90960 v1 ສ.ປ.ປ. ລາວ ການປະເມີນຜົນບັນຍາກາດ ດ້ານການລົງທຶນ 2014 ຄວາມບໍ່ແນ່ນອນດ້ານນະໂຍບາຍ ໃນທ່າມກາງການເຕີບໂຕ ຂອງຂະແໜງຊັບພະຍາກອນທຳມະຊາດ ບົດສະຫຼຸບໂດຍສັງເຂບ ຂະແໜງການຄ້າ ແລະ ຄວາມອາດສາມາດໃນການແຂ່ງຂັນ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທັນວາ 2014 Photo by Jay Lawrence Till / World Bank, 2012 ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 ບົດສະຫຼຸບໂດຍສັງເຂບ 3 ບົດສະຫຼຸບໂດຍສັງເຂບ ທະນາຄານໂລກໄດ້ເຮັດການປະເມີນຜົນບັນຍາກາດດ້ານການລົງທຶນທຸກໆ 2-3 ປີ ເພື່ອໃຫ້ ຜູ້ວາງແຜນ ນະໂຍບາຍມີຄວາມເຂົ້າໃຈດີຂຶ້ນກ່ຽວກັບ ການເຄື່ຶອນໄຫວຂອງພາກທຸລະກິດ ແລະ ຍັງມີບັນດາອຸປະ ສັກເກີດຂຶ້ນຢູ່ເຂດໃດທີ່ສົ່ງຜົນກະທົບຕໍ່ດ້ານການລົງທຶນ. ການປະເມີນຜົນຄັ້ງຕ່າງໆຜ່ານມາແມ່ນໄດ້ ນຳໃຊ້ແບບສຳຫຼວດວິສາຫະກິດທີ່ມີມາດຕະຖານ ແລະ ມີຈຸດປະສົງເກັບກຳຂໍ້ມູນລະອຽດກ່ຽວກັບການ ເຄື່ອນໄຫວຂອງວິສາຫະກິດ ແລະ ບັນດາອຸປະສັກທີ່ໄດ້ປະເຊີນ. ໄລຍະທີ່ຜ່ານມາໄດ້ເຮັດການສຳຫຼວດ ວິສາຫະກິດຢູ່ຫຼາຍກວ່າ 135 ປະເທດທົ່ວໂລກ ແລະ ສາມາດເກັບກຳຂໍ້ມູນຫຼາຍກວ່າ 130,000 ຫົວ ໜ່ວຍວິສາຫະກິດ. ໃນ ສປປ ລາວ ການປະເມີນຜົນບັນຍາກາດດ້ານການລົງທຶນຄັ້ງນີ້ແມ່ນຄັ້ງທີສາມເປັນການສານຕໍ່ຜົນ ການ ປະເມີນຜົນບັນຍາກາດດ້ານການລົງທຶນຄັ້ງທີ່ຜ່ານມາຂອງທະນາຄານໂລກປີ 2007 ແລະ 2011 ເຊິ່ງໃນແຕ່ລະຄັ້ງລ້ວນແຕ່ໄດ້ເຮັດການສຳຫຼວດວິສາຫະກິດ. ການປະເມີນຜົນບັນຍາກາດດ້ານການລົງ ທຶນ ປີ 2014 ນີ້ ແມ່ນອີງໃສ່ການສຳຫຼວດວິສາຫະກິດປີ 2012 ໃນ ສປປ ລາວ. ການສຳຫຼວດໄດ້ກວມ ເອົາເກືອບ 400 ຫົວໜ່ວຍວິສາຫະກິດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍໃນ 6 ແຂວງ ໃນນັ້ນກວມ ເອົາວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່. ວິສາຫະກິດຈຳນວນເຄິ່ງໜຶ່ງທີ່ຖືກ ສຳຫຼວດ ແມ່ນຢູ່ໃນຂະແໜງການຜະລິດ ແລະ ອີກເຄິ່ງໜຶ່ງແມ່ນຢູ່ໃນຂະແໜງການບໍລິການ. ການ ສຳຫຼວດວິສາຫະກິດໃນ ສປປ ລາວ ຂອງທະນາຄານໂລກເປັນການເກັບກຳຂໍ້ມູນທີ່ມີການສຸ່ມກຸ່ມຕົວ ຢ່າງທີ່ແບ່ງຊັ້ນຊັດເຈນ ເພາະສະນັ້ນ ຜົນຂອງການສຳຫຼວດຈາກກຸ່ມຕົວຢ່າງດັ່ງກ່າວຖືວ່າ ເປັນຕົວ ແທນ ທາງສະຖິຕິທີ່ຊັດເຈນໃຫ້ແກ່ພາກທຸລະກິດທັງໝົດໃນ ສປປ ລາວ. ການສຳຫຼວດວິສາຫະກິດຍັງເປັນ ການສຳຫຼວດອັນໜຶ່ງອັນດຽວໃນ ສປປ ລາວ ທີ່ໄດ້ເກັບກຳຂໍ້ມູນດ້ານການຂາຍ ແລະ ຕົ້ນທຶນໃນການ ດຳເນີນງານຂອງວິສາຫະກິດໃນນັ້ນສັງລວມແມ່ນສາມາດຄິດໄລ່ອັດຕາກຳໄລ ແລະ ອັດຕາປະສິດທິ ພາບຂອງວິສາຫະກິດທັງໝົດ. ເສດຖະກິດຂອງ ສປປ ລາວໄດ້ເຕີບໂຕຢ່າງໄວວາໂດຍອີງໃສ່ການພັດທະນາອຸດສາຫະກຳດ້ານຊັບ ພະຍາກອນທຳມະຊາດ. ການຂຸດຄົ້ນຊັບພະຍາກອນທຳມະຊາດເຊັ່ນ ແຮ່ທາດ ແລະ ຊັບພະຍາກອນ ນໍ້າຂອງປະເທດໄດ້ຂັບເຄື່ອນໃຫ້ມີການລົງທຶນໃນອັດຕາສູງ ແລະ ເສດຖະກິດເຕີບໂຕຕະຫຼອດໜຶ່ງທົດ ສະວັດທີ່ຜ່ານມາ. ສປປ ລາວ ຍັງໄດ້ກ້າວມາເປັນປະເທດທີ່ລາຍໄດ້ລະດັບກາງຂັ້ນຕົ້ນປະສົບຜົນສຳ ເລັດໃນການຫລຸດຜ່ອນຄວາມທຸກຍາກໃນລະດັບໜຶ່ງ ແລະ ໄດ້ມີການປັບປຸງການບໍລິການດ້ານສາທາ ລະນຸປະໂພກທີ່ດີຂຶ້ນ. ການພັດທະນາຊັບພະຍາກອນທຳມະຊາດໄດ້ສ້າງຜົນປະໂຫຍດທີ່ເຊື່ອມໂຍງກັບ ຂະແໜງການອື່ນໆ ໂດຍສະເພາະຊຸກຍູ້ການຂະຫຍາຍຕົວຂອງຂະແໜງການບໍລິການ ແລະ ທຸລະກິດ ກໍ່ສ້າງພາຍໃນປະເທດ. ແຕ່ເຖິງຢ່າງໃດກໍ່ຕາມການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຍັງບໍ່ໄດ້ສ່ອງແສງເຖິງສະ ພາບແວດລ້ ອ ມການດຳເນີ ນ ທຸ ລ ະກິ ດ ທິີ່ ຍັ ງ ບໍ່ ໄ ດ້ ຮັ ບ ການປັ ບ ປຸ ງ ເທົ່ າ ທີ່ ຄ ວນ. ຖ້ າ ຫາກປາດສະຈາກ ຄວາມອຸດົມຮັ່ງມີດ້ານຊັບພະຍາກອນທຳມະຊາດ ແລະ ມີແຕ່ເພິ່ງພາກິດຈະການຂອງພາກທຸລະກິດ ໃນຂະແໜງກະສິກຳ, ການຜະລິດ ແລະ ການບໍລິການເທົ່ານັ້ນ ສປປ ລາວ ອາດຈະບໍ່ສາມາດບັນລຸ ອັດຕາການເຕີບໂຕທາງດ້ານເສດຖະກິດທີ່ສູງຂະໜາດນັ້ນ. ການປັບປຸງບັນຍາກາດດ້ານການລົງທຶນ ໃນລວງເລິກແມ່ນມີຄວາມຈຳເປັນເພື່ອຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຂອງເສດຖະກິດຢ່າງເຕັມ ສ່ວນໃນການດຶງດູດເອົາການລົງທຶນທີ່ມີຄຸນນະພາບໃສ່ທຸກຂະແໜງການ ແລະ ຍັງສ້າງຜົນປະໂຫຍດ ເຕັມທີ່ເຊື່ອມໂຍງກັບການພັດທະນາຊັບພະຍາກອນທຳມະຊາດ. ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 4 ບົດສະຫຼຸບໂດຍສັງເຂບ ຜົນການປະເມີນບັນຍາກາດດ້ານການລົງທຶນຄັ້ງນີ້ໄດ້ຊີ້ໃຫ້ເຫັນວ່າການຂາດສີມືແຮງງານໄດ້ເປັນບັນ ຫາໃຫຍ່ທີ່ສຸດທີ່ຖ່ວງດຶງລະດັບການຂະຫຍາຍຕົວຂອງພາກທຸລະກິດໃນ ສປປ ລາວ. ການປະເມີນບັນ ຍາກາດດ້ານການລົງທຶນຄັ້ງກ່ອນໆແມ່ນໄດ້ພົບວ່າ ພື້ນຖານໂຄງລ່າງ, ໄຟຟ້າ ແລະ ໂທລະຄົມ ມະນາຄົມ ເປັນບັນຫາໃຫຍ່ຕໍ່ການຂະຫຍາຍຕົວຂອງພາກທຸລະກິດ. ໃນໄລຍະຜ່ານມາຍ້ອນໄດ້ມີການລົງທຶນ ອັນມະຫາສານໃສ່ພື້ນຖານໂຄງລ່າງ ບັນດາບັນຫາດັ່ງກ່າວໄດ້ຖືກປ່ຽນແທນດ້ວຍບັນຫາເກີດໃໝ່ເຊິ່ງ ບໍ່ແມ່ນພື້ນຖານໂຄງລ່າງ. ບັນດາບັນຫາໃໝ່ເຫລົ່ານີ້ລວມມີການຄຸ້ມຄອງອາກອນ, ການປະພຶດຂອງ ຄູ່ແຂ່ງຂັນນອກລະບົບ, ການເຂົ້າຫາແຫລ່ງທຶນ ແລະ ການສໍ້ລາດບັງຫຼວງ. ຄຽງຄູ່ກັນນີ້ ເມື່ອພື້ນຖານ ໂຄງລ່າງຮັບການປັບປຸງດີຂຶ້ນໃນຊ່ວງປີທີ່ຜ່ານມາກົງຈັກດ້ານລະບຽບການຍັງບໍ່ທັນສອດຄ່ອງກັບສະ ພາບປັດຈຸບັນໄດ້ກາຍເປັນສິ່ງຖ່ວງດຶງຄຸນນະພາບໃນການສະໜອງບໍລິການທີ່ເປັນຫລັກແຫລ່ງ ແລະ ມີ ຄວາມຈຳເປັນຕໍ່ຄວາມສາມາດການແຂ່ງຂັນຂອງພາກທຸລະກິດ. ໃນເມື່ ອ ຍັ ງ ບໍ່ ທັ ນ ໄດ້ ປັ ບ ປຸ ງ ບັ ນ ຍາກາດດ້ າ ນການລົ ງ ທຶ ນ ທີ່ ຈິ ງ ຈັ ງ ຕົ້ ນ ທຶ ນ ການດຳເນີ ນ ທຸ ລ ະກິ ດ ໃນ ສປປ ລາວ ແມ່ນຍັງສູງຫຼາຍ ເມື່ອສົມທຽບກັບບັນດາປະເທດທີ່ມີລະດັບການພັດທະນາເທົ່າກັນ. ບັນຍາ ກາດດ້ານການລົງທຶນຍັງບໍ່ຈະແຈ້ງຕິດພັນກັບການຂາດຄວາມໂປ່ງໃສ ແລະ ຄວາມບໍ່ສາມາດຄາດເດົາ ໄດ້ທາງດ້ານລະບຽບການສຳລັບນັກລົງທຶນ. ການປະຕິຮູບສ່ວນໃຫຍ່ແມ່ນໄດ້ເນັ້ນໃສ່ການອຳນວຍຄ ວາມສະດວກດ້ານການລົງທຶນໃສ່ຂະແໜງຊັບພະຍກອນທຳມະຊາດ ແລະ ໂຄງການຂະໜາດໃຫຍ່ ແຕ່ ຍັງບໍ່ທັນສຸມໃສ່ຂະແໜງເສດຖະກິດທີ່ມີຄວາມຫຼາກຫຼາຍ ແລະ ສ້າງວຽກເຮັດງານທຳເທົ່າທີ່ຄວນ. ຄຽ ງຄູ່ກັນນີ້ນັກລົງທຶນໃນຂະແໜງການຊັບພະຍາກອນທຳມະຊາດແມ່ນມີຄວາມສາມາດຮອງຮັບພາ ລະ ຄ່າໃຊ້ຈ່າຍທາງທຸລະກຳການລົງທຶນທີ່ສູງໄດ້ຍ້ອນຊັບພະຍາກອນທຳມະຊາດມີລາຄາສູງ ແລະ ເປັນ ໂຄງການຂະໜາດໃຫຍ່. ຕົ້ນທຶນທາງທຸລະກຳທີ່ສູງເປັນຊັດສ່ວນໜຶ່ງຂອງຕົ້ນທຶນການດຳເນີນທຸລະກິດ ບໍ່ໄດ້ສ້າງແຮງຈູງໃຈໃຫ້ແກ່ນັກລົງທຶນລາຍນ້ອຍໃນຂະແໜງເສດຖະກິດທີ່ມີຄວາມຫຼາກຫຼາຍຂອງລະ ບົບເສດຖະກິດ. ເຖິງແມ່ນວ່າ ສປປ ລາວ ໄດ້ປັບປຸງບັນຍາກາດດ້ານການລົງທຶນແລ້ວໃນບາງດ້ານ ແຕ່ ກໍ່ ຍັ ງ ບໍ່ ທັ ນ ເທົ່ າ ທຽມກັ ບ ບັ ນ ດາປະເທດມີ ກ ານພັ ດ ທະນາໃກ້ ຄ ຽງເທື່ ອ ຍ້ ອ ນວ່ າ ບັ ນ ດາປະເທດ ເຫລົ່ານີ້ກໍ່ໄດ້ມີການປັບປຸງບັນຍາກາດດ້ານການລົງທຶນຂອງຕົນເປັນປະຈຳເຊັ່ນກັນ. ສປປ ລາວ ມີຄວາມແຕກຕ່າງກັບບັນດາປະເທດກຳລັງພັດທະນາອື່ນໆ ແລະ ຍັງມີຊ່ອງຫວ່າງລະ ຫວ່າງດ້ານນິຕິກຳທີ່ໄດ້ວາງອອກ ແລະ ການຈັດຕັ້ງປະຕິບັດຕົວຈິງ. ສປປ ລາວ ພວມຢູ່ໃນທ່າມກາງຂອງ ສະໄໝຂ້າມຜ່ານຈາກລະບົບເສດຖະກິດແຜນການໄປສູ່ເສດຖະກິດຕະຫຼາດ ເຊິ່ງມັນກໍ່ບໍ່ແມ່ນເລື່ອງ ແປກປະຫຼາດທີ່ຕອ ້ ງປະສົບກັບຄວາມບໍ່ກມົ ກຽວທາງດ້ານນະໂຍບາຍດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, “ການ ຖືເບົາຕໍ່ການຈັດຕັ້ງປະຕິບັດລະບຽບກົດໝາຍ” ໄດ້ກາຍເປັນບັນຫາທີ່ຍັງຄົງຄ້າງ ແລະ ແຜ່ຫຼາຍ ເຊິ່ງສົ່ງ ຜົນກະທົບຕໍ່ການບັງຄັບໃຊ້ກົດໝາຍ ແລະ ກົດລະບຽບການທີ່ບໍ່ສອດຄ່ອງກັນ ແລະ ບໍ່ແນ່ນອນ. ໃນ ຄວາມເປັນຈິງສາເຫດຕົ້ນຕໍຂອງບັນຫານີ້ມີຄວາມສະລັບສັບຊ້ອນຫຼາຍຂຶ້ນສະທ້ອນໃຫ້ເຫັນເຖິງຮູບ ການປະຕິຮູບເສດຖະກິດການເມືອງຂອງລັດສັງຄົມນິຍົມ ແລະ ຍັງບໍ່ມີຄວາມເປັນເອກະພາບຕໍ່ທິດທາງ ຂອງການປະຕິຮູບບັນຍາກາດດ້ານການລົງທຶນ. ການປະຕິຮູບຜ່ານມາໂດຍລວມແມ່ນເນື່ອງມາຈາກ ຄວາມຮຽກຮ້ອງຕ້ອງການໃຫ້ມີການປ່ຽນແປງພຽງຮູບລັກສະນະພາຍນອກຂອງປະເທດ ໃນນັ້ນລວມ ທັງກຳລັງແຮງຊຸກຍູ້ຂອງການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ພັນທະສັນຍາກັບປະຊາ ຄົມອາຊຽນ, ແຕ່ຍັງຂາດຄວາມເຂົ້າໃຈທີ່ເລິກເຊິ່ງຕໍ່ຜົນສະທ້ອນທີ່ແທ້ຈິງຂອງບັນດາພັນທະສັນຍາດັ່ງ ກ່າວ. ສິ່ງເຫລົ່ານີ້ອາດຈະນໍາໄປສູ່ຮູບແບບການປະຕິຮູບທີ່ພຽງແຕ່ປັບປຸງນິຕິກຳເພື່ອສ້າງເງື່ອນໄຂພື້ນ ຖານຂອງບັນຍາກາດດ້ານການລົງທຶນທີ່ທັນສະໄໝເທົ່ານັ້ນ ແຕ່ບໍ່ທັນໄດ້ປັບປຸງຍົກລະດັບຄວາມເປັນ ເຈົ້າການໃນການຈັດຕັ້ງປະຕິບັດລະບຽບກົດໝາຍໃນພາກປະຕິບັດຕົວຈິງ. ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 ບົດສະຫຼຸບໂດຍສັງເຂບ 5 ນອກຈາກນີ້ ການຂະຫຍາຍຕົວຂອງເສດຖະກິດທີ່ອີງໃສ່ຊັບພະຍາກອນທໍາມະຊາດ ກໍ່ຍັງບໍ່ສະແດງ ອອກເຖິງຕົ້ນທຶນທີ່ຍັງສູງຫຼາຍໃນການຍົກລະດັບຄວາມຮູ້ຂອງແຮງງານ ແລະ ມີສິີມືແຮງງານທີ່ຍັງດ້ອຍ ກວ່າບັນດາປະເທດທີ່ໄດ້ສົມທຽບ. ລະດັບສີມືແຮງງານຂອງລາວຍັງຕໍ່າໃນທຸກດ້ານເມື່ອສົມທຽບກັບປະ ເທດຕ່າງໆ ແລະ ປະສິດທິພາບຂອງແຮງງານກໍ່ບໍ່ໄດ້ເພີ່ມຂຶ້ນຕະຫຼອດໄລຍະທົດສະວັດທີ່ຜ່ານມາ. ຄ່າແຮງງານໄດ້ເພີ່ມຂຶ້ນຢ່າງໄວວາສອດຄ່ອງກັບລະດັບການເຕີບໂຕຂອງເສດຖະກິດ ແຕ່ວ່າປະສິດທິ ພາບຂອງງານຊໍ້າພັດບໍ່ໄດ້ເພີ່ມຂຶ້ນ. ບັນດາວິສາຫະກິດທີ່ແຂ່ງຂັນໃນຕະຫຼາດສາກົນ (ທີ່ອີງຕາມລາຄາ ສິນຄ້າໃນຕະຫຼາດໂລກ) ເຊັ່ນ ຜູ້ຜະລິດໄດ້ຮັບອັດຕາກໍາໄລຕ່ໍາ, ມີປະສິດທິພາບແຮງງານທີ່ຕ່ໍາ ແລະ ເກີດວົງຈອນຄ່າແຮງງານຕ່ໍາ ເຊິ່ງບໍ່ໄດ້ຊ່ວຍໃຫ້ທຸລະກິດຂະຫຍາຍຕົວ. ສະພາບດັ່ງກ່າວແມ່ນບໍ່ໄດ້ເກີດ ຂຶ້ນຕໍ່ຂະແໜງຊັບພະຍາກອນທໍາມະຊາດທີ່ບໍ່ໃຊ້ແຮງງານຫຼາຍ. ການຂາດສີມືແຮງງານ ແລະ ການມີ ປະສິດທິພາບຕໍ່າໄດ້ເປັນອຸປະສັກຕົ້ນຕໍໂດຍກົງຕໍ່ການພັດທະນາພາກທຸລະກິດໃນຂະແໜງເສດຖະ ກິດທີ່ມີຄວາມຫຼາກຫຼາຍ, ໂດຍສະເພາະແມ່ນດ້ານການພັດທະນາຄວາມຮູ້, ການສະໜອງການບໍລິການ ແລະ ການຮຽນຮູ້ຈາກການເຮັດຕົວຈິງ ເຊິ່ງເປັນສ່ວນໜຶ່ງທີ່ສໍາຄັນຂອງການພັດທະນາເສດຖະກິດ. ໃນ ອະນາຄົດການເຕີບໂຕຂອງເສດຖະກິດຈຳເປັນຕ້ອງໄດ້ເພິ່ງພາປະສິດທິພາບທີ່ສູງ ແລະ ການດຳເນີນ ງານທີ່ມີປະສິດທິພາບໃນທຸກຂະແໜງການ: ການຜະລິດ, ກະສິກໍາ ແລະ ການບໍລິການ. ຄຽງຄູ່ກັນນີ້, ສຳລັບເສດຖະກິດນ້ອຍແລ້ວ ການຂະຫຍາຍຕົວຢ່າງໄວວາຂອງຂະແໜງບໍ່ແຮ່ ແລະ ພະ ລັງງານໄຟຟ້ານັ້ນຈະສ້າງຄວາມກົດດັນຕໍ່ຄວາມສາມາດການແຂ່ງຂັນຂອງຂະແໜງການທີ່ບໍ່ແມ່ນຊັບ ພະຍາກອນທໍາມະຊາດ. ເຖິງວ່າ ສປປ ລາວ ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກການພັດທະນາຊັບ ພະຍາກອນທໍາມະຊາດລວມມີຊັບພະຍາກອນທີ່ດິນ, ແຮ່ທາດ, ປ່າໄມ້ ແລະ ຊັບພະຍາກອນນ້ໍາ, ແຕ່ ການພັດທະນາດັ່ງກ່າວໄດ້ເລີ່ມຕົ້ນເຮັດໃຫ້ເສດຖະກິດພາກສ່ວນອື່ນບໍ່ຂະຫຍາຍຕົວ. ຍິ່ງໄປກວ່ານັ້ນ, ການຂາດຄວາມໂປ່ງໃສ ແລະ ຄວາມບໍ່ສາມາດຄາດເດົາໄດ້ຂອງບັນຍາກາດດ້ານການລົງທຶນບວກກັບ ສະພາບແວດລ້ອມດ້ານລະບຽບການທີ່ຍັງບໍ່ທັນປັບປຸງສຳລັບຂະແໜງບໍລິການຍັງບໍ່ທັນເປັນເງື່ອນໄຂ ແລະ ບໍ່ທັນຊຸກຍູ້ໃຫ້ເກີດປະໂຫຍດສູງສຸດຈາກການເຕີບໂຕຂອງຂະແໜງຊັບພະຍາກອນທໍາມະຊາດ. ໃນປີທີ່ຜ່ານມາ ຂະແໜງການຜະລິດມີອັດຕາກຳໄລທີ່ຖົດຖອຍແຕ່ຂະແໜງກໍ່ສ້າງ ແລະ ການບໍລິການ ແມ່ນມີກໍາໄລສູງຂຶ້ນ. ປະກົດການດັ່ງກ່າວນີ້ ອາດສາມາດນໍາໄປສູ່ຮູບແບບການພັດທະນາເສດຖະກິດ ບໍ່ສົມດຸນຍັງເປັນການເຮັດໃຫ້ ສປປ ລາວ ຕ້ອງປະເຊີນກັບຄວາມສ່ຽງຫຼາຍຂຶ້ນ ຕົ້ນຕໍມາຈາກຄວາມບໍ່ ໝັ້ນທ່ຽງຂອງຂະແຫນງການດັ່ງກ່າວ. ຍິ່ງໄປກວ່ານັ້ນ, ສປປ ລາວ ຍັງມິີຄວາມສ່ຽງທີ່ອາດຈະກາຍເປັນ ປະເທດທີ່ມີອັດຕາການເຕີບໂຕເສດຖະກິດສູງແຕ່ວ່າປາດສະຈາກການສ້າງວຽກເຮັດງານທຳທີ່ສົມ ຄວນ ຫລື ການພັດທະນາເສດຖະກິດທີ່ມີຄວາມຫຼາກຫຼາຍ. ຮູບແບບການພັດທະນາທີ່ອາໄສຊັບພະຍາກອນທໍາມະຊາດເລີ່ມມີຜົນກະທົບຕໍ່ການປົກຄອງດ້ວຍລະ ບຽບກົດໝາຍ. ທຸລະກິດໃນ ສປປ ລາວ ມີທ່າອ່ຽງລາຍງານວ່າ ການສໍ້ລາດບັງຫຼວງແມ່ນເປັນອຸປະສັກ, ໃນນັ້ນ ບໍລິມາດ ແລະ ມູນຄ່າຂອງການໃຫ້ສິນບົນໄດ້ເພີ່ມຂຶ້ນ ແລະ ກາຍເປັນຄວາມສ່ຽງທີ່ທ້າທາຍຕໍ່ ໝາກຜົນຂອງການພັດທະນາເສດຖະກິດ ແລະ ການລົບລ້າງຄວາມທຸກຍາກ. ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 6 ບົດສະຫຼຸບໂດຍສັງເຂບ ການປະເມີນຜົນບັນຍາກາດການລົງທຶນສະຫລຸບວ່າ ຜູ້ວາງແຜນນະໂຍບາຍໃນ ສປປ ລາວ ກຳລັງພົບ ກັບສອງທາງເລືອກທີ່ແຕກຕ່າງກັນຄື ທາງເລືອກທຳອິດຄືບໍ່ຕ້ອງເຮັດຫຍັງໃໝ່ ຫຼື ທາງເລືອກໃໝ່ທີ່ມີການ ປ່ຽນແປງຢ່າງຮອບດ້ານເພື່ອການພັດທະນາພາກທຸລະກິດ (ເບິ່ງເສັ້ນສະແດງຂ້າງລຸ່ມ): • ທາງເລືອກທຳອິດຄືບໍ່ຕ້ອງເຮັດຫຍັງໃໝ່ ໝາຍຄວາມວ່າ ຍັງສືບຕໍ່ການຂຸດຄົ້ນຊັບພະຍາກອນ ທໍາມະຊາດໂດຍຍັງມີພາກສ່ວນເສດຖະກິດທີ່ມີຄວາມຫຼາກຫຼາຍນັ້ນເຕີບໂຕຊ້າແຕ່ສຸມໃສ່ພັດ ທະນາ “ໂຄງການຂະຫນາດໃຫຍ່”. ໃນຂະນະທີ່ວິທີການນີ້ຍັງຄົງຈະສືບຕໍ່ຮັກສາອັດຕາການ ຂະຫຍາຍຕົວທີ່ສູງໃນໄລຍະສັ້ນ ແຕ່ໃນໄລຍະກາງການຂັບເຄື່ອນທາງເສດຖະກິດຈະຊັກຊ້າ ລົງ. ໃນໄລຍະຍາວອາດຈະເກີດມີຄວາມສ່ຽງເຊັ່ນ: ການເຕີບໂຕຂອງເສດຖະກິດທີ່ເພີ່ມຂຶ້ນບໍ່ ໄດ້ ຊ່ວຍໃຫ້ມີການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາເສດຖະກິດທີ່ມີຄວາມຫຼາກ ຫຼາຍ ເຊິ່ງອາດຈະມີຄວາມສ່ຽງຈາກວິກິດການຂອງຂະແຫນງການສະເພາະ. • ທາງເລືອກໃໝ່ທີ່ມີການປ່ຽນແປງຢ່າງຮອບດ້ານເພື່ອການພັດທະນາພາກທຸລະກິດ ໝາຍເຖິງ ການປະຕິ ຮູ ບ ສະພາບແວດລ້ ອ ມໃນການດຳເນີ ນ ທຸ ລ ະກິ ດ ຢ່ າ ງຮອບດ້ າ ນໂດຍເນັ້ ນ ໃສ່ ກ ານ ປັບປຸງຄວາມໂປ່ງໃສ ແລະ ຄວາມສາມາດຄາດເດົາໄດ້ຂອງການຈັດຕັ້ງປະຕິບັດລະບຽບກົດ ໝາຍ. ຈຸດປະສົງແມ່ນເພື່ອສ້າງບັນຍາກາດດ້ານການລົງທຶນທີ່ສາມາດດຶງດູດນັກລົງທຶນ ແລະ ການລົງທຶນທີ່ມີຄຸນນະພາບໃຫ້ຫຼາຍຂຶ້ນ, ຊຸກຍູ້ໃຫ້ມີການລົງທຶນຂະຫນາດໃຫຍ່ໃນການຍົກ ລະດັບສີມືແຮງງານສະເພາະດ້ານທີ່ພາກທຸລະກິດມີຄວາມຮຽກຮ້ອງຕ້ອງການເອື້ອອຳນວຍ ໃຫ້ມີປະສິດພາບຂອງງານທີ່ສູງຂຶ້ນ ແລະ ມີການສ້າງວຽກເຮັດງານທຳທີ່ມີຄຸນນະພາບດີຄ່າ ແຮງສູງໃນຂະແໜງເສດຖະກິດທີ່ມີຄວາມຫຼາກຫຼາຍ. ຈຸດສຸມຈະບໍ່ເນັ້ນໃສ່ການປັບປຸງນິຕິກຳ ທີ່ພຽງແຕ່ສ້າງເງື່ອນໄຂພື້ນຖານຂອງບັນຍາກາດດ້ານການລົງທຶນເພື່ອການພັດທະນາພາກທຸ ລະກິດແຕ່ຈະເນັ້ນໃສ່ການປັບປຸງເນື້ອໃນ ແລະ ຍົກລະດັບຄວາມເປັນເຈົ້າການໃນການຈັດຕັ້ງ ປະຕິບັດລະບຽບກົດໝາຍໃນພາກປະຕິບັດຕົວຈິງເພື່ອການບໍລິການທີ່ດີຂຶ້ນ. ຫມາຍຄວາມວ່າ ຈະໃຊ້ວິທີແກ້ໄຂ “ຊັ້ນດີເລີດ” ໜ້ອຍລົງ ແຕ່ຈະໃຊ້ວິທີການທີ່ສາມາດປັບເຂົ້າກັບສະພາບຕົວ ຈິງ ແລະ ທັນກັບສະພາບການຕ່າງໆເຊິ່ງນຳໄປສູ່ການປ່ຽນແປງບັນຍາກາດດ້ານການລົງທຶນສົ່ງ ຜົນດີຕໍ່ວິສາຫະກິດໃນພາກປະຕິບັດຕົວຈິງ. ໃນຂະນະທີ່ໂຄງການພັດທະນາຊັບພະຍາກອນ ທໍາມະຊາດຍັງຈະມີບົດບາດສໍາຄັນຕໍ່ເສດຖະກິດ ແຕ່ຈະຕ້ອງໄດ້ເນັ້ນຫນັກຫຼາຍກວ່າເກົ່າໃສ່ ການອໍານວຍໃຫ້ມີປະສິດທິພາບສູງຂຶ້ນ ແລະ ການເຄື່ອນໄຫວຂະແໜງການຜະລິດ ກະສິກໍາ ແລະ ການບໍລິການທີ່ມີຄວາມຫຼາກຫຼາຍ ແລະ ມີມູນຄ່າສູງຂຶ້ນ. ສອງຂໍ້ຄິດໃນອະນາຄົດສໍາລັບ ສປປ ລາວ ສະພາບແວດລ້ອມ ທຸລະກິດ ຮູບແບບ​ ທຸລະກິດທີ່ຄາດເດົາໄດ້ ວິທີທາງເລືອກໃໝ່ ທີ່ອີງໃສ່ການສະເໜີຕໍ່ລອງ ແລະ ໂປ່ງໃສ ​ ະຕິຮູບ​ ພັນທະເພື່ອປ ບັນຍາກາດ ມີນິຕິກຳທີ່ທັນສະໄໝ ດ້ານການລົງທຶນ ແຕ່ບໍ່ມີການຈັດຕັ້ງປະຕິບັດ ເຮັດຄືເກົ່າ ທີ່ມີປະສິດຜົນ ມີລະບົບການຈັດຕັ້ງ ບໍ່ມີການປ່ຽນແປງ ທີ່ທັນສະໄໝ​ ສປປ ລາວ ີ​ ານຈັດຕັ້ງປະຕິບັດ ທີ່ມກ ບັນຍາກາດດ້ານ​ ການລົງທຶນ ນະໂຍບາຍ​ ​ ສິດທິຜົນ ີ​ ່າໃຊ້ຈ່າຍສູງ​ ທີ່ມຄ ​ ການລົງທຶນມ ​ ີຄຸນນະພາບ​ ແລະ ບໍ່ໂປ່ງໃສ​ ​ ີປະສິດທິພາບສູງຂຶ້ນ, ທີ່ສູງຂຶ້ນ, ມ ການລົງທຶນມ ​ ີຄຸນນະພາບ​ ມີການລົງທຶນໃນ​ ການຍົກລະດັບ​ ຕ່ໍາ, ປະສິດທິພາບບໍ່ທັນສູງ, ສີມືແຮງງານ​ , ວຽກເຮັດງານທໍາ​ ການຍົກລະດັບສີມືມີຈໍາກັດ​ ທີ່ມີຄຸນນະພາບ ແລະ ວຽກເຮັດງານທໍາ​ ຮູບແບບທຸລະກິດທີ່ ໄດ້ຮັບຄ່າຈ້າງ​ ດີຂຶ້ນ ຄຸນນະພາບຕໍ່າ ແລະ ຄຸ້ມຄອງດ້ວຍລະບຽບ ​ ນັກລົງທຶນສ ​ ຸມໃສ່ການ ໄດ້ຮັບຄ່າຈ້າງ​ຕໍ່າ​ ກົດໝາຍ ໄດ້ຜົນຕອບແທນໄວ ແລະ / ຫຼື ໂອກາດ​​ ທີ່ມີຄວາມສ່ຽງຕໍ່າ​ ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 ບົດສະຫຼຸບໂດຍສັງເຂບ 7 Photo by Remy Rossi / World Bank, 2013 ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 