອງບັນດາຜູ້ຖືກຍົກຍ້າຍ (ຕ.ຢ. ການປະມົງ ແລະ ດິນປູກຝັງ); (ງ) ສ້າງຄວາມເຂັ້ມແຂງດ້ານຂີດຄວາມສາມາດຂອງບັນດາໜ່ວຍງານຂອງລັດຖະບານທີ່ກ່ຽວຂ້ອງ ເພື່ອສາມາດ ເລີ່ມສືບຕໍ່ເຮັດໜ້າທີ່ຮັບຜິດຊອບຂອງພວກເຂົາ; ແລະ (ຈ) ສ້າງຄວາມເຂັ້ມແຂງດ້ານຄວາມສາມາດຂອງບັນດາ ຊຸມຊົນເພື່ອປົກປ້ອງຜົນປະໂຫຍດຂອງພວກເຂົາ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 15 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 16 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 11. ຂໍ້ມູນການຕິດຕາມກວດກາຍັງສືບຕໍ່ສະເໜີວ່າຊາວບ້ານມີຊີວິດການເປັນຢູ່ທີ່ດີຂຶ້ນ ພາຍຫຼັງການຍົກຍ້າຍຈັດສັນ. ຜົນສໍາເລັດຂອງແຜນງານການຍົກຍ້າຍຈັດສັນເຂດພູພຽງນາກາຍມາຮອດປັດຈຸບັນນີ້ແມ່ນໜ້າປະທັບໃຈ. ເນື່ອງ ຈາກບາດກ້ າ ວທໍ າ ອິ ດ ສຳລັ ບ ຄວາມເປັ ນ ໄປໄດ້ ໃ ນການສິ້ ນ ສຸ ດ ໄລຍະເວລາການຈັ ດ ຕັ້ ງ ປະຕິ ບັ ດ ການຍົ ກ ຍ້ າ ຍ ຈັດສັນ, ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ດຳເນີນງານຮອບທີເຈັດຂອງການສຳຫຼວດມາດຕະຖານການດຳລົງຊີວິດ (LSMS 7) ໃນຕົ້ນປີ 2013. ຕົວເລກຊີິ້ໃຫ້ເຫັນວ່າເກີນກວ່າ 97 ເປີເຊັນຂອງບັນດາຄົວເຮືອນໃນກຸ່ມຕົວຢ່າງແມ່ນ ມີລາຍຮັບຢູ່ເໜືອເປົ້າໝາຍຂອງເສັ້ນສະແດງຄວາມທຸກຍາກໃນເຂດຊົນນະບົດ (ເບິ່ງຮູບພາບ 1 ໜ້າຖັດໄປ), ເຊິ່ງມີການວັດແທກໂດຍການນໍາໃຊ້ການບໍລິໂພກຕໍ່ຫົວຄົນ.2 ພ້ອມນັ້ນ, ບັນດາຄົວເຮືອນສ່ວນໃຫຍ່ບໍລິໂພກ ໃນລະດັບທີ່ຢູ່ເໜືອເປົ້າໝາຍຢ່າງຫຼວງຫຼາຍ ແລະ ສ່ວນໃຫຍ່ເກືອບທັງໝົດມີການອອມເງິນ (ເບິ່ງຮູບພາບ 2 ໜ້າຖັດໄປ), ເຊິ່ງເຮັດໃຫ້ມີແນວປ້ອງກັນເວລາປະເຊີນກັບຜົນກະທົບທາງດ້ານລາຍຮັບໃນອະນາຄົດໄດ້. ການປັບ ປຸງຢ່າງໜ້າປະທັບໃຈຍັງເຫັນໄດ້ໃນດ້ານສາທາລະນະສຸກ, ດ້ານໂພຊະນາການ, ການສຶກສາ ແລະ ສຸຂານາໄມ. ຕົວຢ່າງ, 90 ເປີເຊັນຂອງເດັກນ້ອຍຍົກຍ້າຍຈັດສັນທີ່ມີອາຍຸ 5-9 ປີ ແມ່ນເຂົ້າໂຮງຮຽນປະຖົມ. ອັດຕາການບໍ່ເຕີບ ໃຫຍ່ຂະຫຍາຍຕົວຂອງເດັກນ້ອຍກໍຫຼຸດລົງຈາກ 43 ເປີເຊັນ ມາເປັນ 34 ເປີເຊັນ. ເກືອບວ່າ 98 ເປີເຊັນ ຂອງຄົວ ເຮືອນຍົກຍ້າຍຈັດສັນແມ່ນໃຊ້ມຸ້ງກັນຍຸງເພື່ອປ້ອງກັນພະຍາດມາລາເຣຍ. 12. ການພັດທະນາຊີວິດການເປັນຢູ່ແບບຍືນຍົງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ສະຖາບັນການຈັດຕັ້ງ ຍັງສືບຕໍ່ເປັນວຽກບູລິມະສິດທີ່ສຳຄັນ. ສັ ນ ຍາສຳປະທານຮຽກຮ້ ອ ງໃຫ້ ມີ ກ ານປັ ບ ປຸ ງ ຊີ ວິ ດ ການເປັ ນ ຢູ່ ຂ ອງຜູ້ ຖື ກ ຍົ ກ ຍ້ າ ຍ“ບົ ນ ພື້ ນ ຖານຄວາມຍື ນ ຍົງ,” ສະນັ້ນ, ບັນຫາທ້າທາຍຕົ້ນຕໍໃນຕໍ່ໜ້າແມ່ນຮັບປະກັນຄວາມຍືນຍົງຂອງບັນດາຫ້າອາຊີບຫຼັກ (ເຊັ່ນ: ອາຊີບ ກະສິກໍາ, ອາຊີບການປະມົງ, ປ່າໄມ້ຊາວບ້ານ, ອາຊີບລ້ຽງສັດ ແລະ ອາຊີບຄ້າຂາຍ). ໂດຍລວມແລ້ວ, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ບັນດາອຳນາດການປົກຄອງທ້ອງຖິ່ນແມ່ນພະຍາຍາມເຕັມທີ່ ເພື່ອຮັບປະກັນວ່າ ບັນດາສະຖາບັນ ຈະເປັນລູກກະແຈອັນສຳຄັນຕໍ່ກັບສະຫວັດດີການຂອງຜູ້ຖືກຍົກຍ້າຍ ເຊັ່ນວ່າ: ກອງທຶນສິນ ເຊື່ອບ້ານ (VCFs) ແລະ ກອງທຶນແກ້ໄຂ ແລະ ປົວແປງດ້ານສັງຄົມ ແລະ ສິ່ງແວດລ້ອມ (SERF), ເຮັດໜ້າທີ່ຕາມ ທີ່ຕັ້ງໃຈໄວ້. ພວກເຂົາຍັງລົງທຶນເຂົ້າໃນການພັດທະນາຂີດຄວາມສາມາດພາຍໃນລັດຖະບານທ້ອງຖິ່ນ ເພື່ອວ່າ ບັນດາອໍານາດການປົກຄອງທີ່ກ່ຽວຂ້ອງສາມາດຮັບຜິດຊອບເຕັມສ່ວນສຳລັບບັນດາສະຖາບັນເຫຼົ່ານີ້. ການສືບຕໍ່ ຊ່ວຍສະໜັບສະໜູນ ແລະ ການຕິດຕາມກວດກາຂະບວນການເຫຼົ່ານີ້ ຍັງເປັນສິ່ງສຳຄັນຍິ່ງ. 2 ສັນຍາສຳປະທານ ລະບຸເປົ້າໝາຍດ້ານລາຍໄດ້ຂອງຄົວເຮືອນ ແລະ ບ້ານດັ່ງລຸ່ມນີ້: ກ. ເປົ້າໝາຍດ້ານລາຍໄດ້ຂອງຄົວເຮືອນ ໝາຍເຖິງເປົ້າໝາຍໃນແຕ່ລະປີສຳລັບ ລາຍໄດ້ຂອງບັນດາຄົວເຮືອນຍົກຍ້າຍຈັດສັນ, ລວມທັງ ລາຍໄດ້ ທີ່ເປັນເງິນສົດ ແລະ ເປັນສິ່ງຂອງ, ເພື່ອໃຫ້ບັນລຸໃນເວລາເລີ່ມຕົ້ນຂອງປີທີຫ້າຂອງໄລຍະການຈັດຕັ້ງປະຕິ ບັດການຍົກຍ້າຍຈັດສັນ, ເຊິ່ງສໍາລັບແຕ່ລະຄົວເຮືອນຍົກຍ້າຍຈັດສັນໃນເຂດຍົກຍ້າຍຈັດສັນ, ເພື່ອໃຫ້ສູງກວ່າ: (ກ) ເສັ້ນ ສະແດງຄວາມທຸກຍາກໃນເຂດຊົນນະບົດແຫ່ງຊາດໃນປັດຈຸບັນ, ຄູນໃຫ້ຈໍານວນຄົນໃນຄົວເຮືອນ; ແລະ (ຂ) ຈຳນວນ 1,420,800 ກີບຕໍ່ຄົນ, ຄູນໃຫ້ຈຳນວນຄົນໃນຄົວເຮືອນ; ແລະ ຂ. ເປົ້າໝາຍດ້ານລາຍໄດ້ຂອງບ້ານ ໝາຍເຖິງເປົ້າໝາຍໃນແຕ່ລະປີ ສຳລັບລາຍໄດ້ຂອງໝູ່ບ້ານຍົກຍ້າຍຈັດສັນ, ລວມທັງ ລາຍໄດ້ທີ່ເປັນເງິນສົດ ແລະ ເປັນສິ່ງຂອງ, ເພື່ອໃຫ້ບັນລຸໃນຊ່ວງທ້າຍຂອງໄລຍະການຈັດຕັ້ງປະຕິບັດການຍົກຍ້າຍຈັດ ສັນ, ເຊິ່ງສຳລັບແຕ່ລະບ້ານໃນເຂດຍົກຍ້າຍຈັດສັນ, ເພື່ອໃຫ້ສູງກວ່າ: (ກ) ລາຍໄດ້ຕໍ່ຄົນໃນເຂດຊົນນະບົດໂດຍສະເລ່ຍ ໃນປັດຈຸບັນ, ຄູນດ້ວຍຈຳນວນຄົນໃນບ້ານ; ແລະ (ຂ)ຈຳນວນ 2,131,200 ກີບຕໍ່ຄົນ, ຄູນໃຫ້ຈຳນວນຄົນໃນບ້ານ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 17 ຮູບພາບ 1: ການແຈກຢາຍຄວາມຖີ່ຂອງການບໍລິໂພກຕໍ່ຫົວຄົນ, ປີ 2013 ແຫຼ່ງຂໍ້ມູນ: NTPC ຮູບພາບ 2: ເປີເຊັນຂອງບັນດາຄົວເຮືອນທີ່ມີເງິນຝາກ ແຫຼ່ງຂໍ້ມູນ: NTPC ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 18 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ຮູບພາບ 3: ຄວາມສໍາຄັນຂອງເສົາຄໍ້າກ່ຽວກັບການດໍາລົງຊີວິດ, ໂດຍກຸ່ມຮັ່ງມີ ປີ 2013 ແຫຼ່ງຂໍ້ມູນ: NTPC 13. ການປະມົງຍັງສືບຕໍ່ປະກອບສ່ວນຢ່າງສຳຄັນໃຫ້ແກ່ຊີວິດການເປັນຢູ່ຂອງຜູ້ຖືກຍົກ ຍ້າຍ ແລະ ຍັງຄົງເປັນໜຶ່ງໃນແຫຼ່ງລາຍຮັບທີ່ສຳຄັນທີ່ສຸດຂອງພວກເຂົາ. ຈຳນວນປາທີ່ຫາໄດ້ຈາກອ່າງເກັບນໍ້ານາກາຍແມ່ນຢູ່ໃນລະດັບໝັ້ນທ່ຽງນັບແຕ່ມີການປ່ອຍນໍ້າ, ຈຳນວນປາທີ່ຫາ ໄດ້ແມ່ນ 20-80 ໂຕນ/ເດືອນ ໃນປີ 2012 ແລະ ປີ 2013, ຂຶ້ນຢູ່ກັບລະດູ.3 ຜົນຂອງການສໍາຫຼວດ LSMS 7 ທີ່ ດຳເນີນການໂດຍບໍລິສັດໄຟຟ້ານ້ຳເທີນ 2 ໃນປີ 2013 ຊີ້ໃຫ້ເຫັນວ່າການປະມົງແມ່ນແຫຼ່ງລາຍຮັບດຽວທີ່ສຳ ຄັນທີ່ສຸດສໍາລັບຜູ້ຖືກຍົກຍ້າຍ, ເຊິ່ງປະກອບສ່ວນປະມານ 40 ເປີເຊັນຂອງລາຍຮັບຄົວເຮືອນໃນ ລະຫວ່າງປີ 2013. ການຫາປາແມ່ນມີຄວາມສຳຄັນທີ່ສຸດສຳລັບບັນດາຄົວເຮືອນທີ່ທຸກຍາກ ແລະ ຄົວເຮືອນທີ່ໄດ້ຮັບຜົນກະທົບໄວ (ເບິ່ງຮູບພາບທີ 3 ຂ້າງເທິງ). ໃນນີ້, ການຄຸ້ມຄອງບໍລິຫານທີ່ຍືນຍົງດ້ານການປະມົງເປັນປັດໄຈສຳຄັນຍິ່ງ ເພື່ອເຮັດ ໃຫ້ມາດຕະຖານການດຳລົງຊີວິດຂອງຜູ້ຖືກຍົກຍ້າຍມີຄວາມຍືນຍົງ. ໃນລະຫວ່າງປີ 2013, ທີມງານການຄຸ້ມຄອງບໍລິຫານການປະມົງຂອງບໍລິສັດໄຟຟ້ານ້ຳເທີນ 2 ໄດ້ເຮັດວຽກຮ່ວມ ກັບບັນດາອຳນາດການປົກຄອງເມືອງທີ່ກ່ຽວຂ້ອງ, ຜູ້ຕາງໜ້າຂອງກຸ່ມຊາວປະມົງບ້ານ (VFGs), ສະມາຄົມການ ປະມົງເຂດອ່າງເກັບນໍ້າ (RFA) ແລະ ຄະນະກໍາມະການຄຸ້ມຄອງອ່າງເກັບນໍ້າ (RMC) ເພື່ອສ້າງແຜນການຄຸ້ມຄອງ ບໍລິຫານຮ່ວມກັນດ້ານການປະມົງ, ເຊິ່ງໄດ້ເຊັນໂດຍບັນດາຜູ້ມີສ່ວນກ່ຽວຂ້ອງທັງໝົດ. ການຈັດຕັ້ງປະຕິບັດແຜນ ຈະເປັນສິ່ງສຳຄັນເພື່ອການປົກປ້ອງຊັບພະຍາກອນນໍ້າໃນການປະມົງ ແລະ ຄວາມໝັ້ນຄົງທາງດ້ານຊີວິດການ ເປັນຢູ່ທີ່ຍືນຍົງຂອງຄອບຄົວຜູ້ຖືກຍົກຍ້າຍໃນໄລຍະຍາວ. ບໍລິສັດໄຟຟ້ານ້ຳເທີນ 2 ຈະສືບຕໍ່ຊ່ວຍສະໜັບສະໜູນ ການພັດທະນາ ແລະ ສ້າງຂີດຄວາມສາມາດຂອງບັນດາສະຖາບັນການຄຸ້ມຄອງບໍລິຫານຮ່ວມກັນດ້ານການປະ ມົງ, ໂດຍສະເພາະຜູ້ຕາງໜ້າຂອງກຸ່ມຊາວປະມົງບ້ານ ແລະ ສະມາຄົມການປະມົງເຂດອ່າງເກັບນໍ້າ. ການຈັດຕັ້ງ ປະຕິບັດລະບົບທີ່ມີປະສິດທິຜົນຂອງການລາດຕະເວນຮ່ວມກັນທີ່ລວມມີຜູ້ຕາງໜ້າຂອງກຸ່ມຊາວປະມົງບ້ານ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ບັງຄັບໃຊ້ກົດໝາຍ ໂດຍການຮ່ວມມືຢ່າງໃກ້ຊິດກັບອົງການຄຸ້ມຄອງ ແລະ ປົກປັກ ຮັກສາແຫຼ່ງນໍ້າເທີນ 2 ຈະເປັນສິ່ງຈຳເປັນຍິ່ງ ເພື່ອຮັບປະກັນການເຄົາລົບສິດສະເພາະຂອງຜູ້ຢູ່ອາໄສໃນເຂດພູພຽງ ນາກາຍໃນການຫາປາໃນອ່າງເກັບນໍ້າ ເຊິ່ງໄດ້ມກ ີ ານຂະຫຍາຍຕໍ່ເວລາຢ່າງເປັນທາງການໄປຈົນຮອດປີ 2028. 3 ນີ້ແມ່ນຕົວເລກສຳລັບຄົວເຮືອນທີ່ຖືກຍົກຍ້າຍເທົ່ານັ້ນ, ອີງຕາມຂໍ້ມູນການຄວບຄຸມການປະມົງຂອງ NTPC. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 19 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 20 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 14. ການຈັດຕັ້ງປະຕິບັດການວາງແຜນການນຳໃຊ້ທີ່ດິນ ແລະ ແຜນພັດທະນາບ້ານ ແມ່ນພວມດຳເນີນການ ແລະ ບັນດາຜູ້ຖືກຍົກຍ້າຍ ກໍໄດ້ຮັບການສະໜັບສະໜູນ ເພື່ອເພີ່ມຜົນ ຜະລິດຂອງດິນປູກຝັງຂອງພວກເຂົາ. ພາຍຫຼັງການວາງແຜນແບບມີສ່ວນຮ່ວມກ່ຽວກັບການນໍາໃຊ້ທີ່ດິນ (PLUP) ທີ່ໄດ້ດຳເນີນການໃນປີ 2011, ການອອກໃບຕາດິນຂອງຊຸມຊົນ (CLTs) ແມ່ນໄດ້ຈັດສັນໃຫ້ກັບໝູ່ບ້ານຍົກຍ້າຍຈັດສັນທັງໝົດໃນປີ 2013. ມາຮອດປັດຈຸບັນ, ໃບຕາດິນ 174 ໃບ (ດິນເຮັດກະສິກໍາ 2,780 ຮຕ ແລະ ດິນປ່າໄມ້ 17,428 ຮຕ) ໄດ້ອອກ ໃຫ້ສຳລັບສີ່ປະເພດດິນຕົ້ນຕໍ: ດິນປ່າໄມ້ຂອງບ້ານ, ດິນກະສິກໍາເພີ່ມຕື່ມ, ດິນລັດ ແລະ ດິນສິ່ງກໍ່ສ້າງຂອງຊຸມຊົນ. ສິ່ງນີ້ ແມ່ນໜຶ່ງໃນຂະບວນການທໍາອິດສຳລັບ ສປປ ລາວ ແລະ ເປັນບາດກ້າວສໍາຄັນໃນການສ້າງຄວາມໝັ້ນ ຄົງໃນການເຂົ້າເຖິງທີ່ດິນໃນໄລຍະຍາວຂອງຜູ້ຖືກຍົກຍ້າຍ. ອຳນາດການປົກຄອງແຂວງໄດ້ແຈກຢາຍ CLTs ໃຫ້ກັບໝູ່ບ້ານ ແລະ ປັດຈຸບັນພວມເຮັດວຽກກ່ຽວກັບການຈັດສັນບາງເນື້ອທີ່ດິນໃຫ້ກັບແຕ່ລະຄົວເຮືອນ ເພື່ອນໍາ ໃຊ້ໃນການເຮັດກະສິກໍາ. ຂະບວນການດັ່ງກ່າວນີ້ ໄດ້ເລີ່ມຕົ້ນໃນຫຼາຍໝູ່ບ້ານ ແລະ ຄວນຈະສໍາເລັດໃນທຸກ ຊຸມຊົນພາຍໃນທ້າຍປີ 2014. ບໍລິສັດໄຟຟ້ານ້ຳເທີນ 2 ຍັງຕິດຕາມ ໂດຍການສົມທຽບການອອກໃບຕາດິນ ຂອງຊຸ ມ ຊົ ນ ທີ່ ອ ອກໃຫ້ ກັ ບ ຂອບເຂດຊາຍແດນທີ່ ຕົ ກ ລົ ງ ກັ ນ ໃນລະຫວ່ າ ງການວາງແຜນແບບມີ ສ່ ວ ນຮ່ ວ ມ ກ່ຽວກັບການນໍາໃຊ້ທີ່ດິນ ແລະ ໂດຍການສະໜອງແຜນທີ່ໃຫ້ກັບໝູ່ບ້ານ ເພື່ອເປັນພື້ນຖານໃນການປຶກສາຫາລື ກັນ. ຂະບວນການການວາງແຜນພັດທະນາບ້ານ ກໍໄດ້ດຳເນີນການໃນແຕ່ລະບ້ານ ໂດຍການເຮັດວຽກຮ່ວມກັບຄະ ນະກໍາມະການພັດທະນາບ້ານທີ່ໄດ້ສ້າງໃຫ້ເຂັ້ມແຂງແລ້ວ. ຂະບວນການແມ່ນອະນຸຍາດໃຫ້ຊາວບ້ານໄດ້ປຶກສາ ຫາລືກັນກ່ຽວກັບຊັບພະຍາກອນ ແລະ ບັນດາໂອກາດທີ່ມີສຳລັບພວກເຂົາ ແລະ ຕົກລົງກັນກ່ຽວກັບບູລິມະສິດ ໃນການປະຕິບັດງານຕ່າງໆ. ການຈັດຕັ້ງປະຕິບັດແຜນການພັດທະນາບ້ານເຫຼົ່ານີ້ (VDPs) ຈະໄດ້ຮັບ ການສະໜັບ ສະໜູນ ແລະ ຕິດຕາມກວດກາຢ່າງໃກ້ຊິດຈາກ ບໍລິສັດໄຟຟ້ານ້ຳເທີນ 2 ແລະ ຝ່າຍລັດຖະບານລາວ. ການຈັດສັນດິນຂອງບ້ານໄດ້ເຮັດໃຫ້ມີເນື້ອທີ່ດິນເພີ່ມຂຶ້ນສຳລັບການປູກຝັງ. ລາຍຮັບຈາກການປູກພືດເພີ່ມຂຶ້ນ ປະມານ 36 ເປີເຊັນໃນລະຫວ່າງການສໍາຫຼວດ LSMS ປີ 2011 ແລະ 2013, ເນື່ອງຈາກບັນດາຄົວເຮືອນໄດ້ ໃຊ້ປະໂຫຍດຂອງທີ່ດິນໃໝ່ ເຊິ່ງລະບຸໄວ້ຜ່ານການວາງແຜນແບບມີສ່ວນຮ່ວມກ່ຽວກັບການນໍາໃຊ້ທີ່ດິນ. ເຖິງຢ່າງ ໃດກໍຕາມ, ມີບັນຫາທ້າທາຍສຳຄັນ ເພື່ອຮັບປະກັນການຄຸ້ມຄອງບໍລິຫານທີ່ເໝາະສົມ ແລະ ຄວາມຍືນຍົງ ໄລຍະຍາວຂອງຜົນຜະລິດ. ການເຮັດກະສິກໍາ ແລະ ກະສິກໍາ-ປ່າໄມ້ ຈຳເປັນຕ້ອງໄດ້ເລັ່ງລັດຕະຫຼອດປີ 2014 ິ ການເປັນຢູແ ເພື່ອຮັບປະກັນວ່າການເຮັດກະສິກໍາຍັງຈະສືບຕໍ່ປະກອບສ່ວນເຂົ້າໃນຊີວດ ້ ກ ່ ບບຍືນຍົງຂອງຜູຖ ື ຍົກຍ້າຍ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 21 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 22 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 15. ໜ້າວຽກທັນດ່ວນ ຕ້ອງໄດ້ເຮັດ ເພື່ອປັບປຸງຄວາມມີປະສິດທິຜົນຂອງ ບໍລິສັດພັດທະ ນາປ່າໄມ້ບ້ານ ຈຳກັດ (VFDC — ແຕ່ກ່ອນແມ່ນ ສະມາຄົມປ່າໄມ້ບ້ານ) ສະນັ້ນ, ບໍລິສັດສາ ມາດປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ລາຍຮັບຂອງຜູ້ຖືກຍົກຍ້າຍ. ໃນຊ່ວງສອງປີຜ່ານມາ, ບໍລິສັດພັດທະນາປ່າໄມ້ບ້ານ ຈຳກັດ ພົບກັບບັນຫາທ້າທາຍຢ່າງໃຫຍ່ຫຼວງ, ລວມທັງ ການປ່ຽນແປງດ້ານການຄຸ້ມຄອງບໍລິຫານ, ແຮງກົດດັນຈາກການຕັດໄມ້ທີ່ຜິດກົດໝາຍ, ຊາວບ້ານລຸກລໍ້າທີ່ດິນ ເພື່ອເຮັດກະສິກໍາ, ອາກອນໄມ້ສູງ ແລະ ການເລື່ອນເວລາໃນການຈ່າຍໜີ້ຂອງລູກຄ້າ ຄື ບໍລິສັດ ເລືອງຟັດຮົງ (LFH). ຜົນທີ່ເກີດຂຶ້ນ, ບັນດາກິດຈະກໍາຂອງບໍລິສັດພັດທະນາປ່າໄມ້ບ້ານຈຳກັດທັງໃນດິນປ່າໄມ້ ແລະ ໂຮງເລື່ອຍ ແມ່ນດຳເນີນງານບໍ່ສະດວກດີ ແລະ ບໍ່ມີການຈ່າຍເງິນປັນຜົນໃຫ້ກັບບັນດາຜູ້ຖືກຍົກຍ້າຍໃນປີ 2012 ຫຼື ປີ 2013. ວ່າງບໍ່ດົນມານີ້ ກໍໄດ້ມີການປັບປຸງໃຫ້ດີຂຶ້ນບາງດ້ານ. ຜູ້ຈັດການໄດ້ຖືກແຕ່ງຕັ້ງນັບແຕ່ເດືອນ ທັນວາ ປີ 2013, ບັນ ດາກິດຈະກໍາກັບບໍລິສັດເລືອງຟັດຮົງໄດ້ຍຸດຕິ, ແລະ ບໍລິສັດພັດທະນາປ່າໄມ້ບ້ານຈຳກັດ ພວມຊອກຫາຄວາມເປັນ ໄປໄດ້ໃນການເຮັດສັນຍາກັບຜູ້ຊື້ລາຍອື່ນໆ. ເຖິງຢ່າງໃດກໍຕາມ, ການປະຕິບັດການ ເພື່ອແກ້ໄຂເພີ່ມຕື່ມຈະເປັນສິ່ງ ຈຳເປັນຖ້າຫາກກິດຈະກໍາກ່ຽວກັບປ່າໄມ້ແມ່ນ ເພື່ອບັນລຸຕາມວັດຖຸປະສົງໃນເບື້ອງຕົ້ນ, ລວມທັງການແກ້ໄຂບັນ ຫາໜີ້ສິນທີ່ພົ້ນເດັ່ນ, ການຈ່າຍເງິນປັນຜົນໃຫ້ກັບບັນດາຜູ້ຖືກຍົກຍ້າຍ, ສຳເລັດການກວດກາປ່າໄມ້ທີ່ມີຢູ່ ແລະ ກະກຽມແຜນການຄຸ້ມຄອງບໍລິຫານ. 16. ການພັດທະນາເພີ່ມຕື່ມກ່ຽວກັບບັນດາກິດຈະກໍາສ້າງລາຍຮັບຈາກທຸລະກິດຄ້າຂາຍ ທີ່ຍັງຄົງເປັນບູລິມະສິດໜຶ່ງ. ປະມານ 10 ເປີເຊັນຂອງບັນດາຄົວເຮືອນທີ່ຖືກຍົກຍ້າຍ, ສ່ວນໃຫຍ່ທີ່ເປັນຜູ້ຮັ່ງມີ, ແມ່ນດຳເນີນທຸລະກິດນອກ ຂະແໜງກະສິກໍາ ເຊັ່ນ: ຮ້ານຄ້ານ້ອຍໃນທ້ອງຖິ່ນ ຫຼື ເຮັດການຄ້າຂາຍ. ບັນດາທຸລະກິດເຫຼົ່ານີ້ແມ່ນຂະໜາດ ນ້ອຍ ແລະ ຈ້າງງານແຕ່ສະມາຊິກໃນຄົວເຮືອນເທົ່ານັ້ນ. ບັນດາທຸລະກິດນອກພາກກະສິກໍາແມ່ນມີສິດໃນການ ໄດ້ຮັບສິນເຊື່ອຈາກກອງທຶນສິນເຊື່ອບ້ານ ແລະ ສິ່ງນີ້ໄດ້ຊຸກຍູ້ເພີ່ມໂອກາດຕ່າງໆສຳລັບທຸລະກິດຂະໜາດຈຸລະ ພາກ. ບໍລິສັດໄຟຟ້ານ້ຳເທີນ 2 ສືບຕໍ່ໃຫ້ການເຝິກອົບຮົມທັກສະອາຊີບດ້ານຄ້າຂາຍໃຫ້ກັບຊາວບ້ານທີ່ສົນໃຈ.4 ການພັດທະນາດ້ານການທ່ອງທ່ຽວໃນເຂດພູພຽງອາດສາມາດສ້າງໂອກາດໃໝ່ໆສຳລັບທຸລະກິດ ແລະ ການຈ້າງ ງານຂອງທຸລະກິດຄ້າຂາຍ, ແຕ່ແນວໂນ້ມການຂະຫຍາຍຕົວຂອງຂະແໜງນີ້ຍັງຈຳກັດ ໃນໄລຍະໃກ້ ແລະ ແຜນ ການຕ່າງໆທີ່ກ່ຽວຂ້ອງຍັງຢູ່ໃນຂັ້ນເບື້ອງຕົ້ນ. ບໍລິສັດໄຟຟ້ານ້ຳເທີນ 2, ອົງການຄຸ້ມຄອງ ແລະ ປົກປັກຮັກສາ ແຫຼ່ງນໍ້າເທີນ 2, ລັດຖະບານລາວ ແລະ ຄູ່ຮ່ວມມືອື່ນໆຈະຕ້ອງໄດ້ພັດທະນາຍຸດທະສາດ ທີ່ຈະແຈ້ງ ແລະ ແຜນປະ ຕິບັດງານເພື່ອການພັດທະນາຂະແໜງທ່ອງທ່ຽວເທື່ອລະກ້າວໃນເຂດນີ້ ເພື່ອຮອງຮັບທ່າແຮງໃນການທ່ອງທ່ຽວ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນຂະນະດຽວກັນກໍຫຼຸດຜ່ອນທ່າແຮງຂອງຜົນກະທົບທາງລົບທີ່ກ່ຽວ ຂ້ອງໃຫ້ມີໜ້ອຍສຸດ. 4 ໃນປີ 2013 ໄດ້ມີການສອນການປຸງແຕ່ງອາຫານໃນເຂດພູພຽງນາກາຍ ແລະ ຜູ້ຍົກຍ້າຍຈັດສັນກໍເຂົ້າຮ່ວມຈາກ 13 ຄຸ້ມບ້ານ. ພ້ອມນັ້ນ, ຜູ້ຍົກຍ້າຍຈັດສັນຈໍານວນໜ້ອຍກໍໄດ້ຖືກສົ່ງໄປເຝິກອົບຮົມວິຊາຊີບທີ່ນະຄອນຫຼວງວຽງຈັນ (ການສ້ອມແປງໝໍ້ໄຟ, ຕັດຫຍິບ ແລະ ເຕັກນິກເສີມສວຍ). ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 23 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 24 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 17. ບັນດາຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນໜ້ອຍ ຍັງຈະຕ້ອງການການສະໜັບສະ ໜູນເພີ່ມເຕີມສະເພາະ. ສິ່ງນີ້ ຈະຕ້ອງໄດ້ເອົາໃຈໃສ່ຢ່າງໃກ້ຊິດໃນອີກຫຼາຍປີຕໍ່ໜ້າ. ເປັ ນ ທີ່ ຮັ ບ ຮູ້ ວ່ າ ຈຳນວນຄົ ວ ເຮື ອ ນສ່ ວ ນໜ້ ອ ຍລວມທັ ງ ຄົ ວ ເຮື ອ ນທີ່ ມີ ຜູ້ ເ ຖົ້ າ ທີ່ ມີ ກ ານສະໜັ ບ ສະໜູ ນ ຈຳກັ ດ ຈາກ ຄອບຄົວ ແລະ ບຸກຄົນທີ່ເສຍອົງຄະຈະພົບວ່າຫຍຸ້ງຍາກເພື່ອບັນລຸ ແລະ ຫຼື ຍັງຄົງຢູ່ເໜືອເສັ້ນຄວາມທຸກຍາກ ດ້ວຍຫຼາຍເຫດຜົນສ່ວນໃຫຍ່ແມ່ນຢູ່ເໜືອການຄວບຄຸມຂອງພວກເຂົາ ຫຼື ຂອງໂຄງການ. ໃນຂະນະທີ່ສັດສ່ວນ ຂອງບັນດາຄົວເຮືອນທີ່ໄດ້ຮັບຜົນກະທົບຍັງຄົງບໍ່ປ່ຽນແປງຕະຫຼອດສາມປີຜ່ານມາ, ບໍລິສັດໄຟຟ້ານ້ຳເທີນ 2, ລັດຖະບານລາວ ແລະ ສະຖາບັນການເງິນສາກົນ, ພ້ອມທັງຄຳແນະນໍາຈາກຄະນະຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມ ຈະສືບຕໍ່ວັດແທກແນວໂນ້ມຂອງຜົນກະທົບ ເພື່ອລະບຸທາງແກ້ໄຂທີ່ຍືນຍົງ ແລະ ໄລຍະຍາວສຳລັບ ຄົວເຮືອນທີ່ໄດ້ຮັບຜົນກະທົບນີ້. ມາດຕະການຊ່ວຍເຫຼືອທາງສັງຄົມສຳລັບບັນດາຄົວເຮືອນເຫຼົ່ານັ້ນຄວນສ້າງ ຂຶ້ນບົນພື້ນຖານການຊ່ວຍເຫຼືອຂອງຄອບຄົວ ແລະ ຊຸມຊົນດັ້ງເດີມເທົ່າທີ່ຈະເປັນໄປໄດ້, ແຕ່ອາດຈະຕ້ອງໄດ້ມີການ ຊ່ວຍສະໜັບສະໜູນເພີ່ມຕື່ມຈາກບໍລິສັດໄຟຟ້ານ້ຳເທີນ 2. 18. ກອງທຶນເພື່ອແກ້ໄຂ ແລະ ປົວແປງ ດ້ານສັງຄົມ ແລະ ສິ່ງແວດລ້ອມ ກໍໄດ້ມີການ ດຳເນີນງານ ແລະສະໜອງທຶນແກ່ບັນດາກິດຈະກໍາ ແລະ ໂຄງລ່າງພື້ນຖານຂັ້ນບ້ານ. ອີງຕາມຂໍ້ກໍານົດໃນສັນຍາສຳປະທານ, ບໍລິສັດໄຟຟ້ານ້ຳເທີນ 2 ໂອນເງິນຈຳນວນ US$ 300,000 ຕໍ່ປີ (ບວກ ໃຫ້ກັບການເພີ່ມຂຶ້ນໃນແຕ່ລະປີສຳລັບອັດຕາເງິນເຟີ້) ໃຫ້ກັບກອງທຶນແກ້ໄຂ ແລະ ປົວແປງດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງໃຊ້ເພື່ອສະໜອງທຶນໃນການບໍາລຸງຮັກສາໂຄງລ່າງພື້ນຖານຂັ້ນບ້ານ. ພາຍໃຕ້ສັນຍາການ ສະໜອງທຶນລະຫວ່າງບໍລິສັດໄຟຟ້ານ້ຳເທີນ 2 ແລະ ເມືອງນາກາຍ, ບໍລິສັດ ພຣາຍສ ວໍເຕີຮາວສ ຄຸບເປີສ ໃຫ້ ກ ານຊ່ ວ ຍເຫຼື ອ ທາງດ້ າ ນວິ ຊ າການເພື່ ອ ສ້ າ ງຄວາມເຂັ້ ມ ແຂງໃຫ້ ແ ກ່ ຄ ວາມສາມາດໃນການບໍ ລິ ຫ ານຂອງ ຄະນະກໍາມະການຄຸ້ມຄອງບໍລິຫານ ແລະ ຄະນະປະຕິບັດງານຂອງກອງທຶນແກ້ໄຂ ແລະ ປົວແປງດ້ານສັງຄົມ ແລະ ສິ່ງແວດລ້ອມ. ໃນນີ້, ກໍມີຄວາມພະຍາຍາມທີ່ດຳເນີນການ ເພື່ອເຊື່ອມໂຍງແຜນປະຈຳປີໃນການຈັດຕັ້ງປະ ຕິບັດຂອງກອງທຶນແກ້ໄຂ ແລະ ປົວແປງດ້ານສັງຄົມ ແລະ ສິ່ງແວດລ້ອມເຂົ້າກັບແຜນພັດທະນາບ້ານທີ່ໄດ້ກະກຽມ ວ່າງບໍ່ດົນມານີ້. 19. ການຕິດຕາມກວດກາຄຸນະພາບນໍ້າໃນອ່າງເກັບນໍ້າ ແລະ ເຂດລຸ່ມເຮືອນຈັກກໍສືບຕໍ່ ດຳເນີນການ. ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຕິດຕາມກວດກາ ແລະ ຈະສືບຕໍ່ຕິດຕາມກວດກາຄຸນະພາບນໍ້າຕະຫຼອດຊ່ວງໄລຍະ ເວລາການສໍາປະທານ. ສັນຍາການໃຫ້ທຶນກັບ ບໍລິສັດໄຟຟ້າຝຣ່ັງ ຮັບປະກັນວ່າການຕິດຕາມກວດກາ ແລະ ແຜນງານການຄົ້ນຄວ້າວິໄຈກ່ຽວກັບຊີວະວິທະຍາໃນເຂື່ອນໄຟຟ້າ ແລະ ກາສເຮືອນແກ້ວຈະຍັງຄົງສືບຕໍ່ໄປ. ໂດຍລວມແລ້ວ, ຄຸນະພາບຂອງນໍ້າໃນອ່າງເກັບນໍ້າແມ່ນດີກວ່າຫຼາຍຈາກທີ່ເຄີຍຄາດການໄວ້ໃນໄລຍະເວລາອອກ ແບບໂຄງການ; ຄຸນະພາບນໍ້າ ແມ່ນໄດ້ ຫຼື ເກີນກວ່າມາດຕະຖານທີ່ກ່ຽວຂ້ອງທີ່ກຳນົດໄວ້ໃນບົດແນະນໍາສາກົນ ທີ່ຍອມຮັບໂດຍທົ່ວໄປ. ຂໍ້ມູນຕົວເລກກ່ຽວກັບຄຸນະພາບນໍ້າແມ່ນໄດ້ເກັບກໍາໄວ້ໃຫ້ກັບລັດຖະບານ ແລະ ບັນດາ ໜ່ວຍງານຕິດຕາມກວດກາຈາກພາຍນອກ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 25 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 26 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ເຂດລຸ່ມເຮືອນຈັກ 20. ເນື້ອທີ່ດິນເຂດລຸ່ມເຮືອນຈັກຂອງໂຄງການນ້ຳເທີນ 2 ຍັງຄົງສຳຄັນ ເນື່ອງຈາກການ ຜະລິດກະແສໄຟຟ້າຍັງສືບຕໍ່ໃນການປ່ອຍນໍ້າໄຫຼເຂົ້າໃສ່ໃນລະບົບຂອງແມ່ນໍ້າເຊບັ້ງໄຟ ແລະ ນໍ້າເທີນ. “ເນື້ອທີ່ດິນເຂດລຸ່ມເຮືອນຈັກ” ຂອງໂຄງການນ້ຳເທີນ 2 ທີ່ກໍານົດໄວ້ ກວມເອົາຂົງເຂດດັ່ງຕໍ່ໄປນີ້: (ກ) ໃກ້ເຂດ ລຸ່ມເຮືອນຈັກ, ລວມມີປະມານ 150 ໝູ່ບ້ານລຽບຕາມລ່ອງແມ່ນໍ້າເຊບັ້ງໄຟ ແລະ ພື້ນທີ່ຖັດແຄມຝັ່ງນໍ້າ ເຊິ່ງຈະຖືກ ຜົນກະທົບຈາກການເພີ່ມຂຶ້ນຂອງກະແສນໍ້າໄຫຼ; ແລະ (ຂ) ເຂດລຸ່ມເຮືອນຈັກຂອງເຂື່ອນນາກາຍ, ລວມທັງ 38 ໝູ່ບ້ານລຽບຕາມລ່ອງແມ່ນໍ້າເທີນ ເຊິ່ງຈະຖືກຜົນກະທົບຈາກການຫຼຸດລົງຂອງກະແສນໍ້າໄຫຼ. ລັດຖະບານແມ່ນຮັບ ຜິດຊອບຢ່າງເຕັມສ່ວນຂອງບັນດາກິດຈະກໍາຟື້ນຟູຊີວິດການເປັນຢູ່ພາຍໃຕ້ແຜນງານເຂດລຸ່ມເຮືອນຈັກ (DSP) ນັບແຕ່ວັນທີ 1 ມັງກອນ 2013 ເປັນຕົ້ນມາ. ໃນເຂດລຸ່ມເຮືອນຈັກຂອງແມ່ນໍ້າເຊບັ້ງໄຟ ບັນຫາຕໍ່ໄປນີ້ແມ່ນຄວນໄດ້ ຮັບການເອົາໃຈໃສ່ໃນເວລານີ້ ຄື: (ກ) ການຕິດຕາມກວດກາຄຸນະພາບນໍ້າ ເຊິ່ງໄດ້ດຳເນີນການຢ່າງປົກກະຕິໂດຍບໍລິສັດໄຟຟ້ານ້ຳເທີນ 2 ຊີ້ໃຫ້ເຫັນ ວ່າ ຄຸນະພາບນໍ້າໂດຍລວມແມ່ນດີກວ່າທີ່ຄາດການໄວ້ ແລະ ໄດ້ຕາມມາດຕະຖານທີ່ກ່ຽວຂ້ອງ. ມີສອງປັດໄຈ ທີ່ສົ່ງຜົນກະທົບຕໍ່ກັບຄຸນະພາບນໍ້າ ທີ່ປ່ອຍຈາກຄອງສົ່ງນໍ້າລຸ່ມເຂື່ອນ-ເຮືອນຈັກ ເຂົ້າຫາແມ່ນໍ້າເຊບັ້ງໄຟ: (i) ຄຸນະພາບຂອງນໍ້າໃນອ່າງເກັບນໍ້າໃນເວລາທີ່ໄຫຼເຂົ້າໄປໃນເຮືອນຈັກ; ແລະ (ii) ຄວາມມີປະສິດທິຜົນຂອງ ໂຄງສ້າງອາກາດທີ່ປະສົມໃນນໍ້າໃນຄອງສົ່ງນໍ້າລຸ່ມເຂື່ອນ-ເຮືອນຈັກ. ຂໍ້ມູນຕົວເລກກ່ຽວກັບຄຸນະພາບນໍ້າ ຊີ້ໃຫ້ເຫັນວ່າ ຄຸນະພາບນໍ້າ ແມ່ນໄດ້ຕາມມາດຕະຖານຄຸນະພາບນໍ້າແຫ່ງຊາດ ພ້ອມທັງຮັບຮູ້ເຖິງມາດຖານ ເງື່ອນໄຂສຳລັບການຊ່ວຍສະໜັບສະໜູນສັດນໍ້າຕ່າງໆ. ສິ່ງນີ້ ເນື່ອງມາຈາກ: (i) ນໍ້າທີ່ສະອາດຫຼາຍໄຫຼເຂົ້າ ໃນຕົວເຮືອນຈັກ ແລະ ຜັນປ່ຽນເນື່ອງຈາກເຫດການນໍ້າຖ້ວມໃນປີ 2011 ແລະ ໃນຊ່ວງລະດູຝົນ; ແລະ (ii) ລົມແຮງເຮັດໃຫ້ເກີດຄື້ນໃຫຍ່ ເຊິ່ງເຮັດໃຫ້ອົກຊີແຊນໃນນໍ້າມີໜ້ອຍໃນຊ່ວງລະດູແລ້ງ. ພ້ອມນັ້ນ, ໂຄງສ້າງອາ ກາດທີ່ປະສົມໃນນໍ້າແມ່ນໄດ້ປັບປຸງຄຸນະພາບນໍ້າພາຍຫຼັງທີ່ມີການຜະລິດກະແສໄຟຟ້າ. ບາງຄຸນລັກສະນະ ຂອງນໍ້າໃນຊ່ວງລະດູແລ້ງຂອງແມ່ນໍ້າເຊບັ້ງໄຟ ແມ່ນໄດ້ຮັບຜົນກະທົບຈາກໂຄງການ, ລວມທັງບໍລິມາດ ແລະ ອັດຕາການໄຫຼຂອງກະແສນໍ້າ, ຄ່າຄວາມເປັນກົດ-ດ່າງ (pH) ແລະ ອຸນຫະພູມຂອງນໍ້າ. (ຂ) ຂໍ້ມູນການຕິດຕາມກວດກາການຫາປາ ເຊິ່ງເກັບກໍາໂດຍບໍລິສັດໄຟຟ້ານ້ຳເທີນ 2 ຈາກແມ່ນໍ້າເຊບັ້ງໄຟສະ ແດງໃຫ້ເຫັນວ່າ ໃນລະຫວ່າງປີ 2010-2012 ຈໍານວນປາທີ່ຫາໄດ້ແມ່ນເພີ່ມຂຶ້ນ, ເຖິງແມ່ນວ່າຈໍານວນປາທີ່ ຫາໄດ້ຍັງຄົງຕໍ່າກວ່າລະດັບຕົວເລກຈຳນວນປາທີ່ຫາໄດ້ທີ່ເປັນພື້ນຖານກ່ອນການປະຕິບັດງານດ້ານທຸລະ ກິດຂອງເຂື່ອນ. ມີຜົນກະທົບແຕກຕ່າງກັນຕາມລ່ອງແມ່ນໍ້າ. (ຄ) ການເຊາະເຈື່ ອ ນຂອງດິ ນ ຕາມແຄມຝັ່ ງ ນໍ້ າ ຂອງແມ່ ນໍ້ າ ເຊບັ້ ງ ໄຟແມ່ ນ ມີ ໜ້ ອ ຍຫຼ າ ຍກວ່ າ ທີ່ ຄ າດການໄວ້ , ໂດຍມີກໍລະນີຮຸນແຮງພຽງເລັກໜ້ອຍ. ສິ່ງນີ້ສ່ວນໜຶ່ງອາດເນື່ອງມາຈາກຄວາມເປັນຈິງທີ່ວ່າຄວາມຜັນຜວນ ຂອງກະແສນໍ້າໄຫຼໃນລະຫວ່າງລະດູແລ້ງແມ່ນຕໍ່າກວ່າທີ່ຄາດການໄວ້ຍ້ອນຄວາມມີປະສິດທິຜົນຂອງເຂື່ອນ ຄວບຄຸມນໍ້າ ແລະ ເນື່ອງຈາກການຜະລິດກະແສໄຟຟ້າໃນຊ່ວງລະດູແລ້ງແມ່ນຄົງທີ່ທາງດ້ານຊົ່ວໂມງ ແລະ ມື້ທີ່ຜະລິດກວ່າທີ່ຄາດການໄວ້ໃນເບື້ອງຕົ້ນ. ເຖິງຢ່າງໃດກໍຕາມ, ໄດ້ມີຂໍ້ສັງເກດວ່າການເຊາະເຈື່ອນຂອງ ດິນແຄມຝັ່ງຕາມທໍາມະຊາດຍັງສືບຕໍ່ເກີດມີໃນບາງບ່ອນຕາມແຄມຝັ່ງນໍ້າທີ່ບໍ່ມີການປ້ອງກັນຕາຝັ່ງເຈື່ອນ. ບູລິມະສິດໃນປັດຈຸບັນສຳລັບລັດຖະບານແມ່ນສົ່ງເສີມບັນດາມາດຕະການປ້ອງກັນຕາຝັ່ງເຈື່ອນ (ຟື້ນຟູການ ປູກພືດແຄມຝັ່ງນໍ້າ, ຕິດຕັ້ງແຜ່ນແນວກັ້ນຕາຝັ່ງເຈື່ອນ ຫຼື ຕາໜ່າງຫີນກັ້ນຕາຝັ່ງເຈື່ອນ) ຊຶ່ງຄວນຈ້າງບັນດາ ຊຸມຊົນໃນທ້ອງຖິ່ນ/ລັດຖະບານຂັ້ນທ້ອງຖິ່ນດຳເນີນການ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 27 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 28 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 (ງ) ພາຍໃຕ້ແຜນງານເຂດລຸ່ມເຮືອນຈັກ ເຊິ່ງໄດ້ຈັດຕັ້ງປະຕິບັດໂດຍບໍລິສັດໄຟຟ້ານ້ຳເທີນ 2 ກ່ອນປີ 2013 ໄດ້ເຈາະນໍ້າບາດານພ້ອມປໍ້າມື ທັງໝົດຈຳນວນ 544 ບໍ່ ແລະ ສ້ວມຖ່າຍຈຳນວນ 3,034 ໜ່ວຍ ໄດ້ສະໜອງ ໃຫ້ກັບປະຊາຊົນທີ່ອາໄສແຄມຝັ່ງແມ່ນໍ້າ ຈຳນວນ 92 ຄົນ ແລະ ໝູ່ບ້ານຖັດຈາກດິນແຄມຝັ່ງ 65 ໝູ່ບ້ານເພື່ອ ທົດແທນຄວາມເສຍຫາຍຈາກຜົນກະທົບຂອງໂຄງການນ້ຳເທີນ 2 ຕໍ່ກັບຄຸນະພາບຂອງນໍ້າໃນແມ່ນໍ້າເຊບັ້ງໄຟ ແລະ ສາຂາຂອງແມ່ນໍ້າ. ສິ່ງອໍານວຍຄວາມສະດວກເຊັ່ນ: ນໍ້າບາດານ ແລະ ສ້ວມຖ່າຍ, ລວມທັງ ອາໄຫຼ່, ແມ່ນໄດ້ມອບໃຫ້ກັບໝູ່ບ້ານໃນເດືອນ ທັນວາ 2012. ຫ້ອງການສາທາລະນະສຸກເມືອງ ແລະ ພະແນກສາທາ ລະນະສຸກແຂວງແມ່ນຮັບຜິດຊອບໃນການໃຫ້ຄວາມຊ່ວຍເຫຼືອດ້ານວິຊາການແກ່ຄະນະກໍາມະການເພື່ອການ ບໍາລຸງຮັກສານໍ້າຂອງຊຸມຊົນ (CWMCs) ຂອງບ້ານ ເຊິ່ງໄດ້ສ້າງຕັ້ງຂຶ້ນເພື່ອບໍາລຸງຮັກສາ ແລະ ປະຕິບັດງານ ກ່ຽວກັບສິ່ງອຳນວຍຄວາມສະດວກເຫຼົ່ານີ້. ສິ່ງສໍາຄັນແມ່ນວ່າບໍ່ນໍ້າບາດານຫຼາຍບ່ອນໄດ້ຕິດຕັ້ງສ້າງຂຶ້ນໂດຍ ຄົວເຮືອນເຊິ່ງເປັນທາງເລືອກໜຶ່ງໃນການສະໜອງນໍ້າເພື່ອຊົມໃຊ້ພາຍໃນຄົວເຮືອນຂອງພວກເຂົາເອງ. ບັນ ດາຄົວເຮືອນສ່ວນໃຫຍ່ໃນໝູ່ບ້ານເຂດກາງ ແລະ ເຂດລຸ່ມຂອງແມ່ນໍ້າເຊບັ້ງໄຟແມ່ນຊື້ນໍ້າດື່ມບັນຈຸຂວດເພື່ອ ດື່ມກິນ. ນໍ້າດື່ມບັນຈຸຂວດນີ້ ໂດຍທົ່ວໄປແລ້ວ ແມ່ນສົ່ງໃຫ້ໂດຍຜູ້ສະໜອງຈາກຕົວເມືອງ. 21. ບັ ນ ດາກິ ດ ຈະກໍ າ ກ່ ຽ ວກັ ບ ອາຊີ ບ ກໍ ໄ ດ້ ຮັ ບ ການຊ່ ວ ຍເຫຼື ອ ສະໜັ ບ ສະໜູ ນ ພາຍໃຕ້ ແຜນງານເຂດລຸ່ມເຮືອນຈັກ (DSP) ຂອງບໍລິສັດໄຟຟ້ານ້ຳເທີນ 2. ຕົວເລກການຕິດຕາມກວດກາຂອງ ບໍລິສັດໄຟຟ້ານ້ຳເທີນ 2 ຊີ້ໃຫ້ເຫັນວ່າໄດ້ມີຄວາມຄືບໜ້າໃນບັນດາກິດຈະກໍາ ການລ້ຽງສັດ ແລະ ປູກຝັງຢ່າງຕັ້ງໜ້າ. ພ້ອມນັ້ນ, ຍັງຕ້ອງໄດ້ເຮັດວຽກເພີ່ມຕື່ມໃນດ້ານການພັດທະນາກິດຈະກໍາ ການລ້ຽງປາ. ສູນວິຊາການກະສິກໍາເຂດແມ່ນໍ້າເຊບັ້ງໄຟ ເຊິ່ງລວມມີການຄົ້ນຄວ້າວິໄຈ ແລະ ສະໜອງພັນພືດ ແລະ ສັດກໍໄດ້ສະໜອງພັນເຂົ້າ, ພັນປາ, ລູກປາ ແລະ ປາໃຫ້ກັບຜູ້ຜະລິດພັນປາໃນທ້ອງຖິ່ນ, ຜູ້ລ້ຽງປາໃນທ້ອງຖິ່ນ ແລະ ຕະຫຼາດໃນທ້ອງຖິ່ນຕາມລໍາດັບ, ເຊິ່ງສູນນີ້ແມ່ນມີບົດບາດສໍາຄັນຕໍ່ວຽກງານທີ່ກ່າວມານັ້ນ. ການປັບປຸງການຮ່ວມ ມືລະຫວ່າງສູນວິຊາການກະສິກໍາເຂດແມ່ນໍ້າເຊບັ້ງໄຟ ແລະ ໂຮງຮຽນການປະມົງ ແລະ ບັນດາກຸ່ມຊາວນາ, ໂດຍ ສະເພາະກ່ຽວກັບການສະໜອງພັນເຂົ້າ ແລະ ພັນປາທີ່ມີຄຸນະພາບຍັງຄົງເປັນວຽກບູລິມະສິດ. ສ່ວນໜຶ່ງຂອງ DSP, ກອງທຶນຟື້ນຟູລາຍຮັບຂອງບ້ານ (VIRF) ໄດ້ສ້າງຕັ້ງຂຶ້ນ ເພື່ອສະໜອງການເຂົ້າເຖິງການເງິນຈຸລະພາກ ໃຫ້ກັບບັນດາຊຸມຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ. ຫ້ອງການການພັດທະຊົນນະບົດ ແລະ ລົບລ້າງຄວາມທຸກ ຍາກຈະເຮັດໜ້າທີ່ຮັບຜິດຊອບສຳລັບການຄຸ້ມຄອງບໍລິຫານ VIRF ໃນເດືອນມັງກອນ 2013. ການປະເມີນທາງດ້ານປະລິມານ ແລະ ຄຸນະພາບຂອງສະພາບການທາງດ້ານເສດຖະກິດ-ສັງຄົມຂອງປະຊາກອນ ໃນເຂດລຸ່ມເຮືອນຈັກ ກໍໄດ້ດຳເນີນການ ໂດຍບໍລິສັດໄຟຟ້ານ້ຳເທີນ 2 ໃນເຄິ່ງປີທໍາອິດຂອງປີ 2014 ແລະ ສິ່ງທີ່ ຈະຊ່ວຍສະໜອງຂໍ້ມູນກ່ຽວກັບຜົນໄດ້ຮັບຂອງ DSP ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ ຂອງບັນດາຊຸມຊົນທີ່ໄດ້ຮັບຜົນກະທົບຈາກໂຄງການໃນເຂດລຸ່ມເຮືອນຈັກ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 29 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 30 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 22. ຝ່າຍລັດຖະບານລາວ ພວມດຳເນີນການກໍ່ສ້າງຊົນລະປະທານ ຕາມຄອງສົ່ງນໍ້າເຂດ ລຸ່ມເຮືອນຈັກ. ຝ່າຍລັດຖະບານລາວໄດ້ເລີ່ມຕົ້ນໂຄງການຊົນລະປະທານແຍກຕ່າງຫາກ ເຊິ່ງຈະນໍາໃຊ້ນໍ້າທີ່ປ່ອຍຈາກຄອງສົ່ງ ນໍ້າລຸ່ມເຂື່ອນ-ເຮືອນຈັກຂອງໂຄງການນ້ຳເທີນ 2 ຜ່ານປະຕູ #3. ເນື່ອງຈາກຊົນລະປະທານແມ່ນໃກ້ກັບເຂດ ໂຄງການນ້ຳເທີນ 2 ແລະ ທ່າແຮງທີ່ຈະເກີດການກໍ່ສ້າງ ແລະ ການປະຕິບັດງານຂອງໂຄງການຂອງລັດທີ່ກ່າວ ມາຂ້າງເທິງນັ້ນອາດຈະມີຜົນກະທົບຕໍ່ກັບໂຄງການນ້ຳເທີນ 2 ສະຖາບັນການເງິນສາກົນໄດ້ຮ້ອງຂໍຂໍ້ມູນເພີ່ມເຕີມ ຈາກກະຊວງກະສິກໍາ ແລະ ປ່າໄມ້ ເພື່ອກໍານົດທ່າແຮງຂອງຜົນກະທົບໃນການກໍ່ສ້າງຊົນລະປະທານນີ້ຕໍ່ກັບ ຊັບສິນຂອງໂຄງການນ້ຳເທີນ 2, ພ້ອມທັງທ່າແຮງຜົນກະທົບຕໍ່ກັບເຂດລຸ່ມເຮືອນຈັກ ແລະ ປະຊາກອນໃນເຂດນັ້ນ, ໂດຍສະເພາະໃນດ້ານຂອງທີ່ດິນ ແລະ ຊັບສິນອື່ນໆ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. 23. ຄວາມສາມາດຂອງລັດຖະບານ ເພື່ອປະຕິບັດໃຫ້ໄດ້ຕາມພັນທະທາງດ້ານການເງິນ ຂອງຕົນໃຫ້ທັນເວລາ ແລະ ສາມາດຄາດຄະເນໄດ້ ເພື່ອຈັດຕັ້ງປະຕິບັດແຜນງານເຂດລຸ່ມ ເຮືອນຈັກທີ່ຮຽກຮ້ອງໃຫ້ຕ້ອງໄດ້ເຮັດວຽກເພີ່ມເຕີມ. ລັດຖະບານໄດ້ສູ້ຊົນເພື່ອໃຫ້ມີຊັບພະຍາກອນງົບປະມານແຫ່ງຊາດທີ່ຈັດສັນໃຫ້ກັບແຜນງານເຂດລຸ່ມເຮືອນຈັກ ພາຍຫຼັງທີ່ໄດ້ຮັບຜິດຊອບຢ່າງເຕັມສ່ວນສໍາລັບແຜນງານ ໃນວັນທີ 1 ມັງກອນ 2013. ງົບປະມານມີໄວ້ ເພື່ອສະ ໜອງໃຫ້ທັນເວລາ ແລະ ສາມາດຄາດຄະເນໄດ້ແມ່ນຈຳເປັນຢ່າງຍິ່ງ ເພື່ອເຮັດໃຫ້ບັນດາໜ່ວຍງານຂອງລັດຖະ ບານຂັ້ນທ້ອງຖິ່ນໃນການສະໜອງການຊ່ວຍເຫຼືອທີ່ຕ້ອງການສຳລັບປະຊາກອນທີ່ຖືກຜົນກະທົບ ແລະ ເພື່ອເຮັດ ໃຫ້ການລົງທຶນມາຮອດປັດຈຸບັນຍືນຍົງຄົງຕົວໄດ້. ສະຖາບັນການເງິນສາກົນໄດ້ແຈ້ງເຕືອນບອກໃຫ້ລັດຖະບານ ລາວວ່າລາຍຮັບຈາກໂຄງການນ້ຳເທີນ 2 ສາມາດນໍາໃຊ້ເພື່ອຈຸດປະສົງເຫຼົ່ານີ້ຕາມຄວາມຈໍາເປັນ, ໂດຍອີງໃສ່ສັນ ຍາການສະໜອງທຶນລະຫວ່າງລັດຖະບານລາວ ແລະ ສະຖາບັນການເງິນສາກົນ. ໃນໄລຍະຍາວ, ມີຄວາມຈໍາເປັນ ຕ້ອງໄດ້ມີກົນໄກການແບ່ງປັນຜົນປະໂຫຍດທີ່ສາມາດຄາດຄະເນໄດ້ ແລະ ເປັນໂຄງສ້າງການຈັດຕັ້ງກວ່າເກົ່າ ເຊິ່ງ ຈະຊ່ວຍສະໜອງຊັບພະຍາກອນໃຫ້ກັບແຂວງຄຳມ່ວນ ເພື່ອບໍາລຸງຮັກສາຊັບສິນໂຄງລ່າງພື້ນຖານພ້ອມທັງການ ແກ້ໄຂບັນຫາທາງດ້ານສັງຄົມ ແລະ ສິ່ງແວດລ້ອມທີ່ຍັງຄົງມີທ່າແຮງເກີດຂຶ້ນ. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 31 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 32 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ເຂດແຫຼ່ງນ້ຳ ແລະ ສິ່ງແວດລ້ອມ 24. ການປົກປັກຮັກສາເຂດແຫຼ່ງນ້ຳແມ່ນບັນຫາທ້າທາຍທີ່ສະຫຼັບຊັບຊ້ອນໃນໄລຍະຍາວ. ການປົກປັກຮັກສາປ່າໄມ້ເຂດແຫຼ່ງຍອດນ້ຳແມ່ນມອບໝາຍໃຫ້ກັບອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ເທີນ 2. ມາຮອດປັດຈຸບັນນີ້, ການອະນຸລັກປ່າໄມ້ໄດ້ຊ່ວຍໃຫ້ຮັບປະກັນວ່າການຕົກຕະກອນໃນອ່າງເກັບນໍ້າຈະ ບໍ່ກາຍເປັນບັນຫາໃຫຍ່ສຳລັບໂຄງການໂດຍໄດ້ວັດແທກອົກຊີແຊນທີ່ລະລາຍໃນນໍ້າ ແລະ ການສະສົມຂອງສານ ອາຫານ ແລະ ກໍໄດ້ດຳເນີນການສຶກສາທາດແຂງທີ່ຕົກຕະກອນສະສົມໃນນໍ້າທັງໝົດ (TSS). ອີງໃສ່ການວິເຄາະ ດັ່ງກ່າວນີ້, ການຕົກຕະກອນສະສົມອາດຈະບໍ່ເປັນບັນຫາໃຫຍ່ຫຼວງໃນໄລຍະກາງ. ເຖິງຢ່າງໃດກໍຕາມ, ມາຮອດ ປັດຈຸບັນນີ້ເຫັນວ່າບັນດາມາດຕະການເພື່ອປົກປ້ອງຄວາມຫຼາກຫຼາຍຂອງພືດ ແລະ ສັດໃນທ້ອງຖິ່ນຂອງເຂດແຫຼ່ງ ຍອດນ້ຳ ແມ່ນປະສົບຜົນສຳເລັດໜ້ອຍ. ແຮງກົດດັນຕົ້ນຕໍແມ່ນມາຈາກຜູ້ທີ່ອາໄສຢູ່ນອກເຂດສັນປັນນໍ້າ, ເຖິງແມ່ນ ວ່າໝູ່ບ້ານທີ່ຢູ່ອ້ອມ ແລະ ເຂດຮອບນອກແມ່ນຍັງຄົງນໍາໃຊ້ ແລະ ເກັບກ່ຽວເອົາຊັບພະຍາກອນທີ່ຫວງຫ້າມໃນເຂດ ນີ້ຢ່າງຜິດກົດໝາຍ, ລວມທັງໄມ້ເນື້ອແດງທີ່ເປັນໄມ້ເນື້ອແຂງ. ຈາກຄວາມຕ້ອງການທີ່ເພີ່ມຂຶ້ນບວກກັບລາຄາທີ່ສູງ ຂຶ້ນສຳລັບໄມ້ເນື້ອແຂງ ແລະ ສັດປ່າໃນຂົງເຂດພາກພື້ນ, ພູມີປະເທດທີ່ທ້າທາຍ, ເຄືອຂ່າຍພາກພື້ນທີ່ລັກລອບຜິດ ກົດໝາຍ, ການບັງຄັບໃຊ້ກົດໝາຍທີ່ບໍ່ສະໝໍ່າສະເໝີ ແລະ ການພັດທະນາໂຄງລ່າງພື້ນຖານທີ່ອຳນວຍຄວາມສະ ດວກໃນການເຂົ້າເຖິງເຂດແຫຼ່ງຍອດນ້ຳໄດ້ເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຢ່າງໃຫຍ່ຫຼວງຕໍ່ກັບການອະນຸລັກປົກປັກຮັກ ສາພັນພືດ ແລະ ສັດພື້ນເມືອງໃນທ້ອງຖິ່ນຂອງເຂດນີ້. 25. ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ໄດ້ສືບຕໍ່ດຳເນີນການການ ອະນຸລັກປົກປັກຮັກສາໃນລະດັບໜຶ່ງ ແລະ ຄວາມພະຍາຍາມໃນການພັດທະນາທ້ອງຖິ່ນ. ເຖິງຢ່າງໃດກໍຕາມ, ຮຽກຮ້ອງໃຫ້ມີການປະຕິຮູບທາງດ້ານສະຖາບັນການຈັດຕັ້ງ ເພື່ອປັບປຸງ ຄວາມມີປະສິດທິພາບ ແລະ ປະສິດທິຜົນ. ໃນສະຖານະການໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ກັບຊັບພະຍາກອນທໍາມະຊາດ ໃນປີ 2013, ອົງການຄຸ້ມຄອງ ແລະ ປົກປັກ ຮັກສາແຫຼ່ງນໍ້າເທີນ 2 ໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກໍາການອະນຸລັກປົກປັກຮັກສາ ແລະ ການພັດ ທະນາທ້ອງຖິ່ນໃນເຂດສັນປັນນໍ້າ. ໃນຂະນະທີ່ບາງດ້ານກໍມີຄວາມຄືບໜ້າໂດຍສະເພາະກ່ຽວກັບການຂະຫຍາຍ ທີ່ດິນ ແລະ ການດຳເນີນການລາດຕະເວນນໍ້າ, ຜົນການດຳເນີນງານໂດຍລວມມາຮອດປັດຈຸບັນຍັງບໍ່ເໝາະສົມ ກັບເງິນທຶນທີ່ຈັດສັນໃຫ້. ດ່ັງບົດລາຍງານໃນຊຸມປີຜ່ານມາ, ຄວາມພະຍາຍາມເຫຼົ່ານັ້ນແມ່ນລົ້ມເຫຼວໃນການທີ່ ຈະເຮັດໃຫ້ໄພຂົ່ມຂູ່ນັ້ນມີໜ້ອຍສຸດ ຫຼື ເພື່ອປັບປຸງຊີວິດການເປັນຢູ່. ໃນປີ 2013, ໃນການຮ້ອງຂໍຂອງກອງເລຂາອົງ ການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2, ທະນາຄານໂລກໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ເພື່ອ ທົບທວນ ແລະ ໃຫ້ຂໍ້ສະເໜີແນະ ເພື່ອສ້າງຄວາມເຂັ້ມແຂງແກ່ລະບົບການມອບໝາຍວຽກຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (MONRE) ຍັງ ໄດ້ຈ້າງຊ່ຽວຊານກ່ຽວກັບການປົກປັກຮັກສາເຂດພື້ນທີ່ ເພື່ອທົບທວນຂີດຄວາມສາມາດຂອງການຈັດຕັ້ງຂອງອົງ ການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2. ບົດລາຍງານແມ່ນຊີ້ໃຫ້ເຫັນເຖິງບັນຫາທາງດ້ານໂຄງສ້າງການ ຈັດຕັ້ງກ່ຽວກັບພາລະບົດບາດ ແລະ ໜ້າທີ່ມອບໝາຍ ແລະ ການອອກແບບການຈັດຕັ້ງຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2. ທັງສອງການທົບທວນສະແດງໃຫ້ເຫັນວ່າຈຳເປັນຕ້ອງໄດ້ມີຄວາມພະຍາຍາມໃນ ການປະສານງານທີ່ເຂັ້ມແຂງ ແລະ ຮ່ວມມືກັນຈາກອຳນາດການປົກຄອງຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອປັບປຸງ ໂຄງສ້າງການຈັດຕັ້ງຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2 ຄືນໃໝ່ ເພື່ອປັບປຸງການຄຸ້ມຄອງບໍລິ ຫານເຂດສະຫງວນ ແລະ ໜ້າທີ່ການບັງຄັບໃຊ້ກົດໝາຍ. ພ້ອມນັ້ນ, ຍັງຕ້ອງໄດ້ມີຄວາມພະຍາຍາມຕົ້ນຕໍ ເພື່ອເພີ່ມ ທະວີຄວາມພະຍາຍາມໃນການພັດທະນາຊຸມຊົນ ໃນ 31 ໝູ່ບ້ານພາຍໃນເຂດສະຫງວນພ້ອມທັງໝູ່ບ້ານໃນເຂດ ຮອບນອກ. ຂໍ້ສະເໜີແນະໃນບົດສຶກສາເຫຼົ່ານີ້ ແລະ ທາງເລືອກຕ່າງໆສຳລັບການປັບປຸງໂຄງສ້າງການຈັດຕັ້ງກໍໄດ້ ມີການເຜີຍແຜ່ແບ່ງປັນໃຫ້ກັບບັນດາຜູ້ມີສ່ວນກ່ຽວຂ້ອງຂອງໂຄງການ ແລະ ຄະນະກໍາມະການຄຸ້ມຄອງບໍລິຫານ ຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າເທີນ 2 ແລະ ປັດຈຸບັນກໍພວມຢູ່ໃນຂັ້ນຕອນການພິຈາລະນາຂອງ ລັດຖະບານ. ທະນາຄານໂລກແມ່ນພວມລໍຖ້າ ຜົນຂອງການປຶກສາຫາລືເຫຼົ່ານີ້ ແລະ ກໍໄດ້ສະເໜີໃຫ້ການສະໜັບ ສະໜູນກ່ຽວກັບການປັບປຸງໂຄງສ້າງການຈັດຕັ້ງຄືນໃໝ່ທີ່ເປັນໄປໄດ້, ການພັດທະນາສະຖາບັນການຈັດຕັ້ງ ແລະ ເພີ່ມທະວີແຜນງານດ້ານຊີວິດການເປັນຢູ່ຂອງຊຸມຊົນຜ່ານໂຄງການ (PAW) ກ່ຽວກັບການປົກປັກຮັກສາເຂດພື້ນ ທີ່ ແລະ ສັດປ່າ IDA/GEF ທີ່ຫາກໍ່ໄດ້ຮັບການອະນຸມັດວ່າງບໍ່ດົນມານີ້. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 33 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 34 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ການຄຸ້ມຄອງ ແລະ ຈັດສັນແຫຼ່ງລາຍຮັບຂອງໂຄງການ 26. ຕົ ວ ເລກຂອງລັ ດ ຖະບານຊີ້ ໃຫ້ ເ ຫັ ນວ່ າ ສັ ດສ່ ວ ນຂອງລາຍຮັ ບສ່ ວ ນໃຫຍ່ ຂອງໂຄງ ການນ້ຳເທີນ 2 ໄດ້ຖືກຈັດສັນໃຫ້ກັບ ການແກ້ໄຂຄວາມທຸກຍາກ ແລະ ບັນຫາດ້ານສິ່ງແວດ ລ້ອມທີ່ມີສິດສົມຄວນໄດ້ຮັບ, ແຕ່ວ່າ ຄວາມຊັກຊ້າ ແລະ ຈຸດອ່ອນໃນການລາຍງານ ຍັງຄົງສືບຕໍ່ ຂັດຂວາງຄວາມພະຍາຍາມ ໃນການຢືນຢັນຢ່າງເປັນທາງການ ກ່ຽວກັບການນໍາໃຊ້ ແລະ ການຈັດສັນລາຍຮັບທັງໝົດຈາກໂຄງການນ້ຳເທີນ 2 ເພື່ອໃຊ້ກັບ ແຜນງານການຄຸ້ມຄອງການ ຫຼຸດຜ່ອນຄວາມທຸກຍາກ ແລະ ດ້ານສິ່ງແວດລ້ອມທີ່ມີສິດສົມຄວນໄດ້ຮັບ. ພາຍໃຕ້ຂໍ້ຕົກລົງກ່ຽວກັບການຄຸ້ມຄອງບໍລິຫານລາຍຮັບຈາກໂຄງການນ້ຳເທີນ 2 (NT2 RMA), ບັນດາບົດລາຍ ງານຄວາມຄືບໜ້າກ່ຽວກັບໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນເງິນທຶນຈາກລາຍຮັບຂອງໂຄງການນ້ຳ ເທີນ 2 ແລະ ພ້ອມທັງບົດລາຍງານທາງດ້ານການເງິນຕ້ອງສົ່ງໃຫ້ກັບສະຖາບັນການເງິນສາກົນພາຍໃນຫົກເດືອນ ພາຍຫຼັງທີ່ສິ້ນສຸດແຕ່ລະປີງົບປະມານຂອງລາວ. ການກວດສອບຕ້ອງໄດ້ດຳເນີນການໃນແຕ່ລະປີ. ເຖິງແມ່ນວ່າ ທະນາຄານໂລກໄດ້ຮັບບັນດາບົດລາຍງານກ່ຽວກັບການຈັດສັນເງິນ ແລະ ການໃຊ້ຈ່າຍລາຍຮັບທີ່ມາຈາກໂຄງ ການນ້ຳເທີນ 2 ເປັນແຕ່ລະຂະແໜງ ແລະ ບາງໂຄງການລວມທັງບັນດາກິດຈະກໍາ ເຊັ່ນ: ການເຝິກອົບຮົມຄູສອນ, ການສະໜອງປຶ້ມແບບຮຽນໃຫ້ກັບໂຮງຮຽນ, ການບໍລິການສາທາລະນະສຸກໃນຊົນນະບົດ ແລະ ການຕິດຕັ້ງໄຟ ຟ້າໃຫ້ກັບໝູ່ບ້ານໃນຊົນນະບົດ, ສະຖາບັນການເງິນສາກົນຍັງບໍ່ໄດ້ຮັບບົດລາຍງານຢ່າງເປັນທາງການກ່ຽວກັບ ການນໍາໃຊ້ລາຍຮັບ ແລະ ການກວດສອບນັ້ນເທື່ອ. ຄວາມຊັກຊ້າຂອງການລາຍງານເຫຼົ່ານີ້ແມ່ນບໍ່ສອດຄ່ອງກັບ ບົດບັນຍັດຂອງສັນຍາການສະໜອງເງິນທຶນລະຫວ່າງລັດຖະບານລາວ ແລະ ສະຖາບັນການເງິນສາກົນ. ວ່າງບໍ່ດົນມານີ້, ກະຊວງການເງິນໄດ້ສົ່ງບົດລາຍງານດ້ານການເງິນຄົບຊຸດໃຫ້ກັບອົງການກວດສອບແຫ່ງລັດ (SAO), ແລະ ປັດຈຸບັນ SAO ກໍພວມກວດສອບການນໍາໃຊ້ລາຍຮັບຈາກໂຄງການນ້ຳເທີນ 2. ບົດລາຍງານທາງ ດ້ານການເງິນເຫຼົ່ານີ້ຊີ້ໃຫ້ເຫັນວ່າໃນຂະນະທີ່ເກືອບທຸກການຊໍາລະທີ່ເປັນຄ່າພາກຫຼວງທີ່ໄດ້ຮັບມາຮອດປັດຈຸບັນ ແມ່ນໄດ້ຖືກຈັດສັນໃຫ້ກັບບັນດາກິດຈະກໍາທີ່ມີສິດສົມຄວນໄດ້ຮັບ, ເງິນປັນຜົນ ແລະ ອາກອນທີ່ໄດ້ຮັບມາຮອດ ປະຈຸບັນນີ້ບໍ່ໄດ້ເອົາເຂົ້າຝາກໃນບັນຊີລາຍຮັບຂອງໂຄງການນ້ຳເທີນ 2. ສິ່ງນີ້ແມ່ນບໍ່ສອດຄ່ອງກັບຂໍ້ກໍານົດຂອງ ການຄຸ້ມຄອງບໍລິຫານລາຍຮັບຈາກ ໂຄງການນ້ຳເທີນ 2 ແລະ ລັດຖະບານ ກໍໄດ້ຖືກຮ້ອງຂໍໃຫ້ແກ້ໄຂສະພາບການ ດັ່ງກ່າວນີ້ໄວເທົ່າທີ່ຈະເປັນໄປໄດ້. ສະຖາບັນການເງິນສາກົນຈະສືບຕໍ່ເຮັດວຽກກັບບັນດາໜ່ວຍງານຕາງໜ້າຂອງລັດຖະບານລາວ ເພື່ອປະຕິບັດໃຫ້ ສອດຄ່ອງກັບຂໍ້ກໍານົດຂອງການຄຸ້ມຄອງບໍລິຫານລາຍຮັບຈາກ ໂຄງການນ້ຳເທີນ 2. ໃນນີ້, ຕ້ອງໄດ້ສ້າງຄວາມເຂັ້ມ ແຂງເພີ່ມຂຶ້ນໃຫ້ກັບກົນໄກການປະສານງານລະຫວ່າງກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ຂະແໜງການ ແລະ ອົງການກວດສອບແຫ່ງລັດ (SAO). ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 35 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 36 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ການຕິດຕາມກວດກາ ແລະ ການກຳກັບດູແລ 27. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ (ADB) ຍັງສືບຕໍ່ຕິດຕາມກວດກາ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຢ່າງໃກ້ຊິດ. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຍັງສືບຕໍ່ຕິດຕາມການຈັດຕັ້ງປະຕິບັດໂຄງການ, ພ້ອມທັງ ຊ່ວຍເຫຼືອໃນການສ້າງຂີດຄວາມສາມາດ ແລະ ແກ້ໄຂບັນຫາທ້າທາຍຕ່າງໆທີ່ເກີດຂຶ້ນ. ຄະນະເຮັດວຽກຊີ້ນໍາຮ່ວມ ກັນຂອງສະຖາບັນການເງິນສາກົນໃນແຕ່ລະປີແມ່ນປະກອບມີການລົງຢ້ຽມຢາມທາງດ້ານເຕັກນິກວິຊາການເປັນ ປົກກະຕິໂດຍທີມງານປະຈໍາພາກສະໜາມ. ຄຽງຄູ່ກັບການຊ່ວຍສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການ, ທີມງານທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ແມ່ນຊ່ວຍສະໜັບສະໜູນບັນດາກິດຈະກໍາທີ່ຫຼາກຫຼາຍ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງທາງດ້ານຂີດຄວາມສາມາດຂອງລັດຖະບານໃນລະດັບຂະແໜງການ, ຂັ້ນເມືອງ ແລະ ຂັ້ນແຂວງ. 28. ການລົງຢ້ຽມຢາມຂອງຄະນະຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມ ພ້ອມທັງ ຄະ ນະກໍາມະການທົບທວນຄວາມປອດໄພຂອງເຂື່ອນໄຟຟ້າ (DSRP) ຍັງຄົງສືບຕໍ່ປະຕິບັດງານ. ຄະນະຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມໄດ້ລົງປະຕິບັດງານເປັນຄັ້ງທີ 21 ຂອງພວກເຂົາ (A & B) ໃນເດືອນ ມີນາ ແລະ ສິງຫາ ປີ 2013 ຕາມລໍາດັບ. ບົດລາຍງານການລົງໄປເຮັດວຽກຂອງຄະນະແມ່ນໄດ້ຮັບຮູ້ ເຖິງຄວາມຄືບໜ້າທີ່ຕໍ່ເນື່ອງຂອງການຈັດຕັ້ງປະຕິບັດໂຄງການ; ໃນຂະນະດຽວກັນ, ກໍໄດ້ລະບຸບັນຫາຕ່າງໆ, ໂດຍ ສະເພາະກ່ຽວກັບຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງດ້ານການປົກປັກຮັກສາຊີວະນານາພັນຂອງເຂດ ແຫຼ່ງຍອດນໍ້າທີ່ເກີດຈາກແຮງກົດດັນພາຍນອກ ແລະ ການຮັກສາຄວາມຍືນຍົງທາງດ້ານຊີວິດການເປັນຢູ່ຂອງຜູ້ ຖືກຍົກຍ້າຍໃນເຂດພູພຽງນາກາຍ. ບົດລາຍງານທັງໝົດຂອງຄະນະຊ່ຽວຊານດ້ານສັງຄົມ ແລະ ສິ່ງແວດລ້ອມແມ່ນ ມີໄວ້ໃນເວັບໄຊຂອງລັດຖະບານ ແລະ ຂອງບໍລິສັດໄຟຟ້ານ້ຳເທີນ 2.5 ຄະນະກໍາມະການທົບທວນຄວາມປອດໄພຂອງເຂື່ອນໄຟຟ້າ (DSRP) ໄດ້ດຳເນີນການລົງຢ້ຽມຢາມກວດກາໂຄງ ການປະຈຳປີ ໃນເດືອນ ກຸມພາ 2013 ແລະ ໄດ້ຢືນຢັນຄືນວ່າ ໂດຍລວມແລ້ວໂຄງການແມ່ນມີຄວາມປອດໄພ ທັງໃນດ້ານການອອກແບບ ແລະ ການປະຕິບັດງານ. ລະບົບການປະຕິບັດງານ ແລະ ການບໍາລຸງຮັກສາແມ່ນເຫັນ ວ່າມີມາດຕະຖານສູງ. ຈາກນັ້ນ, ການສຶກສາວ່າງບໍ່ດົນມານີ້ກ່ຽວກັບນໍ້າຖ້ວມທີ່ກ່ຽວຂ້ອງເຂື່ອນໄຟຟ້າທີ່ເຂື່ອນ ຄວບຄຸມນໍ້າໄດ້ຢືນຢັນວ່າຄວາມສ່ຽງນໍ້າຖ້ວມຕາມການອອກແບບແມ່ນຄາດການຕໍ່າກ່ຽວກັບບໍລິມາດຂອງນໍ້າໃນ ເວລາເຫດການສະພາບອາກາດທີ່ຮຸນແຮງ. ບໍລິສັດໄຟຟ້ານ້ຳເທີນ 2 ຈະແກ້ໄຂບັນຫານີ້ຜ່ານການກໍ່ສ້າງເສັ້ນທາງ ໄຫຼຂອງນໍ້າເພີ່ມເຕີມໃນເຂື່ອນຄວບຄຸມນໍ້າ (ເບິ່ງວັກທີ 6 ຂ້າງເທິງ), ແນວທາງແກ້ໄຂແມ່ນໄດ້ຕົກລົງເຫັນດີ DSRP. 5 ເວັບໄຊຂອງລັດຖະບານ ແມ່ນ: www.poweringprogress.org. ເວັບໄຊຂອງ NTPC ແມ່ນ: www.namtheun2.com. ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 37 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: 38 ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 ແຜນການໃນຕໍ່ໜ້າ 29. ໃນຂະນະທີ່ຫຼາຍວຽກແມ່ນປະສົບຜົນສຳເລັດ, ຜົນສຳເລັດສູງສຸດຂອງໂຄງການຈະ ຖືກກໍານົດໃນເວລາທີ່ຂໍ້ຕົກລົງກ່ຽວກັບການຄຸ້ມຄອງບໍລິຫານລາຍຮັບຖືກປະເມີນຜົນ ແລະ ພາຍຫຼັງທີ່ແຜນງານດ້ານສັງຄົມ ແລະ ສິ່ງແວດລ້ອມທັງໝົດໄດ້ຮັບການປະເມີນເປັນທີ່ຮຽບ ຮ້ອຍ. ໂຄງການ ແມ່ນສ້າງລາຍຮັບທີ່ຄາດວ່າຈະໄດ້ຮັບຂອງລັດຖະບານ, ແລະ ມີຄວາມເປັນໄປໄດ້ເພື່ອປັບປຸງເພີ່ມເຕີມ ກ່ຽວກັບຜົນຕອບແທນຂອງການລົງທຶນຜ່ານການເສີມຂະຫຍາຍຂີດຄວາມສາມາດໃນການສ້າງລາຍຮັບ. ບັນດາ ຄົວເຮືອນຍົກຍ້າຍຈັດສັນສ່ວນໃຫຍ່ແມ່ນມີຊີວິດການເປັນຢູ່ທີ່ດີຂຶ້ນຢ່າງຫຼວງຫຼາຍໃນປັດຈຸບັນນີ້ກວ່າແຕ່ກ່ອນ ມີໂຄງການ. ເຖິງຢ່າງນັ້ນກໍຕາມ, ພັນທະສຳຄັນທາງດ້ານສັງຄົມ ແລະ ສິ່ງແວດລ້ອມຍັງບໍ່ທັນສຳເລັດເທື່ອ, ລວມທັງການຮັກສາຊີວິດການເປັນຢູ່ທີ່ຍືນຍົງໃນອະນາຄົດຂອງຜູ້ຖືກຍົກຍ້າຍ, ເພື່ອຮັບປະກັນວ່າມາດຕະການ ຕ່າງໆແມ່ນມີໄວ້ ເພື່ອຊ່ວຍສະໜັບສະໜູນບັນດາຄົວເຮືອນຈຳນວນໜ້ອຍເຊິ່ງບໍ່ສາມາດບັນລຸຕາມເປົ້າໝາຍລາຍ ຮັບຂອງຄົວເຮືອນ (ໂດຍສະເພາະມາດຕະການປ້ອງກັນ-ແກ້ໄຂທາງດ້ານສັງຄົມ ເພື່ອຊ່ວຍສະໜັບສະໜູນບັນ ດາຄົວເຮືອນທີ່ໄດ້ຮັບຜົນກະທົບ), ຄວາມສໍາເລັດຕາມລໍາດັບຂອງບັນດາກິດຈະກໍາໃນເຂດລຸ່ມເຮືອນຈັກທີ່ຍັງຄົງ ຕ້ອງໄດ້ສືບຕໍ່ປະຕິບັດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານມາດຕະການປົກປັກຮັກສາສິ່ງແວດລ້ອມໃນເຂດ ແຫຼ່ງຍອດນໍ້າ. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຍັງຄົງໃຫ້ຄໍາໝັ້ນສັນຍາໃນການເຮັດວຽກຮ່ວມ ກັບລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ບັນດາຊຸມຊົນໃນທ້ອງຖິ່ນຢ່າງໃກ້ຊິດ ເພື່ອຮັບປະກັນວ່າພັນທະສັນ ຍາຂອງໂຄງການແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນດາຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ ແລະ ປະເທດຊາດທີ່ ໄດ້ຮັບຈາກໂຄງການປະກົດຜົນເປັນຈິງໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. 30. ຄວາມພະຍາຍາມສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຂອງທະນາຄານ ໂລກ ແລະ ທະນາຄານພັດທະນາອາຊີ ຍັງສືບຕໍ່ສຸມໃສ່ດ້ານສັງຄົມ ແລະ ສິ່ງແວດລ້ອມພ້ອມ ທັງການຮັບປະກັນວ່າຂໍ້ຕົກລົງກ່ຽວກັບການຄຸ້ມຄອງບໍລິຫານລາຍຮັບແມ່ນໄດ້ຮັບການຈັດຕັ້ງ ປະຕິບັດຕາມການຕົກລົງໄວ້. ບັນດາຂົງເຂດທີ່ຈະຮຽກຮ້ອງໃຫ້ເອົາໃຈໃສ່ສະເພາະໃນການດຳເນີນງານຕໍ່ໄປລວມມີ: (ກ) ຄວາມພະຍາຍາມເພີ່ມ ເຕີມເພື່ອສ້າງຄວາມເຂັ້ມແຂງໃຫ້ກັບໂອກາດທີ່ຍືນຍົງຂອງແຜນງານດ້ານຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກ ຍົກຍ້າຍ ແລະ ການກະກຽມສຳລັບການມອບໂອນການຊ່ວຍສະໜັບສະໜູນທີ່ກ່ຽວຂ້ອງໃຫ້ກັບບັນດາອຳນາດ ການປົກຄອງທ້ອງຖິ່ນ; (ຂ) ຮວບຮວມເຂົ້າກັນກ່ຽວກັບຜົນໄດ້ຮັບຂອງແຜນງານເຂດລຸ່ມເຮືອນຈັກ; (ຄ) ປັບປຸງການ ອະນຸລັກປົກປັກຮັກສາ ແລະ ການພັດທະນາທ້ອງຖິ່ນໃນເຂດແຫຼ່ງຍອດນໍ້າຂອງໂຄງການນ້ຳເທີນ 2; ແລະ (ງ) ຮັກ ສາການປະຕິບັດໃຫ້ສອດຄ່ອງກັບຂໍ້ຕົກລົງກ່ຽວກັບການຄຸ້ມຄອງບໍລິຫານລາຍຮັບຂອງ NT2. ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈະສືບຕໍ່ສະໜອງບົດລາຍງານປະຈຳປີອອກສູ່ສາທາລະນະຊົນກ່ຽວກັບການຈັດ ຕັ້ງປະຕິບັດໂຄງການໂດຍເຮັດວຽກຮ່ວມກັນຢ່າງໃກ້ຊິດກັບລັດຖະບານ, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ຜູ້ມີສ່ວນ ກ່ຽວຂ້ອງຕ່າງໆເພື່ອບັນລຸວັດຖຸປະສົງຂອງໂຄງການ. ການລາຍງານຄວາມຄືບໜ້າຈະສືບຕໍ່ພິມເຜີຍແຜ່ໃນສ່ວນຂອງການລາຍງານຄວາມຄືບໜ້າຂອງໂຄງການໃຫ້ ແກ່ສາທາລະນະຊົນຮັບຊາບ, ເຊີ່ງຈະພິມເປັນປຶ້ມ ແລະ ລົງໃນເວັບໄຊຂອງທະນາຄານໂລກ (www.worldbank.org). ບົດລາຍງານສະພາບໍລິຫານໂຄງການນໍ້າເທີນ 2: ຄວາມຄືບໜ້າຂອງໂຄງການໃນໄລຍະປີ 2013 39 ຮູບພາບໂດຍ: ບາດ ເວິເວ/ທະນາຄານໂລກ, 2013 ADB The World Bank Lao PDR Country Office Asian Development Bank Patouxay Nehru Road P.O Box: 345 Asian Development Bank Lao PDR Resident Mission Vientiane, Lao PDR Corner of Lanexang Ave. and Samsenthai Road. Tel: (856-21) 266 200 P.O Box: 9724 Fax: (856-21) 266 299 Vientiane, Lao PDR Websites: www.worldbank.org/lao Tel: (856-21) 250 444 Fax: (856-21) 250 333 Website: www.adb.org/laopdr The World Bank 1818 H Street, NW Asian Development Bank Washington, D.C. 20433, USA 6 ADB Avenue Tel: (202) 4731000 Mandaluyong City 1550 Fax: (202) 4776391 Metro Manila, Philippines Website: www.worldbank.org Tel: (632) 632 4444 Fax: (632) 636 2444 Website: www.adb.org