ບົດລາຍງານເສດຖະກິດຂອງສປປ ລາວ ສິ່ງທ້າທາຍໃນການສົ່ງເສີມການເຕີບໂຕທີ່ສົມດູນ ແລະ ການແຈກຢາຍຜົນປະໂຫຍດຢ່າງທົ່ວເຖິງ ພຶດສະພາ 2016 ຂໍ້​ ຫົວ​ ເພາະ ສະ​ ປັດໄຈທີ່ມີຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ ອັດຕາແລກປ່ຽນ (ອີງໃສ່ອັດຕາແລກປ່ຽນໃນວັນທີ 25 ເມສາ 2016) ຫົວໜ່ວຍ = LAK (ກີບ) 8,141ກີບ = US$1.00 ສົກປີ = ແຕ່ເດືອນ ຕຸລາ ຫາ ກັນຍາ ຄໍາຫຍໍ້ ASEAN ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ BOL ທະນາຄານແຫ່ງ ສປປ ລາວ BOP ດຸນການຊໍາລະສະສາງກັບຕ່າງປະເທດ COD ວັນທີເລີ່ມດໍາເນີນການຜະລິດໄຟຟ້າ CPI ດັດສະນີລາຄາຜູ້ບໍລິໂພກ EAP ອາຊີຕາເວັນອອກແລະປາຊີຟິກ EDL ວິສາຫະກິດໄຟຟ້າລາວ FATF ອົງການຕ້ານການຟອກເງິນສາກົນ FDI ການລົງທຶນໂດຍກົງຈາກຕ່າງປະເທດ FY ສົກປີ GDP ຍອດຜະລິດຕະພັນພາຍໃນ GOL ລັດຖະບານແຫ່ງ ສປປ ລາວ IMF ກອງທຶນການເງິນລະຫວ່າງປະເທດ MOF ກະຊວງການເງິນ MOIC ກະຊວງອຸດສາຫະກໍາ ແລະ ການຄ້າ NA ສະພາແຫ່ງຊາດ NEER ດັດຊະນີເງິນກີບ NFA ຊັບສິນຕ່າງປະເທດສຸດທິ NPL ໜີ້ເສຍ NSEDP ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ PIP ແຜນການລົງທຶນຂອງລັດ PPG ໜີ້ພາກລັດແລະລັດຄ້ຳປະກັນ REER ດັດຊະນີເງິນກີບປັບລາຄາ SOCBs ທະນາຄານທຸລະກິດລັດ SOE ລັດວິສາຫະກິດ VAT ອາກອນມູນຄ່າເພີ່ມ WBG ກຸ່ມທະນາຄານໂລກ WEO ບົດລາຍງານການປະເມີນທ່າອ່ຽງຂອງເສດຖະກິດໂລກ YOY ການປຽບທຽບຂໍ້ມູນປີຕໍ່ປີ ຮອງປະທານປະຈໍາພາກພື້ນ: ວິກໂຕເຣຍ ຄວາຄວາ ຜູ້ອໍານວຍການປະຈໍາປະເທດ: ອູຣິກ ຊັກຄາວ ຜູ້ອໍານວຍການອາວຸໂສປະຈໍາຂະແໜງ: ຊາຕູ ຄຣິສຕີນາ ຄາໂຄນັນ ຫົວໜ້າຫ້ອງການປະຈໍາປະເທດ: ແຊລລີ ເບີນນິງແຮມ ຜູ້ຈັດການປະຈໍາຂະແໜງ: ແມັດທິວ ເວີກກີສ ຜູ້ຂຽນ: ອີຟເກນິ ນາດອບ ແກ້ວມະນີວອນ ພິມມະຫາໄຊ ບົດຂອບໃຈ ບົດລາຍງານເສດຖະກິດຂອງ ສປປ ລາວ - 2016 ໄດ້ຖືກກະກຽມໂດຍ ທີມງານຫ້ອງການທະນາຄານໂລກປະຈໍາ ສປປ ລາວ ພາຍໃຕ້ການຊີ້ນໍາຂອງ ທ່ານ Mathew Verghis (ຜູ້ຈັດການປະຈໍາຂະແໜງ, ຂະແໜງຄຸ້ມຄອງ ເສດຖະກິດມະຫາພາກ ແລະ ການເງິນ) ແລະ ທ່ານນາງ Sally Burningham (ຫົວໜ້າຫ້ອງການທະນາຄານໂລກ ປະຈໍາລາວ). ສະມາຊິກທີມງານປະກອບມີ: ທ່ານ Evgenij Najdov (ນັກເສດຖະສາດອາວຸໂສ), ທ່ານ ສົມນຶກ ດາວະດິງ (ນັກເສດຖະສາດອາວຸໂສ) ແລະ ທ່ານ ນ.ແກ້ວມະນີວອນ ພິມມະຫາໄຊ (ນັກເສດຖະສາດ) ພ້ອມດ້ວຍ ການປະກອນສ່ວນຢ່າງຕັ້ງໜ້າຈາກ ທ່ານ Obert Pimhidzai (ນັກເສດຖະສາດ) ໃນການກະກຽມພາກທີສອງ ຂອງບົດລາຍງານຊຶ່ງມີຫົວຂໍ້ວ່າ: “ປັດໄຈທີ່ມີຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ”. ພ້ອມນີ້, ກໍ່ສະແດງຄວາມຂອບໃຈຕໍ່ ທ່ານ ນ. ສຸກສະຫວັນ ສົມບູນຂັນ ແລະ ທ່ານ ນ.ມະນີເພັດ ແພງສະຫວັດດີ ສໍາລັບການ ຊ່ວຍວຽກງານບໍລິຫານ ແລະ ການເຜີຍແຜ່ບົດລາຍງານສະບັບນີ້. ທາງທີມງານຂໍສະແດງຄວາມຂອບໃຈມາຍັງບັນດານັກວິຊາການຂອງ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່, ທະນາຄານແຫ່ງ ສປປ ລາວ ແລະ ບັນດາກະຊວງອື່ນໆທີ່ກ່ຽວຂ້ອງ ພ້ອມທັງຕົວແທນຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ໜ່ວຍງານທຸລະກິດຕ່າງໆ ທີ່ໃຫ້ຄໍາແນະນໍາ ແລະ ຂໍ້ມູນທີ່ເປັນປະໂຫຍດຢ່າງສູງ. ຜົນການຄົ້ນຄວ້າ ແລະ ການວິເຄາະຂອງບົດລາຍງານສະບັບນີ້ແມ່ນການວິເຄາະຂອງທາງທີມງານນັກຂຽນເອງ ໂດຍບໍ່ ຈໍາເປັນວ່າແມ່ນຄໍາເຫັນຕົວແທນຂອງ ກຸ່ມທະນາຄານໂລກ, ຄະນະອໍານວຍການ ຫຼື ລັດຖະບານຂອງປະເທດສະມາຊິກ. ສາລະບານ ບົດສະຫຼຸບຫຍໍ້ .................................................................................................................................. 6 ສະພາບການພັດທະນາເສດຖະກິດໂດຍສັງເຂບ ...................................................................................... 11 ພາກທີໜຶ່ງ: ສະພາບການພັດທະນາເສດຖະກິດ ....................................................................................... 13 ການເຕີບໂຕຂອງເສດຖະກິດ .................................................................................................. 13 ອັດຕາເງິນເຟີ້ ...................................................................................................................... 18 ດ້ານງົບປະມານ ................................................................................................................... 20 ອັດຕາການແລກປ່ຽນ ............................................................................................................ 25 ຂະແໜງເງິນຕາ ................................................................................................................... 30 ປະເມີນທ່າອ່ຽງໃນອະນາຄົດ ............................................................................................................... 32 ພາກທີສອງ: ປັດໄຈທີ່ມີຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ ............................................. 34 ຕາຕະລາງຊ້ອນທ້າຍ 1: ສະພາບເສດຖະກິດຂອງ ສປປ ລາວ ໂດຍຫຍໍ້ ......................................................... 42 ຕາຕະລາງຊ້ອນທ້າຍ 2: ງົບປະມານຂອງລັດຖະບານແຫ່ງ ສປປລາວ .......................................................... 43 ຮູບສະແດງ ຮູບສະແດງ1: ການເຕີບໂຕຕົວຈິງຂອງGDP ........................................................................................... 14 ຮູບສະແດງ2: ໂຄງປະກອບຂອງການເຕີບໂຕຕົວຈິງຂອງ GDP .................................................................. 14 ຮູບສະແດງ3: ກໍາລັງຕິດຕັ້່ງໃນຂະແໜງພະລັງງານ ................................................................................... 14 ຮູບສະແດງ4: ຜົນຜະລິດບໍ່ແຮ່ ແລະ ດັດສະນີລາຄາ .................................................................................. 14 ຮູບສະແດງ5: ໂຄງປະກອບຂອງບໍລິສັດໃນ SEZs ແບ່ງຕາມກໍາມະສິດ ແລະ ຂະແໜງການຜະລິດໃນປີ 2015 ...... 15 ຮູບສະແດງ6: ໂຄງປະກອບຂອງແຮງງານໃນ SEZs ປີ 2015 ..................................................................... 15 ຮູບສະແດງ7: ດັດສະນີຄວາມອ່ອນໄຫວຂອງຜູ້ບໍລິໂພກ (Consumer Sentiment Index) .............................. 16 ຮູບສະແດງ8: ອັດຕາເງິນເຟີ້ປະຈໍາເດືອນ ............................................................................................... 18 ຮູບສະແດງ9: ໂຄງປະກອບຂອງການເພີ່ມຂຶ້ນຂອງລາຄາອາຫານ ................................................................ 19 ຮູບສະແດງ10: ລາຄານ້ຳມັນ ແລະ ລາຄາສິນຄ້າໃນຕະຫຼາດໂລກ ................................................................ 19 ຮູບສະແດງ11: ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ............................................................................ 20 ຮູບສະແດງ12: ລາຍຮັບງົບປະມານແຫ່ງລັດ ........................................................................................... 20 ຮູບສະແດງ13: ລາຍຈ່າຍງົບປະມານແຫ່ງລັດ ......................................................................................... 21 ຮູບສະແດງ14: ດຸ່ນດ່ຽງກັບຕ່າງປະເທດ ................................................................................................ 25 ຮູບສະແດງ15: ການສົ່ງອອກຜະລິດຕະພັນ ............................................................................................ 26 ຮູບສະແດງ16: ການນໍາເຂົ້າຜະລິດຕະພັນ ............................................................................................ 26 ຮູບສະແດງ 17: ຄວາມສາມາດກຸ້ມການນໍາເຂົ້າຂອງຄັງສໍາຮອງ .................................................................. 27 ຮູບສະແດງ 18: ອັດຕາສ່ວນດ້ານການຄ້າກັບຈີນ ..................................................................................... 28 ຮູບສະແດງ 19: ການເພີ່ມຂຶ້ນຂອງນັກທ່ອງທ່ຽວແບ່ງ ຕາມສັນຊາດ 2012-2015 ........................................... 28 ຮູບສະແດງ 20: ອັດຕາແລກປ່ຽນເງິນກີບ ............................................................................................... 29 ຮູບສະແດງ 21: ອັດຕາແລກປ່ຽນທີ່ມີປະສິດທິພາບຕົວຈິງ .......................................................................... 29 ຮູບສະແດງ 22: ອົງປະກອບຂອງການເຕີບໂຕດ້ານສິນເຊື່ອແບ່ງຕາມຂະແໜງການ ......................................... 30 ຮູບສະແດງ 23: ອັດຕາການເຕີບໂຕຂອງສິນເຊື່ອ ..................................................................................... 30 ຮູບສະແດງ 24: ອົງປະກອບຂອງການເຕີບໂຕດ້ານຊັບສິນຂອງທະນາຄານ .................................................... 31 ຮູບສະແດງ 25. ທ່າອ່ຽງທາງດ້ານຄວາມທຸກຍາກໃນ ສປປ ລາວ ໃນໄລຍະ 2002/3 – 2012/13 ........................ 34 ຮູບສະແດງ 26. ຕົວຊີ້ວັດທາງດ້ານສັງຄົມໃນ ສປປ ລາວ ໄລຍະ 2002/3 -2012/13 ....................................... 34 ຮູບສະແດງ 27. ການເຕີບໂຕຂອງ GDP ຕໍ່ຫົວຄົນ ແລະ ອັດຕາການຊົມໃຊ້ .................................................. 37 ຮູບສະແດງ 28. ການເຕີບໂຕຂອງ GDP ຕໍ່ຫົວຄົນ ແລະ ການຫຼຸດຜ່ອນຄວາມທຸກຍາກ ..................................... 37 ກ່ອງ ກ່ອງ1: ເຂດເສດຖະກິດພິເສດໃນ ສປປ ລາວ .......................................................................................... 15 ກ່ອງ2: ລັດຖະບານໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງງົບປະມານແຫ່ງລັດ ............................... 22 ກ່ອງ3: ສາຍພົວພັນລະຫວ່າງເສດດຖະກິດຈີນແລະເສດຖະກິດຂອງລາວ....................................................... 27 6 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ບົດສະຫຼຸບຫຍໍ້ ສະພາບການພັດທະນາເສດຖະກິດ 1. ເສດຖະກິດຂອງລາວ ຂະຫຍາຍຕົວຢູ່ໃນລະດັບປະມານ 7 ສ່ວນຮ້ອຍ ໃນປີ 2015, ຊຶ່ງຂະຫຍາຍຕົວ ຊ້າລົງຈາກ 7,5 ສ່ວນຮ້ອຍ ໃນປີ 2014. ຂະແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດ (ພະລັງໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່) ຍັງເປັນຂະແໜງຕົ້ນຕໍທີ່ເຮັດໃຫ້ມີການເຕີບໂຕຂອງເສດຖະກິດຄືກັນກັບສະພາບໃນທົດສະວັດ ຜ່ານມານ. ການຜະລິດໄຟຟ້າແມ່ນ ເພີ່ມຂຶ້ນເນື່ອງຈາກການດໍາເນີນການຜະລິດໄຟຟ້າຈາກທັງ ຈາກໂຮງງານໄຟຟ້າ ຫົງສາລິກໄນທີ່ມີກໍາລັງຕິດຕັ້ງ 1.878 ເມກາວັດ ແລະ ເຂື່ອນໄຟຟ້າອື່ນໆທີ່ມີກໍາລັງຕິດຕັ້່ງລວມປະມານ 250-300 ເມກາວັດ. ນອກນັ້ນ, ເຖິງວ່າລາຄາສິນຄ້າໂລຫະຈະຕົກຕໍ່າ, ຜົນຜະລິດຈາກບໍ່ແຮ່ຍັງເພີ່ມຂຶ້ນ ເນື່ອງຈາກວ່າລາຄາ ຂອງໂລຫະໃນຕະຫຼາດໂລກຍັງສູງກວ່າລະດັບຕົ້ນທຶນຢູ່. ຂະແໜງກໍ່ສ້າງຍັງຂະຫຍາຍຕົວຢ່າງຕໍ່ເນື່ອງຍ້ອນມີຍັງມີ ກະແສການລົງທຶນເຂົ້າມາໃນຂະແໜງພະລັງງານ (ຈາກການລົງທຶນຈາກຕ່າງປະເທດ ແລະ ການກູ້ຢືມຈາກຕ່າງ ປະເທດ) ແລະ ການພັດທະນາດ້ານອະສັງຫາລິມະຊັບ. ການຜະລິດອຸດສາຫະກໍາ ແລະ ການສົ່ງອອກຊິ້ນສ່ວນ- ອາໄຫຼ່ອຸປະກອນຍັງມີການເພີ່ມຂຶ້ນ ເຖິງວ່າຈະເລີ່ມຈາກລະດັບຕໍ່າ ເນື່ອງຈາກວ່າ ສປປ ລາວ ສາມາດດຶງດູດເອົາ ບໍລິສັດຈໍານວນໜຶ່ງຈາກບັນດາປະເທດໃນພາກພື້ນໃຫ້ມາຕັ້ງທໍາການຜະລິດສ່ວນໜຶ່ງຢູ່ໃນເຂດເສດຖະກິດພິເສດ ຂອງ ສປປ ລາວ. ນັກທ່ອງທ່ຽວທີ່ເຂົ້າມາລາວກໍ່ຍັງເພີ່ມຂຶ້ນດ້ວຍຈັງຫວະທີ່ໄວ ຊຶ່ງສ່ວນໃຫຍ່ແມ່ນມາຈາກປະເທດ ໃນພາກພື້ນອາຊີ. ຜົນໄດ້ຈາກການເພີ່ມຂຶ້ນເຫຼ່ານີ້ຊ້ຳພັດຖືກຫຼຸດລົງຍ້ອນ ຄວາມຕ້ອງການຈາກຕະຫຼາດພາຍນອກ ຫຼຸດລົງ (ລວມທັງການສົ່ງອອກໄມ້), ການຄຸ້ມຄອງລາຍຈ່າຍຂອງລັດທີ່ເຂັ້ມງວດຂຶ້ນ ແລະ ການຫຼຸດລົງຂອງຜົນຜະລິດ ກະສິກໍາເນື່ອງຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອໍານວຍ ແລະ ລາຄາສິນຄ້າຕົກຕໍ່າ. ອັດຕາເງິນເຟີ້ຫຼຸດລົງຈາກ 4,2 ສ່ວນຮ້ອຍ ໃນປີ 2014 ມາເປັນ 1,3 ສ່ວນຮ້ອຍ ໃນປີ 2015 ແລະ ຫຼຸດລົງຕື່ມອີກເປັນ 1,1 ສ່ວນຮ້ອຍ ໃນເດືອນມີນາ 2016 ຕົ້ນຕໍແມ່ນຍ້ອນລາຄານ້ຳມັນຕົກຕໍ່າ, ຊຶ່ງອັດຕາເງິນເຟີ້ພື້ນຖານຢູ່ທີ່ລະດັບ 1,7 ສ່ວນຮ້ອຍ. 2. ອັດຕາຂາດດູນງົບປະມານ ຢູ່ລະດັບ 3,7 ສ່ວນຮ້ອຍ ຂອງ GDP ໃນສົກປີ 2014/15, ຊຶ່ງຫຼຸດລົງເລັກ ນ້ອຍຈາກ 3,8 ສ່ວນຮ້ອຍ ຂອງ GDP ໃນປີຜ່ານມາ. ລາຍຮັບລວມຍັງຢູ່ໃນລະດັບເກ່າ, ແຕ່ອັດຕາລາຍຮັບຕໍ່ GDP ເຫັນວ່າຕໍ່າລົງຈາກ 24,1 ສ່ວນຮ້ອຍ ມາເປັນ 23 ສ່ວນຮ້ອຍ ໃນສົກປີ 2014/15 ເນື່ອງຈາກຜົນກະ ທົບຈາກລາຄາໂລຫະແລະນ້ຳມັນຫຼຸດລົງ (ຈາກການເກັບຄ່າພາກຫຼວງ ແລະ ອາກອນໃນຂະແໜງບໍ່ແຮ່, ອາກອນ ນໍາໃຊ້ ແລະ ການເກັບອາກອນມູນຄ່າເພີ່ມສໍາລັບນ້ຳມັນ ແລະ ອື່ນໆ) ແລະ ລາຍຮັບຈາກການຊ່ວຍເຫຼືອລ້າກໍ່ຫຼຸດ ລົງ. ການຫຼຸດລົງຂອງລາຍຮັບດັ່ງກ່າວນັ້ນ ຖືກຊົດເຊີຍດ້ວຍການເພີ່ມຂຶ້ນຂອງອາກອນມູນຄ່າເພີ່ມ ແລະ ອາກອນ ລາຍໄດ້ເນື່ອງຈາກຄວາມຮັດກຸມໃນການເກັບລາຍຮັບ. ໃນຂະນະດຽວກັນນັ້ນ, ການເພີ່ມທະວີການຄຸ້ມຄອງດ້ານ ລາຍຈ່າຍເງິນເດືອນພະນັກງານ ແລະ ຈໍາກັດການຮັບພະນັກງານລັດລົງກໍ່ຊ່ວຍເຮັດໃຫ້ລາຍຈ່າຍງົບປະມານລວມ ຫຼຸດລົງຈາກ 28 ສ່ວນຮ້ອຍ ມາເປັນ 26,6 ສ່ວນຮ້ອຍ ຂອງ GDP. ການຂາດດູນງົບປະມານສ່ວນໃຫຍ່ແມ່ນດຸ່ນ ດ່ຽງໂດຍການກູ້ຢືມ ຊຶ່ງສ່ວນຫຼາຍແມ່ນການກູ້ຢືມມາຈາກຕ່າງປະເທດ, ເຮັດໃຫ້ໜີ້ສິນພາກລັດຢູ່ໃນລະດັບ 65 ສ່ວນຮ້ອຍ ຂອງ GDP ໃນປີ (ປະມານ 7,7 ຕື້ ໂດລາ)1. ແຕ່ບັນຫາໜີ້ສິນພາຍໃນຂອງພາກລັດທີ່ຍັງຄົງຄ້າງ ຍັງສືບຕໍ່ເປັນບັນຫາຢູ່, ຊຶ່ງອາດໝາຍເຖິງການລາຍງານໜີ້ສິນພາຍໃນປະເທດຍັງຕໍ່າກວ່າຄວາມເປັນຈິງ. ຄະນະ ກໍາມະການຊີ້ນໍາລະດັບລັດຖະມົນຕີໄດ້ຖືກສ້າງຕັ້ງຂຶ້ນ ເພື່ອປະເມີນບັນຫາທາງດ້ານໜີ້ສິນດັ່ງກ່າວ ແລະ ກວດ ສອບກໍລະນີທີ່ບໍ່ຖືກຕ້ອງ. ກະຊວງການເງິນໄດ້ສ້າງຕັ້ງພະແນກຄຸ້ມຄອງການລົງທຶນຂອງລັດໃນກະຊວງການເງິນຂຶ້ນ ແນ່ໃສ່ເພື່ອປັບປຸງການປະສານງານກັບກະຊວງແຜນການ ແລະ ການລົງທຶນ ພ້ອມທັງຊີ້ນໍາການສ້າງແຜນ ແລະ ການໃຊ້ຈ່າຍໃນການລົງທຶນຂອງລັດ. 1 ຖານຂໍ້ມູນຂອງບົດປະເມີນທ່າອ່ຽງຂອງເສດຖະກິດໂລກຂອງ IMF, ເດືອນ ຕຸລາ ປີ 2015. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 7 3. ນະໂຍບາຍທາງດ້ານເງິນຕາ ແລະ ອັດຕາແລກປ່ຽນຍັງສືບຕໍ່ສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນກີບ/ ໂດລາ, ຊຶ່ງເຮັດໃຫ້ເງິນກີບແຂງຄ່າຂຶ້ນທຽບໃສ່ສະກຸນເງິນຂອງປະເທດໃນພາກພື້ນດຽວກັນ. ອັດຕາແລກປ່ຽນທີ່ໝັ້ນ ທ່ຽງເປັນໜຶ່ງໃນຈຸດປະສົງຫຼັກຂອງທະນາຄານແຫ່ງ ສປປ ລາວ (ທຫລ), ທຫລ ໄດ້ມີນະໂຍບາຍຮັກສາອັດຕາແລກ ປ່ຽນເງິນກີບ/ໂດລາໃຫ້ໝັ້ນທ່ຽງ; ໃນສະພາບທີ່ເງິນໂດລາແຂງຄ່າ ຈິ່ງເຮັດໃຫ້ອັດຕາແລກປ່ຽນເງິນກີບຕົວຈິງແຂງ ຄ່າຂຶ້ນເຊັ່ນກັນ. ເພື່ອເຮັດໃຫ້ອັດຕາສິນເຊື່ອເພີ່ມຂຶ້ນ, ທຫລ ໄດ້ຫຼຸດອັດຕາດອກເບ້ຍນະໂຍບາຍລົງໃນເຄິ່ງຫຼັງຂອງ ປີ 2015 ທີ່ຜ່ານມາ ແລະ ປະກາດໃຊ້ນະໂຍບາຍກ່ຽວກັບອັດຕາດອກເບ້ຍທຽບກັບອັດຕາເງິນເຟີ້ຂອງປີຜ່ານມາ ສໍາລັບເງິນຝາກ ແລະ ເພື່ອກໍານົດອັດຕາເງິນກູ້ ຊຶ່ງເຮັດໃຫ້ອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຫຼຸດລົງ ປະມານ 3 ຈຸດສ່ວນຮ້ອຍ ລົງມາເປັນ 6 ສ່ວນຮ້ອຍ ແລະ ມາເປັນ 10 ສ່ວນຮ້ອຍ ຕາມລໍາດັບໃນທ້າຍປີ 2015. ນະໂຍບາຍ ດ້ານອັດຕາສ່ວນເງິນຝາກສໍາຮອງຂອງທະນາຄານທຸລະກິດຍັງບໍ່ມີການປ່ຽນແປງ ແລະ ການປ່ອຍສິນເຊື່ອຈາກ ທຫລ ໃຫ້ລັດວິສາຫະກິດກໍ່ບໍ່ໄດ້ເພີ່ມຂຶ້ນ. ຕໍ່ການປ່ຽນແປງດັ່ງກ່າວ, ການເຕີບໂຕຂອງສິນເຊື່ອແມ່ນເພີ່ມຂຶ້ນເລັກ ນ້ອຍໃນໄລຍະຫົກເດືອນທ້າຍປີ, ຮອດທ້າຍປີ 2015 ມີອັດຕາການເຕີບໂຕຂອງສິນເຊື່ອປະມານ 17 ສ່ວນຮ້ອຍ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງຍັງຕໍ່າກວ່າອັດຕາທີ່ສູງຫຼາຍໃນປີກ່ອນໆທີ່ຜ່ານມາ. ບັນຫາທີ່ສໍາຄັນໃນຂະ ແໜງການເງິນແມ່ນການຫຼຸດລົງຂອງຄວາມພຽງພໍຂອງທຶນທີ່ຈະຊ່ວຍປ້ອງກັນຄວາມສ່ຽງ (capital buffers) ແລະ ຄວາມສ່ຽງທີ່ເພີ່ມຂຶ້ນຈາກເງິນກູ້ທີ່ບໍ່ເກີດດອກອອກຜົນ. 4. ລະດັບຂາດດຸນບັນຊີຊໍາລະປົກກະຕິຄາດວ່າຈະເພີ່ມຂຶ້ນເປັນ 11,6 ສ່ວນຮ້ອຍ ໃນປີ 2015 ເນື່ອງຈາກວ່າ ການເພີ່ມຂຶ້ນຂອງການສົ່ງອອກຊິ້ນສ່ວນ-ອາໄຫຼ່ ແລະ ການຫຼຸດລົງຂອງມູນຄ່າການນໍາເຂົ້ານ້ຳມັນ ບໍ່ສາມາດຖົມ ຂຸມຜົນກະທົບຈາກລາຄາທອງ ແລະ ຄໍາທີ່ຕົກຕໍ່າ ແລະ ຄວາມຕ້ອງການຈາກພາຍນອກທີ່ຫຼຸດລົງໄດ້ (ລວມທັງ ການສົ່ງອອກໄມ້ໄປຈີນ ແລະ ຫວຽດນາມທີ່ຫຼຸດລົງຈາກລະດັບການສົ່ງອອກທີ່ສູງຫຼາຍໃນສອງປີຜ່ານມາ). ຢ່າງໃດ ກໍ່ຕາມ, ຄວາມຕ້ອງການທຶນທີ່ມາດຸ່ນດ່ຽງການຂາດດຸນດັ່ງກ່າວແມ່ນອາດບໍ່ສູງຕາມລະດັບຂາດດຸນດັ່ງກ່າວ ຍ້ອນ ສ່ວນໜຶ່ງຂອງການຂາດດຸນແມ່ນໄດ້ຮັບການດຸ່ນດ່ຽງຈາກການລົງທຶນຕ່າງປະເທດເຊິ່ງຕິດພັນກັບການນໍາເຂົ້າສ່ວນ ໃຫຍ່ (14 ສ່ວນຮ້ອຍ ຂອງ GDP) ເພື່ອຮັບໃຊ້ໃຫ້ແກ່ການລົງທຶນໃນຂະແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດ. ສ່ວນທີ່ເຫຼືອຂອງການຂາດດຸນແມ່ນດຸ່ນດ່ຽງຈາກການກູ້ຢືມຈາກຕ່າງປະເທດ ແລະ ຊຶ່ງຊ່ວຍໃຫ້ຄັງສໍາຮອງເງິນຕາ ຕ່າງປະເທດເພີ່ມຂຶ້ນເຖິງເກືອບ 990 ລ້ານ ໂດລາ ໃນເດືອນ ທັນວາ 2015, ແຕ່ກໍ່ສາມາດກຸ້ມການນໍາເຂົ້າສິນຄ້າ ແລະ ການບໍລິການໄດ້ປະມານ 2,2 ເດືອນ ແລະ ກວມພຽງປະມານ 30 ສ່ວນຮ້ອຍ ຂອງ ເງິນຝາກເງິນຕາຕ່າງປະເທດ. ສິ່ງ ນີ້ສະທ້ອນໃຫ້ເຫັນວ່າຄວາມສາມາດຮອງຮັບຂອງລະດັບຄັງສໍາຮອງໃນການປ້ອງກັນຄວາມສ່ຽງຍັງຈໍາກັດ, ໂດຍສະ ເພາະສະພາບທີ່ມີການຄຸ້ມຄອງອັດຕາແລກປ່ຽນເງິນກີບຕໍ່ໂດລາສະຫະລັດທີ່ໄກ້ຊິດ. 5. ໄດ້ມີການປະຕິຮູບທີ່ສໍາຄັນໃນປີ 2015. ມີການຮັບຮອງກົດໝາຍວ່າດ້ວຍງົບປະມານແຫ່ງລັດສະບັບປັບປຸງ ໃນເດືອນ ທັນວາ 2015 ຊຶ່ງກົດໝາຍດັ່ງກ່າວໄດ້ເພີ່ມອໍານາດໃຫ້ແກ່ສະພາແຫ່ງຊາດໃນການຕິດຕາມບັນຫາດ້ານງົບ ປະມານ ແລະ ເພີ່ມບົດບາດໃຫ້ແກ່ກະຊວງການເງິນໃນການຄຸ້ມຄອງງົບປະມານ. ພ້ອມນັ້ນ, ຕໍ່ກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (anti-money laundering and counter- terrorism financing), ລັດຖະບານໄດ້ເພີ່ມຄວາມເຂັ້ມແຂງທາງດ້ານຂໍ້ກໍານົດທີ່ສໍາຄັນຕ່າງໆ (ລວມທັງຂໍ້ກໍານົດກ່ຽວ ກັບການຍຶດຊັບສິນທີ່ຕິດພັນກັບການຟອກເງິນ, ການແຈ້ງເງິນສົດຂ້າມແດນ, ການໃສ່ໂທດຕໍ່ຜູ້ລະເມີດ) ອີງຕາມຂໍ້ ສະເໜີ້ແນະຂອງອົງການຕ້ານການຟອກເງິນສາກົນ (FATF), ຊຶ່ງຊ່ວຍເຮັດໃຫ້ ສປປ ລາວ ອອກຈາກບັນຊີ “ບັນດາປະ ເທດທີ່ບໍ່ມີຄວາມຄືບໜ້າພຽງພໍກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (jurisdictions not making sufficient progress)” ຂອງອົງການຕ້ານການຟອກເງິນສາກົນໄດ້. ຜົນການປະ ເມີນໃນອະນາຄົດແມ່ນອີງໃສ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີ້ແນະ ແລະ ມາດຕະການທີ່ຕົກ ລົງເຫັນດີຮ່ວມກັນ. ໃນຂະແໜງການທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ຍົກເລີກຂໍ້ຈໍາກັດທາງດ້ານການ ບັນທຶກຂໍ້ມູນລູກຄ້າເງິນກູ້ເຂົ້າໃນລະບົບຖານຂໍ້ມູນທະບຽນສິນເຊື່ອໂດຍຂະໜາດຂອງການກູ້ຢືມຕໍ່າສຸດ ແລະ ການ ບັນທຶກຂໍ້ມູນໄດ້ກວມເອົາລູກຄ້າເງິນກູ້ຫຼາຍຂຶ້ນກວ່າເກ່າ. ສິ່ງດັ່ງກ່າວໄດ້ເຮັດໃຫ້ການປະຕິບັດຕົວຊີ້ວັດດ້ານສິນເຊື່ອ ຂອງ ສປປ ລາວ ດີຂຶ້ນກວ່າເກ່າຫຼາຍຢູ່ໃນບົດລາຍງານການເດີນທຸລະກິດ (Doing Business), ເຮັດໃຫ້ ສປປ ລາວ ເລື່ອນຈາກອັນດັບທີ 128 ໃນປີ 2015 ມາເປັນອັນດັບທີ 70 ໃນປີ 20162. 2 ທະນາຄານໂລກ (2016) “ຜົນການວິໄຈເລື່ອງການດໍາເນີນທຸລະກິດ 2016: ການວັດແທກຄຸນນະພາບ ແລະ ປະສິດທິ ພາບທາງດ້ານລະບຽບການ”, ທະນາຄານໂລກ. ນະຄອນຫຼວງວໍຊິງຕັນ. 8 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 6. ການປະເມີ ນ ທ່ າ ອ່ ຽ ງຂອງເສດຖະກິ ດ ໃນໄລຍະອັ ນ ໃກ້ ເ ຫັ ນ ວ່ າ ເສດຖະກິ ດ ຈະຍັ ງ ມີ ທ່ າ ອ່ ຽ ງທີ່ ດີ ໂດຍມີອັດຕາການເຕີບໂຕໃນລະດັບປະມານ 7 ສ່ວນຮ້ອຍ ໃນປີ 2016 ແຕ່ອາດພົບກັບຄວາມສ່ຽງບາງປະການ. ການຜະລິດພະລັງງານຄາດວ່າຈະຂະຫຍາຍຕົວເພີ່ມສູງຂຶ້ນ 30 ສ່ວນຮ້ອຍ ທຽບໃສ່ ປີ 2015. ທ່າອ່ຽງໃນປະຈຸບັນ ສໍາລັບອຸດສາຫະກໍາການຜະລິດທີ່ທັນສະໄໝຄາດວ່າຈະສືບຕໍ່ຂະຫຍາຍຕົວ ແລະ ການເພີ່ມຖ້ຽວບິນໃໝ່ເຊື່ອມຕໍ່ກັບ ຫຼາຍເມືອງ ຫຼາຍປະເທດ ຈະເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາຫຼາຍຂຶ້ນ. ການຂາດດຸນງົບປະມານຄາດວ່າຈະເພີ່ມຂຶ້ນ ສ່ວນໜຶ່ງກໍ່ອາດຈະຕິດພັນກັບການທີ່ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມອາຊຽນປະຈໍາປີ 2016. ການຂາດ ດຸນການຊໍາລະບັນຊີປົກກະຕິຄາດວ່າຈະຫຼຸດລົງມາເປັນ 10,4 ສ່ວນຮ້ອຍ ຂອງ GDP ໂດຍມີອັດຕາການສົ່ງອອກຄາດ ວ່າຈະເພີ່ມຂຶ້ນປະມານ 7 ສ່ວນຮ້ອຍ ເນື່ອງຈາກການສົ່ງອອກໄຟຟ້າທີ່ຄາດວ່າຈະເພີ່ມຂຶ້ນແບບກ້າວກະໂດດ ແລະ ການສົ່ງອອກຊິ້ນສ່ວນ-ອາໄຫຼ່ ໄປປະເທດໄທ ທີ່ຄາດວ່າຈະເພີ່ມຂຶ້ນ ຊຶ່ງຄາດວ່າຈະຊ່ວຍຊົດເຊີຍ ຄວາມສ່ຽງ ຈາກ ການຫຼຸດລົງຂອງການສົ່ງອອກສິນຄ້າອື່ນໆເນື່ອງຈາກຄວາມຕ້ອງການຈາກພາຍນອກທີ່ຫຼຸດລົງ. ມູນຄ່າການນໍາເຂົ້າ ຄາດວ່າຈະຫຼຸດລົງເນື່ອງຈາກລາຄານ້ຳມັນທີ່ຈະຍັງສືບຕໍ່ຕົກຕໍ່າໃນປີ 2016. ແຕ່ຢ່າງໃດກໍ່ຕາມ, ຄາດວ່າເສດຖະກິດ ຍັງຈະພົບກັບມີຄວາມສ່ຽງບາງປະການ. ຄວາມສ່ຽງຈາກພາຍນອກຄືເສດຖະກິດຂອງຈີນທີ່ອາດຈະຂະຫຍາຍຕົວໃນ ຈັງຫວະທີ່ຊ້າກວ່າທີ່ຄາດໄວ້, ການເຕີບໂຕຂອງເສດຖະກິດໄທທີ່ຄາດວ່າຈະສືບຕໍ່ຊັກຊ້າ ແລະ ລາຄາສິນຄ້າທີ່ຍັງຈະ ສືບຕໍ່ຕົກຕໍ່າເຊັ່ນກັນ. ຈີນເປັນປະເທດທີ່ກວມອັດຕາສ່ວນ 25 ສ່ວນຮ້ອຍ ຂອງການສົ່ງອອກຈາກລາວ ແລະ ເປັນໜຶ່ງ ໃນສາມປະເທດທີ່ມາລົງທຶນຮູບແບບ FDI ໃນລາວຫຼາຍທີ່ສຸດ ແລະ ເປັນໜຶ່ງໃນສິບຂອງປະເທດທີ່ມີນັກທ່ອງທ່ຽວ ເຂົ້າມາໃນລາວຫຼາຍທີ່ສຸດ, ດັ່ງນັ້ນ ຄວາມສ່ຽງດ້ານການຂະຫຍາຍຕົວຂອງເສດຖະກິດຈີນທີ່ຊ້າລົງກວ່າການຄາດຄະ ເນຈະມີຜົນກະທົບຕໍ່ດ້ານດັ່ງກ່າວ. ເຊັ່ນກັນກັບໄທ, ຊຶ່ງເປັນປະເທດປາຍທາງຂອງແຮງງານເຄື່ອນຍ້າຍ ແລະ ປາຍ ທາງການສົ່ງອອກທີ່ສໍາຄັນຂອງລາວ. ຜົນກະທົບຈາກລາຄາສິນຄ້າທີ່ຕົກຕໍ່າເບິ່ງຄືວ່າສາມາດຈໍາກັດໄດ້ຍົກເວັ້ນການ ການສົ່ງອອກຢາງພາລາເນື່ອງຈາກລາຄາຢາງຫຼຸດລົງຫຼາຍ ແລະ ຕົ້ນທຶນສູງ; ດັ່ງນັ້ນການສືບຕໍ່ຫຼຸດລົງຂອງລາຄາສິນ ຄ້າຈະເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດຫຼາຍຂຶ້ນ. ພ້ອມກັນນັ້ນ, ຄວາມສ່ຽງພາຍໃນປະເທດກໍ່ຍັງຈະເພີ່ມຂຶ້ນເຊັ່ນ ກັນ ລວມມີຄວາມສ່ຽງໃນຂະແໜງການທະນາຄານ, ບາງທະນາຄານທີ່ມີຄວາມຈໍາກັດດ້ານຄວາມພຽງພໍຂອງທຶນໃນ ການປ້ອງການຄວາມສ່ຽງ (capital buffers) ແລະ ສິນເຊື່ອທີ່ອາດມີຄວາມສ່ຽງຈາກການບໍ່ເກີດດອກອອກຜົນ. 7. ທ່າອ່ຽງຂອງເສດຖະກິດໃນໄລຍະ 2017-2018 ຄາດວ່າຈະສືບຕໍ່ໃກ້ຄຽງກັນກັບທ່າອ່ຽງຂ້າງເທິງ. GDP ຄາດວ່າຈະຂະຫຍາຍຕົວໃນອັດຕາປະມານ 7 ສ່ວນຮ້ອຍ ຕໍ່ປີ ເນື່ອງຈາກການລົງທຶນໃນຂະແໜງພະລັງ ງານຈະສືບຕໍ່ຂະຫຍາຍຕົວ, ການຜະລິດ ແລະ ສົ່ງອອກໄຟຟ້າຈະເພີ່ມຂຶ້ນເກືອບ 40 ສ່ວນຮ້ອຍ. ການເຕີບໂຕຢ່າງ ມີສະຖຽນລະພາບຂອງຈີນ ແລະ ການເຕີບໂຕທີ່ໄວສົມຄວນຂອງຫວຽດນາມ ແລະ ໄທອາດເຮັດໃຫ້ມີຄວາມຕ້ອງການ ຕໍ່ສິນຄ້າສົ່ງອອກຂອງ ສປປ ລາວ. ອີກດ້ານໜຶ່ງ, ກໍ່ຄາດວ່າຈະມີການຮັດກຸມດ້ານງົບປະມານລາຍຮັບງົບປະມານ ຫຼາຍຂຶ້ນ ເນື່ອງຈາກມີການຂະຫຍາຍຖານລາຍຮັບ ແລະ ປັບປຸງລາຍຈ່າຍງົບປະມານໃຫ້ມີປະສິດທິພາຊຶ່ງອາດຈະ ເຮັດໃຫ້ອັດໜີ້ສິນພາກລັດຢູ່ໃນລະດັບທີ່ຍືນຍົງຫຼາຍຂຶ້ນ ແລະ ຫຼຸດຜ່ອນລະດັບພາລະໜີ້ສິນ (debt distress) ໃນ ປະຈຸບັນທີ່ຢູ່ໃນລະດັບສ່ຽງປານກາງ ທີ່ໃກ້ຈະກ້າວໄປເປັນລະດັບຄວາມສ່ຽງສູງແລ້ວ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 9 ປັດໄຈທີ່ມີຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ3 8. ອັດຕາຄວາມທຸກຍາກໃນ ສປປ ລາວ ໄດ້ຫຼຸດລົງໃນທົດສະວັດທີ່ຜ່ານມາ. ອີງຕາມການສໍາຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ ສົກປີ 2012/13 (LECS 5)ອັດຕາຄວາມທຸກຍາກໄດ້ຫຼຸດລົງຈາກ 33.5 ສ່ວນຮ້ອຍ ໃນສົກປີ 2002/03 ມາເປັນ 23,2 ສ່ວນຮ້ອຍ ໃນປີ 2012/13, ເຮັດໃຫ້ ສປປ ລາວ ສາມາດບັນລຸຄາດໝາຍ MDG ກ່ຽວກັບການຫຼຸດຜ່ອນອັດຕາຄວາມທຸກຍາກລົງເຄິ່ງໜຶ່ງ ພາຍໃນປີ 2015. ແຕ່ວ່າອັດຕາຄວາມທຸກຍາກຫຼຸດລົງ 0.47 ສ່ວນຮ້ອຍ ຕໍ່ການເຕີບໂຕຂອງເສດຖະກິດໜຶ່ງສ່ວນຮ້ອຍ, ຊຶ່ງເປັນໜຶ່ງໃນບັນດາປະເທດໃນພາກພື້ນອາຊີ ຕາເວັນອອກ ແລະ ປາຊີຟິກທີ່ມີຄວາມທຸກຍາກຫຼຸດລົງໃນອັດຕາຊ້າທີ່ສຸດທຽບໃສ່ GDP (ຍົກເວັ້ນປະເທດຟິລິບປີນ). ຄວາມທຸກຍາກ ຄາດວ່າຈະຍັງສືບຕໍ່ມີທ່າອ່ຽງຫຼຸດລົງ ແຕ່ຍັງອາດຈະຢູ່ໃນຈັງຫວະທີ່ຊ້າກວ່າການຂະຫຍາຍຕົວຂອງ ເສດຖະກິດຕາມທ່າອ່ຽງສາຍພົວພັນກັນໃນໄລຍະທີ່ຜ່ານມາ. 9. ໃນບັນດາປະຊາຊົນທີ່ຫຼຸດພົ້ນຈາກຄວາມທຸກຍາກ, ປັດໄຈຕົ້ນຕໍຂອງການຫຼຸດພົ້ນແມ່ນອັດຕາການສໍາເລັດ ການສຶກສາ ທີ່ເພີ່ມຂຶ້ນ ແລະ ແຮງງານທີ່ຫັນໄປເຮັດວຽກທີ່ບໍ່ແມ່ນກະສິກໍາ ພ້ອມທັງການເຂົ້າເຖິງທາງດ້ານຄົມມະ ນາຄົມທີ່ດີຂຶ້ນກວ່າເກົ່າ. ແຮງງານທີ່ຈົບຊັ້ນປະຖົມສາມາດເພີ່ມສະມັດຕະພາບຂອງການຜະລິດໃນຂະແໜງກະສິກໍາ ໃນຂະນະທີ່ແຮງງານທີ່ຈົບຊັ້ນມັດທະຍົມຕົ້ນສາມາດຊອກຫາວຽກເຮັດງານທໍາໃນຂະແໜງທີ່ບໍ່ແມ່ນກະສິກໍາ. ອັນນີ້ ສະແດງວ່າການມີການສຶກສາທີ່ເພີ່ມຂຶ້ນ ແລະ ການສ້າງໂອກາດດ້ານການຜະລິດທີ່ມີສະມັດຕະພາບໃນຂະແໜງອື່ນ ນອກຈາກກະສິກໍາເປັນປັດໄຈຕົ້ນຕໍທີ່ຊ່ວຍຫຼຸດຜ່ອນຄວາມທຸກຍາກ. ໃນວ່າງມໍ່ໆມານີ້, ຂະແໜງການບໍລິການ (ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວ) ແລະ ຂະແໜງຸການຍ່ອຍຂອງອຸດສາຫະກໍາການຜະລິດທີ່ທັນສະໄໝໄດ້ມີການຂະ ຫຍາຍຕົວຢ່າງເຫັນໄດ້ຊັດເຈນຊຶ່ງ ອາດເປີດໂອກາດໃນການເພີ່ມຈ້າງງານ. ພ້ອມນີ້, ການເຊື່ອມຕໍ່ທີ່ດີຂື້ນກວ່າເກ່າ ໂດຍສະເພາະການຂະຫຍາຍເສັ້ນທາງໄປສູ່ເຂດຊົນນະບົດກໍ່ອາດເປັນປັດໄຈທີ່ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ ໃນເຂດຊົນນະບົດທີ່ມີເສັ້ນທາງທຽບໃສ່ເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ. ອີງຕາມການສໍາຫຼວດປະຊາກອນປີ 2015, ອັດຕາສ່ວນປະຊາກອນທີ່ຢູ່ໃນເຂດຊົນນະບົດທີ່ມີເສັ້ນທາງເຂົ້າເຖິງເພີ່ມຂຶ້ນຈາກ 52 ສ່ວນຮ້ອຍ ໃນປີ 2005 ມາເປັນ 59 ສ່ວນຮ້ອຍ ໃນປີ 2015 ໃນຂະນະທີ່ອັດຕາສ່ວນຂອງປະຊາກອນທີ່ຢູ່ເຂດຕົວເມືອງເພີ່ມຂຶ້ນຈາກ 27 ສ່ວນຮ້ອຍ ໃນປີ 2005 ມາເປັນ ປະມານ 33 ສ່ວນຮ້ອຍ ໃນປີ 2015. ເວົ້າລວມແລ້ວ ທ່າອ່ຽງໃນປະຈຸບັນສະທ້ອນໃຫ້ ເຫັນວ່າອັດຕາຄວາມທຸກຍາກອາດຈະຫຼຸດລົງຕື່ມອີກໃນປີ 2015. 10. ເຖິງຢ່າງໃດກໍ່ຕາມ, ການສ້າງວຽກເຮັດງານທໍາ ທີ່ມີຜະລິດຕະພາບເຫັນວ່າບໍ່ທັນສົມສ່ວນກັບອັດຕາ ການເຕີບໂຕຂອງເສດຖະກິດ. ໃນໄລຍະ 2003-2013, GDP ເພີ່ມຂຶ້ນກວ່າເທ່າຕົວ ແລະ ການຈ້າງງານກໍ່ເພີ່ມຂຶ້ນ 20 ສ່ວນຮ້ອຍ (ຫຼື ເພີ່ມວຽກເຮັດງານທໍາໄດ້ປະມານ 500.000 ຄົນ) ຊຶ່ງສາມາດສ້າງວຽກເຮັດງານທໍາລວມທັງ ໝົດໄດ້ປະມານ 3,1 ລ້ານຄົນ. ຍ້ອນປະຊາກອນຈໍານວນຫຼວງຫຼາຍ ເຮັດການປູກຝັງເພື່ອກຸ້ມກິນພາຍໃນຄົວ ເຮືອນ ເຮັດໃຫ້ອັດຕາການຫວ່າງງານຈຶ່ງຍັງຕໍ່າຫຼາຍ. ແຕ່ຢ່າງໃດກໍ່ຕາມ, ປະມານ 80 ສ່ວນຮ້ອຍ ຂອງການຈ້າງ ງານທັງໝົດແມ່ນເປັນວຽກໃນຂະແໜງທີ່ບໍ່ແມ່ນກະສິກໍາ ແລະ 17 ສ່ວນຮ້ອຍ ຂອງການຈ້າງງານທັງໝົດແມ່ນ ເຂົ້າສັງກັດກັບລັດຖະບານ. ອາຊີບສ່ວນໃຫຍ່ແມ່ນຄ້າຂາຍຍົກ ແລະ ຂາຍຍ່ອຍ, ມີການນໍາໃຊ້ເຕັກໂນໂລຢີ ແລະ ສະມັດຕະພາບຂອງການຜະລິດບໍ່ສງ ູ . ຂະແໜງກະສິກໍາສາມາດສ້າງວຽກເຮັດງານທໍາໄດ້ 64 ສ່ວນຮ້ອຍ ຂອງແຮງງານ ທີ່ມີວຽກເຮັດງານທໍາທັງໝົດໃນປີ 2013, ຊຶ່ງສັດສ່ວນດັ່ງກ່າວໄດ້ຫຼຸດລົງຈາກ 73 ສ່ວນຮ້ອຍ ໃນທົດສະວັດທີ່ຜ່ານມາ. ປະມານ 10,5 ສ່ວນຮ້ອຍ ຂອງການຈ້າງງານທັງໝົດແມ່ນເຮັດວຽກໃນຂະແໜງການຄ້າ, ເພີ່ມຂຶ້ນຈາກ 8,2 ສ່ວນຮ້ອຍ ໃນປີ 2003. ອຸດສາຫະກໍາການຜະລິດທີ່ທັນສະໄໝກວມ 7 ສ່ວນຮ້ອຍ ຂອງການຈ້າງງານທັງໝົດ ເພີ່ມຂື້ນເລັກນ້ອຍຈາກ 6,2 ສ່ວນຮ້ອຍ ໃນທົດສະວັດຜ່ານມາ ແລະ ແຮງງານທີ່ເຮັດວຽກໃນສັງກັດລັດ ກວມ 6,1 ສ່ວນຮ້ອຍ ຂອງແຮງງານທີ່ມີວຽກເຮັດງານທໍາທັງໝົດ. 3 ທະນາຄານໂລກ (2015), “ບົດຫຍໍ້ກ່ຽວກັບນະໂຍບາຍດ້ານຄວາມທຸກຍາກໃນ ສປປ ລາວ: ປັດໄຈຕົ້ນຕໍທີ່ມີຜົນກະທົບຕໍ່ການຫຼູດ ຜ່ອນຄວາມທຸກຍາກໃນ ສປປ ລາວ”, ທະນາຄານໂລກ. ນະຄອນຫຼວງວຽງຈັນ. 10 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 11. ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທີ່ສົມດູນ ມີຈັ່ງຫວະຊ້າກວ່າອັດຕາການເຕີບໂຕ ຂອງເສດຖະກິດ. ຂະແໜງທີ່ຂຶ້ນຊັບພະຍາກອນທໍາມະຊາດທີ່ຕ້ອງການນໍາໃຊ້ເຄື່ອງກົນຈັກເປັນສ່ວນຫຼາຍສ້າງວຽກ ເຮັດງານທໍາໄດ້ໜ້ອຍຫຼາຍ ແລະ ອັດຕາການເພີ່ມຂຶ້ນຂອງການສ້າງວຽກເຮັດໃນຂະແໜງທີ່ບໍ່ແມ່ນກະສິກໍາ ແລະ ຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດກໍ່ມີຈັງຫວະຊ້າ, ການເຕີບໂຕຂອງເສດຖະກິດບໍ່ທັນສົມສ່ວນ ກັບການ ເພີ່ມລາຍໄດ້ ແລະ ຄວາມສາມາດໃນການຊົມໃຊ້ຂອງຄົວເຮືອນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ອັດຕາການຊົມໃຊ້ຕໍ່ຫົວຄົນ ເພີ່ມຂື້ນພຽງ 2 ສ່ວນຮ້ອຍ ຕໍ່ປີ ຊຶ່ງຕໍ່າກວ່າອັດຕາການເພີ່ມຂຶ້ນຂອງ GDP ຕໍ່ຫົວຄົນ ທີ່ປະຕິບັດໄດ້ເກືອບ 6 ສ່ວນຮ້ອຍ ຕໍ່ປີ. ເຖິງວ່າອັດຕາການຊົມໃຊ້ຈະເພີ່ມຂຶ້ນພຽງເລັກນ້ອຍ ແຕ່ສ່ວນຫຼາຍກໍ່ແມ່ນຍ້ອນການເພີ່ມຂຶ້ນທີ່ມາຈາກກຸ່ມປະ ຊາກອນທີ່ບໍ່ໄດ້ທຸກຍາກຫຼາຍກວ່າ ຊຶ່ງເຫັນໄດ້ວ່າອັດຕາການຊົມໃຊ້ຂອງຜູ້ທີ່ຮັ່ງມີເພີ່ມຂຶ້ນ 2,4 ສ່ວນຮ້ອຍ ທຽບກັບຜູ້ ທີ່ທຸກຍາກທີ່ເພີ່ມຂຶ້ນພຽງ 1,3 ສ່ວນຮ້ອຍ ເທ່ານັ້ນ. ດັ່ງນັ້ນ ຈິ່ງເຮັດໃຫ້ຄວາມບໍ່ເທ່າທຽມກັນເພີ່ມຂື້ນ, ຄ່າຕົວສໍາປະສິດ Gini coefficient ເພີ່ມຂຶ້ນຈາກ 32,5 ໃນສົກປີ 2002/03 ມາເປັນ 36,2 ໃນສົກປີ 2012/13. ເຖິງວ່າອັດຕາຄວາມ ທຸກຍາກຈະຫຼຸດລົງແຕ່ຈັ່ງຫວະຂອງການຫຼຸດຜ່ອນຄວາມທຸກຍາກຍັງຊ້າຫຼາຍທຽບກັບບາງປະເທດອື່ນໆທີ່ຮັ່ງມີດ້ານ ຊັບພະຍາກອນ ເຊັ່ນ: ປະເທດ ອຸດສະເບກິສະຖານ, ທາຈີກິສະຖານ, ມົງໂກລີ ແລະ ຊີລີ ທີ່ມີການນໍາໃຊ້ນະໂຍບາຍ ແຈກຢາຍຜົນປະໂຫຍດຢ່າງມີປະສິດທິພາບ. 12. ພ້ອມນັ້ນ, ປະຊາຊົນກໍ່ຍັງມີຄວາມສ່ຽງສູງຫຼາຍທີ່ຈະກັບໄປທຸກຍາກຄືນ, ໂດຍສະເພາະໃນເວລາທີ່ມີຜົນກະ ທົບກະທັນຫັນຕໍ່ຂະແໜງກະສິກໍາ ແລະ ບັນຫາດ້ານສຸຂະພາບທີ່ມີລາຍຈ່າຍຄ່າປິ່ນປົວສູງ ພ້ອມທັງຂາດລະບົບປ້ອງ ກັນສັງຄົມທີ່ຄົບຖ້ວນ. ເຖິງວ່າອັດຕາການຊົມໃຊ້ທີ່ເພີ່ມຂຶ້ນເລັກນ້ອຍດັ່ງທີ່ກ່າວມາຂ້າງເທິງຈະຊ່ວຍເຮັດໃຫ້ຫຼຸດພົ້ນ ຈາກສະຖານະພາບຄວາມທຸກຍາກກາຍເປັນຜູ້ທີ່ບໍ່ທຸກຍາກ ແຕ່ເຂົາເຈົ້າມີລາຍຮັບສູງກວ່າເສັ້ນທຸກຍາກພຽງເລັກ ນ້ອຍເທ່ານນັ້ນ, ຊຶ່ງເຂົາເຈົ້າເຫຼ່ານີ້ມີຄວາມສ່ຽງສູງທີ່ຈະກັບມາສະຖານະພາບທຸກຍາກຄືນອີກ. ໃນຕົວຈິງ, ເຄິ່ງໜຶ່ງ ຂອງຈໍານວນຜູ້ທີ່ທຸກຍາກໃນ ສົກປີ 2012/13 ບໍ່ແມ່ນຄົນທຸກຍາກໃນຫ້າປີກ່ອນ. ຄົວເຮືອນທີ່ເຮັດກະສິກໍາຈະມີຄວາມ ສ່ຽງທີ່ຈະໄດ້ຮັບຜົນກະທົບກະທັນຫັນຈາກການເໜັງຕີງຂອງລາຄາຜົນລະປູກ, ສ່ຽງທີ່ຈະສູນເສຍທີ່ດິນ ແລະ ສ່ຽງທີ່ ຈະຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ພ້ອມນັ້ນ, ພຽງແຕ່ 20 ສ່ວນຮ້ອຍ ຂອງປະຊາກອນທັງໝົດ ໄດ້ຮັບການຄຸ້ມຄອງຈາກປະກັນສຸຂະພາບ (ສ່ວນໃຫຍ່ເປັນຜູ້ທີ່ເຮັດວຽກກັບພາກລັດ ແລະ ເອກະຊົນທີ່ມີຄ່າຈ້າງ), ຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບກະທັນຫັນທາງດ້ານສຸຂະພາບ ແລະ ມີຄ່າໃຊ້ຈ່າຍໃນການປິ່ນປົວທີ່ຕ້ອງຈ່າຍເອງ ສູງ ເປັນຄວາມສ່ຽງຕົ້ນຕໍຕໍ່ສະຫວດດີການຂອງຄົວເຮືອນ. ສຸດທ້າຍ, ບັນຫາການສະໜອງແລະເຂົ້າເຖິງການບໍລິ ການທາງດ້ານການເງິນທີ່ຍັງບໍ່ທັນທົ່ວເຖິງ ແລະ ການຂາດລະບົບປ້ອງກັນສັງຄົມທີ່ພຽງພໍ ໄດ້ຈໍາກັດຄວາມສາມາດ ຂອງຄົວເຮືອນໃນການປັບຕົວແລະຫຼຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ. 