ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ຜົນການສໍາຫຼວດສຸກສາລາຈາກຕົວແທນທົ່ວປະເທດ ແລະ ການ ສຳຫຼວດກ່ຽວກັບສະພາບພະນັກງານປະຈຳຢູ່ສຸກສາລາ ພຶດສະພາ 2016 ອັດຕາແລກປ່ຽນ ອີງໃສ່ອັດຕາແລກປ່ຽນໃນວັນທີ 25 ເມສາ 2016 ຫົວໜ່ວຍ = LAK (ກີບ) 8,141 ກີບ = US$1.00 ສົກປີ = ແຕ່ເດືອນຕຸລາ ຫາ ກັນຍາ ຄຳຫຍໍ້ BEONLSS ຄວາມສາມາດລະດັບພື້ນຖານໃນການຊ່ວຍເກີດທີ່ຈໍາເປັນ ແລະ ການຊ່ວຍຊີວິດເດັກເກີດໃໝ່ DEA ການວິໄຈໝວດຂໍ້ມູນລວມ EAP ອາຊີຕາເວັນອອກແລະປາຊີຟີກ GGHE ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ GNI ລາຍຮັບຕໍ່ຫົວຄົນຕໍ່ປີ HC ສຸກສາລາ HRH ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ IMCI ການຄຸ້ມຄອງແບບເຊື່ອມສານການປິ່ນປົວເດັກ IYCF ການໃຫ້ອາຫານເສີມແກ່ເດັກອ່ອນແລະເດັກນ້ອຍ MCH ສຸຂະພາບແມ່ແລະເດັກ MDGs ເປົ້າໝາຍສະຫະສະຫວັດ OOP ການຈ່າຍເງິນໂດຍກົງຈາກຄົນເຈັບ RDF ກອງທຶນຢາຫມູນວຽນ UHC ການປົກຄຸມສຸຂະພາບຖ້ວນໜ້າ UFGE ຮ່ວງເງິນເພື່ອຄວາມສະເໝີພາບດ້ານບົດບາດຍິງຊາຍ WHO ອົງການອານາໄມໂລກ ຮອງປະທານປະຈຳພາກພື້ນ: ວິກໂຕເຮຍ ຄວາຄວາ ຜູ້ອຳນວຍການປະຈຳປະເທດ: ອູຣິກ ຊັກຄາວ ຜູ້ອຳນວຍການອາວຸໂສປະຈຳຂະແໜງ: ທິໂມທີ ແກຣນ ອີວານ ຫົວໜ້າຫ້ອງການປະຈຳປະເທດ: ແຊລລີ ເບີນນິງແຮມ ຜູ້ຈັດການປະຈຳຂະແໜງ: ທູມັສ ປາລູ ຜູ້ຂຽນ: ອາເຈ ທານດົງ ເວີຍອັນ ຍາບ ເພັດດາຣາ ຈັນທະລາ ຄຳຂອບໃຈ ບົ ດ ລາຍງານການຄົ້ ນ ຄວ້ າ ສະບັ ບ ນີ້ ແ ມ່ ນ ໜຶ່ ງ ໃນຫຼ າ ຍບົ ດ ລາຍງານຂອງທະນາຄານໂລກຕໍ່ ວ ຽກງານວິ ໄ ຈ ແລະ ຄົ້ນຄວ້າໃນຂົງເຂດສາທາລະນະສຸກໃນ ສປປ ລາວ. ບົດລາຍງານສະບັບນີ້ແມ່ນກະກຽມໂດຍ ທ່ານ ອາເຈ ທານດົງ (Ajay Tandon), ທ່ານ ເວີຍອັນ ຍາບ (Wei Aun Yap) ແລະ ທ່ານ ເພັດດາລາ ຈັນທະລາ (Phetdara Chanthala) ແລະ ມີທີມງານຊຸກຍູ້ໂດຍ ທ່ານ ໂຊມີລ ນັບປາ (Somil Nagpal), ທ່ານ ສຸທາຢຸດ ໂອສອນປຣະສົບ (Sutayut Osornprasop), ທ່ານ ນາງ ເອມິໂກ ມາຊາກິ (Emiko Masaki), ທ່ານ ນາງ ລໍຣາ ໂຣດສ (Laura Rose), ທ່ານ ນາງ ບັນທິດາ ກົມຜາສຸກ, ທ່ານ ນາງ ໂຕໂມ ມາຣິໂມໂຕ (Tomo Marimoto), ທ່ານ ນາງ ໂສພາວັນ ທິດສີ, ທ່ານ ນາງ ບີອາເທ ໂຊເຣັນ ຊອນ (Birte Sorenson), ທ່ານ ນາງ ຢຸດຕາ ຄຣານ (Jutta Krahn) ແລະ ທ່ານ ນາງ ເພມາ ລາໂຊມ (Pema Lhazom). ທີມງານຂໍຂອບໃຈ ທ່ານ ນາງ ບົວລຳພັນ ພຸດທະວີສຸກ ແລະ ທ່ານ ຈັດຕະວາ ວົງໄຊ ທີ່ຊ່ວຍກວດຄືນ ການຈັດໜ້າເອກະສານ ແລະ ຜະລິດບົດລາຍງານ. ນອກນັ້ນຍັງໄດ້ຮັບຄຳແນະນຳດ້ານວິຊາການຈາກອົງການອື່ນເຊັ່ນ ທ່ານ ແຟຣງ ຮາເກມານ (Frank Haegeman) ຈາກອົງການລາວ-ລັກ (Lao-Lux), ທ່ານ ຄຣິສຕົບ ເລີມີແອ (Chritophe Lemiere) ຈາກທະນາຄານໂລກ, ທ່ານ ນາງ ອານນາ ອັບອຸກກລາ (Anna af Ugglas) ຈາກ ອົງການ UNFPA ນອກ ນັ້ນຍັງໄດ້ຮັບຄຳເຫັນເພີ່ມຕື່ມຈາກ ທ່ານ ນາງ ຊັງແຕນ ບູໂດຣ (Chantelle Boudreaux), ທ່ານ ເອໂກ ພຳບູດີ (Eko Phambudy) ແລະ ທ່ານ ນາງ ປູຕີ ມາໂຈກີ (Puti Marjoeki). ສາລະບານ: ບົດສັງລວມຫຍໍ້ .......................................................................................................... 7 ເນື້ອໃນສຳຄັນ ............................................................................................................ 7 ພາດຫົວເລື່ອງ ............................................................................................................ 8 1. ສະພາບຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກໃນທົ່ວປະເທດ ...................... 9 1.1 ການສະໜອງບຸກຄະລາກອນສາທາລະນະສຸກ, ການແຈກຢາຍ ແລະ ສະພາບການເງິນ.. 10 2. ການສໍາຫຼວດບຸກຄະລາກອນຢູ່ຂັ້ນສຸກສາລາ ........................................................... 15 2.1 ການເລືອກກຸ່ມຕົວຢ່າງ ແລະ ການອອກແບບ ..................................................... 16 2.2 ຄຸນລັກສະນະຂອງບຸກຄະລາກອນຢູ່ຂັ້ນສຸກສາລາ ............................................... 17 2.2.1 ຄວາມສອດຄ່ອງດ້ານພາສາຊົນເຜົ່າ ແລະ ບົດບາດຍິງຊາຍ ................................ 19 2.3 ການແຈກຢາຍບຸກຄະລາກອນຢູ່ຂັ້ນສຸກສາລາ ................................................... 25 2.4 ລາຍຮັບຂອງບຸກຄະລາກອນຢູ່ຂັ້ນສຸກສາລາ ...................................................... 27 2.5 ການຝຶກອົບຮົມກັບທີ່ໃຫ້ແກ່ບຸກຄະລາກອນຢູ່ຂັ້ນສຸກສາລາ ................................... 30 2.6 ຄວາມເພິ່ງພໍໃຈຂອງບຸກຄະລາກອນຢູ່ຂັ້ນສຸກສາລາ ............................................ 31 2.7 ຜະລິດຕະພາບ ແລະ ປະສິດທິພາບຂອງບຸກຄະລາກອນຢູ່ຂັ້ນສຸກສາລາ .................... 32 2.8 ຄວາມອາດສາມາດຂອງບຸກຄະລາກອນຢູ່ຂັ້ນສຸກສາລາ ........................................ 35 3. ຂໍ້ສະເໜີແນະ .................................................................................................. 41 ເອກະສານຊ້ອນທ້າຍ ................................................................................................... 45 ຮູບພາບສະແດງ ຮູບພາບ 1: ເສັ້ນໂຄ້ງຂອງ ລໍເຣັນ (Lorenz) ທີ່ສະແດງໃຫ້ເຫັນເຖິງການແຈກຢາຍທ່ານໝໍ, ພະຍາບານ ແລະ ຜະດຸງຄັນລະຫວ່າງບັນດາແຂວງ ............................................. 11 ຮູບພາບ 2: ຈໍານວນທ່ານໝໍ, ພະຍາບານ ແລະ ຜະດຸງຄັນຕໍ່ 1,000 ຄົນໃນແຕ່ລະແຂວງ, ຈັດຕາມ ການໃຊ້ຈ່າຍພາກລັດຕໍ່ວຽກງານຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຢູ່ຂັ້ນແຂວງ .............................................................................................. 12 ຮູບພາບ 3: ຄ່າແຮງງານ, ເງິນເດືອນ, ເງິນອຸດໜູນຂອງພະນັກງານທຽບເປັນເປີເຊັນຂອງການໃຊ້ ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ປີ 2006 .............................................. 13 ຮູບພາບ 4: ແຜນທີ່ສະແດງໃຫ້ເຫັນເຖິງການຄັດເລືອກສຸກສາລາໃນການສຳຫຼວດນີ້ພາຍໃຕ້ຂໍ້ມູນ ຄວາມໜາແໜ້ນຂອງຊັບພະບາກອນໃນຂະແໜງສາທາລະນະສຸກ .......................... 16 ຮູບພາບ 5: ພະນັກງານສຸກສາລາຈັດຕາມປະເພດ ............................................................. 17 ຮູບພາບ 6: ພະນັກງານສຸກສາລາຈັດຕາມລະດັບການສຶກສາ ................................................ 17 ຮູບພາບ 7: ພະນັກງານສຸກສາລາຈັດຕາມຊັ້ນຕໍ່າແໜ່ງ ........................................................ 18 ຮູບພາບ 8: ໄລຍະປີການເຮັດວຽກຢູ່ສຸກສາລາ .................................................................. 19 ຮູບພາບ 9: ຄວາມສອດຄ່ອງດ້ານຊົນເຜົ່າລະຫວ່າງພະນັກງານສຸກສາລາ ແລະ ປະຊາຊົນໃນເຂດ ປົກຄຸມ .................................................................................................... 22 ຮູບພາບ 10: ຄວາມສອດຄ່ອງດ້ານພາສາລະຫວ່າງພະນັກງານສຸກສາລາ ແລະ ປະຊາຊົນໃນເຂດ ປົກຄຸມ .................................................................................................... 22 ຮູບພາບ 11: ເສັ້ນໂຄ້ງ ລໍເຣັນ (Lorenz Curve) ສໍາລັບການແຈກຢາຍພະນັກງານສຸກສາລາທຽບໃສ່ ປະຊາກອນໃນເຂດປົກຄຸມຂອງສຸກສາລາ ......................................................... 25 ຮູບພາບ 12: ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບ ແລະ ແຫຼ່ງລາຍຮັບ ແລະ ບ່ອນປະຈຳການ ........................................................................................ 27 ຮູບພາບ 13: ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບ ແລະ ແຫຼ່ງລາຍຮັບ ແລະ ຕາມປະເພດ ............................................................................................. 28 ຮູບພາບ 14: ລາຍຮັບປະຈໍາເດືອນຂອງບຸກຄະລາກອນຂັ້ນສຸກສາລາໂດຍແບ່ງຕາມແຫຼ່ງລາຍຮັບ ແລະ ຕາມສະຖານະພາບການຈ້າງງານ ............................................................ 28 ຮູບພາບ 15: ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບ ແລະ ແຫຼ່ງລາຍຮັບ ລະຫວ່າງຜູ້ທີ່ມີ ຫຼື ບໍ່ມີລາຍຮັບເສີມ ..................................................................................... 29 ຮູບພາບ 16: ການຝຶກອົບຮົມກັບທີ່ໃນປີທີ່ຜ່ານມາ ............................................................... 30 ຮູບພາບ 17: ການຝຶກອົບຮົມທີ່ບໍ່ເຄີຍໄດ້ຮັບໃນໄລຍະຜ່ານມາ ................................................ 30 ຮູບພາບ 18: ປັດໄຈທີ່ມີຜົນກະທົບໃສ່ຄວາມເພິ່ງພໍໃຈຂອງພະນັກງານສຸກສາລາ .......................... 31 ຮູບພາບ 19: ປັດໄຈທີ່ພະນັກງານບໍ່ມີຄວາມເພິ່ງພໍໃຈ ........................................................... 31 ຮູບພາບ 20: ຈໍານວນເທື່ອກວດເຂດນອກຂອງພະນັກງານສຸກສາລາຕໍ່ຄົນຕໍ່ວັນ ........................... 32 ຮູບພາບ 21: ການນຳໃຊ້ເວລາໃນການເຮັດວຽກຂອງພະນັກງານສຸກສາລາ ................................ 33 ຮູບພາບ 22: ການນຳໃຊ້ເວລາເຮັດວຽກຂອງພະນັກງານສຸກສາລາແບ່ງຕາມປະເພດ ..................... 33 ຮູບພາບ 23: ການແຈກຢາຍຄະແນນປະສິດທິພາບທາງດ້ານວິຊາການແພດຢູ່ຂັ້ນສຸກສາລາ ............ 34 ກ່ອງ ກ່ອງ 1: ຄວາມສອດຄ່ອງດ້ານພາສາຊົນເຜົ່າ ...................................................................... 21 ກ່ອງ 2: ຂອບເຂດທາງດ້ານບົດບາດຍິງຊາຍ ...................................................................... 23 ກ່ອງ 3: ລາຍຮັບຈາກການປະຕິບັດວິຊາການແພດນອກໂມງການ ແລະ ລາຍຮັບເສີມ .................... 29 ກ່ອງ 4: ສຸກສາລາຢູ່ ສປປ ລາວ ມີປະສິດທິພາບຫຼາຍຊໍ່າໃດ ? ................................................ 34 ກ່ອງ 5: ວິທີການທີ່ໃຊ້ວັດແທກຄວາມສາມາດຂອງພະນັກງານສຸກສາລາ ................................... 40 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 7 ບົດສັງລວມຫຍໍ້ ບົ ດ ລາຍງານດ້ າ ນນະໂຍບາຍສະບັ ບ ນີ້ ແ ມ່ ນ ການລາຍງານເຖິ ງ ສະພາບລວມໂດຍຫຍໍ້ ກ່ ຽ ວກັ ບ ບັ ນ ຫາບຸ ກ ຄະລາກອນຢູ່ຂັ້ນສຸກສາລາໃນ ສປປ ລາວ ໂດຍດໍາເນີນການຄົ້ນຄວ້າ ແລະ ວິໄຈຂໍ້ມູນທີ່ໄດ້ມາຈາກການສໍາ ຫຼວດສະຖານທີ່ບໍລິການ (ການສໍາຫຼວດສຸກສາລາ ໂດຍນໍາໃຊ້ຮ່ວງເງິນເພື່ອຄວາມສະເໝີພາບດ້ານບົດບາດ ຍິງຊາຍ-ໂຄງການໂພຊະນາການຊຸມຊົນ) ທີ່ເກັບກໍາເອົາຂໍ້ມູນຈາກກຸ່ມສຸກສາລາທີ່ເປັນຕົວແທນໃຫ້ແກ່ສຸກ ສາລາທົ່ວປະເທດ ຈຳນວນ 120 ແຫ່ງໃນປີ 2013-14. ຈຸດປະສົງຂອງການສໍາຫຼວດຄັ້ງນີ້ແມ່ນເປັນການສະ ໜອງຂໍ້ມູນພື້ນຖານໃຫ້ແກ່ແຜນປັບປຸງລະບົບສາທາລະນະສຸກເພື່ອໃຫ້ຜູ້ທີ່ມີບົດບາດໃນການກໍານົດນະໂຍບາຍ ນຳໄປໃຊ້ເປັນທິດທາງໃນການຂະຫຍາຍແຜນງານສາທາລະນະສຸກເພື່ອບັນລຸເປົ້າໝາຍສະຫະສະຫວັດ, ຂະ ຫຍາຍການບໍລິການສາທາລະນະສຸກຂັ້ນພື້ນຖານ ແລະ ບັນລຸການປົກຄຸມສຸຂະພາບຖ້ວນໜ້າ. ເນື້ອໃນສໍາຄັນ • ໃນລະດັບຊາດ ແລະ ລະດັບພາກພື້ນ: ການສະໜອງບຸກຄະລາກອນທີ່ຈໍາເປັນໃນຂະແໜງສາທາລະນະສຸກແມ່ນແຈກຢາຍ ບໍ່ເໝາະສົມ ແລະ ຍັງຕ່ໍາ (ຕາມທີ່ຕັ້ງທາງພູມສັນຖານ, ຂັ້ນແລະປະເພດຂອງພະນັກງານ). ເຖິງແມ່ນວ່າອັດຕາສ່ວນການໃຊ້ ຈ່າຍງົບປະມານລັດຕໍ່ວຽກງານຊັບພະຍາກອນມະນຸດດ້ານສາທາລະນະສຸກທຽບໃສ່ການໃຊ້ຈ່າຍພາກລັດຕໍໍ່ວຽກງານສາທາ ລະນະສຸກແມ່ນຢູ່ໃນມາດຖານສະເລ່ຍຂອງສາກົນ ແລະ ຂອງພາກພື້ນ ແຕ່ການແຈກຢາຍບຸກຄະລາກອນນັ້ນມີແຕ່ປະຕິບັດ ໄດ້ສູງກວ່າເຄິ່ງໜຶ່ງຂອງ ທີ່ອົງການອານາໄມໂລກແນະນໍາ. ດັ່ງນັ້ນການທົບທວນນະໂຍບາຍໃນການແຈກຢາຍບຸກຄະລາ ກອນຢູ່ຂັ້ນພື້ນຖານດ້ວຍຮູບການທີ່ເໝາະສົມຄວນຖືກປະຕິບັດ ແລະ ຫາວິທີແກ້ໄຂຕໍ່ບັນຫາທີ່ພົບເຫັນ, ທັງນີ້ກໍເພື່ອໃຫ້ເກີດ ມີປະສິດທິພາບ ແລະ ຄວາມສະເໝີພາບໃນການຈັດສັນຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ. • ໃນລະດັບສະຖານທີ່ບໍລິການສາທາລະນະສຸກ: ໂດຍທົ່ວໄປສຸກສາລາຈະປະກອບມີພະນັກງານ 4 ຄົນທີ່ໄດ້ໃຫ້ບໍລິການຄົນ ເຈັບຂ້ອນຂ້າງຕໍ່າ, ໝາຍວ່າໂດຍສະເລ່ຍພະນັກງານຜູ້ໜຶ່ງຈະໄດ້ກວດພະຍາດໃຫ້ຄົນເຈັບພຽງແຕ່ 6 ຄົນຕໍ່ວັນ. ການລົງທຶນໃສ່ ການລຸດຜ່ອນອຸປະສັກຕ່າງໆທີ່ເຮັດໃຫ້ປະຊາຊົນບໍ່ມາໃຊ້ບໍລິການຢູ່ສະຖານທີ່ບໍລິການ (ການເຂົ້າເຖິງສະຖານທີ່ບໍລິການ, ວັດທະນະທໍາ ແລະ ການເງິນ) ແມ່ນມີຄວາມຈໍາເປັນເພື່ອເພີ່ມອັດຕາການຊົມໃຊ້ການບໍລິການສຸຂະພາບທີ່ຈໍາເປັນທີ່ຕໍ່າ ຫຼາຍໃນປະຈຸບັນໃຫ້ສູງຂຶ້ນ ໂດຍສະເພາະຢູ່ໃນເຂດຊົນນະບົດ, ເພາະວ່າການຊົມໃຊ້ການບໍລິການຕໍ່າແມ່ນນຳໄປສູ່ປະສິດ ທິຜົນ ແລະ ຄວາມສາມາດດ້ານວິຊາການແພດທີ່ຕໍ່າເຊັ່ນກັນ. • ພະນັກງານສຸກສາລາ ສ່ວນຫຼາຍປະກອບດ້ວຍແພດຊັ້ນກາງ ແລະ ພະຍາບານວິຊາຊິບທີ່ມີປະສົບການເຮັດວຽກຢູ່ສຸກສາ ລາປະມານ 4 ປີ ໂດຍໄດ້ຮັບເງິນເດືອນສະເລ່ຍປະມານ 1,599,000 ກີບຕໍ່ເດືອນ (ຊຶ່ງເທົ່າກັບ 149 ເປີເຊັນຂອງລາຍຮັບ ຕໍ່ຫົວຄົນຕໍ່ເດືອນ) ໃນນັ້ນແມ່ນໄດ້ຮວມເອົາລາຍຮັບຈາກແຫຼ່ງອຶ່ນໆທີ່ພະນັກງານສຸກສາລາໄດ້ຮັບເຂົ້ານຳ ຊຶ່ງມີປະມານ 40 ເປີເຊັນ. ລາຍຮັບດັ່ງກ່າວສ່ວນຫຼາຍແມ່ນມາຈາກການເຮັດວຽກກະສິກຳຫຼືທຸລະກິດຂະໜາດນ້ອຍ ແລະ ມີພຽງສ່ວນຫນ້ອຍ ເທົ່ານັ້ນທີ່ແມ່ນລາຍຮັບເສີມຈາກການບໍລິການດ້ານວິຊາການແພດນອກໂມງການ. • ເກືອບເຄິ່ງໜຶ່ງ (44 ເປີເຊັນ) ຂອງພະນັກງານສຸກສາລາແມ່ນບໍ່ເຄີຍໄດ້ຮັບການຝຶກອົບຮົມກັບທີ່ ແລະ ທີ່ໄດ້ຮັບການຝຶກອົບ ຮົມກໍແມ່ນບໍ່ແທດເໝາະກັບການບໍລິການສຸຂະພາບທີ່ເຂົາເຈົ້າຮັບຜິດຊອບ. ເຫັນໄດ້ວ່າຄວາມຮູ້ກ່ຽວການບົ່ງມະຕິພະຍາດ ທີ່ໃຊ້ແກ້ໄຂບັນຫາສາທາລະນະສຸກທີ່ເປັນຕົວຊີ້ວັດຂອງເປົ້າໝາຍສະຫະສະຫວັດແມ່ນຢູ່ໃນລະດັບຕໍ່າຫຼາຍ, ໂດຍສະເພາະ ຄວາມຮູ້ດ້ານການປິ່ນປົວເດັກຂາດໂພຊະນາການ ແລະ ການແກ້ໄຂອາການເລືອດໄຫຼບໍ່ຢຸດຫຼັງຄອດ. ສະນັ້ນເພື່ອແກ້ໄຂບັນ ຫາເຫຼົ່ານີ້, ການຝຶກອົບຮົມ ແລະ ການຕິດຕາມຊຸກຍູ້ຈຶ່ງຈໍາເປັນຕ້ອງຖືກປັບປຸງຢ່າງເອົາໃຈໃສ່. • ກ່ຽວກັບທາງດ້ານບົດບາດຍິງຊາຍ: ເຖິງແມ່ນວ່າ ພະນັກງານສຸກສາລາສ່ວນຫຼາຍ (57 ເປີເຊັນ) ແມ່ນເພດຍິງ, ແຕ່ 42 ເປີ ເຊັນຂອງພະນັກງານທີ່ຊ່ວຍເກີດແມ່ນເພດຊາຍ, ນີ້ອາດຈະຖືວ່າເປັນອຸປະສັກສຳຄັນທາງດ້ານວັດທະນະທຳທີ່ກີດຂວາງ ການເຂົ້າເຖິງການບໍລິການສຸຂະພາບແມ່. ຕໍ່ບັນຫາດ້ານພາສາ, 85 ເປີເຊັນຂອງພະນັກງານສຸກສາລາແມ່ນເວົ້າພາສາທົ່ວ ໄປ ທີ່ໃຊ້ຢູ່ໃນຊຸມຊົນ (ພາສາລາວ) ແລະ ມີພຽງ 31 ເປີເຊັນເທົ່ານັ້ນທີ່ສາມາດເວົ້າພາສາທ້ອງຖິ່ນທີສອງໄດ້ ແລະ ມີພຽງ 7 ເປີ ເຊັນທີ່ສາມາດເວົ້າພາສາທ້ອງຖິ່ນທີສາມໄດ້. • ການຕຽມພ້ອມໃນການໃຫ້ບໍລິການຍັງຕໍ່າ (ດ້ານສະຖານທີ່, ການປະກອບຢາ ແລະ ອຸປະກອນການແພດ) ແລະ ສົມທົບໃສ່ ກັບຄ່າຕອບແທນທີ່ຕໍ່າເປັນສາຍເຫດສໍາຄັນທີ່ເຮັດພະນັກງານສຸກສາລາຂາດຄວາມເພິ່ງພໍໃຈໃນວຽກງານຂອງຕົນເອງ. ດັ່ງ ນັ້ນການລົງທຶນໃສ່ຝ່າຍຜູ້ໃຫ້ບໍລິການດ້ານການປະກອບຢາ ແລະ ອຸປະກອນການແພດບໍ່ພຽງແຕ່ຈະຍົກລະດັບຄວາມສາ ມາດດ້ານວິຊາການແພດໃຫ້ເຂົາເຈົ້າເທົ່ານັ້ນແຕ່ຈະຍົກລະດັບຄວາມເພິ່ງພໍໃຈຂອງພວກເຂົາເຈົ້າອີກດ້ວຍ. 8 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ພາດຫົວເລື່ອງ ໃນຂະນະທີ່ ສປປ ລາວ ສາມາດບັນລຸເປົ້າໝາຍສະຫະສະຫວັດດ້ານວຽກງານແມ່ ແລະ ເດັກໄດ້ນັ້ນ, ສປປ ລາວ ຍັງສືບຕໍ່ເປັນປະເທດທີ່ມີຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກທີ່ຕໍ່າທີ່ສຸດທຽບໃສ່ຕົວເລກຂອງທົ່ວໂລກ ແລະ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ແມ່ນຢູ່ໃນລະດັບສູງ ຫາກສົມທຽບໃສ່ GDP ຕໍ່ຫົວຄົນ ແລະ ມີອັດຕາການຊົມໃຊ້ການບໍລິການສຸຂະພາບທີ່ຈໍາເປັນທີ່ຕໍ່າ ຊຶ່ງເກີດຈາກ ອຸປະສັກດ້ານການເຂົ້າເຖິງສະຖານທີ່ບໍລິການ, ວັດທະນະທໍາ ແລະ ສະພາບການເງິນ. ນອກນັ້ນ, ປະມານໜຶ່ງ ສ່ວນສາມຂອງເດັກຕໍ່າກວ່າ 5 ປີຍັງມີບັນຫານໍ້າໜັກລຸດມາດຕະຖານ ແລະ ເກືອບເຄິ່ງຫນຶ່ງແມ່ນມີພາວະຂາດ ໂພຊະນາການແບບຊໍາເຮື້ອ (ເຕັ້ຍ). ສປປ ລາວ ບໍ່ສາມາດບັນລຸເປົ້າໝາຍສະຫະສະຫວັດທີ່ກ່ຽວກັບໂພຊະນາ ການ MDG 1. ນອກຈາກວິທີການຈັດຕັ້ງປະຕິບັດທີ່ບໍ່ລວມສູນແລ້ວຍັງມີສະພາບຄວາມແຕກຕ່າງດ້ານເສດຖະ ກິດ, ຊົນນະບົດ ແລະ ຕົວເມືອງ, ພູມສັນຖານ ແລະ ຊົນເຜົ່າທີ່ເຮັດໃຫ້ເກີດຄວາມບໍ່ສະເໝີພາບຕໍ່ຜົນຮັບດ້ານສຸ ຂະພາບ ແລະ ໂພຊະນາການ. ບົດລາຍງານດ້ານນະໂຍບາຍສະບັບນີ້ແມ່ນການລາຍງານເຖິງສະພາບລວມໂດຍຫຍໍ້ກ່ຽວກັບບັນຫາບຸກຄະລາ ກອນຢູ່ຂັ້ນສຸກສາລາໃນ ສປປ ລາວ ໂດຍດໍາເນີນການຄົ້ນຄວ້າ ແລະ ວິໄຈຂໍ້ມູນທີ່ໄດ້ມາຈາກການສໍາຫຼວດສະ ຖານທີ່ບໍລິການ (ການສໍາຫຼວດສຸກສາລາ ໂດຍນໍາໃຊ້ຮ່ວງເງິນເພື່ອຄວາມສະເໝີພາບດ້ານບົດບາດຍິງຊາຍ- ໂຄງການໂພຊະນາການຊຸມຊົນ) ທີ່ເກັບກໍາເອົາຂໍ້ມູນຈາກກຸ່ມສຸກສາລາທີ່ເປັນຕົວແທນໃຫ້ແກ່ສຸກສາລາທົ່ວປະ ເທດ ຈຳນວນ 120 ແຫ່ງໃນປີ 2013-141. ຈຸດປະສົງຂອງການສໍາຫຼວດຄັ້ງນີ້ແມ່ນເປັນການສະໜອງຂໍ້ມູນພື້ນ ຖານໃຫ້ແກ່ແຜນປັບປຸງລະບົບສາທາລະນະສຸກເພື່ອໃຫ້ຜູ້ທີ່ມີບົດບາດໃນການກໍານົດນະໂຍບາຍນຳໄປໃຊ້ເປັນ ທິດທາງໃນການຂະຫຍາຍແຜນງານສາທາລະນະສຸກເພື່ອບັນລຸເປົ້າໝາຍສະຫະສະຫວັດ, ຂະຫຍາຍການບໍລິ ການສາທາລະນະສຸກຂັ້ນພື້ນຖານ ແລະ ບັນລຸການປົກຄຸມສຸຂະພາບຖ້ວນໜ້າ. ບົດລາຍງານສະບັບນີ້ຕື່ມເຕັມ ຂໍ້ມູນໃຫ້ແກ່ບົດລາຍງານກ່ຽວກັບການເງິນສາທາລະນະສຸກສະບັບອື່ນ2 ຊຶ່ງໄດ້ມີການຮວມເອົາຂໍ້ມູນດ້ານການ ເງິນຂອງສຸກສາລາທີ່ໄດ້ຈາກການສຳຫຼວດຊຸດດຽວກັນນີ້. ຜົນການສໍາຫຼວດທີ່ສໍາຄັນໃນບົດລາຍງານສະບັບນັ້ນ ປະກອບມີການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທີ່ຕໍ່າ, ກ່ຽວພັນເຖິງການເອື່ອຍອີງໃສ່ການຈ່າຍ ໂດຍກົງຈາກຄົນເຈັບທີ່ສູງ ແລະ ການເງິນພາຍນອກ, ຊຶ່ງເຮັດໃຫ້ການສະໜອງງົບປະມານໃຫ້ຂັ້ນສຸກສາລາບໍ່ ພຽງພໍ (ໂດຍສະເພາະແມ່ນຄ່າໃຊ້ຈ່າຍປະຈໍາທີ່ບໍ່ແມ່ນຄ່າແຮງງານ) ແລະ ຕ້ອງອີງໃສ່ລາຍໄດ້ຈາກກອງທຶນຢາ ໝູນວຽນທີ່ຄົນເຈັບຈ່າຍໂດຍກົງເປັນສ່ວນໃຫຍ່. ການສຳຫຼວດສຸກສາລາຄັ້ງນີ້ປະກອບມີຂໍ້ມູນດ້ານການສະໜອງ, ຄຸນນະວຸດການສຶກສາ, ສະຖິຕິຊັບພະຍາກອນ ມະນຸດດ້ານສາທາລະນະສຸກ, ການຝຶກອົບຮົມ, ຄວາມສາມາດໃນການບົ່ງມະຕິພະຍາດ, ປະສິດທິຜົນ, ລາຍຮັບ, ຄວາມເພິ່ງພໍໃຈ, ສະພາບຊົນເຜົ່າ ແລະ ບົດບາດຍິງຊາຍ. ລັດຖະບານ ສປປ ລາວ ໄດ້ພັດທະນານະໂຍບາຍ ດ້ານຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ, ຊຶ່ງປະກອບມີ 4 ເປົ້າໝາຍຄື: (i) ເສີມສ້າງຄວາມ ເຂັ້ມແຂງໃນການນຳພາ ແລະ ຄຸ້ມຄອງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ, (ii) ຮັບປະກັນການ ມີບຸກຄະລາກອນທີ່ມີຄຸນນະພາບໃນຈໍານວນທີ່ພຽງພໍ ແລະ ແທດເໝາະກັບສະພາບຢູ່ທຸກໆຂັ້ນພາຍໃຕ້ລະບົບ ສາທາລະນະສຸກແຫ່ງຊາດ, (iii) ຮັບປະກັນວ່າຈະມີບຸກຄະລາກອນດ້ານສາທາລະນະສຸກທີ່ມີຄວາມສາມາດ ແລະ ມີຄວາມຫ້າວຫັນໂດຍຜ່ານຂະບວນການຝຶກອົບຮົມ ແລະ ຕິດຕາມຊຸກຍູ້ທີ່ດີ, (iv) ຮັບປະກັນການມີປະສິດ ທິພາບສູງສຸດ, ຄຸນນະພາບ ແລະ ການຍອມຮັບໄດ້ຂອງບຸກຄະລາກອນສາທາລະນະສຸກໃນການແກ້ໄຂບັນຫາ ຄວາມບໍ່ສະເໝີພາບ3 ຊຶ່ງຜົນການສໍາຫຼວດຄັ້ງນີ້ຈະສາມາດຊ່ວຍໃຫ້ເປົ້າໝາຍເຫຼົ່ານີ້ເປັນຈິງ. ບົດລາຍງານສະບັບນີ້ໄດ້ແບ່ງອອກເປັນ 3 ພາກດັ່ງນີ້: ພາກ I. ຈະເວົ້ າ ເຖິ ງ ສະພາບລວມຂອງນະໂຍບາຍຊັ ບ ພະຍາກອນມະນຸດໃນຂະແໜງສາທາລະນະສຸກຊຶ່ງປະກອບດ້ວຍການສະໜອງ, ການແຈກຢາຍ ແລະ ການສະ ໜອງເງິນພາກລັດໃຫ້ແກ່ພະນັກງານສາທາລະນະສຸກ. ພາກ II. ຈະເວົ້າເຖິງຜົນໄດ້ຮັບຈາກການສຳຫຼວດສຸກ ສາລາຕົວແທນທົ່ວປະເທດ ແລະ ພະນັກງານສຸກສາລາຊຶ່ງປະກອບດ້ວຍລັກຊະນະຂອງບຸກຄະລາກອນ, ບົດ ບາດຍິງຊາຍ ແລະ ຊົນເຜົ່າ, ການແຈກຢາຍ, ລາຍຮັບ, ການຝຶກອົບຮົມ, ຄວາມເພິ່ງພໍໃຈ, ປະສິດທິຜົນ ແລະ ຄວາມສາມາດ. ພາກ III. ສະຫຼຸບດ້ວຍຂໍ້ສະເໜີ ແລະ ຂໍ້ຈຳກັດຂອງການສຳຫຼວດນີ້. 1 ການສຳຫຼວດຄັ້ງນີ້ແມ່ນໄດ້ຮັບເງິນສະໜັບສະໜູນຈາກຮ່ວມເງິນເພື່ອຄວາມສະເໝີພາບບົດບາດຍິງຊາຍ (UFGE) ແລະ ຮ່ວງ ເງິນເພື່ອການພັດທະນາ ແລະ ຄວາມຍືນຍົງດ້ານສັງຄົມ ແລະ ສິ່ງແວດລ້ອມ. 2 ທະນາຄານໂລກ (2015) ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ: ທ່າອ່ຽງລວມ ແລະ ຜົນການສໍາຫຼວດສຸກສາລາ 3 ກະຊວງສາທາລະນະສຸກ (2009): ນະໂຍບາຍແຫ່ງຊາດດ້ານຊັບພະຍາກອນມະນຸດດ້ານສາທາລະນະສຸກ, ວຽງຈັນ ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 9 1. ສະພາບລວມດ້ານຊັບພະຍາກອນມະນຸໃນຂະແໜງສາ ທາລະະນະສຸກໃນທົ່ວປະເທດ 10 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 1.1. ການສະໜອງບຸກຄະລາກອນສາທາລະນຸສຸກ, ແຈກຢາຍ ແລະ ສະພາບການ ເງິນ. 1. ການສະໜອງບຸກຄະລາກອນໃນຂະແໜງສາທາລະນະສຸກໃນ ສປປ ລາວ ໂດຍທົ່ວໄປແລ້ວແມ່ນຕໍ່າ, ເພາະ ມັນມີແຕ່ສູງກວ່າເຄິ່ງຫນຶ່ງຂອງຕົວເລກທີ່ອົງການອານາໄມໂລກແນະນໍາ (ມີທ່ານໝໍ, ພະຍາບານ ແລະ ຜະດຸງ ຄັນ 1.23 ຄົນຕໍ່ປະຊາກອນ 1, 000 ຄົນ)ໃນປີ 2012, ເຖິງແມ່ນວ່ານີ້ແມ່ນຢູ່ໃນສະພາບທີ່ມີອັດຕາການຊົມໃຊ້ ການບໍລິການສາທາລະນະສຸກທີ່ຕໍ່າຢ່າງສຸດຂີດ. ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນທີ່ສຸດຕໍ່ລະບົບສາ ທາລະນະສຸກ, ຕາມການແນະນໍາຂອງອົງການອານາໄມໂລກ, ມີການກຳນົດໃຫ້ມີທ່ານໝໍ, ພະຍາບານ ຫຼື ຜະດຸງ ຄັນ ຢ່າງນ້ອຍ 2.3 ຄົນຕໍ່ປະຊາກອນ 1, 000ຄົນ ເພື່ອຮັບປະກັນວ່າເຂົາເຈົ້າຈະສາມາດດຳເນີນການບໍລິການ ສຸຂະພາບທີ່ຈໍາເປັນໃຫ້ແກ່ປະຊາຊົນໄດ້ຢ່າງພຽງພໍ4. ໃນ ສປປ ລາວ ມີແພດປິ່ນປົວ 1,981 ຄົນ ພະຍາບານ ແລະ ຜະດຸງຄັນ 6,027 ໃນປີ 2012.5 ຊຶ່ງໃນຕົວຈິງມີຄວາມຕ້ອງການ ທ່ານໝໍ, ພະຍາບານ ແລະ ຜະດຸງຄັນ ຕື່ມອີກເຖິງ 6,975 ຄົນ ຖ້າຫາກວ່າ ບັນຫາການຊົມໃຊ້ສຸກສາລາຕໍ່າໄດ້ຖືກແກ້ໄຂ. ຕົວເລກຄວາມຕ້ອງການນີ້ ໄດ້ເພີ່ມຂຶ້ນເພາະໃນເມື່ອກ່ອນມີການຄາດຄະເນວ່າຈະມີຄວາມຕ້ອງການພະນັກງານພຽງ 6,226 ຄົນເທົ່ານັ້ນ6,7 ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກຕໍ່ຄົນຢູ່ໃນ ສປປ ລາວ ເຖິງແມ່ນວ່າຈະຕໍ່າກວ່າປະເທດອື່ນ ໃນພາກພື້ນດຽວກັນ (ຕາຕະລາງ ທີ 1) ແຕ່ນັ້ນບໍ່ແມ່ນປັດໄຈດຽວເທົ່ານັ້ນທີ່ມີຜົນກະທົບໃສ່ຜົນຮັບດ້ານສາທາ ລະນະສຸກ ຕົວຢ່າງເຊັ່ນ ກຳປູເຈຍຊຶ່ງມີສະພາບຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກທີ່ຄ້າຍຄື ກັນກັບ ສປປ ລາວ ແຕ່ພັດມີຜົນຮັບດ້ານສາທາລະນະສຸກດີກວ່າລາວຫຼາຍ. ຕາຕະລາງ 1: ຕົວເລກຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກຕໍ່ປະຊາກອນ 1,000 ຄົນ, ຂອງ ສປປ ລາວສົມທຽບກັບປະເທດອື່ນ, ຕົວເລກປີຫຼ້າສຸດ8 ປະເທດ ທ່ານໝໍຕໍ່ ພະຍາບານ ແລະ ສັດສ່ວນຂອງ ທ່ານໝໍ, ປະຊາກອນ ຜະດຸງຄັນຕໍ່ ພະຍາບານ ພະຍາບານ 1,000 ຄົນ ປະຊາກອນ ແລະ ຜະດຸງຄັນ ແລະ ຜະດຸງຄັນ 1,000 ຄົນ ຕໍ່ທ່ານໝໍໜຶ່ງຄົນ ປະຊາກອນ 1,000 ຄົນ ກຳປູເຈຍ (2000) 0.16 0.84 5.3 1.00 ສປປ ລາວ (WHO, 2012) 0.18 0.88 4.8 1.06 ສປປ ລາວ (MoH, 2012) 0.30 0.93 3.0 1.23 ຊຳເບຍ (2004) 0.12 1.01 8.4 1.13 ຕີມໍເລສເຕ (2011) 0.07 1.11 15.2 1.19 ພູຖານ (2012) 0.26 0.98 3.8 1.24 ອິນໂດເນເຊຍ (2012) 0.20 1.38 6.8 1.59 ມຽນມາ (2012) 0.61 1.00 1.6 1.62 ຫວຽດນາມ (2011) 1.16 1.14 1.0 2.3 ອາຊີຕາເວັນອອກ ແລະ ປາຊີຟິກ 4.9 4.5 ກຸ່ມປະເທດລາຍຮັບລະດັບຕໍ່າ-ກາງ 7.5 3.9 ມາດຕະຖານສາກົນຂອງWHO 2.3 4 ອົງການອານາໄມໂລກ: ເຮັດວຽກຮ່ວມກັນເພື່ອສຸຂະພາບ: ເຈນີວາ 5 ກົມຈັດຕັ້ງກະຊວງສາທາລະນະສຸກ (2012): ອົງການອານາໄມໂລກຄາດຄະເນວ່າຈະມີທ່ານໝໍ 1,160 ແລະ ພະຍາບານຜະດຸງຄັນ 5,581 ຄົນໃນປີ 2012 ແລະ ຂາດພະນັກງານລວມປະມານ 8,900 ຄົນ 6 Kanchanachitra, C., M. Lindelow, T. Johnston, P. Hanvoravongchai, F.M. Lorenzo, N.L. Huong, S.A. Wilopo, and J.F. dela Rosa (2011). “ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກຢູ່ອາຊີຕາເວັນອອກ: ການຂາດເຂີນ ແລະ ສິ່ງທ້າທາຍຕໍ່ການແຈກຢາຍ ແລະ ການພານິດສາກົນທາງດ້ານການໃຫ້ບໍລິການສາທາລະນະສຸກ,” Lancet, 377: 769-781. 7 ມີການຂຶ້ນແຜນໂຄຕາການບັນຈຸພະນັກງານເພີ່ມຕື່ມຈຳນວນ 4,000 ຄົນໃນປີ 2013-14 ແລະ 700 ຄົນໃນປີ 2014-15, ຕົວເລກ 2012. ສົມທຽບກັບໂຄຕາ 2012-13 ທີ່ມີພຽງ 1141ຄົນ. ແຫຼ່ງຂໍ້ມູນ: ກະຊວງສາທາລະນະສຸກ, ບົດລາຍງານປະຈຳປີ ແລະ ສະພາບການແຈກຢາຍພະນັກງານ (2012). 8 ແຫຼ່ງຂໍ້ມູນ: ສໍາລັບ 2011-12, ຖານຂໍ້ມູນສະຖິຕິບຸກຄະລາກອນສາທາລະນະສຸກຂອງໂລກ, ອົງການອານາໄມໂລກ, ເຈນນີວາ. ( http://www.who.int/hrh/statistics/hwfstats/ ) ສຳລັບກະຊວງສາທາລະນະສຸກ, 2012, ກົມຈັດຕັ້ງແລະກໍ່ສ້າງພະນັກງານ, ສປປ ລາວ ສຳລັບປີ 2006 ແລະ ກ່ອນໜ້ານັ້ນ, ອົງການອານາໄມໂລກ (2006). ບົດລາຍງານອົງການອານາໄມໂລກ: ເຮັດວຽກຮ່ວມກັນເພື່ອສຸຂະພາບ, ເຈນີວາ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 11 2. ການແຈກຢາຍຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກທີ່ຈໍາເປັນຢູ່ຂັ້ນແຂວງໃນ ສປປ ລາວ ຍັງມີຄວາມບໍ່ສະເໝີພາບ. ປະມານໜຶ່ງສ່ວນສາມຂອງທ່ານໝໍ, ພະຍາບານ ແລະ ຜະດຸງຄັນແມ່ນໃຫ້ການບໍລິ ການພຽງແຕ່ໜຶ່ງສ່ວນຫ້າຂອງຈຳນວນປະຊາຊົນທັງໝົດ. ເພື່ອໃຫ້ເຫັນພາບ, ພວກເຮົາໄດ້ໃຊ້ພາບວາດເສັ້ນ ໂຄ້ງຂອງ ລໍເຣັນ (Lorenz) ຊຶ່ງສະແດງໃຫ້ເຫັນເຖິງສັດສ່ວນຂອງທ່ານໝໍ, ພະຍາບານ ແລະ ຜະດຸງຄັນທຽບໃສ່ ຈໍານວນປະຊາກອນລວມທັງໝົດ (ຮູບພາບ 1). ຕົວຄູນທີ່ມີຄ່າຄົງທີ່ GINI9 ສໍາລັບການແຈກຢາຍພະນັກງານ ຢູ່ຂັ້ນແຂວງແມ່ນ 0.16 ແຕ່ນີ້ບໍ່ຖືກນໍາມາພິຈາລະນາຄວາມບໍ່ສະເໝີພາບໃນການແຈກຢາຍພະນັກງານຢູ່ຂັ້ນ ແຂວງ ຊຶ່ງເມື່ອກ່ອນມີການສຶກສາຄວາມບໍ່ສະເໝີພາບດ້ານຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຢູ່ເຂດຕົວເມືອງ ແລະ ຊົນນະບົດໄດ້ພົບວ່າ ມີປະມານ 20 ເປີເຊັນຂອງບຸກຂະລາກອນສາທາລະນະສຸກທີ່ໃຫ້ ການບໍລິການແກ່ປະຊາຊົນ 80 ເປີເຊັນທີ່ອາໄສຢູ່ເຂດຊົນນະບົດ.10 ຮູບພາບ 1: ເສັ້ນໂຄ້ງຂອງ ລໍເຣັນ (Lorenz) ທີ່ສະແດງໃຫ້ເຫັນເຖິງການແຈກຢາຍທ່ານໝໍ, ພະຍາບານ ແລະ ຜະດຸງຄັນລະຫວ່າງບັນດາແຂວງ11 9 ຕົວຄູນທີ່ມີຄ່າຄົງທີ່ Gini ແມ່ນຕົວເລກສະແດງຈຳນວນຂອງຄວາມບໍ່ສະເໝີພາບຊຶ່ງ 0 ໝາຍວ່າມີຄວາມສະເໝີພາບດີ, 1 ແມ່ນບໍ່ສະເໝີພາບຊຶ່ງ ຈະສະແດງຢູ່ຈຸດແດງ ແລະ ຈຸດຂຽວ ແລະ ຫານໃຫ້ 0.5. Dawson, A., T. Howes, N. Gray, and E. Kennedy (2011). ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກເພື່ອສຸຂະພາບແມ່ ແລະ ເດັກ, ເດັກອອ່ນ ແລະ ສຸຂະພາບໄວຈະເລີນພັນ: A Profile of Lao People’s Democratic Republic, Human Resources for Health Knowledge Hub and Burnet Institute, Sydney, Australia. 10 Dawson, A., T. Howes, N. Gray, and E. Kennedy (2011). ຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກເພື່ອສຸຂະພາບແມ່ ແລະ ເດັກ, ເດັກອອ່ນ ແລະ ສຸຂະພາບໄວຈະເລີນພັນ: A Profile of Lao People’s Democratic Republic, Human Resources for Health Knowledge Hub and Burnet Institute, Sydney, Australia. 11 ຖ້າຫາກການບໍລິການຂອງພະນັກງານເຫຼົ່ານີ້ຫາກສະໝໍ່າສະເໝີ, ມັນຈະສະແດງອອກຢູ່ຈຸດແດງ, ແຕ່ໃນກໍລະນີເສັ້ນດັ່ງກ່າວເຄື່ອນຍ້າຍໄປທາງ ຂວາ, ຕາມເສັ້ນສີຂຽວ. ແຫຼ່ງຂໍ້ມູນ: ກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ກະຊວງສາທາລະນະສຸກ, ສປປ ລາວ (2012). 12 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 3. ການແຈກຢາຍຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກທີ່ບໍໍ່ສະເໝີພາບບໍ່ສາມາດອະທິບາຍໄດ້ ຈາກການຈັ ດ ສັ ນ ງົ ບ ປະມານທີ່ ບໍ່ ແ ທດເໝາະກັ ບ ສະພາບການໃຊ້ ຈ່ າ ຍສໍ າ ລັ ບ ວຽກງານດັ່ ງ ກ່ າ ວພຽງຢ່ າ ງດຽວ, ເຖິງແມ່ນວ່າຈະພົບເຫັນຄວາມສຳພັນກັນຢ່າງຊັດເຈນລະຫວ່າງງົບປະມານການໃຊ້ຈ່າຍຕໍ່ຫົວຄົນ ແລະ ຈຳນວນ ພະນັກງານສາທາລະນະສຸກຢູ່ຂັ້ນແຂວງ ແຕ່ມັນຍັງມີລາຍລະອຽດປີກຍ່ອຍຕ່າງໆອີກເຊັ່ນ ຕົວຢ່າງຢູ່ແຂວງ ຄຳມ່ວນ ຊຶ່ງໃຊ້ງົບປະມານຕໍ່ຫົວຄົນເທົ່າກັບແຂວງຊຽງຂວາງ ແຕ່ສາມາດຮັກສາຈຳນວນພະນັກງານເຊັ່ນ: ທ່ານໝໍ, ພະຍາບານ ຫຼື ຜະດຸງຄັນໄດ້ຫຼາຍກວ່າ ທັງນີ້ກໍ່ອາດຈະມາຈາກບັນດາໂອກາດໃນການຄັດເລືອກ ພະນັກງານແຕ່ລະປະເພດທີ່ແຕກຕ່າງກັນ ຫຼື ອາດເປັນຍ້ອນຄວາມແຕກຕ່າງດ້ານຖານະອາວຸໂສຫຼາຍຫນ້ອຍ ກວ່າກັນ. ດັ່ງນັ້ນຈຶ່ງອາດຈະຕ້ອງມີການຊອກຫາລະບົບການເງິນທີ່ເປັນກາງ ແລະ ເໝາະສົມ ເພື່ອເພີ່ມຈຳນວນ ພະນັກງານໃນຂະແໜງສາທາລະນະສຸກ. ຮູບພາບ 2: ຈໍານວນທ່ານໝໍ, ພະຍາບານ ແລະ ຜະດຸງຄັນຕໍ່ 1,000 ຄົນໃນແຕ່ລະແຂວງ, ຈັດຕາມການໃຊ້ຈ່າຍ ພາກລັດຕໍ່ວຽກງານຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກຢູ່ຂັ້ນແຂວງ ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 13 4. ເຖິງແມ່ນວ່າ ຈຳນວນພະນັກງານສາທາລະນະສຸກຢູ່ລາວຈະມີຈຳນວນຂ້ອນຂ້າງຕໍ່າ, ແຕ່ວ່າສັດສ່ວນການໃຊ້ ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ທີ່ຈ່າຍສຳລັບຄ່າແຮງງານ, ເງິນເດືອນ, ເງິນອຸດໜູນ12ໃນ ສປປ ລາວ ມີເຖິງ 43 ເປີເຊັນ, ນັ້ນແມ່ນທຽບເທົ່າໄດ້ກັບມາດຖານສະເລ່ຍຂອງສາກົນ ແລະ ຂອງພາກພື້ນປາຊີຟິກຕາເວັນ ຕົກຂອງອົງການອານາໄມໂລກ (ຮູບພາບ 3), ຊຶ່ງໃນເມື່ອກ່ອນ ສປປ ລາວ ໄດ້ເຄີຍດຳເນີນການຂຶ້ນເງິນເດືອນ ໃຫ້ພະນັກງານລັດຖະກອນໃນຕົວເລກທີ່ສູງສົມຄວນ. ນີ້ສະແດງໃຫ້ຮູ້ວ່າບັນຫາການຂາດຊັບພະຍາກອນມະ ນຸດໃນຂະແໜງສາທາລະນະສຸກແມ່ນເງົາສະທ້ອນຂອງການສະໜອງງົບປະມານທີ່ບໍ່ພຽງພໍໃຫ້ແກ່ລະບົບສາທາ ລະນະສຸກໃນຂັ້ນຕ່າງໆ ຫຼາຍກວ່າບັນຫາການສະໜອງງົບປະມານທີ່ບໍ່ພຽງພໍຕໍ່ວຽກງານຊັບພະຍາກອນມະນຸດ ໃນຂະແໜງສາທາລະນະສຸກເມື່ອທຽບໃສ່ອົງປະກອບອື່ນໆໃນລະບົບ. ຮູບພາບ 3: ຄ່າແຮງງານ, ເງິນເດືອນ, ເງິນອຸດໜູນຂອງພະນັກງານທຽບເປັນເປີເຊັນຂອງການໃຊ້ຈ່າຍພາກລັດ ຕໍ່ວຽກງານສາທາລະນະສຸກ13 ປີ 2006 5. ໃນປີ 2013 (ພໍດີໃນໄລຍະກ່ອນໜ້າການສຳຫຼວດຄັ້ງນີ້), ລັດຖະບານລາວໄດ້ດຳເນີນການຂຶ້ນເງິນເດືອນ ແລະ ຜົນປະໂຫຍດອື່ນໆໃຫ້ແກ່ລັດຖະກອນລາວ, ດັດສະນີເງິນເດືອນຂອງລັດຖະກອນເພີ່ມຂຶ້ນ 37 ເປີເຊັນ ໃນປີ 2013 ແລະ ມີການຄາດຄະເນວ່າຈະເພີ່ມຂຶ້ນອີກໃນປີ 2014 ແລະ 2015 ຕາມແຜນການຂຶ້ນເງິນເດືອນໃນໄລຍະ 3 ປີຂອງລັດຖະບານ. ກອງທຶນການເງິນສາກົນ (IMF) ໄດ້ລະບຸວ່າ ການຂຶ້ນເງິນເດືອນລັດຖະກອນສອງເທົ່າເຮັດ ໃຫ້ພາກເງິນເດືອນທຽບໃສ່ GDP ເພີ່ມຈາກ 5 ເປີເຊັນ ໃນປີ 2012 ຫາ 10 ເປີເຊັນ ໃນປີ 2013 ຊຶ່ງຖືວ່າລາວກາຍ ເປັນປະເທດທີ່ຢູ່ສູງກວ່າລະດັບສະເລ່ຍໃນກຸ່ມປະເທດສົມທຽບໃນລະດັບສາກົນ. ເຖິງຢ່າງໃດກໍ່ຕາມພະນັກງານ IMF ພົບວ່າລັດຖະກອນຈໍາເປັນຕ້ອງມີລາຍຈ່າຍເພີ່ມຂຶ້ນ ໂດຍສະເພາະແມ່ນລາຍຈ່າຍເພື່ອສຸຂະພາບ. ການ ຂຶ້ນເງິນເດືອນໃນອະນາຄົດຄວນຈະດຳເນີນເປັນໄລຍະ.14 ໃນບົດລາຍງານສະບັບໜຶ່ງຂອງທະນາຄານໂລກ ກ່ ອ ນໜ້ າ ນີ້ ໄ ດ້ ໃ ຫ້ ຂໍ້ ສັ ງ ເກດວ່ າ ເຖິ ງ ແມ່ ນ ວ່ າ ເງິ ນ ເດື ອ ນຂອງພະນັ ກ ງານລັ ດ ຈະຍັ ງ ມີ ລ ະດັ ບ ຕໍ່າກວ່ າ ຕົ ວ ວັ ດ ແທກ ຂອງຄ່າເງິນເດືອນຂອງພາກເອກະຊົນ, ແຕ່ເວລາເອົາເງິນເດືອນ ແລະ ຜົນປະໂຫຍດອື່ນໆ (ຕົວຢ່າງເຊັ່ນ ໂມງການ ແລະ ຜົນປະໂຫຍດຕ່າງໆທີ່ບໍ່ແມ່ນເງິນ) ບວກເຂົ້າໄປ ກໍ່ຈະເຫັນວ່າສ່ວນຕ່າງທີ່ເປັນມູນຄ່າສູງທີ່ພາກເອກະ ຊົນໄດ້ຮັບນັ້ນບໍ່ໄດ້ແຕກຕ່າງຈາກມູນຄ່າທົດແທນທີ່ພາກລັດໄດ້ຮັບທັງໝົດ.15 12 ລວມທັງການໃຊ້ຈ່າຍຢູ່ສູນກາງ ແລະ ແຂວງ 13 ຂໍ້ມູນຂອງອົງການອານາໄມໂລກເຂດ: Hernandez, Patricia, Sigrid Dräger, David B. Evans, T. Tan-Torres Edejer, and Mario R. Dal Poz (2006). “ການວັດແທກການໃຊ້ຈ່າຍສຳລັບພະນັກງານສາທາລະນະສຸກ: ຫລັກຖານ ແລະ ສິ່ງທ້າທາຍ.” ເຈນນີວາ: ອົງການອານາໄມໂລກ. http://www.who.int/entity/hrh/documents/measuring_expenditure.pdf 14 IMF (ທັນເວ 2013). ສປປ ລາວ 2013 ສະບັບທີ IV ການປຶກສາຫາລື. ບົດລາຍງານຂັ້ນປະເທດຂອງ IMF ເລກທີ. 13/369. 15 ທະນາຄານໂລກ (ມິຖຸນາ 2010). ການທົບທວນການໃຊ້ຈ່າຍ ແລະ ອຸດໜູນສຳລັບພະນັກງານ: ການດຶງດູດ ແລະ ຊຸກຍູ້ພະນັກ ງານລັດຖະກອນ. 14 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 6. ອັດຕາສະເລ່ຍຂອງເງິນທົດແທນລາຍເດືອນລວມທັງເງິນອຸດໜູນສໍາລັບພະນັກງານສາທາລະນະສຸກຈໍານວນ 14,189 ຄົນ16 ແມ່ນ 1,290,000 ກີບ ໃນປີ 2012 ຊຶ່ງເທົ່າກັບ 1,933 ໂດລາຕໍ່ປີ (152 ເປີເຊັນ ຂອງ GNNI ຕໍ່ຫົວຄົນ)17. ສະນັ້ນ ມີຄວາມຈຳເປັນວ່າໃນໄລຍະຍາວຈະຕ້ອງໄດ້ເພີ່ມຈຳນວນບຸກຄະລາກອນອີກ ເພື່ອແກ້ໄຂ ການຂາດເຂີນຊັບພະຍາກອນມະນຸດດ້ານສາທາລະນະສຸກ. ບາດກ້າວທໍາອິດໃນນະໂຍບາຍຕ້ອງໄດ້ເອົາໃຈໃສ່ ເພີ່ມປະສິດທິພາບດ້ານວິຊາການແພດ ແລະ ການຈັດສັນບຸກຄະລາກອນ ແລະ ຄຸນນະພາບ ສໍາລັບພະນັກງານ ທີ່ມີຢູ່ໃນປະຈຸບັນພາຍໃຕ້ສະພາບເງິນງົບປະມານໃນປະຈຸບັນ ແລະ ສໍາຄັນແມ່ນບໍ່ຄວນເຮັດໃຫ້ມີຜົນກະທົບໃສ່ ງົບປະມານສໍາລັບຄ່າໃຊ້ຈ່າຍປະຈໍາທີ່ບໍ່ແມ່ນຄ່າແຮງງານ ຊຶ່ງປະຈຸບັນກໍຖືກຫນີບຮັດຢູ່ແລ້ວ18 16 ກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ກະຊວງສາທາລະນະສຸກ, ສປປ ລາວ (ມີນາ 2012). ພະນັກງານສາທາລະນະສຸກທັງໝົດທຸກໆ ປະແພດ ລວມທັງພະນັກງານຊ່ວຍວຽກ. 17 ຕົວຊີ້ວັດການພັດທະນາຂອງໂລກ, 2012. ອັດຕາແລກປ່ຽນແມ່ນ 8,008 ກີບ ຕໍ່ 1 ໂດລາ. 18 ທະນາຄານໂລກ (2015). ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ: ທ່າອ່ຽງລວມ ແລະ ຜົນການສຳຫຼວດສຸກສາລາ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 15 2. ການສຳຫຼວດບຸກຄະລາກອນຢູ່ຂັ້ນສຸກສາລາ 16 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 2.1 ການເລືອກກຸ່ມຕົວຢ່າງ ແລະ ການອອກແບບ 1. ການສຳຫຼວດສຸກສາລາໂດຍໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການຊຸມຊົນໄດ້ຄັດເລືອກ ກຸ່ມສຸກສາລາຕົວຢ່າງທີ່ເປັນຕົວແທນສຸກສາລາທົ່ວປະເທດຈຳນວນ 120 ແຫ່ງໃນທົ່ວປະເທດ (ຮູບພາບ 4) ໃນປີ 2013 ແລະ 2014.19 ການສໍາຫຼວດບໍ່ໄດ້ລວມເອົາໂຮງໝໍ ແລະ ສະຖານທີ່ກວດພະຍາດເອກະຊົນເຂົ້ົ້ານຳ. ໃນແຕ່ລະສຸກສາລາ ໄດ້ມີພະນັກງານ 2 ຄົນ (ໂດຍບໍ່ຈຳກັດຂັ້ນ ແລະ ປະເພດ) ຖືກສຸ່ມເລືອກເພື່ອການສໍາພາດ ໂດຍບໍ່ໃຫ້ປ່ຽນຄົນ ຊຶ່ງໄດ້ມີການສຳພາດພະນັກງານທັງໝົດ 232 ຄົນ.20 ການສໍາຫຼວດໄດ້ເນັ້ນໃສ່ໝວດສະຖິຕິ ບຸກຄະລາກອນ, ການຝຶກອົບຮົມກັບທີ່, ຈຳນວນຊົ່ວໂມງເຮັດວຽກ, ລາຍຮັບ (ລວມທັງລາຍໄດ້ນອກໂມງການ), ຄວາມເພິ່ງພໍໃຈ ແລະ ຄວາມຮູ້ດ້ານອາການສາດ, ຊຶ່ງດຳເນີນການປະເມີນໂດຍການທົດສອບວິທີການບົ່ງມະຕິ ພະຍາດ ແລະ ການສັ່ງຢາ (vignettes of hypothetical cases) ທີ່ກ່ຽວຂ້ອງກັບສຸຂະພາບເດັກ (ການປ້ອງ ກັນ ແລະ ການປິ່ນປົວ), ວຽກແມ່ ແລະ ເດັກ ແລະ ໂພຊະນາການ. ຮູບພາບ 4: ແຜນທີ່ສະແດງໃຫ້ເຫັນເຖິງການຄັດເລືອກສຸກສາລາໃນການສຳຫຼວດນີ້ພາຍໃຕ້ຂໍ້ມູນຄວາມໜາ ແໜ້ນຂອງຊັບພະບາກອນໃນຂະແໜງສາທາລະນະສຸກ21 19 ໃນສຸກສາລາຈຳນວນ120 ແຫ່ງທີ່ຖືກສຳຫຼວດ, 36 ແຫ່ງຢູ່ພາກເໜືອ, 36 ຢູ່ພາກກາງ ແລະ 48 ແຫ່ງຢູ່ພາກໃຕ້. ໃນ120 ແຫ່ງ ນັ້ນ, 81 ແມ່ນຢູ່ຊົນນະບົດ ແລະ 39 ແຫ່ງແມ່ນຢູ່ໃນຕົວເມືອງ. ການເກັບຕົວຢ່າງ: ໃນສຸກສາລາ 120 ແຫ່ງ, 80 ແຫ່ງແມ່ນການ ເລືອກແບບຄາດຄະເນທີ່ ເທົ່າທຽມກັນຈາກການບັນທຶກຂອງກົມປິ່ນປົວ ແລະ ຂໍ້ມູນແມ່ນເກັບກຳແຕ່ເດືອນພຶດສະພາຫາມິຖຸນາ. ການເກັບຕົວຢ່າງນີ້ແມ່ນສົມທົບກັບການ ເກັບຕົວຢ່າງໃນການສຳຫຼວດເທື່ອກ່ອນ ແລະ ນຳໃຊ້ເຄື່ອງມືແບບດຽວກັນເກືອບທັງໝົດ ຊຶ່ງກໍຄືສຸກສາລາຈຳນວນ 40 ແຫ່ງໃນພາກກາງ ແລະ ພາກໃຕ້. ໃນນັ້ນ, ບໍ່ມີດັດສະນີໝາຍທີ່ແຕກຕ່າງກັນ ແລະ ຂໍ້ມູນແມ່ນ ເກັບໃນເດືອນພຶດສະພາ ແລະ ກໍລະກົດ 2013. 20 ມີພະນັກງານແປດຄົນທີ່ຂາດການສຳພາດຍ້ອນເຂົາເຈົ້າອອກຍາມ ຊຶ່ງໄດ້ພະຍາຍາມເຊີນມາສໍາພາດສາມຄັ້ງແລ້ວ ແລະ ສ່ວນໜຶ່ງແມ່ນບໍ່ເຂົ້າ ຮ່ວມການສຳພາດ 21 ສຸກສາລາທີ່ຖືກສຳພາດແມ່ນໝາຍຈຸດແດງ, ຂະໜາດຂອງຈຸດສຸກສາລາແມ່ນທຽບກັບຈຳນວນພະນັກງານສຸກສາລາ. ແຫລ່ງຂໍ້ມູນມາຈາກສະຖິ ຕິຄວາມໜາແໜ້ນຂອງທ່ານໝໍ, ພະຍາບານ ແລະ ຜະດຸງຄັນ, ກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ກະຊວງສາ ທາລະນະສຸກ (ມີນາ 2012). ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 17 2.2 ຄຸນລັກສະນະຂອງບຸກຄະລາກອນຢູ່ຂັ້ນສຸກສາລາ 2. ໂດຍສະເລ່ຍສຸກສາລາແຕ່ລະແຫ່ງຈະມີບຸກຄະລາກອນ 4 ຄົນ, ໃນນັ້ນຈະມີພະນັກງານລັດຖະກອນ 3 ຄົນ ແລະ ອາສາສະໝັກ 1 ຄົນ22 ຫຼື ພະນັກງານສາທາລະນະສຸກສັນຍາຈ້າງໂດຍອົງການຊ່ວຍເຫຼືອຕ່າງປະເທດ ໃຫ້ໄປປະຈຳຢູ່ສຸກສາລາ, ຍ້ອນວ່າສຸກສາລາເຫຼົ່ານີ້ແມ່ນສຸກສາລາຂອງລັດ ດັ່ງນັ້ນ ພະນັກງານສ່ວນຫຼາຍຈະ ແມ່ນແພດຊັ້ນກາງ (30 ເປີເຊັນ) ຫຼື ພະຍາບານວິຊາຊີບ (37 ເປີເຊັນ) ປະຈໍາການຢູ່. 15 ເປີເຊັນ ຂອງພະນັກ ງານສຸກສາລາທັງໝົດແມ່ນຜະດຸງຄັນຊຶ່ງເປັນຜູ້ທີ່ສໍາຄັນໃນການໃຫ້ບໍລິການກວດກ່ອນເກີດ ແລະ ຊ່ວຍເກີດ ແລະ ພຽງແຕ່ 4 ເປີເຊັນຂອງຈໍານວນພະນັກງານທີ່ສຸ່ມເລືອກສໍາພາດທີ່ເປັນທ່ານໝໍປະລິນຍາຕີ (ຮູບພາບ 5). ພະນັກງານສຸກສາລາເກືອບທັງໝົດ (99 ເປີເຊັນ) ມີວຸດທິການສຶກສາຊັ້ນຕົ້ນ, ຊັ້ນກາງ ຫຼື ຊັ້ນສູງ (ຮູບພາບ 6), ໃນນັ້ນແພດຊັ້ນກາງເກືອບທັງໝົດ (87 ເປີເຊັນ) ຖືໃບປະກາດແພດຊັ້ນກາງ, ສ່ວນພະຍາບານແມ່ນຖືໃບປະກາ ດພະຍາບານຊັ້ນກາງ (69 ເປີເຊັນ) ແລະ ພະຍາບານຊັ້ນຕົ້ນ (28 ເປີເຊັນ)23 ຮູບພາບ 5: ພະນັກງານສຸກສາລາຈັດຕາມປະເພດ ຮູບພາບ 6: ພະນັກງານສຸກສາລາຈັດຕາມລະດັບການສຶກສາ ອາສາສະຫມັກໝາຍເຖິງບຸກຄະລາກອນທີ່ເລີ່ມເຮັດວຽກຢູ່ສຸກສາລາເພື່ອລໍຖ້າການແຕ່ງຕັ້ງເປັນພະນັກງານລັດຖະກອນສົມບູນ. 22 23 ມາດຖານຈໍານວນປີການສຶກສາທີ່ກໍານົດໄວ້ສໍາລັບການຝຶກອົບຮົມພະນັກງານສາທາລະນະສຸກມີດັ່ງນີ້: ທ່ານໝໍປະລີນຍາຕີ (6-ປີຮຽນ), ພະຍາ ບານຊັ້ນສູງ (4-ປີຮຽນ), ພະຍາບານວິຊາຊີບ (3-ປີຮຽນ), ຜະດຸງຄັນປະລີນຍາ (4-ປີຮຽນ), ຜະດຸງຄັນວິຊາຊີບ (3-ປີຮຽນ), ຜະດຸງຄັນຊຸຸ ມຊົນ (2-ປີຮຽນ), ແພດຊັ້ນກາງ (3-ປີຮຽນ), ແລະ ບໍ່ແມ່ນແພດຊ່ວຍ (3-ປີຮຽນ). 