ແຜນງານການໃຫ້ຄຳປຶກສາ ດ້ານການ ເຕີບໂຕສີຂຽວ ສຳລັບ ສປປ ລາວ ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດ ສຳລັບການເຕີບໂຕສີຂຽວ ໃນ ສປປ ລາວ ເອກະສານນະໂຍບາຍ 1 ເອກະສານນະໂຍບາຍສຳລັບແຜນງານໃຫ້ຄຳປຶກສາດ້ານ ການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ1 ການຄຸ້ມຄອງ ການນໍາໃຊ້ຢາປາບສັດຕູພືດ ແມ່ນສຳຄັນຕໍ່ການກະສິກຳແບບຍືນຍົງ ແລະ ການເຕີບໂຕ ສີຂຽວ ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດສະເພາະ ແລະ ການຈັດການສັດຕູພືດ ແບບມີການປະສານສົມທົບທີ່ດີ ຖືກຍອມຮັບ ວ່າເປັນກົນໄກທີ່ສຳຄັນ ຕໍ່ການບັນລຸດ້ານການເຮັດກະເສດສຸມແບບຍືນຍົງ ດ້ວຍການຫຼຸດຜ່ອນ ການສູນ ເສຍຜົນຜະລິດກະສິກໍາ ທັງກ່ອນ ແລະ ພາຍຫຼັງການເກັບກ່ຽວ. ອົງການອາຫານ ແລະ ການກະເສດ ປະເມີນວ່າ ທຸກປີມີປະມານ 40% ຂອງຜົນຜະລິດພືດກະສິກໍາທົ່ວໂລກສູນເສຍ ເນື່ອງຈາກການທໍາລາຍຂອງສັດຕູພືດ1. ໃນຫຼາຍ ປະເທດ, ຜູ້ກຳນົດນະໂຍບາຍໄດ້ຮັບຮູ້ເຖິງຜົນປະໂຫຍດຂອງການຈັດການສັດຕູພືດແບບມີການປະສານສົມທົບຕໍ່ການ ພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກ2. ການເຮັດກະເສດສຸມ ແລະ ການລ້ຽງສັດແບບຍືນຍົງ ມີບົດບາດສໍາຄັນ ເຂົ້າໃນຫຼາຍເປົ້າໝາຍການ ພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ 1 ແລະ ເປົ້າ ໝາຍທີ 2. ວິທີການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດສະເພາະ ແລະ ການຈັດການສັດຕູພືດແບບມີການປະສານ ສົມທົບ ຍັງໄດ້ເພີ່ມການບໍລິການດ້ານລະບົບ ນິເວດເຊັ່ນ: ປັບປຸງຄວາມອຸດົມສົມບູນຂອງດິນ ແລະ ຫຼຸດຜ່ອນຄວາມ ຊຸດໂຊມຂອງດິນ3. ກົງກັນຂ້າມ, ຖ້າຄວາມອຸດົມສົມບູນຂອງດິນທີ່ຫຼຸດລົງ ຈະເພີ່ມຄວາມສ່ຽງຕໍ່ສັດຕູພືດ ແລະ ພະຍາດຕ່າງໆ4. ການຮັບຮູ້ເຖິງຜົນດີຂອງ ການຈັດການສັດຕູພືດແບບມີການປະສານສົມທົບ ຕໍ່ການພັດທະນາແບບ ຍືນຍົງ ແມ່ນມີມາແຕ່ດົນແລ້ວ ຕົວຢ່າງ: ຂໍ້ທີ 21 ຂອງກອບເຂດແຜນງານ I ເນັ້ນໜັກ ການນໍາໃຊ້ວິທີຄຸ້ມຄອງຢາປາບ ສັດຕູພືດສະເພາະ ແລະ ການຈັດການສັດຕູພືດ ແບບມີການປະສານສົມທົບ ເຂົ້າໃນການພັດທະນາແບບຍືນຍົງ. ການເຮັດກະເສດສຸມແບບຍືນຍົງ ເປັນວິທີການຂັ້ນ ພື້ນຖານໃນການເພີ່ມລາຍຮັບ ແລະ ຜົນຜະລິດຈາກພື້ນທີ່ການ ຜະລິດ ທີ່ແຕກຕ່າງກັນ ເລີ່ມແຕ່ການຜະລິດຂະໜາດນ້ອຍ ເຖິງການຜະລິດຂະໜາດໃຫຍ່.ການປົກປັກຮັກສາຊັບພະ ຍາກອນທຳມະຊາດ ແລະ ລະບົບການຜະລິດ ແມ່ນສິ່ງຈໍາ ເປັນຕໍ່ການກະເສດສຸມແບບຍືນຍົງ ເພື່ອຮັບປະກັນລາຍໄດ້, ຜົນຜະລິດ ແລະ ຫຼຸດຜ່ອນຜົນກະທົບຈາກພາຍນອກຕໍ່ ສິ່ງແວດລ້ອມ. 1 http://www.fao.org/news/story/en/item/280489/icode/ 2 ຈັນຍາບັນສາກົນ ວ່າດ້ວຍດ້ວຍຄຳແນະນຳ ການແຈກຢາຍ ແລະ ການນຳໃຊ້ຢາປາບສັດຕູພືດ ກ່ຽວກັບການພັດທະນານະໂຍບາຍການຄຸ້ມຄອງສັດຕູພືດ ແລະ ຢາປາບສັດຕູພືດ. 2010. ເບີ່ງຂໍ້ມູນເພີ່ມໄດ້ທີ່ http://www.fao.org/3/a-a0220e.pdf 3 FAO. 2016. ອາຫານ ແລະ ການກະເສດ: ກະແຈສູ່ຄວາມສຳເລັດ ວາລະ ແລະ ການພັດທະນາແບບຍືນຍົງ 2030, ເບີ່ງຂໍ້ມູນເພີ່ມໄດ້ທີ່ http://www. fao.org/3/a-i5499e.pdf 4 ການຈັດການດິນແບບຍືນຍົງ ແມ່ນສິ່ງທີ່ຕ້ອງມີກ່ອນ ເພື່ອບັນລຸ SDGs 2, 3, 12 ແລະ 15. 2 ເອກະສານນະໂຍບາຍສຳລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ໃນບໍ່ດົນມານີ້, ການສໍາປະທານດ້ານກະສິກຳມີຈຳນວນເພີ່ມຂຶ້ນ ຈໍາເປັນຕ້ອງມີການຄຸ້ມຄອງ ແລະ ຄວບຄຸມການ ກະກຽມສັນຍາກະສິກຳ, ກົນໄກການສົ່ງເສີມດ້ານການກະສິກໍາ ແລະ ປັດໃຈສໍາຄັນ ເພື່ອເອື້ອອຳນວຍໃຫ້ແກ່ການ ຜະລິດກະສິກໍາ. ການຫັນປ່ຽນ ການຜະລິດແບບລ້ຽງຊີບ ໄປສູ່ການຜະລິດຕິດພັນກັບຕະຫຼາດ ຂອງ ສປປ ລາວ. ໄດ້ຮັບການກະຕຸ້ນຈາກການເພີ່ມຂື້ນດ້ານຄວາມຕ້ອງການຜົນຜະລິດກະສິກໍາຈາກພາກພື້ນ. ຊາວນາລວມກັນເປັນ ກຸ່ມຜະລິດ ເຊິ່ງມີຈໍານວນເພີ່ມຂຶ້ນ ປະມານ 33 ເປີເຊັນ5. ສປປ ລາວ ເພີ່ມການເຊື່ອມໂຍງກັບອາຊຽນ ແລະ ຮ່ວມເປັນສະມາຊິກອົງການການຄ້າໂລກ ແລະ ຄຽງຄູ່ກັນນີ້, ລັດຖະບານລາວໄດ້ ລິເລີ່ມນໍາໃຊ້ ທ່າແຮງດ້ານການ ກະເສດອິນຊີ ເພື່ອການຄ້າ. ໃນເບື້ອງຕົ້ນ, ຜົນສຳເລັດຕໍ່ການປະກອບສ່ວນ ຕໍ່ການຫຼຸດຜ່ອນຄວາມທຸກຍາກ6 ແມ່ນຂຶ້ນ ກັບການຄວບຄຸມສິນຄ້າ ແລະ ການຄຸ້ມຄອງການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ. ຄວາມຕ້ອງການ ເພີ່ມຜົນ ຜະລິດເພື່ອປ້ອນຄວາມຕ້ອງການຈາກພາກພື້ນ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ ໄດ້ຖືກ ລະບຸໄວ້ໃນແຜນຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ຂອງກະຊວງ ກະສິກໍາ ແລະ ປ່າໄມ້ ປີ 2015 ໃນນີ້ ກົດໝາຍວ່າດ້ວຍການປາບສັດຕູພືດທີ່ດີ ແລະ ຫຼຸດຜ່ອນການນໍາໃຊ້ຢາປາບ ສັດຕູພືດ ແມ່ນສຳຄັນ ສຳລັບ “ການຜະລິດກະສິກຳສະອາດ”. 5 ເບີ່ງຂໍ້ມູນເພີ່ມໄດ້ທີ່ http://www.fao.org/laos/fao-in-laos/laos-at-a-glance/en/ 6 UNCTAD. ກະສິກຳອິນຊີຂອງ ສປປ ລາວ ສະບັບປັບປຸງ (2012), ເບີ່ງຂໍ້ມູນໄດ້ທ:ີ່ http://unctad.org/en/Docs/Lao%20Organic%20Agri- culture%202012%20Update.pdf ການຄຸ້ມຄອງຢາປາບສັດຕູພືດສຳລັບການເຕີບໂຕສີຂຽວ ໃນ ສປປ ລາວ 3 ການອະນຸລັກຄວາມອຸດົມສົມບູນຂອງຊີວະນາໆພັນ ຂອງ ສປປ ລາວ ບໍ່ພຽງແຕ່ເພື່ອການອະນຸລັກ ແຕ່ຍັງເປັນການ ປະກອບສ່ວນໃຫ້ແກ່ ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ແບບຍືນຍົງ. ປະມານ 66 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນ7 ຂອງປະເທດ ແມ່ນມາຈາກຊັບພະຍາກອນ ທໍາມະຊາດ; ຄວາມຫຼາກຫຼາຍທາງຊີວະນາໆພັນກະສິກຳທີ່ສະໜອງອາຫານ, ໂພຊະນາການ ແລະ ລາຍຮັບໃຫ້ແກ່ຜູ້ ທຸກຍາກຢູ່ໃນເຂດຊົນນະບົດ. ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດທີ່ດີ ໄດ້ປະກອບສ່ວນອັນສໍາຄັນຕໍ່ການພັດ ທະນາດັ່ງທີ່ກ່າວມານີ້. ການນໍາໃຊ້ຢາປາບສັດຕູພືດທີ່ດີ ສາມາດປະກອບສ່ວນໃຫ້ແກ່ ການແຂ່ງຂັນທາງດ້ານກະສິກຳ ແລະ ການຄ້າ. ໂດຍ ົ ໄປຕະຫຼາດ ຫຼື ສະເພາະ ການເຂົ້າເຖິງຕະຫຼາດແມ່ນໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ. ສິນຄ້າທີ່ສ່ງ ຜະລິິດຕະພັນອາຫານ ທີ່ມີສານຕົກຄ້າງຈາກຢາປາບສັດຕູພືດ ເກີນມາດຕະຖານ ສົ່ງຜົນໃຫ້ມີການນຳໃຊ້ມາດຕະການ ດ້ານສຸຂະອະນາໄມອາຫານ ແລະ ສຸຂະອະນາໄມພືດ ໃນຂະບວນການຄ້າ. ແຜນຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ຂອງກະຊວງກະສິກຳ ແລະ ປ່າໄມ້ ປີ 2015 ໄດ້ຮັບຮູ້ຄວາມສໍາຄັນ ດ້ານພາລະບົດບາດຂອງວຽກງານການປ້ອງກັນ ແລະ ກັກກັນພືດໃນ ການຄ້າກະສິກຳ, ໂດຍອີງຕາມມາດຕະການ ແລະ ລະບຽບການ ດ້ານສຸຂະອະນາໄມອາຫານ ແລະ ສຸຂະອະນາໄມພືດ ຂອງອົງການການຄ້າໂລກ ໂດຍມີການ ຄໍານຶງເຖີງ ການປ່ຽນແປງສະພາບອາກາດ ແລະ ການລະບາດຂອງສັດຕູພືດ. ການສຸມໃສ່ຍົກລະດັບກອບການຄວບຄຸມ ການນໍາໃຊ້ຢາປາບສັດຕູພືດ ແບບເປັນປົກກະຕິ ແລະ ຕໍ່ເນື່ອງ ແມ່ນອົງປະກອບໜຶ່ງ ທີ່ສຳຄັນຕໍ່ການປະຕິບັດຕາມ ມາດຕະການ ແລະ ລະບຽບການດ້ານ ສຸຂະອະນາໄມອາຫານ ແລະ ສຸຂະອະນາໄມພືດ (SPS). ການຄຸ້ມຄອງການ ນໍາໃຊ້ ລວມທັງການຫຼຸດຜ່ອນການນໍາໃຊ້ຢາປາບສັດຕູພືດແມ່ນສ່ວນປະກອບທີ່ຈຳ ເປັນຂອງມາດຕະຖານ ແລະ ື ະລິດຕະພັນກະສິກຳ. ນອກຈາກນີ້, ການຄຸ້ມຄອງການ ລະບຽບການຜະລິດກະສິກຳທີ່ດີ ແລະ ເປັນເງື່ອນໄຂຂອງຜູ້ຊ້ຜ ນໍາໃຊ້ຢາປາບສັດຕູພືດ ຍັງເປັນເງື່ອນໄຂເໝາະສົມ ໃຫ້ແກ່ລະບົບການ ກະສິກຳອິນຊີ, ມີຜົນປະໂຫຍດຕໍ່ການຂະຫຍາຍ ຕະຫຼາດທີ່ມີ ຜ່ານຫຼາກຫຼາຍຜະລິດຕະພັນສິນຄ້າ ຂັ້ນທ້ອງຖິ່ນ ແລະ ສາມາດເພີ່ມລາຄາ ສິນຄ້າສົ່ງອອກ ເຊັ່ນ: ກາເຟ. ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດທີ່ດີ ມີຄວາມສຳຄັນຕໍ່ ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ. ການ ປັບປຸງ ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດ ລວມທັງການຄຸ້ມຄອງການນຳໃຊ້ສານເຄມີ, ສານເຄມີເຈືອປົນ ຫຼື ຕົກຄ້າງຢູ່ໃນອາຫານຄົນ ແລະ ອາຫານສັດ ແມ່ນຄວາມສຳຄັນຢ່າງຍິ່ງຕໍ່ສຸຂະພາບຂອງຄົນ. ນອກຈາກຜົນກະທົບ ຕໍ່ສຸຂະພາບຂອງຄົນ ຍັງມີຜົນກະທົບຕໍ່ສັງຄົມ ແລະ ເສດຖະກິດ ໃນນີ້ລວມມີ ຄ່າໃຊ້ຈ່າຍເບິ່ງແຍງ ແລະ ປິ່ນປົວ ສຸຂະພາບ, ການສູນເສຍຄ່າແຮງງານ, ຜົນຜະລິດ ແລະ ອື່ນໆ. ໂຄງການຄຸ້ມຄອງສານເຄມີໂລກຂອງ ສະຫະປະຊາຊາດ ເພື່ອສິ່ງແວດລ້ອມ8 ໄດ້ຄາດຄະເນຄ່າໃຊ້ຈ່າຍເພື່ອສຸຂະພາບ ທີ່ກ່ຽວຂ້ອງກັບການນຳໃຊ້ຢາປາບສັດຕູພືດ ຂອງຜູ້ຜະລິດ ກະສິກໍາຂະໜາດນ້ອຍໃນເຂດຊາຮາຣາຂອງອາຟຣິກາໃຕ້ ໃນຊ່ວງໄລຍະປີ 2005-2020 ແມ່ນປະມານ 90 7 http://www.fao.org/laos/fao-in-laos/laos-at-a-glance/en/ 8 UNEP. 2013. ພູມີທັດສານເຄມີໂລກ-ຕໍ່ກັບການຄຸ້ມຄອງສານເຄມີທດ ີ່ ີ. 4 ເອກະສານນະໂຍບາຍສຳລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ີ ຫ້ເຫັນວ່າ ຄ່າໃຊ້ຈ່າຍປິ່ນປົວບາດເຈັບ (ຈາກການເສຍເວລາ ພັນລ້ານ ໂດລາສະຫະລັດ. ຂໍ້ມູນຄາດຄະເນ ໄດ້ຊ້ໃ ເຮັດວຽກ, ການປິ່ນປົວຄົນເຈັບເຂດນອກ ແລະ ການເຂົ້າປິ່ນປົວຂອງຄົນເຈັບໃນໂຮງໝໍເຂດໃນ) ຈາກສານພິດຂອງຢາ ປາບສັດຕູພືດ ລວມທັງໝົດມີ 4.4 ພັນລ້ານ ໂດລາສະຫະລັດ ໃນປີ 2005 ປີດຽວ9. ມີຜູ້ເສຍຊີວິດ ຈຳນວນ 4.9 ລ້ານຄົນ ແລະ ຈໍານວນ 86 ລ້ານຄົນ ໄດ້ຮັບຜົນກະທົບ ຫຼື ພິການຈາກການສໍາພັດ ແລະ ນຳໃຊ້ສານເຄມີ ບາງຊະນິດ10. ຖ້າບໍ່ມີການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດທີ່ມີປະສິດທິຜົນດີ ສາມາດກ່ຽວຂ້ອງ ແລະ ສ້າງຜົນ ກະທົບຕໍ່ສຸຂະພາບສັດລ້ຽງ, ອາດເຮັດໃຫ້ເກີດການສູນເສຍດ້ານຕ່າງໆ ຫຼື ເປັນອຸປະສັກຕໍ່ການພັດທະນາ ກໍ່ຄືການ ຂະຫຍາຍຕົວຂອງຂະແໜງການລ້ຽງສັດ. ຈາກທັດສະນະທາງດ້ານນິເວດວິທະຍາ, ການສະສົມຂອງສານເຄມີ ມີຈໍາ ນວນເພີ່ມຂຶ້ນ ເນື່ອງຈາກອຸບັດຕິເຫດ ແລະ ການຮົ່ວໄຫຼຕ່າງໆ ເຊິ່ງສົ່ງຜົນກະທົບທາງລົບ ຕໍ່ຊັບພະຍາກອນນ້ຳ ແລະ ໍ ີການຄວບຄຸມທີ່ຖືກຕ້ອງ ເປັນການຫຼຸດຜ່ອນປະສິດທິພາບ ຂອງການ ຊີວະນາໆພັນ. ການນໍາໃຊ້ຢາປາບສັດຕູພືດ ທີ່ບ່ມ ື ທີ່ເປັນເປົ້າໝາຍ, ກໍ່ໃຫ້ເກີດການລະບາດຂອງສັດ ຕ້ານທານ ຕໍ່ການຄວບຄຸມ ແລະ ຜົນກະທົບຈາກສັດຕູພືດ ຢູ່ພ້ນ ຕູພືດອື່ນໆ. ການປ່ຽນແປງຂອງດິນຟ້າອາກາດ ເປັນສາເຫດເຮັດໃຫ້ມີການລະບາດຂອງສັດຕູພືດຊະນິດໃໝ່ ແລະ ສັດຕູພືດທີ່ມີຢູ່ສະເພາະທີ່. ນອກຈາກນີ້ ຍັງມີຜົນກະທົບຕໍ່ຄວາມມີປະສິດທິພາບ ຕໍ່ການຄຸ້ມຄອງການນໍາໃຊ້ຢາປາບສັດ ຕູພືດທີ່ດີ. ອີງໃສ່ສະພາບໃນປະຈຸບັນ, ຮຽກຮ້ອງໃຫ້ສຸມໃສ່ການປັບປຸງລະບົບຄວາມຮູ້ ແລະ ເຕັກໂນໂລຊີທັນສະໃໝ.11 ຄວາມທ້າທາຍອັນສຳຄັນ ຕໍ່ການຄຸ້ມຄອງ ແລະ ຄວບຄຸມການນໍາໃຊ້ຢາປາບສັດຕູພືດໃນ ສປປ ລາວ ໃນສິບປີທຜ ີ່ ່ານມາ, ລັດຖະບານ ສປປ ລາວ ໄດ້ມີຄວາມຄືບໜ້າໃນການຄຸ້ມຄອງ ແລະ ຄວບຄຸມການນໍາໃຊ້ຢາປາບ ່ ຂ້ນ ສັດຕູພືດຫວງຫ້າມ, ບໍໄດ້ ຶ ທະບຽນ ແລະ ນໍາເຂົ້າຢ່າງຜິດກົດໝາຍ. ສປປ ລາວ ບໍ່ມີຜູ້ຜະລິດຢາປາບສັດຕູພືດ ຢູ່ພາຍໃນປະເທດ. ສະນັ້ນ ຢາປາບສັດຕູພືດທີ່ຖືກນໍາໃຊ້ຢູ່ພາຍໃນປະເທດ ແມ່ນຖືກນຳເຂົ້າແບບຖືກຕ້ອງ ແລະ ບໍ່ຖືກ ່ ໍ ຂ້ນ ຕ້ອງຕາມກົດໝາຍ ເຊັ່ນ: ຜະລິດຕະພັນທີ່ບໄດ້ ຶ ທະບຽນ, ຜະລິດຕະພັນຫວງຫ້າມ ແລະ ຜະລິດຕະພັນປອມແປງ. ຕົວແທນຈຳໜ່າຍຢາປາບສັດຕູພືດຈຳນວນຫຼາຍ ລວມມີຜູ້ຂາຍຍ່ອຍ ແມ່ນບໍ່ມີໃບທະບຽນອະນຸຍາດດຳເນີນກິດຈະ ການ. ຜູ້ນຳເຂົ້າຢາປາບສັດຕູພືດຢ່າງເປັນທາງການ ຂາດຊ່ອງທາງຈຳໜ່າຍສິນຄ້ານໍາເຂົ້າໄປຍັງເຂດຫ່າງໄກສອກຫຼີກ ເຊິ່ງ ຜູ້ຂາຍຍ່ອຍເປັນຜູ້ຂົນສົ່ງຢາປາບສັດຕູພືດດ້ວຍຕົນເອງ ແບບບໍ່ມີການຄວບຄຸມ ໃນນີ້ລວມມີການຂົນສົ່ງຂ້າມຊາຍ ແດນ12. ໃນປີ 2014, ຫຼາຍກ່ວາ 95 ເປີເຊັນ ຂອງຜະລິດຕະພັນຢາ ປາບສັດຕູພືດໃນຕະຫຼາດ ບໍ່ມີສະຫຼາກທີ່ບອກລາຍ ລະອຽດເປັນພາສາລາວ.13 9 KemI. ສູ່ອາຊີຕາເວັນອອກສຽງໃຕ້ທປ ີ່ ອດສານພິດ, ເບີ່ງຂໍ້ມູນເພີ່ມຕື່ມທີ່: https://www.kemi.se/en/global/broschyrer/towards-a-non-tox- ic-south-east-asia.pdf 10 KemI. ອາຊີຕາເວັນອອກສຽງໃຕ້ທປ ີ່ ອດສານພິດ, ເບີ່ງຂໍ້ມູນເພີ່ມຕື່ມທີ່: https://www.kemi.se/en/global/broschyrer/towards-a-non-toxic- south-east-asia.pdf 11 SP-IPM. 2008. ສາມບົດບາດຂອງການປາບສັດຕູພືດແບບປະສົມປະສານ: ວິທີການທີ່ IPM ປະກອບສ່ວນໃຫ້ແກ່ບູລິມະສິດລະບົບ CGIAR ແລະ ເປົ້າໝາຍການພັດທະນາສະຫັດສະວັດ. ບົດວິໄຈໂດຍຫຍໍ້ PM ສະບັບທີ 5. ກອງເລຂາ SP-IPM, ສະຖາບັນກະສິກໍາເຂດຮ້ອນຊຸ່ມ (IITA), ໂຄໂຕນູ, ເບນິນ. 12 FAO/MAF. ການຄຸ້ມຄອງຢາປາບສັດຕູພືດ ສປປ ລາວ ສະບັບປັບປຸງ (2014) ໂດຍ ຄຳຜຸຍ ຫຼວງລາດ ແລະ ເຮັນຣີ ວັນເດີ ວູ. 