ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ ທ່າອ່ຽງລວມ ແລະ ຜົນຂອງການສໍາຫລວດສຸກສາລາ ພຶດສະພາ 2016 ອັດຕາແລກປ່ຽນ (ອິງໃສ່ອັດຕາແລກປ່ຽນໃນວັນທີ 25 ເມສາ 2016) ຫົວໜ່ວຍ = ກີບ 8,141 ກີບ = US$1.00 ສົກປີ = ແຕ່ເດືອນຕຸລາ ຫາ ກັນຍາ ຫ ຄຳ​ ​ຍ ໍ້ ANC ກວດ​ ທ້ອງ​ ກ່ອນ​ ເກີດ DALYs ການ​ ເສຍ​ ຊ​ ວ ີ ິດ​ ກ່ອນ​ ອາ​ ຍຸ​ ທຄີ່​ ວນ DFO ຫ້ອງ​ ກາ​ ນ​ ການ​ ເງິນເ ​ ມືອງ DHOs ​ ຫ້ອງ​ ການ​ ສາ​ ທາ​ ລະ​ ນະ​ ສຸກເ ​ ມືອງ DPT ​ ຕີບ- ຄໍ​ ​ ໂປ​ ລິ​ໂອ-ບາດ​ ທະ​ ຍັກ EAP ​ ອາ​ ຊ​ ີ າ​ ຕ ເວັນ​ ອອກ ແລະ ປາ​ ຊ​ ຟ ິ ິກ FYs ​ ງົບປ ປີ​ ​ ະ​ ມານ GDP ​ ລາຍ​ ຮັບ​ ທັງໝ ​ ົ​ ດ​ຈາກ​ ການ​ ຜິດລ ​ ິດພ ​ າຍ​ ໃນ​ ຄົນຕ ຕໍ່​ ​​ໍ່ ີ ປ GGHE ​ ການ​ ໃຊ້ຈ ​ ່າຍ​ ພາກ​ ລັດຕ ​ ໍ່​ ວຽກ​ ງານ​ ສາ​ ທາ​ລະ​ ນະ​ສຸກ GNI ​ ລາຍ​ ຮັບ​ ທັງໝ ​ ົດຕ ​​ ໍ່ ົນຕ ຄ ປີ ​ ໍ່​ HC ສຸກສ ​ າ​ ລາ HEFs ກອງ​ ທຶນຄ ​ ົນເ ​ ຈັບ​ ທຸກຍ ​ າກ IHME ​ ສະ​ ຖາ​ ບັນປ​ ະ​ ເມີນ LECS ການ​​ ສຳ​ ຫລວດ​ ການ​ ໃຊ້ຈ ​ ່າຍ​ ແລະ​ ການ​ ໍ​ ໂ ບລ ິ​ ພກ​ໃນ​ ລາວ LSIS ການ​​ ສຳ​ ຫລວດ​ ຕົວຊ ວັດ​ ​ ີ້​ ດ້ານ​ ສັງຄ ​​ມ ໃນ​ ົ ​​ ລາວ MCH ​ ຂະ​ ສຸ​ ພາບ​ ແມ່​ ແລະ​ ເດັກ MDGs ​ ເປົ້າ​ໝາຍ​ ສະ​ ຫະ​ ສະ​ ວັດ MMR ອັດຕ ​ າ​ ການ​ ຕາຍ​ ຂອງ​ ແມ່ MOH ກະ​ ຊວງ​ ສາ​ ທາ NCDs ພະ​ ຍາດ​ ທີ່ບແ ໍ່​ ມ່ນພ ​ ະ​ ຍາດ​ ຕິດຕ ​ ໍ່ NHA ບັນຊ ​ ີ​ ສາ​ ທາ​ ລະ​ ນະ​ ສຸກແ ​ ຫ່ງຊ ​ າດ OOP ການ​ ຈ່າຍ​ ໂດຍ​ ກົງຈ ​ າກ​ ຄົນເ ​ ຈັບ PFO ພະ​ ແນກ​ ການ​ ເງິນແຂ​ ວງງ PHOs ພະ​ ແນກ​ ສາ​ ທາ​ ລະ​ ນະ​ ສຸກແ ​ ຂ​ ວງ PvtHE ​ ການ​ ໃຊ້ຈ ​ ່າຍ​ ພາກ​​ ເອ​ ກະ​ ຊົນຕ ​ ໍ່​ ວຽກ​ ງານ​ ສາ​ ທາ​ ລະ​ ນະ​ ສຸກ RDFs ກອງ​ ທຶນຢ ​ າ​ ໝູນວ ​ ຽນ SDs ມາດ​ ຕະ​ ຖານ​ ການ​ ຜິດດ ​ ່ຽງ THE ​​ ລາຍ​ ຈ່າຍ​ ດ້ານ​ ສາ​ ທາ​ ລະ​ ນະ​ ສຸກທ ​ ັງໝ​ ົດ UFGE-CNP ​ຮ່ວງ​ ເງິນເ ​ ພື່ອບ ​ າດ​ ​ ົດບ ຍິງຊ ​ າຍ-ໂຄງ​ ການ​ ໂພ​ ນາ​ ຊະ​ ການ​ ​​ ຊຸມຊນົ UHC ການ​ ປົ​ ກ​ຄຸມດ້ານ​ ສຸ​ ຂະ​ ພາບ​ ຖ້ວນ​ ໜ້າ WaSH ນຳ, ສະ​ ຂາ​ ພ​ ບ ິ ານ ແລະ ອາ​ ນາ​ ໄມ WDI ​​ ຕົວ​ ຊ​ ີ້ ັດ​ ວ ກາ​ ນ​ ພັດທ ​ ະ​ ນາ​ ຂອງ​ ໂລກ WHO ອົງກ​ ານ​ ອາ​ ນາ​ ໄມ​ ໂລກ ຮອງປະທານປະຈຳພາກພື້ນ: ວິກໂຕເຣຍ ຄວາຄວາ ຜູ້ອຳນວຍການປະຈຳປະເທດ: ອຸຣິກ ຊັກຄາວ ຜູ້ອຳນວຍການອາວຸໂສປະຈຳຂະແໜງ: ທິໂມທີ ແກຣນ ອີວານ ຫົວໜ້າຫ້ອງການປະຈຳປະເທດ: ແຊລລີ ເບີນນິງແຮມ ຜູ້ຈັດການປະຈຳຂະແໜງ: ທຸມັດສ ປາລູ ຜູ້ຂຽນ: ອາເຈ ທານດົງ ເອໂຄ ພຳບູດີ ເວີຍ ອັນ ຍາບ ເພັດດາຣາ ຈັນທະລາ ຄໍາຂອບໃຈ ບົດລາຍງານສະບັບນີ້ກະກຽມໂດຍທີມງານສາທາລະນະສຸກຂອງທະນາຄານໂລກ ປະຈໍາ ສປປ ລາວ ເຊິ່ງປະກອບມີ: ທ່ານ ອາເຈ ທານດົງ (Ajay Tandon), ທ່ານ ເອໂກ ພໍາບູດີ (Eko Pambudi), ທ່ານ ເວີຍອັນ ຍາບ (Wei Aun Yap), ທ່ານ ນາງ ລໍຣາ ໂຣດສ (Laura Rose), ທ່ານ ສຸທາຢຸດ ໂອສອນປຣະສົບ (Sut- ayut Osornprasop), ທ່ານ ນາງ ເພມາ ລາໂຊມ (Pema Lhazom), ທ່ານ ດຣ. ເພັດດາຣາ ຈັນທາລາ ແລະ ທ່ານ ນາງ ໂສພາວັນ ທິດສີ. ທີມງານຂໍຂອບໃຈ ທ່ານ ນາງ ຊັງແຕນ ບູໂດ (Chantelle Boudreaux), ທ່ານ ອາລີ ສຸບັນໂດໂຣ (Ali Subandoro), ແລະ ທ່ານ ປານດູ ຮາຣິມູທຣີ (Pandu Harimurti) ທີ່ປະກອ ບຄໍາເຫັນໃສ່ບົດລາຍງານສະບັບເລີ່ມແລກ. ຂໍຂອບໃຈຢ່າງຍິ່ງມາຍັງ ທ່ານ ປາເຕຣິກ ຫວງກູ ເອວເຊນູ (Pat- rick Hoang-Vu Eozenou) (ນັກເສດຖະສາດ, ທະນາຄານໂລກ), ທ່ານ ທອມ ເກດເດັນ (Tom Gadsden) (ອົງການອານາໄມໂລກ ປະຈໍາ ສປປ ລາວ), ທ່ານ ນາງ ແອນນີ ຊົວ (Annie Chua) (ອົງການອານາໄມໂລກ), ແລະ ທ່ານ ອຽນ ມໍຣິສ (Ian Morris) (ທະນາຄານພັດທະນາອາຊີ) ທີ່ມີຄໍາເຫັນຕໍ່ຂໍ້ມູນໃນບົດລາຍງານ. ພ້ອມນີ້ ທີມງານຂໍຂອບໃຈມາຍັງບັນດາຄູ່ຮ່ວມງານພາກລັດຖະບານ ທີ່ໄດ້ປະກອບສ່ວນເຂົ້າໃນບົດລາຍງານສະບັບນີ້: ທ່ານ ດຣ. ກົດໄຊ ທູນ ພິມມະສອນ (ຮອງຫົວໜ້າກົມ ການເງິນ), ທ່ານ ດຣ. ໄກສອນ ຈູນຣະມະນີ (ຮອງຫົວໜ້າກົມ ອານະໄມ ແລະ ສົ່ງເສີມ), ທ່ານ ດຣ. ຄໍາເສັງ ພິລາວົງ (ຮອງຫົວໜ້າສູນໂພຊະນາການແຫ່ງຊາດ), ທ່ານ ດຣ. ຈັນສາລີ ພົມມະວົງ (ຮອງຫົວໜ້າໂຄງການແຜນງານ ສາທາລະນະສຸກ ແລະ ໂພຊະນາການ). ທີມງານກໍຍັງໄດ້ຮັບຄໍາເຫັນທີ່ມີຄ່າຫລາຍຕໍ່ສິ່ງທີ່ພົບພໍ້ເບື້ອງຕົ້ນ ຈາກກອງປະຊຸມປຶກສາຫາລືດ້ານວິຊາການ ທີ່ຮ່ວມຈັດໂດຍກະຊວງສາທາ ແລະ ທະນາຄານໂລກ. ທີມງານຂໍສະແດງຄວາມຂອບໃຈມາຍັງພະນັກງານ ຈາກ ສາທາລະນະສຸກແຂວງ, ເມືອງ, ສຸກສາລາ ແລະ ນັກສຶກສາປະລິດຍາໂທ ຈາກມະຫາວິທິຍາໄລແພດສາດ ທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຢ່າງຕັ້ງໃຈ. ທີມງານຂໍຂອບໃຈ ທ່ານ ນາງ ບົວລໍາພັນ ພຸດທະວີສຸກ (ຜູ້ຊ່ວຍແຜນງານ), ທ່ານ ນາງ ມະນີເພັດ ແພງສະຫວັດດີ (ຜູ້ຊ່ວຍຝ່າຍສື່ສານ) ສໍາລັບການບໍລິຫານ ແລະ ຜະລິດບົດລາຍງານ. ສິ່ງທີ່ພົບພໍ້ ແລະ ການຕີລາຄາໃນບົດລາຍງານສະບັບນີ້ ແມ່ນເປັນມຸມມອງຂອງທີມງານຜູ້ກະກຽມບົດລາຍງານ ແລະ ບໍ່ໄດ້ເປັນ ຕົວແທນຄໍາຄິດຄໍາເຫັນຂອງ ຜູ້ບໍລິຫານກຸ່ມທະນາຄານໂລກ ຫລື ລັດຖະບານຂອງປະເທດທີ່ເຮັດ ການຄົ້ນຄວ້ານີ້. ສາລະບານ ບົດສະຫລຸບຫຍໍ້ .................................................................................................................. 6 ເນື້ອໃນສໍາຄັນ .................................................................................................................... 6 1. ພາດຫົວເລື່ອງ ................................................................................................................. 7 2. ຄວາມເປັນມາ ແລະ ຜົນໄດ້ຮັບດ້ານສາທາລະນະສຸກ ............................................................... 8 3. ສະພາບການເງິນສາທາລະນະສຸກ ....................................................................................... 14 4. ການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກ ........................................................... 19 5. ການເງິນສາທາລະນະສຸກຢູ່ຂັ້ນສຸກສາລາ .............................................................................. 25 6. ພາກສະຫລຸບ ................................................................................................................. 32 ຮູບພາບ ຮູບພາບ 1: ອັດຕາການເສຍຊີວິດຂອງເດັກອ່ອນ ແລະ ເດັກລຸ່ມ 5 ປີ ທຽບໃສ່ລາຍຮັບ ປີ2013 ............. 9 ຮູບພາບ 2: ທ່າອ່ຽງສໍາຄັນຂອງຜົນໄດ້ຮັບດ້ານສຸຂະພາບຂອງປະຊາຊົນໃນ ສປປ ລາວ ປີ 1980-2013 .. 9 ຮູບພາບ 3: ສາເຫດທີ່ພາເສຍຊີວິດໃນ ສປປ ລາວ, 1990-2010 ................................................... 10 ຮູບພາບ 4: ສົມທຽບບັນດາແຂວງຢູ່ໃນລາວກັບສາກົນ ປີ 2013 .................................................... 13 ຮູບພາບ 5: ການປ່ຽນແປງຂອງການຈ່າຍໂດຍກົງຈາກຄົນເຈັບ ແລະ ການໂຮມທຶນຕໍ່ຫົວໜ່ວຍການໃຊ້ ຈ່າຍຕໍ່ວຽກສາທາລະນະສຸກ 1995-2013 ................................................................ 15 ຮູບພາບ 6: ການສົມທຽບກັບສາກົນດ້ານການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ແລະ ອັດຕາ ສ່ວນຂອງການຈ່າຍໂດຍກົງຈາກຄົນເຈັບ, 2013 ......................................................... 16 ຮູບພາບ 7: ອັດຕາສ່ວນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທຽບໃສ່ GDP ປີງົບປະມານ 2000/01-2014/15 ............................................................................................ 19 ຮູບພາບ 8: ອັດຕາສ່ວນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທຽບໃສ່ການໃຊ້ຈ່າຍພາກລັດ ທັງໝົດໃນປີງົບປະມານ 2000/01-2013/14 ............................................................ 20 ຮູບພາບ 9: ທ່າອ່ຽງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໂດຍທຶນພາຍໃນ ປີງົບປະມານ 2000/01-2013/14 ............................................................................................ 22 ຮູບພາບ 10: ການໃຊ້ຈ່າຍປະຈຳຕໍ່ວຽກງານສາທາລະນະສຸກຕໍ່ຫົວຄົນຢູ່ຂັ້ນແຂວງ ປີງົບປະມານ 2011/12 23 ຮູບພາບ 11: ຕົວເລກການໃຊ້ຈ່າຍງົບປະມານລັດຕົວຈິງທຽບໃສ່ແຜນ ປີງົບປະມານ 2007/08-2013/14 24 ຮູບພາບ 12: ຂະບວນການຂຶ້ນແຜນແລະອະນຸມັດແຜນງົບປະມານລັດຕໍ່ຂະແໜງສາທາລະນະສຸກ ........ 26 6 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ ບົດສະຫລຸບຫຍໍ້ ບົດລາຍງານສະບັບນີ້ ນໍາສະເໜີພາບລວມຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໃນ ສປປ ລາວ, ໂດຍສຸມໃສ່ ສະພາບການເງິນຢູ່ຂັ້ນສຸກສາລາ. ບົດລາຍງານນີ້ໄດ້ສັງລວມທ່າອ່ຽງລວມຂອງຜົນໄດ້ຮັບ ດ້ານສາທາລະນະສຸກ ແລະ ການສະໜອງ ງົບປະມານລັດຕໍ່ວຽກງານສາທາລະນະສຸກ ນັບແຕ່ປີ 2000-2014 ແລະ ການວິເຄາະຂໍ້ມູນທ່າອ່ຽງດ້ານການວາງແຜນ ແລະ ການຈັດງົບປະມານລັດຕໍ່ການໃຊ້ຈ່າຍດ້ານສາທາລະ ນະສຸກ ນັບແຕ່ປີງົບປະມານ 2000/01 ຮອດ 2013/14 ແລະ ແຜນການໃຊ້ຈ່າຍສໍາລັບປີງົບປະານ 2014/15 ແລະ ປັບປຸງຜົນການປະເມີນລາຍຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ທີ່ໄດ້ຄົ້ນຄວ້າໃນປີ 2012. ພ້ອມກັນນີ້ ບົດລາຍງານກໍໄດ້ສະຫລຸບຜົນການວິເຄາະຂໍ້ມູນດ້ານການເງິນທີ່ເກັບກໍາ ຢູ່ຂັ້ນສຸກສາລາ ເຊິ່ງເປັນ ສ່ວນຫນຶ່ງຂອງການສໍາຫລວດສະຖານທີ່ບໍລິການສາທາລະນະສຸກ ທີ່ເກັບເອົາຂໍ້ມູນຈາກກຸ່ມສຸກສາລາຕົວຢ່າງ ທີ່ເປັນ ຕົວແທນຂອງສຸກສາລາທົ່ວປະເທດ ຈໍານວນ 120 ສຸກສາລາໃນປີ 2013-14. ບົດລາຍງານສະບັບນີ້ແມ່ນ ສ່ວນຫນຶ່ງຂອງຊຸດການຄົ້ນຄວ້າກ່ຽວກັບວຽກງານສາທາລະນະສຸກໃນ ສປປ ລາວ ຂອງທະນາຄານໂລກ. ເນື້່ອໃນສໍາຄັນ • ສປປ ລາວ ມີຄວາມຄືມໜ້າໃນການປັບປຸງຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກ, ແລະ ຢູ່ໃນເສັ້ນທາງທີ່ສາມາດບັນລຸເປົ້າ ໝາຍສະຫະສະວັດດ້ານສຸຂະພາບແມ່ ແລະ ເດັກ ອີງໃສ່ຜົນການສົບທຽບຜົນໄດ້ຮັບດ້ານສາທາລະນະສຸກໃນປະຈຸບັນໃສ່ກັບ ຂໍ້ມູນເບື້ອງຕົ້ນໃນປີ 1990. ເຖິງຢ່າງໃດກໍຕາມ, ຖ້າທຽບກັບມາດຕະຖານສາກົນ ແລະ ພາກພື້ນແລ້ວ, ສປປ ລາວ ຍັງມີຜົນໄດ້ຮັບ ດ້ານສຸຂະພາບແມ່ ແລະ ເດັກທີ່ຕໍ່າຫຼາຍ ຍິ່ງໄປກວ່ານັ້ນ ສປປ ລາວ ຍັງຫລຸດອອກຈາກເສັ້ນທາງສູ່ການບັນລຸເປົ້າໝາຍສະຫະ ສະວັດ ດ້ານໂພຊະນາການ, ເຊິ່ງມີປະມານຫນຶ່ງສ່ວນສາມຂອງເດັກນ້ອຍອາຍຸລຸ່ມ 5 ປີ ມີນໍ້າໜັກຕໍ່າກວ່າມາດຕະຖານ ແລະ ເກືອບຮອດເຄິ່ງຫນຶ່ງແມ່ນຂາດສານອາຫານຊໍ້າເຮື້ອ (ເປັນເດັກເຕ້ຍ). • ຜົນໄດ້ຮັບດ້ານສາທາລະນະສຸກທີ່ຕໍ່ານີ້ ແມ່ນກ່ຽວເນື່ອງມາຈາກອັດຕາການຊົມໃຊ້ການບໍລິການສາທາລະນະສຸກທີ່ຕໍ່າ ແລະ ມີຄວາມບໍ່ສະເໝີພາບ ແລະ ມາດຕະການປົກປ້ອງດ້ານການເງິນທີ່ເຊື່ອມຖອຍ. ອັດຕາການ ຈ່າຍເພື່ອສຸຂະພາບທີ່ສົ່ງຜົນກະ ທົບຕໍ່ສະພາບການເງິນຂອງຄົວເຮືອນຂອງຄົນເຈັບມີການປ່ຽນໄປໃນທາງທີ່ບໍ່ດີ ເຊິ່ງສາມາດເຫັນໄດ້ຈາກອັດຕາທີ່ເພີ່ມຂຶ້ນຕົວ ຊີ້ວັດນີ້ຮອດ 5.0 ເປີເຊັນ ໃນປີ 2012-13 ຈາກ 3.8 ເປີເຊັນ ໃນປີ 2007-08, ແລະ ຍັງມີຄວາມບໍ່ສະເໝີພາບກັນຢ່າງໃຫຍ່ ຫລວງໃນດ້ານການບໍລິການ ແລະ ດ້ານຜົນໄດ້ຮັບສາທາລະນະສຸກ ອີງຕາມສະພາບດ້ານເສດຖະກິດລາຍໄດ້ຂອງຄອບຄົວ, ລະຫວ່າງຕົວເມືອງ ແລະ ຊົນນະບົດ, ພູມສັນຖານ, ແລະ ຄວາມຫລາກຫລາຍຂອງເຜົາຊົນ. • ຈາກຈຸດຢືນດ້ານການເງິນສາທາລະນະສຸກ, ສປປ ລາວ ແມ່ນຈັດຢູ່ໃນກຸ່ມທີ່ມີລາຍຈ່າຍພາກລັດຕໍ່ວຽກສາທາລະນະສຸກຕໍ່າ ແຕ່ກໍາລັງເພີ່ມຂຶ້ນ, ເຊິ່ງພົວພັນເຖິງລະດັບການຈ່າຍໂດຍກົງຈາກຄົນເຈັບທີ່ສູງ ແລະ ການເອື່ອຍອີງໃສ່ທຶນຊ່ວຍເຫລືອຈາກ ພາຍນອກທີ່ບໍ່ຫມັ້ນຄົງ. • ລັດຖະບານແຫ່ງ ສປປ ລາວ ຮັບວ່າຈະເພີ່ມລາຍຈ່າຍພາກລັດຕໍ່ວຽກງານສາທາລະນະສຸກຂຶ້ນເປັນ 9 ເປີເຊັນ ຂອງລາຍຈ່າຍ ພາກລັດທັງຫມົດໃນປີ 2015, ແຕ່ຍັງບໍ່ສາມາດປະຕິບັດໄດ້. ຍັງມີຫລາຍບັນຫາຄົງຄ້າງ ບໍ່ພຽງແຕ່ຍາກທີ່ຈະເພີ່ມ ຫົວໜ່ວຍ ລາຍຈ່າຍ, ຍັງຍາກທີ່ຈະເພີ່ມປະສິດທິພາບດ້ານເຕັກນິກ ແລະ ການຈັດສັນງົບປະມານ ແລະ ການຈ່າຍເພື່ອບັນລຸຜົນໄດ້ຮັບດ້ານ ສຸຂະພາບ ຂອງປະຊາຊົນ ທັງໂດຍທາງກົງແລະທາງອ້ອມ. • ພັນທະສັນຍາ ແລະ ການລິເລີ່ມ ເພື່ອຂະຫຍາຍອັດຕາການປົກຄຸມ ແລະ ການປົກປ້ອງດ້ານການເງິນ ສໍາລັບຜູ້ທຸກຍາກ ໂດຍໃຊ້ການໂຮມທຶນ ແລະ ການຈ່າຍລ່ວງຫນ້າ ຜ່ານກອງທຶນຄົນເຈັບທຸກຍາກ, ການຍົກເວັ້ນຄ່າບໍລິການສໍາລັບສຸຂະພາບແມ່ ແລະ ເດັກ ຕາມນະໂຍບາຍ ເພື່ອບັນລຸການປົກຄຸມດ້ານສຸຂະພາບຖ້ວນຫນ້າໃນປີ 2025 ນັ້ນເປັນຕົວຊ່ວຍທີ່ສໍາຄັນເພື່ອຈະຮັບ ປະກັນຜົນຂອງການຈ່າຍນັ້ນຈະສາມາດຂະຫຍາຍການບໍລິການສາທາລະນະສຸກໄປສູ່ກຸ່ມຄົນທີ່ມີຄວາມຕ້ອງການຫລາຍທີ່ສຸດ. • ການລວມເອົາລາຍຮັບວິຊາການ ແລະ ທຶນພາຍນອກ ເພື່ອໃຫ້ການຈ່າຍດ້ານສາທາລະນະສຸກເພີ່ມຂຶ້ນຮອດເປົ້າໝາຍ 9 ເປີເຊັນ, ແຕ່ວ່າໄດ້ລຸດຜ່ອນຄວາມຈະແຈ້ງຂອງເປົ້າໝາຍຂອງຂະແຫນງສາທາລະນະສຸກ ເຊັ່ນ ລາຍຮັບວິຊາການ (ແລະ ກອງ ທຶນຢາຫມູນວຽນ) ເຮັດໃຫ້ເປົ້າໝາຍການປົກປ້ອງດ້ານການເງິນຖືກວາງຕໍ່າລົງ ແລະ ແທ້ຈິງແລ້ວແມ່ນການປະຕິບັດທີ່ສວນ ທາງກັບແນວທາງສູ່ການປົກຄຸມດ້ານສຸຂະພາບຖ້ວນຫນ້າ. ການລວມເອົາທຶນພາຍນອກເຂົ້ານໍາເຮັດໃຫ້ຄວາມເປັນເຈົ້າການທີ່ ຈະເພີ່ມລາຍຈ່າຍພາກລັດໃຫ້ຮອດ 9 ເປີເຊັນ ນັ້ນອ່ອນແອລົງ. • ສະພາບການເງິນສາທາລະນະສຸກຢູ່ຂັ້ນສຸກສາລາ ແມ່ນອາໄສລາຍຮັບຈາກກອງທຶນຢາໝູນວຽນ ເຊິ່ງເກັບຈາກການບໍລິການ ຈາກຄົນເຈັບ ໂດຍກົງ (ການຈ່າຍໂດຍກົງຈາກຄົນເຈັບ) ແລະ ລາຍຮັບຈາກທຶນພາຍນອກ, ລາຍຮັບຈາກທັງສອງແຫລ່ງ ແມ່ນຕົກເປັນ 58 ເປີເຊັນ ແລະ 20 ເປີເຊັນ ຂອງລາຍຮັບທັງໝົດຂອງສຸກສາລາຕາມລໍາດັບ. ເຖິງວ່າຈະໄດ້ ລາຍຮັບໂດຍຕົງ ຈາກຄົນເຈັບຜ່ານ ລາຍຮັບຈາກກອງທຶນຢາໝູນວຽນ, ຄວາມ ພຽງພໍຂອງຢາພື້ນຖານກໍຍັງອ່ອນ. • ໃນການເດີນໜ້າສູ່ການປົກຄຸມສຸຂະພາບຖ້ວນໜ້າ ເພື່ອເກັບກ່ຽວຜົນປະໂຫຍດດ້ານເສດຖະກິດ ແລະ ສັງຄົມ ຈາກການປັບປຸງ ສະຖານະພາບດ້ານສາທາລະນະສຸກ ແລະ ລະບົບການປົກປ້ອງຄວາມສ່ຽງດ້ານການເງິນສາທາລະນະສຸກ, ສປປ ລາວຕ້ອງໄດ້ ລຸດຜ່ອນການເອື່ອຍອີງໃສ່ການຈ່າຍໂດຍກົງຈາກຄົນເຈັບຜ່ານລະບົບກອງທຶນຢາໝູນວຽນ, ເພີ່ມການສະໜອງງົບປະມານລັດ ຕໍ່ວຽກງານສາທາ ລະນະສຸກ ແລະ ເພີ່ມການໂຮມທຶນ ແລະ ການຈ່າຍລ່ວງໜ້າ ດ້ວຍການສ້າງຄວາມເຂົ້ມແຂງໃຫ້ວິທີການ ຈ່າຍລ່ວງໜ້າ. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 7 1. ພາດຫົວເລື່ອງ 1. ບົດລາຍງານສະບັບນີ້ ນໍາສະເໜີພາບລວມຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໃນ ສປປ ລາວ, ໂດຍສຸມໃສ່ສະພາບການເງິນຢູ່ຂັ້ນສຸກສາລາ. ບົດລາຍງານນີ້ໄດ້ສັງລວມທ່າອ່ຽງລວມຂອງຜົນໄດ້ຮັບ ດ້ານສາທາລະນະສຸກ ແລະ ການສະ ໜອງງົບປະມານລັດຕໍ່ວຽກງານສາທາລະນະສຸກ ນັບແຕ່ປີ 2000-2014 ແລະ ການວິເຄາະຂໍ້ມູນທ່າອ່ຽງດ້ານການວາງແຜນ ແລະ ການຈັດສັນງົບປະມານລັດຕໍ່ການໃຊ້ຈ່າຍດ້ານສາທາ ລະນະສຸກ ນັບແຕ່ປີງົບປະມານ 2000/01 ຮອດ 2013/14 ແລະ ແຜນການໃຊ້ຈ່າຍສໍາລັບປີງົບປະານ2014/15, ປັບປຸງຜົນການປະເມີນລາຍຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທີຄົ້ນຄວ້າ ໃນປີ 2012.1 ພ້ອມກັນນີ້ ບົດ ລາຍງານກໍໄດ້ສະຫລຸບຜົນການວິເຄາະຂໍ້ມູນດ້ານການເງິນທີ່ເກັບກໍາຢູ່ຂັ້ນສຸກສາລາ ເຊິ່ງເປັນສ່ວນຫນຶ່ງຂອງ ການສໍາຫລວດສະຖານທີ່ບໍລິການສາທາລະນະສຸກ ທີ່ເກັບເອົາຂໍ້ມູນຈາກກຸ່ມສຸກສາລາຕົວຢ່າງທີ່ເປັນຕົວແທນ ຂອງສຸກສາລາທົ່ວປະເທດຈໍານວນ 120 ສຸກສາລາໃນປີ 2013-14. ບົດລາຍງານສະບັບນີ້ແມ່ນສ່ວນຫນຶ່ງຂອງ ຊຸດຄົ້ນຄວ້າກ່ຽວກັບວຽກງານສາທາລະນະສຸກໃນ ສປປ ລາວ ຂອງທະນາຄານໂລກ . 1 ທະນາຄານໂລກ (2012). ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໃນ ສປປ ລາວ: ສິ່ງຢັ້ງຢືນ ແລະ ບັນຫາ, ນະຄອນຫລວງວຽງຈັນ. 8 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 2. ຄວາມເປັນມາ ແລະ ຜົນໄດ້ຮັບດ້ານສາທາລະນະສຸກ 1. ສປປ ລາວ ເປັນປະເທດທີ່ບໍ່ຕິດກັບທະເລ, ມີປະຊາກອນ 6.4 ລ້ານຄົນ ທີ່ສ່ວນຫລາຍແມ່ນແຮງງານໃນ ຂະແໜງກະສິກໍາ ແລະ ມີປະມານ 70 ເປີເຊັນ ຂອງປະຊາກອນອາໄສຢູ່ເຂດຊົນນະບົດ. ຍ້ອນສະພາບເສດ ຖະກິດທີ່ເຕີບໂຕຢ່າງໄວວາ ສົ່ງຜົນໃຫ້ການລຸດຜ່ອນຄວາມທຸກຍາກໃນໄລຍະສອງທົດສະວັດທີ່ຜ່ານມາເປັນທີ່ ໜ້າປະທັບໃຈ. ອັດຕາສ່ວນຂອງປະຊາກອນທີ່ມີລາຍຮັບຕໍ່າກວ່າເສັ້ນວັດລະດັບຄວາມທຸກຍາກ ໄດ້ລຸດລົງຈາກ 45 ເປີເຊັນໃນປີ 1992 ຮອດ 23 ເປີເຊັນໃນປີ 2012. ປະຈຸບັນທະນາຄານໂລກ ຈັດໃຫ້ລາວເປັນປະເທດທີ່ມີ ລາຍຮັບລະດັບຕ່ຳຫາປານກາງ ເຊິ່ງມີລາຍຮັບຕໍ່ຄົນຕໍ່ປີແມ່ນ 1,450 ໂດລາ. ເຖິງຢ່າງໃດກໍຕາມລາຍຮັບ ແລະ ຄວາມບໍ່ສະເໝີພາບໃນຫລາຍໆດ້ານກໍຍັງເປັນສິ່ງທີ່ທ້າທາຍ. ລະດັບຄວາມທຸກຍາກຍັງມີສູງ ໂດຍສະເພາະ ຢູ່ເຂດຫ່າງໄກ ແລະ ເຂດພູສູງ ທີ່ເຂົ້າເຖິງໄດ້ຍາກຈາກທາງຖະໜົນ ຫຼື ທາງນໍ້າ. ນອກຈາກນັ້ນຜູ້ຄົນທີ່ອາໃສຢູ່ ເຂດຫ່າງໄກຍັງເຂົ້າເຖິງລະບົບສຸຂາພິບານ ແລະ ໄຟຟ້າຕໍ່າຫຼາຍ, ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຜູ້ ທີ່ອາໄສຢູ່ເຂດພູສູງ ແລະ ຮ່ອມພູ ເຊິ່ງກວມເອົາເກືອບເຄິ່ງໜຶ່ງຂອງປະຊາກອນຍັງເປັນກຸ່ມຄົນທີ່ດ້ອຍໂອກາດ ໃນການເຂົ້າເຖິງການບໍລິການພາກລັດ. 2. ໃນສອງສາມທົດສະວັດທີ່ຜ່ານມາ ຫລາຍຕົວຊີ້ວັດຈາກຜົນໄດ້ຮັບດ້ານສາທາລະນະສຸກຂອງ ສປປ ລາວ ມີຄວາມຄືມໜ້າ ຢ່າງຫລວງຫລາຍ. ອາຍຸໄຂສະເລ່ຍ ເພີ່ມຂຶ້ນເກືອບຮອດ 68 ປີ ໃນປີ 2013, ຈາກ 49 ປີ ໃນປີ1980 (ຮູບພາບ 1). ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີ ແລະ ເດັກອ່ອນ ກໍລຸດລົງຫລາຍໃນໄລຍະທີ່ຜ່ານມາ: ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີ ລຸດລົງຈາກ 201 ຕໍ່ 1,000 ເກີດມີຊີວິດໃນປີ 1980 ຮອດ 71 ຕໍ່ 1,000 ເກີດມີຊີວິດໃນປີ 2013. ໃນທ່າອ່ຽງປະຈຸບັນ, ຄາດວ່າ ສປປ ລາວ ຈະບັນລຸເປົ້າໝາຍສະຫະສະວັດດ້ານສຸຂະ ພາບເດັກ ທີ່ຮຽກຮ້ອງໃຫ້ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີ ຕ້ອງລຸດລົງ 2/3 ຂອງອັດຕາ ໃນໄລຍະ 1990- 2015.2 ສປປ ລາວ ກໍຢູ່ໃນເສັ້ນທາງທີ່ຈະບັນລຸເປົ້າໝາຍສະຫະສະວັດ ດ້ານສຸຂະພາບແມ່ ທີ່ຮຽກຮ້ອງໃຫ້ອັດ ຕາການເສຍຊີວິດຂອງແມ່ຕ້ອງລຸດລົງ 75 ເປີເຊັນຂອງອັດຕາໃນໄລຍະ 1990-2015; ແຕ່ແນວໃດກໍຕາມ ຄາດວ່າຈະບໍ່ສາມາດບັນລຸເປົ້າໝາຍສະຫະສະວັດດ້ານໂພຊະນາການໄດ້.3 ເຖິງວ່າມີຄວາມຄືມໜ້າທີ່ພົ້ນເດັ່ນ ແຕ່ ສິ່ງທ້າທ່າຍທີ່ສໍາຄັນຍັງມີຢູ່. ສປປ ລາວ ສືບຕໍ່ເປັນປະເທດທີ່ມີຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກທີ່ຕໍ່າທີ່ສຸດ ໃນໂລກ ແລະ ໃນພາກພື້ນ ອາຊີຕາເວັນອອກ ແລະ ປາຊິຟິກ. ອັດຕາການເສຍຊີວິດຂອງເດັກລຸ່ມ 5 ປີ ແລະ ເດັກອ່ອນ ທຽບໃສ່ລາຍຮັບຕໍ່ຫົວຄົນ ແມ່ນຍັງຕໍ່າກວ່າລະດັບສະເລ່ຍ (ຮູບພາບ 2). ເຖິງວ່າຕົວເລກ ການເສຍຊີວິດຂອງແມ່ປະມານ ຢູ່ທີ່ 220 ຕໍ່ 100,000 ເກີດມີຊີວິດ ຈະເປັນຕົວເລກທີ່ບໍ່ຈະແຈ້ງ ແຕ່ມັນ ເປັນຕົວເລກທີ່ສູງ ແລະ ສູງຫລາຍກວ່າປະເທດເພື່ອນບ້ານ ເຊັ່ນ ກໍາປູເຈຍ ແລະ ຍັງສູງກວ່າ ຫວຽດນາມປະມານ 4 ເທົ່າ (ຕາຕະລາງ 3).4 2 ລັດຖະບານແຫ່ງ ສປປ ລາວ ແລະ ສະຫະປະຊາຊາດ (2013). ບົດລາຍງານຄວາມຄືມໜ້າຂອງເປົ້າໝາຍສະຫະສະວັດ ສໍລັບ ສປປ ລາວ 2013. 3 ອົງການອານາໄມໂລກ/UNICEF/UNFPA/ທະນາຄານໂລກ (2014). ທ່າອ່ຽງຂອງອັດຕາການເສຍຊີວິດຂອງແມ່: 1990 ຫາ 2013. ຄາດຄະເນໂດຍ ອົງການອານາໄມໂລກ, UNICEF, UNFPA, ທະນາຄານໂລກ ແລະ ພະແນກປະຊາກອນຂອງສະຫະປະຊາຊາດ. 4 Ibid. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 9 ຮູບພາບ 1: ອັດຕາການເສຍຊີວິດຂອງເດັກອ່ອນ ແລະ ເດັກລຸ່ມ 5 ປີ ທຽບໃສ່ລາຍຮັບ ປີ2013 Infant and under-five mortality vs income, 2013 Infant mortality Under-five mortality 150 150 75 75 Lao PDR Lao PDR 50 India 50 India Myanmar Myanmar Cambodia Cambodia per 1,000 live births per 1,000 live births Philippines 25 Philippines Indonesia Indonesia 25 Vietnam Vietnam Thailand China Thailand China Sri Lanka Sri Lanka Malaysia Malaysia 5 5 250 1000 5000 25000 75000 250 1000 5000 25000 75000 GDP per capita (US$) GDP per capita (US$) Sources: WDI & WHO Note: x-scale and y-scale logged ຮູບພາບ 2: ທ່າອ່ຽງສໍາຄັນຂອງຜົນໄດ້ຮັບດ້ານສຸຂະພາບຂອງປະຊາຊົນໃນ ສປປ ລາວ ປີ 1980-2013 Population health indicators for Lao PDR, 1980-2013 200 Under-five mortality 70 Under-five/infant mortality rate 150 65 Infant mortality Life expectancy 60 100 55 Life expectancy 50 50 1980 1990 2000 2010 Year Source : WDI Note: y-scale logged 3. ປະມານ 1/3 ຂອງເດັກລຸ່ມ 5 ປີ ຍັງມີປັນຫານໍ້າໜັກລຸດມາດຕະຖານ ແລະ ເກືອບເຄິ່ງໜຶ່ງແມ່ນຂາດສານ ອາຫານຊໍາເຮື້ອ ຫລື ເຕ້ຍ. ໃນທ່າອ່ຽງປະຈຸບັນ, ຄາດວ່າ ສປປ ລາວ ຈະບໍ່ບັນລຸເປົ້າໝາຍສະຫະສະວັດດ້ານ ໂພຊະນາການ. ສາຍເຫດທີ່ພາໃຫ້ຜົນໄດ້ຮັບ ດ້ານສຸຂະພາບແມ່ແລະເດັກທີ່ຕໍ່າ ປະກອບດ້ວຍ: ອັດຕາ ການປົກຄຸມຂອງຕົວຊີ້ວັດສຳຄັນຕໍ່ການຊົມໃຊ້ການບໍລິການ ສຸຂະພາບແມ່ ແລະ ເດັກ ຢູ່ໃນລະດັບຕໍ່າ ເຊັ່ນ ການກວດທ້ອງກ່ອນເກີດ, ການເກີດໂດຍມີແພດຊ່ວຍ, ການສັກຢາກັນໝາກແດງ ແລະ ກັນຄໍຕີບ-ໄອໄກ່- ບາດທະຍັກ (DPT3), ທີ່ສົ່ງຜົນຕໍ່ການເຕີບໃຫຍ່ຂອງເດັກໃນຊ່ວງສໍາຄັນທີ່ສຸດຂອງຊີວິດ ກໍ່ຄືໃນ1,000 ວັນທໍາ ອິດຂອງຊີວິດຕັ້ງແຕ່ຕອນແມ່ຖືພາ. ຄຸນນະພາບການບໍລິການສຸຂະພາບທີ່ຕໍ່າຍັງເປັນສິ່ງທ້າທາຍອັນສໍາຄັນ ຂອງຂະແໜງສາທາລະນະສຸກ.  10 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 4. ເຫມືອນດັ່ງປະເທດອື່ນໃນພາກພື້ນ, ສປປ ລາວ ກໍາລັງຢູ່ໃນໄລຍະປ່ຽນແປງຢ່າງວອງໄວຂອງລະບົບລະ ບາດວິທະຍາ. ປະຈຸບັນພະຍາດ ທີ່ບໍ່ແມ່ນພະຍາດຕິດຕໍ່ (NCDs) ເປັນປັນຫາຫຼັກທີ່ພາໃຫ້ມີການເສຍຊີວິດໃນ ລາວ. ອັດຕາການເຈັບໄຂ້ ແລະ ການເສຍຊີວິດຈາກພະຍາດທີ່ບໍ່ແມ່ນພະຍາດຕິດຕໍ່ (NCDs) ໃນ ສປປ ລາວ ໃນປີ 1990 ມີພຽງແຕ່ 28 ເປີເຊັນ, ມາຮອດປີ 2010 ຕົວເລກນີ້ໄດ້ເພີ່ມຂຶ້ນຮອດ 47 ເປີເຊັນ (ຮູບພາບ 3). ການຕິດເຊື້ອທາງລະບົບຫາຍໃຈ ກວມເອົາອັດຕາສ່ວນຫລາຍທີ່ສຸດຂອງພະຍາດ, ເຊິ່ງສົ່ງຜົນໃຫ້ 8.8 ເປີເຊັນ ຂອງອາຍຸການມີຊີວິດເສຍໄປ (DALYs) ເນື່ອງຈາກການເຈັບໄຂ້ ແລະ ການເສຍຊີວິດກ່ອນກໍານົດຕາມ ສະຖິຕິປີ 2010 (ຕາຕະລາງ 1). ການເສຍຊີວິດກ່ອນອາຍຸທີ່ຄວນ (DALYs) ຍ້ອນຫົວໃຈຂາດເລືອດ ແລະ ເສັ້ນເລືອດອຸດຕັນ ໄດ້ມີການເພີ່ມຂຶ້ນຢ່າງໄວວາໃນໄລຍະປີ 1990-2010. ການສູບຢາເປັນໜຶ່ງໃນ 5 ປັດໄຈ ສ່ຽງຫລັກຂອງພະຍາດທີ່ເປັນສາເຫດການເສຍຊີວິດຢູ່ໃນ ສປປ ລາວ, ສ່ວນປັດໄຈສ່ຽງອື່ນກໍມີຄື ມົນລະພິດ ທາງອາກາດໃນຄົວເຮືອນທີ່ມາຈາກການໃຊ້ຟືນ ແລະ ຖ່ານຕ່າງໆ ແລະ ການກິນອາຫານທີ່ບໍ່ຖືກຕາມຫລັກໂພ ຊະນາການ5 (ເບິ່ງ ຕາຕະລາງ 2). ຮູບພາບ 3: ສາເຫດທີ່ພາເສຍຊີວິດໃນ ສປປ ລາວ, 1990-2010 Burden of disease by cause in Lao PDR,1990-2010 1990 2000 2010 Non-communicable Injuries 7% 8% 10% 28% 37% 47% 43% 55% 65% Communicable Source:IHME ຕາຕະລາງ 1: ສິບພະຍາດທີ່ເປັນພາໃຫ້ເສຍຊີວິດຢູ່ ສປປ ລາວ ໃນ 1990-2010 ຈັດລໍາດັບປີ 2010 ສິບພະຍາດ/ເງື່ອນໄຂ ໃນ 2010 ອັດຕາສ່ວນ DALYs ທີ່ເສຍໄປ 1990 2000 2010 1 ການຕິດເຊື້ອທາງລະບົບຫາຍໃຈດ້ານລຸ່ມ 15.1 12.0 8.8 2 ຫົວໃຈຂາດເລືອດ 2.5 3.3 4.4 3 ຖອກທ້ອງ 11.2 7.8 4.7 4 ພະຍາດສຶບທອດທາງກໍາມະພັນ 4.3 4.6 4.1 5 ເສັ້ນເລືອດໄປລ້ຽງສະໝອງຕີບຕັນ 