18 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 3. ໂດຍທົ່ວໄປພະນັກງານສຸກສາລາຈະແມ່ນເພດຍິງທີ່ມີອາຍຸປະມານ 30 ປີ ແລະ ມີວຸດທິການສຶກສາຊັ້ນກາງ ຊຶ່ງຮຽນຈົບ 5 ປີກ່ອນໜ້າທີ່ຈະມີການສຳຫຼວດ ແລະ ໄດ້ເຮັດວຽກຢູ່ສຸກສາລາມາແລ້ວຫຼາຍກວ່າ 4 ປີ. ໃນແຕ່ ລະສຸກສາລາພະນັກງານຜູ້ໜຶ່ງອາດຈະຮັບຜິດຊອບວຽກຫຼາຍຕຳແໜ່ງງານ ສ່ວນຫຼາຍແລ້ວຈະແມ່ນຫົວໜ້າ ຫຼື ຮອງຫົວໜ້າສຸກສາລາ (ຮູບພາບ 7), ຊຶ່ງໄດ້ປະຕິບັດວຽກວິຊາການຫຼາຍຢ່າງ ຕົວຢ່າງໃຫ້ບໍລິກາສຸຂະພາບແມ່ ແລະ ເດັກ ແລະ ຕ້ອງຮັບຜິດຊອບວຽກອື່ນ ເຊັ່ນບໍລິການກອງທຶນຢາໝູນວຽນ. ຫົວໜ້າສຸກສາລາບໍ່ຈໍາເປັນຕ້ອງ ແມ່ນຜູ້ທີ່ມີຄຸນນະວຸດດ້ານການສຶກສາສູງຈຶ່ງໄດ້ເປັນຫົວໜ້າ ແລະ ໃນຕົວຈິງແລ້ວບາງຄົນກໍບໍ່ຈົບລະດັບມັດທະ ຍົມປາຍຊໍ້າ ແຕ່ຖືກຖືວ່າເປັນພະນັກງານທີ່ອາວຸໂສທີ່ສຸດ. ຮູບພາບ 7: ພະນັກງານສຸກສາລາຈັດຕາມຊັ້ນຕໍ່າແໜ່ງ 4. ການປະກອບພະນັກງານຢູ່ສຸກສາລາໃນເຂດຊົນນະບົດ ແລະ ຕົວເມືອງມີຄວາມແຕກຕ່າງໜ້ອຍ24 ໂດຍ ສະເລ່ຍມີ 4.4 ຄົນ ຢູ່ສຸກສາລາກຸ່ມຕົວຢ່າງໃນເຂດຕົວເມືອງ ແລະ ຢູ່ເຂດຊົນນະບົດແມ່ນ 3.8 ຄົນ. ໃນນັ້ນ ເພດຍິງຈະກວມເອົາຈໍານວນຫຼາຍ (71 ເປີເຊັນ) ຂອງພະນັກງານໃນສຸກສາລາທີ່ຢູ່ເຂດຕົວເມືອງ ແລະ ມີຕໍ່າກວ່າ 50 ເປີເຊັນ ໃນສຸກສາລາເຂດຊົນນະບົດ. ພະນັກງານສຸກສາລາທີ່ເປັນຊົນເຜົ່າແມ່ນປະຈໍາການຢູ່ເຂດຊົນນະບົດ (45 ເປີເຊັນ) ຫຼາຍກວ່າເຂດຕົວເມືອງ (29 ເປີເຊັນ). 5. ການແຈກຢາຍໄລຍະປີການເຮັດວຽກແມ່ນມີການຄ້ອຍຕໍ່າລົງໄປທາງບວກ (ຮູບພາບ 8) ຊຶ່ງສະແດງໃຫ້ເຫັນ ວ່າມີການຍົກຍ້າຍພະນັກງານ ຫຼື ປະຈຸບັນມີການເພີ່ມຈໍານວນພະນັກງານຂຶ້ນຫຼາຍ. ໄລຍະປີການປານກາງສໍາ ລັບພະນັກງານລັດຖະກອນທີ່ປະຈຸບັນປະຈໍາການຢູ່ສຸກສາລາແມ່ນ 4.5 ປີ ແຕ່ໄລຍະປີການສະເລ່ຍແມ່ນ 7.0 ປີ. ສຳລັບພະນັກງານອາສາສະມັກທີ່ລໍຖ້າຕຳແໜ່ງເປັນພະນັກງານລັດຖະກອນນັ້ນ ມີໄລຍະລໍຖ້າປານກາງແມ່ນ 1 ປີ (ໄລຍະລໍຖ້າສະເລ່ຍແມ່ນ 1.5 ປີ). 24 ໃນເວລາທຳການສຳຫຼວດແຫ່ງຊາດ, ສູນສະຖິຕິແຫ່ງຊາດກຳນົດສະພາບຕົວເມືອງ ແລະ ຊົນນະບົດຕາມສະພາບຕົວຈິງຂອງແຕ່ລະກໍລະນີ, ແຕ່ບົນພື້້ນຖານເງື່ອນໄຂຫຼາຍຢ່າງເຊັ່ນຂະໜາດຂອງບ້ານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ຍ້ອນສຸກສາ ລາໃຫ້ການບໍລິການຫຼາຍບ້ານ, ເງື່ອນໄຂຂອງບ້ານເຫຼົ່ານັ້ນໄດ້ຖືກນໍາມາໃຊ້ເພື່ອກຳນົດຂັ້ນຂອງສຸກສາລາວ່າຢູ່ໃນຕົວເມືອງ ຫຼື ຊົນນະບົດດ້ວຍເຊັ່ນກັນ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 19 ຮູບພາບ 8: ໄລຍະປີການເຮັດວຽກຢູ່ສຸກສາລາ 2.2.1. ຄວາມສອດຄ່ອງລະຫວ່າງພາສາຊົນເຜົ່າ ແລະ ບົດບາດຍິງຊາຍ 6. ສປປ ລາວ ແມ່ນປະເທດໜຶ່ງທີ່ປະກອບດ້ວຍຊົນເຜົ່າຫຼາຍກວ່າປະເທດອື່ນໃນພາກພື້ນນີ້, ຕາມຕົວເລກຂອງ ສູນກາງແນວລາວສ້າງຊາດ, ລາວມີ 49 ຊົນເຜົ່າ ແລະ ມີ 160 ຊົນເຜົ່າຍ່ອຍ. ຈາກການເລີືອກໃຊ້ວິທີການສຸ່ມ ເລືອກເອົາປະຊາຊົນ 2 ຄົນໃນກຸ່ມປະຊາກອນທີ່ຂຶ້ນກັບ 2 ເຜົ່າຊົນຕ່າງກັນ ເຫັນວ່າດັດສະນີສັດສ່ວນຂອງ ກຸ່ມພາສາຊົນເຜົ່າໃນ ສປປ ລາວ ແມ່ນສູງເຖິງ 0.514.25 ໃນເມື່ອເປັນດັ່ງນັ້ນຈະເຫັນວ່າອັດຕາການຕາຍຂອງ ເດັກໃນທົ່ວປະເທດແມ່ນມີສາຍເຫດສຳຄັນທີ່ມາຈາກວັດທະນະທຳການດຳລົງຊີວິດ ແລະ ລາຍຮັບ, ລາຍຮັບ ທີ່ບໍ່ສະເໝີກັນ, ການສຶກສາຂອງແມ່ຍິງ.26 7. ຕົວຊີ້ວັດການປົກຄຸມດ້ານສາທາລະນະມີຄວາມແຕກຕ່າງກັນຫຼາຍລະຫວ່າງບັນດາກຸ່ມພາສາຊົນເຜົ່າ. ຍົກ ຕົວຢ່າງ 59 ເປີເຊັນ ຂອງແມ່ຍິງທີ່ຫົວໜ້າຄອບຄົວເປັນກຸ່ມພາສາຊົນເຜົ່າລາວ-ໄຕນັ້ນ ໄດ້ຮັບການຊ່ວຍເກີດ ລຸກໂດຍແພດຜູ້ຊໍານານການ, ໃນຂະນະທີ່ມີແຕ່ 21 ເປີເຊັນໃນກຸ່ມພາສາຊົນເຜົ່າມອນ-ຂະແມ ແລະ 18 ເປີເຊັນ ໃນກຸ່ມພາສາຊົນເຜົ່າມົ້ງ-ມ້ຽນມາ ແລະ 18 ເປີເຊັນໃນກຸ່ມພາສາຊົນເຜົ່າຈີນ-ຕິເບດ (ຕາຕະລາງ 2). ອັດຕາການຂາດໂພຊະນາການຊໍາເຮື້ອ (ເຕັ້ຍ) ແລະ ອັດຕາການປົກຄຸມຂອງ DPT3 ກໍມີຄວາມແຕກຕ່າງໄປຕາມ ກຸ່ມພາສາຊົນເຜົ່າ. ຄວາມສຳພັນລະຫວ່າງຊົນເຜົ່າ ແລະ ຄວາມອາດສາມາດ ຂອງພະນັກງານສາທາລະນະສຸກ ທີ່ຈະເວົ້າພາສາຊົນເຜົ່າໃນເຂດປົກຄຸມຂອງສຸກສາໄດ້ອະທິບາຍຢູ່ໃນກ່ອງທີ1. 8. ບົດບາດບິງຊາຍກໍແມ່ນສິ່ງສໍາຄັນໜຶ່ງທີ່ນະໂຍບາຍຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກຕ້ອງ ໄດ້ພິຈາລະນາ, ທັງຝ່າຍຜູ້ຊົມໃຊ້ການບໍລິການ (ຕົວຢ່າງບັນຫາທີ່ເພດຍິງບໍ່ມັກໄປໃຊ້ບໍລິການຢູ່ສຸກສາລາ ແລະ ການໃຊ້ຈ່າຍເພື່ອສຸຂະພາບທີ່ແຕກຕ່າງລະຫວ່າງເພດຍິງ ແລະ ຊາຍ) ແລະ ຝ່າຍຜູ້ໃຫ້ການບໍລິການ27 ບົດລາຍ ງານໄດ້ສະເໜີບາງຕົວເລກຈາກການສໍາຫຼວດທັງສອງຝ່າຍສຳລັບການພິຈາລະນາໃນກ່ອງທີ 2 ໂດຍຖືເອົາປະ ສົບການເປັນຫຼັກ. 25 Alberto Alesina et al. (2003). Fractionalization. Journal of Economic Growth, 8: 155–194. 26 Filmer, D., and L. Pritchett (1997). ການຕາຍຂອງເດັກ ແລະ ການໃຊ້ຈ່າຍໃນຂະແໜງສາທາລະນະສຸກ: ເງິນມີຄວາມໝາຍເທົ່າໃດ? ເອກະສານຄົ້ນຄວ້າດ້ານນະໂຍບາຍ ເລກທີ. 1864, ທະນາຄານໂລກ, ວໍຊິງຕັນ, ດີຊີ. 27 Standing, Hilary (2000). “ບົດບາດຍິງຊາຍ: ມິຕິທີ່ຂາດຫາຍໄປໃນນະໂຍບາຍພັດທະນາຊັບພະຍາກອນມະນຸດ ແລະ ແຜນປັບປຸງສາທາ ລະນະສຸກ. ການພັດທະນາຊັບພະຍາກອນມະນຸດ ສະບັບ (1): 27–42. 20 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ຕາຕະລາງ 2 ອັດຕາການປົກຄຸມ ແລະ ຜົນຮັບດ້ານສາທາລະນະສຸກ ໂດຍຈັດຕາມກຸ່ມພາສາຊົນເຜົ່າ28 ກຸ່ມພາສາຊົນເຜົ່າ ເປີເຊັນຂອງ ຜູ້ຊ່ວຍເກີດ ອັດຕາປົກຄຸມ ອັດຕາການຂາດ ປະຊາກອນ (%) DPT3 ໂພຊະນາການປານກາງ ທົ່ວປະເທດ29 (%) ແລະ ຊໍາເຮື້ອໃນເດັກລຸ່ມ (%) 5 ປີ (%) ລາວ-ໄຕ 66 59 67 33 ມອນ-ຂະແມ 22 21 49 56 ມົ້ງ-ມ້ຽນ 9 18 27 61 ຈີນ-ຕິເບດ 3 18 32 61 28 ແຫລ່ງຂໍ້ມູນຜູ້ຊ່ວຍເກີດ, ອັດດຕາການປົກຄຸມ DPT3 ແລະ ອັດຕາການຂາດໂພຊະນາການຊໍາເຮື້ອ (ເຕັ້ຍ): ການສໍາຫຼວດຕົວຊີ້ວັດດ້ານສັງຄົມ ໃນລາວປີ 2012. 29 ການສຳຫຼວດປະຊາກອນ, 2005. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 21 ກ່ອງ 1: ຄວາມສອດຄ່ອງດ້ານພາສາຊົນເຜົ່າ ສຸກສາລາແມ່ນສະຖານທີ່ບໍລິການສາທາລະນະສຸກພື້ນຖານແຖວໜ້າທີ່ສໍາຄັນ, ຊຶ່ງໃຫ້ບໍລິການສຸຂະພາບແມ່ ແລະ ເດັກທີ່ຈໍາເປັນທັງຢູ່ຊຸມຊົນໃນຕົວເມືອງ ແລະ ຊົນນະບົດໃນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານຊົນ ເຜົ່າ. ການສຳຫຼວດໄດ້ພົບເຫັນວ່າ ພະນັກງານສຸກສາລາໄດ້ສະທ້ອນສະພາບຄວາມຫຼາກຫຼາຍດ້ານຊົນເຜົ່າໃນ ປະເທດຢ່າງຊັດເຈນ, ສຸກສາລາທີ່ມີພະນັກງານເປັນລາວລຸ່ມແມ່ນກວມເອົາ 61 ເປີເຊັນ, 10 ເປີເຊັນ ເປັນ ລາວເທິງ ແລະ 9 ເປີເຊັນ ແມ່ນລາວສູງ ຊຶ່ງສາມາດສົມທຽບກັບຕົວເລກແຫ່ງຊາດທີ່ມີ 55 ເປີເຊັນ, 11 ເປີເຊັນ ແລະ 9 ເປີເຊັນ ຕາມລຳດັບ. ແຕ່ຢ່າງໃດກໍ່ດີ, ຕົວເລກລວມຂອງພະນັກງານທີ່ເປັນຊົນເຜົ່າທີ່ສະແດງໃຫ້ເຫັນ ຕົວເລກລວມແຫ່ງຊາດນັ້ນຍັງມີຄວາມແຕກຕ່າງດ້ານການແຈກຢາຍອີກເຊັ່ນມີພຽງ 56 ເປີເຊັນ ຂອງພະນັກ ງານສຸ ກ ສາລາເທົ່ າ ນັ້ ນ ທີ່ ເ ປັ ນ ຊົ ນ ເຜົ່ າ ດຽວກັ ນ ກັ ບ ເຜົ່ າ ຊົ ນ ທີ່ ມີ ຢູ່ ຫຼ າຍໃນກຸ່ ມ ປະຊາກອນໃນເຂດປົ ກ ຄູ ມ ຂອງ ສຸກສາລາ (ຮູບພາບ 9 ) ນອກນັ້ນ 29 ເປີເຊັນ ແມ່ນເປັນຊົນເຜົ່າທີ່ເປັນກຸ່ມທີສອງ ຫຼື ສາມໃນເຂດປົກຄຸມ. ຄວາມສອດຄ່ອງທາງດ້ານພາສາປາກເວົ້າແມ່ນມີຄວາມສຳຄັນຫຼາຍລະຫວ່າງຜູ້ໃຫ້ບໍລິການ ແລະ ຜູ້ຊົມໃຊ້ ບໍລິການ. ບົດລາຍງານສະບັບນີ້ໄດ້ສະແດງໃຫ້ເຫັນວ່າ 85 ເປີເຊັນ ຂອງພະນັກງານສຸກສາລາສາມາດເວົ້າພາ ສາກາງທີ່ໃຊ້ໃນເຂດປົກຄຸມຂອງສຸກສາລາໄດ້ (ຮູບພາບ 10) ໂດຍສະເພາະແມ່ນພາສາລາວລຸ່ມ, ມີພຽງຈຳ ນວນໜ້ອຍທີ່ສາມາດເວົ້າພາສາອື່ນທີ່ບໍ່ແມ່ນພາສາກາງ. ມີພຽງ 31 ເປີເຊັນ ຂອງພະນັກງານສຸກສາລາທີ່ສາ ມາດເວົ້າພາສາທີສອງທີ່ໃຊ້ໃນຂົງເຂດປົກຄຸມຂອງຕົນ ແລະ ມີພຽງ 7 ເປີເຊັນ ຂອງພະນັກງານສຸກສາລາ ທີ່ ສາມາດເວົ້າພາສາທີສາມໃນເຂດປົກຄຸມ ການສຳຫຼວດຄົວເຮືອນແມ່ນມີຄວາມຈຳເປັນ ເພື່ອຊອກຫາເປີເຊັນ ຄົວເຮືອນທີ່ບໍ່ສາມາດເວົ້າພາສາທີ່ພະນັກງານສາທາລະນະສຸກເວົ້າ, ເພາະວ່າຖ້າຫາກຄວາມສາມາດດ້ານ ພາສາຊົ ນ ເຜົ່ າ ຂອງຜູ້ ໃ ຫ້ ບໍ ລິ ກ ານລຸ ດ ຄວາມສາມາດໃນການເວົ້ າ ພາສາກາງຈະເຮັ ດ ໃຫ້ ກ າຍເປັ ນ ສິ່ ງ ກີ ດ ຂວາງການມາໃຊ້ບໍລິການສາທາລະນະສຸກຂອງກຸ່ມຄົນທີ່ບໍ່ເວົ້າພາສາລາວລຸ່ມ. ນອກຈາກນີ້ ມີ 15 ເປີເຊັນ ຂອງພະນັກງານສຸກສາລາ ແມ່ນບໍ່ມີຄວາມສາມາດໃຊ້ພາສາທີໜຶ່ງຂອງພວກເຂົາ ເພື່ອສື່ສານກັບປະຊາຊົນ ສ່ວນໃຫຍ່ໃນເຂດປົກຄຸມຂອງສຸກສາລາ. ນີ້ບໍ່ແມ່ນການຂາດຄວາມສາມາດໃນການໃຊ້ພາສາຂອງພະນັກງານສຸກສາລາ ເພາະໂດຍທົ່ວໄປແລ້ວ ເກືອບ ເຄິ່ງໜຶ່ງຂອງພະນັກງານສຸກສາລາແມ່ນສາມາດເວົ້າໄດ້ເຖິງສອງພາສາ ຫຼື ຫຼາຍພາສາກວ່ານັ້ນ, ພາສາລາວ ລຸ່ມແມ່ນພາສາທີ່ໃຊ້ຫຼາຍກວ່າໝູ່ໝົດ (96 ເປີເຊັນ) ຕິດຕາມດ້ວຍພາສາຂະມຸ (20 ເປີເຊັນ) ແລະ ພາສາມົ້ງ (17 ເປີເຊັນ) ແຕ່ຢ່າງໃດກໍດີ ຄວາມຫຼາກຫຼາຍທາງດ້ານພາສາໃນເຂດຊົນນະບົດຂອງລາວແມ່ນສິ່ງທ້າທາຍ ໃນຕົວຂອງການໃຫ້ບໍລິການສຸຂະພາບແກ່ປະຊາຊົນ. ການຮັບເອົາພະນັກງານສຸກສາລາທີ່ມາຈາກຊົນເຜົ່າ ທ້ອງຖິ່ນທີ່ມີຈຸດປະສົງຢາກກັບຄືນເຂດເດີມຂອງຕົນເອງສາມາດບັນເທົາປ້ອງກັນຂໍ້ຄ້າງຄານີ້ໄດ້ ແລະ ນະໂຍ ບາຍນີ້ຖືກນຳໃຊ້ໂດຍປະສົບຜົນສຳເລັດໃນຫວຽດນາມ.30 30 Dolea, Carmen (2010). ການເພີ່ມການເຂົ້າຫາພະນັກງານສາທາລະນະສຸກໃນເຂດຊົນນະບົດ ແລະ ຕົວເມືອງໂດຍການຮັກສາພະນັກ ງານໄວ້: ຂໍ້ສະເໜີແນະກ່ຽວກັບນະໂຍບາຍສຳລັບທຸກປະເທດ, ອົງການອານາໄມໂລກ, ເຈນີວາ 22 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ຮູບພາບ 9: ຄວາມສອດຄ່ອງດ້ານຊົນເຜົ່າລະຫວ່າງພະນັກງານສຸກສາລາ ແລະ ປະຊາຊົນໃນເຂດປົກຄຸມ ຮູບພາບ 10: ຄວາມສອດຄ່ອງດ້ານພາສາລະຫວ່າງພະນັກງານສຸກສາລາ ແລະ ປະຊາຊົນໃນເຂດປົກຄຸມ ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 23 ກ່ອງ 2: ຂອບເຂດທາງດ້ານບົດບາດຍິງຊາຍ ຂອບເຂດທາງດ້ານບົດບາດຍິງຊາຍສາມາດເບິ່ງໄດ້ຈາກ 2 ມຸມມອງຄື: ມຸມມອງທີໜຶ່ງ ທາງຝ່າຍຜູ້ຊົມໃຊ້ຊຶ່ງ ໂດຍທົ່ວໄປແລ້ວ ເວລາທີ່ແມ່ຍິງຖືພາມີຄຳຖາມວ່າລາວສາມາດມາໃຊ້ບໍລິ ການນຳແພດໝໍທີ່ເປັນເພດຍິງໄດ້ ຫຼື ບໍ່ ຫຼື ມຸມມອງທີສອງຄືຄວາມສະເໝີພາບໃນການບັນຈຸເອົາເພດຍິງເຂົ້າເປັນພະນັກງານ. ມຸມມອງເບື້ອງຄົນເຈັບ, ບົດລາຍງານສະບັບນີ້ໄດ້ພົບເຫັນວ່າພະນັກງານສຸກສາລາຜູ້ທີ່ສາມາດຊ່ວຍເກີດ ໄດ້ (ຢູ່ສຸກສາລາ ຫຼື ຢູ່ເຮືອນປະຊາຊົນ) ໃນໄລຍະສາມເດືອນກ່ອນການທໍາການສຳຫຼວດນີ້ແມ່ນເປັນເພດ ຊາຍ, ໂດຍສະເພາະແພດຊັ້ນກາງ ຫຼື ພະຍາບານຊາຍເປັນຜູ້ໃຫ້ການຊ່ວຍເກີດ. ນີ້ແມ່ນເຫດການທີ່ບໍ່ໜ້າ ຈະເກີດຂຶ້ນເລື້ອຍໆ ເພາະວ່າພະນັກງານສຸກສາລາສ່ວນຫຼາຍແມ່ນເປັນເພດຍິງ ໂດຍສະເພາະຜະດຸງຄັນ ຫຼື ຜູ້ທີ່ຖືກຮັບຜິດຊອບວຽກແມ່ ແລະ ເດັກ (ຕາຕະລາງ 3). ການຊົມໃຊ້ການບໍລິການສຸຂະພາບແມ່ ແລະ ເດັກແມ່ນຍັງຕໍ່າຢູ່ ສປປ ລາວ ໂດຍສະເພາະແມ່ນການໃຊ້ບໍລິການກັບຜູ້ຊຳນານການແມ່ນມີພຽງ 31 ເປີເຊັນ ຢູ່ໃນເຂດຊົນນະບົດ. ສອງປັດໄຈຫຼັກກໍແມ່ນອຸປະສັກທາງດ້ານວັດທະນະທຳ ແລະ ຂາດການພິຈາລະນາ ຄວາມອ່ອນໄຫວທາງດ້ານບົດບາດຍິງຊາຍໃນການໃຫ້ບໍລິການສຸຂະພາບແມ່ ແລະ ເດັກ. ການພິຈາລະນາ ໃຫ້ມີການຝຶກອົບຮົບວຽກແມ່ ແລະ ເດັກໃຫ້ແກ່ພະນັກງານສາທາລະນະສຸກທີ່ເປັນເພດຍິງອາດຊ່ວຍໃຫ້ແມ່ ຍິງຖືພາມີທາງເລືອກວ່າຈະໄປຮັບບໍລິການຢູ່ບ່ອນທີ່ມີແພດຊ່ວຍເກີດທີ່ເປັນເພດຍິງ. ກ່ຽວກັບບັນຫາທາງດ້ານບົດບາດຍິງຊາຍ ແລະ ການບັນຈຸພະນັກງານ ບົດລາຍງານສະບັບນີ້ເຫັນວ່າ ພະນັກງານສຸກສາລາ 57 ເປີເຊັນ ແມ່ນເພດຍິງ ແຕ່ຜົນຕອບແທນລວມແມ່ນຕໍ່າທຽບກັບພະນັກງານເພດ ຊາຍ ເຖິງແມ່ນອາຍຸການຂອງເຂົາເຈົ້າຈະຕໍ່າກວ່າເພດຊາຍສາມປີກໍຕາມ (ຕາຕະລາງ 3) ບາງຕຳແໜ່ງ ແລະ ປະເພດແມ່ນເປັນຂອງເພດຍິງ ເຊັ່ນ ຜະດຸງຄັນ ແລະ ພະນັກງານແມ່ ແລະ ເດັກ ແຕ່ຜົນຕອບແທນທີ່ ໃຫ້ເຂົາເຈົ້າແມ່ນຕໍ່າກວ່າເພດຊາຍ (ຊຶ່ງເປັນແພດຊັ້ນກາງ ແລະ ພະນັກງານຜະດຸງຄັນ) ເຖິງວ່າຈະໄດ້ຊັ້ນ ຫຼື ຕຳແໜ່ງເທົ່າກັນກໍຕາມ ມີການສະເໜີແນະວ່າ ສ່ວນຫຼາຍແລ້ວແມ່ຍິງຈະມີຕຳແໜ່ງເປັນຮອງຫົວໜ້າສຸກ ສາລາ. ພະນັກງານສຸກສາລາທີ່ເປັນເພດຍິງໂດຍທົ່ວໄປແລ້ວຈະມີພື້ນຖານການສຶກສາສູງກວ່າເພດຊາຍ ເພດຍິງ 77 ເປີເຊັນ ແມ່ນມີວຸດທິການສຶກສາຊັ້ນກາງ ໃນຂະນະທີ່ເພດຊາຍມີພຽງ 64 ເປີເຊັນ ແຕ່ວ່າພະນັກ ງານເພດຍິງທີ່ມີວຸດທິການສຶກສາຊັ້ນຕົ້ນແມ່ນ 18 ເປີເຊັນ ຂະນະທີ່ເພດຊາຍແມ່ນ 25 ເປີເຊັນ. ຫຼາຍສິ່ງທີ່ພົບເຫັນ ແລະ ກ່າວມານັ້ນອາດຈະສາມາດອະທິບາຍໄດ້ວ່າໃນເວລາຜ່ານມາສຸກສາລາສ່ວນໃຫຍ່ ປະກອບມີພະນັກງານເພດຊາຍເປັນຫຼັກ ແຕ່ວ່າປະຈຸບັນມີພະນັກງານທີ່ໄດ້ຮັບການສຶກສາສູງເຂົ້າມາຕື່ມ ຫຼາຍຂຶ້ນ ແລະ ກໍແມ່ນເພດຍິງເປັນສ່ວນຫຼາຍ ແລະ ກຸ່ມເພດຍິງໄດ້ຖືກບັນຈຸຫຼາຍຂຶ້ນ. ຊຶ່ງຫາກເປັນໄດ້ແນວ ນັ້ນແທ້ນະໂຍບາຍການປະຕິຮູບນີ້ກໍ່ຈະໄດ້ຖືກນໍາໃຊ້ 24 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ຕາຕະລາງ 3: ຂອບເຂດບົດບາດຍິງຊາຍຂອງພະນັກງານສຸກສາລາ ປະເພດຂອງພະນັກງານ ເປີເຊັນຂອງ ຄ່າທົດແທນສະເລ່ຍ31 ຄ່າກາງຂອງຈໍານວນປີ ສາທາລະນະສຸກ ເພດຍິງ (%) ຂອງພະນັກງານເພດຍິງ ການຂອງພະນັກງານ ຕໍາແໜງງານ (ກີບ) (% ຂອງຄ່າທົດແທນ ເພດຍິງ (ປີ) (ທຽບໃສ່ປີ ໃນສຸກສາລາ ສະເລ່ຍຂອງພະນັກງານ ການຂອງເພດຊາຍ) ເພດຊາຍ) ຕໍາແໜງງານ ຕໍາແໜງງານໃນ ໃນສຸກສາລາ ສຸກສາລາ ຕໍາແໜງງານໃນສຸກສາລາ ຫົວໜ້າສຸກສາລາ 37 1,723,000 (102) 6.5 (9.8) ຮອງຫົວໜ້າສຸກສາລາ 58 1,446,000 (93) 15.2 (7.6) ແມ່ ແລະ ເດັກ 87 1,167,00032 3.3 ກອງທຶນຢາໝູນວຽນ 54 1,490,000 (210) 4.3 (4.3) ລະດັບພະນັກງານ ແພດຊັ້ນກາງ 56 1,300,000 (84) 3.3 (6.5) ພະຍາບານວິຊາຊີບ 56 1,250,000 (110) 4.3 (5.4) ແພດຊ່ວຍ 51 1,595,000 (115) 4.3 (16.3) ຜະດຸງຄັນ 77 1,500,000 (89) 9.8 (9.8) ທັງໝົດ 57 1,363,000 (100) 4.3 (7.6) ບໍ່ໄດ້ຮວມເອົາລາຍຮັບເພີ້ມເຕີມທີ່ໄດ້ມາຈາກກິດຈະກຳນອກສຸກສາລາ. 31 ມີພຽງພະນັກງານແມ່ ແລະ ເດັກ 5 ຄົນທີ່ເປັນອາສາສະໝັກ. 32 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 25 2.3 ການແຈກຢາຍບຸກຄະລາກອນຢູ່ຂັ້ນສຸກສາລາ 9. ມີຄວາມບໍ່ສະເໝີພາບໃນການແຈກຢາຍແຮງງານຂອງພະນັກງານສຸກສາລາ ຄືດັ່ງທີ່ເຫັນຢູ່ຮູບເສັ້ນໂຄ້ງ ລໍເຣັນ (Lorenz) ( ຮູບພາບ 11 ) ທີ່ສະແດງການແຈກຢາຍພະນັກງານຂັ້ນສຸກສາລາ (ໃນທຸກຕຳແໜ່ງ ແລະ ທຸກປະເພດ ) ໃນເຂດຕົວເມືອງ ແລະ ຊົນນະບົດ. ຄວາມບໍ່ສະເໝີພາບດັ່ງກ່າວບໍ່ພຽງແຕ່ແມ່ນການສະທ້ອນໃຫ້ ເຫັນສະພາບການແຈກຢາຍພະນັກງານລະຫວ່າງຕົວເມືອງ ແລະ ຊົນນະບົດເທົ່ານັ້ນ, ຍັງສະແດງໃຫ້ເຫັນວ່າຢູ່ ໃນເຂດຊົ ນ ນະບົ ດ ປະຊາຊົ ນ ທີ່ ຂ າດໂອກາດໃນການເຂົ້ າ ເຖິ ງ ການບໍ ລິ ກ ານຈະໄດ້ ຮັ ບ ການບໍ ລິ ກ ານຈາກພະນັ ກ ງານສຸກສາລາພຽງແຕ່ 26 ເປີເຊັນເທົ່ານັ້ນ. ຢູ່ເຂດຕົວເມືອງ, ປະຊາຊົນທີ່ຂາດ ໂອກາດໃນການເຂົ້າຫາການບໍ ລິການຈະໄດ້ຮັບການບໍລິການຈາກ ພະນັກງານສຸກສາລາພຽງແຕ່ 28 ເປີເຊັນເຊັ່ນກັນ. ເວົ້າອີກຢ່າງໜຶ່ງ, ການ ແຈກຢາຍບຸກຄະລາກອນສາທາລະນະສຸກທີ່ບໍ່ສະເໝີພາບກັນຫຼັກໆບໍ່ພຽງແຕ່ທີ່ເກີດຢູ່ລະຫວ່າງຕົວເມືອງ ແລະ ຊົນນະບົດເທົ່ານັ້ນ ທີ່ສະທ້ອນໃຫ້ເຫັນປະສິດທິພາບດ້ານການຈັດສັນພະນັກງານສໍາລັບການບໍລິການສາທາລະ ນະສຸກ. ຮູບພາບ 11: ເສັ້ນໂຄ້ງ ລໍເຣັນ (Lorenz Curve) ສໍາລັບການແຈກຢາຍພະນັກງານສຸກສາລາທຽບໃສ່ປະຊາ ກອນໃນເຂດປົກຄຸມຂອງສຸກສາລາ ເສັ້ນໂຄ້ງ Lorenz ແລະ ຕົວຄູນ GINI ສາມາດນໍາໄປວັດແທດຄວາມບໍ່ສະໝໍ່າສະເໝີໃນການແຈກຢາຍພະນັກງານຕາມສະພາບພຸມສັນຖານ. 33 Munga, Michael A., and Ottar Mæstad (2009). “ການວັດແທກຄວາມບໍ່ສະໝໍ່າສະເໝີໃນການແຈກຢາຍພະນັກງານ: ກໍລະນີຂອງປະເທດທານຊາເນຍ.” ຊັບພະຍາກອນມະນຸດດ້ານສາທາລະນະສຸກ, 7 (1): 4. doi:10.1186/1478-4491-7-4; and Soucat, Agnes, Richard Scheffler, and Tedros Adhanom Ghebreyesus, eds (2013). ຕະລາດແຮງງານພະນັກງານສາທາລະນະສຸກໃນ ອາຟລິກາ: ໂສມໜ້າໃໝ່ເທິງວິກິດການ. ທະນາຄານໂລກ. http://elibrary.worldbank.org/doi/book/10.1596/978-0-8213-9555-4. 26 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 10. ມີສິ່ງທີ່ໜ້າສົນໃຈພໍສົມຄວນຫາກສົມທຽບໃສ່ກັບສິ່ງທີ່ພົບເຫັນໃນປະເທດທານຊາເນຍ (Tanzania) ຍ້ ອ ນການແຈກຢາຍຂອງບຸ ກ ຄະລະກອນສາທາລະນະສຸ ກ ໃນຊົ ນ ນະບົ ດ ມີ ຄ ວາມສະເໝີ ພ າບກັ ນ ຫຼ າ ຍກວ່ າ ໃນເຂດຕົວເມືອງ, ໃນຂະນະທີ່ຢູ່ ສປປ ລາວ, ຈະພົບເຫັນວ່າມີທ່າອ່ຽງທີ່ກົງກັນຂ້າມ ເພາະວ່າການແຈກ ຢາຍບຸ ກ ຄະລາກອນທີ່ ບໍ່ ສ ະເໝີ ພ າບຢູ່ ສຸ ກ ສາລາໃນເຂດຊົ ນ ນະບົ ດ ແມ່ ນ ມີ ສູ ງ ກວ່ າ ສຸ ກ ສາລາໃນຕົ ວ ເມື ອ ງ. ລັກສະນະດັ່ງກ່າວນີ້ໝາຍວ່າ 27 ເປີເຊັນ ຂອງພະນັກງານສຸກສາລາແມ່ນຖືກຈັດສັນໃຫ້ບໍລິການພຽງແຕ່ 5 ເປີເຊັນຂອງປະຊາຊົນໃນເຂດຊົນນະບົດ ຊຶ່ງມີຄວາມຈໍາເປັນຕ້ອງສຶກສາປະເດັນນີ້ເພີ່ມຕື່ມອີກ. ນອກນັ້ນພະນັກ ງານຍັງມີການສະເໜີແນະຕື່ມອີກວ່າການແຈກຢາຍຊັບພະຍາກອນໃນຂະແໜງສາທາລະນະສຸກໃນ ສປປ ລາວ ຍັງບໍ່ສະເໝີພາບ (GINI ມີພຽງ 0.16 ຢູ່ຂັ້ນແຂວງ) ເມື່ອສົມທຽບໃສ່ທານຊາເນຍ (GINI ແມ່ນ 0.229 ຢູ່ຂັ້ນ ເມືອງແຕ່ມີເນື້ອທີ່ເທົ່າກັບແຂວງໃນປະເທດລາວ) ເບິ່ງຕາຕະລາງ 4. ຕາຕະລາງ 3: ຄ່າຕົວຄູນຄົງທີ່ GINI ສຳລັບການແຈກຢາຍພະນັກງານສາທາລະນະສຸກຢູ່ ສປປ ລາວ ແລະ ທານຊາເນຍ ຕົວຄູນຄົງທີ່ GINI ສປປ ລາວ ທານຊາເນຍ34 0 =ສະເໝີພາບສົມບູນ; 1=ບໍ່ສະເໝີພາບສົມບູນ ສຸກສາລາທັງຢູ່ໃນເຂດຊົນນະບົດແລະຕົວເມືອງ 0.363 - ສຸກສາລາໃນເຂດຊົນນະບົດຢ່າງດຽວ 0.392 - ສຸກສາລາໃນເຂດຕົວເມືອງຢ່າງດຽວ 0.306 - ບັນດາແຂວງຢູ່ໃນ ສປປ ລາວ (ລວມທັງນະຄອນຫຼວງວຽງຈັນ) ຫຼື ບັນດາ ເມືອງໃນເຂດຊົນນະບົດ ແລະ ເຂດພັດທະນາໃນທານຊາເນຍ35 0.15836 0.229 ເມືອງຊົນນະບົດຢ່າງດຽວ - 0.110 ເມືອງພັດທະນາຢ່າງດຽວ - 0.225 34 Munga, et al. (2009). 35 ປະເທດທານຊາເນຍມີ 169 ເມືອງ ແລະ ມີປະຊາຊົນ 49 ລ້ານ (≈290,000 ຄົນຕໍ່ເມືອງ); ລາວມີ17 ແຂວງລວມທັງ ນະຄອນຫຼວງມີປະຊາຊົນ 6.8 ລ້ານ (≈400,000 ຕໍ່ແຂວງ). 36 ຄາດຄະເນໂດຍຜູ້ຂຽນ. ແຫລ່ງຂໍ້ມູນ: ກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ກະຊວງສາທາລະນະສຸກ, ສປປ ລາວ (2012). ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 27 2.4. ລາຍຮັບຂອງບຸກຄະລາກອນຢູ່ຂັ້ນສຸກສາລາ 11. ລາຍຮັບຂອງບຸກຄະລາກອນຢູ່ຂັ້ນສຸກສາລາ, ໝາຍເຖິງຈຳນວນເງິນທີ່ໄດ້ມາຈາກເງິນເດືອນ ແລະ ລາຍຮັບອື່ນໆ ຊຶ່ງໄດ້ຮັບປະມານ 1,599,000ກີບ ( ຫຼື ປະມານ 149 ເປີເຊັນ ຂອງລາຍຮັບຕໍ່ຫົວຄົນຕໍ່ເດືອນ37 ຫຼື ເທົ່າກັບ 123 ເປີເຊັນ ໂດຍບໍ່ໄດ້ລວມລາຍຮັບອື່ນໆ) ເຊິ່ງໃນນັ້ນປະກອບດ້ວຍລາຍລະອຽດຄື 1,187,000 ກີບແມ່ນມາຈາກເງິນເດືອນ, 131,000 ມາຈາກເງິນເບັ້ຍລ້ຽງ ແລະ 282,000 ຈາກລາຍຮັບອື່ນໆ (ເຊິ່ງລວມ ທັງເງິນທີ່ໄດ້ຈາກການປະຕິບັດວິຊາການແພດວຽກນອກໂມງການ). ໂດຍບໍ່ຄິດໄລ່ລາຍຮັບທີ່ໄດ້ຈາກແຫຼ່ງອື່ນ ແລ້ວ. ພື້ນຖານເງິນເດືອນນີ້ແມ່ນເກືອບເທົ່າກັບເງິນເດືອນຂອງພະນັກງານຂະແໜງສາທາລະນະສຸກໃນປີ 2012 ແລະ ເກືອບເທົ່າກັບລາຍຮັບສະເລ່ຍຄົວເຮືອນ 4 ເທົ່າຂອງຄອບຄົວໃນເຂດທະວີບອາຟລິກາ (ຂະນະທີ່ ສະມາຊິກສະເລ່ຍໃນຄົວເຮືອນແມ່ນມີ 5.2 ຄົນ38) ຊຶ່ງຄ່າສະເລ່ຍເງິນເດືອນແມ່ນໃນລະດັບ 30 ຫາ40 ເທົ່າຂອງ GNI ຕໍ່ຫົວຄົນ.39 ເຖິງແມ່ນວ່າລາຍຮັບຂອງພະນັກງານສຸກສາລາທີ່ປະຈຳການຢູ່ໃກ້ເຂດຕົວເມືອງ ແລະ ຊົນ ນະບົດຈະມີລັກສະນະຄ້າຍຄຽງກັນຫຼາຍກໍຕາມ (ຮູບພາບ 12), ແຕ່ວ່າສ່ວນປະກອບຂອງມັນພັດມີຄວາມແຕກ ຕ່າງກັນ ພະນັກງານຢູ່ເຂດຊົນນະບົດມີເງິນເດືອນພື້ນຖານຫຼາຍກວ່າແຕ່ພັດມີແຫຼ່ງລາຍຮັບເສີມຕໍ່າກວ່າຫາກ ສົມທຽບກັບພະນັກງານທີ່ຢູ່ໃນຕົວເມືອງ. ຮູບພາບ 12 ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບແລະ ແຫຼ່ງລາຍຮັບ ແລະ ບ່ອນປະຈຳການ 37 ຕົວຊີ້ວັດການພັດທະນາຂອງໂລກ, 2014. 38 ການສໍາຫຼວດຕົວຊີ້ວັດດ້ານສັງຄົມໃນລາ, 2012. 39 McCoy, David, Sara Bennett, Sophie Witter, Bob Pond, Brook Baker, Jeff Gow, Sudeep Chand, Tim Ensor, and Bar- bara McPake (2008). “ເງິນເດືອນ ແລະ ລາຍຮັບຂອງພະນັກງານແພດຢູ່ເຂດຕອນລຸ່ມຊາຮາລາອາຟລິການ” The Lancet, 371 (9613): 675–81. 28 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 12. ອີງຕາປະເພດຂອງພະນັກງານສຸກສາລາ, ທ່ານໝໍປະລິນຍາຕີຈະມີເງິນເດືອນສູງກວ່າໝູ່ ແລະ ພະຍາບານ ຈະມີເງິນເດືອນຕໍ່າກວ່າ. ເຖິງແມ່ນວ່າໃນພາບລວມແລ້ວ, ເງິນເດືອນຂອງເຂົາເຈົ້າຈະມີລະດັບຄວາມແຕກຕ່າງ ບໍ່ສູງກໍຕາມ, ແຕ່ນີ້ອາດຊີ້ບອກເຖິງທິດທາງສໍາລັບການປັບປຸງຕໍ່ໜ້າ (ຮູບພາບ 13). ເງິນອຸດໜູນ ແລະ ລາຍໄດ້ ເສີມຈາກແຫຼ່ງອື່ນໆແມ່ນສ່ວນປະກອບທີ່ສຳຄັນຕໍ່ລາຍຮັບລວມຂອງພະນັກງານ. ຮູບພາບ 13 ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບ ແລະ ແຫຼ່ງລາຍຮັບ ແລະ ຕາມປະເພດ 13. ສະພາບຂອງເງິນເດືອນຂອງພະນັກງານດັ່ງກ່າວແມ່ນມີຄວາມສະເໝີພາບໜ້ອຍກວ່າກັນໃນເວລາຄິດໄລ່ ເຖິງສະພາບການເປັນພະນັກງານຂອງເຂົາເຈົ້າເຊັ່ນວ່າພະນັກງານອາສາສະມັກແມ່ນມີລາຍຮັບໜ້ອຍກວ່າເຖິງ ໜຶ່ງສ່ວນສາມຂອງພະນັກງານລັດຖະກອນ (ຮູບພາບ 14). ເງິນເດືອນຂອງອາສາສະມັກແມ່ນເທົ່າກັບໜຶ່ງສ່ວນ ສີ່ຂອງລາຍຮັບເສີມທີ່ພະນັກງານລັດຖະກອນໄດ້ຮັບຈາກແຫຼ່ງອື່ນ. ຮູບພາບ 14: ລາຍຮັບປະຈໍາເດືອນຂອງບຸກຄະລາກອນຂັ້ນສຸກສາລາໂດຍແບ່ງຕາມແຫຼ່ງລາຍຮັບ ແລະ ຕາມ ສະຖານະພາບການຈ້າງງານ ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 29 ກ່ອງ 3: ລາຍຮັບຈາກການປະຕິບັດວິຊາການແພດນອກໂມງການ ແລະ ລາຍຮັບເສີມ ເກືອບເຄິ່ງຫນຶ່ງຂອງພະນັກງານສຸກສາລາ (40 ເປີເຊັນ) ແມ່ນມີລາຍຮັບເສີມຊຶ່ງເປັນລາຍຮັບສ່ວນບຸກຄົນ (ເຊິ່ງບໍ່ແມ່ນລາຍຮັບທີ່ມາຈາກສະມາຊິກອຶ່ນໆພາຍໃນຄອບຄົວ) ທີ່ບໍ່ແມ່ນມາຈາກການເຮັດວຽກຢູ່ສຸກສາລາ. ຖືວ່າເປັນກໍລະນີສະເພາະສຳລັບ ສປປ ລາວ, ເພາະມີໜ້ອຍກວ່າ 2 ເປີເຊັນ ທີ່ເຂົາເຈົ້າມີລາຍຮັບຈາກການປະ ຕິບັດວິຊາການແພດນອກໂມງການ ເຖິງແມ່ນວ່າຈະບໍ່ມີການກີດກັ້ນທາງດ້ານນິຕິກຳໃດໆເລີຍຕໍ່ການທີ່ເຂົາ ເຈົ້າໃຫ້ບໍລິການສາທາລະນະສຸກແບບເປັນເອກະຊົນນອກໂມງລັດຖະການ,40 ສະພາບນີ້ແມ່ນແຕກຕ່າງກັບ ປະເທດອື່ນໆ ເຊັ່ນ ຢູ່ປະເທດກຳປູເຈຍລາຍຮັບເກືອບ 90 ເປີເຊັນ ແມ່ນໄດ້ມາການປະຕິບັດວິຊາການແພດ ນອກໂມງການຈາກການບໍລິການແບບເປັນເອກະຊົນ, ທີ່ອິນໂດເນເຊຍ 70 ເປີເຊັນ ຂອງພະນັກງານລັດທີ່ ເຮັດວຽກຢູ່ສະຖານທີ່ບໍລິການ (Pukesma) ແມ່ນໄດ້ເງິນຈາກການປະຕິບັດວິຊາການແພດນອກໂມງການ, ທີ່ຫວຽດນາມ 84 ເປີເຊັນຂອງລາຍຮັບ ແມ່ນຂຶ້ນກັບການປະຕິບັດວິຊາການແພດນອກໂມງການ.41 ເຖິງແມ່ນ ວ່ າ ຈະບໍ່ ມີ ຫຼັ ກ ຖານຕົ ວ ຈິ ງ ອັ ນ ຈະແຈ້ ງ ມາຢັ້ ງ ຢື ນ ປະເດັ ນ ນີ້ ກໍ ຕ າມແຕ່ ກ ານປະຕິ ບັ ດ ວິ ຊ າການແພດນອກໂມງ ການທີ່ຕໍ່າໃນ ສປປ ລາວ ກໍອາດຈະແມ່ນຍ້ອນຄວາມຕ້ອງການໃນການປິ່ນປົວດູແລພະຍາບານຂັ້ນຕົ້ນອາດ ຈະບໍ່ສູງຢູ່ໃນເຂດຊົນນະບົດ ດັ່ງນັ້ນແຫຼ່ງລາຍຮັບເສີມຂອງພະນັກງານສຸກສາລາຈຶ່ງແມ່ນມາຈາກການເຮັດ ວຽກກະສິກຳ ຫຼື ການຄ້າຂາຍຍ່ອຍອື່ນໆເປັນຫຼັກ. ພະນັ ກ ງານສຸ ກ ສາລາລາຍງານວ່ າ ເຂົ າ ເຈົ້ າ ຈໍ າ ເປັ ນ ຕ້ ອ ງຊອກຫາລາຍຮັ ບ ເສີ ມ ກໍ ຍ້ ອ ນວ່ າ ລາຍຮັ ບ ທີ່ ໄ ດ້ ມ າ ໃນປັດຈຸບັນນັ້ນແມ່ນບໍ່ພຽງພໍ (88 ເປີເຊັນ) ເຖິງແມ່ນວ່າຂໍ້ມູນຂອງເງິນເດືອນ ແລະ ເງິນອຸດໜູນສໍາລັບພະນັກ ງານສຸກສາລາທີ່ມີລາຍຮັບເສີມ ຫຼື ບໍ່ຈະເທົ່າກັນກໍຕາມ (ຮູບພາບ 15) ສໍາລັບຜູ້ທີ່ມີລາຍຮັບເສີມ, ສະເລ່ຍ ລາຍຮັບເພີ່ມຕື່ມແມ່ນ 712, 000 ກີບ. ສະເລ່ຍເວລາທີ່ເຮັດວຽກນອກສຸກສາລາແມ່ນ 12.9 ຊົ່ວໂມງຕໍ່ອາທິດ. ຮູບພາບ 15: ລາຍຮັບພະນັກງານສຸກສາລາໂດຍແບ່ງຕາມລາຍຮັບ ແລະ ແຫຼ່ງລາຍຮັບລະຫວ່າງຜູ້ທີ່ມີ ຫຼື ບໍ່ມີລາຍຮັບເສີມ ສາມາດບັນລຸກົດໝາຍການປີ່ນປົວ (2005). 40 ອົງການອານາໄມໂລກ ແລະ ອື່ນໆ. (2013). “ການເຮັດວຽກສອງຢ່າງໄປພ້ອມກັນຂອງພະນັກງານສາທາລະນະສຸກໃນອາຊີໃຕ້ ແລະ ອາຊີຕາ 41 ເວັນອອກ: ຜົນກະທົບ ແລະ ນະໂຍບາຍທາງເລືອກ” http://iris.wpro.who.int/handle/10665.1/5284. 30 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 2.5 ການຝຶກອົບຮົມກັບທີ່ໃຫ້ແກ່ບຸກຄະລາກອນຢູ່ຂັ້ນສຸກສາລາ 14. ເກືອບເຄິ່ງໜຶ່ງ (44 ເປີເຊັນ) ຂອງພະນັກງານສຸກສາລາແມ່ນບໍ່ໄດ້ເຂົ້າຮ່ວມການຝຶກອົບຮົມກັບທີ່ (ຮູບພາບ 17), ແລະ ມີພຽງແຕ່ 40 ເປີເຊັນ ເທົ່ານັ້ນທີ່ໄດ້ໄປຮັບການຝຶກອົບຮົມວິຊາຕ່າງໆໃນປີທີ່ຜ່ານມາ. ຫົວຂໍ້ສໍາຄັນທີ່ ພະນັກງານສຸກສາລາໄດ້ຮັບຝຶກອົບຮົມແມ່ນກ່ຽວກັບ (i) ໂພຊະນາການ ແລະ ການຕິດຕາມການຈະເລີນເຕີບໂຕ ຂອງເດັກ, (ii) ການວາງແຜນຄອບຄົວ, (iii) ການຮັກສາສຸຂະພາບກ່ອນເກີດ ແລະ ຫຼັງເກີດ (ຕາຕະລາງ 16). ສະ ຖານະພາບການຝຶກອົບຮົມໃຫ້ແກ່ພະນັກສຸກສາລາໃນເມືອງ ແລະ ຊົນນະບົດ ແມ່ນບໍ່ມີຄວາມແຕກຕ່າງກັນຫຼາຍ, ພະນັກງານສຸກສາລາໃນເຂດຕົວເມືອງລາຍງາຍວ່າ 46 ເປີເຊັນ ແມ່ນບໍ່ໄດ້ຮັບການຝຶກອົບຮົມກັບທີ່ໃດໆເລີຍ ຂະນະທີ່ສຸກສາລາໃນເຂດຊົນນະບົດແມ່ນ 42 ເປີເຊັນ ບໍ່ໄດ້ຮັບການຝຶກອົບຮົມດັ່ງກ່າວ. 15. ການລົງທຶນໃສ່ການຝຶກອົບຮົມກ່ຽວກັບວິທີການບໍລິການສຸຂະພາບພື້ນຖານທີ່ສໍາຄັນຕ່າງໆໃຫ້ແກ່ພະນັກ ງານທີ່ຮັບຜິດຊອບວຽກບໍລິການທີ່ສໍາຄັນເຫຼົ່ານັ້ນຍັງບໍ່ທັນພຽງພໍ, ຕົວຢ່າງ: 67 ເປີເຊັນ ຂອງພະນັກງານສຸກສາ ລາຜູ້ທີ່ໄດ້ຊ່ວຍເກີດຢູ່ສຸກສາລາລາຍງານວ່າໃນໄລຍະ 03 ເດືອນ ຜ່ານມາແມ່ນບໍ່ເຄີຍໄດ້ຮັບການຝຶກອົບຮົມ ກັບທີ່ດ້ານຄວາມສາມາດລະດັບພື້ນຖານໃນການຊ່ວຍເກີດທີ່ຈໍາເປັນ ແລະ ການຊ່ວຍຊີວິດເດັກເກີດໃໝ່ເລີຍ (ຮູບພາບ 17) ເຊັ່ນດຽວກັບ 67 ເປີເຊັນ ຂອງພະນັກງານສຸກສາລາທີ່ໃຫ້ການຮັກສາ ແລະ ປິ່ນປົວພະຍາດໄຂ້ຍຸງ ກໍບໍ່ໄດ້ຮັບການຝຶກອົບຮົມໃດໆເລີຍໃນໄລຍະ 03 ເດືອນ ຜ່ານມາ. ຮູບພາບ 16: ການຝຶກອົບຮົມກັບທີ່ໃນປີທີ່ຜ່ານມາ. ຮູບພາບ 17: ການຝຶກອົບຮົມທີ່ບໍ່ເຄີຍໄດ້ຮັບໃນໄລຍະຜ່ານມາ ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 31 2.6 ຄວາມເພິ່ງພໍໃຈຂອງບຸກຄະລາກອນຢູ່ຂັ້ນສຸກສາລາ 16. ພະນັກງານສຸກສາລາສ່ວນໃຫຍ່ສະແດງຄວາມເພິ່ງພໍໃຈຂອງຕົນຕໍ່ວຽກງານທີ່ເຂົາເຈົ້າຮັບຜິດຊອບ, ໂດຍ ສະເພາະແມ່ນວຽກທີ່ກ່ຽວກັບການພົວພັນກັບຊຸມຊົນ (ຮູບພາບ 18). ທັດສະນະດັ່ງກ່າວແມ່ນມີຄວາມສຳຄັນຫຼາຍ ແລະ ສິ່ງທີ່ເຮັດໃຫ້ພະນັກງານສຸກສາລາເພິ່ງພໍ່ໃຈຕໍ່ວຽກງານບໍ່ຄວນຖືກຖືເບົາ, ການນໍາຂັ້ນສູງຂອງກະຊວງສາ ທາລະນະສຸກຄວນເຫັນຄວາມສຳຄັນດັ່ງກ່າວ ເພາະມັນມີຄວາມສຳຄັນທີ່ຈະເຮັດໃຫ້ຮັກສາພະນັກງານໄວ້ໄດ້ ແລະ ເປັນເຫດຜົນທີ່ຖືກຕ້ອງທີ່ກ່ຽວຂ້ອງກັບຄຸນນະພາບຂອງການປະຕິບັດວຽກງານ ແລະ ເຮັດໃຫ້ພະນັກງານ ມີແຮງຈູງໃຈໃນການເຮັດວຽກຂອງເຂົາເຈົ້າ. ຮູບພາບ 18: ປັດໄຈທີ່ມີຜົນກະທົບໃສ່ຄວາມເພິ່ງພໍໃຈຂອງພະນັງການສຸກສາລາ 17. ແຕ່ຢ່າງໃດກໍຕາມ, ການກຽມພ້ອມໃນການໃຫ້ບໍລິການ (ການມີຢາຄົບຖ້ວນ, ອຸປະກອນ ແລະ ສະຖານທີ່ໃຫ້ ບໍລິການ) ການໃຫ້ສິ່ງທົດແທນ (ເງິນເດືອນ, ຜົນປະໂຫຍດ ແລະ ໂອກາດທີ່ຈະຖືກສົ່ງເສີມໃຫ້ໄດ້ຕຳແໜ່ງສູງ ຂຶ້ນ) ແມ່ນປັດໄຈສຳຄັນທີ່ພະນັກງານສຸກສາລາຍັງບໍ່ມີຄວາມເພິ່ງພໍໃຈ (ຮູບພາບ 19). ນີ້ສະແດງໃຫ້ເຫັນວ່າຄຸນ ຄ່າໃນການລົງທຶນນັ້ນພຽງແຕ່ຍົກລະດັບການກຽມພ້ອມສຳລັບການໃຫ້ບໍລິການຍັງເຮັດໃຫ້ພະນັກງານມີຄວາມ ເພິ່ງພໍໃຈຕໍ່ວຽກງານຂອງເຂົາເຈົ້ານຳ. ສິ່ງທີ່ພົບກ່ຽວກັບປະເດັນຄວາມບໍ່ເພິ່ງພໍໃຈທີ່ນອກເໜືອບັນຫາກ່ຽວກັບ ເງິນເດືອນນີ້ກໍແມ່ນຖືກພົບເຫັນແບບດຽວກັນນີ້ໃນບົດລາຍງານອື່ນໆ42 ຮູບພາບ 19: ປັດໄຈທີ່ພະນັກງານບໍ່ມີຄວາມເພິ່ງພໍໃຈ Khamlub et al. (2013). “ຄວາມເພິ່ງພໍໃຈດ້ານວິຊາຊີບຂອງພະນັກງານສາທາລະນະສຸກຢູ່ຂັ້ນສຸກສາລາໃນເຂດນະຄອນຫຼວງ ແລະ ແຂວງບໍ 42 ລິຄຳໄຊ, ສ ປປ ລາວ.” Nagoya Journal of Medical Science, 75 (3-4): 233–41. 