13 FAO/MAF. ການຄຸ້ມຄອງຢາປາບສັດຕູພືດ ສປປ ລາວ ສະບັບປັບປຸງ (2014) ໂດຍ ຄຳຜຸຍ ຫຼວງລາດ ແລະ ເຮັນຣີ ວັນເດີ ວູ. ການຄຸ້ມຄອງຢາປາບສັດຕູພືດສຳລັບການເຕີບໂຕສີຂຽວ ໃນ ສປປ ລາວ 5 ໍ ີການຂຶ້ນທະບຽນ ແລະ ບໍ່ ບູລິມະສິດພັດທະນາຂອງລັດຖະບານ ລວມມີການຢຸດຕິ ການຂາຍຢາປາບສັດຕູພືດທີ່ບ່ມ ມີປ້າຍສະຫຼາກເປັນພາສາລາວ. ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຮັດວຽກຮ່ວມກັບ ກະຊວງອຸດສາຫະກຳ ແລະ ໍ ືກຕ້ອງ. ປີ 2014, ທັງສອງກະຊວງໄດ້ຮ່ວມກັນ ໂຄສະນາ ການຄ້າ ເພື່ອແກ້ໄຂບັນຫາກ່ຽວກັບຢາປາບສັດຕູພືດທີ່ບ່ຖ ໍ ູນ, ຢຶດເອົາຢາປາບສັດຕູພືດທີ່ບໄດ້ ເຜີຍແຜ່ຂ້ມ ຶ ທະບຽນ, ບໍ່ມີປ້າຍສະຫຼາກທີ່ຖືກຕ້ອງ, ຢາປາບສັດຕູພືດຊະນິດ ່ ໍ ຂ້ນ ຫວງຫ້າມ ແລະ ປອມແປງ. ຄວາມທ້າທາຍຫຼັກ ຕໍ່ວຽກງານນີ້ ແມ່ນການຂາດທາງເລືອກໃນການເກັບຮັກສາ ແລະ ການທຳລາຍຖິ້ມ. ຂໍ້ຈໍາກັດດ້ານຊັບພະຍາກອນມະນຸດ, ງົບປະມານ ແລະ ການພັດທະນາຄວາມຮູ້ ດ້ານວິຊາການກວດສອບ ເປັນສິ່ງ ກີດຂວາງການຈັດຕັ້ງປະຕິບັດວຽກຄຸ້ມຄອງ ແລະ ນໍາໃຊ້ຢາປາບສັດຕູພືດໃຫ້ມີປະສິດທິຜົນດີ. ພາຍໃຕ້ການຊ່ວຍ ເຫຼືອທາງດ້ານວິຊາການຈາກ ອົງການອາຫານ ແລະ ການກະເສດ ແລະ ອົງການດ້ານເຄມີສາດຂອງປະເທດ ສະວິດ14, ລັດຖະບານລາວ ໄດ້ທົບທວນຄູ່ມືການກວດສອບ ແລະ ກະກຽມຄຳແນະນຳກ່ຽວກັບການຕິດປ້າຍສະຫຼາກ (2015-2016) ແລະ ການສ້າງຫ້ອງວິໄຈຕ່າງໆ ແລະ ຂໍ້ກຳນົດຕ່າງໆສຳລັບວິທີການປະຕິບັດທາງຫ້ອງວິໄຈ ສຳລັບ ການທົດສອບ ຢາປາບສັດຕູພືດ ຖືກກຳນົດເປັນເປົ້າໝາຍໄລຍະກາງ ແລະ ໄລຍະຍາວ. 14 FAO/MAF. ການຄຸ້ມຄອງຢາປາບສັດຕູພືດ ສປປ ລາວ ສະບັບປັບປຸງ (2014) ໂດຍ ຄຳຜຸຍ ຫຼວງລາດ ແລະ ເຮັນຣີ ວັນເດີ ວູ. 6 ເອກະສານນະໂຍບາຍສຳລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ຜູ້ຊົມໃຊ້ຂາດຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບການນຳໃຊ້ຢາປາບສັດຕູພືດ ເຮັດໃຫ້ເກີດຄວາມສ່ຽງຕໍ່ ີ ຫ້ເຫັນວ່າ ຊາວກະສິກອນ ກັບສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ. ການສຳຫຼວດພາກສະໜາມໃນປີ 2014 ໄດ້ຊ້ໃ ຈໍານວນຫຼາຍໄດ້ລະເມີດລະບຽບການນໍາໃຊ້ຢາປາບສັດຕູພືດ ຍ້ອນຂາດຄວາມຮູ້ທຖ ີ່ ືກຕ້ອງ, ນຳໃຊ້ເກີນປະລິມານ, ສິ່ງ ອຳນວຍຄວາມສະດວກໃນການເກັບຮັກສາວັດສະດຸ ຫຼື ສິນຄ້າຢູ່ພາຍໃນປະເທດ ບໍ່ພຽງພໍ ແລະ ອື່ນໆ15. ຜົນການສຶກສາ ອື່ນ ທີ່ພົບວ່າມີຜູ້ຊົມໃຊ້ຢາປາບສັດຕູພືຶດຈໍານວນໜ້ອຍໄດ້ນໍາໃຊ້ອຸປະກອນປ້ອງກັນຄວາມປອດໄພ ແລະ ອຸປະກອນ ່ ມາດຕະຖານ. ວັດສະດຸ ຫຼື ປ້ອງກັນຄວາມປອດໄພຈາກການນໍາໃຊ້ສານເຄມີ ທີ່ມີຈໍາໜ່າຍຢູ່ພາຍໃນປະເທດແມ່ນບໍໄດ້ ກ່ອງບັນຈຸຢາປາບສັດຕູພືດທີ່ໃຊ້ແລ້ວນັ້ນ ຖືກປະຖິ້ມໄວ້ຕາມແຄມໄຮ່, ແຄມນາ ຫຼື ຕາມຮ່ອງລະບາຍນ້ຳຕ່າງໆ. ກະຊວງກະສິກຳ ແລະ ປ່າໄມ້ ພະຍາຍາມ ລິເລີ່ມການເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການນຳໃຊ້ຢາປາບສັດຕູ ພືດ ໃຫ້ຊາວກະສິກອນ ແລະ ປະຊາຊົນໂດຍທົ່ວໄປ ຜ່ານພະນັກງານສົ່ງເສີມ. ເຖິງຢ່າງໃດກໍຕາມ, ຍັງຈຳເປັນຕ້ອງຝຶກ ອົບຮົມໃຫ້ບັນດາຄູ່ຮ່ວມງານ ແລະ ພະນັກງານລັດ ດ້ານການບັງຄັບໃຊ້ລະບຽບການ ເພື່ອຊ່ວຍເຜີຍແຜ່ ແລະ ຈັດຕັ້ງ ປະຕິບັດ ແລະ ຊ່ວຍໃຫ້ພາກສ່ວນເອກະຊົນ ປະຕິບັດຕາມຂໍ້ກຳນົດ ກ່ຽວກັບການອອກໃບອະນຸຍາດ, ການຊົມໃຊ້ ສານເຄມີຢ່າງຖືກຕ້ອງ ແລະ ອື່ນໆ. ນິຕິກຳ: ບາດກ້າວທຳອິດໃນການແກ້ໄຂຄວາມທ້າທາຍຕໍ່ການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດ ນະໂຍບາຍການເຕີບໂຕສີຂຽວ ແລະ ນະໂຍບາຍການພັດທະນາແບບຍືນຍົງ ເປັນນິຕິກຳທີ່ສະໜັບສະໜູນ ການຄຸ້ມ ຄອງການນໍາໃຊ້ຢາປາບສັດຕູພືດທີ່ດີ ໂດຍມີບ່ອນອ້າງອີງທີ່ຊັດເຈນດ້ານກອບວຽກດ້ານຕ່າງໆ ໃຫ້ແກ່ພາກສ່ວນກ່ຽວ ຂ້ອງ ລວມທັງຜູ້ຈໍາໝ່າຍ ແລະ ຜູ້ຊົມໃຊ້ຢາປາບສັດຕູພືດ ເຊັ່ນ: ການປະສານງານ ການບັງຄັບໃຊ້ກົດໝາຍ ຫຼື ນິຕິກໍາ, ການຝຶກອົບຮົມ ແລະ ການຈັດຕັ້ງປະຕິບັດວຽກຕົວຈິງ ການສ້າງ ຫຼື ປັບປຸງກົດລະບຽບໃຫ້ທຊ ີ່ ັດເຈນ. ລັດຖະບານລາວ ໄດ້ປັບປຸງກົດໝາຍ ແລະ ນິຕິກໍາຫຼາຍສະບັບ ເຊິ່ງເປັນກອບນິຕິກໍາ ອັນຈຳເປັນຕໍ່ການແກ້ໄຂສິ່ງທ້າທາຍ ທີ່ໄດ້ລະບຸໄວ້ຢູ່ຂ້າງເທິງ. ສປປ ລາວ ໄດ້ຮັບຮອງການນໍາໃຊ້ກົດໝາຍ ວ່າດ້ວຍການຄຸ້ມຄອງສານເຄມີ ເລກທີ 7/ສພຊ (2016) ເຊິ່ງເປັນກົດໝາຍວ່າດ້ວຍສານເຄມີຫຼາຍຊະນິດ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ມີພາລະບົດບາດສໍາຄັນ ຕໍ່ການຄວບຄຸມ ແລະ ຕິດຕາມການນຳໃຊ້ສານເຄມີ ແລະ ກໍາຈັດສິ່ງເສດເຫຼືອ ຈາກການນຳໃຊ້ສານເຄມີສໍາລັບການ ກະສິກຳ ດ້ານການປູກພືດ ແລະ ສັດລ້ຽງ. ກົດໝາຍສະບັບນີ້ ຮັບຮູ້ຢາປາບສັດຕູພືດ ເປັນສານເຄມີຊະນິດໜຶ່ງ ແລະ ັ ກ່າວ. ຮຽກ ຮ້ອງໃຫ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອື່ນທີ່ກ່ຽວຂ້ອງ ພ້ອມກັນຄຸ້ມຄອງສານເຄມີດ່ງ ດຳລັດຂອງນາຍົກລັດຖະມົນຕີ ກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ຢາປາບສັດຕູພືດ ເລກທີ 258/ລບ (2017) ລະບຸການມີສ່ວນຮ່ວມ ແລະ ການຮັບປະກັນຄວາມສອດຄ່ອງກັບຫລັກຈັນຍາບັນສາກົນ ວ່າດ້ວຍການ ຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດ. ດຳລັດສະບັບນີ້ ເປັນພື້ນຖານທາງດ້ານກົດໝາຍໃຫ້ແກ່ ການຄຸ້ມຄອງ ແລະ ຄວບຄຸມການນໍາໃຊ້ສານເຄມີປາບສັດຕູພືດ ທີ່ມີຄວາມສໍາຄັນຕໍ່ວົງຈອນຊີວິດຂອງຄົນ, ສັດ ແລະ ສິ່ງແວດລ້ອມ. 15 FAO/MAF. ການຄຸ້ມຄອງຢາປາບສັດຕູພືດ ສປປ ລາວ ສະບັບປັບປຸງ (2014) ໂດຍ ຄຳຜຸຍ ຫຼວງລາດ ແລະ ເຮັນຣີ ວັນເດີ ວູ. ການຄຸ້ມຄອງຢາປາບສັດຕູພືດສຳລັບການເຕີບໂຕສີຂຽວ ໃນ ສປປ ລາວ 7 ພື້ນຖານທາງດ້ານກົດໝາຍ ເປັນການແກ້ໄຂຄວາມທ້າທາຍທີ່ໄດ້ລະບຸໄວ້ໃນເບື້ອງຕົ້ນແລະ ຍັງໄດ້ສ້າງພື້ນຖານໃຫ້ແກ່ ການຮ່ວມມື (ດ້ານສາທາລະນະສຸກ, ອຸດສາຫະກຳ ແລະ ການຄ້າ, ສິ່ງແວດລ້ອມ, ພາສີອາກອນ ແລະ ການບໍລິຫານ ປົກຄອງດ້ານຕ່າງໆ ໃນທຸກລະດັບ: ສູນກາງ, ແຂວງ, ເມືອງ, ບ້ານ ແລະ ຕາມຈຸດກວດກາຊາຍແດນຕ່າງໆ). ທະນາຄານໂລກໄດ້ໃຫ້ ການຊ່ວຍເຫຼືອທາງດ້ານວິຊາການ ເຂົ້າໃນການຮ່າງຂໍ້ຕົກລົງຂອງ ກະຊວງ ກະສິກຳ ແລະ ປ່າໄມ້ ວ່າດ້ວຍການຄຸ້ມຄອງການດໍາເນີນທຸລະກິດຢາປາບສັດຕູພືດ ເລກທີ 238/ກປ (ຖືກຮັບຮອງໃນເດືອນ ກຸມພາ ປີ 2019) ແລະ ຂໍ້ຕົກລົງຂອງກະຊວງວ່າດ້ວຍການຂຶ້ນທະບຽນວິຊາການຢາປາບສັດຕູພືດ ເລກທີ 3604/ກປ (ຖືກຮັບຮອງໃນເດືອນ ກັນຍາ ປີ 2019). ຂໍ້ຕົກລົງດັ່ງກ່າວ ກຳນົດມີລາຍລະອຽດກ່ຽວກັບ ອົງປະກອບທຸລະກິດຢາປາບສັດຕູພືດ ເຊິ່ງສະທ້ອນໃຫ້ເຫັນການ ປະຕິບັດຕາມກົດຈັນຍາບັນສາກົນ. ນອກຈາກນີ້ ຍັງມີຄຳແນະນຳລະອຽດ ກ່ຽວກັບຂັ້ນຕອນ ແລະ ຂໍ້ກຳນົດ ສຳລັບ ອຳນາດການປົກຄອງພາກລັດ, ເອກະຊົນ ແລະ ຜູ້ຊົມໃຊ້ ພ້ອມທັງເນັ້ນໃສ່ ການແກ້ໄຂຄວາມທ້າທາຍອັນສຳຄັນ ທີ່ໄດ້ ລະບຸໄວ້ໃນເບື້ອງຕົ້ນ. ການພັດທະນາກົດໝາຍວ່າດ້ວຍຢາປາບສັດຕູພືດ ລວມມີກອບນິຕິກໍາທາງດ້ານ ສຸຂະອະນາໄມພືດ ແລະ ສຸຂະ ອະນາໄມສັດ ແລະ ແຜນແມ່ບົດຂອງຂະແໜງການກົດໝາຍ ທີ່ແນ່ໃສ່ເພື່ອຮັບປະກັນ ການກາຍເປັນລັດແຫ່ງກົດໝາຍ ໃນປີ 2020. ສປປ ລາວ ຍັງຈະຕ້ອງໄດ້ປັບປຸງກອບກົດໝາຍ ໃຫ້ສອດຄ່ອງກັບຂໍ້ຜູກພັນທາງດ້ານກົດໝາຍສາກົນ ຕາມການລົງນາມເປັນພາຄີ ໃນສົນທິສັນຍາ ຮອດເທີດາມ ວ່າດ້ວຍຂະບວນການແຈ້ງຂໍ້ມູນສຳລັບຢາປາບສັດຕູພືດ ທີ່ເປັນອັນຕະລາຍ ແລະ ສານເຄມີອຸດສາຫະກຳບາງຊະນິດ ໃນການຄ້າລະຫວ່າງປະເທດ ໃນປີ 2010. ສປປ ລາວ ອອກຂໍ້ຫ້າມກ່ຽວກັບຢາປາບສັດຕູພືດ ທີ່ນອນຢູ່ໃນລາຍການທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ III ຂອງສົນທິສັນຍາ ຮອດເທີດາມ ແລະ ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດຕາມ ສົນທິສັນຍາ ສຕັອກໂຮມ ວ່າດ້ວຍສານເຄມີຕົກຄ້າງ ຍາວນານ ໃນປີ 2006 ແລະ ສົນທິສັນຍາບາເຊລ ວ່າດ້ວຍການຄວບຄຸມການເຄື່ອນຍ້າຍຂ້າມພົມແດນ ຂອງສິ່ງເສດ ໍ ູກພັນສາກົນອື່ນທີ່ກ່ຽວຂ້ອງ ເຫຼືອທີ່ອັນຕະລາຍ ແລະ ການທຳລາຍຖິ້ມ ໃນປີ 2010. ສປປ ລາວຍັງໄດ້ນໍາໃຊ້ຂ້ຜ ເຂົ້າໃນການປະເມີນກົດໝາຍ ເຊັ່ນ ສົນທິສັນຍາວ່າດ້ວຍ ສຸຂະພາບ ແລະ ຄວາມປອດໄພ ໃນກະສິກຳ ເລກທີ 184 ຂອງອົງການແຮງງານລະຫວ່າງປະເທດ ແລະ ສົນທິສັນຍາ ວ່າດ້ວຍຄວາມປອດໄພໃນການນໍາໃຊ້ສານເຄມີ ໃນສະຖານ ທີ່ເຮັດວຽກ, ເລກທີ 170 ຂອງ ອົງການແຮງງານລະຫວ່າງປະເທດ. 8 ເອກະສານນະໂຍບາຍສຳລັບແຜນງານໃຫ້ຄຳປຶກສາດ້ານການເຕີບໂຕສີຂຽວຂອງທະນາຄານໂລກໃນ ສປປ ລາວ ່ ຂັ້ນຕອນຕໍໄປ ສະໜັບສະໜູນພາກລັດໃນຈັດຕັ້ງປະຕິບັດຕາມກົດໝາຍ ໂດຍໃຫ້ຄໍາແນະນໍາແກ່ຜູ້ຊົມໃຊ້ ແລະ ນັກທຸລະກິດເພື່ອ ່ ດຳເນີນກິດຈະການ. ວິທີ ແລະ ໄລຍະ ສໍາລັບທາງເລືອກ ສໍາລັບຂັ້ນຕອນ ຕໍໄປມີ ຄື: • ຝຶກອົບຮົມໃຫ້ເຈົ້າໜ້າທີ່ກວດກາ ແລະ ພະນັກງານສົ່ງເສີມ: ເຈົ້າໜ້າທີ່ກວດກາ ແລະ ພະນັກງານສົ່ງເສີມຈາກພາກລັດ ແມ່ນໂຕແທນສຳລັບການເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈດ້ານຂໍ້ມູນຂ່າວສານ. ແຕ່ວ່າ, ເຈົ້າໜ້າທີ່ ແລະ ພະນັກ ງານ ຕ້ອງໄດ້ຮັບການຝຶກອົບຮົມກ່ຽວກັບການປັບປຸງກົດໝາຍ ແລະ ການປະຕິບັດດ້ານການຄຸ້ມຄອງ ການນໍາໃຊ້ຢາ ປາບສັດຕູພືດທີ່ດີ ລວມທັງລະບຽບການປະຕິບັດຕາມມາດຕະຖານການກະສິກຳທີ່ດີ. • ກຳນົດ ແລະ ຈັດຕັ້ງປະຕິບັດຕາມກົນໄກ ການຮ່ວມມື: ການຮ່ວມມືກັນລະຫວ່າງອົງການຈັດຕັ້ງພາກລັດ - ເຊັ່ນ: ຂະແໜງການກະສິກຳ, ສາທາລະນະສຸກ, ສິ່ງແວດ ລ້ອມ ແລະ ການຄ້າ ທີ່ຮັບຜິດຊອບຂົງເຂດວຽກງານການຂຶ້ນທະບຽນຢາປາບສັດຕູພືດ, ການກວດກາ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ການຮັບມືແບບສຸກເສີນ, ລະບົບຂໍ້ມູນກ່ຽວກັບສານພິດ ແລະ ສຸຂະພາບ ແລະ ລະບົບການທຳລາຍຢາປາບສັດຕູພືດ. ການປະສານງານດັ່ງກ່າວນີ້ ສຳຄັນຕໍ່ການເຊື່ອມໂຍງ ແລະ ຄວາມສອດ ຄ່ອງດ້ານນະໂຍບາຍ ຕົວຢ່າງ: ການຫຼຸດຜ່ອນການ ນຳໃຊ້ຢາປາບສັດຕູພືດຕ້ອງຮັບປະກັນການສະໜອງເມັດ ພັນທີ່ມີຄຸນນະພາບດີ ແລະ ມີຄວາມທົນທານຕໍ່ກັບສັດຕູພືດ. ການຮ່ວມມືກັນລະຫວ່າງພາກລັດ, ທຸລະກິດ ແລະ ຜູ້ຊົມໃຊ້ຢາປາບສັດຕູພືດ - ກ່ຽວກັບດ້ານຕ່າງໆເຊັ່ນ: ການ ອອກແບບ ແລະ ການຈັດຕັ້ງປະຕິບັດຕາມລະບົບການທຳລາຍຢາປາບສັດຕູພືດ, ການສຶກສາ, ການສົ່ງເສີມ ຄວາມຮູ້ ແລະ ຄວາມ ເຂົ້າໃຈ. • ເລືອກພື້ນທີ່ບູລິມະສິດ ແລະ ກຳນົດເປົ້າໝາຍສຳລັບການດຳເນີນງານ: ດຳເນີນການຈັດຕັ້ງປະຕິບັດ ເປັນຂັ້ນຕອນ ຈະສາມາດສຸມໃສ່ ແກ້ໄຂບັນຫາໃນເຂດພື້ນທີ່, ແກ້ໄຂຂໍ້ຈໍາກັດທາງດ້ານຊັບພະຍາກອນມະນຸດ, ແກ້ໄຂບັນຫາ ໍ ູນ ຫຼື ບົດຮຽນທີ່ໄດ້ຮັບ ດັດປັບວິທີການເຮັດວຽກ ຢູ່ເຂດພື້ນທີ່ອນ ບູລິມະສິດ, ແລະ ສາມາດນໍາໃຊ້ຂ້ມ ື່ ໃຫ້ມີປະສິດທິ ື ກ່ວາເກົ່າ. ພື້ນທີ່ຈຸດສຸມໃນເບື້ອງຕົ້ນ ອາດແມ່ນບັນດາແຂວງ ທີ່ມີຊ່ອງທາງຂອງການນຳເຂົ້າຢາປາບສັດຕູ ຜົນດີຂ້ນ ພືດ (ແບບຖືກກົດໝາຍ ແລະ ແບບຜິດກົດໝາຍ), ສູນກາງການກະຈາຍສິນຄ້າທີ່ສຳຄັນ, ເຂດພື້ນທີ່ຕ່າງໆຢູ່ໃກ້ ກັບເຂດກະສິກຳອິນຊີ ຫຼື ເຂດພື້ນທີ່ ທີ່ຖືກກຳນົດໃຫ້ເປັນເຂດເປົ້າໝາຍ ສໍາລັບການຈັດຕັ້ງວິທີປະຕິບັດການຄຸ້ມ ຄອງການນໍາໃຊ້ຢາປາບສັດຕູພືດ. • ຈັດຕັ້ງການໂຄສະນາເຜີຍແຜ່ ແລະ ໃຫ້ການສຶກສາກ່ຽວກັບ ກົດໝາຍ ແລະ ການປະຕິບັດທີ່ດີ: ການຄຸ້ມຄອງ ແລະ ຄວບຄຸມການເຂົ້າເຖິງ, ການແຈກຢາຍ ແລະ ການນຳໃຊ້ ຢາປາບສັດຕູພືດທີ່ມີຄວາມເຂັ້ມແຂງ ຮຽກຮ້ອງໃຫ້ ມີການແຈ້ງ ໃຫ້ແກ່ບັນດາຄູ່ຮ່ວມງານໄດ້ຮັບຊາບຢ່າງຖືກຕ້ອງ ແລະ ທັນເວລາ ເພື່ອສາມາດແກ້ໄຂບັນຫາທີ່ກ່ຽວ ການຄຸ້ມຄອງຢາປາບສັດຕູພືດສຳລັບການເຕີບໂຕສີຂຽວ ໃນ ສປປ ລາວ 9 ໍ ູນໃຫ້ກວ້າງຂວາງໂດຍເຈົ້າໜ້າທີ່ ແລະ ພະນັກງານລັດ, ຕ້ອງມີສງ ຂ້ອງ. ການໂຄສະນາເຜີຍແຜ່ຂ້ມ ິ່ ອໍານວຍຄວາມ ສະດວກດ້ານສື່ ແລະ ສິ່ງພິມ ແບບຫຼາກຫຼາຍທີ່ສອດຄ່ອງກັບກົດໝາຍ. ປະຕິບັດການຄຸ້ມຄອງການນໍາໃຊ້ຢາ ປາບສັດຕູພືດ ຕາມວິທີທີ່ໄດ້ຮັບການປັບປຸງ ຈະສາມາດຫຼຸດຜ່ອນຄວາມສ່ຽງ ຈາກຢາເຄມີປາບສັດຕູພືດ ແລະ ປະກອບສ່ວນເຂົ້າໃນການ ຫຼຸດຜ່ອນຄວາມທຸກຍາກ. • ສ້າງກອບວຽກ ຕິດຕາມ ແລະ ປະເມີນຜົນແບບນໍາໃຊ້ໄດ້ງ່າຍ: ຕັ້ງເປົ້າໝາຍ ແລະ ຕົວຊີ້ວັດຜົນໄດ້ຮັບຈາກ ການຄວບຄຸມ ແລະ ກວດສອບບັນຫາສຳຄັນບູລິມະສິດ ອີງຕາມລະດັບການຄຸ້ມຄອງທີ່ກ່ຽວຂ້ອງຈາກພາກ ່ ໍ ຂ້ນ ລັດເຊັ່ນ: ການຫຼຸດຜ່ອນ ການນຳເຂົ້າສິນຄ້າທີ່ຜິດກົດໝາຍ, ສິນຄ້າປອມແປງ ຫຼື ສິນຄ້າທີ່ບໄດ້ ຶ ທະບຽນ, ຄວາມພ້ອມດ້ານອຸປະກອນຄວາມປອດໄພ ແລະ ອື່ນໆ. The World Bank Group Lao PDR Country Office, East Asia and Pacific Region Xieng Ngeun Village, Chao Fa Ngum Road, Chantabouly District, Vientiane, Lao PDR worldbank.org/lao ເອກະສານນີ້ຖືກຕີພິມໂດຍໃຊ້ເຈ້ຍທີ່ຜ່ານການຮອງຮັບຈາກ FSC ແລະ ເປັນເຈ້ຍ recycle