2.2 3.0 3.9 6 ເກີດກ່ອນກໍານົດມີອາການສົນ 3.8 4.0 3.8 7 ວັນນະໂລກ 3.3 3.5 3.3 8 ພະຍາດຊຶມເສົ້າ 1.3 2.0 2.8 9 ອຸບັດເຫດຕາມທ້ອງຖະຫນົນ 1.2 1.8 2.7 10 ເຫຍື່ອຫຸ້ມສະຫມອງອັກເສບໃນເດັກ 2.1 2.3 2.3 DALYs ຕໍ່ 100.000 80,944 55,494 41,187 ແຫລ່ງຂໍ້ມູນ: IHME 5 http://www.healthmetricsandevaluation.org ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 11 ຕະຕະລາງ 2: ສິບປັດໄຈສ່ຽງທີ່ພາໃຫ້ເກີດມີພາລະດ້ານສຸຂະພາບໃນ ສປປ ລາວ ປີ 1990-2010 ຈັດລໍາດັບ ປີ2010 ສິບປັດໄຈສ່ຽງ ອັດຕາສ່ວນ DALYs ທີ່ເສຍໄປ 1990 2000 2010 1 ການຂາດໂພຊະນາການ 30.2 26.3 13.9 2 ຄວນຜິດ 6.3 7.3 9.0 3 ການກິນອາຫານບໍ່ຖືກຕາມໂພຊະນາການ 2.8 4.6 7.1 4 ຢາສູບ 4.3 4.9 6.8 5 ຄວາມດັນເລືອດສູງ 2.6 4.1 6.7 6 ນໍ້າ, ສຸຂາພິບານ,ແລະອານະໄມ 17.0 11.9 5.2 7 ເຫລົ້າ & ຢາເສບຕິດ 1.8 2.5 4.9 8 ທາດນໍ້າຕານໃນເລືອດສູງ 1.6 2.3 3.7 9 ນໍ້າຫນັກຫລາຍ 1.1 1.8 3.3 10 ອາຊີບທີ່ເປັນປັດໄຈສ່ຽງ 0.4 1.1 2.1 ແຫລ່ງຂໍ້ມູນ: IHME ຕາງຕະລາງ 3: ຕົວຊີ້ວັດຜົນໄດ້ຮັບດ້ານສາທາລະນະສຸກທີ່ສໍາຄັນຂອງ ສປປ ລາວ ແລະ ບັນດາປະເທດປຽບທຽບປີ 20146 ລາຍຮັບ ອັດຕາການ ເກີດມີ ກວດທ້ອງ ອັດຕາການ ອັດຕາປົກຄຸມ ອັດຕາປົກຄຸມ ອັດຕາການຂາດ ຕໍ່ຄົນຕໍ່ປີ ເສຍຊີວິດ ແພດຊ່ວຍ ຢ່າງນ້ອຍ ເສຍຊີວິດຂອງ ຂອງ DPT3 ຂອງຊັກກັນ ສານອາຫານຊໍາ (ໂດລາ) ຂອງແມ່ (%) 1 ເທື່ອ (%) ເດັກລຸ່ມ 5 ປີ (%) ໝາກແດງ (%) ເຮື້ອ (ເຕັ້ຍ)7 ບູຖານ 2,390 120 64.5 97.3 36.2 97.0 94.0 (%) ກໍາປູເຈຍ 1,010 170 74.0 89.1 37.9 92.0 90.0 33.6 ຈີນ 7,380 32 99.8 95.0 12.7 99.0 99.0 40.9 ອິນເດຍ 1,610 190 52.3 75.2 52.7 72.0 74.0 9.4 ອິນໂດເນເຊຍ 3,650 190 83.1 95.7 29.3 85.0 84.0 47.9 ສປປ ລາວ 1,600 220 41.5 54.2 71.4 87.0 82.0 36.4 ເນປານ 730 190 36.0 58.3 39.7 92.0 88.0 43.8 ຟິລິປິນ 3,440 120 72.8 95.5 29.9 94.0 90.0 40.5 ສຣີລັງກາ 3,400 29 98.6 99.4 9.6 99.0 99.0 33.6 ໄທ 5,410 26 99.6 98.1 13.1 99.0 99.0 14.7 ຕີມໍເລສເຕ 3,120 270 29.3 84.4 54.6 82.0 70.0 16.3 ຫວຽດນາມ 1,890 49 92.9 93.7 23.8 59.0 98.0 57.7 ກຸ່ມປະເທດລາຍຮັບຕໍ່າ 636 517 53.7 80.5 86.9 77.4 75.3 23.3 ກຸ່ມປະເທດລາຍຮັບ 2,409 195 74.0 86.5 46.5 86.1 85.4 37.8 ລະດັບກາງຂັ້ນຕົ້ນ 2,502 145 75.2 84.7 39.0 82.6 84.1 30 ອາຊີຕາເວັນອອກ&ປາຊິຟິກ 37 ແຫລ່ງຂໍ້ມູນ: WDI & ອົງການອານາໄມໂລກ (ຂໍ້ມູນຫລ້າສຸດທີ່ສາມາດເຂົ້າເຖິງ, 2006-2014). 6 WDI and ອົງການອານາໄມໂລກ (ຂໍ້ມູນຫລ້າສຸດຈາກ 2006-2014). 7 ອັດຕາການຂາດສານອາຫານຊໍາເຮື້ອ ຫລື ເຕ້ຍ ແມ່ນ ຄວາມສູງທຽບໃສ່ອາຍຸ- -2 SDs ໃນກຸ່ມເດັກອາຍຸລຸ່ມ 5 ປີ. 12 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 5. ຄວາມບບໍ່ສະເໝີພາບຂອງ ຜົນໄດ້ຮັບດ້ານສາທາລະນະສຸກ ໃນ ສປປ ລາວ ແມ່ນກ່ຽວພັນກັບສະພາບເສດ ຖະກິດຄອບຄົວ, ຄວາມແຕກຕ່າງຂອງຕົວເມືອງ ແລະ ຊົນນະບົດ, ຄວາມຫຍຸ້ງຍາກດ້ານພູມສັນຖານ, ແລະ ຄວາມຫລາກຫລາຍຂອງເຜົ່າຊົນ (ຕາຕະລາງ 4). ຄວາມບໍ່ສະເໝີພາບຕິດພັນກັບສະຖານະດ້ານເສດຖະກິດ ຄອບຄົວ ແລະ ກຸ່ມເຜົ່າຕາມພາສາເປັນສ່ວນໃຫຍ່: ໃນຂະນະທີ່ການເກີດ ມີແພດຊ່ວຍໃນກຸ່ມຄົນຮັ່ງມີແມ່ນ 91 ເປີເຊັນ, ແຕ່ໃນກຸມ ່ ເຜົ່າພາສາລາວ-ໄຕ ່ ຄົນທຸກ ແລະ ເກືອບທຸກມີແຕ່ພຽງ 17 ເປີເຊັນ; ການເກີດມີແພດຊ່ວຍ ໃນກຸມ ແມ່ນ 59 ເປີເຊັນ ແຕ່ໃນກຸ່ມເຜົ່າພາສາມົງ-ມ້ຽນ ມີພຽງແຕ່ 18 ເປີເຊັນ; ອັດຕາການຂາດສານອາຫານຊໍາເຮື້ອຫລື ເຕ້ຍ ໃນກຸ່ມຄົນທຸກ ແລະ ເກືອບທຸກແມ່ນສອງເທົ່າຂອງກຸ່ມຄົນຮັ່ງມີ. ການທຽບອັດຕາປົກຄຸມຂອງການຊັກຢາ DPT ໃນກຸ່ມຄົນທຸກ ແລະ ເກືອບທຸກແມ່ນເຄິ່ງໜຶ່ງຂອງກຸ່ມຄົນຮັ່ງມີ. ໂດຍທົ່ວໄປປະຊາກອນຢູ່ພາກກາງມີຕົວ ຊີ້ວັດການເກີດໂດຍມີແພດຊ່ວຍ ແລະ ກວດທ້ອງກ່ອນເກີດດີກວ່າຫມູ່, ແຕ່ອັດຕາປົກຄຸມຂອງວຽກງານຊັກຢາ ກັນພະນາດພັດຕາມຫລັງພາກອື່ນ. ຜົນໄດ້ຮັບດ້ານສາທາລະນະສຸກຢູ່ບາງແຂວງເທົ່າທຽມກັບບັນດາປະເທດ ຮັ່ງມີກວ່າເຊັ່ນ ອິນໂດເນເຊຍ, ແຕ່ວ່າອັດຕາການເສຍຊີວິດຂອງເດັກອ່ອນ ແລະ ເດັກລຸ່ມ 5 ປີ ຢູ່ຫລາຍແຂວງ ຄ້າຍຄືກັບຕົວເລກໃນປະເທດທຸກຍາກກວ່າເຊັ່ນ ປະເທດຊີຣາລີອອນ (ຮູບພາບ 4). ຕາຕະລາງ 4: ຕົວຊີ້ວັດທີ່ສໍາຄັນດ້ານສຸຂະພາບຂອງປະຊາກອນ ແບ່ງຕາມຄຸນລັກສະນະຂອງສັງຄົມ ແລະ ປະ ຊາກອນໃນ ສປປ ລາວ ເກີດມີ ກວດທ້ອງ ອັດຕາການ ອັດຕາປົກ ອັດຕາເດັກລຸ່ມ 5 ປີ ອັດຕາການຂາດ ແພດ ຢ່າງນ້ອຍ ເສຍຊີວິດ ຄຸມຂອງ ນໍ້າຫນັກຕໍ່າກວ່າ ສານອາຫານ ຊ່ວຍ 1 ເທື່ອ ຂອງເດັກລຸ່ມ DPT3 ມາດຕະຖານ ຊໍາເຮື້ອ (ເຕັ້ຍ)8 (%) (%) 5 ປີ (%) (ນໍ້າຫນັກທຽບໃສ່ອາຍຸ) (%) (%) ເຂດຢູ່ອາໄສ ຕົວເມືອງ 79.6 83.4 67.7 71.7 16.1 27.4 ຊົນນະບົດ 30.7 45.9 51.7 61.2 29.3 48.6 ພາກ ເໜືອ 31.0 45.0 56.2 62.1 26.2 51.4 ກາງ 52.8 63.3 52.6 59.5 23.1 38.1 ໃຕ້ 33.1 48.6 60.6 75.1 34.7 46.6 ຄວາມຮັ່ງມີ ທຸກແລະເກືອບທຸກ 40% 17.4 32.5 41.7 53.1 33.1 55.4 ປານກາງ 40% 54.7 69.6 63.5 70.5 22.3 36.8 ຮັ່ງມີ20% 90.7 91.7 81.4 81.9 12.1 19.7 ກຸ່ມພາສາ 21.5 33.4 ລາວ-ໄຕ 58.5 71.5 66.9 72.7 ມອນ-ຂະແມ 20.8 36.2 49.1 61.3 36.7 55.5 ມົງ-ມ້ຽນ 17.8 23.9 26.6 35.3 21.3 60.5 ຊີນົວ-ທິເບຕຽນ 18.3 24.6 31.5 44.2 42.8 60.9 ລວມ 41.5 54.2 55.5 63.7 26.6 44.2 ແຫລ່ງຂໍ້ມູນ: ການສຳຫຼວດຕົວຊີ້ວັດດ້ານສັງຄົມໃນລາວ (2012) 8 ອັດຕາການຂາດສານອາຫານຊໍາເຮື້ອ ຫລື ເຕ້ຍ ແມ່ນ ຄວາມສູງທຽບໃສ່ອາຍຸ- -2 SDs ໃນກຸ່ມເດັກອາຍຸລຸ່ມ 5 ປີ. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 13 ຮູບພາບ 4: ສົມທຽບບັນດາແຂວງຢູ່ໃນລາວກັບສາກົນ ປີ 20139 Global comparison of Lao PDR provinces, 2013 Infant mortality Under-five mortality 150 200 Khammuane Angola Phongsaly Sierra Leone 150 Phongsaly Sierra Leone Somalia Chad Khammuane 100 Angola Saravane per 1,000 live births per 1,000 live births Bokeo Somalia Oudomxay Chad Nigeria Luangprabang Saravane Bokeo 100 Nigeria Oudomxay Champasack Afghanistan SekongEquatorial Guinea Pakistan Sekong Xayabury Attapeu Luangnamtha Liberia Xiengkhuang Haiti Liberia 50 Xayabury Uganda Papua New Guinea Luangnamtha Papua New Guinea Myanmar 50 Vientiane Nepal Cambodia Vientiane Capital Vientiane Cambodia Indonesia Vientiane Capital Indonesia Vietnam Vietnam Thailand Thailand Iceland Singapore Iceland Singapore 0 0 Lao PDR Other countries Lao PDR Other countries Sources: LSIS & WDI 9 ອັດຕາດັ່ງກ່າວອາດຈະບໍ່ສາມາດປຽບທຽບໄດ້ ແຕ່ກໍເຮັດໃຫ້ຮູ້ວ່າປະເດັນຄວາມແຕກຕ່າງທີ່ມີຄົງຢູ່. 14 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 3. ພາບລວມດ້ານການເງິນສາທາລະນະສຸກ 1. ຈາກມຸມມອງດ້ານການເງິນສາທາລະນະສຸກ, ລະບົບສາທາລະນະສຸກຂອງ ສປປ ລາວ ໄດ້ປ່ຽນຈາກລະບົບ ຄຸ້ມຄອງລວມສູນແບບສະຫະພາບໂຊວຽດໃນອາດີດ ທີ່ໃຫ້ບໍລິການຟຣີສໍາລັບທຸກຄົນກ່ອນຊຸມປີ 1990 ມາ ສູ່ລະບົບທີ່ເພີ່ມທະວີການ ເອື່ອຍອີງໃສ່ການຈ່າຍໂດຍກົງຈາກຄົນເຈັບ. ໃນຫລາຍປີມໍ່ໆມານີ້ ລະບົບດັ່ງກ່າວ ພະຍາຍາມຈະລຸດການເອື່ອຍອີງໃສ່ການຈ່າຍ ໂດຍກົງຈາກຄົນເຈັບ ແລະ ເຄື່ອນໄປສູ່ການໃຫ້ບໍລິການຟຣີສໍາ ລັບບາງປະເພດບໍລິການສຸຂະພາບ ເຊັ່ນບໍລິການສຸຂະພາບແມ່ ແລະ ເດັກ ແລະ ສໍາລັບບາງກຸ່ມປະຊາກອນ ເຊັ່ນ ໃຫ້ບໍລິການຟຣີສໍາລັບຄົນເຈັບທຸກຍາກຜ່ານກອງທຶນຄົນເຈັບທຸກຍາກ, ແລະ ລັດຖະບານກໍໄດ້ພະຍາຍາມທີ່ຈະ ບັນລຸການປົກຄຸມສາທາລະນະສຸກຖ້ວນໜ້າໃນປີ 2020.10,11,12 ປະຈຸບັນມີປະກັນສຸຂະພາບຫລາຍຮູບແບບຕ່າງ ກັນສໍາລັບລັດທະກອນ, ສຳລັບພະນັກງານພາກເອກະຊົນ; ແລະ ກອງທຶນປະກັນສຸຂະພາບ ເພື່ອປະຊາຊົນສໍາ ລັບປະຊາຊົນທົ່ວໄປທີ່ບໍ່ທຸກ. ຕົວເລກຄາດຄະເນສະແດງໃຫ້ເຫັນວ່າມີປະມານ 20 ເປີເຊັນ ຂອງປະຊາກອນ ທີ່ຖືກປົກຄຸມໂດຍຮູບແບບໃດໜຶ່ງຂອງກອງທຶນປະກັນສຸຂະພາບ, ໃນນີ້ລວມມີ 40 ເປີເຊັນຂອງຜູ້ທຸກທີ່ປົກຄຸມ ໂດຍກອງທຶນຄົນເຈັບທຸກຍາກ.13 2. ນະໂຍບາຍເພື່ອສຸຂະພາບແມ່ແລະປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າທີ່ຮັບຮອງໂດຍ ທ່ານນາຍົກລັດຖະມົນຕີ (ດໍາລັດ ເລກທີ 178/ນຍ) ເຮັດໃຫ້ມີຍິງຖືພາ ແລະ ເດັກລຸ່ມ 5 ປີທຸກຄົນ ໄດ້ຮັບການຍົກເວັ້ນຄ່າບໍລິການສໍາລັບ ເກີດລູກ ແລະ ບໍລິການ ສຸຂະພາບເດັກອື່ນໆຢູ່ທຸກໆສຸກສາລາ ແລະ ໂຮງໝໍຂອງລັດ, ແນວໃດກໍ່ຕາມການຈັດຕັ້ງ ປະຕິບັດນະໂຍບາຍດັ່ງກ່າວຍັງຈໍາກັດຕາມພູມສັນຖານ. ສໍາລັບຝ່າຍຜູ້ໃຫ້ບໍລິການ, ນະໂຍບາຍດັ່ງກ່າວທົດ ແທນຄ່າບໍລິການຄືນໃຫ້ສະຖານທີ່ບໍລິການສາທາລະນະສຸກຕາມລາຄາກໍານົດສໍາລັບແຕ່ລະປະເພດການບໍລິ ການ ແລະ ປະເພດຂອງສະຖານທີ່ບໍລິການ. ການບໍລິການໃນນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກ ລຸ່ມ 5 ປີ ບໍ່ເສຍຄ່າ ປະກອບມີ: ການບໍລິການກວດທ້ອງກ່ອນເກີດ, ກວດຫລັງເກີດ, ເກີດຢູ່ສະຖານທີ່ບໍລິການ, ກວດເດັກດີ ແລະ ປິ່ນປົວເດັກລຸ່ມ 5 ປີ ລວມທັງກວດເຂດນອກ ແລະ ນອນໂຮງໝໍ. ການຈັດຕັ້ງປະຕິບັດໄດ້ ເລີ່ມຂຶ້ນໃນປີ 2013, ທໍາອິດແມ່ນປະຕິບັດໃນເມືອງທຸກຍາກ ແລະ ຈຸດສຸມເພື່ອການພັດທະນາຂອງລັດຖະ ບານ. ມີແຜນທີ່ຈະຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າໃນ ປີ 2014 ດ້ວຍ ສາມທາງເລືອກໃນການໃຫ້ຊຸດຜົນປະໂຫຍດ ເຊິ່ງມີຄວາມຕ້ອງການທຶນປະມານ 2.9 ລ້ານໂດລາ ຮອດ 5.5 ລ້ານໂດລາ ຕໍ່ປີ.14 ການປະເມີນຂອງທະນາຄານໂລກ ປີ 2013 ຕໍ່ນະໂຍບາຍໃໝ່ນີ້ ລະບຸວ່ານະໂຍບາຍດັ່ງກ່າວທີ່ຍົກເວັ້ນການເກັບຄ່າບໍລິການອາດຈະບໍ່ພຽງພໍທີ່ຈະເພີ່ມອັດຕາການຊົມໃຊ້ ແລະ ປັບປຸງຄວາມບໍສະເໝີພາບຢູ່ໃນທົ່ວປະເທດ.15 ນະໂຍບາຍດັ່ງກ່າວຄວນໄດ້ຮັບການສົມທົບຈາກຝ່າຍຜູ້ໃຫ້ບໍ ລິການ ແລະ ການປຸກລະດົມຊຸກຍູ້ ຢູ່ຊຸມຊົນໂດຍສຸມໃສ່ກິດຈະກໍາສໍາລັບຝ່າຍຜູ້ຕ້ອງການ ພ້ອມທັງຮັບປະກັນ ຄວາມພ້ອມດ້ານການເງິນ ແລະ ການຊຸກຍູ້ອື່ນໆເພື່ອເພີ່ມອັດຕາການຊົມໃຊ້ຂອງກຸ່ມຜູ້ທຸກ. 10 ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ (2012). ດໍາລັດວ່າດ້ວຍກອງທຶນປະກັນສຸຂະພາບແຫ່ງຊາດ, ເລກທີ 470/ລບ. ນະຄອນຫລວງວຽງຈັນ. 11 ອົງການອານາໄມໂລກ (2014). ບົດທວນຄືນລະບົບສາທາລະນະສຸກຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລະບົບສາທາລະນະສຸກ ໃນໄລຍະຂ້າມຜ່ານ, vVol. 4 nNo. 1. 12 ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ກົມການເງິນ (ເມສາ 2014). ຮ່າງຍຸດທະສາດດ້ານການເງິນສາທາລະນະສຸກ, ສປປ ລາວ 2014-2025.. 13 Ibid. 14 ການຄາດຄະເນງ່າຍໆສໍາລັບນະໂຍບາຍສຸຂະພາບແມ່ແລະປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ ສໍາລັບ ປີງົບປະມານ 2014/15, ກະຊວງສາທາ ລະນະສຸກ/ ກົມການເງິນ. ທາງເລືອກ 1= ປົກຄຸມທົ່ວປະເທດ (5.5 ລ້ານໂດລາ); ທາງເລືອກ 2 = ທຸກໆເມືອງຍົກເວັ້ນເມືອງຫລວງຂອງແຂວງ (4.0 ລ້ານໂດລາ); ທາງເລືອກ 3 = ເອົາແຕ່ເມືອງທີ່ປະຕິບັດໂຄງການຢູ່ແລ້ວ (2.9 ລ້ານໂດລາ). 15 ທະນາຄານໂລກ (2013). ການຈ່າຍໂດຍກົງຈາກຄົນເຈັບ ແລະ ຄວາມພ້ອມສໍາລັບບໍລິການສຸຂະພາບແມ່ ແລະ ເດັກໃນ ສປປ ລາວ. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 15 3. ອີງຕາມມາດຕະຖານສາກົນ, ສປປ ລາວ ເປັນປະເທດທີ່ການໃຊ້ຈ່າຍພາກລັດຕໍ່ວຽກສາທາລະນະສຸກຢູ່ໃນ ລະດັບຕໍ່າ ເຊິ່ງພົວພັນເຖິງລະດັບການຈ່າຍໂດຍກົງຈາກຄົນເຈັບທີ່ສູງ ແລະ ການເອື່ອຍອີງທຶນຊ່ວຍເຫລືອຈາກ ພາຍນອກ. ດ້ານດີແມ່ນມີຫຼັກຖານບົ່ງບອກວ່າ ສປປ ລາວ ກໍາລັງຫັນປ່ຽນລະບົບການເງິນສາທາລະນະສຸກໄປ ໃນທາງທີ່ເໝາະສົມດ້ວຍການເພີ່ມຕົວເລກລວມຂອງລາຍຈ່າຍຕໍ່ຫົວຄົນ ສໍາລັບວຽກສາທາລະນະສຸກ ແລະ ເພີ່ມອັດຕາສ່ວນຂອງທຶນຈາກແຫລ່ງທຶນລວມ, ແຕ່ການດໍາເນີນການດັ່ງກ່າວຍັງຊ້າຫລາຍ (ເບິ່ງຮູບພາບ 5).16 ອີງໃສ່ການຄາດຄະເນຂອງບັນຊີສາທາລະນະສຸກໂດຍອົງການອານາໄມໂລກ, ການໃຊ້ຈ່າຍພາກລັດຕໍ່ວຽກ ສາທາລະນະສຸກ (ງົບປະມານຂອງກະຊວງສາທາ ແລະ ລາຍຈ່າຍຂອງກອງທຶນປະກັນສັງຄົມຕໍ່ວຽກສາທາລະ ນະສຸກ) ກວມເອົາອັດຕາສ່ວນຂອງ GDP ໃນປີ 2013 ພຽງແຕ່ 1.0 ເປີເຊັນ, ເຊິ່ງຕໍ່າກວ່າປະເທດເນປານທີ່ມີ 2.6 ເປີເຊັນ, ປະເທດໄທທີ່ມີ 3.6 ເປີເຊັນ ແລະ ປະເທດຫວຽດນາມທີ່ມີ 2.5 ເປີເຊັນ (ຕາຕະລາງ 5 ແລະ ຮູບພາບ 6). ໃນເວລາດຽວກັນ, ສປປ ລາວ ສ່ວນຫລາຍແມ່ນເອື່ອຍອີງໃສ່ການສົມທົບທຶນຈາກພາຍນອກ ເຂົ້າໃນການໃຊ້ຈ່າຍຕໍ່ວຽກສາທາລະນະສຸກ (ຫລາຍກວ່າປະເທດເນປານ ແລະ ປະເທດບູຖານ). ປະສົບການ ຈາກສາກົນແນະນໍາວ່າ ອັດຕາສ່ວນຂອງ GDP ທີ່ພາກລັດນໍາມາໃຊ້ຈ່າຍຕໍ່ວຽກສາທາລະນະສຸກຄວນຈະຕ້ອງ ເພີ່ມຂຶ້ນ ເພື່ອລຸດຜ່ອນອັດຕາສ່ວນການຈ່າຍໂດຍກົງຈາກຄົນເຈັບ. ຍ້ອນວ່າຊ່ອງຫວ່າງດ້ານການເງິນສາທາ ລະນະສຸກຍັງກວ້າງຫຼາຍ, ເຖິງແມ່ນວ່າລັດຖະບານຈະເພີ່ມ 1 ເປີເຊັນຂອງ GDP ເຂົ້າໃນການໃຊ້ຈ່າຍພາກລັດ ຕໍ່ວຽກງານສາທາລະນະສຸກກໍບໍ່ອາດຈະເຮັດໃຫ້ລາວຕາມທັນປະເທດເນປານ, ໄທ ແລະ ຫວຽດນາມໄດ້. ຮູບພາບ 5: ການປ່ຽນແປງຂອງການຈ່າຍໂດຍກົງຈາກຄົນເຈັບ ແລະ ການໂຮມທຶນຕໍ່ຫົວໜ່ວຍການໃຊ້ຈ່າຍ ຕໍ່ວຽກສາທາລະນະສຸກ 1995-2013 Health financing transition, 1995-2013 Annual change in OOP/capita health spending (%) 20 30 Timor-Leste China Indonesia Myanmar Vietnam 10 Sri Lanka Philippines Cambodia Bhutan Lao PDR Nepal 0 Thailand -10 -10 0 10 20 30 Annual change in pooled/capita health spending (%) Source: WHO 16 Fan, V.Y. and W.D. Savedoff (2014). “The Health Financing Transition: A Conceptual Framework and Empirical Evi- dence,” Social Science & Medicine, 105: 112-121. ບັນດາປະເທດທີ່ຢູ່ຟາກຂວາດ້ານລຸ່ມຂອງ ຮູບພາບ 5 ມີລັກສະນະກໍາລັງປ່ຽນແປງ ລະບົບການເງິນສາທາລະນະສຸກ ແລະ ການໂຮມລາຍຈ່າຍດ້ານສາທາລະນະສຸກຢ່າງວ່ອງໄວ ແລະ ເພີ່ມຂຶ້ນ, ການຈ່າຍໂດຍກົງຈາກຄົນເຈັບ ລຸດລົງເຊັ່ນ ປະເທດໄທ; ບັນດາປະເທດທີ່ຢູ່ຟາກຂວາດ້ານເທິງ ແລະ ຢູ່ລຸ່ມເສັ້ນອຽງ 45 ອົງສາ ແມ່ນປະເທດທີ່ການໂຮມກັນຈ່າຍເພີ່ມຂຶ້ນຢ່າງໄວ ວາກວ່າການຈ່າຍໂດຍກົງ ຈາກຄົນເຈັບ ແຕ່ຍັງມີບາງປະເທດທີ່ມີການປ່ຽນແປງຂ້ອນຂ້າງຊ້າ ເຊັ່ນ ສປປ ລາວ; ບັນດາປະເທດທີ່ຢູ່ຟາກຂວາ ແລະ ຢູ່ເທິງເສັ້ນ 45 ອົງສາແມ່ນກໍາລັງ ຖອຍຫລັງຍ້ອນ ການຈ່າຍໂດຍກົງຈາກຄົນເຈັບກໍາລັງເພີ່ມຂຶ້ນໄວກວ່າການໂຮມກັນຈ່າຍດ້ານສາທາລະນະສຸກ ເຊັ່ນຟິລິປິນ. 16 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ ຕາຕະລາງ 5: ບັນຊີສາທາລະນະສຸກ ອົງການອານາໄມໂລກ - ຕົວຊີ້ວັດສໍາຄັນສໍາລັບ ສປປ ລາວ, 1995-2013 ຕົວຊີ້ວັດ 2000 2005 2010 (2012)17 2013 ລາຍຈ່າຍສາທາລະນະສຸກລວມ/ຫົວຄົນຕາມອັດຕາແລກປ່ຽນຂອງ US$11 US$20 US$ 26 US$ 36 US$32 ຕະຫລາດ ການໃຊ້ຈ່າຍທັງໝົດດ້ານສາທາລະນະສຸກ (% ຂອງ GDP) 3.3 4.3 2.4 2.8 2.0 ອັດຕາການເຕີບໂຕຕໍ່ປີທຽບໃສ່ລາຍຈ່າຍດ້ານສາທາລະນະສຸກ ທັງໝົດໃນ 5 ປີຜ່ານມາ (%) -5.4 0.7 -29.1 - 11.9 ອັດຕາການເຕີບໂຕຂອງ GDP ( %ຕໍ່ປີ) 5.8 7.1 8.5 - 8.5 ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ຄິດເປັນ % ຂອງລາຍຈ່າຍດ້ານສາທາລະນະສຸກທັງໝົດ 35.1 17.0 40.7 38.5 49.3 ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ຄິດເປັນ % ຂອງ GDP 1.2 0.7 1.0 1.1 1.0 ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ຄິດເປັນ % ຂອງ ລາຍຈ່າຍພາກລັດທັງໝົດ 5.8 4.1 4.3 4.1 3.5 ກອງທຶນປະກັນສຸຂະພາບ ຄິດເປັນ % ຂອງ ການໃຊ້ຈ່າຍ ພາກລັດຕໍ່ວຽກງານສາທາລະນະສຸກ 1.2 7.2 6.9 N/A 3.1 ການໃຊ້ຈ່າຍພາກເອກະຊົນຕໍ່ວຽກງານສາທາລະນະສຸກ ຄິດເປັນ % ຂອງ ລາຍຈ່າຍດ້ານສາທາລະນະສຸກທັງໝົດ 64.9 83.0 59.3 52.8 50.7 ການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບ (% ລາຍຈ່າຍດ້ານ ສາທາລະນະສຸກທັງໝົດ) 59.6 62.5 46.4 44.4 40.0 ການຈ່າຍໂດຍກົງຈາກຄົນເຈັບຄິດເປັນ % ຂອງການໃຊ້ຈ່າຍ ພາກເອກະຊົນຕໍ່ວຽກງານສາທາລະນະສຸກ 91.8 75.3 78.2 84.1 78.8 ທຶນພາຍນອກຕໍ່ວຽກສາທາລະນະສຸກ ຄິດເປັນ % ຂອງລາຍຈ່າຍ ດ້ານສາທາລະນະສຸກທັງໝົດ 29.2 16.5 31.9 19.3 26.8 ແຫລ່ງຂໍ້ມູນ: ບັນຊີສາທາລະນະສຸກ ອົງການອານາໄມໂລກ & WDI, 2015 ຮູບພາບ 6: ການສົມທຽບກັບສາກົນດ້ານການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ແລະ ອັດຕາສ່ວນ ຂອງການຈ່າຍໂດຍກົງຈາກຄົນເຈັບ, 2013 OOP vs government health spending shares, 2013 10 80 Government health spending share of GDP(%) Myanmar OOP share of total health spending (%) 8 60 Cambodia Philippines Vietnam 6 Indonesia 40 Solomon Islands Lao PDR Malaysia Mongolia 4 China Mongolia PNG Thailand China Fiji Fiji 20 Vietnam Malaysia 2 Cambodia Philippines PNG Thailand Lao PDR Indonesia Myanmar Solomon Islands 0 0 250 1000 2500500010000 25000 75000 0 2 4 6 8 10 GDP per capita, US$ Government health spending share of GDP (%) Source: WHO and WDI 17 ຂໍ້ມູນບັນຊີສາທາລະນະສຸກນີ້ໄດ້ຖືກນໍາສະເໜີໃນກອງປະຊຸມລະຫວ່າງ ກົມການເງິນ ກະຊວງສາທາລະນະສຸກ ແລະ ຜູ້ມີສ່ວນຮ່ວມຈາກຫລາຍພາກ ສ່ວນ ໃນເດືອນເມສາ 2015. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 17 4. ການເອື່ອຍອີງໃສ່ການຈ່າຍໂດຍກົງຈາກຄົນເຈັບເປັນສ່ວນໃຫ່ຍໃນ ສປປ ລາວ ສົ່ງຜົນໃຫ້ເປັນອຸປະສັກທາງ ດ້ານການເງິນຢ່າງຫຼາຍຕໍ່ຄົນເຈັບໃນການຊົມໃຊ້ ບໍລິການສາທາລະນະສຸກ, ທີ່ເຮັດໃຫ້ອັດຕາການຊົມໃຊ້ການ ບໍລິການສາທາລະນະສຸກນັ້ນຕໍ່າ ແລະ ບໍ່ສະເໝີພາບສຳລັບທຸກຄົນ ແລະ ເປັນປັດໄຈສ່ຽງດ້ານການເງິນສູງ ຍ້ອນປັນຫາສຸຂະພາບ. ການວິເຄາະຂໍ້ມູນການສໍາຫລວດການໃຊ້ຈ່າຍ ແລະ ການບໍລິໂພກໃນລາວ LECS V 2012/13 ສະແດງໃຫ້ເຫັນຄວາມບໍ່ສະເໝີພາບໃນການຊົມໃຊ້ການບໍລິການສາທາລະນະສຸກລະຫວ່າງກຸ່ມ ຄົນທຸກທີ່ສຸດ ແລະ ກຸ່ມຄົນຮັ່ງມີທີ່ສຸດ ເຊິ່ງບໍ່ລວມເອົາພຽງແຕ່ຄວາມແຕກຕ່າງຂອງການເຄີຍຊົມໃຊ້ບໍລິການ ສາທາລະນາສຸກຕອນເຈັບໄຂ້, ແຕ່ວ່າຄວາມບໍ່ສະເໝີພາບນີ້ຍັງມີຢູ່ໃນກຸ່ມທີ່ລາຍງານທີ່ກຳລັງເຈັບໄຂ້ຢູ່. ເຖິງ ຢ່າງໃດກໍຕາມ ກຸ່ມຄົນຮັ່ງມີທີ່ສຸດຈະຊົມໃຊ້ການບໍລິການຢູ່ສະຖານທີ່ບໍລິການສາທາລະນະສຸກຂອງລັດຫລາຍ ກວ່າກຸ່ມຄົນທຸກຍາກທີ່ສຸດ ແລະ ຮູບແບບການຊົມໃຊ້ກໍແຕກຕ່າງກັນຫລາຍລະຫວ່າງກຸ່ມຄົນຮັ່ງມີທີ່ສຸດ ແລະ ກຸ່ມຄົນທຸກຍາກທີ່ສຸດ (ເບິ່ງຕາຕະລາງ 6). ຕາຕະລາງ 6: ການຊົມໃຊ້ຂອງຄົນເຈັບກວດເຂດນອກໃນສີ່ອາທິດທີ່ຜ່ານມາແຍກຕາມລະດັບເສດຖະກິດ, 2012/1318 ເປີເຊັນຂອງກຸ່ມທີ່ລາຍງານການເຈັບໄຂ້, ທີ່ໄດ້ໃຊ້ການບໍລິ ລວມ ທຸກທີ່ສຸດ ເກືອບທຸກ ປານກາງ ຮັ່ງມີ ຮັ່ງມີທີ່ສຸດ ການກວດເຂດນອກໃນສີ່ອາທິດທີ່ຜ່ານມາ (%) (%) (%) (%) (%) (%) ມີການເຈັບໄຂ້ ຫລື ເກີດອຸບັດເຫດ 10.4 9.3 9.2 10.7 10.8 13.0 ໄປພົບຫມໍເວລາເຈັບໄຂ້ 31.2 25.0 26.1 31.7 34.3 39.5 ໄປພົບຫມໍທີ່ສະຖານທີ່ບໍລິການຂອງລັດເວລາເຈັບໄຂ້ 24.4 21.6 21.2 26.4 26.7 26.7 ໄປພົບຫມໍທີ່ສະຖານທີ່ບໍລິການຂອງເອກະຊົນເວລາເຈັບໄຂ້ 11.0 6.6 7.6 8.9 14.5 18.1 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ 2012/13 5. ລົງເລິກການວິເຄາະຂໍ້ມູນການສໍາຫລວດການໃຊ້ຈ່າຍ ແລະ ການບໍລິໂພກໃນລາວ LECS V ທີ່ຕາຕະລາງ 7 ສະແດງໃຫ້ເຫັນເຖິງຄວາມອ່ອນແອຂອງການປ້ອງກັນຄວາມສ່ຽງດ້ານການເງິນ ເຊິ່ງໄດ້ມີການເຊື່ອມໂຊມລົງ ທຽບໃສ່ຜົນການສໍາຫລວດ LECS ທີ່ຜ່ານມາໃນປີ 2007-08. ກຳນົດວ່າການໃຊ້ຈ່າຍ 10 ເປີເຊັນ ຫລື ຫລາຍ ກວ່າຂອງຄ່າໃຊ້ຈ່າຍທັງໝົດຂອງຄົວເຮືອນແມ່ນມີຜົນກະທົບຕໍ່ສະພາບເສດຖະກິດການເງິນຂອງຄອບຄົວ ຢ່າງໜັກ. ບົດລາຍງານນີ້ພົບວ່າມີ 5.0 ເປີເຊັນຂອງຄົວເຮືອນໄດ້ປະສົບກັບການຈ່າຍເພື່ອສຸຂະພາບທີ່ກະທົບ ຕໍ່ສະພາບການເງິນຂອງຄອບຄົວຢ່າງໜັກ. ອັດຕາສ່ວນນີ້ແມ່ນໄດ້ເພີ່ມຂຶ້ນຈາກ 3.8 ເປີເຊັນ ໃນ 2007-0819 ມາຮອດ 5.0 ເປີເຊັນ ໃນປີ 2012-13. ຕາຕະລາງ 7: ອັດຕາ ແລະ ຄວາມຮຸນແຮງຂອງການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບເສດຖະກິດຄອບ ຄົວຢ່າງໜັກ, 2003-1320 ອັດຕາການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບການເງິນ ເພດານການຈ່າຍເພື່ອສຸຂະພາບ ຂອງຄອບຄົວ ທຽບໃສ່ການໃຊ້ຈ່າຍທັງໝົດຂອງຄົວເຮືອນ 5% 10% 15% 20% 25% ອັດຕາເປັນເປີເຊັນ ຈາການສຳຫຼວດໃນປີ (2002-03) (%) 4.2 ອັດຕາເປັນເປີເຊັນຈາການສຳຫຼວດໃນປີ (2007-08) (%) 3.8 ອັດຕາເປັນເປີເຊັນຈາການສຳຫຼວດໃນປີ (2012-13)(%) 9.8 5.0 3.1 1.9 1.4 ເປີເຊັນຜິດດ່ຽງມາດຕະຖານ (%) 0.0 0.0 0.0 0.0 0.0 ເປີເຊັນເກີນຈິງ (%) 1.0 0.6 0.4 0.3 0.2 ຄ່າຜິດດ່ຽງມາດຕະຖານ (%) 0.0 0.0 0.0 0.0 0.0 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ 2012/13 18 ການສໍາຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ V2012/13; ໂດຍການຄິດໄລ່ຂອງພະນັກງານທະນະຄານໂລກ. 19 ທະນາຄານໂລກ (2010). ການຈ່າຍໂດຍກົງຈາກຄົນເຈັບແລະການຊົມໃຊ້ການບໍລິການສາທາລະນະສຸກໃນ ສປປ ລາວ: ຫລັກຖານຈາກການສໍາຫຼວດ ການໃຊ້ຈ່າຍແລະການບໍລິໂພກໃນລາວ. 20 ການສໍາຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ LECS V2012/13; ໂດຍການຄິດໄລ່ຂອງພະນັກງານທະນະຄານໂລກ. ຫລາຍປີກ່ອນໜ້ານີ້: Powell-Jackson, T., and Magnus Lindelow (2010). ການຈ່າຍໂດຍກົງຈາກຄົນເຈັບແລະການຊົມໃຊ້ການບໍລິການສາທາລະນະສຸກໃນ ສປປ ລາວ: ຫລັກຖານຈາກການສໍາຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ. 18 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 6. ການປົກປ້ອງດ້ານການເງິນສາທາລະນະສຸກມີຄວາມແຕກຕ່າງຕາມສະຖານະພາບທາງເສດຖະກິດສັງຄົມ ແລະ ສົ່ງຜົນໃຫ້ມີຄວາມບໍ່ສະເໝີພາບໃນການຊົມໃຊ້ ແລະ ການເຂົ້າເຖິງການບໍລິການສາທາລະນະສຸກຂອງ ຄົວເຮືອນ. ຄົວເຮືອນໃນກຸ່ມທີ່ຮັ່ງມີກວ່າມີທັງອັດຕາການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບເສດຖະກິດ ຄອບຄົວສູງກວ່າ ແລະ ມີການໃຊ້ຈ່າຍເພື່ອສຸຂະພາບຫຼາຍກວ່າກຸ່ມອື່ນ. ນອກຈາກນັ້ນ, ຄວາມແຕກຕ່າງ ລະຫວ່າງບັນດາພາກ ແລະ ຕົວເມືອງ-ຊົນນະບົດ ກໍສົ່ງຜົນໃຫ້ມີຄວາມບໍ່ສະເໝີພາບໃນການຊົມໃຊ້ ແລະ ການ ເຂົ້າເຖິງການບໍລິການຢູ່ສະຖານບໍລິການສາທາລະນະສຸກ. ຕົວຢ່າງ ຄົວເຮືອນທີ່ອາໄສຢູ່ເຂດຕົວເມືອງໃຊ້ຈ່າຍ 2.3 ເປີເຊັນ ຂອງລາຍຈ່າຍການບໍລິໂພກທັງໝົດເພື່ອການຮັກສາສຸຂະພາບໃນຂະທີ່ຄົວເຮືອນຢູ່ເຂດຊົນນະ ບົດໃຊ້ຈ່າຍພຽງແຕ່ 1.7 ເປີເຊັນ ຂອງລາຍຈ່າຍການບໍລິໂພກທັງໝົດ; ແລະ ມີປະມານ 6.6 ເປີເຊັນ ຂອງຄົວ ເຮືອນໃນຕົວເມືອງພົບກັບການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບການເງິນຂອງຄົວເຮືອນແຕ່ມີປະມານ 4.6 ເປີເຊັນ ຂອງຄົວເຮືອນໃນເຂດຊົນນະບົດທີ່ພົບປັນຫາດຽວກັນ (ເບິ່ງ ຕາຕະລາງ 8). ຕາຕະລາງ 8: ອັດຕາການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບການເງິນແບ່ງຕາມຄຸນລັກສະນະຂອງຄົວ ເຮືອນ 2012/1321 ຄຸນລັກສະນະຂອງຄົວເຮືອນ ອັດຕາການຈ່າຍໂດຍກົງຈາກຄົນເຈັບ ອັດຕາການເກີດມີການຈ່າຍເພື່ອສຸຂະ ເພື່ອສຸຂະພາບທຽບໃສ່ການໃຊ້ຈ່າຍ ພາບທີ່ກະທົບຕໍ່ສະພາບການເງິນຂອງ ບໍລິໂພກ ທັງໝົດຂອງຄົວເຮືອນ (%) ຄົວເຮືອນ (ເພດານ 10%) (%) ເຂດຢູ່ອາໄສ ຊົນນະບົດ 1.7 4.4 ຕົວເມືອງ 2.3 6.6 ພາກ ນະຄອນຫລວງວຽງຈັນ 2.3 7.2 ເຫນືອ 1.7 4.2 ກາງ 1.7 4.6 ໃຕ້ 2.1 5.6 ຄວາມຮັ່ງມີ ທຸກທີ່ສຸດ 0.7 1.1 ເກືອບທຸກ 1.2 2.6 ປານກາງ 1.8 5.2 ຮັ່ງມີ 2.3 6.7 ຮັ່ງມີທີສຸດ 3.4 9.5 ລວມ 1.9 5.0 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ 2012/13 7. ເຖິງແມ່ນວ່າ ກອງທຶນປະກັນສຸຂະພາບຕ່າງໆປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ການປ້ອງກັນຄວາມສ່ຽງດ້ານການເງິນສາທາລະນະສຸກ, ແຕ່ກໍຍັງມີສິ່ງທ້າທາຍສໍາຄັນຫລາຍຢ່າງ ເຊິ່ງລວມທັງ ຂະຫນາດຂອງປະຊາກອນທີ່ຢູ່ນອກລະບົບທີ່ສ່ວນໃຫຍ່ປະກອບອາຊີບກະສິກໍາຄົວເຮືອນ ແລະ ອັດຕາປະຊາ ກອນທີ່ທຸກຍາກຕ້ອງໄດ້ມີການເອົາໃຈໃສ່ ຖ້າຕ້ອງການໃຫ້ການຂະຫຍາຍກອງທຶນປະກັນສຸຂະພາບນັ້ນປະສົບ ຜົນສໍາເລັດ. ດັ່ງນັ້ນ, ຍຸດທະສາດດ້ານການເງິນສາທາລະນະສຸກ 2014-2025 ຂອງລັດຖະບານ22 ຈຶ່ງລະບຸໃຫ້ ເພີ່ມປະສິດທິພາບ ແລະ ປະສິດທິຜົນຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ເພື່ອໃຫ້ຍຸດທະ ເສດດັ່ງກ່າວສາມາດປັບປຸງການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ສ້າງຄວາມເຂັ້ມແຂງ ໃຫ້ການປົກ ປ້ອງດ້ານການເງິນສາທາລະນະສຸກໄດ້ໃນໄວໆນີ້. 