32 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 2.7 ຜະລິດຕະພາບ ແລະ ປະສິດທິພາບຂອງບຸກຄະລາກອນຢູ່ຂັ້ນສຸກສາລາ 18. ພະນັກງານສຸກສາລາຢູ່ ສປປ ລາວ ແມ່ນຍັງບໍ່ໄດ້ຖືກນຳໃຊ້ຢ່າງເຕັມສ່ວນ ພະນັກງານໜຶ່ງຄົນກວດຄົນເຈັບ ເຂດນອກໂດຍສະເລ່ຍມີພຽງແຕ່ 5.6 ເທື່ອຄົນຕໍ່ວັນ (ຕົວເລກກາງແມ່ນ 4 ເທື່ອຄົນຕໍ່ວັນ), ເຖິງວ່າຕົວເລກມາດ ຖານຂອງຊົ່ວໂມງເຮັດວຽກທັງໝົດຈະແມ່ນ 40 ຊົ່ວໂມງຕໍ່ອາທິດ, 05 ມື້ຕໍ່ອາທິດ (ຕົວເລກສະເລ່ຍແມ່ນ 54.6 ຊົ່ວໂມງ ແລະ 5.4 ມື້ຕໍ່ອາທິດ) (ຮູບພາບ 20) ກົງກັນຂ້າມຢູ່ປະເທດ ທານຊາເນຍຕົວເລກກາງຂອງໃຫ້ບໍລິການ ເທື່ອຄົນຕໍ່ມື້ຕໍ່ພະນັກງານໜຶ່ງຄົນແມ່ນ 14 ເທື່ອຄົນຕໍ່ມື້43 ສະນັ້ນເຖິງແມ່ນວ່າພະນັກງານຈະໄດ້ຮັບຄ່າທົດແທນ ແຮງງານທີ່ຂ້ອນຂ້າງຕໍ່າ ແຕ່ເມື່ອນໍາຄິດໄລ່ເປັນຕົ້ນທຶນດ້ານຄ່າແຮງງານຂອງການກວດເຂດນອກຢູ່ລາວໃນແຕ່ ລະຄັ້ງແມ່ນສູງຮອດ 13,500 ກີບຕໍ່ຄັ້ງ.44 ຮູບພາບ 20: ຈໍານວນເທື່ອກວດເຂດນອກຂອງພະນັກງານສຸກສາລາຕໍ່ຄົນຕໍ່ວັນ 19. ສ່ວນໜຶ່ງຂອງອັດຕາການໃຫ້ບໍລິການຕໍ່ານີ້ ອາດແມ່ນຜົນສະທ້ອນຂອງການແຈກຢາຍພະນັກງານທີ່ບໍ່ສະ ເໝີພາບລະຫວ່າງເຂດຕົວເມືອງ ແລະ ຊົນນະບົດຢູ່ ສປປ ລາວ, ເນື່ອງຈາກວ່າອັດຕາການຊົມໃຊ້ການບໍລິການ ກວດເຂດນອກມີຕໍ່າຢູ່ແລ້ວ (0.44 ຕໍ່ຄົນຕໍ່ປີໃນປີ 2012)45 ຈຶ່ງຈະຕ້ອງແກ້ໄຂອຸປະສັກໃນການເຂົ້າເຖິງການ ບໍລິການຂອງຝ່າຍຜູ້ຊົມໃຊ້ ເຊັ່ນ ບັນຫາພຶດຕິກໍາໃນການເລືອກໃຊ້ການບໍລິການເພື່ອສຸຂະພາບ, ຄວາມເຊື່ອ ໝັ້ນຂອງປະຊາຊົນຕໍ່ຄຸນນະພາບການບໍລິການ, ອຸປະສັກດ້ານການເງິນ, ການເຂົ້າເຖິງສະຖານທີ່ບໍລິການ, ວັດທະນະທໍາ ແລະ ອຸປະສັກອື່ນໆ. ການຂາດເຂີນພະນັກງານທີ່ຮຸນແຮງ ໂດຍສະເພາະໃນເຂດຊົນນະບົດຫ່າງ ໄກມີສ່ວນກ່ຽວຂ້ອງກັບອັດຕາການຊົມໃຊ້46 ສະຖານທີ່ບໍລິການຕໍ່ານີ້ ຊຶ່ງມັນກໍແມ່ນຜົນພ່ວງມາຈາກອຸປະສັກໃນ ການເຂົ້າເຖິງການບໍລິການຂອງຝ່າຍຜູ້ຊົມໃຊ້. 43 Soucat, Agnes, Richard Scheffler, and Tedros Adhanom Ghebreyesus, eds (2013). ຕະຫຼາດແຮງງານພະນັກງານສາທາລະ ນະສຸກໃນອາຟລິກາ: ມິຕິໃໝ່ເທິງສະພາບວິກິດການ, ທະນາຄານໂລກ. http://elibrary.worldbank.org/doi/book/10.1596/978-0- 8213-9555-4. 44 ໃນກຸ່ມຕົວຢ່າງນີ້, ພະນັກງານສາທາລະນະສຸກທຸກຄົນທີ່ລາຍງານວ່າລາວໄດ້ທຳການປີ່ນປົວຄົນເຈັບແມ່ນຖືກຮວມເຂົ້າໃນການວິເຄາະນີ້. 45 ລະບົບຂໍ້ມູນຂ່າວສານ, 2011-2012, ກະຊວງສາທາລະນະສຸກ ສປປ ລາວ. 46 Kanchanachitra et al. (2011). ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 33 20. ອີກຢ່າງໜຶ່ງຍັງພົບເຫັນວ່ານອກຈາກພະນັກງານຈະບໍ່ພຽງພໍແລ້ວເຂົາເຈົ້າຍັງຕ້ອງໃຊ້ເວລາເຖິງ 15 ເປີເຊັນ ທີ່ມີຢູ່ສໍາລັບການຕື່ມແບບຟອມ, ຂຽນບົດລາຍງານ ແລະ ຕິດຕາມວຽກງານອື່ນໆ, ເຊິ່ງຄາດຄະເນວ່າຕົກເປັນ ປະມານ 8.7 ຊົ່ວໂມງຕໍ່ອາທິດໂດຍສະເລ່ຍ (ຮູບພາບ 21). ຄຽງຄູ່ກັບບັນຫາທີ່ພະນັກງານໃຫ້ບໍລິການຕໍ່າ, ພາ ລະໃນການເຮັ ດ ວຽກບໍ ລິ ຫ ານນີ້ ອ າດສົ່ ງ ຜົ ນ ກະທົ ບ ເຖິ ງ ການບໍ ລິ ກ ານຢູ່ ສຸ ກ ສາລາຍ້ ອ ນວ່ າ ພະນັ ກ ງານທີ່ ຕ້ ອ ງ ໃຊ້ເວລາເກືອບທັງໝົດໃສ່ວຽກປິ່ນປົວ ໂດຍສະເພາະແພດຊັ້ນກາງແລະຜະດຸງຄັນ (ຮູບພາບ 22), ພັດຍັງຕ້ອງ ຮັບຜິດຊອບວຽກບໍລິຫານນໍາອີກ. ໃນນັ້ນແພດຊັ້ນກາງໃຊ້ເວລາ 10 ຊົ່ວໂມງ ສຳລັບວຽກບໍລິຫານໃນຂະນະທີ່ ເຂົາເຈົ້າໃຊ້ເວລາ 54 ຊົ່ວໂມງຕໍ່ອາທິດ ສຳລັບວຽກກວດສຸຂະພາບຂອງປະຊາຊົນ. ຖ້າເບິ່ງໃນມຸມຂອງເງິນເດືອນ ຈະເຫັນວ່າວຽກງານບໍລິຫານກວມເອົາ 341,000 ກີບ ຕໍ່ເດືອນຕໍ່ພະນັກງານສຸກສາລາ 01 ຄົນ. ໃນສະພາບລວມ ທີ່ການສະໜອງບຸກຄະລາກອນສາທາລະນະສຸກທີ່ບໍ່ພຽງພໍ, ການນໍາໃຊ້ເວລາເຖິງໜຶ່ງສ່ວນເຈັດຂອງເວລາຂອງ ພະນັກງານສາທາລະນະສຸກໃນວຽກຕື່ມແບບຟອມ, ລາຍງານ ແລະ ວຽກງານຕິດຕາມອື່ນໆ ອາດຈະເປັນການ ຮຽກຮ້ອງທີ່ຫຼາຍເກີນໄປສໍາລັບພວກເຂົາ. ຮູບພາບ 21: ການນຳໃຊ້ເວລາໃນການເຮັດວຽກຂອງພະນັກງານສຸກສາລາ ຮູບພາບ 22: ການນຳໃຊ້ເວລາເຮັດວຽກຂອງພະນັກງານສຸກສາລາແບ່ງຕາມປະເພດ 34 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ກ່ອງ 4: ສຸກສາລາຢູ່ ສປປ ລາວ ມີປະສິດທິພາບຫຼາຍຊໍ່າໃດ ? ການວິໄຈໝວດຂໍ້ມູນລວມ47 ເປັນວິທີທີ່ນຳໃຊ້ສຳລັບປະເມີນປະສິດທິພາບຂອງສະຖານທີ່ບໍລິການ ຊຶ່ງອີງໃສ່ ການວັດແທກການລົງທຶນ ແລະ ຜົນໄດ້ຮັບ. ຍ້ອນວ່າການວິໄຈນີ້ມີຄວາມຈໍາກັດດ້ານຂໍໍ້ມູນ ສະນັ້ນຂໍ້ມູນດ້ານ ການລົງທຶນແມ່ນໃຊ້ພຽງແຕ່ຈໍານວນພະນັກງານສຸກສາລາທັງໝົດ ແລະ ຂໍ້ມູນຜົນໄດ້ຮັບ (ທັງບໍລິການຄົງທີ່ ແລະ ເຄື່ອນທີ່) ແມ່ນນັບເອົາການເກີດລູກ, ການສັກຢາກັນພະຍາດ, ການກວດເຂດນອກ ແລະ ການປິ່ນປົວ ຄົນເຈັບນອນ. ໂດຍການນໍາໃຊ້ການວິໄຈໝວດຂໍ້ມູນລວມມາວິເຄາະຂໍ້ມູນການສໍາຫຼວດສຸກສາລາ ພົບວ່າໂດຍລວມແລ້ວ ຄະ ແນນປະສິດທິພາບການປະຕິບັດງານຂອງສຸກສາລາມີພຽງແຕ່ 0.45 ຊຶ່ງສຸກສາລາໃນເຂດຊົນນະບົດຈະມີປະ ສິດທິພາບຫຼາຍກວ່າສຸກສາລາໃນເຂດຕົວເມືອງໜ້ອຍໜຶ່ງ, ຜົນຂອງການສໍາຫຼວດນີ້ຈະເຫັນວ່າມີຄວາມແຕກ ຕ່າງກັບຕົວເລກຂອງຕ່າງປະເທດທີ່ໃຊ້ວິທີການວິໄຈໝວດຂໍ້ມູນລວມແບບດຽວກັນນີ້ ເຊັ່ນຕົວຢ່າງປະເທດ ເຄນຢາມີຄະແນນປະສິດທິພາບສະເລ່ຍຂອງສຸກສາລາຂອງລັດແມ່ນ 0.73 ໃນຂະນະທີ່ຄະແນນປະສິດທິ ພາບສະເລ່ຍຂອງໂຮງໝໍເມືອງຂອງລັດໃນປະເທດຊໍາເບຍ ແມ່ນ 0.63 (0.73 ຢູ່ໂຮງໝໍເມືອງຂອງເອກະຊົນ), ນີ້ສະແດງໃຫ້ເຫັນວ່າ ຄວນມີການປັບປຸງປະສິດທິພາບການນຳໃຊ້ສຸກສາລາໃນ ສປປ ລາວ (ຕາຕະລາງ 5). ການວິເຄາະເພື່ອຊອກຫາລະດັບຂອງປະສິດທິພາບ ແລະ ສາຍເຫດຂອງປະສິດທິພາບຕໍ່ານັ້ນສາມາດຈັດຕັ້ງ ປະຕິບັດໄດ້ ແຕ່ວ່ານັ້ນບໍ່ໄດ້ຢູ່ໃນກອບການສຶກສາໃນບົດລາຍງານສະບັບນີ້. ຕາຕະລາງ 5: ຜົນໄດ້ຮັບຈາກ ການວິໄຈໝວດຂໍ້ມູນລວມ ຂອງສຸກສາລາໃນ ສປປ ລາວ ແລະ ປະເທດທີ່ ດຳເນີນການສົມທຽບ. ເລກໝາຍສະຖິຕິທີ່ໃຊ້ໃນການວິໄຈໝວດຂໍ້ມູນລວມ ສຸກສາລາໃນ ໂຮງໝໍເມືອງ ສຸກສາລາຂອງ 0 = ບໍ່ມີປະສິດທິພາບ 1=ມີປະສິດທິພາບ ສປປ ລາວ ໃນຊໍາເບຍ ລັດໃນເຄນຢາ48 ເປີເຊັນປະສິດທິພາບຂອງສະຖານທີ່ບໍລິການ 9 40 56 ຄະແນນປະສິດພາບສະເລ່ຍ 0.45 0.67 0.73 ຄະແນນກາງດ້ານປະສິດທິພາບ 0.38 0.66 - ຄ່າຜິດດ່ຽງມາດຕະຖານ 0.22 0.33 - ຄະແນນປະສິດທິພາບຕໍ່າສຸດ 0.18 0.23 - ຄະແນນປະສິດທິພາບສະເລ່ຍ (ສຸກສາລາເຂດຊົນນະບົດ) 0.47 - - ຄະແນນປະສິດທິພາບສະເລ່ຍ (ສຸກສາລາຕົວເມືອງ) 0.41 - - ຄະແນນປະສິດທິພາບສະເລ່ຍ (ສະຖານບໍລິການຂອງລັດ) 0.45 0.63 0.73 ຄະແນນປະສິດທິພາບສະເລ່ຍ (ສະຖານບໍລິການຂອງເອກະ ຊົນ ແລະ ສາດສະໜາ) - 0.73 - ຮູບພາບ 23: ການແຈກຢາຍຄະແນນປະສິດທິພາບທາງດ້ານວິຊາການແພດຢູ່ຂັ້ນສຸກສາລາ 47 Masiye, Felix (2007). “ການຄົ້ນຄວ້າກ່ຽວກັບປະສິດທິພາບຂອງລະບົບສາທາລະນະສຸກ: ການນຳໃຊ້ລະບົບປະເມີນຜົນແບບ ການວິໄຈ ໝວດຂໍ້ມູນລວມ (Data Envelopment Analysis) ທີ່ໂຮງໝໍປະເທດຊຳເບຍ.” BMC Health Services Research, 7 (1): 58. doi:10.1186/1472-6963-7-58. 48 Kirigia, Joses M., Ali Emrouznejad, Luis G. Sambo, Nzoya Munguti, and Wilson Liambila (2004). “ການນຳ ໃຊ້ການວິໄຈໝວດ ຂໍ້ມູນລວມໃນການວັດແທກປະສິດທິພາບທາງດ້ານວິຊາການຂອງສູນສຸຂະພາບທີ່ປະເທດເຄນຢາ.” Journal of Medical Systems, 28 (2): 155–66. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 35 2.8 ຄວາມສາມາດຂອງບຸກຄະລາກອນຢູ່ຂັ້ນສຸກສາລາ 21. ໂດຍການນຳໃຊ້ວິທີວິເຄາະຂໍ້ມູນຈາກການທົດສອບວິທີການບົ່ງມະຕິພະຍາດ ແລະ ການສັ່ງຢາ (ການຂຽນ ໃສ່ເຈ້ຍນ້ອຍ ແລະ ຕັດສິນຄໍາຕອບໂດຍຜູ້ຊ່ຽວຊານ) ກັບພະນັກງານສຸກສາລາ49 ເຫັນວ່າ 56 ເປີເຊັນ ຂອງພະ ນັກງານສຸກສາລາທີ່ຖາມຄົນເຈັບກ່ຽວກັບການລ້ຽງລູກດ້ວຍນົມແມ່, 72 ເປີເຊັນ ຖາມກ່ຽວກັບການປະຕິບັດການ ໃຫ້ອາຫານເສີມ ແລະ 21 ເປີເຊັນ ຖາມກ່ຽວກັບສຸຂາພິບານ ແລະ ອານາໄມ ໃນເວລາທີ່ດຳເນີນການປຶກສາຫາ ລືກັບເຂົາເຈົ້າກ່ຽວກັບການຕິດຕາມການຈະເລີນເຕີບໂຕຂອງເດັກ (ຕາຕະລາງ 6). ຄໍາຖາມເຫຼົ່ານີ້ແມ່ນມີຄວາມ ສຳຄັນຫຼາຍຕໍ່ການຮັບຮູ້ກ່ຽວກັບການລ້ຽງດູເດັກນ້ອຍ ແລະ ເດັກອ່ອນ ຍ້ອນວ່າອັດຕາການຂາດໂພຊະນາການ ຊຳເຮື້ອ ຫຼື ເຕັ້ຍ (44 ເປີເຊັນ ຂອງເດັກລຸ່ມ 5 ປີ) ແລະ ນໍ້າໜັກລຸດມາດຕະຖານ (27 ເປີເຊັນ ຂອງເດັກລຸ່ມ 5 ປີ) ແມ່ນສູງຫຼາຍໃນ ສປປ ລາວ.50 ເຖິງແມ່ນວ່າສາຍເຫດຂອງການຂາດໂພຊະນາການຈະມາຈາກຫຼາຍຂະແໜງ ການກໍຕາມ ແຕ່ວ່າຂະແໜງສາທາລະນະສຸກແມ່ນຂະແໜງທີ່ໃຫ້ຄວາມຮູ້ກ່ຽວກັບໂພຊະນາການ ແລະ ຈຸລະສານ ອາຫານເສີມທີ່ສໍາຄັນແກ່ປະຊາຊົນເຊັ່ນ: ວິຕາມິນ A, ຢາຂ້າແມ່ທ້ອງ ແລະ ທາດເຫຼັກ. 22. ພະນັກງານສຸກສາລາເກືອບໝົດທຸກຄົນໄດ້ທຳການຊັ່ງນໍ້າໜັກ ແລະ ແທກລວງສູງຂອງເດັກ ແລະ ສາມາດ ອະທິບາຍຕາຕະລາງການຂະຫຍາຍຕົວຂອງເດັກໄດ້ ແຕ່ບໍ່ມີພະນັກງານຫຼາຍຄົນປານໃດໄດ້ໃຫ້ວິທີແກ້ໄຂສາຍ ເຫດທີ່ສົ່ງຜົນຕໍ່ບັນຫາການຈະເລີຍເຕີບໂຕຂອງເດັກ. ມີພຽງ 1 /3 ຂອງພະນັກງານທີ່ໄດ້ໃຫ້ວິຕາມິນ A ຫຼື ຢາຂ້າ ແມ່ທ້ອງແກ່ເດັກ ແລະ 42 ເປີເຊັນ ເທົ່ານັ້ນ ທີ່ອາດຈະໃຫ້ຄຳແນະນຳກ່ຽວກັບສຸຂາພິບານ ແລະ ສຸຂະອານາໄມ. 23. ຄວາມເປັນຫ່ວງອີກອັນໜຶ່ງກໍແມ່ນ ໃນເຂດທີ່ມີເດັກຂາດໂພຊະນາການຊຳເຮື້ອ (ເຕັ້ຍ) ສູງນັ້ນ ພະນັກງານກໍບໍ່ ໄດ້ປິ່ນປົວແກ່ເດັກນ້ອຍເທົ່າທີ່ຄວນ, ທັງນີ້ກໍອາດແມ່ນຍ້ອນຢູ່ເຂດທີ່ມີເດັກຂາດໂພຊະນາການຊໍາເຮື້ອ (ເຕັ້ຍ) ຫຼາຍ ເຮັດໃຫ້ພະນັກງານພິຈາລະນະວ່າເດັກທີ່ຂາດໂພຊະນາການຊໍາເຮື້ອນັ້ນແມ່ນເດັກ “ປົກກະຕິ” ສຳລັບເຂົາເຈົ້າ. 24. ພະນັກງານສຸກສາລາທີ່ໄດ້ໃຫ້ການບໍລິການກ່ຽວກັບການຕິດຕາມການຈະເລີນເຕີບໂຕແກ່ເດັກໃນໄລຍະ 03 ເດືອນ ທີ່ຜ່ານມາມີຄະແນນລວມສູງກວ່າຄະແນນສະເລ່ຍພຽງເລັກຫນ້ອຍ, ສິ່ງນີ້ແມ່ນໄດ້ອະທິບາຍຕາມຕາ ຕະລາງໃນເອກະສານຊ້ອນທ້າຍ. ຕາຕະລາງ 6: ຄວາມຮູ້ດ້ານໂພຊະນາການທີ່ພະນັກງານສຸກສາລາໃຊ້ໃນການຕິດຕາມການຈະເລີນເຕີບໂຕຂອງ ເດັກ ວິທີວິທະຍາໄດ້ອະທິບາຍແລ້ວໃນກ່ອງ 5. 49 ການສໍາຫຼວດຕົວຊີ້ວັດດ້ານສັງຄົມໃນລາວປີ 2012 50 36 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 25. ຄວາມຮູ້ກ່ຽວກັບການສັກຢາກັນພະຍາດສຳລັບພະນັກງານສຸກສາລາໂດຍທົ່ວໄປແມ່ນດີສົມຄວນ, ຫຼາຍ ກວ່າສາມສ່ວນສີ່ຂອງພະນັກງານສຸກສາລາແມ່ນຮູ້ກ່ຽວກັບອາຍຸຂອງເດັກທີ່ຕ້ອງໄດ້ຮັບການສັກຢາຄົບໃນສາມ ຂອງສີ່ ຮ ອບສັ ກ ຢາປົ ກ ກະຕິ ແຕ່ ກ ານນໍ າ ໃຊ້ ຄ ວາມຮູ້ ໃ ນປື້ ມ ແນະນໍ າ ຂອງອົ ງ ການອານາໄມໂລກກ່ ຽ ວກັ ບ ການຊັກຢາກັນພະຍາດວ່າຕ້ອງຊັກ ຫຼື ບໍ່ຊັກຢານັ້ນແມ່ນອ່ອນ (ຕາຕະລາງ 7). ພະນັກງານໜ້ອຍກວ່າເຄິ່ງໜຶ່ງອາດ ຈະສັກຢາໃຫ້ເດັກທີ່ມີໄຂ້ເລັກຫນ້ອຍ, ເນື່ອງຈາກວ່າປື້ມແນະນໍາຂອງອົງການອານາໄມໂລກລະບຸວ່າ ທຸກໆ ກໍລະນີໄຂ້ເລັກໜ້ອຍເຊັ່ນ ລະບົບຫາຍໃຈອັກເສັບ ຫຼື ຖອກທ້ອງ ທີ່ມີອຸນນະພູມຕໍ່າກວ່າ 38.5 ອົງສາ C ບໍ່ເປັນ ອັດຕະລາຍທີ່ຈະໃຫ້ຢາວັກແຊງ ສະນັ້ນສາມາດສັກຢາກັນພະຍາດໃຫ້ໄດ້51 ການມີປື້ມຄູ່ມືການສັກຢາກັນພະ ຍາດຢູ່ສຸກສາລາ (85 ເປີເຊັນ ຂອງສຸກສາລາແມ່ນມີປື້ມຄູ່ມືນີ້) ແມ່ນເຮັດໃຫ້ຄະແນນຂອງຄວາມສາມາດດ້ານ ການຊັກຢາກັນພະຍາດນີ້ສູງຂຶ້ນ. ຕາຕະລາງ 7: ຄວາມຮູ້ກ່ຽວກັບການຊັກຢາກັນພະຍາດ ແລະ ຕາຕະລາງກໍານົດເວລາສັກຢາກັນພະຍາດ. 