8 ບົດສະຫຼຸບໂດຍສັງເຂບ ບັນຍາກາດດ້ານການລົງທຶນຂອງ ສປປ ລາວ ສະແດງດ້ວຍຮູບພາບ ສິນຄ້າສົ່ງອອກສ່ວນຫຼາຍແມ່ນຊັບພະຍາກອນທຳມະຊາດ… … ປະກອບສ່ວນເຮັດໃຫ້ຄ່າຂອງເງິນກີບແຂງຂຶ້ນ ຊັບພະຍາກອນ ອັດຕາແລກປ່ຽນປົກກະຕິ ກະສິກຳ ອັດຕາແລກປ່ຽນຕົວຈິງ ສົ່ງອອກ ລ້ານໂດລາ ບໍລິການ ແຫລ່ງຂໍ້ມູນ: ການຄິດໄລ່ຂອງພະນັກງານທະນາຄານໂລກ ແຫລ່ງຂໍ້ມູນ: ການຄິດໄລ່ຂອງພະນັກງານທະນາຄານໂລກ ການເຕີບໂຕຂອງມູນຄ່າເພີ່ມຕໍ່ກຳມະກອນຍັງອ່ອນຫຼາຍ… …ແລະ ຕົວເລກຄາດຄະເນຂອງປະສິດທິພາບລວມມີທ່າອ່ຽງ ຄ້າຍຄືກັນ ປະເທດອື່ນໆ ມູນຄ່າເພີ່ມຕໍ່ກຳມະກອນ (2009 ໂດລາ) ສປປ ລາວ 2012 ປະສິດທິພາບລວມ (ແຕກຕ່າງຈາກລາວ) ສປປ ລາວ 2009 ສປປ ລາວ 2005 ເສັ້ນຊື່ (ປະເທດອື່ນໆ) ຈີດີພີຕໍ່ຫົວຄົນ (2005 PPP $) ຈີດີພີຕໍ່ຫົວຄົນ (2005 PPP $) ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດ ອັດຕາກຳໄລຂອງຂະແໜງການຜະລິດໄດ້ຫຼຸດລົງ … …ແຕ່ອັດຕາກຳໄລຂອງຂະແໜງບໍລິການໄດ້ເພີ່ມຂຶ້ນໃນໄລ ຍະດຽວກັນ ເນປານ 2009 ມົງໂກລີ 2009 ຜົນຕອບແທນສະເລ່ຍຕໍ່ການຂາຍ ຫວຽດນາມ 2009 ກາຊັກສະຖານ 2009 ຜົນຕອບແທນສະເລ່ຍຕໍ່ການຂາຍ ກາຊັກສະຖານ 2009 ເນປານ 2009 ມົງໂກລີ 2009 ຫວຽດນາມ 2009 ສປປ ລາວ 2012 ສປປ ລາວ 2009 ຟີລິບປິນ 2009 ຟີລິບປິນ 2009 ເກຍກິສ 2009 ເກຍກິສ 2009 ຈີນ 2012 ສປປ ລາວ 2012 ສປປ ລາວ 2009 ຈີນ 2012 ອິນໂດເນເຊຍ 2009 ອິນໂດເນເຊຍ 2009 ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 ບົດສະຫຼຸບໂດຍສັງເຂບ 9 ຄ່າແຮງງານໄດ້ເພີ່ມຂຶ້ນຢ່າງໄວວາ… …ເກືອບທົ່ວທຸກຂະແໜງການ ສປປ ລາວ 2009 ສປປ ລາວ 2012 ຕົ້ນທຶນແຮງງານທັງໝົດສະເລ່ຍຕໍ່ຄົນຕໍ່ປີ ຕົ້ນທຶນແຮງງານຕໍ່ຫົວໜ່ວຍ (ໂດລາປີ 2005) ກາຊັກສະຖານ 2009 ສປປ ລາວ 2009 ເກຍກິສ 2009 ຟີລິບປິນ 2009 ຫວຽດນາມ 2009 ອິນໂດເນເຊຍ 2009 ສປປ ລາວ 2012 ສະເລ່ຍ 2009 ເນປານ 2009 ມົງໂກລີ 2009 ຈີນ 2012 ການຜະລິດ ທຸລະກິດ ບໍລິການ ທັງໝົດ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ສ້າງຄວາມກົດດັນໃຫ້ແກ່ຜູ້ສົ່ງອອກ… ສ້າງຄວາມກົດດັນໃຫ້ແກ່ຜູ້ສົ່ງອອກ… ຄວາມຫົດຢືດຂອງກຳໄລຕໍ່ຕົວປຽ່ນ ຜົນຕອບແທນສະເລ່ຍ ຕໍ່ການຂາຍ ໂດຍສະເລ່ຍ ການຜະລິດ ການບໍລິການ ຜູ້ທີ່ບໍ່ໄດ້ສົ່ງອອກ ຜູ້ສົ່ງອອກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ນາຍຈ້າງໃນ ສປປ ລາວ ລາຍງານວ່າ ສີມືແຮງງານຍັງບໍ່ທັນ …ແລະ ໂດຍສະເພາະໄດ້ລາຍງານວ່າ ມີພຽງຜູ້ສະໝັກບາງ ສູງເມື່ອສົມທຽບກັບປະເທດອື່ນໆໃນອາຊີ… ຄົນເທົ່ານັ້ນທີ່ມີສີມືທີ່ຖືກຕ້ອງກັບຕຳແໜ່ງງານ ບໍ່ພົບກັບບັນຫາການຈັດຈ້າງ ພົບກັບບັນຫາການຈັດຈ້າງ ສີມືແຮງງານແມ່ນບັນຫາໃຫຍ່ທີ່ສຸດ ຕໍ່ການເຕີບໂຕຂອງທຸລະກິດ ຫວຽດນາມ 2009 ກາຊັກສະຖານ2009 ຟີລິບປີນ 2009 ຈີນ 2012 ມົງໂກລີ 2009 ອິນໂດເນເຊຍ 2009 ເກຍກີສ 2009 ເນປານ 2009 ສປປ ລາວ 2009 ສປປ ລາວ 2012 ຜູ້ສະໝັກໃໝ່ ຜູ້ສະໝັກທີ່ຂາດສີມື ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 10 ບົດສະຫຼຸບໂດຍສັງເຂບ ການເຂົ້າຫາແຫ່ຼງທຶນເປັນບັນຫາໜ້ອຍລົງເມື່ອສົມທຽບ ມີບໍລິສັດສ່ວນໜ້ອຍທີ່ໄດ້ລາຍງານວ່າ ອັດຕາອາກອນຍັງ ໃສ່ອາດີດທີ່ຜ່ານມາ ເປັນບັນຫາ ອິນໂດເນເຊຍ2009 ບໍລິສັດທີ່ລາຍງານວ່າອັດຕາອາກອນ ສປປ ລາວ 2009 ເກຍກີສ 2009 ຈີນ 2012 ແມ່ນບັນໃຫຍ່ສຸດ ສປປ ລາວ 2012 ຟີລິບປິນ 2009 ກາຊັກສະຖານ 2009 ສປປ ລາວ 2009 ກາຊັກສະຖານ 2009 ມົງໂກລີ 2009 ສະເລ່ຍ 2009 ຟີລິບປີນ 2012 ຈີນ 2012 ສປປ ລາວ 20012 ເກຍກິສ 2009 ຫວຽດນາມ 2009 ອິນໂດເນຍເຊp2009 ເນປານ 2009 ເນປານ 2009 ຫວຽດນາມ 2009 ມົງໂກລີ 2009 ເປີເຊັນຂອງບໍລິສັດທີ່ກູ້ຢືມເງິນທະນາຄານ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຕ່ການປະຕິບັດຕາມລະບຽບອາກອນຍັງມີຄ່າໃຊ້ຈ່າຍສູງ …ແລະ ທຸລະກິດຍັງເຫັນວ່າ ຍັງມີການແຂ່ງຂັນທີ່ບໍ່ຍຸຕິທຳ ຂອງພາກສ່ວນນອກລະບົບ ອາວຸໂສໃຊ້ແກ້ວຽກລະບຽບການຕ່າງ ສັດສ່ວນເວລາຕໍ່ອາທິດທີ່ຜູ້ບໍລິຫານ ຟີລິບປີນ 2009 ເກຍກີສສ 2009 ກາຊັກສະຖານ2009 ມົງໂກລີ 2009 ເນປານ 2009 ສປປລາວ 2012 ສະເລ່ຍ 2009 ຫວຽດນາມ 2009 ອິນໂດເນເຊຍ2009 ສປປລາວ 2009 ຈີນ 2012 ບໍລິສັດທີ່ບໍ່ໄດ້ ບໍລິສັດທີ່ໄດ້ ແຂ່ງຂັນກັບ ແຂ່ງຂັນກັບ ທຸລະກິດ ທຸລະກິດ ນອກລະບົບ ນອກລະບົບ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ການສໍ້ລາດບັງຫຼວງເປັນບັນຫາທີ່ໜ້າເປັນຫ່ວງ ແລະ ຈຳນວນ …ແຕ່ຂະໜາດຂອງການໃຫ້ສິນບົນໄດ້ເພີ່ມຂຶ້ນ ຄັ້ງການໃຫ້ສິນບົນໄດ້ຫລຸດລົງ… ສັດສ່ວນຂອງການໃຫ້ສິນບົນ % ຂອງບໍລິສັດທີ່ຄາດວ່າຈະໃຫ້ຂອງຂັວນ ຕໍ່ການຂາຍທັງໝົດຕໍ່ປີ ຫລື ໃຫ້ສິນບົນ ສຫວຽດນາມ 2009 ກາຊັກສະຖານ 2009 ຟີລິບປີນ 2012 ອິນໂດເນຍເຊຍ2009 ຟີລິບປີນ 2012 ອິນໂດເນຍເຊຍ 2009 ຫວຽດນາມ 2009 ກາຊັກສະຖານ 2009 ເກຍກິສ 2009 ປປ ລາວ 2009 ມົງໂກລີ 2009 ສະເລ່ຍ 2009 ສປປ ລາວ 2012 ເນປານ 2009 ຈີນ 2012 ເນປານ 2009 ເກຍກິສ 2009 ສະເລ່ຍ 2009 ສປປ ລາວ 2009 ມົງໂກລີ 2009 ຈີນ 2012 ສປປ ລາວ 2012 ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ແຫລ່ງຂໍ້ມູນ: ການສຳຫຼວດວິສາຫະກິດຂອງທະນາຄານໂລກ ການປະເມີນຜົນບັນຍາກາດດ້ານການລົງທຶນ 2014 ບົດສະຫຼຸບໂດຍສັງເຂບ 11 Photo by Stan Fradelizi / World Bank, 2011