21 ການສໍາຫລວດການໃຊ້ຈ່າຍແລະການບໍລິໂພກໃນລາວ 2012/13; ໂດຍການຄິດໄລ່ຂອງພະນັກງານທະນະຄານໂລກ. 22 ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ກົມການເງິນ (ເມສາ 2014). ຮ່າງຍຸດທະສາດດ້ານການເງິນສາທາລະນະສຸກ, ສປປ ລາວ 2014-2025.., ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 19 ່ ຍຂອງລັດຕໍ່ວຽກງານສາທາລະນະສຸກ 4. ງົບປະມານການໃຊ້ຈາ 1. ການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກໃນ ສປປ ລາວ ກໍາລັງມີການເພີ່ມຂຶ້ນ ເຖິງວ່າຈະເລີ່ມ ຈາກຕົວເລກທີ່ຕໍ່າຫຼາຍ ແລະ ມີການເໜັງຕີງຕະຫຼອດ. ໃນປີງົບປະມານ 2013/14, ອີງຕາມຂໍ້ມູນ ໂດຍກົງ ດ້ານການເງິນຈາກ ກະຊວງສາທາລະນະສຸກ, ການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກຢູ່ ສູນກາງ ແລະ ທ້ອງຖິ່ນລວມມີຈໍານວນ 1,339 ຕື້ກີບ, ຕົກເປັນປະມານ 1.4 ເປີເຊັນ ຂອງ GDP (ປະມານ≈24 ໂດລາຕໍ່ຄົນຕໍ່ປີ).23 ຕົວເລກນີ້ສະແດງໃຫ້ເຫັນວ່າການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກຕໍ່ຫົວ ຄົນລຸດລົງຈາກປີງົບປະມານ 2012/13 ລວມທັງການລຸດລົງໃນການໃຊ້ຈ່າຍບໍລິຫານ ແລະ ການລົງທຶນຈາກ ແຫລ່ງທຶນພາຍໃນ ແລະ ພາຍນອກ, ແຕ່ບໍ່ລວມການໃຊ້ຈ່າຍຂອງກະຊວງອື່ນໆ ແລະ ກອງທຶນປະກັນສຸຂະພາບ ຕ່າງໆ. ແຜນການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກ ປີງົບປະມານ 2014/15 ຄາດວ່າຈະ ສູງກວ່າ ປີກ່ອນ 1.7 ເປີເຊັນ ຂອງ GDP. 2. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ ການເອື່ອຍອິງໃສ່ທຶນພາຍນອກ, ການໃຊ້ຈ່າຍງົບປະມານລັດຕໍ່ວຽກ ງານສາທາລະນະສຸກ ໄດ້ມີການເໜັງຕີງຕະຫຼອດເວລາ (ເບິ່ງ ຮູບພາບ 7), ຍັງເປັນທີ່ຮັບຮູ້ວ່າຜູ້ໃຫ້ທຶນພາຍນອກ ກໍາລັງລຸດຜ່ອນການຊ່ວຍເຫລືອລົງໂດຍສະເພາະ ໃນປີງົບປະມານ 2012/13. ຖ້າມີແຕ່ນັບເອົາທຶນຈາກພາຍໃນ ການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກມີພຽງແຕ່ 1 ເປີເຊັນ ຂອງ GDP ໃນປີງົບປະມານ 2013/14 ເຊິ່ງແມ່ນເກືອບສາມເທື່ອຂອງສິບປີກ່ອນ. ໃນແຜນພັດທະນາເສດຖະກິດ ແລະ ສັງຄົມຄັ້ງທີ່ 7, ລາຍຮັບສ່ວນໜຶ່ງຈາກ ເຄື່ອນນໍ້າເທີນ 2 ໄດ້ຖືກຈັດສັນເຂົ້າໃນວຽກງານສາທາລະນະສຸກຕາມແຜນທີ່ກໍານົດໄວ້ (ດັ່ງທີ່ໄດ້ກ່າວຢູ່ໃນສ່ວນຕໍ່ໄປຂອງບົດລາຍງານສະບັບນີ້ ທີ່ວ່າມີສຸກສາລາຈໍານວນຫນ ຶ່ງໄດ້ຮັບທຶນຈາກບໍລິສັດ ນໍ້າເທີນ2). ອີກຢ່າງໜຶ່ງການໃຊ້ຈ່າຍງົບປະມານລັດຕໍ່ວຽກງານສາທາລະນະສຸກນັບເອົາແຕ່ຕົວເລກຈາກແຫລ່ງ ທຶນພາຍໃນ ສໍາລັບປີງົບປະມານ 2014/15 ຄາດວ່າຈະມີ 1.2 ເປີເຊັນ ຂອງ GDP. ຖ້າເຮັດໃຫ້ການໃຊ້ຈ່າຍຕົວ ຈິງເພີ່ມຂຶ້ນໄດ້ຕາມທີ່ຄາດຄະເນຈະເປັນບາດກ້າວສໍາຄັນເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍທີ່ຂະແໜງສາທາ ລະນະສຸກຕັ້ງໄວ້. ຮູບພາບ 7: ອັດຕາສ່ວນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທຽບໃສ່ GDP ປີງົບປະມານ 2000/01-2014/15 Government health spending share of GDP, FY 2000/01-2014/15 2 Total government health spending 1.5 Percent of GDP (%) .5 1 Domestically-financed health spending 0 2000/01 2003/04 2006/07 2009/10 2012/13 2014/15 Fiscal year Note: Actual 2000/01-2012/13; DOF-MoH 2013/14 (personal correspondence) Planned 2014/15 Source: Official Gazette & State Budget Plan (various years) 23 ກົມການເງິນກະຊວງສາທາລະນະສຸກ ສປປ ລາວ (ຄໍາຕອບຈາກຜູ້ໃຫ້ຂໍ້ມູນ). ທີມງານຜູ້ກະກຽມບົດລາຍງານສະບັບນີ້ ບັນທຶກຄວາມແຕກຕ່າງ ຂອງຕົວ ຊີ້ວັດດ້ານການເງິນສາທາລະຍະສຸກຈາກສອງແຫລ່ງຂໍ້ມູນ – ບັນຊີສາທາລະນະສຸກ ອົງການອານາໄມໂລກ (ຕາຕະລາງ 5), ທີ່ລວມເອົາລາຍຈ່າຍຂອງ ການຈ່າຍໂດຍກົງຈາກຄົນເຈັບ ແລະ ງົບປະມານຂອງກະຊວງສາທາລະນະສຸກຊຸດຫລ້າສຸດໄວ້ທີ່ນີ້ – ເຖິງແມ່ນວ່າການປົກຄຸມຈະແຕກຕ່າງຍ້ອນ ສະພາບງົບປະມານຕົວຈິງ. ສໍາລັບວັກນີ້ກ່ຽວກັບ ‘ການໃຊ້ຈ່າຍພາກລັດທັງໝົດຕໍ່ວຽກງານສາທາລະນະສຸກ’, ຄຸນຄ່າຂອງ “ຄວາມສົດໃໝ່” ຂອງການ ໃຊ້ຈ່າຍ ພາກລັດທັງໝົດ ແມ່ນສໍາຄັນສໍາລັບການບອກໃຫ້ນະໂຍບາຍປະຈຸບັນພິຈາລະນາທີ່ຈະລວມເອົາຕົວຊີ້້ວັດດ້ານການເງິນສາທາລະນະສຸກເຂົ້າ ນໍາ ພ້ອມກັບສະແດງຄວາມໂປ່ງໃສ. ທີມງານຍັງໄດ້ພິຈາລະນາສິ່ງທ້າທາຍດ້ານເວລາ ແລະ ຄວາມສອດຄ່ອງໃນການເກັບກໍາຕົວຊີ້ວັດດ້ານການເງິນ ສາທາລະນະສຸກທີ່ພົບໃນ ການຄົ້ນຄວ້າຄັ້ງນີ້. 20 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 3. ໃນຍຸດທະສາດດ້ານການເງິນສາທາລະນະສຸກ 2014-2025, ລັດຖະບານແຫ່ງ ສປປ ລາວໃຫ້ສັນຍາວ່າຈະ ເພີ່ມການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກຂຶ້ນຮອດ 9 ເປີເຊັນ ຂອງການໃຊ້ຈ່າຍພາກລັດທັງໝົດ ໃນປີ 2015.24 ທີ່ບໍ່ດີປານໃດແມ່ນເປົ້າໝາຍດັ່ງກ່າວລວມເອົາລາຍຮັບວິຊາການ ແລະ ທຶນພາຍນອກເຂົ້ານໍາ ເຊິ່ງເຮັດໃຫ້ຕົວເລກເປົ້າໝາຍບໍ່ຈະແຈ້ງ ແລະ ອາດຂັດກັບເປົ້າໝາຍຫຼັກຂອງຂະແໜງສາທາລະນະສຸກ ເຊັ່ນ ການປົກປ້ອງດ້ານການເງິນສາທາລະນະສຸກ. ລາຍຮັບວິຊາການແມ່ນໄດ້ມາຈາກການຈ່າຍໂດຍກົງຈາກຄົນ ເຈັບທີ່ຊົມໃຊ້ບໍລິການສາທາລະນະສຸກຂອງລັດ, ແຕ່ອາດສົ່ງຜົນຕໍ່ການເຂົ້າເຖິງການບໍລິການສາທາລະນາສຸກ, ມີຄວາມສ່ຽງດ້າການເງິນ, ແລະ ຄວາມບໍ່ສະເໝີພາບສຳຫຼັບຫລາຍຄົນໄດ້. ນອກຈາກນັ້ນ, ການເອື່ອຍອີງໃສ່ ທຶນພາຍນອກເບິ່ງຄືຈະເປັນການແກ້ໄຂທີ່ບໍ່ຍືນຍົງ ຍ້ອນ ສປປ ລາວ ໄດ້ຖືກຈັດເປັນປະເທດທີ່ມີລາຍຮັບລະ ດັບກາງ. ເພື່ອປັບປຸງຄວາມຈະແຈ້ງ ແລະ ຄວາມຮັບຜິດຊອບຕໍ່ເປົ້າໝາຍການໃຊ້ຈ່າຍພາກລັດຕໍ່ວຽກງານສາ ທາລະນະສຸກຄວນຕັ້ງເປົ້າສະເພາະທີ່ນໍາໃຊ້ທຶນພາຍໃນຈາກພາກລັດຕໍ່ວຽກງານສາທາລະນະສຸກໂດຍບໍ່ລວມ ເອົາລາຍຮັບວິຊາການ ແລະ ທຶນພາຍນອກເຂົ້າໃນງັບປະມານການໃຊ້ຈ່າຍຂອງລັດຕໍ່ວຽກງານສາທາລະນະ ສຸກ, ຍ້ອນວ່າການໃຊ້ຈ່າຍ ຕົວຈິງ ແລະ ແຜນງົບປະມານການໃຊ້ຈ່າຍຂອງລັດຕໍ່ວຽກງານສາທາລະນະສຸກກຳ ລັງຈະໄດ້ຕາມ ເປົ້າໝາຍ 9 ເປີເຊັນທີ່ວາງໄວ້ (ເບິ່ງ ຮູບພາບ 8, ຊ້າຍ). ຮູບພາບ 8: ອັດຕາສ່ວນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທຽບໃສ່ການໃຊ້ຈ່າຍພາກລັດທັງ ໝົດໃນປີງົບປະມານ 2000/01-2013/14 Government health spending Government recurrent health spending share of government spending share of recurrent government spending 9 Percent of govt recurrent expenditure (%) 9 Percent of govt expenditure (%) 7 7 5 5 3 3 1 1 2000/01 2003/04 2006/07 2009/10 2013/14 2000/01 2003/04 2006/07 2009/10 2013/14 Fiscal year Fiscal year Note: Actual 2000/01-2012/13; DOF-MoH 2013/14 (personal correspondence); Planned 2014/15 Source: Official Gazette & State Budget Plan (various years) 24 ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ກົມການເງິນ (ເມສາ 2014). ຮ່າງຍຸດທະສາດດ້ານການເງິນສາທາລະນະສຸກ, ສປປ ລາວ 2014-2025. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 21 4. ເພີ່ມເຕີມຈາກຕົວເລກຈຳນວນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ, ອົງປະກອບຂອງ ການໃຊ້ຈ່າຍຈາກພາກລັດດັ່ງກ່າວ, ທີ່ສ່ວນຫລາຍແມ່ນຫນັກໄປໃນການລົງທຶນ ແລະ ຄ່າແຮງງານ, ກໍ່ຕ້ອງ ໄດ້ຮັບການພິຈາລະນະຄືນ. ໃນ ສປປ ລາວ, ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກເກືອບທັງ ໝົດແມ່ນຈັດສັນເຂົ້າໃນການລົງທຶນ ແລະ ຄ່າແຮງງານ, ເຮັດໃຫ້ເງິນເຫລືອບໍ່ຫຼາຍສໍາລັບການໃຊ້ຈ່າຍທີ່ ຈຳເປັນທີ່ບໍ່ແມ່ນຄ່າແຮງງານ (ເຊິ່ງລວມມີການຈັດຊື້ສິນຄ້າ, ຢາ ແລະ ເຄື່ອງໃຊ້ການແພດທີ່ຈຳເປັນ ແລະ ເງິນສຳລັບການວາງແຜນ ແລະ ບໍລິຫານ), ໃນສະພາບແວດລ້ອມທີ່ແຫລ່ງທຶນສາທາລະນະສຸກນັ້ນມີຈໍາກັດ. ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໃນດ້ານການລົງທຶນແມ່ນຂ້ອນຂ້າງສູງ, ໂດຍສະເລ່ຍໃນທົດ ສະວັດທີ່ຜ່ານມາແມ່ນຫລາຍກວ່າ 50 ເປີເຊັນ ຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ (ໂດຍທີ່ 80-90 ເປີເຊັນຂອງການລົງທຶນຕໍ່ວຽກງານສາທາລະນະສຸກແມ່ນມາຈາກທຶນພາຍນອກ). ໃນປີງົບປະມານ 2013/14 ປະມານ 35 ເປີເຊັນ ຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ ເປັນການໃຊ້ຈ່າຍໃນ ການລົງທຶນຕໍ່ວຽກງານສາທາລະນະສຸກ, ແລະ ອີກ 35 ເປີເຊັນ ເປັນການໃຊ້ຈ່າຍຄ່າແຮງງານຫຼືເງິນເດືອນ. ຍັງເຫລືອ 30 ເປີເຊັນ ແມ່ນຄ່າໃຊ້ຈ່າຍທີ່ບໍ່ແມ່ນຄ່າແຮງງານ, ທີ່ລຸດລົງຈາກ 35 ເປີເຊັນ ທຽບໃສ່ຊຸມປີທີ່ຜ່ານມາ ຄິດເປັນຈໍານວນເງິນປະມານ 374 ຕື້ກີບ (≈ 6.7 ໂດລາຕໍ່ຄົນຕໍ່ປີ) ໃນປີງົບປະມານ 2013/14. ການໃຊ້ຈ່າຍ ທີ່ບໍ່ແມ່ນຄ່າແຮງງານທີ່ມີລະດັບຕໍ່ານີ້ ສົ່ງຜົນກະທົບຕໍ່ການໃຫ້ບໍລິການສາທາລະນະສຸກ ແລະ ຄວາມພ້ອມຂອງ ຝ່າຍຜູ້ບໍລິການຢູ່ ຂັ້ນສຸກສາລາມີຄວາມອ່ອນແອລົງ (ທີ່ຈະອະທິບາຍຕໍ່ຢູ່ໃນວັກຕໍ່ໄປ). ຖ້າຄິດເປັນຈໍານວນແລ້ວ ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຈາກທຶນພາຍໃນເພີ່ມຂຶ້ນຈາກ 65.7 ຕື້ກີບ ໃນປີງົບປະມານ 2000/01 ຮອດ 918 ຕື້ກີບ ໃນປີງົບປະມານ 2013/14, ຖ້າຄິດເປັນເປີເຊັນແມ່ນສະເລ່ຍແລ້ວເພີ່ມຂຶ້ນ 20 ເປີເຊັນ (ຕົວເລກໃນແຜນ) ແລະ 13 ເປີເຊັນ (ຕົວເລກຕົວຈິງ) (ຮູບພາບ 9). ແຜນການໃຊ້ຈ່າຍພາກລັດຕໍ່ວຽກ ງານສາທາລະນະສຸກຈາກທຶນພາຍໃນຂອງປີງົບປະມານ 2014/15 ແມ່ນ 1,215 ຕື້ກີບ. 22 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 5. ການເອື່ອຍອີງໃສ່ທຶນພາຍນອກພາໃຫ້ຕົວເລກການລົງທຶນສາທາລະນະສຸກມີທາອ່ຽງຈາກຕົວເລກການ ລົງທຶນຕົວຈິງ, ຍ້ອນທຶນພາຍນອກທັງໝົດແມ່ນຖືກຈັດເຂົ້າໃນຮ່ວງການລົງທຶນສາທາລະນະສຸກ. ທຶນຈາກ ພາຍນອກກວມເອົາເກືອບ 90 ເປີເຊັນ ຂອງການໃຊ້ຈ່າຍລົງທຶນສາທາລະນະສຸກທັງໝົດ, ເຖິງແມ່ນວ່າໃນຕົວຈິງ, ທຶນພາຍນອກຈະຈ່າຍເປັນເງິນບໍລິຫານ ແລະ ຈັດຊື້ອຸປະກອນຕ່າງໆກໍ່ຕາມ. ປະເດັນນີ້ຈະຖືກສົນທະນາຕໍ່ໃນ ບົດລາຍງານສະບັບນີ້ ໃນເວລາທີ່ສະເໜີຜົນການວິເຄາະຂໍ້ມູນຈາກການສໍາຫລວດສຸກສາລາ. 6. ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກຈາກທຶນພາຍໃນແມ່ນສຸມໃສ່ແຕ່ຄ່າແຮງງານ ຫຼື ເງິນເດືອນ ລັດຖະກອນ ເຊິ່ງເຮັດໃຫ້ອັດຕາສ່ວນຄ່າໃຊ້ຈ່າຍທີ່ບໍ່ແມ່ນຄ່າແຮງງານມີທ່າອ່ຽງລຸດລົງຈາກ 41 ເປີເຊັນ ໃນປີ ງົບປະມານ 2000/01 ຫາ 17 ເປີເຊັນ ໃນປີງົບປະມານ 2006/07, ແຕ່ກໍໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງຮອດ 43 ເປີເຊັນ ໃນປີງົບປະມານ 2013/14. ການໃຊ້ຈ່າຍຄ່າແຮງງານໄດ້ເຕັ້ນຂື້ນ 30 ເປີເຊັນ ໃນປີງົບປະມານ 2011/12 ຈາກປີງົບປະມານ 2010/11, ແຕ່ວ່າການໃຊ້ຈ່າຍທີ່ບໍ່ແມ່ນຄ່າແຮງງານກໍ່ໄດ້ເພີ່ມຂຶ້ນໃນອັດຕາສ່ວນ ທີ່ຄ້ານຄືກັນ. ປະເດັນນີ້ຖືກສົນທະນາຢູ່ໃນບົດລາຍງານທີ່ມີຊື່ວ່າ-ຊັບພະຍາກອນມະນຸດເພື່ອສຸກຂະພາບຢູ່ ສປປ ລາວ: ຜົນການສໍາຫລວດສຸກສາລາຈາກຕົວແທນທົ່ວປະເທດແລະການສໍາຫລວດພະນັກງານປະຈໍາສຸກ ສາລາ. ຮູບພາບ 9: ທ່າອ່ຽງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໂດຍທຶນພາຍໃນ ປີງົບປະມານ 2000/01-2013/14 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 23 7. ອີກບັນຫານໜຶ່ງທີ່ໜ້າເປັນຫ່ວງແມ່ນການແຈກຢາຍການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກ, ເຊິ່ງຂ້ອນຂ້າງຈະເນັ້ນໃສ່ໃຫ້ແຕ່ລະດັບສູນກາງ ແລະ ມີການແຈກຢາຍທີ່ບໍ່ສະເໝີພາບໃຫ້ບັນດາແຂວງຕ່າງໆ. ໃນປີງົບປະມານ 2013/14 ໜ້ອຍກວ່າເຄິ່ງໜຶ່ງ (44 ເປີເຊັນ) ຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະ ນະສຸກເກີດຂຶ້ນຢູ່ຂັ້ນທ້ອງຖິ່ນທີ່ລວມເອົາຕັ້ງແຕ່ຂັ້ນແຂວງ ແລະ ລຸ່ມລົງໄປ. ແຜນການໃຊ້ຈ່າຍຕໍ່ວຽກງານສາ ທາລະນະສຸກຢູ່ຂັ້ນທ້ອງຖິ່ນໃນປີງົບປະມານ 2014/15 ມີພຽງແຕ່ເຄິ່ງໜຶ່ງຂອງການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກ. ໃນປີ 2013/14, 100 ເປີເຊັນ ຂອງການໃຊ້ຈ່າຍຕໍ່ວຽກງານສາທາລະນະສຸກຢູ່ຂັ້ນທ້ອງຖິ່ນ ແມ່ນຄ່າໃຊ້ຈ່າຍປະຈຳ, ໂດຍທີ່66 ເປີເຊັນ ແມ່ນຄ່າຄ່າແຮງງານຫຼືເງິນເດືອນ; ນີ້ອາດຈະເປັນຍ້ອນວ່າຄ່າໃຊ້ ຈ່າຍລົງທຶນສາທາລະນະສຸກຈາກທຶນພາຍນອກເຖິງວ່າຈະຈ່າຍຢູ່ຂັ້ນທ້ອງຖິ່ນໄດ້ຖືກຈັດເຂົ້າໃນຮ່ວງການລົງ ທຶນໝົດຈາກສູນກາງ. 8. ການໃຊ້ຈ່າຍພາກລັດຕໍ່ບັນດາແຂວງບໍ່ພຽງແຕ່ຕ່າງກັນຢູ່ທີ່ອັດສ່ວນຂອງການໃຊ້ຈ່າຍຕໍ່ວຽກສາທາລະນະ ສຸກ, ແຕ່ຍັງແມ່ນຈໍານວນລາຍຈ່າຍຕົວຈິງຕໍ່ຫົວຄົນ. ບໍ່ແປກໃຈທີ່ແຂວງໃດ ໂດຍລວມມີຈໍານວນຂອງການໃຊ້ ຈ່າຍພາກລັດຕໍ່ຫົວຄົນສູງກວ່າ ແມ່ນມີທ່າອ່ຽງໃນການຈ່າຍຕໍ່ວຽກງານສາທາລະນະສຸກຫລາຍກວ່າ ໂດຍສະ ເພາະແມ່ນການໃຊ້ຈ່າຍປະຈຳຕໍ່ວຽກງານສາທາລະນະສຸກ (ເບິ່ງ ຮູບພາບ 10). ຄວາມແຕກຕ່າງຂອງຄ່າໃຊ້ ຈ່າຍພາກລັດນີ້ ສະແດງໃຫ້ເຫັນຄວາມພະຍາຍາມທີ່ຈະໃຊ້ຈ່າຍໃຫ້ເໝາະສົມ ແລະ ມີປະສິດທິພາບ. ຕົວຢ່າງ: ການໃຊ້ ຈ່ າ ຍພາກລັ ດ ຕໍ່ ວ ຽກສາທາລະນະສຸ ກ ຕໍ່ ຫົ ວ ຄົ ນ ຈະສູ ງ ກວ່ າ ຢູ່ ໃ ນແຂວງທີ່ ມີ ປ ະຊາກອນກະແຈກກະ ຈາຍ ແລະ ທຸກກວ່າແຂວງອື່ນໆ ເຊັ່ນແຂວງເຊກອງ ແລະ ອັດຕະປື, ເຊິ່ງເປັນແຂວງທີ່ມີຄວາມຕ້ອງການ ດ້ານສາທາລະນະສຸກຫລາຍກວ່າ ທຽບໃສ່ແຂວງທີ່ຮັ່ງມີກວ່າ ເຊັ່ນແຂວງຈໍາປາສັກ,ສະຫວັນນະເຂດ, ແລະ ນະຄອນຫລວງວຽງຈັນ. ຮູບພາບ 10: ການໃຊ້ຈ່າຍປະຈຳຕໍ່ວຽກງານສາທາລະນະສຸກຕໍ່ຫົວຄົນຢູ່ຂັ້ນແຂວງ ປີງົບປະມານ 2011/12 Provincial recurrent health expenditure per capita, FY 2011/12 100000 100000 Provincial govt health recurrent expenditure per capita (LAK) Provincial recurrent health expenditure per capita (LAK) Sekong Sekong 80000 80000 Attapeu Attapeu 60000 60000 Luangnamtha Luangnamtha 40000 40000 Xiengkhuang Khammuane Khammuane Phongsaly Xiengkhuang Luangprabang Phongsaly Luangprabang Oudoumxay Borikhamxay Oudoumxay Xayabury HuaphanhBorikhamxay Huaphanh Saravane Vientiane Xayabury Saravane Vientiane Champasack Champasack Savannakhet Savannakhet 20000 20000 Bokeo Bokeo Vientiane capital Vientiane capital 400000 800000 1200000 10 20 30 40 50 Provincial government expenditure per capita (LAK) Provincial poverty rate (%) Source: Official Gazette: State Budget Revenue-Expenditure Implementation of FY 2011/12 24 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 9. ການບໍລິຫານງົບປະມານໄດ້ປະຕິບັດຢ່າງສົມເຫດສົມຜົນໃນລະຫວ່າງປີງົບປະມານ 2007/08 ແລະ 2011/12, ແຕ່ວ່າ ຕັ້ງແຕ່ປີງົບປະມານ 2012/13 ເກີດມີຄວາມແຕກຕ່າງຫລາຍລະຫວ່າງແຜນງົບປະມານ ແລະ ການໃຊ້ຈ່າຍຕົວຈິງ. ໃນປີງົບປະມານ 2012/13 ການໃຊ້ຈ່າຍຕົວຈິງຂອງພາກລັດຕໍ່ວຽກສາທາລະນະສຸກ ເກີນແຜນງົບປະມານຫຼາຍ ແຕ່ໃນໄຕມາດຕໍ່ມາໄດ້ມີຈ່າຍຫຼຸດແຜນງົບປະມານຫຼາຍ, ເຊິ່ງມັນໄດ້ສະທ້ອນໃຫ້ເຫັນ ເຖິງຄວາມອ່ອນແອໃນຂະບວນ ການຂຶ້ນແຜນ ແລະ ບໍລິຫານຈ່າຍງົບປະມານລັດ (ເບິ່ງ ຮູບພາບ 11). ຮູບພາບ 11: ຕົວເລກການໃຊ້ຈ່າຍງົບປະມານລັດຕົວຈິງທຽບໃສ່ແຜນ ປີງົບປະມານ 2007/08-2013/14 Budget Planned and Realization, 2007-2013 2,000 140 Realization Plan and realization difference (%) 1,500 120 Budget planned in Billion KIP 1,000 100 500 80 60 0 9 0 2 8 1 3 4 /1 /0 /0 /1 /1 /1 /1 2007/08 2008/09 2009/10 2010/11 2011/12 2012/13 2013/14 07 08 09 11 10 12 13 year 20 20 20 20 20 20 20 Note: Realization 2007/01-2012/13; DOF-MoH 2013/14 (personal corespondence) Source: Official Gazette & State Budget Plan (various years) ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 25 5. ພາບລວມການເງິນສາທາລະນະສຸກຢູ່ຂັ້ນສຸກສາລາ 1. ໃນຫົວຂໍ້ນີ້ສະຫລຸບເອົາຂໍ້ມູນດ້ານການເງິນສາທາລະນະສຸກທີ່ໄດ້ຈາກການສໍາຫລວດ ກຸ່ມສຸກສາລາຕົວ ແທນ 120 ສຸກສາລາ ໃນປີ 2013-14. ກຸ່ມສຸກສາລາຕົວແທນທີ່ຖືກເລືອກຕາມພາກລວມມີ: 36 ແຫ່ງຢູ່ພາກ ເໜືອ; 36 ຢູ່ພາກກາງ; ແລະ 48 ຢູ່ພາກໃຕ້. ໃນ 120 ສຸກສາລາ ມີ 81 ສຸກສາລາຢູ່ເຂດຊົນນະບົດ ແລະ 39 ຢູ່ເຂດຕົວເມືອງ. 26 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 2. ການຂຶ້ນແຜນງົບປະມານສາທາລະນະສຸກໃນ ສປປ ລາວ (ຮູບພາບ 12) ໄດ້ຖືກນໍາມາອະທິບາຍຄວາມເປັນ ມາຂອງລະບົບການເງິນສາທາລະນະສຸກຂັ້ນສຸກສາລາ. ການຂຶ້ນແຜນງົບປະມານຂອງຂະແໜງສາທາລະ ນະສຸກໃນລາວແມ່ນເລີ້ມແຕ່ຂັ້ນເມືອງ (ຍ້ອນວ່າສຸກສາລາສະເໜີງົບປະມານທີ່ບໍ່ເປັນທາງການທີ່ຕ້ອງການໃນ ການແຕ່ບໍ່ໄດ້ມີສ່ວນຮ່ວມໃນຂັ້ນຕອນການຂຶ້ນແຜນງົບປະມານຢ່າງເປັນທາງການ).25 ການເຊື່ອມ ແລະ ສ້າງ ຄວາມເຂັ້ມແຂງໃນຂະບວນການຂຶ້ນແຜນງົບປະມານລະຫວ່າງສຸກສາລາ ແລະ ຫ້ອງການສາທາເມືອງສາມາດ ປັບປຸງໃຫ້ດີກວ່າເກົ່າ. ສຸກສາລາສ່ວນຫຼາຍບໍ່ໄດ້ກະກຽມ ຫລື ສະເໜີແຜນຂໍງົບປະມານ ຫລື ປຶກສາກ່ຽວ ກັບແຜນງົບປະມານປະຈໍາປີກັບຫ້ອງການສາທາເມືອງ. ຫ້ອງການສາທາເມືອງແມ່ນໄດ້ຮັບການແນະນໍາ ຈາກພະແນກສາທາລະນະສຸ ກ ແຂວງກ່ ຽ ວກັ ບ ການສ້ າ ງແຜນງົ ບ ປະມານໂດຍນໍ າ ໃຊ້ ຂໍ້ ມູ ນ ງົ ບ ປະມານປະ ຈຸບັນ, ຈາກງົບປະມານເກົ່າ ແລະ ແຜນສະເໜີຂໍງົບ ເພື່ອຕັດສິນງົບປະມານປະຈໍາປີຂອງຕົນ. ຫ້ອງການ ສາທາເມືອງກະກຽມ ແລະ ສົ່ງແຜນງົບປະມານປະຈໍາປີໃຫ້ຫ້ອງການການເງິນເມືອງອະນຸມັດ, ແລະ ສົ່ງໃຫ້ ພະແນກສາທາແຂວງຮັບຮູ້. ພະແນກສາທາລະນະສຸກແຂວງສັງລວມຕົວເລກໃນແຜນງົບປະມານທີ່ຮັບມາ ຈາກຫ້ອງການສາທາເມືອງ ໂດຍບໍ່ໄດ້ດັດແກ້ຕົວເລກຫຍັງ ແລ້ວສົ່ງແຜນຂໍງົບປະມານສັງລວມໃຫ້ພະແນກ ການເງິນແຂວງ. ພະແນກສາທາລະນະສຸກແຂວງກໍໄດ້ສົ່ງແຜນຂໍງົບປະມານໃຫ້ກະຊວງສາທາລະນະສຸກຂັ້ນ ສູນກາງ ເພື່ອຮັບຮູ້ໂດຍກົງແຕ່ບໍ່ແມ່ນເພື່ອຂໍອະນຸມັດ. ພະແນກການເງິນແຂວງຮັບແຜນຂໍງົບປະມານຈາກພະ ແນກສາທາລະນະສຸກແຂວງ ແລະ ຫ້ອງການການເງິນເມືອງ, ແລ້ວສັງລວມເຂົ້າເປັນແຜນງົບປະມານຂອງ ແຂວງ ແລະ ສົ່ງໃຫ້ກະຊວງການເງິນ. ຫລັງຈາກພະແນກການເງິນແຂວງໄດ້ຮັບການອະນຸມັດຈາກກະຊວງການ ເງິນບົນພື້ນຖານທີ່ແຜນງົບປະມານດັ່ງກ່າວໄດ້ຮັບການອະນຸມັດຈາກສະພາບກ່ອນແລ້ວ, ພວກເຂົາກໍຈະອະນຸ ມັດງົບໃຫ້ພະແນກສາທາແຂວງຕາມເພດານງົບປະມານທີ່ກະຊວງການເງິນໄດ້ຈັດສັນໃຫ້, ກະຊວງສາທາລະນ ະສຸກອາດຈະຈັດສັນງົບທີ່ໄດ້ຮັບຢູ່ພາຍໃນຂະແໜງການຂອງຕົນ. ຫລັງຈາກນັ້ນງົບປະມາກໍ່ຈະຖືກອະນຸມັດໃຫ້ ໂອນເຂົ້າຫ້ອງການການເງິນເມືອງ, ເຊິ່ງຈະອະນຸມັດງົບປະມານໃຫ້ຫ້ອງການສາທາເມືອງ. ເຖິງຢ່າງໃດກໍ່ຕາມ, ຍ້ອນການຄວາມແຕກຕ່າງລະຫວ່າງຕົວເລກອະນຸມັດ ແລະ ແຜນຂໍງົບປະມານ, ພາຍຫລັງອະນຸມັດງົບປະມານ ປະຈໍາປີແລ້ວຈາກພະແນກການເງິນແຂວງ, ພະແນກສາທາແຂວງຈະສົ່ງແຜນຂໍງົບປະມານປະຈຳໄຕມາດ ເພື່ອຂໍງົບປະມານເພີ່ມສໍາລັບຄ່າໃຊ້ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານ. ສະຖານບໍລິການສາທາລະນາສຸກຂັ້ນ ເມືອງ ແລະ ແຂວງຕ້ອງໄດ້ໂອນລາຍຮັບວິ ຊາການ (ຄ່າບໍລິການ) ທັງໝົດໃຫ້ຫ້ອງການການເງິນເມືອງ/ ພະແນກການເງິນແຂວງ ແລະ ຍັງຕ້ອງສົ່ງແຜນການໃຊ້ຈ່າຍຮ່ວງລາຍຮັບວິຊາການ ໂດຍທີ່ຮູ້ວ່າຫ້ອງການເງິນ ອາດຈະຈັດສັນລາຍຮັບວິຊາການໃຫ້ຂະແໜງການອື່ນທີ່ບໍ່ສ້າງລາຍຮັບ.26 ຮູບພາບ 12: ຂະບວນການຂຶ້ນແຜນແລະອະນຸມັດແຜນງົບປະມານລັດຕໍ່ຂະແໜງສາທາລະນະສຸກ27 Source: World Bank (2008) 25 ທະນາຄານໂລກ (2008). ສປປ ລາວ ການສໍາຫລວດການໃຊ້ຈ່າຍພາກລັດໃນຂະແໜງການສຶກສາຂັ້ນປະຖົມ ແລະ ຂະແໜງສາທາລະນະສຸກ ຂຶ້ນພື້ນຖານ. ວຽງຈັນ. 26 ຈັດຕັ້ງປະຕິບັດດໍາລັດຂອງນາຍົກລັດຖະມົນຕີ ເລກທີ 349. ເອກະສານປະກອບການເຮັດວຽກ. ບໍ່ເຜີຍແຜ່. 27 ຮູບພາບນີ້ໄດ້ຖືກດັດປັບຈາກບົດລາຍງານຂອງ ທະນາຄານໂລກ (2008). ສປປ ລາວ ການສໍາຫລວດການໃຊ້ຈ່າຍພາກລັດໃນຂະແໜງການສຶກສາ ຂັ້ນປະຖົມ ແລະ ຂະແໜງສາທາລະນະສຸກຂຶ້ນພື້ນຖານ. ນະຄອນຫລວງວຽງຈັນ.. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 27 3. ສຸກສາລາຮັບເງິນຈາກ 5 ແຫລ່ງທຶນ ດັ່ງທີ່ສະຫລຸບໃນຕາຕະລາງ 9 ໂດຍທີ່ລາຍຮັບຈາກ ກອງທຶນຢາໝູນວຽນ ແລະ ທຶນຈາກພາຍນອກເປັນແຫລ່ງທຶນທີ່ໃຫຍ່ທີ່ສຸດ, ເຊິ່ງໄດ້ສະທ້ອນໃຫ້ເຫັນພາບລວມຂອງລະບົບການ ເງິນສາທາລະນະສຸກແຫ່ງຊາດ. ກ່ອນຊຸມປີ 1990, ການບໍລິການສາທາລະນະສຸກແມ່ນບໍ່ເສຍຄ່າຢູ່ທຸກໆສຸກ ສາລາ (ແລະ ບັນດາໂຮງໝໍຂອງລັດ) ໃນ ສປປ ລາວ. ຍ້ອນຄວາມຈໍາກັດຂອງງົບປະມານສໍາລັບການໃຊ້ຈ່າຍ ປະຈຳທີ່ບໍ່ແມ່ນຄ່າແຮງງານສົ່ງຜົນໃຫ້ມີການເກັບຄ່າບໍລິການ ແລະ ເກີດມີກອງທຶນຢາໝູນວຽນ, ແລະ ສອງນະ ໂຍບາຍນີ້ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບການໃນປີ 1995. ກອງທຶນຢາໝູນວຽນແມ່ນຈັດຕັ້ງປະຕິບັດໂດຍ ກະຊວງ ສາທາລະນະສຸກ (ແລະ ຜູ້ໃຫ້ເທຶນ)ເພື່ອໃຫ້ເປັນຕົ້ນທຶນໃນການຈັດຊື້ຢາ. ລະບຽບ ແລະ ຄູ່ມືກອງທຶນ ຢາໝູນວຽນອະນຸຍາດໃຫ້ສະຖານບໍລິການເພີ່ມກໍາໄລ 25 ເປີເຊັນ ຈາກຕົ້ນທຶນຢາແລະອຸປະກອນການແພດ, ແຕ່ວ່າບົດລາຍງານມໍ່ໆມານີ້ຊີ້ບອກວ່າການຄິດໄລ່ລາຄາຢາ ຕາມລະບຽບດັ່ງກ່າວມີຄວາມແຕກຕ່າງກັນຫລາຍ ແລະ ຢູ່ບາງສະຖານບໍລິການມີການຄິດໄລ່ເພີ່ມກໍາໄລຫລາຍກວ່າເພດານ 25 ເປີເຊັນ.28 ສະຖານບໍລິການມີ ອິດສະລະໃນການຕັດສິນໃຈທີ່ຈະນໍາໃຊ້ລາຍຮັບຈາກຄ່າບໍລິການ ແລະ ກອງທຶນຢາໝູນວຽນໃນລະດັບໃດໜຶ່ງ. ດັ່ງທີ່ກ່າວມາຂ້າງເທິງ, ງົບປະມານຈາກພາກລັດແມ່ນສ່ວນຫຼາຍເປັນຄ່າແຮງງານ ຫຼື ເງິນເດືອນ, ສ່ວນຄ່າໃຊ້ ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານເຊັ່ນຄ່າບໍລິຫານແມ່ນອາໄສລາຍຮັບຈາກຄ່າບໍລິການການແພດ ແລະ ກອງ ທຶນຢາໝູນວຽນ, ການລົງທຶນຈໍານວນໜຶ່ງ ແລະ ຄ່າແຮງງານຂອງສັນຍາຈ້າງ. ນອກຈາກກອງທຶນຢາໝູນ ວຽນ, ລາຍຮັບຈາກການບໍລິການການແພດ, ແລະ ງົບປະມານລັດແລ້ວຍັງມີທຶນຊ່ວຍເຫລືອຈາກຜູ້ໃຫ້ທຶນ/ ອົງກອນທີ່ບໍ່ສັງກັດລັດຖະບານ (NGOs) ແລະ ຄ່າທົດແທນຈາກກອງທຶນປະກັນສຸຂະພາບທີ່ເປັນອີກສອງ ແຫລ່ງລາຍຮັບຂອງສຸກສາລາ.29 ຕາຕະລາງ 9: ແຫລ່ງລາຍຮັບຂອງສຸກສາລາ ແຫລ່ງລາຍຮັບຂອງສຸກສາລາ ອັດຕາສ່ວນຕໍ່ລາຍຮັບທັງໝົດ (%) 1. ກອງທຶນຢາໝູນວຽນ ເກັບເອົາຄ່າຢາຈາກຄົນເຈັບທີ່ມາຮັບບໍລິການຢູ່ສຸກສາລາ 58 2. ທຶນພາຍນອກ ລວມທັງເງິນຈາກຜູ້ໃຫ້ທຶນ ແລະ ອົງການທີ່ບໍ່ຂຶ້ນກັບລັດ (NGOs) 20 3. ງົບປະມານລັດ ລວມທັງຄ່າແຮງງານ ແລະ ຄ່າໃຊ້ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານ (ຄ່າບໍລິຫານ)30 11 4. ເງິນທົດແທນຈາກກອງທຶນປະກັນສຸຂະພາບຕ່າງໆ 7 5. ລາຍຮັບຈາການບໍລິການການແພດ ທີ່ເກັບຈາກຄົນເຈັບເວລາມາຮັບບໍລິການຢູ່ສຸກສາລາ 3 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດຄືນໂດຍນຳໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການ ຊຸມຊົນ 2013/14 28 Health Action International (2014). ລາຄາຢາ, ຄວາມພ້ອມ, ຄວາມສາມາດຈ່າຍ, ແລະ ອົງປະກອບລາຄາ ໃນສາທາລະນະລັດໄປຊາທິປະໄຕ ປະຊາຊົນລາວ. ບົດລາຍງານຜົນການສໍາຫລວດໃນເດືອນພະຈິກ ແລະ ທັນວາ 2013. 