26. ຄວາມຮູ້ພື້ນຖານກ່ຽວກັບການປິ່ນປົວອາການຂາດນໍ້າຮຸນແຮງໃນເດັກທີ່ຖອກທ້ອງ ໂດຍການໃຫ້ນໍ້າທາງ ຫຼອດເລືອດ ແລະ ຢາ ORS ແມ່ນສົມເຫດສົມຜົນ. ຫຼາຍກວ່າສາມສ່ວນສີ່ຂອງພະນັກງານສາທາລະນະສຸກສາ ມາດໃຫ້ຄໍາຕອບໄດ້ຕໍ່ກໍລະນີທົດສອບທີ່ໄດ້ສອບຖາມໄປ (ຕາຕະລາງ 8), ໃນການປະຕິບັດເພື່ອລຸດຜ່ອນອັດຕາ ການຕາຍຂອງເດັກທີ່ສູງເຖິງ 71 ເປີເຊັນ ຕໍ່ການເກີດມີຊີວິດ 1,00052 ຄູ່ມືການຄຸ້ມຄອງ ແລະ ປິ່ນປົວເດັກແບບ ເຊື່ອມສານ (IMCI) ແມ່ນມີຄະແນນສູງຂຶ້ນ ແຕ່ໃນທາງປະຕິບັດແລ້ວເຂົາເຈົ້າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ການໃຫ້ຢາຕ້ານເຊື້ອ (ທາງປາກ ຫຼື ສັກ) ແມ່ນບໍ່ເໝາະສົມປານໃດຈາການນໍາໃຊ້ວິທີວັດແທກແບບການຕົກລົງ (DELPHI) ແຕ່ມີພຽງສ່ວນໜ້ອຍທີ່ຕອບໄດ້ຈາກການຖາມ. ອົງການອານາໄມໂລກ (2004). ການດຳເນີນການສັກຢາກັນພະຍາດ. 51 ຕົວຊີ້ວັດການພັດທະນາຂອງໂລກ (2013). 52 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 37 ຕາຕະລາງ 8: ຄວາມຮູ້ກ່ຽວກັບການຄຸ້ມຄອງແບບເຊື່ອມການປິ່ນປົວເດັກທີ່ຖອກທ້ອງ ແລະ ຂາດນໍ້າຮຸນແຮງ 27. ຄວາມຮູ້ກ່ຽວກັບການປິ່ນປົວຂັ້ນພື້ນຖານສໍາລັບແມ່ຍິງທີ່ມີເລືອດໄຫຼບໍ່ຢຸດຫຼັງຄອດແມ່ນອ່ອນ. ອັດຕາ ການຕາຍຂອງແມ່ແມ່ນສູງເຖິງ 220 ຕໍ່ 100,000 ຄົນເກີດມີຊີວິດ ແລະ ເລືອດໄຫຼບໍ່ຢຸດຫຼັງຄອດແມ່ນສາເຫດ ຫຼັກຂອງການເສຍຊີວິດ.53 ມີພຽງ 2/3 ຂອງພະນັກງານສຸກສາລາ ສາມາດບອກໃຫ້ໄດ້ວ່າກໍລະນີໃດຕ້ອງ ໃສ່ຢາທາງເສັ້ນເລືອດ ແລະ ມີພະນັກງານຕໍ່າກວ່າ 10 ເປີເຊັນ ສາມາດໃຫ້ການຊ່ວຍເຫຼືອດ້ວຍມືເປົ່າ (ຊຶ່ງບໍ່ ຈຳເປັນຕ້ອງໃຫ້ຢາ ຫຼື ໃຊ້ອຸປະກອນການແພດໃດໆຊ່ວຍ) ເພື່ອຊ່ວຍລຸດຜ່ອນອາການເລືອດໄຫຼເຊັ່ນ: ການ ນວດມົດລູກ, ການບີບຂົ່ມເປັນຈັງວະ (ຕາຕະລາງ 9) ຕໍ່າກວ່າເຄິ່ງໜຶ່ງສາມາດໃຫ້ການປິ່ນປົວດ້ວຍຢາ Oxy- tocin, ຊຶ່ງຖືວ່າມີຄວາມສຳຄັນຫຼາຍຍ້ອນມີ 58 ເປີເຊັນ ເທົ່ານັ້ນ ທີ່ຈະໃຫ້ຄໍາແນະນໍາແກ່ຄົນເຈັບໄປ ປິ່ນປົວຢູ່ໂຮງ ໝໍເມືອງໃນກໍລະນີທີ່ອາການເລືອດໄຫຼຍັງສືບຕໍ່. ການຄົ້ນພົບນີ້ແມ່ນເຮັດໃຫ້ສັບສົນອາດເປັນ ຍ້ອນຂາດປື້ມຄູ່ມື ຫຼື ບໍ່ກໍຂາດການຝຶກອົບຮົມ ທີ່ສົ່ງຜົນເຖິງຄະແນນການປະເມີນຄວາມຮູ້ຂອງພະນັກງງານສຸກສາລາ ແຕ່ວ່າສິ່ງທີ່ ພົບເຫັນທັງໝົດນີ້ແມ່ນກົງກັນກັບຜົນການປະເມີນຜູ້ຊ່ວຍເກີດທີ່ອົງການ UNFPA ໄດ້ດໍາເນີນການກ່ອນໜ້ານີ້ ເຊິ່ງທໍາການປະເມີນຫາລະດັບຄະແນນຂອງພະນັກງານທຸກຊັ້ນ (ສູງ-ກາງ-ຕໍ່າ) ດ້ວຍການປິ່ນປົວຕາມສະຖານະ ການສົມມຸດເພື່ອທົດສອບຄວາມຮັບຮູ້ໃນການບົ່ງມະຕິ ແລະ ແກ້ໄຂອາການຊັກຍ້ອນເລືອດໄຫຼບໍ່ຢຸດຫຼັງຄອດ.54 ຕົວຊີ້ວັດການພັດທະນາຂອງໂລກ (2013). 53 ກະຊວງສາທາລະນະສຸກແລະUNFPA (2008). ການປະເມີນຜູ້ຊ່ວຍເກີດໃນ ສປປ ລາວ, ວຽງຈັນ 54 38 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 28. ປະສົບການແມ່ນປັດໄຈສຳຄັນໃນການເຮັດໃຫ້ຄະແນນເພີ່ມຂຶ້ນ. ພະນັກງານສຸກສາລາທີ່ມີປະສົບການໃນ ການແກ້ໄຂ ຫຼື ປະເຊີນກໍລະນີເລືອດໄຫຼບໍ່ຢຸດຫຼັງຄອດແມ່ນໄດ້ຮັບຄະແນນສູງກວ່າຜູ້ທີ່ບໍ່ມີປະສົບການ ແຕ່ໃນ ກໍລະນີໃນການນຳໃຊ້ວິທີການວິເຄາະຂໍ້ມູນຖອຍຫຼັງ ຕາມທີ່ເຫັນໃນເອກະສານຊ້ອນທ້າຍນັ້ນ ການຝຶກອົບຮົມບໍ່ ແມ່ນສິ່ງດຽວສໍາລັບແກ້ໄຂບັນຫານີ້. ຕາຕະລາງ 9: ຄວາມຮູ້ດ້ານການປິ່ນປົວແບບເຊື່ອມສານສຸຂະພາບແມ່ ແລະ ເດັກທີ່ໃຊ້ປິ່ນປົວອາການເລືອດໄຫຼ ບໍ່ຢຸດຫຼັງຄອດ 29. ໂດຍອີງຕາມຄະແນນແບ່ງຕາມຕໍາແຕ່ງງານພາຍໃນສຸກສາລາ, ເວົ້າລວມແລ້ວຫົວໜ້າສຸກສາລາທໍາການ ປິ່ນປົວໄດ້ດີທີ່ສຸດ ແລະ ຮອງຫົວໜ້າສຸກສາເຮັດບໍ່ໄດ້ດີ, ໂດຍສະເພາະແມ່ນໃນດ້ານການຕິດຕາມການຈະເລີນ ເຕີບໂຕຂອງເດັກ ແລະ ການແກ້ໄຂກໍລະນີຖອກທ້ອງທີ່ຂາດນໍ້າຮຸນແຮງ (ຕາຕະລາງ 10) 30. ໂດຍອີງຕາມປະເພດຂອງພະນັກງານ, ພະນັກງານສຸກສາລາທີ່ເປັນແພດຊັ້ນກາງ ຊຶ່ງເປັນປະເພດທີ່ກວມ ລວມເອົາ 37 ເປີເຊັນ ຂອງພະນັກງານຢູ່ສຸກສາລາ ແມ່ນທໍາການປິ່ນປົວບໍ່ໄດ້ດີປານໃດ, ໂດຍສະເພາະການ ແກ້ໄຂບັນຫາເລືອດໄຫຼບໍ່ຢຸດຫຼັງຄອດ ແລະ ການຕິດຕາມການຈະເລີນເຕີບໂຕຂອງເດັກ, ແພດຜະດຸງຄັນມີຄວາມ ສາມາດຫຼາຍກວ່າໃນການແກ້ໄຂບັນຫາເລືອດໄຫຼບໍ່ຢຸດຫຼັງຄອດ ແຕ່ກໍບໍ່ເປັນໜ້າແປກໃຈທີ່ເຂົາເຈົ້າບໍ່ໄດ້ຮັບຄະ ແນນສູງໃນການແກ້ໄຂກໍລະນີຖອກທ້ອງທີ່ຂາດນໍ້າຮຸນແຮງ. ທ່ານໝໍປະລິນຍາຕີ ຫຼື ແພດທົ່ວໄປແມ່ນໃຫ້ການ ປິ່ນປົວໄດ້ດີ ທັງໃນສອງກໍລະນີ ເມື່ອສົມທຽບໃສ່ທຸກປະເພດຂອງພະນັກງານຢູ່ສຸກສາລາ ເຖິງແມ່ນວ່າຈໍານວນ ແພດທົ່ວໄປຈະມີຈຳນວນໜ້ອຍໃນການສຶກສາຄັ້ງນີ້ກໍ່ຕາມ. 31. ບໍ່ມີຄວາມແຕກຕ່າງກັນຫຼາຍປານໃດໃນດ້ານການປະຕິປັດວຽກງານ ລະຫວ່າງພະນັກງານທີ່ເປັນເພດຍິງ ຫຼື ເພດຊາຍ ແຕ່ພະນັກງານປະຈໍາການຢູ່ສຸກສາລາໃນເຂດຊົນນະບົດຈະປະຕິບັດງານໄດ້ຕໍ່າກວ່າຜູ້ທີ່ຢູ່ໃນເຂດ ຕົວເມືອງ. ພະນັກງານທີ່ມີປະສົບການຫຼາຍປີນັບຕັ້ງແຕ່ຮຽນຈົບ ຊຶ່ງບາງເທື່ອອາດເປັນຍ້ອນຜົນສະທ້ອນຂອງ ລະບົບການຝຶກອົບແບບເກົ່າຈຶ່ງເຮັດໃຫ້ເຂົາເຈົ້າປະຕິບັດງານໄດ້ຕໍ່າກວ່າ, ແຕ່ຄວາມເພິ່ງພໍໃຈຂອງພະນັກງານ ສຸກສາລາຈະບໍ່ມີຜົນກະທົບຫຼາຍປານໃດຕໍ່ການໃຫ້ຄະແນນ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 39 32. ຈໍານວນພະນັກງານລວມທັງໝົດຢູ່ສຸກສາລາແມ່ນມີຄວາມສໍາພັນກັນຫຼາຍກັບຄະແນນຄວາມສາມາດໃນ ການໃຫ້ບໍລິການທີ່ດີກວ່າ ໂດຍອີງໃສ່ວິທີການວິເຄາະຂໍ້ມູນຖອຍຫຼັງ (ເອກະສານຊ້ອນທ້າຍ), ໃນສຸກສາລາທີ່ມີ ຈຳນວນພະນັກງານຫຼາຍແມ່ນຈະປະຕິບັດງານໄດ້ດີກວ່າຢູ່ສຸກສາລາທີ່ມີພະນັກງານໜ້ອຍ, ໂດຍການນໍາໃຊ້ວິ ທີວິເຄາະຂໍ້ມູນຖອຍຫຼັງຈະເຫັນວ່າພະນັກງານທີ່ປະຈໍາຢູ່ສຸກສາລາໃນເຂດພູມສັນຖານເປັນພູສູງ (ຈາກການວັດ ແທກຄວາມສູງທຽບໃສ່ລະດັບໜ້ານໍ້າທະເລ) ທີ່ຖືວ່າເປັນເຂດຊົນນະບົດຫ່າງໄກໃນ ສປປ ລາວ ເປັນຜູ້ທີ່ປະຕິ ບັດງານໄດ້ຕໍ່າກວ່າຜູ້ທີ່ຢູ່ບ່ອນທົ່ງຮາບພຽງ. ຕາຕະລາງ 10: ແຜນທີ່ການໃຫ້ຄະແນນຄວາມສາມາດ55 ແບບໃຊ້ສີໝາຍອຸນຫະພູມຄວາມຮ້ອນ ຄະແນນລວມ ແລະ ສະຫຼຸບຄະແນນໄດ້ອະທິບາຍແລ້ວໃນກ່ອງ 5, ແຕ່ເພື່ອໃຫ້ເຂົ້າໃຈງ່າຍ, ຄະແນນສູນແມ່ນຄະແນນສະເລ່ຍ, ຄະແນນບວກ 55 ແມ່ນດີກວ່າຄະແນນສະເລ່ຍ ແລະ ຄະແນນລົບແມ່ນຕໍ່າກວ່າຄະແນນສະເລ່ຍ. 40 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ກ່ອງ 5: ວິທີການທີ່ໃຊ້ວັດແທກຄວາມສາມາດຂອງພະນັກງານສຸກສາລາ ເພື່ອວັດແທກຄວາມສາມາດຂອງພະນັກງານສຸກສາລາໃນການສຳຫຼວດຄັ້ງນີ້, ໄດ້ມີການສຶກສາໃນ 4 ກໍລະນີ ທີ່ກ່ຽວກັບສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, 4 ກໍລະນີດັ່ງກ່າວໄດ້ແກ່ (i) ການຕິດຕາມການ ຈະເລີນເຕີບໂຕ, (ii) ການສັກຢາກັນພະຍາດ, (iii) ການແກ້ໄຂເດັກຖອກທ້ອງທີ່ ຂາດນໍ້າຮຸນແຮງ, (iv) ການ ເກີດລູກມີອາການສົນທີ່ເຮັດໃຫ້ເລືອດໄຫຼບໍ່ຢຸດຫຼັງຄອດ. ໄດ້ອາໄສທິດສະດີຫຼາຍຢ່າງຈາກປຶ້ມຄູ່ມືແຫ່ງຊາດ ແລະ ຂອງສາກົນເພື່ອສ້າງເປັນກໍລະນີທົດສອບພ້ອມຄໍາຕອບທີ່ເປັນໄປໄດ້ຢ່າງມີເຫດແລະຜົນ ແລະ ເພື່ອ ກວດກາວ່າຄຳຕອບນັ້ນຖືກຕ້ອງ ຫຼື ບໍ່, ໄດ້ມີການປຶກສາຫາລືກັບບັນດາຜູ້ຊ່ຽວຊານທີ່ມາຈາກຫຼາຍໜ່ວຍງານ ເຊັ່ນ: ສູນແມ່ ແລະ ເດັກ, ສູນໂພຊະນາການ ແລະ ພະນັກງານຂັ້ນເມືອງຫຼາຍຄົນ. ໂດຍການນຳໃຊ້ວິທີວັດແທກແບບການຕົກລົງ ເພື່ອໃຫ້ໄດ້ຄໍາຕອບວ່າບັນຫາດັ່ງກ່າວມີ (i) ຜົນກະທົບໃສ່ຊີວິດ ສູງ, (ii) ດໍາເນີນການຖືກຕ້ອງ, (iii) ເປັນການດໍາເນີນງານແບບປານກາງ ແລະ ບໍ່ມີຜົນກະທົບໃສ່ຄົນເຈັບ ແຕ່ຢ່າງໃດ, (iv) ປະຕິບັດງານຜິດ ແຕ່ບໍ່ມີຜົນກະທົບຕໍ່ຄົນເຈັບແຕ່ຢ່າງໃດ, (v) ປະຕິບັດງານຜິດ ແລະ ອາດເຮັດໃຫ້ຄົນເຈັບເສຍຊີວິດໄດ້. ຄຳຕອບຂອງພະນັກງານແພດສຸກສາລາຈະຖືກປະເມີນໂດຍກຸ່ມຜູ້ຊ່ຽວ ຊານ ດັ່ງໄດ້ກ່າວມາຂ້າງເທິງນັ້ນ ໂດຍໃຫ້ນໍ້າໜັກແກ່ແຕ່ລະຄຳຕອບ56 ແລະ ໃຫ້ຄະແນນສົມທົບກັບຄ່າຜິດດ່ຽງ ມາດຕະຖານທຽບໃສ່ຄະແນນສະເລ່ຍແຍກໄປຕາມປະເພດຂອງຄໍາຕອບສໍາລັບແຕ່ລະກໍລະນີໃນ 4 ກໍລະນີ ທົດສອບນັ້ນ. ການໃຫ້ຄະແນນ “0” (ສີເຫຼືອງ) ໝາຍເຖິງຄະແນນສະເລ່ຍຈາກການລວມຄະແນນທັງໝົດຂອງພະນັກງານທີ່ ໄດ້ໃຫ້ຄໍາຕອບໃນແຕ່ລະກໍລະນີທົດສອບ, ການໃຫ້ຄະແນນ “-1” (ສີສົ້ມ-ແດງ) ໝາຍເຖິງໄດ້ຄະແນນຫຼັງບວກ ຄ່າຜິດດຽງມາດຕະຖານແລ້ວຕໍ່າກວ່າຄະແນນສະເລ່ຍ; ຄະແນນ “+1” (ສີຂຽວ) ໝາຍເຖິງໄດ້ຄະແນນຫຼັງບວກ ຄ່າຜິດດຽງມາດຕະຖານແລ້ວສູງກວ່າຄະແນນສະເລ່ຍ. ການວິເຄາະຄະແນນອີກຢ່າງໜຶ່ງສໍາລັບຄໍາຕອບຂອງສີ່ກໍລະນີທົດສອບນີ້ຄື “ຄະແນນລວມທັງໝົດ” ທີ່ແມ່ນ ຄະແນນສະເລ່ຍທີ່ບໍ່ໄດ້ຊັ່ງຊາທາງຄະນິດສາດຂອງຄະແນນລວມທັງສີ່ກໍລະນີ. ນອກຈາກນີີ້ ວິທີຄິດໄລ່ແບບເລກເສດຖະເສດພື້ນຖານໄດ້ຖືກນໍາໃຊ້ເຂົ້າມາວິເຄາະແນນຜົນໄດ້ຮັບຈາກການ ທົດສອບວິທີການບົ່ງມະຕິພະຍາດ ແລະ ການສັ່ງຢາ ໂດຍພິຈາລະນາປັດໄຈການໄດ້ຮັບການຝຶກອົບຮົມ, ການມີປື້ມຄູ່ມື, ປະສົບການ, ສະຖິຕິພະນັກງານ ແລະ ລັກສະນະຂອງສຸກສາລາ. ຜົນໄດ້ຮັບແມ່ນກົງກັນກັບທີ່ ໝາຍລົງໃນຕາຕະລາງຂ້າງເທິງ ແລະ ລາຍລະອຽດສາມາດເບິ່ງໄດ້ໃນເອກະສານຊ້ອນທ້າຍ. ການຊັ່ງຊາຄະແນນແມ່ນຄືດັ່ງນີ້: +5 ແມ່ນຄະແນນການດຳເນີນງານທີ່ສໍາຄັນຫຼາຍ, -1 ແມ່ນຄະແນນຕົກລົ່ນທີ່ໝາຍເຖິງການດຳເນີນງານທີ່ສໍາ 56 ຄັນ; +3 ໝາຍວ່າຈັດຕັ້ງປະຕິບັດຖືກຕ້ອງ; -1 ແມ່ນໝາຍເຖິງການດຳເນີນງານທີ່ອັນຕະລາຍ; -2 ແມ່ນການດຳເນີນງານທີ່ອາດຈະເຮັດໃຫ້ເກີດ ຄວາມສ່ຽງຕໍ່ຊີວິດ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 41 3. ຂໍ້ສະເໜີແນະ ສປປ ລາວ ເປັນປະເທດທີ່ມີປະຊາກອນໜ້ອຍ ແລະ ກະແຈກກະຈາຍ, ມີສະພາບເປັນພູສູງ ແລະ ບໍ່ມີທາງອອກ ສູ່ທະເລ ພ້ອມກັນນັ້ນກໍມີຫຼາຍຊົນເຜົ່າ ແລະ ຫຼາຍພາສາ, ການຄົມມະນາຄົມຂົນສົ່ງລຳບາກ ຊຶ່ງເຮັດໃຫ້ເກີດສະ ພາບຫຍຸ້ງຍາກໃນການບໍລິການດ້ານສາທາລະນະສຸກແກ່ປະຊາຊົນ ໂດຍສະເພາະຄວາມຫຍຸ້ງຍາກກ່ຽວກັບຊັບ ພະຍາກອນມະນຸດໃນຂະແໜງສາທາລະນະສຸກ. ການສຶກສານີ້ພົບເຫັນວ່າຄວາມໜາແໜ້ນຂອງປະຊາກອນ ແລະ ການແຈກຢາຍຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກແມ່ນຕໍ່າ ແລະ ບໍ່ສະເໝີພາບກັນ ເນື່ອງ ຈາກວ່າອັດຕາການຊົມໃຊ້ການບໍລິການຢູ່ສຸກສາລາຕໍ່າຫຼາຍ ຊຶ່ງໝາຍເຖິງຜະລິດຕະພາບຂອງພະນັກງານສາ ທາລະນະສຸກກໍຕໍ່າເຊັ່ນກັນ. ສິ່ງທ້າທາຍອັນສໍາຄັນແມ່ນການຍົກລະດັບຄວາມສາມາດທາງດ້ານວິຊາການແພດ ຊຶ່ງພົບວ່າຄວາມສາມາດດັ່ງກ່າວແມ່ນກ່ຽວພັນກັບປະສົບການຂອງພະນັກງານສາທາລະນະສຸກ ແລະ ພະນັກ ງານສຸກສາທີ່ປະຈໍາຢູ່ສຸກສາລາໃນເຂດທົ່ງຮຽບພຽງ. ມີ ຂໍ້ ຈໍ າ ກັ ດ ໃນການທີ່ ຈ ະໃຫ້ ຂໍ້ ສ ະເໜີ ແ ນະຕໍ່ ນ ະໂຍບາຍການພັ ດ ທະນາຊັ ບ ພະຍາກອນມະນຸ ດ ໃນຂະແໜງສາ ທາລະນະສຸກເນື່ອງຈາກວ່າຂໍ້ມູນສໍາຫຼວດສຸກສາລາຄັ້ງນີ້ບໍ່ໄດ້ລວມເອົາ (i) ຜູ້ໃຫ້ບໍລິການພາກເອກະຊົນ, (ii) ສະຖານທີ່ບໍລິການຂັ້ນແຂວງ ແລະ ສູນກາງ, (iii) ພະນັກງານອື່ນຢູ່ຂັ້ນບ້ານ, ພະນັກງານບໍລິຫານ ແລະ ຜູ້ຊ່ວຍ ວຽກເຂົ້ານຳ. ຍ້ອນຂໍ້ຈຳກັດດັ່ງກ່າວ ພວກເຮົາຈຶ່ງຈະໃຫ້ຂໍ້ສະເໜີແນະບົນພື້ນຖານການຄົ້ນຄວ້າຂໍ້ມູນທີ່ໄດ້ຈາກ ການສຳຫຼວດພະນັກງານຢູ່ຂັ້ນສຸກສາລາຂອງລັດເທົ່ານັ້ນ. 1. ດຳເນີນການທົບທວນແລະປະຕິບັດຍຸດທະສາດທີ່ມີປະສິດທິຜົນໃນການແຈກຢາຍຊັບພະຍາກອນມະນຸດ ໃນຂະແໜງສາທາລະນະສຸກ ຢູ່ຂັ້ນບໍລິການແຖວໜ້າໃນທົ່ວປະເທດ. ໂດຍອີງຕາມການສຶກສາສະພາບພູມີປະ ເທດ, ເສດຖະກິດສັງຄົມ, ກຸ່ມພາສາຊົນເຜົ່າຂອງ ສປປ ລາວ, ການຈັດຕັ້ງປະຕິບັດນະໂຍບາຍ ຊັບພະຍາກອນ ມະນຸດໃນຂະແໜງສາທາລະນະສຸກ ແມ່ນເປັນສິ່ງທີ່ທ້າທາຍຫຼາຍ ແລະ ຖືກເອົາໃຈໃສ່ ໃນ ສປປ ລາວ. ວິທີການ ທີ່ເປັນໄປໄດ້ສໍາລັບແກ້ໄຂບັນຫາການໃຫ້ບໍລິການສາທາລະນະສຸກທີ່ບໍ່ພຽງພໍຍ້ອນ ການແຈກຢາຍພະນັກງານ ທີ່ບໍ່ສະເໝີພາບ (ຕາມພູມສາດ, ຂັ້ນ ແລະ ປະເພດຂອງພະນັກງານ) ແລະ ຊົມໃຊ້ຊັບພະຍາກອນມະນຸດຢູ່ຂັ້ນ ບໍ ລິ ກ ານແຖວໜ້ າ ທີ່ ຕໍ່າແມ່ ນ ຕ້ ອ ງໃຊ້ ວິ ທີ ກ ານດຸ່ ນ ດ່ ຽ ງງົ ບ ປະມານສໍາລັ ບ ຊັ ບ ພະຍາກອນມະນຸ ດ ໃນຂະແໜງສາ ທາລະນະສຸກ. ແຕ່ຢ່າງໃດກໍດີ ການທົບທວນນະໂຍບາຍຄວນປະຕິບັດໃນລະດັບຊາດ ແລະ ຄວນມີການຄໍານຶງ ເຖິງການມີສ່ວນຮ່ວມພະແນກສາທາລະນະສຸກແຂວງ ແລະ ພະນັກງານສາທາຂັ້ນທ້ອງຖິ່ນນຳ. ກອບວຽກສຳລັບການທົບທວນນະໂຍບາຍນັ້ນ ຄວນປະກອບດ້ວຍ (i) ພິຈາລະນາເຖິງລະບອບການຜະລິດ ແລະ ສະໜອງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ, (ii) ການປະເມີນຄວາມຕ້ອງການທາງດ້ານ ການແພດຂອງປະຊາຊົນ (ບໍ່ແມ່ນພຽງຄວາມຕ້ອງການໃນໄລຍະສັ້ນເທົ່ານັ້ນ) ໂດຍອີງຕາມສະພາບການແຈກ ຢາຍດ້ານພູມສັນຖານ ແລະ ລັກສະນະການຊົມໃຊ້ການບໍລິການສາທາລະນະສຸກຢູ່ຂັ້ນສຸກສາລາ, (iii) ສຶກສາ ສະພາບສະຖານບໍລິການ ແລະ ລະບົບນໍາສົ່ງ (ໂດຍສະເພາະສຸມໃສ່ການຊ່ວຍເກີດສຸກເສີນ), (iv) ສຶກສາເຖິງ ຄວາມອ່ອນໄຫວດ້ານບົດບາດຍິງຊາຍ ແລະ ກຸ່ມພາສາຊົນເຜົ່າ, (v) ອີງໃສ່ປັດໄຈດັ່ງກ່າວນັ້ນເປັນພື້ນຖານສໍາ ລັບການຕັ້ງເປົາໝາຍເພື່ອສຶກສາສະພາບການສະໜອງໃນປະຈຸບັນ ແລະ ຄາດຄະເນວ່າອະນາຄົດຈະມີການ ສະໜອງຊັບພະຍາກອນໃນຂະແໜງສາທາລະນະສຸກໃນຮູບແບບໃດ (ຈຳນວນ, ປະເພດ ແລະ ຊັ້ນ) ບົນພື້ນ ຖານການກະແຈກກະຈາຍຂອງປະຊາກອນ. ໃນນັ້ນອາດຈະພິຈາລະນາເຖິງດ້ານປະສິດທິພາບຂອງສະຖານ ບໍ ລິ ກ ານທີ່ ບໍ ລິ ກ ານໂດຍທໍ າ ການສຶ ກ ສາວ່ າ ມີ ຄ ວາມເປັ ນ ໄປໄດ້ ຫຼ າ ຍປານໃດທີ່ ຈ ະຮວມສຸ ກ ສາລາທີ່ ຢູ່ ໃ ນເຂດ ຫ່ າ ງໄກທີ່ ມີ ປ ະຊາກອນຢູ່ ຢ່ າ ງກະແຈກກະຈາຍຫຼ າ ຍໂພດເຂົ້ າ ກັ ນ ເພື່ ອ ໃຫ້ ສ າມາດດໍ າ ເນີ ນ ການແກ້ ໄ ຂກໍ ລ ະນີ ສຸກເສີນຕ່າງໆຢ່າງມີປະສິດທິຜົນ ຍ້ອນວ່າສິ່ງທີ່ຄົ້ນພົບໃນບົດລາຍງານນີ້ໄດ້ສະແດງໃຫ້ເຫັນວ່າອັດຕາການ ຊົມໃຊ້ທີ່ຕໍ່າ ແລະ ໂອກາດທີ່ມີໜ້ອຍສໍາລັບການຝຶກປິ່ນປົວກັບຄົນເຈັບຕົວຈິງ ໃນສຸກສາລາທີ່ຢູ່ເຂດຫ່າງໄກ ເຮັດໃຫ້ຄວາມສາມາດໃນການປິ່ນປົວ ແລະ ແກ້ໄຂກໍລະນີສຸກສາເສີນບໍ່ໄດ້ດີ. ທຸກໆຮູບການຂອງການຮວມເອົາ 42 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ສຸກສາລາເຂົ້າກັນຈໍາເປັນຕ້ອງມີການລົງທຶນໃສ່ລະບົບການນຳສົ່ງໂດຍຊຸມຊົນມີສ່ວນຮ່ວມໃຫ້ເຂັ້ມແຂງ ແລະ ປັບ ປຸງລະບົບການບໍລິການເຄື່ອນທີ່ໃຫ້ມີການເຄື່ອນໄຫວປົກກະຕິ ແລະ ດີກວ່າເກົ່າ (ໂດຍມີການເຄື່ອນໄຫວຫຼາຍ ກວ່ານະໂຍບາຍຮອບວຽນເຄື່ອນໄຫວແບບເປັນໄຕມາດປົກກະຕິ). ຊຶ່ງຈະເຮັດໃຫ້ອາສາສະມັກບ້ານ ຫຼື ແພດ ບ້ານໄດ້ມີບົດບາດສູງຂຶ້ນ. ການທົບທວນຍຸດທະສາດນີ້ ຕ້ອງການການສະໜັບສະໜູນໃນລະດັບການນຳ ເພາະມັນອາດຈະແຕະຕ້ອງເຖິງ ນະໂຍບາຍທີ່ວ່າບາງສຸກສາລາຈະຖືກຍຸບ ຫຼື ຖືກຍ້າຍ ຊຶ່ງການຍົກຍ້າຍ ແລະ ການຮັກສາພະນັກງານກໍຈະໄດ້ ຮັບຜົນສະທ້ອນຈາກການຕັດສິນໃຈດັ່ງກ່າວ. ແຕ່ຢ່າງໃດກໍດີ, ຄວນມີຄວາມຢືດຢຸ່ນແລະໄລຍະເວລາທີ່ເໝາະ ສົມສໍາລັບການປ່ຽນແປງດັ່ງກ່າວ ຊຶ່ງອາດຈະເຊື່ອມເຂົ້າກັບແຜນການລົງທຶນສໍາລັບສະຖານທີ່ບໍລິການ ແລະ ແຜນການຍົກລະດັບພະນັກງານ. ນອກຈາກນັ້ນ ຄວນມີການປຶກສາຫາລືນໍາພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນທ້ອງ ຖິ່ນເພື່ອຮັບປະກັນວ່າມີຂໍ້ມູນທີ່ພຽງພໍ ແລະ ຂໍ້ຂ້ອງໃຈຕ່າງໆຖືກນໍາເຂົ້າມາພິຈາລະນາໃນຂັ້ນຕອນການດຳເນີນ ງານທົບທວນ. ການທົບທວນການແຈກຢາຍນີ້ ສາມາດດຳເນີນງານຮ່ວມກັນກັບການທົບທວນຊັບພະຍາກອນມະນຸດໃນຂະ ແໜງສາທາລະນະສຸກໃນຫຼາຍແຜນງານເຊັ່ນ: ການປະເມີນບຸກຄະລາກອນສາທາລະນະສຸກໃນຂະແໜງສຸຂະ ພາບຈະເລີນພັນ, ແມ່ ແລະ ເດັກ ທີ່ປະເທດອື່ນກໍປະຕິບັດເຊັ່ນກັນ57 ເພື່ອເປັນການຄາດຄະເນມູນຄ່າ ແລະ ຄິດ ໄລ່ຕົ້ນທຶນບັນດາຍຸດທະສາດໃນການພັດທະນາຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ. 2. ເພີ່ມຂະຫຍາຍໂອກາດໃນປັບປຸງແຜນງານການຝຶກອົບຮົມ ແລະ ການຕິດຕາມຊຸກຍູ້ພະນັກງານ. ການສຳຫຼວດ ຄັ້ ງ ນີ້ ພົ ບ ວ່ າ ມັ ນມີ ຊ່ ອງຫວ່ າ ງຫຼາຍກ່ ຽ ວກັ ບຄວາມສາມາດທາງດ້ າ ນວິ ຊ າການແພດຂອງພະນັ ກ ງານສຸ ກ ສາລາຢູ່ ຂັ້ນບໍລິການແຖວໜ້າໃນການແກ້ໄຂບັນຫາສາທາລະນະສຸກທີ່ເປັນຕົວຊີ້ວັດຂອງເປົ້າໝາຍສະຫະສະວັດ ແລະ ຊ່ອງຫວ່າງດ້ານຄຸນນະພາບຂອງການຮຽນການສຶກສາດ້ານສາທາລະນະສຸກ ຊຶ່ງເລີ່ມຕັ້ງແຕ່ຂັ້ນຕອນກ່ອນເຂົ້າ ຮຽນລວມມີລະບຽບການເສັງເຂົ້າຮຽນ ແລະ ເງື່ອນໄຂຂອງບຸກຄະລາກອນສາທາລະນະສຸກ ແລະ ສືບຕໍ່ໄປຕະ ຫຼອດຊີວິດການດໍາເນີນວຽກງານສາທາລະນະສຸກຂອງພະນັກງານ. ປະເດັນທີໜຶ່ງ, ການໃຫ້ການຝຶກອົບຮົມກັບທີ່ໃຫ້ແກ່ພະນັກງານສຸກສາລາແມ່ນຈະຕ້ອງໄດ້ຮັບການປັບປຸງໃຫ້ດີ ຂຶ້ນກວ່າເກົ່າ ຍ້ອນມັນມີຫຼັກຖານຢັ້ງຢືນວ່າໃນສຸກສາລາທີ່ມີການອົບຮົມດັ່ງກ່າວ, ການບໍລິການແມ່ນດີຂຶ້ນ ແລະ ການໃຫ້ຄະແນນກໍໄດ້ສູງສຸດໃນວຽກທີ່ເຂົາເຈົ້າເຮັດເປັນປະຈຳ (ຕົວຢ່າງການສັກຢາກັນພະຍາດຕາມກໍານົດ ເວລາ) ແຕ່ຄວາມສາມາດໃນການນໍາໃຊ້ທິດສະດີ (ຕົວຢ່າງທິດສະດີທີ່ວ່າໃນກໍລະນີທີ່ເດັກນ້ອຍມີໄຂ້ໜ້ອຍໜຶ່ງ ຄວນສັກຢາ ຫຼື ບໍ່) ແມ່ນເຮັດບໍ່ໄດ້ດີ. ອີກຢ່າງໜຶ່ງເຖິງແມ່ນວ່າເຂົາເຈົ້າຈະມີຄວາມສາມາດໃນການຢັ້ງຢືນການ ຂາດໂພຊະນາການໃນເດັກ ແຕ່ຂັ້ນຕອນການປິ່ນປົວກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ປະເດັນທີສອງ, ການຝຶກອົບຮົມຄວນເນັ້ນໃສ່ການທົດສອບປະສົບການ ແລະ ພາກປະຕິບັດຕົວຈິງ ເພາະມີຂໍ້ມູນ ຢັ້ງຢືນວ່າປະສົບການທີ່ມີກ່ອນໜ້າ ແລະ ຮຽນຮູ້ເອົາໃນຊ່ວງທີ່ຝຶກອົບຮົມເຮັດໃຫ້ເຂົາເຈົ້າໄດ້ຮັບຄະແນນດີ. ອີກ ຢ່າງໜຶ່ງສຸກສາລາທີ່ມີພະນັກງານຫຼາຍ (ຊຶ່ງທີ່ຈິງແລ້ວພະນັກງານສຸກລາຜູ້ໜຶ່ງຫຼືສອງຄົນໃນທີມໄດ້ຄະແນນສູງ ກວ່າຜູ້ອື່ນ) ພະນັກງານສຸກສາລາຄວນຖືກຊຸກຍູ້ໃຫ້ຂໍຄໍາປຶກສາ ແລະ ຮຽນເອົານໍາໝູ່ເພື່ອພະນັກງານຜູ້ຂອງຕົນ ແລະ ກໍເປັນການຝຶກການໃຫ້ການຕິດຕາມຊຸກຍູ້ເພື່ອນຮ່ວມງານໄປໃນຕົວສໍາລັບຜູ້ທີ່ເກັ່ງກວ່າ. ປະເດັນທີສາມ, ທິດສະດີທີ່ກຳນົດໄວ້ໃນປື້ມຄູ່ມືການປິ່ນປົວສຸຂະພາບໃນ ສປປ ລາວ ຕ້ອງຖືກນຳໄປຈັດຕັ້ງ ປະຕິບັດ ເພື່ອແກ້ໄຂຈຸດອ່ອນ ແລະ ຊ່ອງຫວ່າງກ່ຽວກັບການບໍລິການສຸຂະພາບ ໃນ ສປປ ລາວ ຕົວຢ່າງຈຸດ Chilvers R., P. Van Look, P. ten Hoope-Bender (2014). ການປະເມີນຜົນພະນັກງານແມ່ ແລະ ເດັກ 2014. MOHFW Bangla- 57 desh, UNFPA, ICS Integrare. Barcelona, Spain ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 43 ອ່ອນດ້ານຄວາມຮູ້ທີ່ໃຊ້ແກ້ໄຂກໍລະນີກ່ຽວກັບໂພຊະນາການ ແລະ ແກ້ໄຂກໍລະນີສຸກເສີນກ່ຽວກັບສຸຂະພາບແມ່. ຈຸ ດ ອ່ ອ ນບາງອັ ນ ໃນການໃຫ້ ບໍ ລິ ກ ານເກີ ດ ຂຶ້ ນ ຍ້ ອ ນເຂົ າ ເຈົ້ າ ຖື ເ ອົ າ ຄວາມເຊື່ ອ ຂອງຕົ ນ ເອງເປັ ນ ມາດຖານ ດັ່ງເຊັ່ນ ພະນັກງານສຸກສາລາອາດຈະບໍ່ທຳການປິ່ນປົວຢ່າງຄັກແນ່ຕໍ່ເດັກທີ່ຂາດໂພຊະນາການ ຫາກຮູ້ວ່າເດັກ ດັ່ງກ່າວມາຈາກຊຸມຊົນທີ່ມີອັດຕາການຂາດໂພຊະນາການຊໍາເຮື້ອ (ເຕັ້ຍ) ສູງກວ່າອັດຕາສະເລ່ຍ. ການແປ ເອກະສານ ຂອງສາກົນມາເປັນພາສາລາວຢ່າງດຽວແມ່ນບໍ່ຊ່ວຍໃຫ້ເກີດການປ່ຽນແປງດ້ານບວກແກ່ການຮັບຮູ້ ທີ່ເອນອ່ຽງນີ້ເລີຍ. ປະເດັນທີສີ່, ການຄັດເລືອກ ແລະ ການກຳນົດເອົາພະນັກງານໃຫ້ໄດ້ຮັບການຝຶກອົບຮົມກັບທີ່ໃນຫົວຂໍ້ທີ່ຖືກ ຕ້ອງຕາມວິຊາສະເພາະຂອງເຂົາເຈົ້າຕ້ອງໄດ້ຮັບການປັບປຸງ. ພະນັກງານສຸກສາລາຜູ້ທີ່ໃຫ້ບໍລິການສໍາຄັນຫຼາຍ ຢ່າງເຊັ່ນປິ່ນປົວພະຍາດໄຂ້ມາລາເຣຍ ແລະ ຊ່ວຍເກີດລູກ ແມ່ນເຮັດວຽກດີກວ່າຜູ້ທີ່ບໍ່ເຄີຍໄດ້ຮັບການຝຶກອົບ ຮົມກັບທີ່ໃນວິຊາດັ່ງກ່າວມາກ່ອນ. ຢູ່ສຸກສາລາໃນເຂດທີ່ມີປະຊາຊົນຫຼາຍນັ້ນ, ການຝຶກອົບຮົມໃຫ້ເຂົາເຈົ້າມີ ຄວາມຊຳນິຊຳນານສະເພາະດ້ານຈະຊ່ວຍຍົກລະດັບຄຸນນະພາບໃຫ້ສູງຂຶ້ນ. ໃນຂະນະທີ່ປັບປຸງການຝຶກອົບຮົມ ກັບທີ່, ການວາງບູລິມະສິດພະນັກງານສຸກສາລາໃນເຂດຊົນນະບົດໃຫ້ໄດ້ຮັບການຝຶກອົບຮົມກັບທີ່ສະເພາະ ດ້ານຄວນໄດ້ຮັບການພິຈາລະນາ ຍ້ອນວ່າຄະແນນການປະເມີນສໍາລັບສີ່ກໍລະນີທົດສອບແມ່ນຕໍ່າກວ່າຄະແນນ ສະເລ່ຍ. ເມືອງ ແລະ ແຂວງ ຄວນມີບົດບາດຫຼາຍຂຶ້ນໃນການສ້າງແຜນພັດທະນາຊັບພະຍາກອນມະນຸດໃນຂະ ແໜງສາທາລະນະສຸກ ແລະ ຕ້ອງຮັບຜິດຊອບຕໍ່ວຽກງານນີ້ຫຼາຍກວ່າໃນໄລຍະຜ່ານມາ. 3. ການລົງທຶນໃສ່ການລຸດຜ່ອນອຸປະສັກໃນການເຂົ້າເຖິງການບໍລິການສາທາລະນະສຸກຢູ່ຝ່າຍຜູ້ຊົມໃຊ້ ເພື່ອ ເພີ່ມອັດຕາການຊົມໃຊ້ໃຫ້ສູງຂຶ້ນເຊັ່ນ: ອຸປະສັກໃນການເຂົ້າເຖິງສະຖານທີ່ບໍລິການ, ບົດບາດຍິງຊາຍ ແລະ ດ້ານພາສາຊົນເຜົ່າ, ອຸປະສັກດ້ານການເງິນ. ຍ້ອນການຊົມໃຊ້ການບໍລິການສາທາລະນະສຸກທີ່ຕໍ່າຢູ່ເຂດຊົນນະ ບົດແມ່ນເຮັດໃຫ້ປະສິດທິພາບຂອງພະນັກງານສຸກສາລາຕໍ່າໄປພ້ອມໆກັນ. ມັນຮຽກຮ້ອງໃຫ້ມີການສົມທົບກິດ ຈະກໍາຢູ່ທາງຝ່າຍຜູ້ໃຫ້ບໍລິການແລະຝ່າຍຜູ້ຊົມໃຊ້ (ບໍ່ໄດ້ຢູ່ໃນກອບການສຶກສາຂອງບົດລາຍງານສະບັບນີ້) ຊຶ່ງປະກອບມີການຮ່ວມມືກັນກັບຊຸມຊົນ ເພື່ອໃຫ້ສາມາດແກ້ໄຂອຸປະສັກດ້ານພຶດຕິກໍາຄວາມຕ້ອງການການ ປິ່ນປົ່ວໃນເວລາຈຳເປັນ ແລະ ດ້ານວັດທະນະທໍາ ແລະ ກິດຈະກໍາດ້ານການເງິນສາທາລະນະສຸກ ເພື່ອ ແກ້ໄຂອຸປະສັກດ້ານການເງິນ. ກິດຈະກໍາກ່ຽວກັບການພັດທະນາຊັບພະຍາກອນມະນຸດໃນຂະແໜງສາທາລະ ນະສຸກ ການແກ້ໄຂບັນຫາພາສາ ແລະ ບົດບາດຍິງຊາຍ ແມ່ນມີຄວາມຈຳເປັນຕ້ອງໄດ້ປັບປຸງເຊັ່ນກັນ, ຕົວຢ່າງ ການຊັບຊ້ອນພະນັກງານທີ່ເປັນຊົນເຜົ່າໃຫ້ກັບໄປເຮັດວຽກຢູ່ໃນທ້ອງຖິ່ນເດີມຂອງຕົນ ແລະ ເປີດໂອກາດໃຫ້ ແມ່ຍິງຖືພາສາມາດເລືອກໃຊ້ການບໍລິການກັບພະນັກງານທີ່ແມ່ນເພດດຽວກັນກັບເຂົາເຈົ້າ. 4. ລົງທຶນໃສ່ປັບປຸງການກຽມພ້ອມຂອງສະຖານບໍລິການສາທາລະນະສຸກຂອງລັດ. ອັດຕາສ່ວນການໃຊ້ຈ່າຍ ພາກລັດໃນວຽກຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຖ້າທຽບໃສ່ການໃຊ້ຈ່າຍພາກລັດທັງໝົດ ໃນຂະແໜງສາທາລະນະສຸກ ເຫັນວ່າເຮັດໄດ້ດີແລ້ວ ແລະ ຢູ່ໃນມາດຕະຖານຂອງໂລກ ແລະ ພາກພື້ນ ເຖິງແມ່ນ ວ່າຈໍານວນພະນັກງານແມ່ນຍັງບໍ່ພຽງພໍກໍຕາມ. ເພາະສະນັ້ນໃນອະນາຄົດມໍ່ໆນີ້ຄວນວາງບູລິມະສິດໃສ່ການລົງ ທຶນໃສ່ການປະກອບຢາ, ອຸປະກອນ ແລະ ປັບປຸງສະຖານທີ່ບໍລິການ ເພື່ອຮັບປະກັນວ່າສຸກສາລາມີການກຽມ ພ້ອມທີ່ດີກວ່າເກົ່າ. ເພາະການຂາດສິ່ງປະກອບເຫຼົ່ານີ້ແມ່ນສາຍເຫດໜຶ່ງ (ຖ້າບໍ່ມີຫຼາຍກວ່ານີ້) ທີ່ເຮັດໃຫ້ພະນັກ ງານສຸກສາລາບໍ່ມີຄວາມເພິ່ງພໍໃຈເຊັ່ນດຽວກັນກັບສາຍເຫດດ້ານນເງິນເດືອນ, ການກຽມພ້ອມສຳລັບການບໍລິ ການສຸຂະພາບແມ່ ແລະ ເດັກ ເຫັນວ່າຕໍ່າ.58 ເພາະສະນັ້ນການລົງທຶນໃສ່ການກຽມພ້ອມຂອງສະຖານທີ່ບໍລິການ ຈະສົ່ງຜົນລວມເຮັດໃຫ້ຄວາມເພິ່ງພໍໃຈຂອງພະນັກງານສາທາລະນະສຸກເພີ່ມຂຶ້ນ ແລະ ການປັບປຸງຄວາມພ້ອມ ດ້ານວິຊາການແພດຂອງສະຖານທີ່ບໍລິການຈະສາມາດສະໜອງການບໍລິການສາທາລະນະສຸກທີ່ມີຄຸນນະພາບ ຊຶ່ງຈະຍົງລະດັບຜົນຮັບດ້ານສາທາລະນະສຸກໃຫ້ສູງຂຶ້ນ. ທະນາຄານໂລກ: (ຕຸລາ 2013). ການໃຊ້ຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ຄວາມພ້ອມດ້ານການບໍລິການຢູ່ ສປປ ລາວ: ຫລັກ 58 ຖານເພື່ອນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສັຍຄ່າາຈາກຂໍ້ມູນການສຳຫຼວດຄົວເຮືອນ ແລະ ສຸກສາລາ. ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ 45 ເອກະສານຊ້ອນທ້າຍ ເອກະສານຊ້ອນທ້າຍ1: ການວິເຄາະຂໍ້ມູນຖອຍຫຼັງ ວິ ທີ ກ ານວິ ເ ຄາະຂໍ້ ມູ ນ ຖອຍຫຼັ ງ ແບບພື້ ນ ຖານໄດ້ ຖື ກ ນໍ າ ມາວິ ເ ຄາະຄະແນນຈາກການທົ ດ ສອບສີ່ ກໍ ລ ະນີ ທົ ດ ສອບ ຊຶ່ງແຍກອອກເປັນຄະແນນໂພຊະນາການ, ສັກຢາກັນພະຍາດ, ປິ່ນປົວເດັກແບບເຊື່ອມສານ, ແລະ ຊ່ວຍເກີດແບບເຊື່ອມສານ ທີ່ຂຶ້ນກັບປັດໄຈປ່ຽນແປງ ແລະ ປັດໄຈຄົງທີ່ ດັ່ງທີ່ມີລາຍລະອຽດຢູ່ໃນຕາຕະລາງ 11. ນອກຈາກນີ້ ຢູ່ໃນຕາຕະລາງ 12 ຮວມເອົາຜົນວິເຄາະຄະແນນລວມທັງສີ່ກໍລະນີທົດສອບຈາກການວິເຄາະຖອຍ ຫຼັງຫຼາຍວິທີເປັນຄະແນນຂອງປັດໄຈປ່ຽນແປງ. ຜົນການວິເຄາະແມ່ນກ່ຽວພັນກັນຫຼາຍກັບລະດັບຄວາມຫ່າງໄກ ສອກ ແລະ ຂະໜາດຂອງສຸກສາລາ. ພະນັກງານທີ່ເຮັດວຽກຢູ່ສຸກສາລາທີ່ມີພະນັກງານຫຼາຍຢູ່ເຂດທົ່ງຮາບພຽງ ມີຄະແນນດີກວ່າສຸກສາລາທົ່ວໄປ. ຕາຕະລາງ 11: ຄະແນນການທົດສອບແບບວິທີການບົ່ງມະຕິພະຍາດ ແລະ ການສັ່ງຢາດ້ວຍການຂຽນໃສ່ເຈ້ຍ ນ້ອຍ ແລະ ຕັດສິນຄໍາຕອບໂດຍຜູ້ຊ່ຽວຊານ ປັດໄຈປ່ຽນແປງ ຄະແນນ ຄະແນນ ຄະແນນ ຄະແນນ ໂພຊະນາການ ສັກຢາ ປິ່ນປົວເດັກ ຊ່ວຍເກີດແບບ ກັນພະຍາດ ແບບເຊື່ອມສານ ເຊື່ອມສານ ປະສົບການທີ່ມີປະຈຸບັນ (ໃນ 3ເດືອນຜ່ານມາ) 0.583** 0.2 0.118 0.218 0.19 0.25 0.29 0.16 ມີປື້ມຄູ່ມືຢູ່ສຸກສາລາ -0.116 0.192 -0.037 -0.027 0.15 0.18 0.16 0.17 ໄດ້ຮັບການເຝຶກອົບຮົມກັບທີ່ໃນຫົວຂໍ້ທີ່ກ່ຽວຂ້ອງ -0.1 -0.091 -0.147 -0.331* (ບໍ່ກໍານົດວ່າຊ່ວງເວລາໃດ) 0.14 0.14 0.15 0.16 ມີຢາອົກຊີໂຕຊິນ (Oxytocin) 0.032 0.17 ອາຍຸ (In) 0.241 0.436 -0.006 0.348 0.28 0.29 0.29 0.29 ການສຶກສາ 0.33 0.446* 0.405* 0.508** (ຊັ້ນກາງ ຫຼື ຊັ້ນສູງ) 0.17 0.18 0.18 0.17 ຕົວເມືອງ 0.380** 0.115 0.174 0.283* 0.13 0.14 0.14 0.14 ອັດຕາການປິ່ນປົວເລື້ອຍໆ -1.604 -2.205* -0.399 -0.147 1.07 1.09 1.09 0.25 * p<0.05, ** p<0.01, *** p<0.001 ~ ຄ່າຜິດດ່ຽງມາດຕະຖານແມ່ນສະແດງຢູ່ຕົວເລກທີ່ເປັນຕົວອ່ຽງ 46 ຊັບພະຍາກອນມະນຸດ ເພື່ອສຸຂະພາບຢູ່ ສປປ ລາວ ຕາຕະລາງ 12: ຄະແນນລວມ ປັດໄຈປ່ຽນແປງ ຮູບແບບ1 ຮູບແບບ 2 ຮູບແບບ 3 ປີການ -0.013 -0.013 -0.009 0.01 0.01 0.01 ອາຍຸ (ln) 0.268 0.501 0.303 0.35 0.34 0.34 ການສຶກສາ 0.315 0.324* 0.287 (ຊັ້ນກາງ ຫຼື ຊັ້ນສູງ) 0.16 0.15 0.15 ຕັ້ງຢູ່ເຂດຕົວເມືອງ 0.244* 0.290* 0.21 0.12 0.12 0.12 ຄວາມເພິ່ງພໍໃຈ -0.032 -0.02 -0.028 (ຄວາມເພິ່ງພໍໃຈໃນ 12 ຫຼື ຫາຍກວ່າ 18 ຕົວຊີ້ວັດຄວາມເພິ່ງພໍໃຈ) 0.12 0.11 0.11 ເພດຊາຍ -0.066 0.003 0.035 0.12 0.12 0.11 ລາຍຮັບປະຈໍາເດືອນຈາກສຸກສາລາ (ln) 0.171* 0.104 0.096 0.07 0.07 0.07 ຊົາວໂມງການຕໍ່ອາທິດ (ln) -0.075 -0.093 -0.061 0.08 0.08 0.08 ຄວາມສູງຂອງທີ່ຕັ້ງທຽບໃສ່ລະດັບໜ້ານໍ້າທະເລ (m) 0.001*** 0.001*** 0 0 ຈໍານວນພະນັກງງານທັງໝົດ 0.076** ຢູ່ໃນສຸກສາລາທີ່ຖືກສໍາຫຼວດ 0.02 ອັດຕາການປິ່ນປົວເລື້ອຍໆ -0.798** -1.178*** -3.080* 0.27 0.28 1.33 * p<0.05, ** p<0.01, *** p<0.001 ~ ຄ່າຜິດດ່ຽງມາດຕະຖານແມ່ນສະແດງຢູ່ຕົວເລກທີ່ເປັນຕົວອ່ຽງ ຫ້ອງການ ທະນາຄານ ໂລກ ປະຈຳ ສ ປ ປ ລາວ ປະຕູໄຊ, ຖະໜົນ ເນຣູ ຕູ້ໄປສະນີ 345 ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟັກ: (856-21) 266 299 www.worldbank.org/lao ທະນາຄານ ໂລກ 1818 ຖະໜົນ H, NW ວໍຊິງຕັນ ດີຊີ 20433, ສະຫະລັດອາເມລິກາ ໂທ: (202) 473 1000 ແຟັກ: (202) 477 6391 www.worldbank.org