13. ໃນຕໍ່ໜ້າ, ການເພີ່ມສະມັດຕະພາບຂອງການຜະລິດໃນຂະແໜງກະສິກໍາ ແລະ ຂະແໜງນອກຈາກກະສິກໍາ ກໍ່ ຄື ກ ານສ້ າ ງວຽກເຮັ ດ ງານທໍ າ ນອກຂະແໜງກະສິ ກໍ າ ແມ່ ນ ມີ ຄ ວາມສໍ າ ຄັ ນ ຫຼ າ ຍໃນການເພີ່ ມ ລາຍຮັ ບ ໃຫ້ ແ ກ່ ຄົ ວ ເຮືອນ ແລະ ໃນການຫຼຸດຜ່ອນຄວາມທຸກຍາກ. ພ້ອມນັ້ນ, ການສະໜອງລະບົບປ້ອງກັນທາງສັງຄົມ ເຊັ່ນການປະກັນ ໄພ, ປະກັນສຸຂະພາບ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນການຮັບມືກັບຜົນກະທົບກະທັນຫັນ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 11 ສະພາບການພັດທະນາເສດຖະກິດໂດຍສັງເຂບ ການເຕີບໂຕຂອງເສດຖະກິດຊ້າລົງແຕ່ຍັງມີອັດຕາ ໂດຍສະເພາະການຂະຫຍາຍຕົວຂອງຂະແໜງພະ ເພີ່ມຂື້ຶ້ນສູງຢູ່ໃນປີ 2015 ແລະ ຍັງມາຈາກກການ ລັງງານ ປະກອບສ່ວນຂອງຂະແໜງຊັບພະຍາກອນທໍາມະ ຊາດ ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, LNCCI ແລະ ການຄາດຄະເນຂອງທີມງານ ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, LNCCI ແລະ ການຄາດຄະເນຂອງທີມງານ ຄວາມຕ້ອງການຈາກພາຍນອກ ແລະ ລາຄາສິນຄ້າຕໍ່າລົງ ເຮັດໃຫ້ມູນຄ່າການສົ່ງອອກຫຼຸດລົງ ຫຼາຍກວ່າການຫຼຸດລົງ ການຄຸ້ ມ ຄອງລາຍຈ່ າ ຍຂອງລັ ດ ທີ່ ຮັ ດ ກຸ ມ ຊ່ ວ ຍ ຂອງມູ ນ ຄ່ າ ການນຳເຂົ້ າ ເຮັ ດ ໃຫ້ ຂ າດດຸ ນ ການຊໍ າ ລະສະ ຈໍາກັດການຂາດດຸນງົບປະມານ … ສາງກັບຕ່າງ ປະເທດເພີ່ມຂຶ້ນ… ແຫຼ່ງຂໍ້ມູນ: MOF ແລະ ການຄາດຄະເນຂອງທີມງານ WB ແຫຼ່ງຂໍ້ມູນ: ຂໍ້ມູນຈາກຄູ່ຄ້າ, ກະຊວງການຄ້າ, ທະນາຄານແຫ່ງ ແລະ ການຄາດຄະເນຂອງທີມງານ ຜົນກະທົບຈາກການຫຼຸດລົງຂອງຄວາມຕ້ອງການສິນ ຄ້າຈາກພາຍນອກ ແລະ ລາຄາສິນຄ້າທີ່ຕໍ່າລົງເຮັດ ໃຫ້ການສົ່ງອອກຫຼຸດລົງ ເຊິ່ງຫຼາຍກວ່າການເພີ່ມຂຶ້ນ ມູນຄ່າການນໍາເຂົ້າທີ່ຕໍ່າລົງ ຊ່ວຍໃຫ້ຄັງສໍາຮອງ ຂອງການສົ່ ງ ອອກຊີ້ ນ ສ່ ວ ນໃນຂະແໜງການຍ່ ອ ຍ ເພີ່ມຂື້ນ ແຕ່ຍັງຕໍ່າຢູ່ທຽບກັບຕົວຊີ້ວັດອື່ນ ຂອງການຜະລິດທີ່ທັນສະໄໝ ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, ສະພາອຸດສາຫະກຳ ແລະ ແຫຼ່ງຂໍ້ມູນ: ຂໍ້ມູນຈາກຄູ່ຄ້າ, ກະຊວງການຄ້າ, ທະນາຄານແຫ່ງ ການຄ້າ ແລະ ການຄາດຄະເນຂອງທີມງານ ສປປ ລາວ ແລະ ການຄາດຄະເນຂອງທີມງານ 12 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ລາຄານ້ຳມັນທີ່ສືບຕໍ່ຫຼຸດລົງ ເຮັດໃຫ້ອັດຕາເງິນເຟີ້ຕໍ່າ ການເຕີບໂຕຂອງເສດຖະກິດ, ການໄດ້ຮັບການສຶກ ສາສູງຂຶ້ນ ແລະ ລາຍຮັບຈາກກິດຈະກໍານອກຂະ ແໜງກະສິກໍາຊ່ວຍຫຼຸດຜ່ອນຄວາມທຸກຍາກ… ແຫຼ່ງຂໍ້ມູນ: ສູນສະຖິຕິແຫ່ງຊາດ ແຫຼ່ງຂໍ້ມູນ: LECS 2002/03-LECS2012/13 ...ແຕ່ອັດຕາຄວາມທຸກຍາກຫຼຸດລົງຊ້າກວ່າອັດຕາ ແລະປະຊາກອນທຸກຍາກທີ່ສຸດໄດ້ຮັບຜົນປະໂຫຍດ ການເຕີບໂຕຂອງເສດຖະກິດ ຈາກການເຕີບໂຕໜ້ອຍກວ່າຜູ້ທີ່ບໍ່ທຸກ ແຫຼ່ງຂໍ້ມູນ: ທະນາຄານໂລກ (2014) ແຫຼ່ງຂໍ້ມູນ: LECS 2012/13 ແລະ WDI ໃນບົດລາຍງານ ຂອງທະນາຄານໂລກ (2015) ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 13 ພາກທີ I: ສະພາບການພັດທະນາເສດຖະກິດ ການເຕີບໂຕຂອງເສດຖະກິດ 1. ສປປ ລາວ ເປັນໜຶ່ງໃນປະເທດທີ່ຢູ່ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກທີ່ມີເສດຖະກິດຂະຫຍາຍ ຕົວຢ່າງໄວວາ ສ່ວນຫຼາຍຍ້ອນການປະກອບສ່ວນຈາກການຂະຫຍາຍຕົວຂອງຂະແໜງທີ່ຂຶ້ນກັບຊັບພະຍາກອນທໍາ ມະຊາດ. ອັດຕາການຂະຫຍາຍຕົວສະເລ່ຍຂອງ GDP ໃນໄລຍະທົດສະວັດທີ່ຜ່ານມາແມ່ນ 7,8 ສ່ວນຮ້ອຍ ຕໍ່ປີ, ຍອດລາຍໄດ້ແຫ່ງຊາດ GNI ຕໍ່ຫົວຄົນແມ່ນ 1.730 ໂດລາ ໃນປີ 2015 ແລະ ສປປ ລາວໄດ້ຖືກຈັດເປັນປະເທດທີ່ ມີລາຍຮັບປານກາງ-ຕໍ່າ. ໃນພາວະທີ່ມີຄວາມຕ້ອງການຈາກພາຍນອກຫຼາຍໃນດ້ານການຄ້າແລະການລົງທຶນ, ຂະ ແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດສາມາດດຶງດູດການລົງທຶນຈາກຕ່າງປະເທດໄດ້ຢ່າງຫຼວງຫຼາຍ. ຂະແໜງບໍ່ ແຮ່ກໍ່ໄດ້ມີການຂະຫຍາຍຕົວຢ່າງໄວວານັບແຕ່ປີ 2005 ເປັນຕົ້ນມາ ໂດຍເລີ່ມຈາກບໍລິສັດ ບໍ່ແຮ່ລ້ານຊ້າງມີເນີໂຣນ (ເຊໂປນ) (ແຜ່ນທອງ ແລະ ຄໍາ) ຕໍ່ມາກໍ່ມີ ບໍລິສັດ ພູເບ້ຍມາຍນິ້ງ (ແຮ່ທອງ ແລະ ຄໍາ); ແຕ່ໃນໄລຍະ 2007 ຫາ 2008, ໄດ້ເກີດມີວິກິດການເສດຖະກິດໂລກ, ວິກິດການດ້ານການເງິນໂລກແລະ ແວດລ້ອມເອື້ອອໍານວຍທາງດ້ານລະບຽບ ການຍັງບໍ່ທັນໄດ້ດີ ຈິ່ງເຮັດໃຫ້ຂະແໜງບໍ່ແຮ່ຂະຫຍາຍຕົວຊ້າລົງ ແລະ ຍັງບໍ່ທັນມີການຟື້ນຕົວຄືນສູ່ລະດັບເກ່າເທື່ອ. ໃນໄລຍະດຽວກັນ, ການສົ່ງອອກໃນຂະແໜງພະລັງງານເລີ່ມມີການຂະຫຍາຍຕົວຢ່າງໄວວາ ເນື່ອງຈາກນັກລົງທຶນ ເລີ່ ມ ເຂົ້ າ ມາລົ ງ ທຶ ນ ໃນຂະແໜງພະລັ ງ ນໍ້ າ ເພື່ ອ ຕອບສະໜອງໃຫ້ ແ ກ່ ຄ ວາມຕ້ ອ ງການຂອງພາກພື້ ນ ທີ່ ເ ພີ່ ມ ຂຶ້ ນ ສູ ງ ຫຼາຍ. ຮອດປີ 2016, ມີກໍາລັງຕິດຕັ້ງທັງໝົດປະມານ 6,000 ເມກາວັດ, ເພີ່ມຂຶ້ນສິບເທ່າທຽບໃສ່ໜຶ່ງທົດສະ ວັດທີ່ ຜ່ານມາ. ວ່າງມໍ່ໆມານີ້, ສປປ ລາວສາມາດດຶງດູດການລົງທຶນເຂົ້າມາພັດທະນາທາງດ້ານອະສັງຫາລິມະ ຊັບ, ການຄ້າ ແລະ ອຸດສາຫະກໍາການຜະລິດທີ່ທັນສະໄໝ; ແຕ່ເມື່ອທຽບໃສ່ປະເທດທີ່ຢູ່ໃນພາກພື້ນດຽວກັນ, ການຫັນປ່ຽນທາງດ້ານໂຄງສ້າງດັ່ງກ່າວ (ລວມທັງ ໂຄງສ້າງຂອງ GDP ແລະ ການຈ້າງງານ) ຍັງມີໜ້ອຍຫຼາຍ, ຕົ້ນຕໍແມ່ນຍ້ອນຂະແໜງກະສິກໍາ ແລະ ອຸດສາຫະກໍາການຜະລິດທີ່ທັນສະໄໝຍັງບໍ່ທັນຂະຫຍາຍຕົວໄດ້ດີ. ຂະແໜງ ການບໍລິການ ແລະ ກໍ່ສ້າງກວມ 48 ສ່ວນຮ້ອຍ ຂອງ GDP ແລະ 26 ສ່ວນຮ້ອຍ ຂອງການຈ້າງງານທັງໝົດ4, ແຕ່ສ່ວນໃຫຍ່ຍັງມີການນໍາໃຊ້ເຕັກ ໂນໂລຢີ ແລະ ສະມັດຕະພາບຂອງການຜະລິດຍັງຕໍ່າ. ຂະແໜງອຸດສາຫະກໍາ, ບໍ່ນັບບໍ່ແຮ່ ແລະ ພະລັງງານ, ກວມ 9 ສ່ວນຮ້ອຍ ຂອງ GDP ແລະ 7 ສ່ວນຮ້ອຍ ຂອງການຈ້າງງານທັງໝົດ. 2. ໃນປີ ເສດຖະກິດຂອງລາວໄດ້ຂະຫຍາຍຕົວໃນລະດັບປະມານ 2015, ສວ 7 ີ ່ ນຮ້ອຍ, ເຫັນວ່າຊ້າລົງທຽບໃສ່ປ 2014 ທີ່ມີອັດຕາ 7,5 ສ່ວນຮ້ອຍ (ຮູບສະແດງ 1). ການຜະລິດໄຟຟ້າແມ່ນ ເພີ່ມຂຶ້ນເນື່ອງຈາກການດໍາເນີນການຜະ ລິດໄຟຟ້າຈາກທັງ ຈາກໂຮງງານໄຟຟ້າຫົງສາລິກໄນທີ່ມີກໍາລັງຕິດຕັ້ງ 1.878 ເມກາວັດ ແລະ ເຂື່ອນໄຟຟ້າອື່ນໆທີ່ມີ ກໍາລັງຕິດຕັ້່ງລວມປະມານ 250-300 ເມກາວັດ (ຮູບສະແດງ 2, 3).5 ຂະແໜງກໍ່ສ້າງຍັງສືບຕໍ່ຂະຫຍາຍຕົວດີ ເນື່ອງ ຈາກມີກະແສການລົງທຶນສືບຕໍ່ເຂົ້າມາໃນຂະແໜງພະລັງງານ ແລະ ການພັດທະນາອະສັງຫາລິມະຊັບ. ຍິ່ງກວ່ານັ້ນ, ເຖິງວ່າລາຄາສິນຄ້າຈະຕົກຕໍ່າໃນຕະຫຼາດໂລກ, ຜົນຜະລິດທອງຍັງເພີ່ມຂຶ້ນ 5 ສ່ວນຮ້ອຍ (ຈາກ 159.676 ໂຕນໃນປີ 2014 ມາເປັນ 167.700 ໂຕນໃນປີ 2015) ແລະ ຜົນຜະລິດຄໍາເພີ່ມຂຶ້ນ 30 ສ່ວນຮ້ອຍ (ຈາກ 168.000 ອອນໃນປີ 2014 ມາເປັນ 221.000 ອອນໃນປີ 2015) ເນື່ອງຈາກລາຄາໃນຕະຫຼາດໂລກຍັງສູງກວ່າລະດັບຕົ້ນທຶນ ຢູ່ (ຮູບສະແດງ 4). ຢ່າງໃດກໍ່ຕາມ, ລາຍຮັບຈາກການສົ່ງອອກແຮ່ທາດຄາດວ່າຈະຫຼຸດລົງ 9 ສ່ວນຮ້ອຍ ໃນປີ 2015. 4 ຂໍ້ມູນປີ 2013 ໃນບົດລາຍງານຂອງທະນາຄານໂລກ (2014), ບົດລາຍງານການພັດທະນາຂອງ ສປປ ລາວ: ເສີມຂະຫຍາຍການສ້າງ ວຽກເຮັດງານທໍາຢ່າງມີສະມັດຕະພາບເພື່ອການເຕີບໂຕຢ່າງກວ້າງ ຂວາງ. 5 ລວມມີເຂື່ອນຫ້ວຍລໍາພັນໃຫຍ່, ນ້ຳຄານ 2, ນ້ຳງຽບ 2. 14 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 3. ບາງຂະແໜງທີ່ບໍ່ຂຶ້ນກັບຊັບພະຍາກອນທໍາມະຊາດກໍ່ໄດ້ມີການຂະຫຍາຍຕົວ. ອຸດສາຫະກໍາການຜະລິດ ທີ່ທັນສະໄໝ ແລະ ການສົ່ງອອກຊິ້ນສ່ວນ-ອາໄຫຼ່ໄດ້ເພີ່ມຂຶ້ນ, ເຖິງວ່າຈະເພີ່ມຈາກຖານທີ່ຕໍ່າ ແລະ ເອື່ອຍອີງໃສ່ວັດ ຖຸດິບນໍາເຂົ້າສ່ວນຫຼາຍ; ສປປ ລາວ ສາມາດດຶງດູດບໍລິສັດຈາກປະເທດທີ່ຢູ່ໃນພາກພື້ນດຽວກັນໃຫ້ເຂົ້າມາລົງທຶນ ສ້າງຖານການຜະລິດສ່ວນໜຶ່ງຂອງເຂົາເຈົ້າໃນເຂດເສດຖະກິດພິເສດຂອງ ສປປ ລາວ (ກ່ອງ 1). ມີນັກທ່ອງທ່ຽວ ເຂົ້າມາຢ່າງຫຼວງຫຼາຍ ສ່ວນໃຫຍ່ແມ່ນມາຈາກປະເທດທີ່ຢູ່ໃນພາກພື້ນດຽວກັນ, ນັກທ່ອງທ່ຽວເຂົ້າມາລາວເພີ່ມຂຶ້ນ 13 ສ່ວນຮ້ອຍ ໃນປີ 2015 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສ່ວນໜຶ່ງອາດແມ່ນຍ້ອນມີການປັບປຸງການຂົນ ສົ່ງທາງອາກາດ. ຕົວຢ່າງ: ຈໍານວນນັກທ່ອງທ່ຽວທີ່ເຂົ້າມາຜ່ານສະໜາມບິນສາກົນວັດໄຕ ໄດ້ເພີ່ມຂຶ້ນ 60 ສ່ວນຮ້ອຍ ທຽບໃສ່ປີຜ່ານມາ, ໃນນັ້ນ ນັກທ່ອງທ່ຽວຈາກເກົາຫຼີມີຈໍານວນເພີ່ມຂຶ້ນຫຼາຍກວ່າໝູ່ ຍ້ອນຄວາມສະດວກທາງດ້ານ ຖ້ຽວບິນຈາກວຽງຈັນ-ອິນຊອນ ພ້ອມນີ້ກໍ່ໄດ້ເປີດສາຍການບິນຈໍານວນໜຶ່ງໄປຫຼາຍເມືອງຂອງຈີນ, ສິງກະໂປ ແລະ ມາເລເຊຍ. ແຕ່ຢ່າງໃດກໍ່ຕາມ, ການເພີ່ມຂຶ້ນດັ່ງກ່າວໄດ້ຄວາມຕ້ອງການຈາກຄູ່ຄ້າຕໍ່ການສົ່ງອອກຂອງລາວໄດ້ຫຼຸດ ລົງ (ລວມທັງ ການສົ່ງອອກໄມ້), ມີການຄຸ້ມຄອງລາຍຈ່າຍຂອງລັດຢ່າງເຂັ້ມງວດ ແລະ ຜົນຜະລິດກະສິກໍາຍັງຕໍ່າ ເນື່ອງຈາກສະພາບອາກາດບໍ່ເອື້ອອໍານວຍ ແລະ ລາຄາສິນຄ້າຕົກຕໍ່າ. ຮູບສະແດງ1: ການເຕີບໂຕຕົວຈິງຂອງGDP ຮູບສະແດງ2: ໂຄງປະກອບຂອງການເຕີບໂຕຕົວຈິງຂອງ (ສ່ວນຮ້ອຍ ປີຕໍ່ປີ) GDP (ຈຸດສ່ວນຮ້ອຍ) ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, LNCCI ແລະ ການຄາດຄະເນ ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, LNCCI ແລະ ການຄາດຄະເນ ຂອງທີມງານ ຂອງທີມງານ ຮູບສະແດງ3: ກໍາລັງຕິດຕັ້່ງໃນຂະແໜງພະລັງງານ ຮູບສະແດງ4: ດັດສະນີຜົນຜະລິດແຮ່ທາດ ແລະ ລາຄາ (ເມກາວັດ) ີ 2011 = 100) (ດັດສະນີປ ແຫຼ່ງຂໍ້ມູນ: EDL ແຫຼ່ງຂໍ້ມູນ: www.panaust.com.au, www.mmg.com ໝາຍເຫດ: ກຳລັງຕິດຕັ້່ງໃນປີ 2015 ລວມເອົາ 2 ຫົວໜ່ວຍການຜະລິດ ຂອງໂຄງການຫົງສາລິກໄນ. ຄາດວ່າຈະດຳເນີນກຳລັງຕິດຕັ້້ງໄດ້ຢ່າງ ເຕັມສ່ວນພາຍໃນປີ 2016 ໂດຍມີຫົວໜ່ວຍການຜະລິດທີ 3 ເພີ່ມຕື່ມ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 15 ກ່ອງ 1: ເຂດເສດຖະກິດພິເສດໃນ ສປປ ລາວ ຜ່ານມາ, ໄດ້ມີການສົ່ງເສີມເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (SEZs) ມາດົນນານແລ້ວ ແຕ່ ຫາກໍ່ເລີ່ມມີການຂະຫຍາຍຕົວຂອງອຸດສາຫະກໍາການຜະລິດທີ່ທັນສະໄຫມຂະແໜງຍ່ອຍ. ປະຈຸບັນມີ ທັງໝົດ 10 ເຂດແລະ ມີຫົວໜ່ວຍທຸລະກິດລົງທະບຽນປະມານ 200 ຫົວໜ່ວຍ ທີ່ຢູ່ໃນຂັ້ນຕອນການການພັດທະ ນາທຸລະກິດທີ່ຕ່າງກັນ ໃນນັ້ນຂະແໜງບໍລິການມີການລົງທຶນຫຼາຍທີ່ສຸດ (ດ້ານຄວາມບັນເທິງ, ດ້ານການຂົນສົ່ງ), ຮອງລົງມາເປັນຂະແໜງອຸດສາຫະກໍາ (ການຜະລິດທີ່ທັນສະໄໝ) ແລະ ການຄ້າ. ບໍລິສັດສ່ວນໃຫຍ່ແມ່ນ ບໍລິສັດຈາກປະເທດທີ່ຢູ່ໃນພາກພື້ນດຽວກັນ ແລະ ມາຕັ້ງຖານການຜະລິດໃນ ສປປ ລາວ (ຮູບສະແດງ 5), ຍ້ອນຄ່າແຮງງານຕໍ່າ, ນະໂຍບາຍເອື້ອອໍານວຍຈາກລັດຖະບານ ແລະ ສະຖຽນລະພາບທາງດ້ານການເມືອງ. ຮອດປະຈຸບັນ, ໄດ້ມີການຈ້າງງານຫຼາຍວ່າ 11.000 ຄົນ ຢູ່ໃນ SEZs, ໃນນັ້ນ 60 ສ່ວນຮ້ອຍ ແມ່ນແຮງ ງານຕ່າງດ້າວ (ຮູບສະແດງ 6). ຜ່ານມາ, ສປປ ລາວ ສາມາດດຶງດູດເອົາບໍລິສັດຕ່າງປະເທດມາໄດ້ຈໍານວນຫຼວງຫຼາຍ ເປັນຕົ້ນບໍລິສັດ Nikon, Essilor, Toyota, Mitsubishi, and Polycom ຊຶ່ງເຮັດໃຫ້ການຜະລິດຊິ້ນສ່ວນ-ອາໄຫຼ່ມີ ການຂະຫຍາຍຕົວຫຼາຍຂຶ້ນ, ເຖິງວ່າຈະເລີ່ມຈາກຖານທີ່ຕໍ່າ. ການສົ່ງອອກຊິ້ນສ່ວນ-ອາໄຫຼ່ (ເຊັ່ນ ຊິ້ນສ່ວນ ປະກອບກ້ອງຖ່າຍຮູບ) ໄດ້ເພີ່ມຂຶ້ນຈາກຖານຕໍ່າໃນປີ 2013 ມາເປັນ 300 ລ້ານໂດລາ ໃນປີ 20156. ເຖິງວ່າ ການຜະລິດຈະເອື່ອຍອີງໃສ່ການນໍາເຂົ້າຜະລິດຕະພັນຂັ້ນສອງເປັນສ່ວນໃຫຍ່, ແຕ່ຂະແໜງການດັ່ງກ່າວໄດ້ມີ ການຂະຫຍາຍຕົວ ແລະ ສະທ້ອນໃຫ້ເຫັນວ່າ ສປປ ລາວ ກໍ່ສາມາດປະກອບສ່ວນເຂົ້າໃນຕ່ອງໂສ້ການຜະລິດ ຂອງພາກພື້ນ ແລະ ຂອງໂລກໄດ້ຢ່າງມີປະສິດທິພາບ, ຊິ່ງເປັນສິ່ງໜຶ່ງທີ່ຕ້ອງສົ່ງເສີມເພື່ອການເຕີບໂຕຂອງເສດ ຖະກິດ. ໃນຂະນະທີ່ໂດຍລວມແລ້ວແຮງງານສ່ວນໃຫຍ່ແມ່ນແຮງງານຕ່າງດ້າວ, ໃນບາງເຂດກໍ່ມີແຮງງານລາວ ຫຼາຍກວ່າແຮງງານຕ່າງດ້າວ (ເຊັ່ນ: ສະຫວັນ-ເຊໂນ ແລະ ວິຕ້າພາກ ທີ່ສຸມໃສ່ການຜະລິດເພື່ອສົ່ງອອກຊຶ່ງເປັນ ສ່ວນໜຶ່ງຂອງຕ່ອງໂສ້ການສະໜອງຢູ່ໃນພາກພື້ນ). ຮູບສະແດງ 5: ໂຄງປະກອບຂອງບໍລິສັດໃນ SEZs ຮູບສະແດງ 6: ໂຄງປະກອບຂອງແຮງງານໃນ ແບ່ງຕາມກໍາມະສິດ ແລະ ຂະແໜງການ ຜະລິດໃນປີ SEZs ປີ 2015 (ສ່ວນຮ້ອຍ) 2015 (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: ຫ້ອງການກອງເລຂາຄະນະກຳມາການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (SNCSEZ) 6 ກະຊວງການຄ້າແຫ່ງປະເທດໄທ, http://www2.ops3.moc.go.th 16 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 4. ດ້ານ GDP ເບື້ອງລາຍຈ່າຍ ເຫັນວ່າມີການຂະຫຍາຍຕົວເນື່ອງຈາກຄວາມຕ້ອງການດ້ານການຊົມໃຊ້ ຊົດ ເຊີຍສ່ວນໜຶ່ງຂອງຜົນຈາກການລົງທຶນທີ່ຊ້າລົງເລັກໜ້ອຍໂດຍສະເພາະທາງພາກລັດ, ການຊົມໃຊ້ຂອງພາກລັດ ແລະ ຂາດດຸນການຄ້າທີ່ເພີ່ມຂຶ້ນ. ຂໍ້ມູນທີ່ຈໍາກັດເຮັດໃຫ້ການປະເມີນ GDP ເບື້ອງລາຍຈ່າຍຂາດຄວາມຊັດເຈນ. ແຕ່ ເ ຫັ ນ ວ່ າ ຄວາມເຊື່ ອ ໝັ້ ນ ຂອງຄົ ວ ເຮື ອ ນຂອງເສດຖະກິ ດ ໂດຍລວມຍັ ງ ມີ ບັ ນ ຍາກາດດີ ຢູ່ ເ ຫັ ນ ໄດ້ ຈ າກຕົ ວ ເລກ ດັດຊະນີຄວາມຄິດເຫັນຜູ້ຊົມໃຊ້ຍັງຢູ່ໃນລະດັບສູງກວ່າຖານ ເຖິງແມ່ນວ່າຈະຫຼຸດລົງຈາກປີກາຍ (consumer sentiment index)7 (ຮູບສະແດງ 7) ແລະ ອັດຕາການຊົມໃຊ້ໄຟຟ້າຂອງຄົວເຮືອນຍັງເພີ່ມຂຶ້ນສູງ (11 ສ່ວນຮ້ອຍ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ). ການຄຸ້ມຄອງທີ່ຮັດກຸມຂຶ້ນທາງດ້ານລາຍຈ່າຍເງິນເດືອນພະນັກງານໄດ້ປະ ກອບສ່ວນຈໍາກັດລາຍຈ່າຍຊົມໃຊ້ຂອງພາກລັດ. ດັດຊະນີຄວາມຄິດເຫັນຂອງພາກທຸລະກິດ (business sentiment index) ຫຼຸດລົງ, ເຖິງວ່າຈັງຫວະການຂະຫຍາຍຕົວຍັງເພີ່ມຂຶ້ນແຕ່ກໍ່ດ້ວຍຈັງຫວະທີ່ຊ້າລົງທຽບໃສ່ປີຜ່ານມາ. ແຕ່ກໍ່ຖື ວ່າການລົງທຶນຍັງຂະຫຍາຍຕົວດີຢູ່ ເພາະວ່າໂຄງການຜະລິດພະລັງງານກໍາລັງຢູ່ໃນໄລຍະກໍ່ສ້າງ ແລະ ບາງບໍລິສັດ ກໍ່ຍ້າຍມາຕັ້ງຖານການຜະລິດໃນ ສປປ ລາວ, ໂດຍສະເພາະໃນເຂດເສດຖະກິດພິເສດ. ການສົ່ງອອກສຸດທິຕົວຈິງ (Net real exports) ມີສ່ວນ ເຮັດໃຫ້ການເຕີບໂຕຂອງ GDP ຊ້າລົງ ຍ້ອນມູນຄ່າການສົ່ງອອກຕົວຈິງຫຼຸດລົງຫຼາຍ ກວ່າ (ເນື່ອງຈາກການສົ່ງອອກຜົນຜະລິດກະສິກໍາ, ໂດຍສະເພາະແມ່ນໄມ້, ຫຼຸດລົງຫຼາຍກວ່າມູນຄ່າການສົ່ງອອກ ໄຟຟ້າ ແລະ ຊິ້ນສ່ວນ-ອາໄຫຼ່ທີ່ເພີ່ມຂຶ້ນ) ການຫຼຸດລົງຂອງການນໍາເຂົ້າຕົວຈິງ (ເຖິງວ່າຄວາມຕ້ອງການນໍາເຂົ້ານ້ຳມັນ ຈະສູງແຕ່ຄວາມຕ້ອງການນໍາເຂົ້າເຄື່ອງຈັກ ແລະ ອຸປະກອນການຜະລິດຫຼຸດລົງ ເນື່ອງຈາກໂຄງການສ້າງເຂື່ອນຈໍາ ນວນໜຶ່ງໄດ້ສໍາເລັດແລ້ວ). ຮູບສະແດງ7: ຕົວເລກດັດຊະນີຄວາມຄິດເຫັນຜູ້ຊົມໃຊ້ (Consumer Sentiment Index) ແຫຼ່ງຂໍ້ມູນ: ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ຜທ 7 ດັດສະນີຄວາມອ່ອນໄຫວຂອງຜູ້ບໍລິໂພກ(Consumer Sentiment Index)ແມ່ນຖືກເກັບກໍາໂດຍ ສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 17 5. ສປປ ລາວ ມີເສດຖະກິດທີ່ເຕີບໂຕຢ່າງແຂງແຮງ, ແຕ່ການກະຈາຍຜົນປະໂຫຍດຈາກການເຕີບໂຕຍັງ ບໍ່ທັນທົ່ວເຖິງ. ດ້ວຍອັດຕາການເຕີບໂຕສະເລ່ຍປະມານ 7,8 ສ່ວນຮ້ອຍ ຕໍ່ປີ ໃນໄລຍະທົດສະວັດທີ່ຜ່ານມາ, ສປປ ລາວ ເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວອັນດັບທີ 2 ໃນອາຊຽນ ແລະ ເປັນອັນດັບທີ 15 ໃນໂລກ. ແຕ່ການ ເຕີບໂຕອັນໄວວານັ້ນແມ່ນຍ້ອນຂະແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດ ຊຶ່ງເປັນຂະແໜງທີ່ໃຊ້ການລົງທຶນສູງ ແລະ ສ້າງວຽກເຮັດງານທໍາໜ້ອຍ, ໃນຂະນະທີ່ຂະແໜງກະສິກໍາມີສະມັດຕະພາບການຜະລິດຕໍ່າ ແລະ ຂະແໜງ ອຸ ດ ສາຫະກໍ າ ການຜະລິ ດ ທີ່ ທັ ນ ສະໄໝຍັ ງ ບໍ່ ທັ ນ ເຂັ້ ມ ແຂງນັ້ ນ ໄດ້ ຈໍ າ ກັ ດ ໂອກາດໃນການສ້ າ ງລາຍຮັ ບ ໃຫ້ ແ ກ່ ປ ະ ຊາຊົນລາວ. ສປປ ລາວ ມີປະຊາກອນປະມານ 2 ລ້ານຄົນ ທີ່ເຮັດກະສິກໍາ, ກວມ 64 ສ່ວນຮ້ອຍ ຂອງກໍາລັງ ແຮງງານທັງໝົດທົ່ວປະເທດ ແລະ ເຮັດໃຫ້ ສປປ ລາວ ເປັນໜຶ່ງໃນປະເທດໃນພາກພື້ນອາຊີຕາເວັນອອກທີ່ມີ ເສດຖະກິດຕິດພັນກັບກະສິກໍາຫຼາຍທີ່ສຸດທີ່ໃສ່ພາກພື້ນອາຊີຕາເວັນອອກ. ຂະແໜງດັ່ງກ່າວມີສະມັດຕະພາບການ ຜະລິດຍັງຕໍ່າ ແລະ ບໍ່ທັນຂະຫຍາຍຕົວເທ່າທີ່ຄວນ. ໃນປີ 2014, ມູນຄ່າເພີ່ມຈາກຂະແໜງກະສິກໍາສະເລ່ຍຕໍ່ ເຮັກຕາ (ອີງຕາມລາຄາເປັນໂດລາໃນປີ 2005) ແມ່ນ 578 ໂດລາ, ທຽບໃສ່ປະເທດໄທມີມູນຄ່າ 994 ໂດລາ ແລະ ຫວຽດນາມ 1.380 ໂດລາ. ໃນເວລາດຽວກັນ, ແວດລ້ອມທາງດ້ານທຸລະກິດຍັງຫຍຸ້ງຍາກ (ສປປ ລາວ ຖືກຈັດອັດດັບທີ 134 ໃນ 189 ປະເທດ ອີງໃສ່ຜົນການປະເມີນແວດລ້ອມໃນການດໍາເນີນທຸລະກິດ (Doing Business) ມີຜົນກະທົບຕໍ່ການສົ່ງເສີມການລົງທຶນ, ແລະເຮັດໃຫ້ຜູ້ປະກອບການຮັກສາຂະໜາດທຸລະກິດນ້ອຍ ແລະ ບໍ່ເປັນທາງການ, ຊຶ່ງເປັນການຈໍາກັດການສ້າງວຽກເຮັດງານທໍາ. ບັນຫາດັ່ງກ່າວບວກກັບບັນຫາການບໍລິການ ຂັ້ນພື້ນຖານທີ່ຍັງບໍ່ທັນທົ່ວເຖິງ (ການບໍລິການທາງດ້ານສາທາລະນະສຸກ, ນ້ຳສະອາດ ແລະ ສຸຂາພິບານ, ອື່ນໆ) ເຮັດໃຫ້ອັດຕາຂາດສານອາຫານຍັງສູງ. ເຖິງວ່າຈະມີການປັບປຸງຂຶ້ນໃນຫຼາຍດ້ານ ແຕ່ການພັດທະນາເສດຖະກິດໃຫ້ ມີການກະຈາຍຜົນປະໂຫຍດຢ່າງທົ່ວເຖິງແມ່ນຍັງເປັນບູລິມະສິດ. ການຍົກລະດັບສະມັດຕະພາບການຜະລິດໃນຂະ ແໜງກະສິກໍາ ແລະ ການຮັບປະກັນປະສິດທິພາບໃນການຈັດຕັ້ງປະຕິບັດນະໂຍບາຍສ້າງແວດລ້ອມທຸລະກິດທີ່ເອື້ອ ອໍານວຍ ຈະຊ່ວຍເຮັດໃຫ້ລາຍຮັບ ແລະ ມີການຈ້າງງານເພີ່ມຂຶ້ນ. ສັງລວມແລ້ວ, ເຖິງອັດຕາຄວາມທຸກຍາກໃນ ສປປ ລາວ ຈະຫຼຸດລົງ ແຕ່ຍັງຊັກຊ້າທຽບໃສ່ບັນດາປະເທດທີ່ຢູ່ໃນພາກພື້ນດຽວກັນ ເປັນຕົ້ນກໍາປູເຈຍ ແລະ ປະເທດອື່ນໆ ທີ່ຮັ່ງມີທາງດ້ານຊັບພະຍາກອນເຊັ່ນ: ປະເທດ ອຸດສະເບກິສະຖານ, ທາຈີກິສະຖານ, ມົງໂກລີ ແລະ ຊີລີ ທີ່ສາມາດ ຫຼຸດຜ່ອນຄວາມທຸກຍາກໄດ້ຫຼາຍຍ້ອນການຈັດຕັ້ງປະຕິບັດນະໂຍບາຍການນໍາໃຊ້ລາຍຮັບຈາກຊັບພະຍາກອນເພື່ອ ລົງທຶນແລະສ້າງຜົນປະໂຫຍດໃຫ້ແກ່ປະຊາກອນໂດຍລວມຢ່າງມີປະສິດທິພາບ (effective use of redistribution policies). ໃນພາກທີ່ສອງ ຂອງບົດລາຍງານເສດຖະກິດ ສະບັບນີ້ ຈະລົງເລິກທາງດ້ານລາຍລະອຽດກ່ຽວກັບປັດ ໄຈ ທີ່ສົ່ງຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກ ໃນ ສປປ ລາວ. 18 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ອັດຕາເງິນເຟີ້ 6. ການຫຼຸດລົງຂອງລາຄານໍ້າມັນ ແລະ ລາຄາສິນຄ້າເຮັດໃຫ້ອັດຕາເງິນເຟີ້ຕໍ່າລົງໃນປີ 2015 ແລະ ຍັງສືບຕໍ່ຕໍ່າລົງໃນປີ 2016. ອັດຕາເງິນເຟີ້ສະເລ່ຍໃນປີ 2015 ແມ່ນ 1,3 ສ່ວນຮ້ອຍ, ຫຼຸດລົງຈາກ 4,2 ສ່ວນ ຮ້ອຍ ໃນປີທີ່ຜ່ານມາ. ອັດຕາເງິນເຟີ້ໄດ້ຫຼຸດລົງຕື່ມອີກມາເປັນ 0,8 ສ່ວນຮ້ອຍ ໃນເດືອນ ມັງກອນ (ທຽບກັບ ໄລຍະດຽວກັນຂອງປີຜ່ານມາ) ແລະ ມາເປັນ 1,1 ສ່ວນຮ້ອຍ ໃນເດືອນ ມີນາ ປີ 2016 (ຮູບສະແດງ 8). ລາຄາຂາຍ ຍ່ອຍນ້ຳມັນເຊື້ອໄຟຫຼຸດລົງຢູ່ໃນລະດັບຕໍ່າທີ່ສຸດໃນຮອບຫົກປີ, ຮອດເດືອນ ມີນາ ປີ 2016 ລາຄານ້ຳມັນຫຼຸດລົງ 26 ສ່ວນຮ້ອຍ ທຽບກັບໄລຍະດຽວກັນຂອງປີຜ່ານມາ ຊຶ່ງກໍ່ສ່ອງແສງເຖິງ ລາຄານ້ຳມັນໃນຕະຫຼາດໂລກທີີ່ຫຼຸດລົງ 29 ສ່ວນຮ້ອຍ ໃນໄລຍະດຽວກັນ (ຮູບສະແດງ 10). ລາຄານ້ຳມັນທີ່ຕົກຕໍ່າຄືດັ່ງກ່າວເປັນປະໂຫຍດໃຫ້ແກ່ຜູ້ຊົມໃຊ້, ຊຶ່ງການຊົມໃຊ້ນ້ຳມັນກວມ 8 ສ່ວນຮ້ອຍ ຂອງການຊົມໃຊ້ັທັງໝົດ. ລາຄານ້ຳມັນໃນຕະຫຼາດໂລກຄາດວ່າຈະສືບຕໍ່ ຫຼຸຸດລົງໃນປີ 2016, ຊຶ່ງຄາດວ່າຈະສືບຕໍ່ເຮັດໃຫ້ລາຄານ້ຳມັນຂາຍຍ່ອຍຢູ່ພາຍໃນ ແລະລະດັບເງິນເຟີ້ໂດຍລວມຍັງຢູ່ ໃນລະດັບຕໍ່າ. 7. ລາຄາອາຫານໄດ້ເພີ່ມຂຶ້ນ ອາດແມ່ນຍ້ອນຜົນຜະລິດສະບຽງອາຫານຕໍ່າລົງຍ້ອນພູມອາກາດທີ່ບໍ່ອໍາ ນວຍ. ໃນຮອບໜຶ່ງປີ ລາຄາອາຫານເພີ່ມຂຶ້ນໃນລະດັບສູງທີ່ສຸດ 5,5 ສ່ວນຮ້ອຍ ໃນເດືອນ ຕຸລາ 2015 ທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາ, ກ່ອນທີ່ຈະຫຼຸດລົງມາຮອດ 4,7 ສ່ວນຮ້ອຍ ໃນເດືອນ ມີນາ 2016 (ຮູບສະແດງ 9). ສະເລ່ຍແລ້ວລາຄາອາຫານເພີ່ມຂຶ້ນ 4,6 ສ່ວນຮ້ອຍ ໃນໄລຍະປີ 2015 ແລະ 4,7 ສ່ວນຮ້ອຍ ໃນລະຫວ່າງ ເດືອນ ມັງກອນ ຫາ ເດືອນ ມີນາ 2016; ແຕ່ກໍ່ຍັງຕໍ່າກວ່າອັດຕາການເພີ່ມຂຶ້ນຂອງລາຄາອາຫານໃນປີ 2014 ທີ່ຢູ່ໃນລະດັບ 7 ສ່ວນຮ້ອຍ ຍອ້ນລາຄາຊີ້ນເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ (ອາດແມ່ນຍ້ອນການນໍາເຂົ້າສັດລ້ຽງທີ່ເພີ່ມຂຶ້ນໃນປີ 2016 ຈຶ່ງອາດເຮັດໃຫ້ມີຜົນກະທົບຕໍ່ລາຄາຊີ້ນ) ແຕ່ລາຄາຜັກ ແລະ ລາຄາເຂົ້າຍັງເພີ່ມສູງຢູ່, ສ່ວນໜຶ່ງອາດແມ່ນຍ້ອນສະ ພາບອາກາດບໍ່ເອື້ອອໍານວຍ ແລະຖານລາຄາຈາກປີທີ່ຜ່ານມາ. 8. ກິ ດ ຈະກໍ າ ທາງດ້ າ ນເສດຖະກິ ດ ທີ່ ຂ ະຫຍາຍຕົ ວ ຊ້ າ ລົ ງ ທຽບໃສ່ ປີ ກ າຍເຮັ ດ ໃຫ້ ອັ ດ ຕາເງິ ນ ເຟີ້ ຕົ້ ນ ຕໍ (core inflation low) ຕໍ່າ. ອັດຕາເງິນເຟີ້ຕົ້ນຕໍ, ບໍ່ລວມນ້ຳມັນເຊື້ອໄຟ ແລະ ອາຫານ, ເຫັນວ່າຢູ່ໃນລະດັບຄົງທີ່ ໂດຍສະເລ່ຍແມ່ນ 1,8 ສ່ວນຮ້ອຍ ໃນປີ 2015 ແລະ ຫຼຸດລົງເລັກນ້ອຍມາເປັນ 1,7 ສ່ວນຮ້ອຍ ໃນລະຫວ່າງເດືອນ ມັງກອນ ຫາ ເດືອນມີນາ 2016. ໃນໄຕມາດທໍາອິດປີ 2016, ລາຄາໃນໝວດບໍລິການຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນເລັກນ້ອຍ (2,8 ສ່ວນຮ້ອຍ ທຽບໃສ່ 3 ສ່ວນຮ້ອຍ ໃນປີທີ່ຜ່ານມາ) ສ່ວນລາຄາໃນໝວດທີ່ຢູ່ອາໄສ, ນ້ຳປະປາ, ໄຟຟ້າ ແລະ ອາຍແກັດ ແມ່ນເພີ່ມຂຶ້ນດ້ວຍຈັງຫວະທີ່ຊ້າກວ່າ (1,8 ສ່ວນຮ້ອຍ ຈາກ 9,2 ສ່ວນຮ້ອຍ ໃນປີທີ່ຜ່ານມາ) ເນື່ອງຈາກການປັບຂຶ້ນລາຄາໄຟຟ້າ ແລະ ນ້ຳປະປາໃນປີຜ່ານມາ. ຮູບສະແດງ8: ອັດຕາເງິນເຟີ້ປະຈໍາເດືອນ (ປ່ຽນແປງເປັນສ່ວນຮ້ອຍທຽບໃສ່ກາຍ) ແຫຼ່ງຂໍ້ມູນ: LSB ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 19 ຮູບສະແດງ9: ໂຄງປະກອບຂອງການເພີ່ມຂຶ້ນຂອງລາ ຮູບສະແດງ10: ລາຄານໍ້າມັນດິບໃນຕະຫຼາດໂລກ ຄາອາຫານ (ຈຸດສ່ວນຮ້ອຍ) ແລະລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນລາວ (ປ່ຽນແປງເປັນສ່ວນຮ້ອຍທຽບໃສ່ກາຍ) ແຫຼ່ງຂໍ້ມູນ: LSB ແຫຼ່ງຂໍ້ມູນ: LSB ແລະ WB 20 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ດ້ານງົບປະມານ 9. ການຂາດດຸນງົບປະມານໃນສົກປີ 2014/15 ຄາດວ່າຈະຫຼຸດລົງເລັກນ້ອຍທຽບໃສ່ສົກປີທີ່ຜ່ານມາຍ້ອນ ມີການຄຸ້ມຄອງລາຍຈ່າຍ ແລະ ການເພີ່ມລາຍຮັບໃນຂະແໜງທີ່ບໍ່ຂຶ້ນກັບທໍາມະຊາດ. ການຂາດດຸນງົບປະມານ ໃນສົກປີ 2014/15 ຄາດວ່າຈະຫຼຸດລົງເລັກນ້ອຍຈາກ 3,8 ສ່ວນຮ້ອຍ ຂອງ GDP ໃນສົກປີ 2013/14 ມາເປັນ 3,7 ສ່ວນຮ້ອຍ ຂອງ GDP (ຮູບສະແດງ 11). ເນື່ອງຈາກວ່າລາຍຮັບຕໍ່ງົບປະມານຈາກຂະແໜງບໍ່ແຮ່ຫຼຸດລົງ ຍ້ອນລາຄາສິນຄ້າຕົກຕໍ່າ ແລະ ທຶນຊ່ວຍເຫຼືອລ້າກໍ່ ຫຼຸດລົງ, ໝາຍຄວາມວ່າ ການຫຼຸດລົງຂອງການຂາດດຸນງົບປະ ມານແມ່ນຍ້ອນການ ເພີ່ມຄວາມເຂັ້ມແຂງທາງດ້ານການຄຸ້ມຄອງການເກັບລາຍຮັບ, ໂດຍສະເພາະແມ່ນລາຍຮັບ ຈາກອາກອນມູນຄ່າເພີ່ມ ແລະ ອາກອນກໍາໄລ ຄຽງຄູ່ກັບການປະຕິບັດມາດຕະການທີ່ເຂັ້ມງວດໃນການຄຸ້ມຄອງ ລາຍຈ່າຍທາງດ້ານເງິນເດືອນພະນັກງານ ແລະ ຈໍາກັດການຮັບເອົາພະນັກງານໃໝ່. ເຖິງວ່າລາຍຮັບຈາກຂະແໜງ ບໍ່ແຮ່ຈະຫຼຸດລົງ, ດຸ່ນດ່ຽງງົບປະມານໃນຂະແໜງທີ່ບໍ່ແມ່ນບໍ່ແຮ່ (ດຸ່ນດ່ຽງງົບປະມານລວມເອົາທຶນຊ່ວຍເຫຼືອລ້າ ແຕ່ບໍ່ລວມລາຍຮັບຈາກຂະແໜງບໍ່ແຮ່) ຈະຫຼຸດລົງຈາກ 5,8 ສ່ວນຮ້ອຍ ໃນປີ 2013/14ມາເປັນ 5,3 ສ່ວນຮ້ອຍ ໃນປີ 2014/15. ການສະໜອງງົບປະມານໂດຍກົງຈາກທະນາຄານແຫ່ງ ສປປ ລາວ (ທຫລ)8 ກໍ່ມີທ່າອ່ຽງຫຼຸດລົງທຽບໃສ່ສົກ ປີຜ່ານມາ ເນື່ອງຈາກວ່າມີການອະນຸຍາດພຽງແຕ່ໂຄງການສືບຕໍ່ ແລະ ຢຸດຕິການຮັບເອົາໂຄງການໃໝ່ນອກແຜນ (ຮູບສະແດງ 23). ຍອດການປ່ອຍກູ້ໃຫ້ແກ່ລັດວິສາຫະກິດຈາກ ທຫລ ໂດຍກົງ (ບາງສ່ວນກໍ່ບໍ່ຢູ່ໃນແຜນງົບປະມານ) ປະຕິບັດໄດ້ 796 ລ້ານໂດລາ ໃນທ້າຍປີ 2015, ຫຼື ປະມານ 6,3 ສ່ວນຮ້ອຍ ຂອງ GDP ຫຼຸດລົງຈາກ 7,7 ສ່ວນຮ້ອຍ ຂອງ GDP ໃນປີ 2011. ບັນຫານີ້ສະແດງໃຫ້ເຫັນເຖິງການດຸ່ນດ່ຽງລາຍຈ່າຍຈາກແຫຼ່ງດັ່ງກ່າວໄດ້ ຫຼຸດລົງ ເມື່ອທຽບກັບສອງສາມປີຜ່ານມາ ທີ່ການປ່ອຍກູ້ໂດຍກົງເພີ່ມຂຶ້ນຫຼາຍກວ່າ 1 ສ່ວນຮ້ອຍ ຂອງ GDP ຕໍ່ປີ. ຕໍ່ ບັນຫາດັ່ງກ່າວ, ພາກສ່ວນກ່ຽວຂ້ອງໄດ້ປັບປຸງນິຕິກໍາເພື່ອການຄຸ້ມຄອງງົບປະມານຂອງລັດ ເປັນຕົ້ນ ແມ່ນການຮັບ ຮອງເອົາກົດໝາຍງົບປະມານແຫ່ງລັດ ສະບັບປັບປຸງ ໂດຍສະພາແຫ່ງຊາດ ໃນເດືອນ ທັນວາ 2015 ແລະ ໄດ້ສ້າງ ແຜນຍຸດທະສາດທາງດ້ານການເງິນໄລຍະຍາວ (long-term fiscal strategy) (ເບິ່ງກ່ອງ 2). ຮູບສະແດງ11: ການຈັດຕັ້ງປະຕິບັດງົບປະມານແຫ່ງ ຮູບສະແດງ12: ລາຍຮັບງົບປະມານແຫ່ງລັດ ລັດ (ສ່ວນຮ້ອຍຂອງ GDP) (ສ່ວນຮ້ອຍຂອງ GDP) ແຫຼ່ງຂໍ້ມູນ: MOF ແລະ ການຄາດຄະເນຂອງທີມງານ WB ແຫຼ່ງຂໍ້ມູນ: MOF ແລະ ການຄາດຄະເນຂອງທີມງານ WB 8 ການສະໜອງງົບປະມານໂດຍກົງຈາກທະນາຄານແຫ່ງ ສປປ ລາວ ມີອົງປະກອບລາຍຈ່າຍງົບປະມານທີ່ຢູ່ນອກແຜນ ແລະ ໄດ້ຖືກ ລວມເຂົ້າໃນລາຍຈ່າຍງົບປະມານທັງໝົດ. ລາຍຈ່າຍດັ່ງກ່າວຖືກບັນທຶກໄວ້ໃຫ້ເປັນການປ່ອຍກູ້ຂອງ BOL ໃຫ້ແກ່ລັດວິສາຫະກິດຢູ່ ໃນສະຫຼຸບຖານະການເງິນຂອງລະບົບທະນາຄານ (Monetary Survey). ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 21 10. ລາຍຮັບລວມເພີ່ມຂຶ້ນເລັກນ້ອຍໃນສົກປີ 2014/15 ທຽບໃສ່ສົກປີທີ່ຜ່ານມາ ເນື່ອງຈາກວ່າແຫຼ່ງລາຍຮັບ ທີ່ສໍາຄັນໄດ້ຮັບຜົນກະທົບຈາກລາຄາສິນຄ້າທີ່ຕົກຕໍ່າ ແລະ ທຶນຊ່ວຍເຫຼືອລ້າຫຼຸດລົງ. ລາຍຮັບທີ່ເພີ່ມຂຶ້ນພຽງເລັກ ນ້ອຍຄືດັ່ງກ່າວເຮັດໃຫ້ລາຍຮັບຫຼຸດແຜນ 5 ສ່ວນຮ້ອຍ ແລະ ຈະສາມາດປະຕິບັດໄດ້ 23 ສ່ວນຮ້ອຍ ຂອງ GDP ໃນປີ 2014/15 (ປະມານ 2,8 ຕື້ໂດລາ) ຫຼຸດລົງຈາກ 24 ສ່ວນຮ້ອຍ ຂອງ GDP ໃນປີຜ່ານມາ (ຮູບສະແດງ 12). ການສ້າງຄວາມເຂັ້ມແຂງໃນການເກັບລາຍຮັບ ດ້ວຍການຕິດຕາມແລະບັງຄັບໃຊ້ລະບຽບການ ແລະ ເພີ່ມຊ່ອງ ທາງໃໝ່ໆໃນການຊໍາລະອາກອນເຮັດໃຫ້ລາຍຮັບຈາກອາກອນມູນຄ່າເພີ່ມ ແລະ ອາກອນລາຍໄດ້ເພີ່ມຂຶ້ນ. ຢ່າງ ໃດກໍ່ຕາມ, ມູນຄ່າການນໍາເຂົ້າ ແລະ ລາຄານ້ຳມັນທີ່ຫຼຸດລົງ ເຮັດໃຫ້ລາຍໄດ້ຈາກການເກັບພາສີ ແລະ ອາກອນ ຊົມໃຊ້ບໍ່ໄດ້ເພີ່ມຂຶ້ນ. ລາຍຮັບງົບປະມານຈາກຂະແໜງບໍ່ແຮ່ຄາດວ່າຈະຫຼຸດລົງ 10 ສ່ວນຮ້ອຍຈາກສົກປີ 2013/14 ເນື່ອງຈາກວ່າລາຄາຄໍາ ຫຼຸດລົງເກືອບ 8 ສ່ວນຮ້ອຍ ແລະ ທອງ ຫຼຸດລົງເກືອບ 20 ສ່ວນຮ້ອຍ ໃນປີ 2015. ທຶນຊ່ວຍ ເຫຼືອລ້າກໍ່ຫຼຸດລົງຈາກປີຜ່ານມາ 13 ສ່ວນຮ້ອຍ (ຫຼຸດລົງຈາກ 650 ລ້ານໂດລາ ໃນສົກປີ 2013/14 ມາເປັນ 560 ລ້ານໂດລາ ໃນສົກປີ 2014/15) ເນື່ອງຈາກໂຄງການທີ່ໄດ້ຮັບການສະໜັບສະໜູນຈາກຜູ້ໃຫ້ທຶນບາງສ່ວນໄດ້ສໍາ ເລັດລົງ ແລະ ການໃຊ້ຈ່າຍຫ່ວງທຶນດັ່ງກ່າວໜ້ອຍກວ່າແຜນ. 11. ເມື່ອລາຍຮັບຫຼຸດແຜນ ການເພີ່ມຂຶ້ນຂອງລາຍຈ່າຍງົບປະມານກໍ່ຖືກຈໍາກັດ. ລາຍຈ່າຍທັງໝົດໄດ້ເພີ່ມຂຶ້ນ ເລັກນ້ອຍແຕ່ຍັງຫຼຸດແຜນງົບປະມານ 6 ສ່ວນຮ້ອຍ. ລາຍຈ່າຍງົບປະມານປະຕິບັດໄດ້ປະມານ 3,2 ຕື້ໂດລາ, ກວມ 26,6 ສ່ວນຮ້ອຍ ຂອງ GDP ໃນສົກປີ 2014/15 ຫຼຸດລົງຈາກ 28 ສ່ວນຮ້ອຍ ຂອງ GDP ໃນສົກປີ 2013/14. ລາຍຈ່າຍດ້ານເງິນເດືອນພະນັກງານກໍ່ຫຼຸດລົງຈາກ 9,3 ສ່ວນຮ້ອຍ ຂອງ GDP ມາເປັນ 8,7 ສ່ວນ ຮ້ອຍ ຂອງ GDP ໃນປີ 2014/15 (ເນື່ອງຈາກໄດ້ສືບຕໍ່ຮັກສາດັດຊະນີເງິນເດືອນພະນັກງານໃຫ້ຄົງທີ່ ແລະ ຈໍາກັດການຮັບເອົາພະນັກງານໃໝ່ (ໃນສົກປີ 2014/15 ມີໂຄຕາພະນັກງານເຂົ້າໃໝ່ປະມານ 5,000 ຄົນ, ທຽບ ໃສ່ປີຜ່ານມາແມ່ນມີພະນັກງານເຂົ້າໃໝ່ 10.000-15.000 ຄົນ). ພ້ອມນັ້ນ, ການລົງທຶນ ແລະ ການໃຊ້ຈ່າຍ ງົບປະມານທີຕໍ່າກວ່າແຜນ ແລະ ການຫຼຸດລົງຂອງລາຍຈ່າຍນອກງົບປະມານ ໄດ້ຈໍາກັດການເພີ່ມຂຶ້ນຂອງລາຍຈ່າຍ ລົງທຶນພາກລັດ. ແຕ່ຂໍ້ມູນຫຼ້າສຸດກ່ຽວກັບແຜນການໃຊ້ຈ່າຍ ແລະ ການໃຊ້ຈ່າຍຕົວຈິງຕາມຂະແໜງການຍັງບໍ່ມີເທື່ອ ຈິ່ງເຮັດໃຫ້ບໍ່ສາມາດວິເຄາະລົງເລິກໄດ້. ຮູບສະແດງ13: ລາຍຈ່າຍງົບປະມານແຫ່ງລັດ (ສ່ວນຮ້ອຍຂອງ GDP) ແຫຼ່ງຂໍ້ມູນ: MOF ແລະ ການຄາດຄະເນຂອງທີມງານ WB 22 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 12. ການຂາດດຸນງົບປະມານດັ່ງກ່າວແມ່ນໄດ້ຮັບການດຸ່ນດ່ຽງດ້ວຍການກູ້ຢືມຈາກພາຍນອກ. ການກູ້ຢືມເພື່ອ ມາຈັດຕັ້ງປະຕິບັດໂຄງການ (ມູນຄ່າ 320 ລ້ານໂດລາຫຼື ກວມ 3 ສ່ວນຮ້ອຍ ຂອງ GDP) ແລະ ການອອກພັນທະບັດ ຢູ່ຕະຫຼາດທຶນຂອງປະເທດໄທ (ມູນຄ່າ 365 ລ້ານໂດລາ ລວມມີ ພັນທະບັດ 2, 5 ແລະ 10 ປີ ຫຼື ກວມ 3 ສ່ວນຮ້ອຍ ຂອງ GDP) ສ່ວນໃຫຍ່ແມ່ນເພື່ອດຸນງົບປະມານ. ໄດ້ອອກພັນທະບັດເພີ່ມອີກ 182 ລ້ານໂດລາ (ພັນທະບັດ 10 ແລະ 12 ປີ) ໃນເດືອນ ທັນວາ 2015. ການເພີ່ມຂຶ້ນຂອງການກູ້ຢືມເພື່ອໂຄງການ ສ່ວນຫຼາຍແມ່ນການກູ້ຢືມຈາກສອງຝ່າຍ ເພື່ອມາລົງທຶນຫຸ້ນຂອງລັດຖະບານໃນ ໂຄງການໃນຂະແໜງພະລັງງານ ເປັນຕົ້ນ ເຂື່ອນນ້ຳຄານ 2, ນ້ຳຄານ 3, ໄຊຍະບູລີ ແລະ ຫົງສາລິກໄນ. ສ່ວນໂຄງການກໍ່ສ້າງໂຄງລ່າງໃນຂະແໜງທີ່ບໍ່ຂຶ້ນກັບຊັບພະຍາກອນແມ່ນ ມີການໃຊ້ຈ່າຍຕໍ່າກວ່າແຜນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ໜີ້ພາກລັດຂອງ ສປປ ລາວ ມີທັງໝົດປະມານ 7,7 ຕື້ໂດລາ ຫຼື ກວມ 65 ສ່ວນຮ້ອຍ ຂອງ GDP ໃນປີ 20159. ພັນທະບັດທີ່ມີອາຍຸ 3 ປີ ທີ່ອອກໃນສົກປີ 2012/13 ຈະຮອດ ກໍານົດເວລາພາຍໃນສົກປີ 2015/16 ແລະ ຄາດວ່າຈະຍັງສືບຕໍ່ມີການກູ້ຢືມຕື່ມອີກ. ກ່ອງ2: ລັດຖະບານໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງງົບປະມານແຫ່ງລັດ ການຈັດຕັ້ງປະຕິບັດນິຕິກໍາທີ່ຫາກໍ່ຖືກຮັບຮອງຈະສາມາດຍົກລະດັບການຄຸ້ມຄອງງົບປະມານແຫ່ງລັດ ຂອງ ສປປ ລາວ ໄດ້. ກົດໝາຍວ່າດ້ວຍງົບປະມານແຫ່ງລັດໄດ້ຖືກນໍາໃຊ້ນັບແຕ່ປີ 2006 ເປັນຕົ້ນມາ ໄດ້ຖືກປັບປຸງ ແລະ ຮັບຮອງໂດຍ ສະພາແຫ່ງຊາດ ໃນເດືອນ ທັນວາ 2015. ກົດໝາຍສະບັບປັບປຸງດັ່ງກ່າວຄາດວ່າຈະມີ ຜົນບັງຄັບໃຊ້ພາຍໃນປີ 2017 ໄດ້ລົງເລິກໃນການເພີ່ມທະວີບົດບາດຂອງສະພາແຫ່ງຊາດໃນການຊີ້ນໍາກວດ ກາທາງດ້ານງົບປະມານ ກໍຄືເພີ່ມທະວີບົດບາດໃຫ້ແກ່ກະຊວງການເງິນໃນການຄຸ້ມຄອງງົບປະມານ. ພ້ອມນັ້ນ, ກົດໝາຍດັ່ງກ່າວຍັງໄດ້ກໍານົດວິທີການໃນການຈັດສັນງົບປະມານ ໂດຍໄດ້ພິຈາລະນາກ່ຽວກັບພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງໜ່ວຍງານຄຸ້ມຄອງງົບປະມານ (the budget units), ຈໍານວນພະນັກງານ, ຂະໜາດຂອງປະຊາກອນ, ສະພາບຄວາມທຸກຍາກ, ຄຸນລັກສະນະພິເສດທາງດ້ານພູມສັນຖານ ແລະ ເສດ ຖະກິດ-ສັງຄົມຂອງທ້ອງຖິ່ນ ເພື່ອປັບປຸງການກໍານົດຈັດສັນງົບປະມານແບບມີຈຸດສຸມ. ກົດໝາຍດັ່ງກ່າວຍັງ ໄດ້ກໍານົດເວລາໃໝ່ສໍາລັບການກະກຽມ ແລະ ສົ່ງຂອບງົບປະມານແຫ່ງລັດ ແລະ ໜິ້ສິນພາກລັດປະຈໍາປີ ແລະ ຂອບວຽກໄລຍະກາງເຂົ້າສະເໜີ້ຕໍ່ສະພາແຫ່ງຊາດ ເພື່ອເຮັດໃຫ້ຂະບວນການກະກຽມງົບປະມານມີຄວາມຈະ ແຈ້ງກວ່າເກ່າ. ພ້ອມນັ້ນ, ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງຍັງໄດ້ກະກຽມສ້າງແຜນຍຸດທະສາດການພັດທະນາທາງ ດ້ານການເງິນໄລຍະຍາວ ເພື່ອສະເໜີ້ຮັບຮອງພາຍໃນປີ 2016. ຈຸດປະສົງຂອງແຜນຍຸດທະສາດດັ່ງກ່າວ ແມ່ນເພື່ອ i) ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າ; ii) ພັດທະນານະໂຍບາຍຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ, iii) ຍົກ ລະດັບການຄຸ້ມຄອງໜີ້ສິນ ແລະ ການຈັດສັນງົບປະມານໃຫ້ມີຄວາມທັນສະໄໝຂຶ້ນຕື່ມໃຫ້ຖືກຕ້ອງຕາມມາດ ຕະຖານສາກົນ; iv) ເພີ່ມປະສິດທິພາບໃຫ້ແກ່ການໃຊ້ຈ່າຍງົບປະມານແຫ່ງລັດ, ການປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນ; ແລະ ສຸດທ້າຍແມ່ນເພື່ອສ້າງ ແລະ ນໍາໃຊ້ຂອບວຽກສໍາລັບການຄຸ້ມຄອງທາງດ້ານການ ເງິນທີ່ຄົບຖ້ວນ ເພື່ອເພີ່ມວິໄນທາງດ້ານການເງິນ. ຂອບວຽກດັ່ງກ່າວໄດ້ຖືກນໍາໄປປຶກສາຫາລືແລ້ວຫຼາຍຄັ້ງ. ແຫຼ່ງຂໍ້ມູນ: MOF 9 IMF (2015), World Economic Outlook database, October 2015. www.imf.org ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 23 13. ບັນຫາໜີ້ສິນພາຍໃນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂອາດສະທ້ອນໃຫ້ເຫັນວ່າການລາຍງານທາງດ້ານໜີ້ສິນ ພາກລັດອາດຕໍ່າກວ່າຕົວຈິງ. ໜີ້ສິນພາກລັດຢູ່ພາຍໃນປະເທດ (ການກູ້ຢືມຈາກພາກທະນາຄານ) ຄາດວ່າມີປະມານ 7,6 ສ່ວນຮ້ອຍ ຂອງ GDP ໃນທ້າຍປີ 2015. ຢ່າງໃດກໍ່ຕາມ, ບັນຫາໜີ້ສິນພາກລັດທີ່ຍັງບໍ່ໄດ້ຮັບການແກ້ໄຂຄາດ ວ່າຈະຍັງສືບຕໍ່ຍືດເຍື້ອ, ຂໍ້ມູນຈາກການລາຍງານໜີ້ສິນທີ່ຍັງຄົງຄ້າງຍັງບໍ່ທັນຈະແຈ້ງ ແລະ ບໍ່ເປັນເອກະພາບກັນ. ໃນ ດໍາລັດຈັດຕັ້ງປະຕິບັດງົບປະມານສົກປີ 2014/15 ໄດ້ລະບຸໄວ້ວ່າ 35 ສ່ວນຮ້ອຍ ຂອງງົບປະມານ ປະຈໍາປີເພື່ອການ ລົງທຶນຕ້ອງນໍາໃຊ້ເພື່ອແກ້ໄຂບັນຫາໜີ້ສິນທີ່ຍັງຄົງຄ້າງກັບໂຄງການທີ່ສໍາເລັດແລ້ວ. ຄະນະກໍາມະການແກ້ໄຂໜີ້ສິນ ໄດ້ຖືກສ້າງຕັ້ງຂຶ້ນເພື່ອກວດກາບັນ ຫາໜີ້ສິນທີ່ຍັງຄົງຄ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການກວດສອບຂອງລັດ ຖະບານໄດ້ມີລົງກວດສອບກໍລະນີ ຄະດີສໍ້ໂກງ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂອດປະສານງານລະຫວ່າງກະຊວງ ການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ກໍ່ຄືການກວດກາການລົງທຶນຂອງລັດ, ໄດ້ສ້າງຕັ້ງພະແນກຄຸ້ມ ຄອງການລົງທຶນຂອງລັດພາຍໃຕ້ ກະຊວງການເງິນຂຶ້ນ ເພື່ອແນະນໍາການສ້າງແຜນ ແລະ ຕິດຕາມການເບີກຈ່າຍງົບ ປະມານລົງທຶນຂອງລັດ. 14. ສປປ ລາວ ໄດ້ເພີ່ມທະວີການຫັນໄປສູ່ການກູ້ຢືມສອງຝ່າຍຫຼາຍຂຶ້ນ ແລະ ດ້ວຍເງື່ອນໄຂທີ່ມີຄວາມຜ່ອນຜັນ ໜ້ອຍລົງ ເພື່ອມາດຸ່ນດ່ຽງງົບປະມານ ແລະ ລົງທຶນໃນຂະແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດ. ການກູ້ຢືມສອງ ຝ່າຍທີ່ມີອັດຕາຜ່ອນຜັນ ໜ້ອຍລົງ ໂດຍສະເພາະແມ່ນການກູ້ຢືມຈາກຈີນ ແລະ ໄທ, ສ່ວນໃຫຍ່ແມ່ນເພື່ອການລົງທຶນ ໃສ່ການຖືຫຸ້ນສ່ວນຂອງລັດຖະບານໃນໂຄງການພະລັງງານໄຟຟ້າທີ່ສາມາດສ້າງລາຍຮັບໄດ້ເອງ ແລະ ກູ້ຢືມດ້ວຍ ການອອກພັນທະບັດເພື່ອດຸນ ັ ຕາສ່ວນຂອງການກູຢ ່ ດ່ຽງງົບປະມານໂດຍລວມ. ດັ່ງນັ້ນ ຈິ່ງເຮັດໃຫ້ອດ ື ສອງຝ່າຍທຽບ ້ ມ ໃສ່ໜີ້ສິນພາຍນອກຂອງພາກລັດ ແລະ ໜີ້ສິນພາຍນອກທີ່ມີລັດຄ້ຳປະກັນ (PPG) ເພີ່ມຂຶ້ນຈາກ 57 ສ່ວນຮ້ອຍ ໃນປີ 2012 ມາເປັນ 60 ສ່ວນຮ້ອຍ ໃນປີ 2015 ໃນຂະນະທີ່ອັດຕາສ່ວນຂອງການກູ້ຢືມທີ່ມີເງື່ອນໄຂຕາມຕະ ຫຼາດ (ໃນຮູບແບບຂອງພັນທະບັດດ້ວຍອັດຕາດອກເບ້ຍສູງກວ່າ ແລະ ໄລຍະການຊໍາລະຄືນສັ້ນກວ່າ) ເພີ່ມ ຂຶ້ນປະມານ 14 ສ່ວນຮ້ອຍ ຈາກທີ່ບໍ່ມີການກູ້ຢືມດັ່ງກ່າວໃນຫຼາຍປີຜ່ານມາ. ການເພີ່ມຂຶ້ນຂອງການເອື່ອຍອີງໃສ່ ການກູ້ຢືມທີ່ມີລະດັບຜ່ອນຜັນຫຼຸດລົງ ອາດສົ່ງຜົນເຖິງພາລະການຊໍາລະໜີ້ສິນ. ໃນປະຈຸບັນ, ສປປ ລາວ ນໍາໃຊ້ ງົບປະມານເພື່ອການຊໍາລະໜີ້ (ຊໍາລະຕົ້ນທຶນແລະດອກເບ້ຍ) ກວມປະມານ 2,1 ສ່ວນຮ້ອຍ ຂອງ GDP; ອັດຕາ ສ່ວນດັ່ງກ່າວຄາດວ່າຈະເພີ່ມຂຶ້ນຕື່ມອີກ ຍ້ອນວ່າພັນທະບັດກໍ່ເລີ່ມ ຮອດກໍານົດເວລາ. ອີກດ້ານໜຶ່ງ ເຖິງແມ່ນວ່າຈະ ມີຄວາມຕ້ອງການຈາກຕະຫຼາດຕໍ່ກັບພັນທະບັດຂອງລັດຖະບານ ລາວ ແຕ່ການອອກພັນທະບັດດັ່ງກ່າວຍັງຢູ່ໃນຕະ ຫຼາດທຶນຂອງໄທເປັນສ່ວນໃຫຍ່ ຊຶ່ງກໍ່ອາດຈະໄດ້ຮັບຜົນກະທົບ ເນື່ອງຈາກສະພາບຄວາມບໍ່ແນ່ນອນໃນເສດຖະກິດ ພາຍນອກໃນປະຈຸບັນ. 15. ການເພີ່ມຂຶ້ນຂອງໜີ້ສິນພາກລັດ ແລະ ການກ້າວໄປສູ່ການກູ້ຢືມທີ່ມີອັດຕາຜ່ອນຜັນໜ້ອຍລົງອາດເປັນ ການທົດສອບຄວາມສາມາດໃນອະນາຄົດ ຂອງງົບປະມານໃນການຊໍາລະໜີ້ສິນ. ອີງຕາມການປະເມີນຄວາມຍືນຍົງ ດ້ານໜີ້ສິນ ປີ 2014 (2014 Debt Sustainability Analysis), ສປປ ລາວ ຖືກຈັດເຂົ້າໃນປະເທດທີ່ມີຄວາມສ່ຽງ ດ້ານພາລະໜີ້ສິນລະດັບປານກາງ ແຕ່ໃກ້ຈະມີຄວາມສ່ຽງລະດັບສູງ10 ແລະ ການເພີ່ມຂຶ້ນຂອງໜີ້ສິນພາກລັດເຮັດ ໃຫ້ມູນຄ່າໜີ້ທີ່ຕ້ອງຊໍາລະສູງຂຶ້ນ. ໜີ້ສິນພາກລັດທັງໝົດແມ່ນ 7,7 ຕື້ ຫຼື 65 ສ່ວນຮ້ອຍ ຂອງ GDP ໃນປີ 2015. ການຊໍາລະໜີ້ພາຍນອກ (ທັງຕົ້ນ ແລະ ດອກ) ໄດ້ເພີ່ມຂຶ້ື້ນສູງກວ່າ 60 ສ່ວນຮ້ອຍ ຈາກ 150 ລ້ານໂດລາ (ປະມານ 1,7 ສ່ວນຮ້ອຍ ຂອງ GDP ໃນສົກປີ 2012/13) ມາເປັນ ປະມານ 250 ລ້ານໂດລາ ໃນສົກປີ 2014/15 (2,1 ສ່ວນຮ້ອຍ ຂອງ GDP). ສະນັ້ນ ຕ້ອງມີນະໂຍບາຍຄຸ້ມຄອງໜີ້ສິນພາກລັດໃຫ້ພາລະໜີ້ສິນຢູ່ໃນລະດັບຄົງທີ່ ແລະ ຄ່ອຍຫຼຸດລົງໃນອັດຕາທີ່ສອດຄ່ອງກັບຄວາມຍືນຍົງຂອງງົບປະມານ. ຕໍ່ບັນຫາດັ່ງກ່າວນີ້ ມັນຮຽກຮ້ອງໃຫ້ມີການຫຼຸດ ຜ່ອນການຂາດດຸນງົບປະມານ ໂດຍການປັບປຸງການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບ. 10 ອີງໃສ່ການວິເຄາະການຄຸ້ມຄອງໜີ້ິຮ່ວມກັນລະຫວ່າງ IMF-WB, 2014 ບົດທີ IV ການປຶກສາຫາລື - ການລາຍງານຂອງ ພະນັກງານລັດ(on joint IMF-WB Debt Sustainability Analysis, 2014 Article IV Consultation - Lao PDR Staff Report). 24 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 25 ດຸນການຊໍາລະກັບຕ່າງປະເທດ 16. ການຂາດດຸນບັນຊີຊໍາລະປົກກະຕິ ຄາດວ່າຈະເພີ່ມຂຶ້ນເລັກນ້ອຍ ເນື່ອງຈາກຄວາມຕ້ອງການຈາກຕ່າງ ປະເທດ ແລະ ລາຄາສິນຄ້າຫຼຸດລົງ. ການຂາດດຸນການຄ້າໄດ້ເພີ່ມຂຶ້ນ ເນື່ອງຈາກວ່າຄວາມຕ້ອງການຈາກຕ່າງ ປະເທດຫຼຸດລົງ ແລະ ລາຄາຂອງໂລຫະທີ່ຕົກຕໍ່າເຮັດໃຫ້ມູນຄ່າການສົ່ງອອກລວມຫຼຸດລົງຫຼາຍກວ່າການຫຼຸດ ລົງຂອງມູນຄ່າການນໍາເຂົ້າລວມ ຍ້ອນລາຄານ້ຳມັນຫຼຸດລົງ. ອີກດ້ານໜຶ່ງ, ຂະແໜງທ່ອງທ່ຽວທີ່ມີການຂະຫຍາຍ ຕົວແຮງ (ສ້າງລາຍຮັບປະມານ 600 ລ້ານໂດລາ) ຄາດວ່າຈະເຮັດໃຫ້ບັນຊີຂອງຂະແໜງບໍລິການເກີນດຸນ. ສໍາລັບດຸນລາຍຮັບ, ເຖິງວ່າການສົ່ງຜົນກໍາໄລກັບຄືນປະເທດຂອງການລົງທຶນຈາກຕ່າງປະເທດ ຫຼຸດລົງເຮັດໃຫ້ກະ ແສເງິນໄຫຼອອກຫຼຸດລົງ (ສ່ວນໃຫຍ່ແມ່ນຈາກສອງບໍລິສັດຫຼັກທີ່ຂຸດຄົ້ນແຮ່ທາດ) ແຕ່ກໍ່ຍັງມີການໄຫຼອອກຂອງທຶນ ຍ້ອນການຊໍາລະໜີ້ສິນຕ່າງປະເທດ. ດັ່ງນັ້ນ, ການຂາດດຸນບັນຊີຊໍາລະປົກກະຕິຈິ່ງຄາດວ່າຈະເພີ່ມຂຶ້ນຈາກ 11,2 ສ່ວນຮ້ອຍ ໃນປີກ່ອນ ມາເປັນ 11,6 ສ່ວນຮ້ອຍ ໃນປີ 2015. ການດຸ່ນດ່ຽງການຂາດດຸນຊໍາລະກັບຕ່າງປະເທດ ດັ່ງກ່າວ ແມ່ນໂດຍຈາກການລົງທຶນໂດຍກົງຈາກຕ່າງປະເທດ ຊຶ່ງສ່ວນໃຫຍ່ແມ່ນມາລົງທຶນໃນຂະແໜງພະລັງງານ ແລະ ການເພີ່ມຂຶ້ນຂອງການກູ້ຢືມຈາກຕ່າງປະເທດເຮັດໃຫ້ຄັງສໍາຮອງເພີ່ມຂຶ້ນເລັກນ້ອຍໃນທ້າຍປີ. ຮູບສະແດງ14: ດຸ່ນດ່ຽງກັບຕ່າງປະເທດ (ສ່ວນຮ້ອຍຂອງ GDP) ແຫຼ່ງຂໍ້ມູນ:ຂໍ້ມູນຈາກປະເທດຄູ່ຄ້າ 17. ການສົ່ງອອກຜະລິດຕະພັນໄປສາມປະເທດປາຍທາງຕົ້ນຕໍ11ຄາດວ່າຈະຫຼຸດລົງປະມານ 10 ສ່ວນຮ້ອຍ. ຄູ່ຄ້າຕົ້ນຕໍຂອງ ສປປ ລາວ ແມ່ນປະເທດໄທ, ຈີນ ແລະ ຫວຽດນາມ ໃນນັ້ນການຄ້າກັບຈີນມີອິດທິພົນຫຼາຍຂຶ້ນຕໍ່ດຸນ ດ່ຽງພາຍນອກ ແລະ ເສດຖະກິດໂດຍລວມ (ກ່ອງ 3). ການສົ່ງອອກໄປປະເທດປາຍທາງເຫຼົ້່ານີ້ຫຼຸດລົງເປັນ 3,7 ຕື້ໂດລາ ໃນປີ 2015 ຍ້ອນການສົ່ງອອກກະສິກໍາຫຼຸດລົງ, ລວມທັງການສົ່ງອອກໄມ້ໄປປະເທດຈີນ ແລະ ຫວຽດນາມ ຈາກທີ່ເຄີຍມີການສົ່ງອອກສູງໃນສອງປີທີ່ຜ່ານມາ ພ້ອມນີ້ການສົ່ງອອກແຮ່ທາດກໍ່ຫຼຸດລົງເນື່ອງຈາກລາຄາຄໍາ ແລະ ທອງຕົກຕໍ່າ (ເຖິງວ່າຈະມີຜົນຜະລິດສູງຂຶ້ນ). ສະເລ່ຍແລ້ວ, ໃນປີ 2015 ລາຄາທອງ ແລະ ຄໍາຫຼຸດລົງ 20 ສ່ວນຮ້ອຍ ແລະ 8 ສ່ວນຮ້ອຍ ຕາມລໍາດັບ ເຖິງວ່າຜົນຜະລິດທອງທີ່ເພີ່ມຂຶ້ນປະມານ 5 ສ່ວນຮ້ອຍ (ເພີ່ມຈາກ 159.676 ໂຕນ ໃນປີ 2014 ມາເປັນ 167.700 ໂຕນ ໃນປີ 2015) ແລະ ຜົນຜະລິດຄໍາເພີ່ມຂຶ້ນ 30 ສ່ວນຮ້ອຍ (ເພີ່ມຈາກ 168.000 ອອນ ໃນປີ 2014 ມາເປັນ 221.000 ອອນ ໃນປີ 2015) ລາຍຮັບຈາກການສົ່ງອອກແຮ່ທາດທຽບໃສ່ປີຜ່ານມາຫຼຸດ ລົງປະມານ 9 ສ່ວນຮ້ອຍເປັນ ປະມານ 1,2 ຕື້ໂດລາ. ການສົ່ງອອກໄຟຟ້າກໍ່ຄົງທີ່ ເນື່ອງຈາກການສົ່ງອອກພະລັງງານ ຈາກສອງພາກສ່ວນຂອງຫົງສາລິກໄນທີ່ສາມາດທົດແທນການສົ່ງອອກໄຟຟ້າຈາກພະລັງນ້ຳທີ່ປະຕິບັດໄດ້ຕໍ່າກວ່າ ແຜນ ເນື່ອງຈາກສະພາບອາກາດບໍ່ອໍານວຍ. ການສົ່ງອອກໄຟຟ້າໄປປະເທດໄທ, ຊຶ່ງເປັນຕະຫຼາດສົ່ງອອກຕົ້ນຕໍ, ໄດ້ເພີ່ມຂຶ້ນ 4 ສ່ວນຮ້ອຍ ທາງດ້ານບໍລິມາດ ແລະ ສ້າງລາຍຮັບໄດ້ 577 ລ້ານໂດລາ ໃນປີ 2015. ອີກດ້ານໜຶ້່ງທີ່ສໍາຄັນ, ການສົ່ງອອກຜົນຜະລິີດຈາກອຸດສາຫະກໍາການຜະລິດທີ່ທັນສະໄໝ, ໂດຍສະເພາະການສົ່ງອອກຊິ້ນສ່ວນ-ອາໄຫລ່ ໄປປະເທດໄທ ໄດ້ເພີ່ມຂຶ້ນຈາກ 150 ລ້ານໂດລາ ໃນປີກ່ອນ ມາເປັນປະມານ 300 ລ້ານໂດລາ ໃນປີ 2015, ເຖິງວ່າຮອດໃນປະຈຸບັນ ບໍລິສັດທີ່ມາລົງທຶນໃຫ້ຢູ່ໃນສອງເຂດເສດຖະກິດພິເສດຍັງມີຈໍານວນໜ້ອຍຢູ່ (ເບິ່ງກ່ອງ 1). 11 ອີງຕາມຂໍ້ມູນຈາກສາມປະເທດຄູ່ຄ້າຕົ້ນຕໍ, ໄທ, ຈີນ ແລະ ຫວຽດນາມ. 26 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 18. ການນໍາເຂົ້າຫຼຸດລົງຫຼາຍ ເນື່ອງຈາກລາຄານໍ້າມັນຕົກຕໍ່າ ແລະ ການນໍາເຂົ້າເຄື່ອງຈັກ ຈາກຈີນຫຼຸດລົງ. ການ ກໍ່ສ້າງໂຄງການໃຫຍ່ໆຈໍານວນໜຶ່ງໄດ້ສໍາເລັດລົງ ລວມທັງ ໂຄງການຜະລິດພະລັງງານໄຟຟ້າຫົງສາລິກໄນ ໄດ້ເຮັດ ໃຫ້ການນໍາເຂົ້າເພື່ອການລົງທຶນຫຼຸດລົງ 25 ສ່ວນຮ້ອຍ ໃນປີ 2015. ລາຄານ້ຳມັນກໍ່ຫຼດລົງ 47 ສ່ວນຮ້ອຍ ໃນປີ 2015 ທຽບໃສ່ປີທີ່ຜ່ານມາ. ເນື່ອງຈາກການນໍາເຂົ້ານ້ຳມັນກວມ 20 ສ່ວນຮ້ອຍ ຂອງການນໍາເຂົ້າຂອງ ສປປ ລາວ, ລາຄານ້ຳມັນທີ່ຕົກຕໍ່າຄືດັ່ງກ່າວອາດເປັນປະໂຫຍດສໍາລັບຜຸ້ຜະລິດລາວ. ຮູບສະແດງ15: ການສົ່ງອອກຜະລິດຕະພັນ ຮູບສະແດງ 16: ການນໍາເຂົ້າຜະລິດຕະພັນ (ລ້ານໂດລາ ສຫລ) (ລ້ານໂດລາ ສຫລ) ແຫຼ່ງຂໍ້ມູນ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫຼ່ງຂໍ້ມູນ: ການຄາດຄະເນຂອງທີມງານ WB ອີງໃສ່ຂໍ່ມູນຈາກລັດຖະບານ (MOIC)ແລະ ປະເທດຄູ່ຄ້າ 19. ການເພີ່ມຂຶ້ນຂອງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການກູ້ຢືມຈາກຕ່າງປະເທດ ເຮັດໃຫ້ຄັງສໍາ ຮອງເງິນຕາຕ່າງປະເທດເພີ່ມຂຶ້ນ. ກະແສທຶນໄຫຼເຂົ້າ (ຈາກ FDI ແລະ ການກູ້ຢືມ) ຍັງສາມາດປັບຕົວໄດ້ໂດຍເຫັນໄດ້ ຈາກການລົງທຶນໃນຂະແໜງພະລັງງານ ແລະ ການພັດທະນາອະສັງຫາລິມະຊັບ, ແລະ ການກູ້ຢືມຈາກຕ່າງປະເທດ (ການອອກພັນທະບັດ) ຊ່ວຍເຮັດໃຫ້ຄັງສໍາຮອງເພີ່ມຂຶ້ນ. ຮອດເດືອນທັນວາ 2015, ຄັງສໍາຮອງມີເກືອບ 990 ລ້ານໂດລາ, ເພີ່ມຂຶ້ນຈໍານວນ 170 ລ້ານໂດລາຈາກທ້າຍປີກ່ອນ, ແຕ່ຍັງຕໍ່າກວ່າຄັງສໍາຮອງລະດັບສູງສຸດທີ່ປະ ຕິບັດໄດ້ໃນເດືອນ ມິຖຸນາ 2015 ປະມານ 16 ສ່ວນຮ້ອຍ (ຍ້ອນສ່ວນໜຶ່ງໄດ້ຮັບເງິນຈາກການອອກພັນທະບັດ ໃນສົກປີ 2014/15). ຄັງສໍາຮອງໃນລະດັບທ້າຍປີດັ່ງກ່າວຄາດວ່າຈະສາມາດກຸ້ມການນໍາເຂົ້າທີ່ບໍ່ຕິດພັນກັບຂະ ແໜງທີ່ຂຶ້ນກັບຊັບພະຍາກອນທໍາມະຊາດໄດ້ 3,4 ເດືອນ. ການປະຕິບັດຕົວຊີ້ວັດດັ່ງກ່າວຈະໄດ້ສູງກວ່ານີ້ ຖ້າລວມ ເອົາຊັບສິນຕ່າງປະເທດໃນບັນດາທະນາຄານທຸລະກິດເຂົ້ານໍາ; ຢ່າງໃດກໍ່ຕາມ ຄັງສໍາຮອງໃນລະດັບດັ່ງກ່າວສະແດງ ໃຫ້ເຫັນວ່າດຸນຊໍາລະກັບຕ່າງປະເທດຍັງອ່ອນໄຫວຢູ່ ໂດຍສະເພາະແມ່ນໃນແວດລ້ອມທີ່ເສດຖະກິດພາຍນອກບໍ່ມີ ຄວາມແນ່ນອນ ແລະ ອັດຕາແລກປ່ຽນທີ່ເໜັງຕີງໃນກອບແຄບຢູ່. ການເພີ່ມຂຶ້ນຂອງລະດັບຄັງສໍາຮອງ ໂດຍການ ຫຼຸດຜ່ອນການຂາດດຸນງົບປະມານ ຈະສາມາດເພີ່ມທະວີການແກ້ໄຂຜົນກະທົບກະທັນຫັນໄດ້ ແລະ ມີຄວາມສໍາຄັນ ຫຼາຍຕໍ່ການຮັກສາເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ມີສະຖຽນລະພາບ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 27 ຮູບສະແດງ 17: ຄວາມສາມາດກຸ້ມການນໍາເຂົ້າຂອງຄັງສໍາຮອງ (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: ການຄາດຄະເນຂອງທີມງານ WB ອີງໃສ່ຂໍ່ມູນຈາກລັດຖະບານ (MOIC)ແລະ ປະເທດຄູ່ຄ້າ ກ່ອງ 3: ສາຍພົວພັນລະຫວ່າງເສດດຖະກິດຈີນແລະເສດຖະກິດຂອງລາວ ສປປ ລາວ ມີສາຍພົວພັນທາງດ້ານເສດຖະກິດກັບຈີນຢ່າງສະໜິດແໜ້ນຍ້ອນປະເທດຈິນເປັນປະເທດຄູ່ ຄ້າໃຫຍ່ອັນດັບທີສອງ ຂອງລາວ ແລະ ເປັນຜຸ້ລົງທຶນ ແລະ ຜູ້ໃຫ້ທຶນກູ້ຢືມຫຼາຍທີ່ສຸດໃນ ສປປ ລາວ. ດັ່ງນັ້ນ ໃນລະດັບໃດໜຶ່ງ ຄວາມບໍ່ແນ່ນອນໃນເສດຖະກິດຂອງຈີນ ແລະ ຄວາມສ່ຽງທີ່ເສດຖະກິດດັ່ງກ່າວຈະຂະ ຫຍາຍຕົວຊ້າລົງຈະເຮັດໃຫ້ ສປປ ລາວ ໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມ, ໂດຍສະເພາະແມ່ນ ທາງດ້ານການຄ້າ ແລະ ລາຄາສິນຄ້າ. ດ້ານການຄ້າ ແລະ ການທ່ອງທ່ຽວ ສປ ຈີນ ເປັນປະເທດຄູ່ຄ້າທີ່ໃຫຍ່ທີ່ສອງຂອງ ສປປ ລາວ, ກວມປະມານ 25 ສ່ວນຮ້ອຍ ຂອງການຄ້າທັງໝົດ (ທັງການນໍາເຂົ້າແລະສົ່ງອອກ). ນອກນັ້ນ, ຈີນຍັງກວມອັດຕາສ່ວນສູງທາງການລົງທຶນ ໃນ ສປປ ລາວ ແລະ ເປັນຕະຫຼາດສົ່ງອອກໃຫຍ່ ຂອງສິນຄ້າກະສິກໍາ, ໄມ້ ແລະ ແຮ່ທາດຂອງລາວ. ອີງຕາມສະຖິຕິທາງ ດ້ານການຄ້າຂອງຈີນ, ກະແສການຄ້າຂອງຈີນກັບລາວໄດ້ຫຼຸດລົງປະມານ 28 ສ່ວນຮ້ອຍ ໃນປີ 2015 ທຽບໃສ່ປີຜ່ານມາ, ເນື່ອງຈາກການນໍາເຂົ້າໄມ້ຈາກ ສປປ ລາວ ຫຼຸດລົງຈາກປີຜ່ານມາທີ່ມີການນໍາເຂົ້າສູງຫຼາຍ ແລະ ລາຍຮັບຈາກຂະແໜງບໍ່ແຮ່ກໍ່ຫຼຸດລົງ ຍ້ອນລາຄາແຮ່ທາດຫຼຸດລົງ ໃນຂະນະທີ່ມູນຄ່າການນໍາເຂົ້າກໍ່ຫຼຸດ ລົງເຊັ່ນກັນເນື່ອງຈາກໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ນໍາໃຊ້ອຸປະກອນນໍາເຂົ້າຈາກຈີນໄດ້ສໍາເລັດລົງ, ລວມທັງໂຄງການຫົງສາລິກໄນ. ດ້ານການສົ່ງອອກການບໍລິການ, ສປ ຈີນ ເປັນໜຶ່ງໃນສິບປະເທດທີ່ສ້າງລາຍ ຮັບສູງທີ່ສຸດໃນຂະແໜງທ່ອງທ່ຽວຂອງ ສປປ ລາວ. ນັກທ່ອງທ່ຽວຈາກຈີນກວມອັດຕາສ່ວນ 12 ສ່ວນຮ້ອຍ ຂອງນັກທ່ອງທ່ຽວທີ່ເຂົ້າມາໃນ ສປປ ລາວ ທັງໝົດ ໃນສາມໄຕມາດຂອງປີ 2015, ເພີ່ມຂຶ້ນກວ່າ 46 ສ່ວນຮ້ອຍ ທຽບໃສ່ປີຜ່ານມາ ເຖິງວ່າເສດຖະກິດຂອງຈີນຈະຂະຫຍາຍຕົວຊ້າລົງກໍ່ຕາມ. 28 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ຮູບສະແດງ 18: ອັດຕາສ່ວນດ້ານການຄ້າກັບຈີນ ຮູບສະແດງ19: ການເພີ່ມຂຶ້ນຂອງນັກທ່ອງທ່ຽວແບ່ງ (ສ່ວນຮ້ອຍ) ຕາມສັນຊາດ 2012-2015 (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: ການຄາດຄະເນຂອງທີມງານ WB ອີງໃສ່ຂໍ່ມູນຈາກ ລັດຖະບານ (MOIC)ແລະ ປະເທດຄູ່ຄ້າ ແຫຼ່ງຂໍ້ມູນ: BOLແລະ ການຄາດຄະເນຂອງທີມງານ WB ການລົງທຶນ ສປ ຈີນ ເປັນໜຶ່ງໃນບັນດາປະເທດທີ່ມີການລົງທຶນຫຼາຍທີ່ສຸດໃນ ສປປ ລາວ ຢູ່ຫຼາຍຂະແໜງການ. ການ ລົງທຶນຂອງຈີນລວມມີ ສອງບໍລິສັດຂຸດຄົ້ນບໍ່ແຮ່ທີ່ໃຫຍ່ທີ່ສຸດ (ໂດຍຍັງຄົງການບໍລິຫານໂດຍອົດສະຕາລີ), ການລົງທຶນໃນຂະແໜງພະລັງງານ, ກະສິກໍາ, ທະນາຄານ ແລະ ການຄ້າ ລວມທັງການກໍ່ສ້າງອະສັງຫາລິມະຊັບ. ເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າຈໍານວນຫຼວງຫຼາຍແມ່ນການລົງທຶນຈາກຈີນສ່ວນໜຶ່ງ ຫຼື ບາງໂຄງການກໍ່ ແມ່ນການລົງທຶນຈາກຈີນທັງໝົດ. ສະນັ້ນ ຈິ່ງມີທະນາຄານຈາກຈີນມາຕັ້ງສາຂາ ແລະ ມີຊັບສິນເພີ່ມຂຶ້ນໃນ ສປປ ລາວ ໃນວ່າງບໍ່ດົນນີ້. ແຮງງານຈີນກໍ່ໄດ້ເຂົ້າມາເຮັດວຽກໃນໂຄງການຂະໜາດໃຫຍ່ ເຊັ່ນ: ໂຄງການ ໃນຂະແໜງພະລັງງານ ແລະ ກໍ່ສ້າງໂຄງລ່າງ ກໍ່ຄືບັນດາໂຄງການອະສັງຫາລິມະຊັບ, ບາງສ່ວນກໍ່ຍ້າຍ ເຂົ້າມາອາໄສຢູ່ ສປປ ລາວ ເພື່ອຊອກໂອກາດທາງທຸລະກິດ. ເສດຖະກິດຈີນທີ່ຂະຫຍາຍຕົວຊ້າລົງອາດສົ່ງຜົນ ກະທົບຕໍ່ການລົງທຶນ ໃນແຜນຈໍານວນໜຶ່ງທີ່ບໍ່ທັນມີງົບປະມານຮອງຮັບ. ໜີ້ສິນຕ່າງປະເທດ ສປປ ລາວ ມີການຂາດດຸນບັນຊີຊໍາລະປົກກະຕິສູງ ຊຶ່ງຖືກດຸ່ນດ່ຽງ ຈາກການລົງທຶນຕ່າງປະເທດ (ສ່ວນໃຫຍ່ໃນຂະແໜງພະລັງງານ) ແລະ ການເພີ່ມການກູ້ຢືມ ໂດຍທີ່ມີ ຈີນເປັນປະເທດໜຶ່ງທີ່ມີຄວາມສໍາ ຄັນຍ້ອນວ່າ ເປັນທັງຜູ້ລົງທຶນ ແລະ ຜູ້ໃຫ້ເງິນກູ້ຢືມ. ຍອດລວມໜີ້ສິນພາກລັດແມ່ນ 65 ສ່ວນຮ້ອຍ ຂອງ GDP. ໃນນັ້ນ, ຍອດ ໜີ້ສິນກັບຈີນກວມ 44 ສ່ວນຮ້ອຍ ໃນປີ 2015 ເພີ່ມຈາກ 35 ສ່ວນຮ້ອຍ ໃນສາມປີທີ່ຜ່ານມາ. ການສືບຕໍ່ປຶກສາຫາລືກ່ຽວກັບໂຄງການກໍ່ສ້າງໂຄງລ່າງຂະໜາດໃຫຍ່ກໍ່ອາດເຮັດໃຫ້ບົດບາດຂອງການລົງທຶນ ຈາກຈີນ ແລະ ການກູ້ຢືມຈາກຈີນໃຫ້ແກ່ ສປປ ລາວ ເພີ່ມສູງຂຶ້ນ. ແຫຼ່ງຂໍ້ມູນ: ຂໍ້ມູນຈາກລັດຖະບານ, ປະເທດຄູ່ຄ້າ ແລະ ການຄາດຄະເນຂອງທີມງານWB ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 29 ອັດຕາແລກປ່ຽນ 20. ທະນາຄານກາງ ໄດ້ສືບຕໍ່ປະຕິບັດນະໂຍບາຍຮັກສາສະຖຽນລະພາບຂອງຄ່າເງິນກີບດ້ວຍການຄຸ້ມຄອງ ການເໜັງຕີງຂອງອັດຕາແລກປ່ຽນເງິນກີບຕໍ່ເງິນໂດລາໃນກອບທີ່ແຄບ. ເພື່ອປະຕິບັດນະໂຍບາຍຂອງທະນາຄານ ແຫ່ງ ສປປ ລາວ ກ່ຽວກັບການຮັກສາສະຖຽນລະພາບສະກຸນເງິນກີບຂອງລາວ, ເງິນກີບຈິ່ງອ່ອນຄ່າລົງພຽງແຕ່ 1 ສ່ວນຮ້ອຍ ຕໍ່ໂດລາ ໃນປີ 2015 ທຽບໃສ່ຄ່າເງິນສະເລ່ຍໃນປີຜ່ານມາ ແລະ ບໍ່ມີການເໜັງຕີງແຮງຕະຫຼອດປີ. ຍ້ອນ ວ່າຄ່າເງິນຂອງປະເທດໃນພາກພື້ນອ່ອນຄ່າທຽບໃສ່ໂດລາ, ຮອດເດືອນ ທັນວາ ອັດຕາແລກປ່ຽນເງິນກີບຕໍ່ບາດແຂງ ຄ່າຂຶ້ນ 8 ສ່ວນຮ້ອຍ ແລະ ເງິນກີບຕໍ່ເງິນດົງ ແຂງຄ່າຂຶ້ນ 6 ສ່ວນຮ້ອຍ ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ. ທ່າ ອ່ຽງດັ່ງກ່າວຈະຍັງສືບຕໍ່ຮອດຕົ້ນປີ 2016. ທ້າຍເດືອນ ກຸມພາ 2016, ເງິນກີບຕໍ່ໂດລາອ່ອນຄ່າລົງ 0,3 ສ່ວນຮ້ອຍ ແຕ່ແຂງຄ່າ 9 ສ່ວນຮ້ອຍ ຕໍ່ກັບເງິນບາດ ທຽບໃສ່ປີທີ່ຜ່ານມາ. 21. ໃນສະພາບທີ່ຄວາມກົດດັນດ້ານອັດຕາເງິນເຟີ້ຕໍ່າໃນ ສປປ ລາວ ແລະ ໃນພາກພື້ນ, ດັດຊະນີເງິນກີບ ປັບລາຄາ (Real Effective Exchange Rate) ຈະສືບຕໍ່ແຂງຄ່າ. ໃນເດືອນ ພະຈິກ 2015 ດັດຊະນີເງິນກີບປັບລາຄາ REER ແຂງຄ່າຂຶ້ນເຖິງ 11 ສ່ວນຮ້ອຍ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຊຶ່ງເຮັດໃຫ້ເງິນກີບແຂງຄ່າຂຶ້ນຕື່ມ. ດັດຊະນີເງິນກີບປັບລາຄາ ທີ່ສືບຕໍ່ແຂງຄ່າ ພ້ອມທັງຂໍ້ຫຍຸ້ງຍາກໃນດ້ານການຜະລິດ ແລະ ການດໍາເນີນທຸລະກິດຈະ ຫຼຸດຜ່ອນຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ໃນການສົ່ງອອກສິນຄ້າ; ເຖິງວ່າຄ່າແຮງຂັ້ນຕໍ່າໄດ້ເພີ່ມຂຶ້ນ ມາເປັນ 115 ໂດລາ ຕໍ່ເດືອນແລ້ວ ແຕ່ກໍ່ຍັງຢູ່ໃນລະດັບທີ່ສາມາດແຂ່ງຂັນໄດ້. ຮູບສະແດງ 20: ອັດຕາແລກປ່ຽນເງິນກີບ ແຫຼ່ງຂໍ້ມູນ: BOL ຮູບສະແດງ 21: ດັດຊະນີເງິນກີບປັບລາຄາ REER ແຫຼ່ງຂໍ້ມູນ:www.bis.org 30 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ຂະແໜງເງິນຕາ 22. ການຂະຫຍາຍຕົວຂອງສິນເຊື່ອໄດ້ເພີ່ມຂຶ້ນເລັກນ້ອຍໃນໄລຍະຫົກເດືອນທ້າຍປີ ສ່ວນໜຶ່ງອາດແມ່ນຍ້ອນ ມາດຕະການ ທີ່ ທຫລ ວາງອອກໃນການຫຼຸດຜ່ອນອັດຕາດອກເບ້ຍນະໂຍບາຍ (policy rates) ແລະ ປັບຫຼຸດ ອັດຕາດອກເບ້ຍຂອງທະນາຄານທຸລະກິດລົງ. ຫຼັງຈາກສິນເຊື່ອໄດ້ເພີ່ມຂຶ້ນເກືອບ 60 ສ່ວນຮ້ອຍ ໃນກາງປີ 2012, ອັດຕາການປ່ອຍກູ້ໄດ້ຄ່ອຍໆຕໍ່າລົງປະມານ 11 ສ່ວນຮ້ອຍ ໃນເດືອນ ມິຖຸນາ 2015. ຫຼັງຈາກນັ້ນ ພາກສ່ວນກ່ຽວຂ້ອງໄດ້ອອກມາດຕະການ ເພື່ອກະຕຸ້ນການຂະຫຍາຍຕົວຂອງສິນເຊື່ອ. ທໍາອິດ, ທຫລ ໄດ້ຫຼຸດຜ່ອນ ອັດຕາດອກເບ້ຍນະໂຍບາຍລົງໃນເດືອນ ກໍລະກົດ 2015 ຈາກ 5 ສ່ວນຮ້ອຍ ມາເປັນ 4,5 ສ່ວນຮ້ອຍ, ເປັນການປັບ ອັດຕາຄັ້ງທໍາອິດພາຍຫຼັງປີ 201012. ດັ່ງນັ້ນ ຮອດ ເດືອນ ສິງຫາ, ຈິ່ງມີການປະກາດໃຊ້ນະໂຍບາຍກ່ຽວກັບອັດຕາ ດອກເບ້ຍສໍາລັບເງິນຝາກ ແລະ ເງິນກູ້ (ທີ່ຕິດພັນກັບອັດຕາເງິນເຟີ້) ສໍາລັບເງິນກີບ. ອີງຕາມລະບຽບການໃໝ່, ອັດ ຕາດອກເບ້ຍເງິນຝາກສໍາລັບເງິນກີບສູງສຸດບໍ່ເກີນອັດຕາເງິນເຟີ້ ບວກອີກ 2 ຈຸດສ່ວນຮ້ອຍ ແລະ ອັດຕາດອກເບ້ຍ ເງິນກູ້ບວກອີກບໍ່ເກີນ 4 ຈຸດສ່ວນຮ້ອຍ ທຽບໃສ່ອັດຕາດອກເບ້ຍຂອງເງິນຝາກ. ສະນັ້ນ,ອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ປະຈໍາ 1 ປີ ສໍາລັບເງິນກີບຈິ່ງຫຼຸດລົງຈາກເກືອບ 9 ສ່ວນຮ້ອຍ ແລະ 13 ສ່ວນຮ້ອຍ ຕາມລໍາດັບໃນປີ 2014 ມາເປັນ 6,13 ສ່ວນຮ້ອຍ ແລະ 10 ສ່ວນຮ້ອຍ ຕາມລໍາດັບໃນທ້າຍປີ 2015. ດ້ວຍເຫດນັ້ນຈິ່ງເຮັດໃຫ້ ອັດຕາການເພີ່ມຂຶ້ນຂອງ ເງິນຝາກປະຈໍາ ແລະ ເງິນຝາກປະຢັດສໍາລັບເງິນກີບມີອັດຕາຂະຫຍາຍຕົວຊ້າລົງຈາກ 25 ສ່ວນຮ້ອຍ ໃນເດືອນ ມິຖຸນາ ມາເປັນປະມານ 18 ສ່ວນຮ້ອຍໃນເດືອນ ທັນວາ. ອັດຕາສ່ວນສິນເຊື່ອຕໍ່ເງິນຝາກເຫັນ ວ່າຕໍ່າກວ່າ 1, ແຕ່ວ່າເງິນຝາກສ່ວນໃຫຍ່ເປັນໄລຍະສັ້ນ ເຊິ່ງ ຂະນະດຽວກັນກໍ່ຈໍາກັດຄວາມສາມາດຂອງທະນາຄານ ໃນການປ່ອຍເງິນກູ້ໄລຍະຍາວ. 23. ການປ່ອຍກູ້ໃຫ້ແກ່ຂະແໜງອຸດສາຫະກໍາເພີ່ມຂຶ້ນ ຊົດເຊີຍການຫຼຸດລົງຂອງການປ່ອຍສິນເຊຶ່ອໃນຂະ ແໜງກໍ່ສ້າງ. ຮອດເດືອນກັນຍາ 2015 ການປ່ອຍສິນເຊື່ອຂອງທະນາຄານທຸລະກິດເພີ່ມຂຶ້ນ 20 ສ່ວນຮ້ອຍ ທຽບໃສ່ປີຜ່ານມາ, ໃນນັ້ນການປ່ອຍສິນເຊື່ອໃຫ້ແກ່ຂະແໜງອຸດສາຫະກໍາກວມເຄິ່ງໜຶ່ງຂອງການເພີ່ມຂຶ້ນ, ຮອງລົງ ມາແມ່ນຂະແໜງການຄ້າ (ຄ້າຂາຍຍ່ອຍ ແລະ ຄ້າຂາຍຍົກ). ພ້ອມນັ້ນ ການປ່ອຍກູ້ໃຫ້ຂະແໜງກໍສ້າງໄດ້ຫຼຸດລົງ ໃນເດືອນ ກັນຍາ 2015 ອາດເປັນຍ້ອນມາດຕະການທີ່ເຄັ່ງຄັດທາງດ້ານການຄຸ້ມຄອງລາຍຈ່າຍຂອງລັດ ແລະ ເພື່ອແກ້ໄຂບັນຫາລາຍ ຈ່າຍທີ່ຢູ່ນອກແຜນງົບປະມານ. ຮູບສະແດງ22: ອົງປະກອບຂອງການເຕີບໂຕດ້ານສິນ ເຊື່ອແບ່ງຕາມຂະແໜງການ (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: BOL 12 ທຫລ ປະກາດຫຼຸດຜ່ອນອັດຕາດອກເບ້ຍເງິນກູ້ໄລຍະ 1 ອາທິດລົງຈາກ 5% ມາເປັນ 4,5%, ເງິນກູ້ໄລຍະ 1 ຫາ 2 ອາທິດຈາກ 6,25% ມາເປັນ 5,625% ແລະ ເງິນກູ້ໄລຍະ 1 ປີຈາກ 12,5% ມາເປັນ 11,25% (www.bol.gov.la). ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 31 ຮູບສະແດງ23: ອັດຕາການເຕີບໂຕຂອງສິນເຊື່ອ (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: BOL 24. ຂະແໜງທະນາຄານໄດ້ຂະຫຍາຍຕົວຢ່າງຈະແຈ້ງ ຍ້ອນທະນາຄານຈາກຕ່າງປະເທດມາຕັ້ງສາຂາຢູ່ ໃນ ລາວ ແລະ ທະນາຄານທີ່ຕັ້ງຢູ່ກ່ອນກໍ່ມີການຂະຫຍາຍຕົວ. ຊັບສິນໃນຂະແໜງທະນາຄານໄດ້ເພີ່ມຂຶ້ນ 57 ສ່ວນຮ້ອຍ ຈາກ 8 ຕື້ໂດລາ ໃນປີ 2013 ມາເປັນ 12 ຕື້ໂດລາ ໃນປີ 2015, ເຮັດໃຫ້ອັດຕາສ່ວນຊັບສິນໃນຂະແໜງ ທະນາຄານຕໍ່ GDP ເພີ່ມຂຶ້ນຈາກ 70 ສ່ວນຮ້ອຍ ໃນປີ 2013 ມາເປັນ ປະມານ 95 ສ່ວນຮ້ອຍ ໃນປີ 2015. ການ ເພີ່ມຂຶ້ນດັ່ງກ່າວແມ່ນຍ້ອນມີສາຂາທະນາຄານຈາກຈີນ, ໃຕ້ຫວັນ, ມາເລເຊຍ ແລະ ໄທເຂົ້າມາຕັ້ງຢູ່ໃນລາວ ຊຶ່ງເຮັດ ໃຫ້ຈໍານວນທະນາຄານທັງໝົດທີ່ຕັ້ງຢູ່ໃນລາວເພີ່ມຂຶ້ນເປັນ 40 ກວ່າແຫ່ງ. ສະນັ້ນ ອັດຕາສ່ວນຂອງຊັບສິນ ຂອງ ສາຂາທະນາຄານຕ່າງປະເທດຈິ່ງເພີ່ມຂຶ້ນຈາກປະມານ 18 ສ່ວນຮ້ອຍ ໃນປີ 2013 ມາເປັນ 26 ສ່ວນຮ້ອຍ ໃນປີ 2015, ໃນຂະນະທີ່ອັດຕາສ່ວນຂອງທະນາຄານທຸລະກິດຂອງລັດ(SOCBs) ຫຼຸດລົງຈາກ 53 ສ່ວນຮ້ອຍ ມາເປັນ 46 ສ່ວນຮ້ອຍ ໃນໄລຍະດຽວກັນ. ຢ່າງໃດກໍ່ຕາມ, ທະນາຄານທຸລະກິດຂອງລັດຍັງກວມອັດຕາສ່ວນສູງຢູ່, ກວມປະມານ 47 ສ່ວນຮ້ອຍ ຂອງເງິນກູ້ທັງໝົດໃນປີ 2015. ຄວາມພຽງພໍຂອງທຶນ (capital buffers) ຂອງບາງທະນາຄານຂອງ ລັດຕໍ່າກວ່າລະດັບມາດຖານຊຶ່ງຍັງມີຄວາມສ່ຽງຕໍ່ຂະແໜງທະນາຄານ. ການຄຸ້ມຄອງຂະແໜງທະນາຄານທີ່ພວມຂະ ຫຍາຍຕົວເປັນສິ່ງທ້າທາຍໜຶ່ງທີ່ຕ້ອງເອົາໃຈໃສ່. ຮູບສະແດງ24: ອົງປະກອບຂອງການເຕີບໂຕດ້ານຊັບສິນຂອງທະນາຄານ (ສ່ວນຮ້ອຍ) ແຫຼ່ງຂໍ້ມູນ: BOL 32 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 25. ມີການປະຕິຮູບທີ່ສໍາຄັນໃນຂະແໜງການເງິນໃນປີທີ່ຜ່ານມາ. ຕໍ່ບັນຫາການຕ້ານການຟອກເງິນ ແລະ ຕ້ານ ການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ຜູ້ກໍ່ການຮ້າຍ (anti-money laundering and counter-terrorism financing), ລັດຖະບານໄດ້ເພີ່ມຄວາມເຂັ້ມແຂງໃນດ້ານນິຕິກໍາທີ່ສໍາຄັນ (ລວມມີ ນິຕິກໍາກ່ຽວກັບການຍຶດຊັບສິນ, ການແຈ້ງເງິນສົດຂ້າມແດນ, ການໃສ່ໂທດຕໍ່ຜູ້ລະເມີດ) ແລະ ວາງແຜນທີ່ຈະຈັດປະເມີນຄວາມສ່ຽງລະດັບຊາດຂຶ້ນ ຕາມຂໍ້ສະເໜີແນະຈາກ ອົງການຕ້ານການຟອກເງິນສາກົນ (Financial Action Task Force). ເຊິ່ງໄດ້ຊ່ວຍໃຫ້ ສປປ ລາວ ຫຼຸດພົ້ນຈາກບັນຊີ “ບັນດາປະເທດທີ່ບໍ່ມີຄວາມຄືບໜ້າພຽງພໍກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (jurisdictions not making sufficient progress) ຂອງ ອົງການຕ້ານການຟອກເງິນສາກົນໄດ້. ຜົນ ການປະເມີນ ໃນອະນາຄົດແມ່ນອີງໃສ່ຄວາມຄືບໜ້າໃນການຈັດຕັ້ງປະ ຕິບັດບັນດາຂໍ້ສະເໜີແນະ ແລະ ມາດຕະການທີ່ຕົກລົງເຫັນດີຮ່ວມກັນ. 26. ໃນຂະແໜງການທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ຍົກເລີກຂໍ້ຈໍາກັດທາງດ້ານການບັນທຶກຂໍ້ ມູນລູກຄ້າເງິນກູ້ເຂົ້າໃນລະບົບຖານຂໍ້ມູນທະບຽນສິນເຊື່ອໂດຍຂະໜາດຂອງການກູ້ຢືມຕໍ່າສຸດ ແລະ ການບັນທຶກ ຂໍ້ມູນໄດ້ກວມເອົາລູກຄ້າເງິນກູ້ຫຼາຍຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວໄດ້ເຮັດໃຫ້ການປະຕິບັດຕົວຊີ້ວັດດ້ານສິນເຊື່ອຂອງ ສປປ ລາວ ດີຂຶ້ນກວ່າເກ່າຫຼາຍຢູ່ໃນບົດລາຍງານການເດີນທຸລະກິດ (Doing Business), ເຮັດໃຫ້ ສປປ ລາວ ເລື່ອນຈາກອັນດັບທີ 128 ໃນປີ 2015 ມາເປັນ ອັນດັບທີ 70 ໃນປີ 201613. ເຖິງວ່າມີການປັບປຸງໂຄງລ່າງທາງ ດ້ານຂໍ້ມູນຂ່າວສານດ້ານສິນເຊື່ອ ແຕ່ການເພີ່ມທະວີການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ກໍ່ຂຶ້ນກັບການສ້າງແວດ ລ້ອມທີ່ປົກປ້ອງສິດຂອງຜູ້ໃຫ້ສິນເຊື່ອ ແລະ ຮັບປະກັນປະສິດທິພາບໃນການປະຕິບັດຕາມສັນຍາກູ້ຢືມ. ປະເມີນທ່າອ່ຽງໃນອະນາຄົດ 27. ການເຕີບໂຕຂອງ GDP ຄາດວ່າຈະຍັງຢູ່ໃນອັດຕາຄົງທີ່, ປະມານ 7 ສ່ວນຮ້ອຍ ໃນປີ 2016. ໂຮງງານຜະ ລິດພະລັງຄວາມຮ້ອນຫົງສາລິກໄປທີ່ມີກໍາລັງ 1,878 ເມກາວັດ ຄາດວ່າຈະເລີ່ມທໍາການຜະລິດເຕັມກໍາລັງໄດ້ພາຍ ໃນປີນີ້ ບວກໃສ່ພະລັງງານທີ່ຜະລິດໄດ້ຈາກເຂື່ອນທີ່ສ້າງໃໝ່ (ປະມານ 500 ເມກາວັດ) ຈະສາມາດເພີ່ມການຜະລິດ ກະແສໄຟຟ້າໄດ້ຫຼາຍກວ່າ 30 ສ່ວນຮ້ອຍ ທຽບໃສ່ ປີ 2015. ຕົ້ນປີ 2016, ການສົ່ງອອກໄຟຟ້າໄປປະເທດໄທໄດ້ ເພີ່ມຂຶ້ນສາມເທ່າຈາກ 55 ລ້ານໂດລາ ໃນລະຫວ່າງເດືອນ ມັງກອນ ຫາ ກຸມພາ 2015 ມາເປັນ 142 ລ້ານໂດລາ ໃນໄລຍະດຽວກັນຂອງປີ 2016. ພ້ອມນັ້ນ, ການຂະຫຍາຍການຂົນສົ່ງທາງອາກາດຄາດວ່າຈະຊ່ວຍອໍານວຍໃຫ້ ມີນັກທ່ອງທ່ຽວເພີ່ມຂຶ້ນ. ງົບປະມານແຫ່ງລັດ (ການຂາດດຸນຄາດວ່າຈະເພີ່ມຂຶ້ນເປັນ 5,1 ສ່ວນຮ້ອຍ ຂອງ GDP ໃນສົກປີ 2015/16) ແລະ ການລົງທຶນຄາດວ່າຈະເພີ່ມຂຶ້ນເລັກນ້ອຍ ເນື່ອງຈາກລາຍຈ່າຍທີ່ອາດຕິດພັນກັບການຈັດ ປະຊຸມອາຊຽນຂອງ ສປປ ລາວ ໃນປີ 2016 ຈະເພີ່ມຄວາມຕ້ອງການພາຍໃນຂຶ້ນ. ການຂາດດຸນບັນຊີຊໍາລະປົກກະຕິ ຄາດວ່າຈະຫຼຸດລົງຈາກ 11,6 ສ່ວນຮ້ອຍ ຂອງ GDP ໃນປີ 2015 ມາເປັນປະມານ 10,4 ສ່ວນຮ້ອຍ ໃນປີ 2016 ຍ້ອນ ການສົ່ງອອກໄຟຟ້າທີ່ຄາດວ່າຈະເພີ່ມສູງຂຶ້ນ ແລະ ທ່າອ່ຽງການສົ່ງອອກຊິ້ນສ່ວນ-ອາໄຫຼ່ທີ່ຍັງຈະສືບຕໍ່ຂະຫຍາຍຕົວ ໃນຂະນະທີ່ລາຄານ້ຳມັນໃນຕະຫຼາດໂລກຄາດວ່າຈະຍັງສືບຕໍ່ຫຼຸດລົງໃນປີ 2016 ຊຶ່ງຈະເຮັດໃຫ້ມູນຄ່າການນໍາເຂົ້າ ຫຼຸດລົງ ຍ້ອນອັດຕາສ່ວນຂອງການນໍາເຂົ້ານ້ຳມັນກວມ 20 ສ່ວນຮ້ອຍ ຂອງການນໍາເຂົ້າທັງໝົດໃນ ສປປ ລາວ. 28. ຢ່າງໃດກໍ່ຕາມ, ຍັງມີຄວາມສ່ຽງທາງລົບຫຼາຍປະການ. ເສດຖະກິດຂອງປະເທດຄູ່ຄ້າມີການຂະຫຍາຍຕົວ ຊ້າລົງ ເປັນຕົ້ນແມ່ນຈີນ ທີ່ຄາດວ່າການເຕີບໂຕຈະຫຼຸດລົງຈາກ 6,9 ສ່ວນຮ້ອຍ ໃນປີ 2015 ມາເປັນ 6,7 ໃນປີ 2016 ແລະ ຈະຫຼຸດລົງຕື່ມອີກມາເປັນ 6,5 ສ່ວນຮ້ອຍ ໂດຍສະເລ່ຍໃນໄລຍະກາງ. ກໍລະນີທີ່ເສດຖະກິດຂອງໄທອາດຈະ ຂະຫຍາຍຕົວຊ້າກວ່າການຄາດຄະເນໃນເບື້ອງຕົ້ນ (ຊຶ່ງປະເທດໄທເປັນປະເທດປາຍທາງທີ່ແຮງງານລາວໄປເຮັດ ວຽກ, ແຫຼ່ງການລົງທຶນ ແລະ ເປັນຕະຫຼາດສົ່ງອອກໄຟຟ້າຕົ້ນຕໍຂອງລາວ) ອາດຈະມີຜົນກະທົບຕໍ່ການຄ້າ ແລະ ການລົງທຶນ (ຕາຕະລາງ 1). ພ້ອມນັ້ນ, ຄວາມສ່ຽງພາຍໃນທາງດ້ານເສດຖະກິດຄາດວ່າຈະສືບຕໍ່ເພີ່ມສູງຂຶ້ນ, ລວມ ທັງຄວາມສ່ຽງທາງດ້ານລະບົບໃນຂະແໜງທະນາຄານ. ທະນາຄານທຸລະກິດຂອງລັດບາງແຫ່ງອາດຈະຍິ່ງປະເຊີນ ຄວາມສ່ຽງ ຍ້ອນໜີ້ທີ່ບໍ່ເກີດດອກອອກຜົນ ແລະ ຄວາມພຽງພໍຂອງທຶນຍັງຈໍາກັດ. ອີງຕາມຜົນການປະເມີນຄວາມຍືນ ຍົງດ້ານໜີ້ສິນປີ 2014 (2014 Debt Sustainability Analysis), ສປປ ລາວ ແມ່ນຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງປານ ກາງທີ່ກໍາລັງຈະກ້າວໄປເປັນຄວາມສ່ຽງສູງ. ຖ້າການປະຕິບັດວິໄນດ້ານການເງິນຍັງສືບຕໍ່ເຮັດບໍ່ທັນໄດ້ດີ ກໍ່ອາດເກີດ ມີໜີ້ສິນພາກລັດສູງຂຶ້ນ. 13 ທະນາຄານໂລກ (2016) “ຜົນການວິໄຈເລື່ອງການດໍາເນີນທຸລະກິດ 2016: ການວັດແທກຄຸນນະພາບ ແລະ ປະສິດທິພາບທາງ ດ້ານລະບຽບການ”, ທະນາຄານໂລກ. ນະຄອນຫຼວງວໍຊິງຕັນ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 33 29. ໃນໄລຍະກາງ, ຂະແໜງພະລັງງານຄາດວ່າຍັງຈະສືບຕໍ່ຂະຫຍາຍຕົວແຮງເຖິງວ່າອັດຕາການເຕີບໂຕຂອງ ຂະແໜງການຈະເລີ່ມຊ້າລົງກໍ່ຕາມ ແລະ ຈະຍັງສືບຕໍ່ເປັນຂະແໜງການຫຼັກທີ່ປະກອບສ່ວນເຂົ້າໃນການບັນລຸການ ເຕີບໂຕຂອງເສດຖະກິດໃນອັດຕາປະມານ 7 ສ່ວນຮ້ອຍ. ສິ່ງທ້າທາຍສໍາລັບ ສປປ ລາວ ອາດແມ່ນການຮັກສາຕະ ຫຼາດການສົ່ງອອກໄຟຟ້າທີ່ມີການຂະຫຍາຍຕົວໄວ ແລະ ຮຽກຮ້ອງໃຫ້ມີການພັດທະນາລະບົບສາຍສົ່ງ. ລະຫວ່າງປີ 2017 ຫາ 2020, ຂະແໜງພະລັງງານຄາດວ່າຈະເປັນຂະແໜງຕົ້ນຕໍທີ່ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດ ຖະກິດ, ໂດຍຄາດວ່າຈະມີຜົນຜະລິດພະລັງງານ ຂະຫຍາຍຕົວສູງກວ່າ 15 ສ່ວນຮ້ອຍ ສະເລ່ຍຕໍ່ປີ. ຜົນຜະລິດແຮ່ ທາດຄາດວ່າຈະບໍ່ເພີ່ມຂຶ້ນ ເນື່ອງຈາກແຮ່ທາດໃນບໍ່ແຮ່ຕົ້ນຕໍນັບມື້ນັບໜ້ອຍລົງ. ສ່ວນຂະແໜງທີ່ບໍ່ຂຶ້ນກັບທໍາມະຊາດ ຄາດວ່າຈະຂະຫຍາຍຕົວເຊັ່ນກັນ ຍ້ອນຂະແໜງການທີ່ຂຶ້ນກັບທໍາມະຊາດຈະຊ່ວຍສ້າງຄວາມຕ້ອງການພາຍໃນທີ່ ຊ່ວຍໃຫ້ບາງຂະແໜງການພາຍໃນຂະຫຍາຍຕົວ ແລະ ຍ້ອນການເພີ່ມທະວີການປະຕິຮູບດ້ານແວດລ້ອມການລົງ ທຶນທີ່ເອື້ອອໍານວຍ. ການຂາດດຸນງົບປະມານຄາດວ່າຈະຄ່ອຍໆຫຼຸດລົງຕໍ່າກວ່າ 5 ສ່ວນຮ້ອຍ ຂອງ GDP ການເກັບ ອາກອນໃນຂະແໜງທີ່ບໍ່ຂຶ້ນກັບທໍາມະຊາດມີຄວາມເຂັ້ມແຂງຂຶ້ນ ແລະ ມີການປັບປຸງການຄຸ້ມຄອງທາງດ້ານການ ເງິນແຫ່ງລັດ. ການສົ່ງອອກໄຟຟ້າທີ່ຂະຫຍາຍຕົວສູງຂຶ້ນ ຈະຊ່ວຍຫຼຸດຜ່ອນການຂາດດຸນການຊໍາລະກັບຕ່າງປະ ເທດໄດ້. ຖ້າມີການລິເລີ່ມປະຕິບັດໂຄງການກໍ່ສ້າງໂຄງລ່າງ, ລວມທັງໂຄງການກໍ່ສ້າງທາງລົດໄຟຈາກຄຸນໝິງ ຫາ ສິງກະໂປ ທີ່ສ່ວນໜຶ່ງຂອງທາງລົດໄຟໄດ້ຜ່ານ ສປປ ລາວ, ຈະຊ່ວຍເຮັດໃຫ້ຂະແໜງເສດຖະກິດອື່ນໆຂະຫຍາຍ ຕົວ ເປັນຕົ້ນຂະແໜງກໍ່ສ້າງ; ພ້ອມນີ້ ກໍ່ຈະຊ່ວຍເຮັດໃຫ້ ສປປ ລາວ ໝູນໃຊ້ຄວາມໄດ້ປຽບທາງດ້ານທີ່ຕັ້ງຂອງປະ ເທດທີ່ຢູ່ໃຈກາງຂອງຂົງເຂດອິນດູຈີນໄດ້ຫຼາຍຂຶ້ນ. ຢ່າງໃດກໍ່ຕາມ, ຕ້ອງໄດ້ມີການປະເມີນໂຄງການຂະໜາດໃຫຍ່ ດັ່ງກ່າວນີ້ຢ່າງລະອຽດຕື່ມໃນດ້ານຜົນປະໂຫຍດທາງເສດຖະກິດ ແລະ ການເງິນ, ໂດຍສະເພາະແມ່ນປະເມີນທາງ ດ້ານຄວາມສ່ຽງໃນອະນາຄົດ ກໍ່ຄືຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ຕາຕະລາງ1: ຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໃນບັນດາປະເທດພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຄາດຄະເນ ຄາດຄະເນ ຄາດຄະເນ 2014 2015 2016 2017 2018 ອາຊີຕາເວັນອອກ ແລະ ປາຊີຟິກ2 6.1 5.7 5.8 5.7 5.8 ປະເທດກໍາລັງພັດທະນາໃນພາກພື້ນອາຊີຕາ ເວັນອອກ ແລະ ປາຊີຟິກ 6.8 6.5 6.3 6.2 6.2 ຈີນ 7.4 6.9 6.7 6.5 6.5 ອິນໂດເນເຊຍ 5.0 4.8 5.1 5.3 5.5 ມາເລເຊຍ 6.0 5.0 4.4 4.5 4.7 ຟີລິບປິນ 6.1 5.8 6.4 6.2 6.2 ໄທ 0.8 2.8 2.5 2.6 3.0 ຫວຽດນາມ 6.0 6.7 6.2 6.3 6.3 ກໍາປູເຈຍ 7.1 7.0 6.9 6.8 6.8 ສປປ ລາວ 7.5 7.0 7.0 7.0 6.8 ມຽນມາ 8.5 7.0 7.8 8.4 8.3 ມົງໂກລີ 7.9 2.3 0.7 2.7 6.2 ຟີຈີ 5.3 4.0 2.4 3.8 3.5 ປາປົວ ນີວກີນີ 8.5 8.6 3.0 4.1 2.9 ໝູ່ເກາະໂຊໂລມອນ 2.0 3.3 3.0 3.3 3.0 ຕີມໍ 6.0 4.3 5.0 5.5 5.5 Memo: ອາຊີຕາເວັນອອກ ຍົກເວັ້ນ ຈີນ 4.6 4.7 4.8 4.9 5.1 Memo: ປະເທດອາຊຽນ 4.4 4.4 4.6 4.8 4.9 ແຫຼ່ງຂໍ້ມູນ:World Bank’s EAP Economic Update,ເມສາ 2016 34 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ພາກທີສອງ: ປັດໄຈທີ່ມີຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກ ຍາກໃນ ສປປ ລາວ14 1. ໃນທົດສະວັດທີ່ຜ່ານມາອັດຕາຄວາມທຸກຍາກໃນ ສປປ ລາວ ໄດ້ຫຼຸດລົງ. ອີງຕາມການສໍາຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຄົວເຮືອນ 2012/13 (LECS 5), ອັດຕາຄວາມທຸກຍາກໄດ້ຫຼຸົດລົງຈາກ 33,5 ສ່ວນຮ້ອຍ ໃນສົກປີ 2002/03 ມາເປັນ 23,2 ສ່ວນຮ້ອຍ ໃນປີ 2012/13, ເຮັດໃຫ້ ສປປ ລາວ ສາມາດບັນລຸຄາດໝາຍຂອງ MDG ກ່ຽວ ກັບການຫຼຸດຜ່ອນຄວາມທຸກຍາກລົງເຄິ່ງໜຶ່ງພາຍໃນປີ 2015 (ຮູບສະແດງ 25). ໝາຍວ່າຄວາມທຸກຍາກໄດ້ຫຼຸດລົງ 0,47 ສ່ວນຮ້ອຍ ຕໍ່ການເຕີບໂຕຂອງ GDP 1 ສ່ວນຮ້ອຍ, ຊຶ່ງເປັນໜຶ່ງໃນປະເທດທີ່ມີອັດຕາຄວາມທຸກຍາກຫຼຸດລົງຊ້າ ທີ່ສຸດທຽບໃສ່ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ (ຍົກເວັ້ນປະເທດຟິລິບປີນ). ເນື່ອງຈາກອັດຕາການເຕີບໂຕຂອງເສດຖະກິດມີການປ່ຽນແປງພຽງເລັກນ້ອຍພາຍຫຼັງການສໍາຫຼວດດ້ານຄວາມທຸກ ຍາກຄັ້ງຫຼ້າສຸດ, ອັດຕາຄວາມທຸກຍາກອາດຫຼຸດລົງຕື່ມອີກ ແຕ່ອາດຫຼຸດລົງຊ້າກວ່າອັດຕາການເຕີບໂຕຂອງເສດຖະ ກິດ. 2. ການຈັດຕັ້ງປະຕິບັດຕົວຊີ້ວັດເສດຖະກິດ-ສັງຄົມອື່ນໆກໍ່ມີຄວາມຄືບໜ້າ ຊຶ່ງຊີ້ໃຫ້ເຫັນວ່າຊີວິດການເປັນ ຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນ (ຮູບສະແດງ 27). ຈໍານວນຄົວເຮືອນທີ່ຢູ່ບ້ານສ້າງດ້ວຍດິນ ຈີ່ ຫຼື ຊິເມັນ ແລະ ຄົວເຮືອນທີ່ຢູ່ບ້ານປູພື້ນດ້ວຍຊິເມັນ ຫຼື ກະໂລໄດ້ເພີ່ມຂຶ້ນເກືອບສາມເທ່າທຽບໃສ່ທົດສະວັດ ທີ່ຜ່ານມາ (ເພີ່ມຂຶ້ນຈາກ 14 ສ່ວນຮ້ອຍ ໃນສົກປີ 2002/03 ມາເປັນ 41 ສ່ວນຮ້ອຍ ໃນສົກປີ 2012/13). ອັດຕາຄົວເຮືອນທີ່ມີໄຟຟ້າໃຊ້ກວມ 80 ສ່ວນຮ້ອຍ ຂອງຄົວເຮືອນທັງໝົດ ໃນປີ 2012/13 ແລະ ອັດຕາສ່ວນຄົວ ເຮືອນທີ່ບໍ່ມີວິດຖ່າຍຫຼຸດລົງເກືອບເຄິ່ງໜຶ່ງ (ຈາກ 50 ສ່ວນຮ້ອຍ ໃນສົກປີ 2002/03 ມາເປັນ 27 ສ່ວນຮ້ອຍ ໃນສົກປີ 2012/13). ພ້ອມດຽວກັນນັ້ນ, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕົ້ນໄດ້ເພີ່ມຂຶ້ນຈາກ 26,8 ສ່ວນຮ້ອຍ ໃນສົກປີ 2002/03 ມາເປັນ 50 ສ່ວນຮ້ອຍ ໃນສົກປີ 2012/13 ແຕ່ອັດຕາການເຂົ້າຮຽນໃນກຸ່ມຄົນຮັ່ງມີເພີ່ມຂຶ້ນສູງກວ່າກຸ່ມ ຄົນທີ່ທຸກຍາກ (ທະນາຄານໂລກ, 2014)15. ເຖິງວ່າຜ່ານມາຈະມີຜົນສໍາເລັດຢ່າງຫຼວງຫຼາຍ, ແຕ່ຜົນສໍາເລັດໃນ ການຈັດຕັ້ງປະຕິບັດຕົວຊີ້ວັດດັ່ງກ່າວຂອງ ສປປ ລາວ ຍັງຕໍ່າກວ່າອັດຕາສະເລ່ຍໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ຮູບສະແດງ 25. ທ່າອ່ຽງທາງດ້ານຄວາມທຸກຍາກໃນ ຮູບສະແດງ 26. ຕົວຊີ້ວັດທາງດ້ານສັງຄົມໃນ ສປປ ລາວ ໃນໄລຍະ 2002/3 – 2012/13 ສປປ ລາວ ໄລຍະ 2002/3 -2012/13 ແຫຼ່ງຂໍ້ມູນ: ທະນາຄານໂລກ (2015) 14 ທະນາຄານໂລກ (2015), “ບົດຫຍໍ້ກ່ຽວກັບນະໂຍບາຍດ້ານຄວາມທຸກຍາກໃນ ສປປ ລາວ: ປັດໄຈຕົ້ນຕໍທີ່ມີຜົນກະທົບຕໍ່ການຫຼູດ ຜ່ອນຄວາມທຸກຍາກໃນ ສປປ ລາວ”, ທະນາຄານໂລກ. ນະຄອນຫຼວງວຽງຈັນ. http://documents.worldbank.org/curated/ en/2015/12/25516130/lao-pdr-poverty-policy-notes-drivers-poverty-reduction-lao-pdr 15 ກະຊວງແຜນການ ແລະ ການລົງທຶນ (2014), “ຂໍ້ມູນກ່ຽວກັບຄວາມທຸກຍາກໃນ ສປປ ລາວ: ບົດລາຍງານດ້ານຄວາມທຸກຍາກສໍາ ລັບການສໍາຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ (Poverty Profile in Lao PDR: Poverty Report for the Lao Consumption and Expenditure Survey)”, http://documents.worldbank.org/curated/en/2015/10/25141792/ poverty-profile-lao-pdr-poverty-report-lao-consumption-expenditure-survey-20122013 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 35 ການເພີ່ມຊັບພະຍາກອນ, ໂດຍສະເພາະພື້ນຖານແມ່ນຕົ້ນທຶນດ້ານການພັດທະນາຄົນ ແລະ ຄວາມສາມາດໃນການ ເຂົ້າເຖິງທີ່ດິນທໍາການຜະລິດ ລວມທັງການສ້າງວຽກເຮັດງານທໍາໃນຂະແໜງທີ່ບໍ່ແມ່ນກະສິກໍາເປັນປັດໄຈ ທີ່ສົ່ງຜົນ ກະທົບໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ. 3. ຊີວິດການເປັນຢູ່ທີ່ດີຂຶ້ນແມ່ນເນື່ອງຈາກການອັດຕາການສໍາເລັດການສຶກສາຂັ້ນສູງຂຶ້ນ ແລະ ການຫັນ ໄປສູ່ການຈ້າງງານໃນຂະແໜງທີ່ບໍ່ແມ່ນກະສິກໍາ ກໍ່ຄືການປັບປຸງທາງດ້ານການຄົມນະນາຄົມສື່ສານ. ອັດຕາການ ສໍາເລັດການສຶກສາຂັ້ນສູງ ຂຶ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບການຂ້າມຜ່ານໄປສູ່ການສ້າງລາຍໄດ້ຈາກຂະແໜງທີ່ ບໍ່ແມ່ນກະສິກໍາ ແລະ ມີຄວາມສໍາຄັນຫຼາຍໃນການເພີ່ມລາຍຮັບໃນຂະແໜງກະສິກໍາ. ແຮງງານທີ່ຈົບຊັ້ນປະຖົມເຮັດ ໃຫ້ສະມັດຕະພາບຂອງການຜະລິດເພີ່ມຂຶ້ນໃນຂະແໜງກະສິກໍາ ໃນຂະນະທີ່ແຮງງານທີ່ຈົບຊັ້ນມັດທະຍົມຕົ້ນຊ່ວຍ ເຮັດໃຫ້ແຮງງານສາມາດເຮັດວຽກໃນຂະແໜງທີ່ບໍ່ແມ່ນກະສິກໍາເພີ່ມຂຶ້ນ. ອັນນີ້ສະແດງວ່າການເພີ່ມຊັບພະຍາກອນ ຄວາມຮູ້ ແລະ ການສ້າງໂອກາດດ້ານການຜະລິດທີ່ມີສະມັດຕະພາບ ເປັນປັດໄຈຕົ້ນຕໍທີ່ສົ່ງຜົນກະທົບຕໍ່ການຫຼຸດ ຜ່ອນຄວາມທຸກຍາກ. ໃນວ່າງມໍ່ໆມານີ້, ຂະແໜງການບໍລິການ (ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວ) ແລະ ຂະແໜງ ການຍ່ອຍຂອງອຸດສາຫະກໍາການຜະລິດທີ່ທັນສະໄໝໄດ້ມີການຂະຫຍາຍຕົວຢ່າງສັງເກດໄດ້ດັ່ງທີ່ກ້າວມາຂ້າງເທິງ ຊຶ່ງອາດເປີດໂອກາດໃນການເພີ່ມຈ້າງງານ. ພ້ອມນີ້, ການຕິດຕໍ່ສື່ສານທີ່ດີຂື້ນກວ່າເກ່າ ໂດຍຜ່ານການຂະຫຍາຍເສັ້ນ ທາງເຂົ້າເຖິງເຂດຊົນນະບົດກໍ່ເປັນປັດໄຈທີ່ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ 10 ສ່ວນຮ້ອຍ ໃນເຂດຊົນນະບົດ ທຽບໃສ່ເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ. ອີງຕາມການສໍາຫຼວດປະຊາກອນປີ 2015, ອັດຕາສ່ວນປະຊາກອນ ທີ່ຢູ່ໃນເຂດຊົນນະບົດທີ່ມີເສັ້່ນທາງເຂົ້າເຖິງເພີ່ມຂຶ້ນຈາກ 52 ສ່ວນຮ້ອຍ ໃນປີ 2005 ມາເປັນ 59 ສ່ວນຮ້ອຍ ໃນປີ 2015 ໃນຂະນະທີ່ອັດຕາສ່ວນຂອງປະຊາກອນທີ່ຢູ່ເຂດຕົວເມືອງເພີ່ມຂຶ້ນຈາກ 27 ສ່ວນຮ້ອຍ ໃນປີ 2005 ມາເປັນ ປະມານ 33 ສ່ວນຮ້ອຍ ໃນປີ 2015. ເວົ້າລວມແລ້ວ ທ່າອ່ຽງໃນປະຈຸບັນສະທ້ອນໃຫ້ເຫັນວ່າອັດຕາຄວາມທຸກຍາກ ອາດຈະຫຼຸດລົງຕື່ມອີກໃນປີ 2015. 4. ລາຍຮັ ບ ຈາກຂະແໜງກະສິ ກໍ າ ທີ່ ເ ພີ່ ມ ສູ ງ ຂຶ້ ນ ກໍ່ ເ ປັ ນ ປັ ດ ໄຈສໍ າ ຄັ ນ ໜຶ່ ງ ທີ່ ສົ່ ງ ຜົ ນ ກະທົ ບ ຕໍ່ ກ ານຫຼຸ ດ ຜ່ ອ ນ ຄວາມທຸກຍາກ. ເຖິງວ່າອັດຕາສ່ວນຂອງຂະແໜງກະສິກໍາໃນ GDP ຫຼຸດລົງຈາກ 35 ສ່ວນຮ້ອຍ ໃນທົດສະວັດ ທີ່ຜ່ານມາ ມາເປັນ 24 ສ່ວນຮ້ອຍ ໃນປີ 2015 ແລະ ສະມັດຕະພາບການຜະລິດກະສິກໍາຍັງຕໍ່າທຽບໃສ່ບັນ ດາປະເທດທີ່ຢູ່ໃນພາກພື້ນດຽວກັນ, ແຕ່ຂະແໜງກະສິກໍາຍັງມີຄວາມສໍາຄັນ ຊຶ່ງເປັນຂະແໜງທີ່ສ້າງວຽກເຮັດ ງານທໍາກວມ 64 ສ່ວນຮ້ອຍ ຂອງກໍາລັງແຮງງານທັງໝົດ (ຫຼຸດລົງຈາກ 73 ສ່ວນຮ້ອຍ ໃນສົກປີ 2002/03) ແລະ ປະກອບສ່ວນ 44 ສ່ວນຮ້ອຍ ຂອງການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2003 ຫາ 2013. ຂະແໜງກະສິກໍາ ທີ່ມີສະມັດຕະພາບການຜະລິດສູງຂຶ້ນຈະສາມາດສ້າງວຽກເຮັດງານທໍາໃນຂະແໜງປຸງແຕ່ງ ກະສິກໍາເພື່ອເປັນສິນຄ້າ ແລະ ຫຼຸດຜ່ອນຄວາມຕ້ອງການແຮງງານ ຊຶ່ງຊ່ວຍເຮັດໃຫ້ແຮງງານສາມາດຍ້າຍໄປເຮັດວຽກໃນຂະແໜງການອື່ນ ແຕ່ ກໍ່ ສ າມາດຊ່ ວ ຍຍົ ກ ລະດັ ບ ຊີ ວິ ດ ການເປັ ນ ຢູ່ ຂ ອງປະຊາກອນຈໍ າ ນວນຫຼ ວ ງຫຼ າ ຍທີ່ ຈ ະຍັ ງ ຄົ ງ ເຮັ ດ ວຽກໃນຂະ ແໜງກະສິກໍາຢູ່. ໜຶ່ງສ່ວນສາມຂອງຊາວກະສິກອນແມ່ນມີອາຍຸສູງກວ່າ 40 ປີ ແລະ ຈົບການສຶກສາຊັ້ນປະຖົມ. ແຮງງານເຫຼ່ານີ້ມີທ່າອ່ຽງທີ່ຈະບໍ່ຍ້າຍໄປເຮັດວຽກໃນຂະແໜງການອື່ນ ແລະ ອາໄສລາຍໄດ້ທີ່ເຂົ້າເຈົ້າເຮັດວຽກ ໃນຂະແໜງກະສິກໍາເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ເນື່ອງຈາກຄວາມຈໍາກັດທາງດ້ານການເຂົ້າເຖິງທີ່ດິນ ປູກຝັງ, ລາຍໄດ້ຈາກການເຮັດກະສິກໍາຈະມີການເພີ່ມຂຶ້ນຢ່າງຍືນຍົງໄດ້ແມ່ນຕ້ອງມີການປັບປຸງສະມັດຕະພາບການ ຜະລິດ. ຕ່ອງໂສ້ການສະໜອງບໍ່ທັນເປັນລະບົບ, ເຮັດໃຫ້ລາຄາຂາຍຈາກຊາວກະສິກອນຕໍ່າ ແລະ ລາຄາຂາຍໃຫ້ ແກ່ຜູ້ບໍລິໂພກສູງ, ຊຶ່ງສະທ້ອນໃຫ້ເຫັນວ່າຍັງມີຂໍ້ຈໍາກັດໃນການດໍາເນີນທຸລະກິດຢູ່ໃນຂະແໜງກະສິກໍາ ກໍ່ຄືເສດຖະ ກິດໂດຍລວມ. ສະນັ້ນ ກ່ອນອື່ນໝົດຈະຕ້ອງໄດ້ສ້າງຄວາມຮູ້ໃຫ້ແກ່ຊາວກະສິກອນ ເພື່ອຍົກສະມັດຕະພາບຂອງ ການຜະລິດໃຫ້ສູງຂຶ້ນ (ຕາຕະລາງ 2). ພ້ອມນັ້ນ, ຍັງຕ້ອງໄດ້ຫັນປ່ຽນຈາກການສຸມໃສ່ການຜະລິດເຂົ້າເພື່ອກຸ້ມ ກິນມາເປັນການຜະລິດເຂົ້າທີ່ສາມາດໝູນໃຊ້ດິນເພື່ອປູກພືດອື່ນອີກເພື່ອເພີ່ມການຜະລິດເພື່ອການຄ້າ. ເພື່ອບັນລຸ ຕາມຈຸດປະສົງການຫັນປ່ຽນດັ່ງກ່າວ ຕ້ອງມີແຜນງານສະໜັບສະໜຸນຈາກພາກລັດ (ເຊັ່ນການສົ່ງເສີມວິຊາການ, ສະ ໜອງແນວພັນພືດທີ່ມີຄຸນນະພາບ, ຝຸ່ນ, ແລະ ອື່ນໆ) ແລະ ມີນະໂຍບາຍຊ່ວຍໃຫ້ສິນຄ້າກະສິກໍາເຂົ້າເຖິງຕະຫຼາດ. 36 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ຕາຕະລາງ2: ບາງຕົວຊີ້ວັດຕົ້ນຕໍດ້ານກະສິກໍາ ແຍກຕາມລະດັບການສຶກສາຂອງຫົວໜ້າຄອບຄົວ ຜົນຜະລິດ(ກິໂລ) ຜົນຜະລິດ(ກິໂລ) ຈໍາໜ່າຍຜົນຜະລິດ ຕໍ່ເຮັກຕາ ຕໍ່ຄົນ ຕໍ່ປີ ໃນຕະຫຼາດ ( ສ່ວນຮ້ອຍ) ລະດັບການສໍາເລັດການສຶກສາຂອງ ຫົວໜ້າຄອບຄົວ 2008 2013 2008 2013 2008 2013 ບໍ່ໄດ້ຮັບການສຶກສາ 2119 2016 474 532 40.5 39.6 ການສຶກສາຊັ້ນປະຖົມບາງຂັ້ນ 2437 2265 529 607 48.7 49.0 ສໍາເລັດການສຶກສາຊັ້ນປະຖົມ 2644 2552 660 695 57.7 59.1 ສໍາເລັດການສຶກສາຊັ້ນມັດທະຍົມ ຫຼື ສູງກວ່າ 2743 2700 707 719 59.5 56.7 ສປປ ລາວ ສະເລ່ຍ 2541 2454 610 659 53.0 53.3 ແຫຼ່ງຂໍ້ມູນ: ທະນາຄານໂລກ (2015) ໂດຍລວມແລ້ວ ເຖິງວ່າອັດຕາຄວາມທຸກຍາກຈະຫຼຸດລົງໃນລະດັບທົ່ວປະເທດ, ແຕ່ກໍ່ຍັງມີຄວາມແຕກໂຕນກັນ ລະຫວ່າງປະຊາກອນໃນກຸ່ມອາຍຸ ຫຼື ລະຫວ່າງປະຊາກອນທີ່ອາໄສໃນຂົງເຂດພູມສາດທີ່ແຕກຕ່າງກັນ. 5. ເຖິງວ່າອັດຕາຄວາມທຸກຍາກລວມຈະຫຼຸດລົງ ແຕ່ກຍ ັ ມີຄວາມແຕກໂຕນກັນ. ອັດຕາຄວາມທຸກຍາກໃນເຂດ ໍ່ ງ ຊົນນະບົດແມ່ນ 28,6 ສ່ວນຮ້ອຍ ຊຶ່ງສູງກວ່າອັດຕາຄວາມທຸກຍາກໃນເຂດຕົວເມືອງທີ່ຢູ່ໃນລະດັບ 10 ສ່ວນຮ້ອຍ. ຊ່ອງຫວ່າງຂອງຄວາມແຕກໂຕນດັ່ງກ່າວເຫັນວ່າກວ້າງອອກໃນໄລຍະຫ້າປີທີ່ຜ່ານມາ ຍ້ອນອັດຕາຄວາມທຸກຍາກ ໃນເຂດຕົວເມືອງຫຼຸດລົງໄວກວ່າເຂດຊົນນະບົດ. ອັດຕາຄວາມທຸກຍາກໃນກຸ່ມຊົນເຜ່າຍັງສູງຢູ່. ຊົນເຜ່າລາວ-ໄຕ ກວມ 55 ສ່ວນຮ້ອຍ ຂອງຜຸ້ທີ່ທຸກຍາກ, ໃນຂະນະທີ່ ຈີນ-ຕີເບດ ມີສະຖານະພາບທີ່ດີກວ່າ. ຄົວເຮືອນທີ່ຫົວໜ້າຄົວ ເຮືອນມີລະດັບການສຶກສາຕໍ່າ ລວມທັງຄົວເຮືອນທີອາໄສການເຮັດກະສິກໍາເປັນລາຍໄດ້ຫຼັກ ແລະ ຄົວເຮືອນທີ່ວ່າງ ງານ ຈະມີອັດຕາຄວາມທຸກຍາກສູງ. ໃນດ້ານພູມສັນຖານ ເຫັນວ່າ ໃນພາກເໜືອ (ຍົກເວັ້ນແຂວງບໍ່ແກ້ວ) ແລະ ພາກກາງມີອັດຕາຄວາມທຸກຍາກຫຼຸດລົງ ແຕ່ໃນພາກໃຕ້ພັດສູງຂຶ້ນ, ໂດຍສະເພາະແມ່ນແຂວງສາລະວັນ ແລະ ຈໍາປາສັກ. ຈໍານວນຜູ້ທີ່ທຸກຍາກຫຼາຍບໍ່ຈໍາເປັນຈະຕ້ອງແມ່ນຢູ່ໃນແຂວງທີ່ມີອັດຕາຄວາມທຸກຍາກສູງສະເໝີໄປ. ຄວາມແຕກໂຕນທາງດ້ານການຫຼຸດຜ່ອນຄວາມທຸກຍາກຄືດັ່ງກ່າວໄດ້ເຮັດໃຫ້ເກີດມີບັນຫາຄວາມບໍ່ສະເໝີພາບ, ຊຶ່ງເຫັນໄດ້ຈາກຄ່າຕົວສໍາປະສິດ Gini coefficient ໄດ້ເພີ່ມຂຶ້ນຈາກ 35 ໃນສົກປີ 2007/08 ມາເປັນ 36,2 ໃນປີ 2012/13. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 37 ນອກຈາກນັ້ນ, ອັດຕາຄວາມທຸກຍາກອາດສາມາດຫຼຸດລົງໄດ້ຫຼາຍກວ່ານີ້ອີກຖ້າວ່າອັດຕາການເຕີບໂຕຂອງເສດຖະ ກິດປະຕິບັດໄດ້ຢ່າງກວ້າງຂວາງໃນຫຼາຍຂະແໜງການ. 6. ເຖິງວ່າຈະບັນລຸອັດຕາການເຕີບໂຕຢ່າງເຂັ້ມແຂງ, ແຕ່ການສ້າງວຽກເຮັດງານທໍາໃນຂະແໜງການຜະ ລິດຢ່າງມີໜ້ອຍຫຼາຍ. ໃນລະຫວ່າງປີ 2003 ຫາ 2013, ອັດຕາການເຕີບໂຕຂອງGDPເພີ່ມຂຶ້ນຫຼາຍກວ່າເທ່າຕົວ ແລະ ການຈ້າງງານກໍ່ເພີ່ມຂຶ້ນ 20 ສ່ວນຮ້ອຍ (ຫຼື ເພີ່ມວຽກເຮັດງານທໍາໄດ້ປະມານ 500.000 ຄົນ) ຊຶ່ງສາມາດສ້າງ ວຽກເຮັດງານທໍາລວມທັງໝົດໄດ້ປະມານ 3.1 ລ້ານ ຄົນ. ປະຊາກອນຈໍານວນຫຼວງຫຼາຍສາມາດເຮັດການປູກຝັງ ເພື່ອກຸ້ມກິນພາຍໃນຄົວເຮືອນ, ອັດຕາການວ່າງງານຈຶ່ງຍັງຕໍ່າຫຼາຍ. ແຕ່ຢ່າງໃດກໍ່ຕາມ, ປະມານ 80 ສ່ວນຮ້ອຍ ຂອງການຈ້າງງານໃໝ່ ແມ່ນເປັນວຽກໃນຂະແໜງທີ່ບໍ່ແມ່ນກະສິກໍາ ແລະ 17 ສ່ວນຮ້ອຍ ຂອງການຈ້າງງານທັງໝົດ ແມ່ນເຂົ້າສັງກັດກັບລັດຖະບານ. ອາຊີບສ່ວນໃຫຍ່ແມ່ນຄ້າຂາຍຍົກ ແລະ ຂາຍຍ່ອຍທີ່ ມີການນໍາໃຊ້ເຕັກໂນໂລຢີ ແລະ ສະມັດຕະພາບຂອງການຜະລິດຕໍ່າ. ໃນຂະແໜງກະສິກໍາ, ສາມາດສ້າງວຽກເຮັດງານທໍາໄດ້ 64 ສ່ວນ ຮ້ອຍ ຂອງແຮງງານທີ່ມີວຽກເຮັດງານທໍາທັງໝົດໃນປີ 2013, ຊຶ່ງສັດສ່ວນດັ່ງກ່າວໄດ້ຫຼຸດລົງຈາກ 73 ສ່ວນ ຮ້ອຍ ໃນທົດສະວັດທີ່ຜ່ານມາ. ປະມານ 10,5 ສ່ວນຮ້ອຍ ຂອງການຈ້າງງານທັງໝົດແມ່ນເຮັດວຽກໃນຂະແໜງ ການຄ້າ, ເພີ່ມຂຶ້ນຈາກ 8,2 ສ່ວນຮ້ອຍ ໃນປີ 2003. ອຸດສາຫະກໍາການຜະລິດທີ່ທັນສະໄໝກວມ 7 ສ່ວນຮ້ອຍ ຂອງການຈ້າງງານທັງໝົດ ເພີ່ມຂື້ນເລັກນ້ອຍຈາກ 6,2 ສ່ວນຮ້ອຍ ໃນທົດສະວັດຜ່ານມາ ແລະ ແຮງງານທີ່ເຮັດ ວຽກໃນສັງກັດລັດ ກວມ 6,1 ສ່ວນຮ້ອຍ ຂອງແຮງງານທີ່ມີວຽກເຮັດງານທໍາທັງໝົດ. ໃນຂະນະ ທີ່ຍັງບໍ່ມີຂໍ້ມູນຫຼ້າສຸດ, ແຕ່ກໍ່ສັງເກດເຫັນໄດ້ວ່າການຈ້າງງານໃນຂະແໜງທີ່ບໍ່ແມ່ນກະສິກໍາໄດ້ເພີ່ມສູງຂຶ້ນຫຼາຍໃນປີຜ່ານມາ, ໂດຍສະເພາະ ແມ່ນໃນບາງຂະແໜງຍ່ອຍອຸດສາຫະກໍາການຜະລິດທີ່ກໍາລັງຂະຫຍາຍຕົວ ກໍ່ຄືການຂະແໜງ ການບໍລິການທີ່ສືບຕໍ່ ຂະຫຍາຍຕົວ. 7. ຜູ້ປະກອບການໄດ້ຊີ້ໃຫ້ເຫັນວ່າບັນຫາການຂາດແຄນກໍາລັງແຮງງານທີ່ມີສີມື/ທັກສະ ແມ່ນມີຄວາມສໍາຄັນ ເທົ່າກັນກັບການສ້າງວຽກເຮັດງານທີ່ດີ. ອີງຕາມບົດລາຍງານການພັດທະນາແຫ່ງ ສປປ ລາວ (Lao PDR Development Report 2014), ແຮງງານຈໍານວນຫຼວງຫຼາຍຂາດຄວາມສາມາດພື້ນຖານ ເປັນຕົ້ນຄວາມສາມາດໃນ ການອ່ານ. ຖ້າຂາດທັກສະເປັນພື້ນຖານເຫຼ່ານີ້, ແຮງງານພົບກັບຄວາມຫຍຸ້ງຍາກໃນການເຮັດວຽກແມ່ນແຕ່ໃນລະ ດັບທີ່ເປັນພື້ນຖານທີ່ສຸດ ແລະ ໃນການຝຶກສີມືແຮງງານທັກສະໃໝ່ໃຫ້ເຂົາເຈົ້າຍິ່ງທ້າທາຍຫຼາຍຂຶ້ນອີກ. ພ້ອມນັ້ນ, ອັດຕາຂາດສານອາຫານ ແລະ ອັດຕາເດັກເຕ້ຍກ່ອນມາດຕະຖານ ລວມທັງສະພາບບັນຫາດ້ານສຸຂະພາບໂດຍ ລວມ ຈະຈໍາກັດທ່າແຮງທາງດ້ານເສດຖະກິດຂອງແຮງງານ ແມ່ນແຕ່ໃນເວລາທີ່ເຂົາເຈົ້າຍັງໜຸ່ມ. ຮູບສະແດງ 27. ການເຕີບໂຕຂອງ GDP ຕໍ່ຫົວຄົນ ຮູບສະແດງ 28. ການເຕີບໂຕຂອງ GDP ແລະ ອັດຕາການຊົມໃຊ້ ຕໍ່ຫົວຄົນ ແລະ ການຫຼຸດຜ່ອນຄວາມທຸກຍາກ ແຫຼ່ງຂໍ້ມູນ: ທະນາຄານໂລກ (2015) ແຫຼ່ງຂໍ້ມູນ: ທະນາຄານໂລກ (2015) 38 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 8. ການຫຼຸດຜ່ອນຄວາມທຸກຍາກ ມີຈັ່ງຫວະຊ້າກວ່າອັດຕາການເຕີບໂຕຂອງເສດຖະກິດ. ອັດຕາຄວາມທຸກ ຍາກຫຼຸດລົງ 0,47 ສ່ວນຮ້ອຍ ຕໍ່ການເຕີບໂຕ GDP 1 ສ່ວນຮ້ອຍ ໃນໄລຍະສົກປີ 2007/08 ຫາ 2012/13 ຊຶ່ງຂ້ອນ ຂ້າງຕໍ່າກວ່າປະເທດໃກ້ຄຽງເຊັ່ນ: ກໍາປູເຈຍ ແລະ ຫວຽດນາມ ເຊັ່ນດຽວກັບອິນໂດເນເຊຍ. ແຕ່ການເຕີບໂຕຂອງເສດ ຖະກິດທີ່ເພີ່ມຂຶ້ນຢ່າງໄວວາແມ່ນຍ້ອນຂະແໜງທີ່ຂຶ້ນຊັບພະຍາກອນທໍາມະຊາດທີ່ຕ້ອງການການລົງທຶນສູງແຕ່ສ້າງ ວຽກເຮັດງານທໍາໄດ້ໜ້ອຍຫຼາຍ, ສະນັ້ນ ການເຕີບໂຕຂອງເສດຖະກິດຈິ່ງບໍ່ທັນສາມາດສ້າງວຽກເຮັດງານທໍາຢ່າງ ຫຼວງຫຼາຍ ແລະ ບໍ່ສົມສ່ວນກັບການເພີ່ມຂຶ້ນຂອງການຊົມໃຊ້ຂອງຄົວເຮືອນ. ການເຕີບໂຕລັກສະນະດັ່ງກ່າວຍັງບໍ່ ທັນກະຈາຍຜົນປະໂຫຍດເຖິງຜູ້ທີ່ທຸກຍາກໄດ້ຢ່າງສົມສ່ວນ, ເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງ ໜ້ອຍກວ່າໃນກໍ ລະນີ ທີ່ ເ ສດຖະກິ ດ ຂະຫຍາຍຕົ ວ ແບບກວ້ າ ງຂວາງໃນຫຼ າ ຍຂະແໜງການທີ່ ສ າມາດສ້ າ ງວຽກເຮດງານທຳໄດ້ ຫຼາຍ ແລະ ໄດ້ຮັບຜົນປະໂຫຍດຢ່າງທົ່ວເຖິງກັນ. ອັດຕາການຊົມໃຊ້ຕໍ່ຫົວຄົນເພີ່ມຂື້ນ 2,2 ສ່ວນຮ້ອຍ ຕໍ່ປີ ໃນລະຫວ່າງສົກປີ 2002/03 ຫາ 2012/13, ຕໍ່າກວ່າອັດຕາການເຕີບໂຕຂອງເສດຖະກິດເກືອບສາມເທ່າ. ເຖິງວ່າ ອັດຕາການຊົມໃຊ້ຈະເພີ່ມຂຶ້ນ ແຕ່ມັນສົ່ງຜົນປະໂຫຍດໃຫ້ແກ່ຜູ້ທີ່ບໍ່ທຸກ ຫຼາຍກວ່າຜູ້ທຸກຍາກຊຶ່ງເຫັນໄດ້ວ່າອັດຕາ ການຊົມໃຊ້ຂອງຜູ້ທີ່ບໍ່ທຸກເພີ່ມຂຶ້ນ 2,4 ສ່ວນຮ້ອຍ ທຽບກັບຜູ້ທີ່ທຸກຍາກທີ່ເພີ່ມຂຶ້ນພຽງ 1,3 ສ່ວນຮ້ອຍ ເທ່ານັ້ນ. ດັ່ງນັ້ນ ສປປ ລາວ ຈິ່ງເປັນໜຶ່ງໃນປະເທດທີ່ມີອັດຕາຄວາມທຸກຍາກຫຼຸດລົງຕໍ່າກວ່າປະເທດອື່ນໃນພາກພື້ນອາຊີຕາ ເວັນອອກ ແລະ ປາຊີຟິກ (ຮູບສະແດງ 28) ແລະ ເມື່ອທຽບກັບປະເທດທີ່ຮັ່ງມີດ້ານຊັບພະຍາກອນ ເຊັ່ນ: ປະເທດ ອຸດສະເບກິສະຖານ, ທາຈີກິສະຖານ, ມົງໂກລີ ແລະ ຊີລີ ທີ່ມີການນໍາໃຊ້ນະໂຍບາຍການກະຈາຍຊັບພະຍາກອນ ຢ່າງມີປະສິດທິພາບ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 39 9. ອັດຕາຄວາມທຸກຍາກຈະຫຼຸດລົງຫຼາຍກວ່ານີ້ ຖ້າຄົວເຮືອນຈໍານວນຫຼວງຫຼາຍຫາກບໍ່ກັບມາມີສະພາບທີ່ ທຸກຍາກຄືນອີກ. ຜູ້ທີ່ທຸກຍາກປະມານເຄິ່ງໜຶ່ງໃນສົກປີ 2012/13 ບໍ່ເຄີຍເປັນຜູ້ທີ່ທຸກຍາກໃນສົກປີ 2007/08 ແລະ ໃນນັ້ນ ຫຼາຍກວ່າສອງສ່ວນສາມຍັງບໍ່ເຄີຍທຸກຍາກຕະຫຼອດໄລຍະ 10 ປີຜ່ານມາ. ຜູ້ທີ່ຫຼຸດພົ້ນຈາກສະຖານະພາບທຸກ ຍາກຈໍານວນຫຼວງຫຼາຍແມ່ນຢູ່ເທິງເສັ້ນຄວາມທຸກຍາກໜ້ອຍດຽວຊຶ່ງເຂົາເຈົ້າມີຄວາມສ່ຽງສູງທີ່ຈະກັບມາທຸກຍາກ ຄືນ. ປະມານ 80 ສ່ວນຮ້ອຍ ຂອງປະຊາກອນໃນສົກປີ 2012/13 ຍັງມີລາຍໄດ້ຕໍ່າກວ່າ 2,5 ໂດລາ ຕໍ່ມື້ ອີງຕາມ PPP 2005 ແລະ ມີໂອກາດສ່ຽງທີ່ຈະກັບໄປທຸກຍາກຄືນຢ່າງໜ່ອຍ 10 ສ່ວນຮ້ອຍ ໃນໄລຍະຕໍ່ມາ. ຄວາມສ່ຽງດັ່ງ ກ່າວແມ່ນເກີດຂຶ້ນຈາກວິກິດການໃນຫຼາຍດ້ານ. ີ່ ຜ ຜົນກະທົບກະທັນທາງດ້ານກະສິກໍາ ແລະ ສາທາລະນະສຸກເປັນປັດໄຈຕົ້ນຕໍທມ ົ ກະທົບຕໍ່ຄວາມສ່ຽງຂອງຄົວເຮືອນ. ີ ນ 10. ຜົ ນ ກະທົ ບ ກະທັ ນ ຫັ ນ ທາງດ້ າ ນກະສິ ກໍ າ ເປັ ນ ປັ ດ ໄຈທີ່ ເ ຮັ ດ ໃຫ້ ຊີ ວິ ດ ການເປັ ນ ຢູ່ ມີ ຄ ວາມຫຍຸ້ ງ ຍາກ, ສ່ວນໃຫຍ່ແມ່ນ ການປ່ຽນແປງຂອງລາຄາສະບຽງອາຫານ ແລະ ຄ່າໃຊ້ຈ່າຍເພື່ອການປິ່ນປົວສຸຂະພາບດ້ວຍຕົນ ເອງ. ເຖິງວ່າອັດຕາການຊົມໃຊ້ທີ່ເພີ່ມຂຶ້ນ ຈະຊ່ວຍໃຫ້ຫຼຸດພົ້ນຈາກສະຖານະພາບຄວາມທຸກຍາກ, ແຕ່ກໍ່ເຮັດໃຫ້ ຜູ້ທີ່ຫຼຸດພົ້ນມີລາຍຮັບສູງກວ່າເສັ້ນທຸກຍາກເລັກນ້ອຍເທ່ານັ້ນ ຊຶ່ງມີຄວາມສ່ຽງສູງທີ່ຈະກັບມາສະຖານະພາບທຸກ ຍາກຄືນອີກ. ໃນຕົວຈິງ, ເຄິ່ງໜຶ່ງຂອງຈໍານວນຜູ້ທີ່ທຸກຍາກໃນ ສົກປີ 2012/13 ບໍ່ໄດ້ທຸກຍາກໃນຫ້າປີຜ່ານມາ. ຈໍານວນຜູ້ຂາຍເຂົ້າເຫັນວ່າມີຫຼາຍກວ່າຈໍານວນຜູ້ຊື້ໃນ ສປປ ລາວ, ໂດຍສະເພາະແມ່ນຢູ່ພາກກາງ ແລະ ພາກ ໃຕ້ທີ່ມີເນື້ອທີ່ປູກເຂົ້າຫຼາຍ. ສະນັ້ນ, ລາຄາເຂົ້າທີ່ເພີ່ມສູງຂຶ້ນຈິ່ງເປັນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແຕ່ກົງກັນຂ້າມຖ້າລາຄາເຂົ້າຫາກຕົກຕໍ່າມັນກໍ່ສົ່ງຜົນກະທົບຕໍ່ເຂົາເຈົ້າ. ລາຄາເຂົ້າໃນສົກປີ 2012/13 ຫຼຸດລົງ ທຽບໃສ່ສົກປີ 2007/08 ຊຶ່ງມີຜົນກະທົບດ້ານລົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນພາກກາງ ແລະ ພາກໃຕ້. ໃນຂະນະດຽວກັນ ປະຊາຊົນໄດ້ຮັບຜົນກະທົບຈາກການສູນເສຍທີ່ດິນໃນເຂດຕົວເມືອງ ເນື່ອງຈາກເຂົາເຈົ້າໄດ້ອາ ໄສການປູກຝັງໃນການດໍາລົງຊີວິດເຊັ່ນກັນເພື່ອເສີມລາຍໄດ້ຂອງເຂົາເຈົ້າຈາກວຽກທີ່ບໍ່ແມ່ນກະສິກໍາ. ບັນຫາດັ່ງ ກ່າວໄດ້ຢັ້ງຢືນໃຫ້ເຫັນວ່າ ສະມັດຕະພາບຂອງການຜະລິດໃນຂະແໜງທີ່ບໍ່ແມ່ນກະສິກໍາຍັງບໍ່ທັນສູງພໍທີ່ຈະຮັກສາ ລາຍຮັບຂອງແຮງງານທີ່ຫາກໍ່ຍ້າຍອອກຈາກຂະແໜງກະສິກໍາໃຫ້ຍືນຍົງໄດ້ເທື່ອ. ໃນກຸ່ມຊົນເຜ່າຍິ່ງມີຄວາມສ່ຽງ ຕໍ່ບັນຫາດັ່ງກ່າວນີ້ສູງທີ່ສຸດ, ເຄິ່ງໜຶ່ງຂອງກຸ່ມຊົນເຜ່າ (ເຜ່າມອນຂະແມ ແລະ ມົ້ງລູມ້ຽນ) ແມ່ນມີອັດຕາຄວາມສ່ຽງ ທີ່ຈະກັບໄປທຸກຍາກຄືນສູງກວ່າເຜ່າອື່ນກວ່າສອງເທ່າ. ພ້ອມນັ້ນ, ມີພຽງ 20 ສ່ວນຮ້ອຍ ຂອງປະຊາກອນທັງໝົດ ໄດ້ຮັບການຄຸ້ມຄອງຈາກປະກັນສຸຂະພາບ (ສ່ວນໃຫຍ່ເປັນຜູ້ທີ່ເຮັດວຽກກັບພາກລັດ ແລະ ເອກະຊົນ), ຄວາມສ່ຽງທີ່ ຈະໄດ້ຮັບຜົນກະທົບກະທັນທາງດ້ານສຸຂະພາບ ແລະ ມີຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງສູງ ເປັນຄວາມສ່ຽງ ຕົ້ນຕໍທາງດ້ານສະຫວັດດີການໃນລະດັບຄົວເຮືອນ. ສຸດທ້າຍ, ບັນຫາການບໍລິການທາງດ້ານການເງິນທີ່ຍັງບໍ່ທັນທົ່ວ ເຖິງ ແລະ ການຂາດແຄນລະບົບປ້ອງກັນສັງຄົມທີ່ຄົບຖ້ວນ ໄດ້ຈໍາກັດຄວາມສາມາດຂອງຄົວເຮືອນໃນການຫຼຸດຜ່ອນ ຄວາມສ່ຽງຂອງເຂົາເຈົ້າທີ່ຈະກັບຄືນໄປທຸກອີກ. 40 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ໃນຕໍ່ໜ້າ, ການຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ ຈະສາມາດປະຕິບັດໄດ້ດີກວ່າເກົ່າ ໂດຍການຍົກລະດັບສະ ມັດຕະພາບຂອງການຜະລິດ, ການສ້າງໂອກາດທາງດ້ານເສດຖະກິດທີ່ດີຂຶ້ນກວ່າເກົ່າໃຫ້ແກ່ທັງຜູ້ທີ່ທຸກຍາກ ແລະ ບໍ່ທຸກຍາກ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປະກັນສັງຄົມ. 11. ການເພີ່ ມ ລາຍໄດ້ ຈ າກຂະແໜງກະສິ ກໍ າ ຍັ ງ ເປັ ນ ອົ ງ ປະກອບໜຶ່ ງ ທີ່ ສໍ າ ຄັ ນ ໃນການຫຼຸ ດ ຜ່ ອ ນຄວາມ ທຸກຍາກ. ປະຊາຊົນຈໍານວນຫຼວງຫຼາຍ, ໂດຍສະເພາະໄວກາງຄົນທີ່ມີລະດັບການສຶກສາຕໍ່າ ຄາດວ່າຈະຍັງສືບ ຕໍ່ເຮັດວຽກໃນຂະແໜງກະສິກໍາຢູ່. ສະນັ້ນ, ການເພີ່ມລາຍໄດ້ໃນຂະແໜງດັ່ງກ່າວຈຶ່ງເປັນວິທີທາງຕົ້ນຕໍທີ່ເຮັດໃຫ້ ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກ. ເພື່ອບັນຸລໄດ້ຕາມຈຸດປະສົງດັ່ງກ່າວນີ້ ມັນຮຽກຮ້ອງໃຫ້ i) ຫຼຸດຜ່ອນຄ່າ ບໍລິການດ້ານການຕະຫຼາດ ໂດຍຜ່ານການລົງທຶນຂອງລັດ ແລະ ປັບປຸງລະບຽບການ ແລະ ນະໂຍບາຍທາງດ້ານ ການຄ້າໃຫ້ດີກວ່າເກ່າ ເພື່ອເພີ່ມລາຄາ ແລະ ຜົນກໍາໄລໃຫ້ແກ່ຜົນລະປູກກະສິກໍາ, ii) ສຸມໃສ່ການຍົກລະດັບສະມັດຕະ ພາບຂອງການຜະລິດຕື່ມອີກ ໂດຍການນໍາໃຊ້ວິທີການຜະລິດແບບໃໝ່ ແລະ ແຮງງານທີ່ມີສີມື ແທນທີ່ຈະຂະຫຍາຍ ທີ່ດິນປູກຝັງໃຫ້ກວ້າງອອກ ຄືໄລຍະຜ່ານມາທີ່ເຮັດໃຫ້ຂະແໜງກະສິກໍາມີການຂະຫຍາຍຕົວ, ແຕ່ມັນອາດຈະບໍ ແມ່ນວິທີການທີ່ຍືນຍົງ, iii) ຍົກລະດັບຄວາມສາມາດຂອງຊາວກະສິກອນ ໂດຍການສະໜອງການຝຶກອົບຮົມ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຍົກລະດັບການສຶກສາໃຫ້ແກ່ຊາວກະສິກອນເພື່ອເພີ່ມສະມັດຕະພາບຂອງການ ຜະລິດ. 12. ເພີ່ມທະວີການພັດທະນາຂະແໜງກະສິກໍາໃຫ້ມີຄວາມສາມາດປັບຕົວໄດ້ ໂດຍການປັບປຸງຕາໜ່າງລະ ບົບຄວາມປອດໄພ ແລະ ການປະກັນສັງຄົມ ເພື່ອຮັບປະກັນໃຫ້ອັດຕາຄວາມທຸກຍາກນັບມື້ນັບຫຼຸດລົງ. ສະນັ້ນ ຕ້ອງເອົາໃຈໃສ່ດາ ົ ເຮືອນທີ່ເຮັດກະ ້ ນຕ່າງໆດັ່ງນີ້: i) ເພີ່ມຄວາມທົນທານໃຫ້ແກ່ຂະແໜງກະສິກໍາ ເພື່ອຫຼີກລ້ຽງບໍ່ໃຫ້ຄວ ສິກໍາກັບໄປທຸກຍາກຄືນອີກ ຊຶ່ງເຂົາເຈົ້າມີຄວາມສ່ຽງສູງກວ່າຄົວເຮືອນທີ່ບໍ່ເຮັດກະສິກໍາເຖິງສອງເທ່າ, ii) ເພີ່ມຄວາມ ເຂັ້ມແຂງໃຫ້ແກ່ການປະກັນສັງຄົມ ໂດຍສະເພາະແມ່ນປະກັນດ້ານສຸຂະພາບ ຫຼື ການເຂົ້າເຖິງການບໍລິການດ້ານ ສາທາລະນະສຸກສໍາລັບທຸກຄົນ, iii) ສ້າງແຜນງານດ້ານສະຫວັດດີການສັງຄົມ ໂດຍສຸມໃສ່ຜູ້ທີ່ມີຄວາມສ່ຽງ ແລະ ຜູ້ທີ່ທຸກຍາກທີ່ສຸດ, iv) ຂະຫຍາຍການບໍລິການທາງດ້ານການເງິນ ເພື່ອເພີ່ມທາງເລືອກໃຫ້ແກ່ຄົວເຮືອນໃນການຮັບ ມືກັບຜົນກະທົບກະທັນຫັນ. 13. ພ້ອມນັ້ນ, ການສ້າງວຽກເຮັດງານທໍາ, ການຍົກລະດັບສະມັດຕະພາບຂອງການຜະລິດ ແລະ ການປັບ ປຸງຄຸນນະພາບຂອງວຽກໃນຂະແໜງທີ່ບໍ່ແມ່ນກະສິກໍາ ກໍ່ເປັນວິທີການຕົ້ນຕໍທີ່ຈະຊ່ວຍຫຼຸດຜ່ອນຄວາມທຸກຍາກ ໃນ ສປປ ລາວ ໄດ້ເຊັ່ນກັນ. ເພື່ອບັນລຸໄດ້ຄືດັ່ງກ່າວ ຕ້ອງສົ່ງເສີມຂະແໜງທີ່ບໍ່ແມ່ນກະສິກໍາທີ່ໃຊ້ແຮງງານຫຼາຍ, ໂດຍສະເພາະແມ່ນຂະແໜງການບໍລິການ ແລະ ອຸດສາຫະກໍາການຜະລິດທີ່ທັນສະໄໝ ໂດຍການປັບປຸງລະບຽບການ ຕ່າງໆ ແລະ ສ້າງແວດລ້ອມທີີເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ຊຶ່ງປະຈຸບັນ ສປປ ລາວ ເປັນປະເທດທີ່ມີແວດ ລ້ອມໃນການດໍາເນີນທຸລະກິດຕໍ່າທີ່ສຸດອັນດັບສອງຂອງພາກພື້ນ; ພ້ອມກັນນັ້ນ ກໍ່ຕ້ອງສືບຕໍ່ສົ່ງເສີມດ້ານການສຶກສາ ເພື່ອກໍ່ສ້າງກໍາລັງແຮງງານທີ່ມີຄວາມສາມາດສອດຄ່ອງກັບຄວາມຕ້ອງການ. ເພື່ອດຶງດູດການລົງທຶນໃນຂະແໜງ ທີ່ບໍ່ແມ່ນກະສິກໍາທີ່ສ້າງວຽກເຮັດງານທໍາກໍ່ຄື ສ້າງລາຍໄດ້ໃຫ້ແກ່ປະຊາຊົນໄດ້ຢ່າງຫຼວງຫຼາຍ ແມ່ນຕ້ອງໄດ້ເອົາໃຈ ໃສ່ປັບປຸງແວດລ້ອມທຸລະກິດ ແລະ ຍົກລະດັບສະມັດຕະພາບຂອງການຜະລິດໃຫ້ດີຂຶ້ນຕື່ມ. ພ້ອມນັ້ນ ຕ້ອງໄດ້ສຸມ ການລົງທຶນໃສ່ໃນຂະແໜງການສຶກສາຕື່ມອີກ ເພື່ອສ້າງໃຫ້ປະຊາຊົນລາວມີຄວາມສາມາດທີ່ຈໍາເປັນໃນການເຮັດ ວຽກຢູ່ຂະແໜງທີ່ບໍ່ແມ່ນກະສິກໍາ ຊຶ່ງຈະຊ່ວຍໃຫ້ເຂົາເຈົ້າສາມາດຫຼຸດພົ້ນຈາກຄວາມທຸກຍາກ ແລະ ລຶບລ້າງສິ່ງກີດ ຂວາງທາງດ້ານສີມືແຮງງານທີ່ດຶງຈ່ອງການເຕີບໂຕຂອງເສດຖະກິດ. ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 41 ເອກະສານອ້າງອີງ International Monetary Fund (2015a), World Economic Outlook database, www.imf.org International Monetary Fund (2015b), “2014 Article IV Consultation – Staff report Lao PDR”. IMF, Washington DC. Ministry of Planning and Investment (2014), “Poverty Profile in Lao PDR: Poverty Report for the Lao Consumption and Expenditure Survey”, http://documents.worldbank.org/curated/ en/2015/10/25141792/poverty-profile-lao-pdr-poverty-report-lao-consumption-expenditure- survey-20122013 National Economic Research Institute (2015), “Consumer Sentiment Index Report”. Lao PDR. World Bank (2014), “Lao Development Report: Expanding Productive Employment for broad- based growth”, The World Bank. World Bank (2015), “Lao PDR Poverty Policy Note: Drivers of Poverty Reduction in Lao PDR”, The World Bank. Vientiane. http://documents.worldbank.org/curated/en/2015/12/25516130/ lao-pdr-poverty-policy-notes-drivers-poverty-reduction-lao-pdr World Bank (2016) “Dong Business 2016: Measuring Regulatory Quality and Efficiency”, The World Bank. Washington DC. World Bank (2016), “East Asia and Pacific Economic Update”, The World Bank. Washington DC. 42 ບົດລາຍງານເສດຖະກິດຂອງ ສປປ ລາວ - ພຶດສະພາ 2016 ຕາຕະລາງຊ້ອນທ້າຍ 1: ສະພາບເສດຖະກິດຂອງ ສປປ ລາວ ໂດຍຫຍໍ້ 2013 2014 2015 Est 2016 Proj ຜົນຜະລິດ ແລະ ລາຄາ (ການປ່ຽນແປງເປັນເປີເຊັນ ນອກຈາກລະບຸສະເພາະ) ອັດຕາການຂະຫຍາຍຕົວຂອງ GDP (ລາຄາຄົງທີ່) 8.5 7.5 7.0 7.0 (ຍົກເວັ້ນ ຊັບພະຍາກອນ, ສ່ວນຮ້ອຍ) 6.0 6.5 2.2 3.0 ລວມຍອດລາຍຮັບແຫ່ງຊາດ (GNI) ຕໍ່ຫົວຄົນ (ໂດລາ) 1460 1660 1730 ລາຄາຊົມໃຊ້ ( ສ່ວນຮ້ອຍ ການປ່ຽນແປງ, ສະເລ່ຍປີ) 6.4 4.2 1.3 3.0 ຄາດຄະເນ ການເງິນພາກລັດ ( ສ່ວນຮ້ອຍ ຕໍ່ GDP) 1/ ສົກປີ ສົກປີ ສົກປີ ສົກປີ 12/13 13/14 14/15 15/16 ລາຍຮັບລວມ 23.0 24.1 23.0 20.1 ລາຍຮັບພາຍໃນ 17.4 18.5 18.4 17.7 ລາຍຮັບພາຍໃນ (ຍົກເວັ້ນ ບໍ່ແຮ່ ແລະ ໄຟຟ້າ) 13.7 15.5 15.7 15.6 ລາຍຮັບພາຍໃນ (ຍົກເວັ້ນ ບໍ່ແຮ່) 14.6 16.6 16.8 16.8 ຊ່ວຍເຫຼືອລ້າ 5.7 5.6 4.6 2.4 ລາຍຈ່າຍງົບປະມານທັງໝົດ 29.1 28.0 26.6 25.2 ໃນນັ້ນ ລາຍຈ່າຍປົກກະຕິ 16.3 14.7 15.0 15.9 ໃນນັ້ນ ລາຍຈ່າຍລົງທຶນ ແລະ ການປ່ອຍກູ້ຕໍ່ 12.2 10.4 9.8 7.6 ດຸ່ນດ່ຽງງົບປະມານ (ຂາດດຸນ) -6.0 -3.8 -3.7 -5.1 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ບໍ່ແຮ່) -14.4 -11.4 -9.9 -8.4 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ບໍ່ແຮ່ ແລະ ໄຟຟ້າ) -15.4 -12.4 -10.9 -9.6 ດຸນຊໍາລະກັບຕ່າງປະເທດ ດຸນບັນຊີຊໍາລະປົກກະຕິ ( ສ່ວນຮ້ອຍ ຂອງ GDP) -11.7 -11.2 -11.6 -10.4 ຊັບພະຍາກອນ CAB ( ສ່ວນຮ້ອຍ ຂອງ GDP) -0.5 -3.6 -4.4 -3.2 ບໍ່ແມ່ນຊັບພະຍາກອນ CAB ( ສ່ວນຮ້ອຍ ຂອງ GDP)/2 -11.2 -7.6 -7.2 -7.3 ດຸນບັນຊີທຶນ ( ສ່ວນຮ້ອຍ ຂອງ GDP) 8.5 10.2 11.8 11.1 ດຸນການຊໍາລະລວມ ( ສ່ວນຮ້ອຍ ຂອງ GDP) -3.2 -1.0 0.3 0.6 ຄັງສໍາຮອງເງິນຕາຕ່າງປະເທດ ລ້ານໂດລາ 662 816 987 1,016 ຈໍານວນເດືອນຂອງການນໍາເຂົ້າສິນຄ້າ ແລະ ບໍລິການ 1.5 1.7 2.2 2.1 ຂະແໜງເງິນຕາ ການປ່ອຍສິນເຊື່ອ 34.5 14.2 16.8 18.0 ປະລິມານເງິນ M2 17.0 25.2 14.7 20.0 ໝາຍເຫດ: ມູນຄ່າ GDP ຕາມລາຄາໃນປີ (ລ້ານໂດລາ) 11,187 11,760 12,374 13,396 ອັດຕາແລກປ່ຽນ (ກີບ/ໂດລາ, ສະເລ່ຍ) 7,862 8,035 8,117 8,198 ແຫຼ່ງຂໍ້ມູນ: ການຄິດໄລ່ ແລະ ພະຍາກອນ ໂດຍພະນັກງານ ອີງໃສ່ຂໍ້ມູນຈາກຝ່າຍລາວ. 1/ ປີງົບປະມານ(ຕຸລາ ເຖິງ ກັນຍາ). 2/ ຍົກເວັ້ນ ການນຳເຂົາ ແລະ ສົ່ງອອກ ຊັບພະຍາກອນ ຕາຕະລາງຊ້ອນທ້າຍ 2: ງົບປະມານຂອງລັດຖະບານແຫ່ງ ສປປລາວ ງົບປະມານຂອງລັດ (ລ້ານໂດລາ) ສົກປີ12/13 ສົກປີ13/14 ສົກປີ14/15 ສົກປີ15/16 ຄາດຄະເນ ລາຍຮັບລວມ 2,469 2,798 2,806 2,643 ລາຍຮັບພາຍໃນ 1,862 2,148 2,245 2,332 ຂະແໜງທີ່ບໍ່ແມ່ນຊັບພະຍາກອນ 1,467 1,804 1,918 2,052 ລາຍຮັບຈາກຂະແໜງບໍ່ແຮ່ 290 220 195 128 ລາຍຮັບຈາກຂະແໜງໄຟຟ້າ 105 125 132 151 ຊ່ວຍເຫຼືອລ້າ 607 650 561 311 ລາຍຈ່າຍທັງໝົດ 3,119 3,250 3,256 3,313 ລາຍຈ່າຍບໍລິຫານ 1,751 1,713 1,839 2,084 ໃນນັ້ນ ລາຍຈ່າຍຊໍາລະດອກເບ້ຍ 127 113 139 180 ລາຍຈ່າຍລົງທຶນ ແລະ ກູ້ຢືມຕໍ່ 1,304 1,213 1,196 1,003 ລາຍຈ່າຍລົງທຶນພາຍໃນ 475 440 420 465 ລາຍຈ່າຍລົງທຶນທີ່ມີທຶນຈາກຕ່າງປະເທດ 829 773 776 539 ດຸນດ່ຽງງົບປະມານ (ຂາດດຸນ) -649 -452 -450 -670 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ລາຍຮັບບໍ່ແຮ່) -940 -671 -645 -799 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ລາຍຮັບບໍ່ແຮ່ ແລະ ໄຟຟ້າ) -1,045 -796 -776 -950 ງົບປະມານຂອງລັດ ( ສ່ວນຮ້ອຍ ຂອງ GDP) ລາຍຮັບລວມ 23.0 24.1 23.0 20.1 ລາຍຮັບພາຍໃນ 17.4 18.5 18.4 17.7 ຂະແໜງທີ່ບໍ່ແມ່ນຊັບພະຍາກອນ 13.7 15.5 15.7 15.6 ລາຍຮັບຈາກຂະແໜງບໍ່ແຮ່ 2.7 1.9 1.6 1.0 ລາຍຮັບຈາກຂະແໜງໄຟຟ້າ 1.0 1.1 1.1 1.1 ຊ່ວຍເຫຼືອລ້າ 5.7 5.6 4.6 2.4 ລາຍຈ່າຍທັງໝົດ 29.1 28.0 26.6 25.2 ລາຍຈ່າຍບໍລິຫານ 16.3 14.7 15.0 15.9 o.w.ລາຍຈ່າຍຊໍາລະດອກເບ້ຍ 1.2 1.0 1.1 1.4 ລາຍຈ່າຍລົງທຶນ ແລະ ກູ້ຢືມຕໍ່ 12.2 10.4 9.8 7.6 ລາຍຈ່າຍລົງທຶນພາຍໃນ 4.4 3.8 3.4 3.5 ລາຍຈ່າຍລົງທຶນທີ່ມີທຶນຈາກຕ່າງປະເທດ 7.7 6.7 6.3 4.1 ດຸນດ່ຽງງົບປະມານ (ຂາດດຸນ) -6.0 -3.8 -3.7 -5.1 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ລາຍຮັບບໍ່ແຮ່) -8.8 -5.8 -5.3 -6.1 ດຸ່ນດ່ຽງງົບປະມານ (ຂາດດຸນ ຍົກເວັ້ນ ລາຍຮັບບໍ່ແຮ່ ແລະ ໄຟຟ້າ) -9.7 -6.9 -6.4 -7.2 ແຫຼ່ງຂໍ້ມູນ: MOF ແລະ ການຄາດຄະເນຂອງທີມງານ WB ຫ້ອງການ ທະນາຄານ ໂລກ ປະຈຳ ສ ປ ປ ລາວ ປະຕູໄຊ, ຖະໜົນ ເນຣູ ຕູ້ໄປສະນີ 345 ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟັກ: (856-21) 266 299 www.worldbank.org/lao   ທະນາຄານ ໂລກ 1818 ຖະໜົນ H, NW ວໍຊິງຕັນ ດີຊີ 20433, ສະຫະລັດອາເມລິກາ ໂທ: (202) 473 1000 ແຟັກ: (202) 477 6391 www.worldbank.org