29 ດັ່ງທີ່ກ່າວມາກ່ອນໜ້ານີ້, ໃນຊຸມປີມໍ່ໆມານີ້ລັດຖະບານໄດ້ຍົກເວັ້ນຄ່າບໍລິການ ແລະ ຄ່າຢາສໍາລັບບໍລິການສຸຂະພາບ ແມ່ ແລະ ເດັກ ດ້ວຍການນໍາໃຊ້ ງົບປະມານລັດຈ່າຍທົດແທນຄືນຄ່າບໍລິການ ແລະ ຄ່າຢາໃຫ້ສະຖານທີ່ບໍລິການຕາມອັດຕາການຊົມໃຊ້. ຮູບການດັ່ງກ່າວເອີ້ນວ່າ ນະໂຍບາຍ ສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2013. 30 ນີ້ແມ່ນສ່ວນໜຶ່ງຂອງການກະຈາຍສິດໃນການຈັດສັນງົບປະມານໃຫ້ແຂວງຂອງ ກະຊວງການເງິນ. 28 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 4. ອັດຕາການຊົມໃຊ້ສຸກສາລາຍັງຕໍ່າ ເຊິ່ງມີອັດຕາການຊົມໃຊ້ສະເລ່ຍສໍາລັບຄົນເຈັບນອນແມ່ນ 66 ກໍລະນີ31 ແລະ ຄົນເຈັບເຂດນອກ 818 ກໍລະນີໃນໄລຍະເວລາ 6 ເດືອນຂອງການເຮັດການສຳຫລວດ (ຕາຕະລາງ 10). ເກືອບທັງໝົດຂອງຄົນເຈັບເຂດນອກແມ່ນມາຮັບບໍລິການສຸຂະພາບເດັກ, ຕໍ່ມາເແມ່ນກວດທ້ອງກ່ອນເກີດ ແລະ ກວດທ້ອງຫລັງເກີດ. ມີພຽງແຕ່ໜຶ່ງສ່ວນສາມຂອງການຊັກຢາ DPT3 ທີ່ເກີດຂຶ້ນຢູ່ຂັ້ນສຸກສາລາ, ແລະ ສ່ວນທີ່ເຫລືອແມ່ນເກີດຂຶ້ນຢູ່ຂັ້ນບ້ານຈາກການບໍລິການແພດເຄື່ອນທີ່. ຕາຕະລາງ 10: ອັດຕາການຊົມໃຊ້ສະເລ່ຍຢູ່ຂັ້ນສຸກສາລາ (ໃນຊ່ວງ 6 ເດືອນຂອງການເຮັດການສໍາຫລວດ) ຄົນເຈັບ ກວດເຂດ ກວດທ້ອງ ກວດຫລັງຄອດ ກວດເດັກດີ DPT3 DPT3 ເກີດຢູ່ ເກີດມີແພດ ສົ່ງຕໍ່ ຈໍານວນແມ່ຍິງທີ່ຈ່າຍ ນອນ ນອກ (ເຂດນອກ) (ເຂດນອກ) (ເຂດນອກ) (ລວມ) (ເຄື່ອນທີ) ສຸກສາລາ ຊ່ວຍ ຄ່າເກີດລູກເອງ (ເຄື່ອນທີ່) ຈັດຕາມທີ່ຢູ່ອາໄສ ເຂດຕົວເມືອງ 68 819 70 21 151 60 14 98 12 2 5 ເຂດຊົນນະບົດ 62 817 85 23 148 65 27 3 15 5 5 ຈັດຕາມພາກ ເໜືອ 57 665 46 12 59 56 15 12 9 3 3 ກາງ 71 764 82 19 98 57 16 11 13 1 11 ໃຕ້ 69 974 91 30 253 69 21 9 15 4 1 ລວມ 66 818 75 21 150 61 18 13 3 5 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດຄືນໂດຍນຳໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການ ຊຸມຊົນ 2013/14 5. ສະເລ່ຍລາຍຮັບເຄິ່ງປີທີ່ສຸກສາລາລາຍງານແມ່ນ 39.4 ລ້ານກີບ ແລະ ສະເລ່ຍລາຍຈ່າຍເຄິ່ງປີແມ່ນ 27.9 ລ້ານກີບ. ເມື່ອທຽບໃສ່ຫົວຄົນ ໂດຍຄິດໄລ່ໃສ່ຕົວເລກຄາດຄະເນຂອງປະຊາກອນໃນເຂດປົກຄຸມຂອງແຕ່ລະ ສຸກສາລາ, ລາຍຮັບ-ລາຍຈ່າຍ ເຄິ່ງປີທີ່ລວມຊັບພະຍາກອນສຳລັບຄ່າໃຊ້ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານ ສະເລຍມີປະມານ 2-4 ໂດລາຕໍ່ຄົນຕໍ່ປີ ເຊິ່ງແມ່ນຕົວເລກຄ້າຍຄືກັນກັບຂໍ້ມູນທີ່ໄດ້ຮັບຈາກງົບປະມານລັດ (ເບິ່ງຕາຕະລາງ 11). ຕາຕະລາງ 11: ລາຍຮັບ-ລາຍຈ່າຍ ເຄິ່ງປີຕໍ່ຫົວຄົນ ລາຍຮັບ ລາຍຈ່າຍ ກີບ ໂດລາ ກີບ ໂດລາ ຈັດຕາມທີ່ຢູ່ອາໄສ ເຂດຕົວເມືອງ 15,708 1.9 9,147 1.1 ເຂດຊົນນະບົດ 11,329 1.4 7,799 1.0 ຈັດຕາມພາກ ເໜືອ 21,469 2.6 9,925 1.2 ກາງ 14,257 1.8 10,184 1.2 ໃຕ້ 8,773 1.1 5,600 0.7 ລວມ 14,273 1.8 8,692 1.1 ລວມ (ໝົດປີ) 3.6 2.2 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດຄືນໂດຍນຳໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການ ຊຸມຊົນ 2013/14 31 ຄ່າຕົວກາງຂອງປະຊາກອນໃນເຂດປົກຄຸມຂອງສຸກສາລາຕົວຢ່າງແມ່ນ 3,515. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 29 6. ເກືອບທຸກສຸກສາລາ (97 ເປີເຊັນ) ໃນ120 ສຸກສາລາຕົວຢ່າງຂອງການສໍາຫລວດ ລາຍງານວ່າ ໄດ້ນໍາໃຊ້ລາຍຮັບຈາກ ກອງທຶນຢາໝູນວຽນຈ່າຍຄ່າບໍລິຫານ. ທຸກໆສຸກສາລາຕົວຢ່າງຢູ່ພາກເໜືອ ແລະ ກາງ ແລະ 92 ເປີເຊັນ ຂອງສຸກສາລາຕົວຢ່າງຢູ່ພາກໃຕ້ລາຍງານວ່າໄດ້ນໍາໃຊ້ລາຍຮັບກອງທຶນຢາໝູນວຽນຈ່າຍຄ່າ ບໍລິຫານ.32 ຖ້າເບິ່ງຕາມເຂດທີ່ຢູ່ອາໄສມີປະມານ 95 ເປີເຊັນ ຂອງສຸກສາລາຕົວຢ່າງຢູ່ເຂດຕົວເມືອງ ແລະ ທຸ ກສຸກສາລາຕົວຢ່າງຢູ່ເຂດຊົນນະບົດທີ່ໄດ້ນໍາໃຊ້ລາຍຮັບຈາກກອງທຶນຢາໝູນວຽນ. ເຖິງແມ່ນວ່າຕົວເລກລາຍ ຮັບຈາກກອງທຶນຢາໝູນວຽນຢູ່ແຕ່ລະສຸກສາລາຈະແຕກຕ່າງກັນ ແຕ່ໂດຍສະເລ່ຍແລ້ວລາຍຮັບຈາກກອງທຶນ ຢາໝູນວຽນແມ່ນແຫລ່ງລາຍຮັບໃຫຍ່ກວ່າໝູ່ຂອງສຸກສາລາ. ຄ່າໃຊ້ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານຫລາຍ ກວ່າເຄິ່ງໜຶ່ງ ເຊັ່ນຄ່າບໍລິຫານຈາກສຸກສາລາຕົວແທນຂອງການສຳຫລວດແມ່ນມາຈາກລາຍຮັບຂອງກອງທຶນ ຢາໝູນວຽນ, ເຊິ່ງສອດຄ່ອງກັບຜົນຂອງການຄົ້ນຄວ້າຊຸດກ່ອນແລະບົດລາຍງານຈາກຫລາຍບ່ອນ.33 ໂດຍລວມ ອັດຕາສ່ວນລາຍຮັບສ່ວນໃຫຍ່ທີ່ນຳມາໃຊ້ເປັນຄ່າບໍລິຫານຂອງສຸກສາລາທີ່ມາຈາກລາຍຮັບຂອງກອງທຶນ ຢາໝູນວຽນແມ່ນຢູ່ພາກກາງແມ່ນຫຼາຍທີ່ສຸດ, ລອງລົງມາແມ່ນຢູ່ພາກເໜືອ ແລະ ພາກໃຕ້. ບໍ່ມີຄວາມແຕກຕ່າງ ກັນຫລາຍລະຫ່ວາງອັດຕາສ່ວນລາຍຮັບຈາກກອງທຶນຢາໝູນວຽນຂອງສຸກສາລາທີ່ຢູ່ເຂດຕົວເມືອງ ແລະ ຊົນ ນະບົດ. 32 ພາກເໜືອ: ຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພຣະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວງ; ພາກກາງ: ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ; ພາກໃຕ້: ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື. 33 ທະນາຄານໂລກ (2008). ສປປ ລາວ ການສໍາຫລວດການໃຊ້ຈ່າຍພາກລັດໃນຂະແໜງການສຶກສາຂັ້ນປະຖົມ ແລະ ຂະແໜງສາທາລະນະສຸກຂັ້ນ ພື້ນຖານ: ສ້າງໃຫ້ການບໍລິການເຂົ້າເຖິງກຸ່ມຄົນທຸກ. ຂະແໜງລຸດຜ່ອນຄວາມທຸກຍາກ ແລະ ບໍລິຫານເສດຖະກິດ,ພາກພື້ນອາຊີແລະປາຊິຟິ. 33 Murakami, H., ບ. ພົມມະສັກ, ຣ. ອຸລາ, ແລະ ສ. ສິນຊົມພູ (2001). “ກອງທຶນຢາໝູນວຽນຢູ່ສະຖານບໍລິການສາທາລະນະສຸກແຖວໜ້າ ໃນ ສປປ ລາວ,” ນະໂຍບາຍສາທາລະນະສຸກ ແລະ ແຜນການ, 16(1): 98–106. 30 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 7. ເຖິງແມ່ນວ່າກອງທຶນຢາໝູນວຽນໄດ້ສ້າງລາຍຮັບໃຫ້ສຸກສາລາ, ແຕ່ໂດຍລວມແລ້ວຄວາມພຽງພໍຂອງລາຍ ການຢາພື້ນຖານຢູ່ສຸກສາລາຍັງເປັນບັນຫາ ເຊິ່ງຊີ້ໃຫ້ເຫັນເຖິງຄວາມອ່ອນແອຂອງການວາງແຜນ, ການຈັດສັນ ງົບປະມານ ແລະ ການບໍລິຫານຄຸ້ມຄອງລະບົບຕ່ອງໂສ້ການສະໜອງຢາ. ຕາຕະລາງ 12 ສະຫລຸບ ລາຍ ການຢາພື້ນຖານຕາມມາດຕະຖານອົງການອານາໄມໂລກທີ່ມີຢູ່ໃນສຸກສາລາຕົວຢ່າງຂອງການສໍາຫລວດ: ໂດຍສະເລ່ຍລວມແລ້ວມີພຽງ 55 ເປີເຊັນຂອງສຸກສາລາທີ່ມີຄວາມພຽງພໍຂອງລາຍການຢາພື້ນຖານໃນສຸກ ສາລາ, ໂດຍທີ່ສຸກສາລາໃນພາກໃຕ້ມີຄວາມພ້ອມ ແລະ ພຽງພໍຂອງຢາພື້ນຖານຕໍ່າກວ່າສຸກສາລາທີ່ຢູ່ພາກ ເໜືອ ແລະ ກາງ.ແຕ່ບໍ່ມີຄວາມແຕກຕ່າງກັນຫລາຍລະຫ່ວາງສຸກສາລາໃນເຂດຕົວເມືອງ ແລະ ຊົນນະບົດ. ລາຍການຢາພື້ນຖານເຊັ່ນ diazepam, magnesium sulphate, metronidazole, enalapril, procaine benzyl penicillin, zinc, ແລະ folic acid ແມ່ນມີຈໍານວນຫນ້ອຍຫລາຍຢູ່ທຸກໆສຸກສາລາ. ເກືອບວ່າບໍ່ມີສຸກ ສາລາໃດໃນຕົວແທນຂອງການສຳຫລວດທີ່ມີລາຍການຢາພື້ນຖານຄົບໃນສຸກສາລາຕາມມາດຕະຖານຂອງ ອົງການອານາໄມໂລກ. ຕາຕະລາງ 12: ຢາພື້ນຖານທີ່ມີຢູ່ສຸກສາລາທຽບໃສ່ລາຍການມາດຕະຖານຂອງອົງການອານາໄມໂລກ ລາຍການຢາພື້ນຖານ/ເຄື່ອງໃຊ້ການແພດ ທັງໝົດ (%) ພາກ (%) ເຂດທີ່ຢູ່ອາໄສ(%) ເໜືອ ກາງ ໃຕ້ ຊົນນະບົດ ຕົວເມືອງ ຢາຄຸມກໍາເນີດ ແບບເມັດຄູ່ 69.2 63.9 63.9 77.1 71.6 64.1 ຢາສັກຄຸມກໍາເນີດ ແບບຮໍໂມນຄູ່ 55.8 50.0 61.1 56.3 56.8 53.8 ຢາສັກຄຸມກໍາເນີດ ແບບຮໍໂມນດ່ຽວ 55.8 75.0 47.2 47.9 59.3 48.7 ຖົງຢາງອານາໄມ ສໍາລັບເພດຊາຍ 72.5 75.0 72.2 70.8 71.6 74.4 Diazepam 28.3 30.6 38.9 18.8 27.2 30.8 Oxytocin 80.0 77.8 86.1 77.1 82.7 74.4 Magnesium sulphate 9.2 8.3 8.3 10.4 6.2 15.4 Ampicillin 86.7 86.1 97.2 79.2 85.2 89.7 Gentamicin 70.0 61.1 86.1 64.6 74.1 61.5 Metronidazole 32.5 38.9 27.8 31.3 34.6 28.2 ນໍ້າຊາໂລມ (ຊຸດ) 96.7 94.4 100.0 95.8 95.1 100.0 Enalapril (ເມັດ) 38.3 47.2 52.8 20.8 37.0 41.0 Amoxicillin ນໍ້າ/ຝຸ່ນ 76.7 94.4 83.3 58.3 75.3 79.5 Procaine benzyl penicillin powder (ຊັກ) 38.3 50.0 50.0 20.8 43.2 28.2 ເກືອໂອຣາລິດ 91.7 91.7 88.9 93.8 91.4 92.3 ທາດເຫລັກ (ແຜງ) 20.0 16.7 13.9 27.1 19.8 20.5 ວິຕາມິນ ອາ 62.5 61.1 75.0 54.2 64.2 59.0 Mebendazole ເມັດ/ແຜງ 61.7 69.4 66.7 52.1 59.3 66.7 ທາດເຫລັກ (ແຜງ) 44.2 38.9 58.3 37.5 43.2 46.2 ອາຊິດ ໂຟລິກ (ແຜງ) 17.5 13.9 22.2 16.7 18.5 15.4 ທາດເລັກປະສົມ folic acid (ແຜງ) 55.0 61.1 41.7 60.4 53.1 59.0 ຢາຕ້ານເຊື້ອສໍາລັບຕາອັກເສບ 46.7 63.9 52.8 29.2 48.1 43.6 ມີຄົບຕາມລາຍການຂ້າງເທິງ 0.8 0.0 0.0 2.1 1.2 0.0 ສະເລ່ຍ 55.0 57.7 58.8 50.0 55.3 54.2 ສຸກສາລາ (ຈຳນວນ) 120 36 36 48 81 39 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດຄືນໂດຍນຳໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການ ຊຸມຊົນ 2013/14 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 31 8. ກະຊວງສາທາລະນະສຸກ ແລະ ຜູ້ໃຫ້ທຶນ/ອົງການບໍ່ສັງກັດລັດຖະບານ (NGOs) ແມ່ນແຫລ່ງລາຍຮັບຫລັກ ອັນດັບສອງຂອງກຸ່ມສຸກສາລາຕົວຢ່າງ, ໂດຍອັດຕາສ່ວນລາຍຮັບຈາກແຕ່ລະແຫລ່ງທຶນດັ່ງກ່າວແມ່ນມີປະ ມານ 20 ເປີເຊັນຂອງລາຍຮັບທັງໝົດ. ສັງເກດໄດ້ວ່າລາຍຮັບຂອງສຸກສາລາຢູ່ພາກໃຕ້ແມ່ນມາຈາກຜູ້ໃຫ້ທຶນ/ ອົງການບໍ່ສັງກັດລັດຖະບານ (NGOs) ຫລາຍກວ່າໝູ່ຖ້າທຽບໃສ່ສຸກສາລາຢູ່ພາກກາງ ແລະ ພາກເໜືອ. ສຸກ ສາລາຢູ່ເຂດຊົນນະບົດມີລາຍຮັບຈາກຜູ້ໃຫ້ທຶນ/ອົງການບໍ່ສັງກັດລັດຖະບານ(NGOs) ເປັນອັດຕາສ່ວນສາມ ເທົ່າຂອງສຸກສາລາຢູ່ເຂດຕົວເມືອງ. ຕາຕະລາງ 13 ສະຫລຸບອັດຕາສ່ວນລາຍຮັບທີ່ສຸກສາລາໄດ້ຮັບຈາກ ບາງຜູ້ໃຫ້ທຶນ/ອົງການບໍ່ສັງກັດລັດຖະບານ(NGOs). ດັ່ງທີ່ເຫັນໄດ້ມີຜູ້ໃຫ້ທຶນຫຼາຍອົງການເຊັ່ນອຸຍນິເຊັບ, ທະນາຄານພັດທະນາອາຊີ, ແລະ ທະນາຄານໂລກ ທີ່ສະໜອງທຶນໃຫ້ສຸກສາລາສໍາລັບຄ່າໃຊ້ຈ່າຍປະຈຳເຊັ່ນ: ການຊື້ຢາ ແລະ ເຄື່ອງໃຊ້ການແພດ, ເຝິກອົບຮົມ ແລະ ກິດຈະກຳແພດເຄື່ອນທີ່, ແຕ່ທຶນດັ່ງກ່າວແມ່ນຖືກຈັດເຂົ້າ ໃນຮ່ວງລາຍຈ່າຍການລົງທຶນສາທາລະນະສຸກໃນງົບປະມານລັດ. ຸ ສາລາໄດ້ຮບ ຕາຕະລາງ 13: ສະຫລຸບອັດຕາສ່ວນລາຍຮັບທີ່ສກ ້ ຫ້ທນ ັ ຈາກບາງຜູໃ ັ ກັດລັດຖະບານ ຶ /ອົງການບໍ່ສງ (NGOs) ວຽກງານສຸກສາລາທີ່ນໍາໃຊ້ທຶນຊ່ວຍເຫລືອຈາກຜູ້ໃຫ້ທຶນ (%) ສ້ອມແປງ/ ອຸປະກອນ ຢາ ແລະ ເຄື່ອງ ເຝິກອົບຮົມ ກິດຈະກຳ ອື່ນໆ ປັບປຸງສຸກສາລາ ການແພດ ໃຊ້ການແພດ ແພດເຄື່ອນທີ່ ບໍລິສັດນໍ້າເທີນສອງ 1.7 1.7 2.5 1.7 4.2 2.5 ອົງການ ອຸຍນີເຊັບ/ UNICEF 0.8 1.7 5.0 5.0 1.7 ອົງການ ສຸພັນນິມິດ/ World Vision 1.7 3.3 1.7 1.7 ອົງການ ອານາໄມໂລກ/ WHO 2.5 2.5 0.8 2.5 6.7 1.7 ອົງການ ອາຫານໂລກ/ WFO 0.8 ລຸກຊໍາບວກເພື່ອການພັດທະນາ 7.5 12.5 6.7 9.2 20.0 17.5 ທະນາຄານພັດທະນາອາຊີ/ ADB 7.5 5.0 2.5 1.7 4.2 2.5 ທະນາຄານໂລກ/ World Bank 6.7 5.8 4.2 14.2 10.0 5.8 ສະຫະປະຊາຊາດເພື່ອການພັດທະນາ/UNDP 0.8 1.7 0.8 ອົງການວາງແຜນຄອບຄົວສາກົນ/International Planned Parenthood Federation 0.8 0.8 0.8 0.8 ກອງທຶນໂລກ/ Global Fund 1.7 0.8 2.5 0.8 0.8 ແພດໂລກ/ Medecins Du Monde 0.8 0.8 0.8 ອົງການ ກາແດງສະວິດສ/ SRC 0.8 1.7 0.8 ສະຫະພາບເອີລົບ/ European Union 0.8 0.8 GAVI 1.7 ແຫລ່ງຂໍ້ມູນ: ຄິດໄລ່ໂດຍພະນັກງານທະນາຄານໂລກຈາກຂໍ້ມູນການສຳຫລວດຄືນໂດຍນຳໃຊ້ຮ່ວງເງິນເພື່ອບົດບາດຍິງຊາຍ-ໂຄງການໂພຊະນາການ ຊຸມຊົນ 2013/14 9. ລາຍຮັບຈາກການບໍລິການການແພດ ແລະ ເງິນທົດແທນຄືນຈາກກອງທຶນປະກັນສຸຂະພາບບໍ່ແມ່ນແຫລ່ງ ລາຍຮັບຫຼັກຂອງສຸກສາລາ, ເຊິ່ງມີອັດຕາສ່ວນຕໍ່າກວ່າ 5-10 ເປີເຊັນ ຂອງລາຍຮັບທັງໝົດຈາກຜົນສຳຫລວດ ຂອງ 120 ສຸກສາລາຕົວຢ່າງ. 10. ປະມານ 60 ເປີເຊັນ ຂອງລາຍຈ່າຍຂອງສຸກສາລາແມ່ນ ການຈັດຊື້ “ຢາແລະເຄື່ອງໃຊ້ການແພດ”; 20 ເປີເຊັນ ແມ່ນສໍາລັບຄ່າ “ບໍາລຸງຮັກສາທົ່ວໄປ”; ສ່ວນ 20 ເປີເຊັນ ທີ່ເຫລືອໂດຍສະເລ່ຍແມ່ນໃຊ້ເປັນເງິນອຸດໜູນ ພະນັກງານ. ການປະເມີນ ກ່ອນໜ້ານີ້ໄດ້ລະບຸວ່າຕ້ອງເອົາໃຈໃສ່ການແກ້ໄຂບັນຫາຄວາມອາດສາມາດດ້ານ ການບໍລິຫານການເງິນ ເພື່ອປັບປຸງການບໍລິຫານ ລາຍຮັບຢູ່ຂັ້ນສູນກາງແລະ ທ້ອງຖິ່ນ, ລວມທັງຂັ້ນສຸກສາລາ.34 34 ທະນາຄານໂລກ (2012). ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກໃນ ສປປ ລາວ: ສິ່ງຢັ້ງຢືນ ແລະ ບັນຫາ, ນະຄອນຫລວງວຽງຈັນ. 32 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 6. ພາກສະຫລຸບ 11. ສປປ ລາວ ມີຄວາມຄືມໜ້າໃນການປັບປຸງຜົນໄດ້ຮັບດ້ານສຸຂະພາບແມ່ແລະເດັກ, ແລະ ຢູ່ໃນເສັ້ນທາງ ທີ່ສາມາດບັນລຸເປົ້າໝາຍສະຫະສະວັດດ້ານສຸຂະພາບແມ່ແລະເດັກ,ເມື່ອທຽບຜົນໄດ້ຮັບປະຈຸບັນໃສ່ກັບຂໍ້ມູນ ເບື້ອງຕົ້ນ ໃນປີ 1990. ເຖິງຢ່າງໃດກໍ່ຕາມ, ເມື່ອສົມທຽບຜົນໄດ້ຮັບໃສ່ປະເທດອື່ນໆ, ຕົວຊີ້ວັດແມ່ ແລະ ເດັກໃນ ສປປ ລາວ ຍັງຕໍ່າກວ່າໝູ່ຢູ່ໃນໂລກ ແລະ ໃນພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກ. ຍິ່ງໄປກວ່ານີ້, ຜົນ ໄດ້ຮັບດ້ານໂພຊະນາການຍັງຕໍ່າຫຼາຍ ໂດຍມີເດັກນ້ອຍອາຍຸລຸ່ມ 5 ປີ ເກືອບຮອດເຄິ່ງຫນຶ່ງທີ່ຂາດສານອາຫານ ຊໍາເຮື້ອ ຫຼື ເປັນເດັກເຕັ້ຍ ເຊິ່ງເຮັດໃຫ້ ສປປ ລາວ ລຸດອອກຈາກເສັ້ນທາງສູ່ການບັນລຸເປົ້າໝາຍສະຫະສະວັດ ດ້ານໂພຊະນາການ. ເຖິງແມ່ນວ່າວຽກງານເພື່ອບັນລຸເປົ້າໝາຍສະຫະສະວັດຍັງສືບຕໍ່ແລະບໍ່ທັນສິ້ນສຸດນັ້ນ, ສປປ ລາວ ກໍໄດ້ມີບັນຫາໃໝ່ຈາກການປ່ຽນແປງຂອງລະບົບລະບາດວິທະຍາໂດຍມີອັດຕາເພິ່ມຂຶ້ນຂອງພະ ຍາດບໍ່ຕິດຕໍ່ທີ່ມາຈາກການສູບຢາ, ຄວນຜິດໃນຄົວເຮືອນ, ແລະ ການກິນອາຫານທີ່ບໍ່ຖືກໂພຊະນາການ. ນອກ ຈາກຜົນໄດ້ຮັບດ້ານສາທາລະນະສຸກທີ່ຕ່ຳແລ້ວ, ຜົນໄດ້ຮັບດັ່ງກ່າວຍັງບໍ່ສະເໝີພາບ ໂດຍມີຄວາມແຕກຕ່າງ ຕາມສະຖານະທາງດ້ານເສດຖະກິດຄອບຄົວ, ເຜົ່າຊົນ ແລະ ພູມສັນຖານ. ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 33 12. ຄວາມບໍ່ສະເໝີພາບ ແລະ ຄວາມອ່ອນແອຂອງຜົນໄດ້ຮັບດ້ານສາທາລະນະສຸກມີສາເຫດມາຈາກການຊົມ ໃຊ້ການບໍລິການສາທາລະນະສຸກທີ່ຕໍ່າ, ເຊິ່ງມີລະດັບທີ່ແຕກຕ່າງກັນຕາມກຸ່ມເສດຖະກິດ ແລະ ກຸ່ມຄົນເຈັບ. ເມື່ອສົມທຽບຜົນການສໍາຫລວດການໃຊ້ຈ່າຍ ແລະ ການບໍລິໂພກໃນລາວ LECS V (2012-13) ໃສ່ຜົນການ ສໍາຫລວດຊຸດກ່ອນສາມາດເຫັນຄວາມອ່ອນແອ ແລະ ເຊື່ອມໂຊມຂອງການປົກປ້ອງຄວາມສ່ຽງດ້ານການເງິນ, ທີ່ວັດແທກດ້ວຍອັດຕາການເກີດມີການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບການເງິນຂອງຄອບຄົວຢ່າງໜັກ (ເພດານ 10 ເປີເຊັນ), ເຊິ່ງອັດຕາສ່ວນນີ້ແມ່ນໄດ້ເພີ່ມຂຶ້ນຮອດ 5.0 ເປີເຊັນ ໃນປີ 2012-13 ຈາກ 3.8 ເປີເຊັນ ໃນ 2007-08. ແຕ່ຍ້ອນຄວາມບໍ່ສະເໝີພາບໃນການຊົມໃຊ້ ແລະ ການເຂົ້າເຖິງການບໍລິການສາທາລະນະ ສຸກ, ເຮັດໃຫ້ເບິ່ງຄືວ່າກຸ່ມຄົວເຮືອນທີ່ທຸກຍາກມີອັດຕາການຈ່າຍເພື່ອສຸຂະພາບທີ່ກະທົບຕໍ່ສະພາບການເງິນ ຂອງຄົວເຮືອນຢ່າງໜັກຕໍ່າກວ່າກຸ່ມຄົວເຮືອນຮັ່ງມີ. 13. ບັນຫາຜົນໄດ້ຮັບດ້ານສຸຂະພາບຂອງປະຊາຊົນທີ່ຕໍ່າ ແລະ ການປ້ອງກັນຄວາມສ່ຽງດ້ານການເງິນສາທາລະ ນະສຸກສະແດງໃຫ້ເຫັນວ່າລະບົບການເງິນສາທາລະນະສຸກຂອງລາວມີປັນຫາ ເຊິ່ງບົດລາຍງານສະບັບນີ້ເຫັນ ວ່າເປັນຍ້ອນການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທີ່ຕໍ່າ (ເຖິງວ່າຈະມີການເພີ່ມງົບປະມານຂຶ້ນ ຕັ້ງແຕ່ ປີງົບປະມານ 2012/13). ເນື່ອງຈາກມີການຈ່າຍໂດຍກົງ ຈາກຄົນເຈັບໃນລະດັບສູງ (40 ເປີເຊັນ ຂອງ ການໃຊ້ຈ່າຍຕໍ່ວຽກສາທາລະນະສຸກທັງໝົດໃນປີ 2013) ແລະ ມີການເອື່ອຍອີງໃສ່ທຶນພາຍນອກໃນລະດັບ ສູງ (ເຖິງແມ່ນ ສປປ ລາວ ຈະຈັດເຂົ້າຢູ່ໃນກຸ່ມປະເທດທີ່ມີລາຍຮັບລະດັບກາງ) ເຮັດໃຫ້ການໃຊ້ຈ່າຍພາກລັດ ຕໍ່ວຽກງານສາທາລະນະສຸກປີຕໍ່ປີ ແມ່ນບໍ່ແນະນອນ ແລະ ການໃຊ້ຈ່າຍພາກລັດເນັ້ນໜັກໄປທາງຮ່ວງການລົງ ທຶນສາທາລະນະສຸກ. ອົງປະກອບການໃຊ້ຈ່າຍ ສາທາລະນະສຸກຈາກແຫລ່ງທຶນພາຍໃນ ແມ່ນເນັ້ນໃສ່ແຕ່ການ ເພີ່ມຂຶ້ນດ້ານການໃຊ້ຈ່າຍຮ່ວງຄ່າແຮງງານ/ເງິນເດືອນ (57 ເປີເຊັນ ໃນປີງົບປະມານ 2013/14) ຫລາຍກວ່າ ການໃຫ້ບູລິມະສິດໃນຮ່ວງງົບປະມານຄ່າໃຊ້ຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານທີ່ລວມມີການຈັດຊື້ຢາ ແລະ ເຄື່ອງໃຊ້ການແພດ ແລະ ຄ່າບໍລິຫານ 14. ການແຈກຢາຍການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກແມ່ນຍັງບໍ່ທັນເຮັດໄດ້ດີ ເຊິ່ງແຫລ່ງ ທຶນພາຍໃນ ທີ່ພາກລັດໃຊ້ຈ່າຍຕໍ່ວຽກງານສາທາລະນະສຸກ ໜ້ອຍກວ່າເຄິ່ງໜຶ່ງແມ່ນຢູ່ຂັ້ນທ້ອງຖິ່ນ ໂດຍ ມີພຽງແຕ່ປະມານ 1 ໂດລາຕໍ່ຫົວຄົນຂອງລາຍຈ່າຍປະຈຳທີ່ບໍ່ແມ່ນຄ່າແຮງງານ ທີ່ຖືກຈັດສັນໃຫ້ຂັ້ນທ້ອງຖິ່ນ ແລະ ຍັງມີຄວາມແຕກຕ່າງກັນລະຫວ່າງບັນດາແຂວງຕ່າງໆ (ຫລັງຈາກດັດປັບຕົວເລກຕໍ່ຫົວຄົນ). 15. ບົດລາຍງານສະບັບນີ້ ໄດ້ພົບເຫັນປະເດັນໃໝ່ຫລາຍຢ່າງ ຈາກການວິເຄາະຂໍ້ມູນການສໍາຫລວດສຸກສາລາ ຕົວແທນທົ່ວປະເທດ. ອີງຕາມສະພາບລະບົບການເງິນສາທາລະນະສຸກຂອງປະເທດ, ຜົນໄດ້ຮັບຈາກບົດຄົ້ນ ຄວ້ານີ້ບໍ່ເປັນທີ່ແປກໃຈ ແຕ່ຢັ້ງຢືນ ຂໍ້ມູນໃນຂັ້ນພາກພື້ນທີ່ວ່າ ສຸກສາລາອາໄສລາຍຮັບຈາກ ກອງທຶນຢາໝູນວຽນ (ກໍາໄລຈາກການຂາຍຢາໃຫ້ຄົນເຈັບ) ແລະ ທຶນຈາກຜູ້ໃຫ້ທຶນພາຍນອກ ເຊິ່ງລາຍຮັບຈາກທັງສອງແຫລ່ງກວມ ເອົາ 58 ເປີເຊັນ ແລະ 20 ເປີເຊັນ ຂອງລາຍຮັບທັງໝົດຂອງສຸກສາລາຕາມລໍາດັບ (ເປັນຈໍານວນເງິນປະມານ 2-4 ໂດລາຕໍ່ຄົນຕໍ່ປີ ຢູ່ຂັ້ນສຸກສາລາ). ການເກັບຄ່າບໍລິການຈາກຄົນເຈັບ (ຈາກຄ່າບໍລິການການແພດ ຫຼື ການຊື້ຢາຈາກກອງທຶນຢາໝູນວຽນ)ເຂົ້າໃນແຫລ່ງທຶນລວມຂອງການເງິນສາທາລະນະສຸກ ແມ່ນສວນທາງກັບ ເປົ້າໝາຍຂອງລັດຖະບານທີ່ຈະບັນລຸການປົກຄຸມສຸຂະພາບຖ້ວນໜ້າ. ນອກຈາກບັນທີ່ລາຍຮັບຂອງສຸກສາ ທີ່ເອົາມາຈັດຊື້ຢານັ້ນ ມາຈາກການຈ່າຍໂດຍກົງຂອງຄົນເຈັບທີ່ບໍ່ສະເໝີພາບ ແລະ ບໍ່ມີປະສິດທິພາບແລ້ວ, ສຸກສາລາຍັງມີປັນຫາຂາດຢາພື້ນຖານທີ່ຈຳເປັນຕໍ່ການຮັກສາຊີວິດຂອງແມ່ຍິງຖືພາ ເຊັ່ນ oxytocin ແລະ magnesium sulphate (ທີ່ມີພຽງ ແຕ່ 80 ເປີເຊັນຂອງສຸກສາລາຕົວຢ່າງທີ່ມີຢາ oxytocin ແລະ 9 ເປີເຊັນ ຂອງສຸກສາລາຕົວຢ່າງທີ່ມີຢາ magnesium sulphate ). 34 ການໃຊ້ຈ່າຍພາກລັດຕໍ່ວຽກງານ ສາທາລະນະສຸກຢູ່ ສປປ ລາວ 16. ການປະກາດວ່າຈະມີການເພີ່ມຂຶ້ນຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກນັ້ນ ແມ່ນເປັນ ຂ່າວດີ, ແຕ່ວ່າການລວມເອົາທຶນພາຍນອກ ແລະ ລາຍຮັບຈາກການບໍລິການການແພດເຂົ້າໃນການ ເພີ່ມຂຶ້ນ ຂອງການໃຊ້ຈ່າຍພາກລັດເພື່ອໃຫ້ບັນລຸເປົ້າໝາຍ 9 ເປີເຊັນນັ້ນ ພາໃຫ້ການເພີ່ມຂຶ້ນທີ່ແທ້ຈິງບໍ່ຈະແຈ້ງ (ຍ້ອນ ວ່າໜຶ່ງໃນຈຸດປະສົງການເພີ່ມການໃຊ້ຈ່າຍຂອງລັດແມ່ນເພື່ອລຸດຜ່ອນການຈ່າຍໂດຍກົງຈາກຄົນເຈັບ, ເພື່ອ ທີ່ຈະໄປເຖິງເປົ້າໝາຍການປົກຄຸມສຸຂະພາບຖ້ວນໜ້າ) ແລະ ຄວາມເປັນເຈົ້າການໃນການບໍລິຫານການເງິນ (ໂດຍບໍ່ມີແຮງຈູງໃຈໃນການລົງທຶນຈາກພາກລັດ ແລະ ຜູ້ໃຫ້ທຶນ) ທີ່ຈະບັນລຸເປົ້າໝາຍດັ່ງກ່າວ ແລະ ການ ເພີ່ມຂຶ້ນຂອງການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກດັ່ງກ່າວ ຕ້ອງໄປຄຽງຄູ່ກັບການເພີ່ມປະສິດທິ ພາບໃນການບໍລິການການໃຊ້ຈ່າຍ ແລະ ຄວາມຮັບຜິດຊອບຕໍ່ຜົນໄດ້ຮັບ. ໃນດ້ານການເພີ່ມປະສິດທິພາບ ໃນການໃຊ້ຈ່າຍ, ມັນບໍ່ໄດ້ຮຽກຮ້ອງພຽງແຕ່ໃຫ້ມີການລຸດຜ່ອນການໃຊ້ຈ່າຍຟຸມເຟືອຍ ແຕ່ຍັງຕ້ອງມີການຈັດ ສັນທຶນຮອນຢ່າງສະເໝີພາບ ແລະ ເໝາະສົມຕາມຂັ້ນຂອງການບໍລິການສາທາລະນະສຸກ (ເນັ້ນຫນັກໃສ່ ໜ່ວຍບໍລິການຂັ້ນຕົ້ນຫຼືແຖວຫນ້າ ເຊັ່ນ: ສຸກສາລາ ແລະ ໂຮງໝໍເມືອງ), ຈັດສັນໃຫ້ຖືກບ່ອນ (ໂດຍແມ່ນແຂວງ ແລະ ເມືອງທີ່ຫ່າງໄກແລະທຸກຍາກທີ່ມີຄວາມຕ້ອງການດ້ານສາທາລະນະສຸກຫລາຍທີ່ສຸດ), ແລະ ປະສົມ ປະສານການໃຊ້ຈ່າຍໃຫ້ເໝາະສົມ ເພື່ອໃຫ້ພະນັກງານສາທາລະນະສຸກສາມາດໃຫ້ການບໍລິການໄດ້ຢ່າງເຕັມ ເມັດເຕັມໜ່ວຍຈາກການລົງທຶນຢ່າງເໝາະສົມໃສ່ວຽກງານສາທາລະນະສຸກ ແລະ ໃຫ້ມີຢາ ແລະ ເຄື່ອງໃຊ້ ການແພດທີ່ຈຳເປັນໃນການຮັກສາຊີວິດແມ່ຍິງຖືພາໄວ້ຕະຫຼອດເວລາ ເພື່ອໃຫ້ການບໍລິການຂອງພະນັກງານ ສາທາລະນະສຸກນັ້ນມີປະສິດທິຜົນ. ໃນດ້ານຄວາມຮັບຜິດຊອບຕໍ່ຜົນໄດ້ຮັບ, ຕ້ອງໄດ້ເອົາໃຈໃສ່ລະດັບ ແລະ ຄວາມສະເໝີພາບຂອງຜົນໄດ້ຮັບດ້ານສຸຂະພາບຂອງປະຊາຊົນໂດຍລວມ ເຊັ່ນອັດຕາການຊັກຢາກັນພະຍາ, ຈໍານວນແພດຊ່ວຍເກີດ, ອັດຕາການເກີດຢູ່ສະຖານທີບໍລິການ, ອັດຕາການຊົມໃຊ້ແລະກວດເຂດນອກ ແລະ ຄົນເຈັບນອນຕອບສະໜອງກັບຄວາມຕ້ອງການ ແລະ ມີການປົກປ້ອງທາງດ້ານການເງິນພຽງພໍ ຖ້າມີບັນຫາສຸ ຂະພາບທີ່ເກີດຂຶ້ນກະທັນຫັນ. 17. ທິດທາງນະໂຍບາຍໃນ ສປປ ລາວ ໃນການຍົກເວັ້ນການເກັບຄ່າປິ່ນປົວຈຳເປັນຈາກຄົນເຈັບ (ເຊັ່ນນະ ໂຍບາຍສຸຂະພາບແມ່ແລະປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າ) ແລະ ຊຸດການໃຫ້ບໍລິການບໍ່ເສຍຄ່າສໍາລັບກຸ່ມ ປະຊາກອນທີ່ດ້ອຍໂອກາດ (ເຊັ່ນກອງທຶນຄົນເຈັບທຸກຍາກ) ຕ້ອງໄດ້ຮັບການຢັ້ງຢືນຜົນໄດ້ຮັບ. ເນື່ອງຈາກ ວ່າມັນຮຽກຮ້ອງໃຫ້ມີຄວາມຮັບຜິດຊອບສູງຕໍ່ຜົນໄດ້ຮັບ, ຕ້ອງລົງທຶນຫລາຍໃສ່ຝ່າຍຜູ້ສະໜອງການບໍລິການ ແລະ ຕ້ອງເພີ່ມການປຸກລະດົມໃຫ້ກຸ່ມເປົ້າໝາຍນະໂຍດັ່ງກ່າວທີ່ຢູ່ເຂດຫ່າງໄກ ແລະ ເຂດທຸກຍາກ ເພີ່ມ ການມາຊົມໃຊ້ການບໍລິການ, ເຊິ່ງໄດ້ອະທິບາຍລະອຽດຢູ່ໃນບົດລາຍງານສະບັບອື່ນໃນຊຸດການຄົ້ນຄວ້ານີ້ ທີ່ມີຫົວຂໍ້ບົດລາຍງານວ່າ ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການບໍລິການ ຢູ່ ສປປ ລາວ: ຜົນການສຶກສາເພື່ອນະໂຍບາຍແຫ່ງຊາດດ້ານສຸຂະພາບແມ່ ແລະ ເດັກ ແບບບໍ່ເສຍຄ່າ ຈາກການສໍາຫລວດຄົວເຮືອນ ແລະ ສຸກສາລາ (ສະບັບປັງປຸງປີ 2013) 18. ການຊື້ປະກັນສຸຂະພາບຂອງຜູ້ເຂົ້າປະກັນຕ້ອງໄດ້ຮັບການຍົກລະດັບຂຶ້ນ,ເພື່ອໃຫ້ສອດຄອງກັບການປັບ ປຸງປ່ຽນແປງຂອງລະບົບປະກັນສຸຂະພາບໃນ ສປປ ລາວ. ເຊິ່ງອາດຈະລວມມີລະບົບການຢັ້ງຢືນທີ່ເໝາະສົມ, ວິທີການຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ໃຫ້ບໍລິການ ແລະ ຄວນກວມເອົາການບໍລິການໃດແດ່, ເຊິ່ງຕ້ອງໄດ້ມີການປັບ ປຸງ ເພື່ອໃຫ້ການບໍລິການສາທາລະນະສຸກມີຄຸນນະພາບສູງ (ໂດຍສະເພາະການບໍລິການເພື່ອປ້ອງກັນພະຍາດ) ແລະ ຄວາມຍືນຍົງ ໄດ້ມີການຊົດເຊີຍໃຫ້ແກ່ກຸ່ມຄົນທີ່ມີຄວາມຕ້ອງການດ້ານສາທາລະນະສຸກຫລາຍທີ່ສຸດ. 19. ສຸດທ້າຍນີ້ ເພື່ອໃຫ້ບັນດາທ່ານຜູ້ທີ່ມີບົດບາດໃນການກຳນົດນະໂຍບາຍຕໍ່ວຽກງານສາທາລະນະສຸກໃນ ລັດຖະບານໄດ້ຮັບຂໍ້ມູນທີ່ຖືກຕ້ອງ ແລະ ສາມາດຕັດສິນໃຈໄດ້ທັນເວລານັ້ນ, ລະບົບຖານຂໍ້ມູນການເງິນສາ ທາລະນະສຸກຕ້ອງໄດ້ຮັບການຍົກລະດັບໃຫ້ດີຂຶ້ນ ເຊັ່ນຂໍ້ມູນການໄຫລວຽນ ແລະ ເຄື່ອນໄຫວດ້ານການເງິນ, ຄວາມຮັບຜິດຊອບ ແລະ ເປົ້າໝາຍຜົນໄດ້ຮັບ ຕ້ອງໄດ້ວາງລະອຽດໃນທຸກຊ່ອງທາງການເງິນ ແລະ ການໃຊ້ຈ່າຍ, ຜູ້ໃຫ້ບໍລິການ ແລະ ຜູ້ໄດ້ຮັບຜົນປະໂຫຍດ. ນອກຈາກນັ້ນຂໍ້ມູນດັ່ງກ່າວຄວນທ່ວງທັນກັບການ ນຳສະເໜີນະໂຍບາຍ ແລະ ບົດຄົ້ນຄ້ວາສະໜັບສະໜຸນຕ່າງໆ ເຊັ່ນ ການເຮັດບັນຊີສາທາລະນະສຸກແຫ່ງຊາດ ແລະ ລະບົບບັນຊີການເງິນສາທາລະນະສຸກ. ຫ້ອງການ ທະນາຄານ ໂລກ ປະຈຳ ສ ປ ປ ລາວ ປະຕູໄຊ, ຖະໜົນ ເນຣູ ຕູ້ໄປສະນີ 345 ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟັກ: (856-21) 266 299 www.worldbank.org/lao ທະນາຄານ ໂລກ 1818 ຖະໜົນ H, NW ວໍຊິງຕັນ ດີຊີ 20433, ສະຫະລັດອາເມລິກາ ໂທ: (202) 473 1000 ແຟັກ: (202) 477 6391 www.worldbank.org